ສາລະບານ

ໝວດທີ I  ບົດບັນຍັດທົ່ວໄປ
ມາດຕາ 1  ຈຸດປະສົງ, ລະດັບຄາດໝາຍ ແລະ ຂອບເຂດການນໍາໃຊ້
ມາດຕາ 2  ຂອບເຂດການນໍາໃຊ້
ມາດຕາ 3  ອະທິບາຍຄໍາສັບ
ໜວດທີ II  ເງື່ອນໄຂການສ້າງຕັ້ງ ແລະ ການເຄື່ອນໄຫວບໍລິສັດ
ມາດຕາ 4 ເງື່ອນໄຂດ້ານບຸກຄະລາກອນໃນການສ້າງຕັ້ງ ບໍລິສັດ ຂາອອກ-ຂາເຂົ້າ
ມາດຕາ 5 ເງື່ອນໄຂດ້ານບຸກຄະລາກອນໃນການສ້າງຕັ້ງ ສາຂາຈໍາໜ່າຍ.
ມາດຕາ 6 ເງື່ອນໄຂດ້ານບຸກຄະລາກອນໃນການສ້າງຕັ້ງ ບໍລິສັດຂາຍຍົກພາຍໃນ.
ມາດຕາ 7 ເງື່ອນໄຂໃນການເຄື່ອນໄຫວ.
ມາດຕາ 8  ເງື່ອນໄຂດ້ານສະຖານທີ່
ມາດຕາ 9  ເງື່ອນໄຂດ້ານສາງ ແລະ ການເກັບຮັກສາ
ມາດຕາ 10  ເງື່ອນໄຂດ້ານການຂົນສົ່ງ
ມາດຕາ 11  ປ້າຍບໍລິສັດ, ສາຂາບໍລິສັດ, ຕົວແທນຈໍາໜ່າຍ.
ມາດຕາ 12  ເອກະສານທີ່ຈໍາເປັນໃນການດໍາເນີນທຸລະກິດດ້ານຢາ ແລະ ຜະລິດຕະພັນການແພດ
ມາດຕາ 13  ການດໍາເນີນທຸລະກິດດ້ານຢາ ແລະ ຜະລິດຕະພັນການແພດ
ໜວດທີ III  ການປະກອບເອກະສານໃນການຂໍອະນຸຍາດ
ມາດຕາ 14  ການປະກອບເອກະສານເພື່ອຂໍອະນຸຍາດ
ມາດຕາ 15  ການປະກອບເອກະສານຂໍຕໍ່ໃບອະນຸຍາດຂອງຜູ່ເປັນວິຊາການ
ມາດຕາ 16  ການປະກອບເອກະສານຂໍຍົກຍ້າຍສະຖານທີ່
ມາດຕາ 17  ການ ສະເໜີ ແລະ ຍື່ນເອກະສານເພື່ອຂໍສ້າງ ຕັ້ັງບໍລິສັດ
ໝວດ ທີ IV  ການອອກ, ການຕໍ່ໃບ ອະນຸຍາດ ວິຊາ ຊີບ ເພສັດຊະ ກໍາ ແລະ ການ ປິດ ການ ດໍາ ເນີນ ທຸລະ ກິດ
ມາດຕາ 18  ການອອກ ແລະ ການຕໍ່ໃບອະນຸຍາດວິຊາຊີບເພສັດຊະກໍາ.
ມາດຕາ 19  ການຈັດສົ່ງ, ການສໍາເນົາ ແລະ ເກັບມ້ຽນໃບທະບຽນວິຊາຊີບເພສັດຊະກໍາ
ມາດຕາ 20  ການປິດບໍລິສັດ, ສາຂາ ບໍລິສັດ/ໂຮງງານ, ຕົວແທນຈໍາໜ່າຍ.
ມາດຕາ 21  ການຍົກຍ້າຍສະຖານທີ່ຕັ້ງຂອງບໍລິສັດ, ສາຂາ ຫລື ຕົວແທນຈໍາໜ່າຍ.
ໝວດທີ V  ສິດ ແລະ ໜ້າ ທີ່ ຂອງຜູ່ ປະກອບ ການບໍລິສັດ
ມາດຕາ 22 ສິດ ຂອງ ຜູ່ ປະກອບ ການບໍລິສັດຂາອອກ-ຂາເຂົ້າດ້ານຢາ ແລະ ຜະລິດຕະພັນການແພດ
ມາດຕາ 23  ໜ້າທີ່ຂອງ ຜູ່ ປະກອບ ການບໍລິສັດຂາອອກ-ຂາເຂົ້າດ້ານຢາ ແລະ ຜະລິດຕະພັນການແພດ
ມາດຕາ 24  ສິດ ຂອງ ສາຂາຈໍາໜ່າຍ ຂອງບໍລິສັດ/ໂຮງງານຜະລິດຢາ ແລະ ຜະລິດຕະພັນການແພດ
ມາດຕາ 25  ໜ້າທີ່ຂອງ ຜູ່ ປະກອບ ການສາຂາ ບໍລິສັດ/ໂຮງງານຜະລິດຢາ ແລະ ຜະລິດຕະພັນການແພດ
ມາດຕາ 26  ສິດ ຂອງ ບໍລິສັດຂາຍຍົກພາຍໃນ ດ້ານຢາ ແລະ ຜະລິດຕະພັນການແພດ
ມາດຕາ 27  ໜ້າທີ່ຂອງ ຜູ່ ປະກອບ ການບໍລິສັດຂາຍຍົກພາຍໃນ ດ້ານຢາ ແລະ ຜະລິດຕະພັນການແພດ
ໝວດທີ VI  ການຮັບປະກັນຄຸນນະພາບ
ມາດຕາ 28  ຢາ ແລະ/ຫລື ຜະລິດຕະພັນການແພດ ທີ່ຈະນໍາເຂົ້າມາຈໍາໜ່າຍໃນ ສປປ ລາວ.
ມາດຕາ 29  ການກວດການໍາເຂົ້າ
ມາດຕາ 30  ການກວດກາວິໄຈຄຸນນະພາບ
ມາດຕາ 31  ເລກທະບຽນຢາ
ມາດຕາ 32  ການຕິດສະແຕັມ
ໝວດທີ VII  ຂໍ້ຫ້າມຕ່າງໆ
ມາດຕາ 33  ບໍລິສັດ, ສາຂາຈໍາໜ່າຍ ຫລື ບໍລິສັດຂາຍຍົກພາຍໃນຕ້ອງປະຕິບັດຢ່າງເຂັ້ມງວດ ຕໍ່ບັນດາຂໍ້ຫ້າມ
ໝວດທີ່ VIII  ນະໂຍບາຍ ແລະ ມາດຕະການ
ມາດຕາ 34  ນະໂຍບາຍຕໍ່ຜູ່ທີ່ມີຜົນງານ.
ມາດຕາ 35  ມາດຕະການຕໍ່ຜູ່ລະເມີດ.
ມາດຕາ 36  ໃນກໍລະນີຮ້າຍແຮງ ເປັນອັນຕະລາຍເຮັດໃຫ້ຜູ່ຊົມໃຊ້ເສຍອົງຄະ ເສຍຊີວິດ
ໝວດທີ IX  ການຈັດຕັ້ງປະຕິບັດ
ມາດຕາ 37  ມອບໃຫ້ກົມອາຫານ ແລະ ຢາ ຜັນຂະຫຍາຍໃຫ້ເປັນລະອຽດ ແລະ ເປັນ ເຈົ້າ ການຈັດຕັ້ງປະຕິບັດຂໍ້ຕົກລົງມາດຕາ 38.   ຂໍ້ຕົກລົງສະບັບນີ້ມີຜົນບັງຄັບໃຊ້ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງສາທາລະນະສຸກ     ເລກທີ 1820/ສທ
 ນະຄອນຫຼວງວຽງຈັນ,  ລົງວັນທີ 25/08/2017 

