ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ອອກ ບົດແນະນໍາກ່ຽວກັບ ການຈັດຕັ້ງປະຕິບັດບາງມາດຕາ ຂອງສັນຍາວ່າດ້ວຍການຄ້າຊາຍແດນ ລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ, ສະບັບເລກທີ 0280/ອຄ.ກນຄຕ, ລົງວັນທີ 27 ກຸມພາ 2017. ເພື່ອເຮັດໃຫ້ເນື້ອໃນຂອງສັນຍາວ່າດ້ວຍການຄ້າຊາຍແດນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ມີປະສິດທິຜົນ. ສິດພິເສດທີ່ ຝ່າຍຫວຽດນາມໃຫ້ແກ່ຝ່າຍລາວ ມີ 03 ລະດັບຄື: 1. ລະດັບເມືອງຊາຍແດນ 2. ລະດັບແຂວງຊາຍແດນ ແລະ 3. ລະດັບທົ່ວປະເທດ. ອີງຕາມສັນຍາວ່າດ້ວຍການຄ້າຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ສະບັບລົງວັນທີ 27 ມີຖຸນາ 2015.  ເພື່ອໃຫ້ໄດ້ນໍາໃຊ້ສິດພິເສດຈາກຝ່າຍຫວຽດນາມ, ເຈົ້າໜ້າທີ່ທີ່ ມີສິດ ຂອງ ສປປ ລາວ ຕ້ອງອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ, ໃບຢັ້ງຢືນການບໍ່ເປັນພະຍາດຂອງພືດ, ສັດ ແລະ ອາຫານທີ່ນໍາເຂົ້າໄປຫວຽດນາມ ຊຶ່ງເຈົ້າໜ້າທີ່ທີ່ມີສິດຂອງ ສສ ຫວຽດນາມ ຈະຕ້ອງຮັບຮູ້ການຢັ້ງຢືນດັ່ງກ່າວ.

ການຂໍໃບຢັ້ງຢືນແຫຼ່ງກໍາເນີດສີນຄ້າທີ່ ຕ້ອງການນໍາໃຊ້ສິດພິເສດຕາມທີ່ໄດ້ກໍານົດໄວ້ໃນສັນຍາການຄ້າຊາຍແດນລາວ-ຫວຽດນາມ ຕ້ອງປະກອບເອກະສານດັ່ງນີ້: 1. ໃບຄໍາຮ້ອງ ຕາມແບບຟອມທີ່ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າກໍານົດໃຫ້, 2. ສຳເນົາບັດປະຈໍາຕົວ ຫຼື ສຳເນົາປື້ມສໍາມະໂນຄົວ, ຖ້າເປັນປະຊາຊົນ ແລະ 3. ສຳເນົາບັດປະຈໍາຕົວ ຫຼື ສຳເນົາໃບທະບຽນວິສາຫະກິດ, ຖ້າເປັນນັກທຸລະກິດ ຫຼື ບໍລິສັດ. ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ນະຄອນຫຼວງວຽງຈັນ ຕ້ອງພິຈາລະນາອອກໃບຢັ້ງຢືນແຫຼ່ງກໍາເນີດສີນຄ້າໃຫ້ໂດຍໄວ ຖ້າເອກະສານຄົບຖ້ວນ ຢ່າງຊ້າບໍ່ເກີນ 02 ວັນ ລັດຖະການ.

ລາຍລະອຽດ: ບົດແນະນໍາກ່ຽວກັບການຈັດຕັ້ງປະຕິບັດບາງມາດຕາຂອງສັນຍາວ່າດ້ວຍການຄ້າຊາຍແດນ ລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ສະບັບເລກທີ 0280/ອຄ.ກນຄຕ, ລົງວັນທີ 27 ກຸມພາ 2017

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.