ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ສ້າງຕັ້ງຂຶ້້ນຕັ້ງແຕ່ປີ 1989 ໂດຍມີບົດບາດໃນການເປັນຕົວແທນພາກທຸລະກິດລາວ ແລະ ເປັນຂົວຕໍ່ລະຫວ່າງ ພາກລັດ ແລະ ພາກທຸລະກິດ ໃນການຮ່ວມມືແກ້ໄຂບັນຫາຂອງພາກທຸລະກິດ ແລະ ການພັດທະນາສະພາບແວດລ້ອມທີ່ເອື້ອອຳນວຍແກ່ການດຳເນີນທຸລະກິດ ຢູ່ສປປ ລາວ. ປະຈຸບັນ, ມີຫຼາຍກວ່າ 1.000 ຫົວໜ່ວຍທຸລະກິດ ທີ່ເປັນສະມາຊິກຂອງ ສຄອຊ ໃນທົ່ວປະເທດ. ດັ່ງນັ້ນ, ເພື່ອນຳພາທຸລະກິດລາວໃຫ້ມີຄວາມສາມາດແຂ່ງຂັນ ແລະ ຄວາມເຂັ້ມແຂງ, ສຄອຊ ໄດ້ຮ່າງແຜນຍຸດທະສາດ ຂອງ ສຄອຊ ສຳລັບ ປີ 2018-2020 ໂດຍກຳນົດ 04 ແນວທາງຍຸດທະສາດເບື້ອງຕົ້ນ ຄື:
1. ການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ຜ່ານກອງປະຊຸມທຸລະກິດລາວ-ເວທີປຶກສາຫາລືລັດ-ທຸລະກິດ ເພື່ອປັບປຸງລະບຽບກົດໝາຍ ແລະ ແວດລ້ອມທຸລະກິດ.
2. ການໃຫ້ບໍລິການແກ່ທຸລະກິດຂະໜາດນ້ອຍ ແລະ ກາງ ໂດຍການສ້າງຕັ້ງສູນບໍລິການວິສາຫະກິດຂະໜ້ອຍ-ກາງ ເພື່ອສົ່ງເສີມການສ້າງຕັ້ງ ແລະ ເພາະບົ່ມທຸລະກິດໃໝ່ ຜ່ານການຝຶກອົບຮົບໃຫ້ຄຳປຶກສາ.
3. ການສ້າງລະບົບການເຜີຍແຜ່ຂໍ້ມູນໃຫ້ແກ່ວິສາຫະກິດ ໃນ ສປປ ລາວ ຜ່ານສູນຂໍ້ມູນຂ່າວສານເສດຖະກິດ ແລະ ທຸລະກິດຂອງ ສຄອ.
4. ການສົ່ງເສີມຜະລິດຕະພັນສິນຄ້າລາວ ໂດຍການສ້າງຕັ້ງສູນພັດທະນາການຕະຫຼາດລາວ ເພື່ອສົ່ງເສີມການສົ່ງອອກ ແລະ ໂຄສະນາສິນຄ້າລາວ ຢ່າງເປັນລະບົບ.
ການຍົກສູງຄວາມອາດສາມາດຂອງພາກທຸລະກິດ ແມ່ນມີຄວາມສຳຄັນໃນຍຸກການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ເພື່ອຊຸກຍູ້ໃຫ້ທຸລະກິດລາວ ສາມາດແຂ່ງຂັນ ໃນຕະຫຼາດພາກພື້ນ ແລະ ໂລກໄດ້. ໃນກອງປະຊຸມປຶກສາຫາລືເພື່ອສ້າງແຜນຍຸດທະສາດ ສຄອຊ ສຳລັບປີ 2018-2020 ທີ່ຈັດຂຶ້ນຄັ້ງວັນທີ 09 ສິງຫາ 2017 ທີ່ ຫ້ອງການສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ນະຄອນຫຼວງວຽງຈັນ, ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ ກ່າວວ່າ "ພາຍໃຕ້ແນວທາງຍຸດທະສາດເຫຼົ່ານີ້, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ມີເປົ້າໝາຍກ້າວເຂົ້າສູ້ຍຸກຂອງການຫັນປ່ຽນກ້າວໄປສູ່ ການສົ່ງເສີມສີນຄ້າ ແລະ ການບໍລິການຈາກປະເທດລາວ ສູ່ ອາຊຽນ ແລະ ທົ່ວໂລກ." ບາດກ້າວທີ່ສຳຄັນດັ່ງກ່າວໄດ້ສະທ້ອນໃຫ້ເຫັນຄວາມຕື່ນຕົວຂອງພາກທຸລະກິດໃນການຍົກສູງຄວາມສາມາດຂອງຕົນ ເພື່ອໃຫ້ສາມາດປັບຕົວເຂົ້າໃນການແຂ່ງຂັນທີ່ສູງຂຶ້ນຂອງຕະຫຼາດໂລກ ແລະ ສາມາດນຳໃຊ້ກາລະໂອກາດ ແລະ ມາດຕະການ ອຳນວຍຄວາມສະດວກທາງດ້ານການຄ້າສາກົນທີ່ມີຢູ່ໃຫ້ເກີດປະໂຫຍດສູງສຸດ.

ການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ

ໜຶ່ງຍຸດທະສາດທີ່ສຳຄັນຂອງ ແຜນຍຸດທະສາດສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ສຳລັບ ປີ 2018-2020 ແມ່ນການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ໂດຍຜ່ານກອງປະຊຸມທຸລະກິດລາວ-ເວທີປຶກສາຫາລືລັດ-ທຸລະກິດ ເພື່ອປັບປຸງລະບຽບກົດໝາຍ ແລະ ແວດລ້ອມທຸລະກິດ. ຜ່ານມາ, ສຄອຊ ໄດ້ຮ່ວມກັບ ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມທຸລະກິດລາວປະຈຳປີ ເພື່ອແກ້ໄຂບັນຫາຂອງພາກທຸລະກິດ, ລ່າສຸດ ກອງປະຊຸມທຸລະກິດລາວຄັ້ງທີ່ 10 ໄດ້ຈັດຂຶ້ນ ໃນເດືອນ ມີນາ 2017 ທີ່ຜ່ານມາ ໂດຍມີການຮວບຮວມບັນຫາຈາກພາກທຸລະກິດ ເພື່ອນຳສະເໜີໃຫ້ພາກລັດມີການແກ້ໄຂ ພ້ອມທັງມີກົນໄກຕິດຕາມການແກ້ໄຂບັນຫາດັ່ງກ່າວ ຢ່າງມີປະສິດທິພາບ. ຍຸດທະສາດຂອງ ສຄອຊ ຍັງກຳນົດການຂະຫຍາຍການຈັດກອງປະຊຸມທຸລະກິດລາວໄປຍັງຂັ້ນແຂວງເພື່ອເພີ່ມກົນໄກການປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນທົ່ວປະເທດ. ພ້ອມດຽວກັນນັ້ນ, ລັດຖະບານລາວ ໄດ້ແນ່ໃສ່ປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການດຳເນີນທຸລະກິດ ໂດຍການຫຼຸດຜ່ອນຂັ້ນຂອດ ແລະ ລະບຽບການທາງດ້ານການຄ້າ ເພື່ອອຳນວຍຄວາມສະດວກໃຫ້ແກ່ພາກທຸລະກິດ. ໃນແຜນດຳເນີນງານວຽກອຳນວຍຄວາມສະດວກທາງດ້ານການຄ້າ 2017-2022 ທີ່ສ້າງໂດຍກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ, ທີ່ມີກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຫ້ອງການກອງເລຂາ ໄດ້ກຳນົດມາດຕະການຍຸດທະສາດຍົກສູງການປະສານງານກັບພາກທຸລະກິດ ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານການຄ້າ ຊຶ່ງໃນນັ້ນ ສຄອຊ ເປັນຕົວແທນພາກທຸລະກິດທີ່ສຳຄັນໃນການເກັບກຳບັນຫາຂອງພາກທຸລະກິດ ທັງໃນຮູບແບບການປຶກສາຫາລືໃນກອງປະຊຸມທຸລະກິດລາວ ແລະ ກອງປະຊຸມກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ. ໂດຍມີການວາງຄາດໝາຍ ໃນການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດໃຫ້ດີຂຶ້ນ ເພື່ອໃຫ້ສາມາດຍົກລຳດັບຂອງ ສປປ ລາວ ໃນການຈັດລຳດັບຄວາມງ່າຍດ່າຍໃນການດຳເນີນທຸລະກິດ (Ease of Doing Business) ຂອງ ທະນາຄານໂລກ,  ຈາກປະຈຸບັນຢູ່ໃນລໍາດັບ 120 ໃຫ້ມາຢູ່ໃນລໍາດັບທີ່ 100 ລົງມາ.