ຂໍ້ຕົກລົງ
ວ່າດ້ວຍການສ້າງຕັ້ງ ບໍລິສັດ ດຳເນີນທຸລະກິດ ດ້ານຢາ ແລະ ຜະລິດຕະພັນການແພດ

(ສະບັບປັບປຸງ)

-  ອີງຕາມ  ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ) ສະບັບເລກທີ 07/ສພຊ, ລົງວັນທີ 21 ທັນວາ 2011.
-  ອີງຕາມ  ກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ) ສະບັບເລກທີ 46/ສພຊ, ລົງວັນທີ 26 ທັນວາ 2013.
-  ອີງຕາມ  ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສາທາລະນະສຸກ  ສະບັບເລກທີ 178/ນຍ, ລົງວັນທີ 05                    ເມສາ 2012.
-  ອີງຕາມ  ການສະເຫນີຂອງກົມອາຫານ ແລະ ຢາ ການຄົ້ນຄ້ວາຂອງ ກົມມະຫາພາກ ແລະ ການນໍາ ຂອງ ກະຊວງສາທາລະນະສຸກ.

ລັດຖະມົນຕີກະຊວງສາທາລະນະສຸກ ອອກຂໍ້ຕົກລົງ:
ໝວດທີ I
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ, ລະດັບຄາດໝາຍ ແລະ ຂອບເຂດການນໍາໃຊ້
1.    ຈຸດປະສົງ
ຂໍ້ຕົກລົງສະບັບນີ້ກໍານົດບັນດາຫຼັກການ, ລະບຽບການ, ມາດຕະການ ການຄຸ້ມຄອງ ການເຄື່ອນໄຫວຂອງບໍລິສັດ ທີ່ດໍາເນີນທຸລະກິດ ດ້ານຢາ ຫລື/ແລະ ຜະລິດຕະພັນການແພດໃຫ້ຖືກຕ້ອງຕາມ ກົດໝາຍ, ລະບຽບການ ແລະ ຫຼັກການວິຊາສະເພາະ. 
2.    ລະດັບຄາດໝາຍ
ຮັບປະກັນໃຫ້ການດໍາເນີນທຸລະກິດດ້ານຢາ ແລະ ຜະລິດຕະພັນການແພດ ຖືກຕ້ອງຕາມກົດໝາຍ, ລະບຽບການ ແລະ ຫຼັກການທີ່ໄດ້ກໍານົດໄວ້ ແລະ ສອດຄ່ອງກັບລະບຽບການຄຸ້ມຄອງຂອງພາກພື້ນ ແລະ ສາກົນ.
ຮັບປະກັນໃຫ້ຜູ້ບໍລິໂພກ ໄດ້ຮັບຢາ ແລະ ຜະລິດຕະພັນການແພດໃຫ້ມີຄຸນນະພາບ, ປະສິດທິພາບ, ປອດໄພ ແລະ ມີຄວາມເປັນທໍາ ທັງເປັນການປະກອບສ່ວນເຂົ້າໃນການພັດທະນາ ແລະ ສ້າງສາປະເທດຊາດ. ຂ້າງເທິງ

ມາດຕາ 2. ຂອບເຂດການນໍາໃຊ້
ຂໍ້ຕົກລົງສະບັບນີ້ ມີຂອບເຂດການນໍາໃຊ້ສໍາລັບບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທີ່ຄຸ້ມຄອງ ຫຼື ດໍາເນີນທຸລະກິດ ຂາອອກ-ຂາເຂົ້າ ແລະ ຈໍາໜ່າຍ ຢາ ແລະ ຜະລິດຕະພັນການແພດໃນຂອບເຂດທົ່ວປະເທດ. 

