ໃນລະຫວ່າງວັນທີ 18-19 ກັນຍາ 2017 ທີ່ຫໍປະຊຸມແຫ່ງຊາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ກະຊວງການເງິນ, ໄດ້ຈັດກອງປະຊຸມຝຶກອົບຮົມ ການຄວບຄຸມການນໍາເຂົ້າ-ສົ່ງອອກສິນຄ້າທີມີສານເຄມີທຳລາຍຊັ້ນໂອໂຊນໃຫ້ແກ່ເຈົ້າໜ້າພາສີ ໂດຍ ມີທ່ານ ຄຳພັນ ນັນທະວົງ ຫົວໜ້າກົມຄວບຄຸມມົນລະພິດ ກະຊວງຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ, ທ່ານ ສົມເພັດ ສີວົງໄຊ ຮອງ ຫົວໜ້າກົມພາສີ ກະຊວງການເງິນ, ມີບັນດາເຈົ້າໜ້າທີ່ພາສີ ຈາກດ່ານສາກົນແຂວງພາກເໜືອ ແລະ ແຂວງບໍລິຄຳໄຊ ພ້ອມດ້ວຍພາກສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມ. ຊຶ່ງມີຈຸດປະສົງເພື່ອໃຫ້ເຈົ້າໜ້າທີ່ພາສີມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບການຄຸ້ມຄອງການຄ້າກັບປະເທດທີ່ເປັນພາຄີ ແລະ ບໍ່ແມ່ນພາຄີ ແລະ ລະບົບການອອກໃບອະນຸຍາດນຳເຂົ້າ-ສົ່ງອອກ ສານເຄມີພາຍໃຕ້ການຄວບຄຸມ. ທັ້ງນີ້, ເພື່ອເປັນການຫຼີກລ່ຽງການນຳເຂົ້າ/ສົ່ງອອກ ທີ່ບໍ່ຖືກຕ້ອງຕາມລະບຽບການ ທັງເປັນການສະກັດກັ້ນການລັກລອບຄ້າຂາຍສານເຮັດຄວາມເຢັນ. ນອກຈາກນັ້ນ, ຍັງໄດ້ເນັ້ນໜັກການ ທົບທວນເອກະສານຂົນສົ່ງສິນຄ້າ ແລະ ເອົາໃຈໃສ່ວຽກງານຄຸ້ມຄອງການຄ້າທີ່ຜິດກົດໝາຍ ເຊັ່ນ: ການກວດກາໃບອະນຸຍາດ, ການແຈ້ງຂໍ້ມູນຜິດ, ການປິດບັງຂໍ້ມູນ ພ້ອມກັນນັ້ນ ເຈົ້າໜ້າທີ່ພາສີຕ້ອງມີຄວາມເຂົ້າໃຈ ລະບຽບກົດໝາຍກ່ຽວກັບການຄຸ້ມຄອງສານເຄມີທຳລາຍຊັ້ນໂອໂຊນ ແລະ ສານທີ່ບໍ່ແມ່ນ ສານເຄມີທຳລາຍຊັ້ນໂອໂຊນ, ການນຳໃຊ້ເຄື່ອງກວດ ແລະ ເຕັກນິກການກວດສອບສານເຄມີ ແລະ ການກວດໂປສເຕີ. ສິ່ງສຳຄັນ, ບັນດາໜ່ວຍງານທີ່ກ່ຽວຂ້ອງ ຕ້ອງປະສານກັນ ແລະ ແລກປ່ຽນຂໍ້ມູນກ່ຽວກັບການນຳເຂົ້າ-ສົ່ງອອກ ແລະ ຜ່ານແດນ ສານ ODS ກັບໜ່ວຍງານໂອໂຊນແຫ່ງຊາດຢ່າງເປັນປະຈຳ.

ກົມພາສີ ໄດ້ລາຍງານກ່ຽວກັບ ການນຳເຂົ້າອຸປະກອນທຳຄວາມເຢັນໃນໄລຍະຜ່ານມາເຫັນວ່າ ມີຈຳນວນບໍ່ຫຼາຍ ໃນສົກປີ 2014-2015 ການນຳເຂົ້າສິນຄ້າທຳຄວາມເຢັນໂດຍສະເລ່ຍ ປະມານ 0,002% ທຽບໃສ່ອັດຕາການນໍາເຂົ້າທັງໝົດ, ສ່ວນ ສົກປີ 2015-2016 ເພີ່ມຂຶ້ນເປັນ 0,007 % ແລະ 08 ເດືອນ ຂອງປີ 2017 ແມ່ນຫຼຸດລົງເຫຼືອພຽງແຕ່ 0,001% ໃນນັ້ນ, ສິນຄ້າທີ່ນຳເຂົ້າສ່ວນຫຼາຍແມ່ນ ຕູ້ແຊ່, ຕູ້ເຢັນ, ແອເຢັນ ແລະ ອື່ນໆ.