ການໃຫ້ບໍລິການແກ່ທຸລະກິດຂະໜາດນ້ອຍ ແລະ ກາງ

ອີງຕາມແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8, ສປປ ລາວ ມີເປົ້າໝາຍໃນການພັດທະນາເສດຖະກິດ ຕາມທິດການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ແນ່ໃສ່ການສ້າງຄວາມຫຼາກຫຼາຍທາງດ້ານເສດຖະກິດ ແລະ ຫຼຸດຜ່ອນການເອື່ອຍອີງໃສ່ການລົງທຶນໃນຂະແໜງຊັບພະຍາກອນທຳມະຊາດ, ການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ທີ່ເຂັ້ມແຂງຈຶ່ງເປັນໜຶ່ງໃນມາດຕະການສຳຄັນ ເພື່ອສ້າງພື້ນຖານທຸລະກິດລາວທີ່ມີຄວາມສາມາດແຂ່ງຂັນສູງ ແລະ ສາມາດສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນລາວ. ຮ່າງແຜນຍຸດທະສາດ ສຄອຊ ປີ 2018-2020 ຍັງໄດ້ແນ່ໃສ່ສ້າງສູນບໍລິການແກ່ທຸລະກິດຂະໜາດນ້ອຍ ແລະ ກາງ ເພື່ອໃຫ້ຄຳປຶກສາ ແລະ ຈັດການຝຶກອົບຮົບ ລວມທັງການສົ່ງເສີມ ການສ້າງຕັ້ງ ຫຼື start up, ການເພາະບົ່ມທຸລະກິດ, ການເຂົ້າເຖິງແຫຼ່ງທຶນ ແລະ ການຕະຫຼາດ. ການບໍລິການດັ່ງກ່າວ ຈະເປັນການປະກອບສ່ວນທີ່ສຳຄັນໃນການພັດທະນາທຸລະກິດຂະໜາດນ້ອຍ ແລະ ກາງ ໃນ ສປປ ລາວ ໃຫ້ສາມາດປັບຕົວເຂົ້າໃນການປ່ຽນແປງຂອງຕະຫຼາດໂລກໄດ້.

ການສ້າງລະບົບການເຜີຍແຜ່ຂໍ້ມູນໃຫ້ແກ່ວິສາຫະກິດ ໃນ ສປປ ລາວ ແລະ ການສົ່ງເສີມຜະລິດຕະພັນສິນຄ້າລາວ 

ນອກຈາກນັ້ນ, ຮ່າງແຜນຍຸດທະສາດດັ່ງກ່າວຍັງກຳນົດການສ້າງສູນຂໍ້ມູນຂ່າວສານເສດຖະກິດ ແລະ ທຸລະກິດຂອງ ສະພາການຄ້າ ເພື່ອເກັບກຳຂໍ້ມູນວິສາຫະກິດທົ່ວປະເທດ ແລະ ຂໍ້ມູນສິນຄ້າລາວ Made in Laos ເປັນຕົ້ນ. ພ້ອມທັງ, ແຜນການສ້າງສູນພັດທະນາການຕະຫຼາດລາວ ເພື່ອສົ່ງເສີມສິນຄ້າລາວເພື່ອການສົ່ງອອກຢ່າງເປັນລະບົບຈາກກົກ (ຜູ້ຜະລິດ) ຈົນເຖິງປາຍ (ການຕະຫຼາດ-ຜູ້ບໍລິໂພກ) ແລະ ສ້າງເຄື່ອງມືໂຄສະນາເຜີຍແຜ່ສິນຄ້າ, ຈັດງານວາງສະແດງສິນຄ້າ ແລະ ຈັດການພົບປະກັບນັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ ລວມທັງການສຶກສາ ເພື່ອພັດທະນາຜະລິດຕະພັນລາວ.
ສະນັ້ນ, ການລິເລີ່ມສ້າງແຜນຍຸດທະສາດສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ປີ 2018-2020 ຈຶ່ງເປັນບາດກ້າວສຳຄັນໃນການກຳນົດທິດທາງສົ່ງເສີມພາກທຸລະກິດລາວ ຢ່າງມີລະບົບ ແລະ ມີການດຳເນີນງານຢ່າງມີປະສິດ ທິພາບຫຼາຍຂຶ້ນຊຶ່ງວຽກງານດັ່ງກ່າວຈະສົ່ງເສີມການພັດທະນາທຸລະກິດລາວໃຫ້ສາມາດແຂ່ງຂັນໃນລະດັບສາກົນ.

ຂຽນໂດຍ: ຈິນດາພອນ ໄຊຍະເລີດ

ແຫຼ່ງຂໍ້ມູນ: ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.