ມາດຕາ 3. ອະທິບາຍຄໍາສັບ
1.    ຢາ ໝາຍເຖິງ ວັດຖຸຢ່າງໜຶ່ງ ຫຼື ວັດຖຸປະກອບຫຼາຍຢ່າງທີ່ອອກລິດ ແລະ ອອກລິດປະສົມເຂົ້ານຳກັນ ທີ່ນຳ ໃຊ້ສຳລັບກັນພະຍາດ ແລະ ປິ່ນປົວ, ຊ່ວຍໃນການພິສູດ ແລະ ບົ່ງມະຕິພະຍາດ, ບັນເທົາອາການເຈັບປວດ, ດັດແກ້, ປັບປຸງ, ເຊີດຊູ, ບຳລຸງ, ຮັກສາ ຫຼື ປ່ຽນແປງໜ້າທີ່ການຂອງຮ່າງກາຍ, ຟື້ນຟູສຸຂະພາບກາຍ ແລະ ຈິດໃຈຂອງຄົນ. ຢາປະກອບດ້ວຍຢາຫຼວງ ແລະ ຢາພື້ນເມືອງ;
2.    ຜະລິດຕະພັນການແພດ ໝາຍເຖິງ ວັດຖຸ ຫຼື ທາດໃດໜຶ່ງທີ່ມີການນໍາໃຊ້ເຂົ້າໃນວົງການແພດ ລວມທັງ ຜະລິດຕະພັນໃດໜຶ່ງທີ່ນໍາໃຊ້ທົ່ວໄປໃນສັງຄົມ ເຊັ່ນ: ອຸປະກອນການແພດ, ຜະລິດຕະພັນເສີມສຸຂະພາບ, ເຄື່ອງສໍາອາງ, ເຄມີຄວບຄຸມ ແລະ ເຄມີອັນຕະລາຍທີ່ໃຊ້ໃນຄົວເຮືອນ;
3.    ບໍລິສັດ ໝາຍເຖິງ ຫົວໜ່ວຍທຸລະກິດ ທີ່ນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍ ຢາ ແລະ ຜະລິດຕະພັນການພດ ຊຶ່ງໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກ;
4.    ການສົ່ງອອກ ໝາຍເຖິງ ການສົ່ງ ຢາ ແລະ ຜະລິດຕະພັນການແພດ ອອກໄປຕ່າງປະເທດໂດຍປະຕິບັດຕາມກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ;
5.    ການນໍາເຂົ້າ ໝາຍເຖິງ ການນໍາເຂົ້າຢາ ແລະ ຜະລິດຕະພັນການແພດ ມາຈາກຕ່າງປະເທດ ເພື່ອຈໍາໜ່າຍ ໂດຍປະຕິບັດຕາມ ກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ;
6.    ສາຂາຈໍາໜ່າຍ ໝາຍເຖິງ ຫົວໜ່ວຍທຸລະກິດຊຶ່ງເປັນຕົວແທນໃຫ້ບໍລິສັດແມ່ ຫລື ໂຮງງານ ໃນການຈໍາໜ່າຍຢາ ແລະ ຜະລິດຕະພັນການແພດ ທີ່ ສົ່ງ ມາຈາກບໍລິສັດແມ່ ຫລື ໂຮງງານທີ່ ເປັນ ຕົວ ແທນ ໃຫ້;
7.    ການຂາຍຍົກ ໝາຍເຖິງ ການຂາຍໃນປະລິມານຫຼາຍ ເພື່ອຈໍາໜ່າຍໃຫ້ບັນດາບໍລິສັດຂາຍຍົກພາຍໃນ, ຮ້ານຂາຍຍ່ອຍຢາ, ສະຖານບໍລິການສາທາລະນະສຸກ ຂອງລັດ ແລະ ເອກະຊົນ ທີ່ໄດ້ຮັບອະນຸຍາດຕາມລະບຽບການ. ຜູ່ມີສິດຂາຍຍົກແມ່ນບຸກຄົນ, ນິຕິບຸກຄົນ ທີ່ເຮັດບໍລິສັດ ຂາອອກ-ຂາເຂົ້າ ຫລື ສາຂາໂຮງງານຜະລິດຢາ, ສາຂາບໍລິສັດ ຫລື ຕົວແທນຈໍາໜ່າຍຂອງບໍລິສັດ ແລະ ບໍລິສັດ ຂາຍຍົກພາຍໃນ;
8.    ບໍລິສັດຂາຍຍົກພາຍໃນ ໝາຍເຖິງ ບໍລິສັດທີ່ຂາຍ ຢາ ແລະ ຜະລິດຕະພັນການແພດ ເຊິ່ງຊື້ມາຈາກບັນດາໂຮງງານຜະລິດຢາພາຍໃນ ຫຼື ບໍລິສັດຂາອອກ-ຂາເຂົ້າ ທີ່ນໍາເຂົ້າມາຢ່າງຖືກຕ້ອງ ເພື່ອຈຸດປະສົງນໍາໄປຂາຍຕໍ່ໃຫ້ລູກຄ້າ ເພື່ອຈະເອົາໄປຂາຍຍ່ອຍຕໍ່;
9.    ການຂາຍຍ່ອຍ ໝາຍເຖິງ ການຂາຍໂດຍກົງໃຫ້ຄົນເຈັບ ຕາມໃບສັ່ງຂອງແພດ, ການແນະນໍາຂອງແພດ ຫລື ຂາຍຕາມຄວາມຈໍາເປັນນໍາໃຊ້ຂອງຄົນເຈັບ ເຊັ່ນ: ຂາຍເປັນ ຫຼອດ, ເປັນເມັດ, ເປັນແຜງ, ເປັນແຕະ ແລະ ອື່ນໆ;
10.     ການມັດຫໍ່ຄືນ ໝາຍເຖິງ ການປ່ຽນແປງຮູບແບບການບັນຈຸເດີມ ເພື່ອໃຫ້ມີຄວາມເໝາະສົມໃນການນໍາໄປຈໍາໜ່າຍ ຫຼື ປັບປຸງການບັນຈຸຢາ ແລະ ຜະລິດຕະພັນການແພດໃຫ້ສອດຄ່ອງຕາມການຮຽກຮ້ອງຂອງລະບຽບການດ້ານຢາ ຂອງ ສປປ ລາວ. ຂ້າງເທິງ