ເພື່ອເປັນການປະຕິບັດພັນທະສັນຍາທີ່ ສປປ ລາວ ໄດ້ເປັນພາຄີຕໍ່ກັບ ສົນທິສັນຍາວຽນນາ ວ່າດ້ວຍ ການປົກປັກຮັກສາຊັ້ນໂອໂຊນ ແລະ ອະນຸສັນຍາມົງເຣອານ ລົງວັນທີ 21 ສິງຫາ 1998 ວ່າດ້ວຍສານເຄມີທີ່ທຳລາຍຊັ້ນໂອໂຊນ ຊຶ່ງເປັນບັນຫາຮີບດ່ວນທີ່ສຸດ ທີ່ຕ້ອງປະຕິບັດພັນທະໃນການຫລຸດຜ່ອນ ແລະ ຢຸດຕິນຳໃຊ້ສານເຄມີທີ່ທຳລາຍຊັ້ນໂອໂຊນ ທີ່ເປັນສາເຫດເຮັດໃຫ້ຊັ້ນໂອໂຊນຖືກທໍາລາຍ ແລະ ອຸນຫະພູູູມໂລກມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ.

ອີງຕາມແຫຼ່ງຂໍ້ມູນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ລາຍງານວ່າ ໃນປີ 2005 ປະລິມານການປ່ອຍສານເຄມີທີ່ທຳລາຍຊັ້ນໂອໂຊນໃນ ສປປ ລາວ ແມ່ນ 32.26 ໂຕນ ແລະ ເພີ່ມຂຶ້ນສູງສຸດໃນ ປີ 2012 49.95 ໂຕນ ແລະ ຫຼຸດລົງເປັນ 36.99 ໂຕນ ໃນປີ 2016. ເພື່ອເປັນການຫຼຸດຜ່ອນ, ຜູ້ປະກອບການທີ່ດຳເນີນທຸລະກິດການນຳເຂົ້າ-ສົ່ງອອກ, ຜ່ານແດນ, ຈຳໜ່າຍ ແລະ ນຳໃຊ້ ສິນຄ້າທີ່ບັນຈຸສານເຄມີດັ່ງກ່າວ ຕ້ອງໄດ້ຮັບອະນຸຍາດຈາກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ເຊັ່ນດຽວກັນນັ້ນ, ເຈົ້າໜ້າທີ່ພາສີ ແມ່ນມີບົດບາດສຳຄັນໃນການຄວບຄຸມ ແລະ ກວດສອບການນຳເຂົ້າ-ສົ່ງອອກສິນຄ້າທີ່ບັນຈຸສານເຄມີທີ່ທຳລາຍຊັ້ນໂອໂຊນ ແລະ ສານເຄມີທີ່ບໍ່ທຳລາຍຊັ້ນໂອໂຊນ ລວມເຖິງການອອກໃບອະນຸຍາດການນຳເຂົ້າ-ສົ່ງອອກ ແລະ ການລອກລອບສິນຄ້ານຳເຂົ້າທີ່ບໍ່ໄດ້ຮັບອະນຸຍາດ.

ປະຈຸບັນ, ສານເຄມີທີ່ທຳລາຍຊັ້ນໂອໂຊນໄດ້ຢຸດເຊົາຜະລິດ, ຫ້າມນຳເຂົ້າ-ສົ່ງອອກ ແລະ ຜ່ານແດນ ປະກອບມີ: ສານເຮັດຄວາມເຢັນ (CFC-11, CFC-12, CFC-15, HCFC-22, HCFC-123); ສານຜະລິດຟອງນ້ຳ (CFC-11, HCFC-141b); ສານເຄມີປ້ອງກັນສັດຕູພືດ (Methyl Bromide); ສານທຳຄວາມສະອາດ (CFC-113,1,1,1-TCA); ສານດັບເພິງ (Halon 1211, 1301, 2402); ສານຊຸກດັນ (CFC-11, CFC-12)  ແລະ ສານເຄມີໃນການແກ້ຫອບຫືດໃນການແພດ (CFC-11).

 

ແຫຼ່ງຂໍ້ມູນ: ກົມມົນລະພິດ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.