ໃນຫຼາຍປີຜ່ານມາ ການຄ້າຊາຍແດນ ມີບົດບາດສໍາຄັນຫຼາຍຕໍ່ການພັດທະນາ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດ-ການຄ້າ ຂອງ ສປປ ລາວ ເພາະວ່າ ສປປ ລາວ ບໍ່ມີທາງອອກສູ່ທະເລ ເຊິ່ງແຕ່ລະປີ ຍອດມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ລະຫວ່າງ ສປປ ລາວ ກັບບັນດາປະເທດເພື່ອນບ້ານ ຄື: ສປ ຈີນ, ໄທ ແລະ ສສ ຫວຽດນາມ ກວມເອົາເປີເຊັນສູງຫຼາຍ ຖ້າທຽບກັບບັນດາປະເທດທີ່ບໍ່ມີຊາຍແດນຕິດກັບ ສປປ ລາວ ເຊິ່ງຖືວ່າເປັນຕະຫຼາດທີ່ໃຫຍ່ ແລະ ທັງເປັນຄູ່ຄ້າທີ່ມີກໍາລັງຊື້ສູງສົມຄວນ. ການສ້າງນະໂຍບາຍ ຫຼື ເງື່ອນໄຂອໍານວຍຄວາມສະດວກ ເພື່ອຊຸກຍູ້ສົ່ງເສີມ ພັດທະນາການຄ້າຊາຍແດນ ໃຫ້ມີແບບແຜນ, ມີເປົ້າໝາຍ ແລະ ຈຸດສຸມທີ່ຊັດເຈນ ທັງສາມາດຕິດຕາມກວດກາ ແມ່ນຍັງບໍ່ມີລະບົບຊຸກຍູ້ ແລະ ຄຸ້ມຄອງທີ່ເໝາະສົມເທື່ອ ຈິ່ງເຮັດໃຫ້ການຄ້າຊາຍແດນ ສປປ ລາວ ມີການຂະຫຍາຍຕົວທີ່ ບໍ່ສອດຄ່ອງກັບທ່າແຮງບົ່ມຊ້ອນຂອງປະເທດ.
ດັ່ງນັ້ນ, ລັດຖະບານແຫ່ງ ສປປ ລາວ ໂດຍສະເພາະ ແມ່ນກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຖືເອົາການພັດທະນາການຄ້າຊາຍແດນເປັນວຽກງານບູລິມະສິດໜຶ່ງ ໂດຍຈັດຢູ່ໃນແຜນງານການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ຂອງແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ 5 ປີ (2016-2020). ສະນັ້ນ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ມອບໝາຍໃຫ້ກົມການນໍາເຂົ້າ ແລະ ສົ່ງອອກ ສ້າງນິຕິກໍາ ກ່ຽວກັບການຄ້າຊາຍແດນຂື້ນ.
ຈຸດປະສົງຕົ້ນຕໍ ຂອງຂໍ້ຕົກລົງດັ່ງກ່າວ ແມ່ນເພື່ອພັດທະນາການເຄື່ອນໄຫວການຄ້າຊາຍແດນໃຫ້ເຂົ້າສູ່ລະ ບົບ ໂດຍມີນິຕິກໍາເປັນບ່ອນອີງ ໂດຍສະເພາະ ໄດ້ກໍານົດນະໂຍບາຍ ສ້າງຄວາມສະດວກໃຫ້ແກ່ຜູ້ທີ່ຈະດໍາເນີນທຸລະກິດການຄ້າຊາຍແດນ ເປັນຕົ້ນ ການຊື້-ຂາຍ, ແລກປ່ຽນ ແລະ ນໍາເຂົ້າ-ສົ່ງອອກສິນຄ້າລະຫວ່າງ ສປປ ລາວ ກັບບັນດາປະເທດເພື່ອນບ້ານ. ພ້ອມນັ້ນ ຍັງກໍານົດນະໂຍບາຍສະເພາະ ເພື່ອຊຸກຍູ້ ສົ່ງເສີມການພັດທະນາການຄ້າຊາຍແດນໃຫ້ມີແບບແຜນ ແລະ ມີຈຸດສຸມທີ່ແນ່ນອນ ເພື່ອສ້າງວຽກເຮັດງານທໍາ, ສ້າງລາຍໄດ້ ແລະ ສາມາດຊ່ວຍແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ.