ໜວດທີ II
ເງື່ອນໄຂການສ້າງຕັ້ງ ແລະ ການເຄື່ອນໄຫວ
ບໍລິສັດ ຂາອອກ-ຂາເຂົ້າ, ສາຂາຈໍາໜ່າຍ ແລະ ຂາຍຍົກພາຍໃນ
ດ້ານຢາ ແລະ ຜະລິດຕະພັນການແພດ

ມາດຕາ 4. ເງື່ອນໄຂດ້ານບຸກຄະລາກອນໃນການສ້າງຕັ້ງ ບໍລິສັດ ຂາອອກ-ຂາເຂົ້າ
ຜູ່ມີຈຸດປະສົງດໍາເນີນທຸລະກິດການສົ່ງອອກ-ນໍາເຂົ້າຢາ ແລະ /ຫລື ຜະລິດຕະພັນການແພດ ຢູ່ໃນ ສປປ ລາວ ຕ້ອງປະຕິບັດດັ່ງນີ້:
4.1   ບຸກຄົນຫລື ນິຕິບຸກຄົນ ຈະແມ່ນຄົນລາວ ຫລື ຄົນຕ່າງປະເທດ ທີ່ມີຈຸດປະສົງສ້າງຕັ້ງບໍລິສັດຂາອອກ-ຂາເຂົ້າ ດ້ານຢາ ແລະ/ຫລື ຜະລິດຕະພັນການແພດ ຕ້ອງປະຕິບັດຕາມກົດໝາຍທຸລະກິດ, ກົດໝາຍແຮງງານ, ກົດໝາຍບັນຊີ, ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ, ບັນດາຂໍ້ຕົກລົງ ແລະ ລະບຽບການຕ່າງໆ ທີ່ກ່ຽວຂ້ອງຂອງກະຊວງສາທາລະນະສຸກ;
4.2   ຕ້ອງມີເພສັດຊະກອນທີ່ເປັນຄົນສັນຊາດລາວ ຊື່ງມິໃບປະກາດສະນິຍະບັດ ຫລື ໃບຢັ້ງຢືນສໍາເລັດ ການສຶກສາ ວິຊາຊີບເພສັດຊະກໍາ ທີ່ອອກໃຫ້ໂດຍ ສະຖາບັນການສຶກສາທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ແລະ ໄດ້ຮັບອະນຸຍາດວິຊາຊີບເພສັດຊະກຳຈາກກະຊວງສາທາລະນະສຸກ ແລະ ຕ້ອງມີປະສົບປະການຮັບໃຊ້ວຽກງານດ້ານເພສັດຊະກໍາ 05 ປີ ຂື້ນໄປ ໂດຍມີໃບຢັ້ງຢືນການຮັບໃຊ້ວິຊາສະເພາະຈາກພາກສ່ວນທີ່ກ່ຽວຂ້ອງ, ຖ້າແມ່ນພະນັກງານສັງກັດລັດຕ້ອງມີໃບແຕ່ງຕັ້ງຢ່າງເປັນທາງການ;
4.3   ສໍາລັບບໍລິສັດທີ່ດໍາເນີນທຸລະກິດດ້ານຜະລິດຕະພັນການແພດນອກຈາກຂໍ້ຕົກລົງນີ້ແລ້ວຍັງຕ້ອງຈັດຕັ້ງປະຕິບັດຕາມເງື່ອນໄຂທີ່ກໍານົດໄວ້ໃນລະບຽບການສະເພາະ ໂດຍສະເພາະການດໍາເນີນທຸລະກິດດ້ານເຄື່ອງສໍາອາງ;
4.4   ຕ້ອງແມ່ນຜູ່ທີ່ບໍ່ຢູ່ໃນໄລຍະຖືກດໍາເນີນຄະດີ ຫລື ປະລະໜ້າທີ່ ຫລື ຖືກປະຕິບັດວິໄນຍ້ອນການຜິດພາດ ທາງດ້ານວິຊາຊີບເພສັດຊະກໍາ ຫລື ຄ້າຂາຍຢາເສບຕິດໃຫ້ໂທດ;
4.5   ຕ້ອງມີສຸຂະພາບແຂງແຮງ, ບໍ່ເປັນໂລກຈິດ, ບໍ່ເສບຢາເສບຕິດ;
4.6   ສໍາລັບຢັ້ງຢືນການຮັບໃຊ້ວິຊາຊີບເພສັດຊະກໍາຖ້າແມ່ນພະນັກງານທີ່ໄດ້ຜ່ານການສັງກັດລັດ ແມ່ນອົງການລັດກ່ຽວຂ້ອງເປັນຜູ້ຢັ້ງຢືນ, ໃນກໍລະນີຜ່ານການຮັບໃຊ້ວິຊາຊີບເພສັດຊະກໍາໃນພາກເອກະຊົນນອກຈາກຢັ້ງຢືນຈາກພາກສ່ວນກ່ຽວ ຂ້ອງແລ້ວຍັງຕ້ອງໄດ້ຜ່ານການຢັ້ງຢືນຮັບຮູ້ຈາກພາກລັດທີ່ເປັນອົງການຄຸ້ມຄອງກ່ຽວຂ້ອງຂັ້ນແຂວງ, ນະຄອນຕື່ມອີກ. ຂ້າງເທິງ

