ລະບຽບການທາງດ້ານເຕັກນິກ ແລະ ມາດຕະຖານແມ່ນມີຄວາມສຳຄັນໃນການຄ້າສາກົນ, ຊຶ່ງຜູ້ຜະລິດສິນຄ້າສົ່ງອອກຕ້ອງມີຄວາມເຂົ້າໃຈ ລະບຽບການ ແລະ ຂໍ້ຮຽກຮ້ອງທາງດ້ານເຕັກນິກ ແລະ ມາດຕະຖານ ທີ່ຕິດພັນກັບສິນຄ້າຂອງຕົນໃນປະເທດປາຍທາງ. ພາຍໃຕ້ສັນຍາວ່າດ້ວຍອຸປະສັກທາງດ້ານເຕັກນິກຕໍ່ການຄ້າ ຫຼື Technical Barriers to Trade (TBTs), ໃນຂອບອົງການການຄ້າໂລກ ຫຼື World Trade Organization (WTO) ໄດ້ໃຫ້ສິດແກ່ປະເທດສະມາຊິກໃນການນຳໃຊ້ມາດຕະການທາງດ້ານເຕັກນິກ; ໂດຍຮັບປະກັນວ່າລະບຽບການທາງດ້ານເຕັກນິກ, ມາດຕະຖານ ແລະ ຂັ້ນຕອນການກວດສອບຄວາມສອດຄ່ອງທາງດ້ານລະບຽບການທີ່ວາງອອກແມ່ນບໍ່ສ້າງອຸປະສັກຕໍ່ການຄ້າທີ່ບໍ່ຈຳເປັນ. ໃນປີ 2007 ສປປ ລາວໄດ້ປະກາດໃຊ້ກົດໝາຍວ່າດ້ວຍມາດຕະຖານ ສະບັບທຳອິດ ແລະ ມີການປັບປຸງກົດໝາຍດັ່ງກ່າວໃນປີ 2014, ປັບປຸງກົດໝາຍວ່າດ້ວຍການວັດແທກ ໃນປີ 2013 ແລະ ອອກຂໍ້ຕົກລົງວ່າດວ້ຍການກວດກາຄຸນນະພາບສິນຄ້າ (2009) ເພື່ອຄຸ້ມຄອງ ແລະ ສ້າງມາດຕະຖານຂອງສິນຄ້າ.
ສິນຄ້າທີ່ຕິດພັນກັບການດຳລົງຊີວິດປະຈຳວັນຂອງປະຊາຊົນໃນ ສປປລາວ ຄື ນໍ້າມັນເຊື້ອໄຟ ກໍ່ໄດ້ມີການກວດສອບ ແລະ ຢັ້ງຢືນຄຸນນະພາບກ່ອນທີ່ຈະນຳເຂົ້າມາຈຳໜ່າຍ ພາຍໃນປະເທດ ອີງຕາມຂໍ້ຕົກລົງວ່າດວ້ຍການຄຸ້ມຄອງ, ກວດ ກາ ແລະ ຢັ້ງຢືນຄຸນນະພາບນໍ້າມັນເຊື້ຶອໄຟ (2016). ການກວດກາຄຸນນະພາບນຳ້ມັນເຊື້ອໄຟ ແມ່ນດຳເນີນການໂດຍສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ, ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຊຶ່ງການກວດກາດັ່ງກ່າວເກີດຂຶ້ນຢູ່ 3 ຈຸດຕົ້ນຕໍຄື: ຕາມດ່ານນໍາເຂົ້າ, ສາງເກັບມ້ຽນ, ແລະ ປໍ້າຈຳໜ່າຍ. ນັບຕັ້ງແຕ່ປີ 2016 ເປັນຕົ້ນມາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີໄດ້ເປີດຫ້ອງກວດສອບຄຸນນະພາບນໍ້າມັນເຊື້ອໄຟ ຢູ່ 14 ດ່ານທົ່ວປະເທດ ແລະ ມີແຜນຈະຂະຫຍາຍໃຫ້ຄົບ 16 ດ່ານທົ່ວປະເທດ ທີ່ມີການນຳເຂົ້ານໍ້າມັນເຊື້ອໄຟ ເພື່ອເກັບຕົວຢ່າງນໍ້າມັນເຊື້ອໄຟຈາກລົດຂົນສົ່ງນໍ້າມັນເຊື້ອໄຟທຸກຄັນແລ້ວນຳໄປກວດກາຄຸນນະພາບໃຫ້ສອດຄ່ອງຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ. ພາຍຫຼັງໄດ້ຮັບການກວດກາຢ່າງຖືກຕ້ອງແລ້ວເຈົ້າໜ້າທີ່ຈະອອກໃບຢັ້ງຢືນການກວດສອບຄຸນນະພາບນໍ້າມັນເຊື້ອໄຟທີ່ນຳເຂົ້າປະຈຳດ່ານ. ນອກຈາກນັ້ນ, ຍັງມີການກວດກາຄຸນນະພາບນໍ້າມັນເຊື້ອໄຟຢູ່ຕາມສາງເກັບນໍ້າມັນເຊື້ອໄຟ ແລະ ຕາມປໍ້າຈໍາໜ່າຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ປີລະຄັ້ງ. ພ້ອມນັ້ນ, ສູນດັ່ງກ່າວຍັງໄດ້ມີລົດກວດຄຸນນະພາບນໍ້າມັນເຊື້ອໄຟເຄື່ອນທີ່ໄວ້ບໍລິການ ຕາມການຮ້ອງຮຽນຂອງປະຊາຊົນ ແລະ ມີການເປີດສາຍດ່ວນ 1513 ເພື່ອຮັບແຈ້ງຈາກຜູ້ຊົມໃຊ້
ແຕ່ໃນພາກປະຕິບັດຕົວຈິງ, ການກວດສອບຄຸນນະພາບນໍ້າມັນເຊື້ອໄຟຍັງມີຫຼາຍບັນຫາທ້າທາຍ ເປັນຕົ້ນແມ່ນບັນຫາຂັ້ນຕອນການກວດສອບຄຸນນະພາບນໍ້າມັນເຊື້ອໄຟຢູ່ດ່ານແມ່ນຕ້ອງໄດ້ປະຕິບັດໃຫ້ສອດຄ່ອງຕາມຂໍ້ກຳນົດຂອງພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນປະຕິບັດໃຫ້ສອດຄ່ອງຕາມມາດຕະຖານສາກົນ ISO/IEC 17025, ISO/IEC 17065 ເປັນຕົ້ນ. ພ້ອມດຽວກັນກໍຍັງພົບວ່າການຈໍລະຈອນຂອງເອກະສານຂໍການນຳເຂົ້າຂອງບໍລິສັດນຳເຂົ້າແມ່ນຍັງບໍ່ຄົບຖ້ວນຕາມການກຳນົົດ ແລະ ມີລັກສະນະຊັກຊ້າເຊິ່ງບໍ່ທັນກັບການນຳເຂົ້າ. ພາກທຸລະກິດ ໄດ້ສະເໜີໃຫ້ມີການຂະຫຍາຍກຳນົດເວລາຂອງໃບຢັ້ງຢືນການກວດສອບລົດບັນທຸກນໍ້າມັນເຊື້ອໄຟ ແລະ ຫົວຈ່າຍນໍ້າມັນທີ່ປໍ້າ ໃຫ້ເປັນ 2 ຫຼື 3 ປີ. ນອກຈາກນັ້ນ, ພາກທຸລະກິດຍັງໄດ້ຕັ້ງຄຳຖາມ ຕໍ່ກັບຄວາມຄຸ້ມຄ່າ ໃນການສ້າງຫ້ອງທົດລອງທີ່ໄດ້ມາດຕະຖານ ຊຶ່ງລັດຖະບານຈຳເປັນຕ້ອງມີການລົງທຶນຈຳນວນຫຼາຍເຂົ້າໃນການປະກອບເຄື່ອງມືອຸປະກອນທີ່ທັນສະໄໝ ແລະ ບຸກຄະລາກອນກວດກາຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟຢູ່ດ່ານ. ພາກທຸລະກິດໄດ້ສະເໜີ ໃຫ້ພາກລັດຖອດຖອນບົດຮຽນຂອງປະເທດໄທ ທີ່ມີການກວດສອບ ແລະ ຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟໂດຍພາກສ່ວນອິດສະຫຼະ ທີ່ເປັນບໍລິສັດກວດສອບຄຸນນະພາບສະເພາະດ້ານ ໃຫ້ບໍລິການຢັ້ງຢືນຄຸນນະພາບຕາມມາດຕະຖານສາກົນ, ການບໍລິການດັ່ງກ່າວສາມາດຫຼຸດຕົ້ນທຶນ ແລະ ຮັບປະກັນມາດຕະຖານການກວດສອບຄຸນນະພາບນໍ້າມັນເຊື້ອໄຟ ເນື່ອງຈາກ ບໍລິສັດທີ່ໃຫ້ບໍລິການມີປະສົບການ ແລະ ເຄື່ອງມືທີ່ທັນສະໄໝໃນການກວດສອບຕາມມາດຕະຖານສາກົນ. ເຖິງຢ່າງໃດກໍ່ຕາມ, ການກວດສອບຄຸນນະພາບນໍ້າມັນເຊື້ອໄຟຍັງເປັນບັນຫາໃໝ່ໃນ ສປປ ລາວ ແລະ ຄວາມພ້ອມທາງດ້ານການໃຫ້ບໍລິການຢັ້ງຢືນຄຸນນະພາບຂອງພາກທຸລະກິດກໍ່ຍັງຈຳກັດ. ດັ່ງນັ້ນ, ພາກລັດຈຶ່ງຈຳເປັນຕ້ອງໄດ້ເປັນຜູ້ລົງທຶນເຂົ້າໃນການລິເລີ່ມການກວດສອບຄຸນນະພາບຂອງນໍ້າມັນເຊື້ອໄຟ. ແຕ່ໃນອານາຄົດ, ພາກລັດມີແຜນຈະປັບປຸງລະບົບການຢັ້ງຢືນຄຸນນະພາບໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ທີ່ຖືກຮັບຮູ້ຈາກພາກພື້ນ ແລະ ສາກົນ.
ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນຖານະເປັນອົງການມາດຕະຖານແຫ່ງຊາດ ໄດ້ເອົາໃສ່ໃຈຮັບຟັງບັນຫາຈາກພາກທຸລະກິດ ເພື່ອຮັບໄປພິຈາລະນາປັບປຸງການກວດສອບ ແລະ ຢັ້ງຢືນຄຸນນະພາບ ໂດຍສະເພາະແມ່ນການປັບປຸງຂັ້ນຕອນການກວດສອບ ແລະ ຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟໃຫ້ມີຄວາມວ່ອງໄວ ແລະ ສະດວກງ່າຍດາຍຂຶ້ນ. ພ້ອມດຽວກັນນັ້ນ, ການທົບທວນ ແລະ ການປະເມີນຜົນກະທົບຂອງມາດຕະການ ກວດສອບຄຸນນະພາບນໍ້າມັນເຊື້ອໄຟທີ່ນໍາເຂົ້າ ຈະຊ່ວຍໃຫ້ຂະແໜງການທີ່ກ່ຽວຂ້ອງ ສາມາດຮູ້ໄດ້ວ່າຈະຫຼຸດຜ່ອນຂັ້ນຂອດ ແລະ ຄ່າໃຊ້ຈ່າຍໃດທີ່ບໍ່ຈຳເປັນ ເພື່ອເປັນການອຳນວຍຄວາມສະດວກທາງດ້ານການຄ້າໃຫ້ແກ່ພາກທຸລະກິດ ພ້ອມທັງຮັບປະກັນຄວາມສອດຄ່ອງທາງດ້ານລະບຽບການປົກປ້ອງຜູ້ບໍລິໂພກ ແລະ ສິ່ງແວດລ້ອມ. ໜ່ວຍງານມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (Non-Tariff Measures:NTMs) ພາຍໃຕ້ການຊີ້ນຳຂອງ ກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ໄດ້ລິເລີ່ມການທົບທວນ ແລະ ປະເມີນຜົນກະທົບຂອງມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ ຊຶ່ງລວມເອົາການທົບທວນຜົນກະທົບຂອງນິຕິກຳທີ່ມີຢູ່ຕໍ່ການດຳເນີນທຸລະກິດໂດຍຜ່ານການວິເຄາະການຈັດຕັ້ງປະຕິບັດຂອງພາກລັດຢ່າງລະອຽດ, ເປັນລະບົບ ແລະ ໂປ່ງໃສ.

ຂຽນໂດຍ: ຈິນດາພອນ ໄຊຍະເລີດ


ແຫຼ່ງຂໍ້ມູນ:
ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ
http://www.most.gov.la/index.php?option=com_content&view=article&id=1568%3A2017-07-03-05-21-24&catid=145%3A2015-07-10-03-56-52&Itemid=150&lang=en

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.