ເພື່ອເຮັດໃຫ້ຮ່າງຂໍ້ຕົກລົງດັ່ງກ່າວ ມີເນື້ອໃນທີ່ຄົບຖ້ວນສົມບູນ, ຖືກຕ້ອງສອດຄ່ອງ ກັບສະພາບການ ຈັດຕັ້ງປະຕິບັດຕົວຈິງຢູ່ທ້ອງຖິ່ນ ແລະ ໃຫ້ສໍາເລັດຕາມແຜນການ. ສະນັ້ນ, ຄະນະວິຊາການກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ຊຶ່ງນໍາໂດຍ ທ່ານ ສຸລິຍົນ ພິລາວົງ, ຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ ໄດ້ລົງໄປ ທາບທາມ ແລະ ປຶກສາຫາລື ຢູ່ 06 ແຂວງພາກໃຕ້ ຄື: ແຂວງຄໍາມ່ວນ, ສະຫວັນນະເຂດ, ເຊກອງ,ຈໍາປາສັກ, ສາລະວັນ ແລະ ອັດຕະປື ເນື່ອງຈາກວ່າ ຂະແໜງອຸດສາຫະກໍາ ແລະ ການຄ້າ ຂັ້ນທ້ອງຖິ່ນ ໂດຍສະເພາະ ແມ່ນຂັ້ນແຂວງ ແລະ ເມືອງ ເປັນຜູ້ທີ່ໃກ້ສິດຕິດແທດ ແລະ ກໍາໄດ້ສະພາບຄວາມສະດວກ ຫຼື ຄວາມຫຍຸ້ງຍາກຂອງຜູ້ດໍາເນີນທຸລະກິດການຄ້າຊາຍແດນ ແລະ ທີ່ສໍາຄັນ ຄໍາຄິດເຫັນຂອງທ້ອງຖິ່ນ ແມ່ນສາມາດນໍາໃຊ້ເຂົ້າໃນການປັບປຸງເນື້ອໃນຮ່າງຂ້ໍຕົກລົງໃຫ້ຄົບຖ້ວນສົມບູນຂື້ນ. ສະຫຼຸບແລ້ວ, ການລົງເຄື່ອນໄຫວເຮັດວຽກຢູ່ທ້ອງຖິ່ນຂອງຄະນະວິຊາການກົມການນໍາເຂົ້າ ແລະ ສົ່ງອອກ ໃນຄັ້ງນີ້ ແມ່ນບັນລຸໄດ້ຕາມຈຸດປະສົງ, ເປົ້າໝາຍທີ່ວາງໄວ້ ແລະ ສໍາເລັດຜົນຢ່າງຈົບງາມ. ນອກນັ້ນ, ຍັງຈະສືບຕໍ່ໄປເຄື່ອນໄຫວທາບທາມ ແລະ ປຶກສາຫາລື ກ່ຽວກັບເນື້ອໃນຮ່າງຂໍ້ຕົກລົງດັ່ງກ່າວ ຢູ່ບັນດາແຂວງພາກເໜືອຕື່ມອີກ ເພື່ອເຮັດໃຫ້ການສ້າງຂໍ້ຕົກລົງສໍາເລັດຕາມແຜນການ.
ຮ່າງ “ຂໍ້ຕົກລົງວ່າດ້ວຍການຄ້າຊາຍແດນ” ປະກອບມີ 6 ໝວດ 26 ມາດຕາ ເຊິ່ງໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ເພື່ອຄຸ້ມຄອງການຄ້າຊາຍແດນ. ໃນນັ້ນ ໄດ້ລະບຸລະອຽດ ກ່ຽວກັບການຄ້າຊາຍແດນຂອງ ສປປ ລາວ ເຊິ່ງປະກອບມີ 03 ຮູບແບບ ດັ່ງນີ້:
1) ການຄ້າຊາຍແດນທົ່ວໄປ ແມ່ນການຄ້າລະຫວ່າງຜູ້ດໍາເນີນທຸລະກິດຢູ່ ສປປ ລາວ ກັບຜູ້ດໍາເນີນທຸລະກິດຢູ່ປະເທດທີ່ມີຊາຍແດນຕິດຈອດກັນ ເຊິ່ງມີການພົວພັນຊື້-ຂາຍ, ແລກປ່ຽນ ແລະ ນໍາເຂົ້າ-ສົ່ງອອກສິນຄ້າ ໂດຍປະຕິບັດຕາມເງື່ອນໄຂ ແລະ ຂັ້ນຕອນການຄ້າຂອງສອງປະເທດ;
2) ການຄ້າຊາຍແດນຕາມກອບສັນຍາ ແມ່ນການຄ້າ ລະຫວ່າງ ສປປ ລາວ ກັບປະເທດທີ່ມີຊາຍແດນຕິດຈອດກັນ ເຊິ່ງມີການພົວພັນຊື້-ຂາຍ, ແລກປ່ຽນ ແລະ ນຳເຂົ້າ-ສົ່ງອອກສິນຄ້າ ໂດຍປະຕິບັດຕາມເງື່ອນໄຂ ແລະ ຂັ້ນຕອນ ຕາມກອບສັນຍາ, ຂໍ້ຕົກລົງ ແລະ ບົດບັນທຶກ ທີ່ໄດ້ລົງນາມຮ່ວມກັນຂອງສອງປະເທດ;
3) ການຄ້າຊາຍແດນຂອງປະຊາຊົນ ແມ່ນການຊື້-ຂາຍ ຫຼື ແລກປ່ຽນສິນຄ້າ ຂອງປະຊາຊົນ ໂດຍຜ່ານດ່ານຊາຍແດນ ເຊິ່ງສ່ວນໃຫຍ່ແມ່ນສິນຄ້າທີ່ຜະລິດໃນທ້ອງຖິ່ນຕາມເຂດຊາຍແດນ.
ນອກນັ້ນ, ຍັງໄດ້ກໍານົດສິດ ແລະ ພັນທະຂອງຜູ້ດໍາເນີນການຄ້າຊາຍແດນ; ສິດ ແລະ ໜ້າທີ່ ຂອງອົງການຄຸ້ມຄອງການຄ້າຊາຍແດນ ແຕ່ສູນກາງ ຫາທ້ອງຖິ່ນຢ່າງຊັດເຈນ.
ແຫຼ່ງຂໍ້ມູນ: ພະແນກການຄ້າຊາຍແດນ, ກົມການນໍາເຂົ້າ ແລະ ສົ່ງອອກ
ຮຽບຮຽງໂດຍ: ວົງຄໍາ ມະນີຈັນ.
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.