ມາດຕາ 5. ເງື່ອນໄຂດ້ານບຸກຄະລາກອນໃນການສ້າງຕັ້ງ ສາຂາຈໍາໜ່າຍ.
ຜູ່ມີຈຸດປະສົງດໍາເນີນທຸລະກິດ ສາຂາຈໍາໜ່າຍ ດ້ານຢາ ແລະ /ຫລື ຜະລິດຕະພັນການແພດ ຢູ່ໃນ ສປປ ລາວ ຕ້ອງປະຕິບັດດັ່ງນີ້:
5.1   ບຸກຄົນຫລື ນິຕິບຸກຄົນ ຈະແມ່ນຄົນລາວ ຫລື ຄົນຕ່າງປະເທດ ທີ່ມີຈຸດປະສົງສ້າງຕັ້ງ ສາຂາຈໍາໜ່າຍ ດ້ານຢາ ແລະ/ຫລື ຜະລິດຕະພັນການແພດ ຕ້ອງປະຕິບັດຕາມກົດໝາຍທຸລະກິດ, ກົດໝາຍແຮງງານ, ກົດໝາຍບັນຊີ, ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ, ບັນດາຂໍ້ຕົກລົງ ແລະ ລະບຽບການຕ່າງໆ ທີ່ກ່ຽວຂ້ອງຂອງກະຊວງສາທາລະນະສຸກ;
5.2   ສໍາລັບສາຂາບໍລິສັດທີ່ດໍາເນີນທຸລະກິດດ້ານຜະລິດຕະພັນການແພດ ແມ່ນໃຫ້ຈັດຕັ້ງປະຕິບັດຕາມເງື່ອນໄຂທີ່ກໍານົດໄວ້ໃນລະບຽບການສະເພາະ;
5.3  ຕ້ອງມີເພສັດຊະກອນ ຫຼື ຜູ່ຊ່ວຍເພສັດຊະກອນ (ການຢາຊັ້ນກາງ) ທີ່ເປັນຄົນສັນຊາດລາວ ຊື່ງມິໃບປະກາດສະນິຍະບັດ ຫລື ໃບຢັ້ງຢືນສໍາເລັດການສຶກສາວິຊາຊີບເພສັດຊະກໍາ ທີ່ອອກໃຫ້ໂດຍ ສະຖານບັນການສຶກສາທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ແລະ ໄດ້ຮັບອະນຸຍາດວິຊາຊີບເພສັດຊະກຳຈາກກະຊວງສາທາລະນະສຸກ ແລະ ຕ້ອງມີປະສົບປະການຮັບໃຊ້ວຽກງານການຢາ 04 ປີ ຂື້ນໄປ. ຖ້າແມ່ນພະນັກງານສັງກັດລັດຕ້ອງມີໃບແຕ່ງຕັ້ງຢ່າງເປັນທາງການ;
5.4   ຕ້ອງແມ່ນຜູ່ທີ່ບໍ່ຢູ່ໃນໄລຍະຖືກດໍາເນີນຄະດີ ຫລື ປະລະໜ້າທີ່ ຫລື ຖືກປະຕິບັດວິໄນຍ້ອນການຜິດພາດ ທາງດ້ານວິຊາຊີບເພສັດຊະກໍາ ຫລື ຄ້າຂາຍຢາເສບຕິດໃຫ້ໂທດ;
5.5   ຕ້ອງມີສຸຂະພາບແຂງແຮງ, ບໍ່ເປັນໂລກຈິດ, ບໍ່ເສບຢາເສບຕິດ;
5.6   ສໍາລັບຢັ້ງຢືນການຮັບໃຊ້ວິຊາຊີບເພສັດຊະກໍາຖ້າແມ່ນພະນັກງານທີ່ໄດ້ຜ່ານການສັງກັດລັດ ແມ່ນອົງການລັດກ່ຽວຂ້ອງເປັນຜູ້ຢັ້ງຢືນ, ໃນກໍລະນີຜ່ານການຮັບໃຊ້ວິຊາຊີບເພສັດຊະກໍາໃນພາກເອກະຊົນນອກຈາກຢັ້ງຢືນຈາກພາກສ່ວນກ່ຽວ ຂ້ອງແລ້ວຍັງຕ້ອງໄດ້ຜ່ານການຢັ້ງຢືນຮັບຮູ້ຈາກພາກລັດທີ່ເປັນອົງການຄຸ້ມຄອງກ່ຽວຂ້ອງຂັ້ນແຂວງ, ນະຄອນຕື່ມອີກ. ຂ້າງເທິງ

ມາດຕາ 6. ເງື່ອນໄຂດ້ານບຸກຄະລາກອນໃນການສ້າງຕັ້ງ ບໍລິສັດຂາຍຍົກພາຍໃນ.
ຜູ່ມີຈຸດປະສົງດໍາເນີນທຸລະກິດການຂາຍຍົກພາຍໃນຢາ ແລະ /ຫລື ຜະລິດຕະພັນການແພດ ຢູ່ໃນ ສປປ ລາວ ຕ້ອງປະຕິບັດດັ່ງນີ້:
6.1   ບຸກຄົນຫລື ນິຕິບຸກຄົນ ຈະແມ່ນຄົນລາວ ຫລື ຄົນຕ່າງປະເທດ ທີ່ມີຈຸດປະສົງສ້າງຕັ້ງບໍລິສັດຂາຍຍົກພາຍໃນ ດ້ານຢາ ແລະ/ຫລື ຜະລິດຕະພັນການແພດ ຕ້ອງປະຕິບັດຕາມກົດໝາຍທຸລະກິດ, ກົດໝາຍແຮງງານ, ກົດໝາຍບັນຊີ, ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ, ບັນດາຂໍ້ຕົກລົງ ແລະ ລະບຽບການຕ່າງໆ ທີ່ກ່ຽວຂ້ອງຂອງກະຊວງສາທາ ລະນະສຸກ;
6.2   ສໍາລັບບໍລິສັດຂາຍຍົກພາຍໃນທີ່ດໍາເນີນທຸລະກິດດ້ານຜະລິດຕະພັນການແພດ ແມ່ນໃຫ້ຈັດຕັ້ງປະຕິບັດຕາມເງື່ອນໄຂທີ່ກໍານົດໄວ້ໃນລະບຽບການສະເພາະ;
6.3   ຕ້ອງມີເພສັດຊະກອນ ຫຼື ຜູ່ຊ່ວຍເພສັດຊະກອນ (ການຢາຊັ້ນກາງ) ທີ່ເປັນຄົນສັນຊາດລາວ ຊື່ງມິໃບປະກາດສະນິຍະບັດ ຫລື ໃບຢັ້ງຢືນສໍາເລັດ ການສຶກສາ ວິຊາຊີບເພສັດຊະກໍາ ທີ່ອອກໃຫ້ໂດຍ ສະຖາບັນການສຶກສາທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ແລະ ໄດ້ຮັບອະນຸຍາດວິຊາຊີບເພສັດຊະກຳຈາກກະຊວງສາທາລະນະສຸກ ແລະ ຕ້ອງມີປະສົບປະການຮັບໃຊ້ວຽກງານການຢາ 04 ປີ ຂື້ນໄປ. ຖ້າແມ່ນພະນັກງານສັງກັດລັດຕ້ອງມີໃບແຕ່ງຕັ້ງຢ່າງເປັນທາງການ;
6.4   ຕ້ອງແມ່ນຜູ່ທີ່ບໍ່ຢູ່ໃນໄລຍະຖືກດໍາເນີນຄະດີ ຫລື ປະລະໜ້າທີ່ ຫລື ຖືກປະຕິບັດວິໄນຍ້ອນການຜິດພາດ ທາງດ້ານວິຊາຊີບເພສັດຊະກໍາ ຫລື ຄ້າຂາຍຢາເສບຕິດໃຫ້ໂທດ;
6.5   ຕ້ອງມີສຸຂະພາບແຂງແຮງ, ບໍ່ເປັນໂລກຈິດ, ບໍ່ເສບຢາເສບຕິດ;
6.6   ສໍາລັບຢັ້ງຢືນການຮັບໃຊ້ວິຊາຊີບເພສັດຊະກໍາຖ້າແມ່ນພະນັກງານທີ່ໄດ້ຜ່ານການສັງກັດລັດ ແມ່ນອົງການລັດກ່ຽວຂ້ອງເປັນຜູ້ຢັ້ງຢືນ, ໃນກໍລະນີຜ່ານການຮັບໃຊ້ວິຊາຊີບເພສັດຊະກໍາໃນພາກເອກະຊົນນອກຈາກຢັ້ງຢືນຈາກພາກສ່ວນກ່ຽວ ຂ້ອງແລ້ວຍັງຕ້ອງໄດ້ຜ່ານການຢັ້ງຢືນຮັບຮູ້ຈາກພາກລັດທີ່ເປັນອົງການຄຸ້ມຄອງກ່ຽວຂ້ອງຂັ້ນແຂວງ, ນະຄອນຕື່ມອີກ. ຂ້າງເທິງ

ມາດຕາ 7. ເງື່ອນໄຂໃນການເຄື່ອນໄຫວ.
7.1   ບຸກຄົນ ຫລື ນິຕິບຸກຄົນທີ່ດໍາເນີນທຸລະກິດຂາອອກ-ຂາເຂົ້າຢາ ແລະ ຜະລິດຕະພັນການແພດ  ແມ່ນການຈັດຕັ້ງທີ່ເຮັດຂາອອກ-ຂາເຂົ້າຢາ ແລະ ຜະລິດຕະພັນການແພດໂດຍສະເພາະ, ບໍ່ໃຫ້ປົນເປກັບສິນຄ້າຊະນິດອື່ນ;
7.2   ຢາ ແລະ ຜະລິດຕະພັນການແພດທີ່ນໍາມາຈໍາໜ່າຍຕ້ອງມີກັບກ່ອງບັນຈຸຫຸ້ມຫໍ່ ແລະ ໃບແນະນໍາການນໍາໃຊ້ ຢາ ແລະຜະລິດຕະພັນການແພດຕາມຫຼັກວິຊາການ ແລະ ຕ້ອງໃຫ້ມີເນື້ອໃນເປັນພາສາລາວ. ຂ້າງເທິງ

ມາດຕາ 8. ເງື່ອນໄຂດ້ານສະຖານທີ່
ສະຖານທີ່ດໍາເນີນທຸລະກິດ ຂາອອກ-ຂາເຂົ້າ, ສາຂາບໍລິສັດ/ໂຮງງານ ແລະ ຕົວແທນຈໍາໜ່າຍ ຕ້ອງສະອາດ, ມີເນື້ອທີຢ່າງຕໍ່າ 20 ຕາລາງແມັດຂຶ້ນໄປ, ເປັນຫ້ອງເຮືອນສະເພາະ, ບໍ່ປົນເປສະຖານທີ່ພັກເຊົາ ແລະ ບ່ອນຂາຍ ເຄື່ອງອື່ນໆ ທີ່ບໍ່ແມ່ນຢາ ຫຼື ຜະລິດ ຕະພັນ ການ ແພດ. 

ມາດຕາ 9. ເງື່ອນໄຂດ້ານສາງ ແລະ ການເກັບຮັກສາ
9.1  ສໍາລັບບໍລິສັດ ຂາອອກ - ຂາເຂົ້າ ດ້ານຢາ ແລະ ຜະລິດຕະພັນການແພດ
9.1.1 ຕ້ອງມີສະຖານທີ່ເກັບມ້ຽນສິນຄ້າທີ່ສະອາດ ແລະ ຖືກຕ້ອງຕາມມາດຕະຖານ ຢ່າງນ້ອຍຂະໜາດ ຄວາມກວ້າງ 6 ແມັດ, ຄວາມຍາວ 12 ແມັດ ແລະ ຄວາມສູງຕາມຄວາມເໝາະສົມ, ພາຍໃນສາງໃຫ້ມີຫ້ອງປະຕິບັດງານວຽກງານຄຸ້ມຄອງສາງ, ລະບົບບັນຊີສາງ, ມີລະບົບປ້ອງກັນສັດ ແລະ ແມງໄມ້, ລະບົບປັບຄວາມເຢັນ, ແສງສະຫວ່າງ, ມີອຸປະກອນຕິດຕາມອຸນຫະພູມ ແລະ ຄວາມຊຸ່ມ ຕິດໄວ້ພາຍໃນສາງ ແລະ ມີການຕິດຕາມຢ່າງປົກະຕິ ແລະ ອື່ນໆ;
9.1.2 ພາຍໃນສາງຕ້ອງມີອຸປະກອນຮັບໃຊ້ທີ່ຈໍາເປັນເຊັ່ນ: ຖ້ານຮອງພື້ນ, ຕູ້ຖ້ານໃສ່ຜະລິດຕະພັນ, ອຸປະກອນຍົກຍໍ ແລະ ຊ່ວຍເຄື່ອນຍ້າຍ ຜະລິດຕະພັນ, ເຄື່ອງມືທີ່ໃຊ້ໃນການຕິດຕາມລະບົບສາງ ແລະ ປະຕິບັດຕາມຫລັກການການເກັບຮັກສາທີ່ດີ ເຊິ່ງໄດ້ລະບຸໃນລະບຽບການຂາຍຍົກທີ່ດີ (Good Whole selling Practice/GWP);
9.1. 3 ຖ້າບໍ່ມີເງື່ຶອນໄຂໃນການຈັດຫ້ອງປະຕິບັດງານພາຍໃນສາງ ຕ້ອງປະກອບອຸປະກອນທີ່ຈໍາເປັນໃນການຄຸ້ມຄອງສາງຢູ່ພາຍນອກ ແລະ ປະຕິບັດຕາມຫຼັກການຄຸ້ມຄອງສາງທີ່ດີ. (Good Storage Practice/GSP);
9.1.4 ໃນກໍລະນີທີ່ມີການດໍາເນີນທຸລະກິດດ້ານຢາເສບຕິດ, ຢາອອກລິດຕໍ່ຈິດ-ປະສາດ ຕ້ອງມີຕູ້ສະເພາະທີ່ແໜ້ນໜາ ແລະ ໃສ່ກະແຈເພື່ອຮັກສາຢາດັ່ງກ່າວ;
9.1.5 ມີຕູ້ເຢັນທີ່ມີອຸນຫະພູມ ສູງສຸດບໍ່ໃຫ້ເກີນ 2 - 8 ອົງສາເຊ ພ້ອມດ້ວຍເຄື່ອງວັດແທກອຸນຫະພູມໃນກໍລະນີທີ່ມີຢາຕ້ອງຮັກສາໄວ້ໃນຄວາມເຢັນ ເຊັ່ນ: ຢາຍັດທະວານ ຫລື ຢາອື່ນໆ;
9.1.6 ໃນກໍລະນີມີການປັບປຸງການມັດຫໍ່ເພື່ອໃຫ້ສອດຄ່ອງຕາມລະບຽບຫຼັກການ ບໍລິສັດຕ້ອງມີເຄື່ອງມືທີ່ໃຊ້, ເຄື່ອງບັນຈຸຫຸ້ມຫໍ່ທີ່ເໝາະສົມ, ມີອຸປະກອນອື່ນໆ ທີ່ເຫັນວ່າມີຄວາມຈໍາເປັນ ແລະ ມີຫຼັກການໃນການບັນຈຸຫຸ້ມຫໍ່ທີ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງຕາມລະບຽບການຈາກເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອຮັບປະກັນຄຸນນະພາບ;
9.1.7 ຖ້າມີການດໍາເນີນທຸລະກິດກ່ຽວກັບວັກແຊງ, ແລະ ຜະລິດຕະພັນທາງຊີວະສາດ  (Biological Product) ຜູ່ປະກອບການຕ້ອງມີເງື່ອນໄຂເກັບຮັກສາ, ເງື່ອນໄຂໃນການຂົນສົ່ງ ແລະ ປະຕິບັດການຄຸ້ມຄອງຄຸນນະພາບ ໃຫ້ໄດ້ມາດຕະຖານໃນການຈໍລະຈອນຈໍາໜ່າຍ ຕາມມາດຕະຖານຂອງພາກພື້ນ ຫຼື ສາກົນ ເຊັ່ນ: ຕູ້ສໍາລັບເກັບຮັກສາວັກແຊັງແຕ່ລະປະເພດຕາມເງື່ຶອນໄຂຮຽກຮ້ອງ ລວມທັງພາຫະນະ ທີ່ ມີເງື່ອນໄຂເກັບຮັກສາໃນເວລາຂົນສົ່ງ. 
9. 2 ສໍາລັບສາຂາ ຫຼື ຕົວແທນຈໍາໜ່າຍ ບໍລິສັດ ແລະ ສາຂາຂອງໂຮງງານຜະລິດຢາ
ສາຂາ ຫຼື ຕົວແທນຈໍາໜ່າຍ ບໍລິສັດ ແລະ ສາຂາຂອງໂຮງງານຜະລິດຢາ ຕ້ອງມີເງື່ອນໄຂດ້ານການເກັບຮັກສາດັ່ງນີ້:

9. 2. 1 ຕ້ອງມີສະຖານທີ່ເກັບມ້ຽນສິນຄ້າທີ່ສະອາດ ແລະ ຖືກຕ້ອງຕາມມາດຕະຖານ ຢ່າງນ້ອຍຂະໜາດ ຄວາມກວ້າງ 4 ແມັດ, ຄວາມຍາວ 8 ແມັດ ແລະ ຄວາມສູງຕາມຄວາມເໝາະສົມ;
9. 2. 2 ມີລະບົບບັນຊີສາງ, ມີລະບົບປ້ອງກັນສັດ ແລະ ແມງໄມ້, ລະບົບປັບຄວາມເຢັນ, ແສງສະຫວ່າງ, ມີອຸປະກອນຕິດຕາມອຸນຫະພູມ ແລະ ຄວາມຊຸ່ມ ຕິດໄວ້ພາຍໃນສາງ ແລະ ມີການຕິດຕາມຢ່າງປົກະຕິ ແລະ ອື່ນໆ;
9. 2. 3 ພາຍໃນສາງຕ້ອງມີອຸປະກອນຮັບໃຊ້ທີ່ຈໍາເປັນເຊັ່ນ: ຖ້ານຮອງພື້ນ, ຕູ້ຖ້ານໃສ່ຜະລິດຕະພັນ, ອຸປະກອນຊ່ວຍເຄື່ອນ ຍ້າຍ ຜະລິດຕະພັນ, ເຄື່ອງມືທີ່ໃຊ້ໃນການຕິດຕາມລະບົບສາງ ແລະ ປະຕິບັດຕາມຫລັກການການເກັບຮັກສາທີ່ດີ ເຊິ່ງໄດ້ລະບຸໃນລະບຽບການຂາຍຍົກທີ່ດີ (GWP);
9. 2. 4 ໃນກໍລະນີທີ່ມີການດໍາເນີນທຸລະກິດດ້ານຢາອອກລິດຕໍ່ຈິດ-ປະສາດ ຕ້ອງມີຕູ້ສະເພາະທີ່ແໜ້ນໜາ ແລະ ໃສ່ກະແຈເພື່ອຮັກສາຢາດັ່ງກ່າວ;
9. 2. 5 ມີຕູ້ເຢັນທີ່ມີອຸນຫະພູມ ສູງສຸດບໍ່ໃຫ້ເກີນ 2 - 8 ອົງສາເຊ ພ້ອມດ້ວຍເຄື່ອງວັດແທກອຸນຫະພູມໃນກໍລະນີທີ່ມີຢາຕ້ອງຮັກສາໄວ້ໃນຄວາມເຢັນ ເຊັ່ນ: ຢາຍັດທະວານ ຫລື ຢາອື່ນໆ.  

9. 3 ສໍາລັບບໍລິສັດຂາຍຍົກພາຍໃນດ້ານຢາ ແລະ ຜະລິດຕະພັນການແພດ  
ບໍລິສັດຂາຍຍົກພາຍໃນດ້ານຢາ ແລະ ຜະລິດຕະພັນການແພດ ຕ້ອງມີເງື່ອນໄຂໃນການເກັບຮັກສາດັ່ງນີ້:
9. 3. 1 ຕ້ອງມີສະຖານທີ່ເກັບມ້ຽນສິນຄ້າທີ່ສະອາດ ແລະ ຖືກຕ້ອງຕາມມາດຕະຖານ ຢ່າງນ້ອຍຂະໜາດ ຄວາມກວ້າງ 6   ແມັດ, ຄວາມຍາວ 12 ແມັດ ແລະ ຄວາມສູງຕາມຄວາມເໝາະສົມ;
9. 3. 2 ມີລະບົບບັນຊີສາງ, ມີລະບົບປ້ອງກັນສັດ ແລະ ແມງໄມ້, ລະບົບປັບ ຄວາມເຢັນ, ແສງສະຫວ່າງ, ມີອຸປະກອນຕິດຕາມອຸນຫະພູມ ແລະ ຄວາມຊຸ່ມ ຕິດໄວ້ພາຍໃນສາງ ແລະ ມີການຕິດຕາມຢ່າງປົກະຕິ ແລະ ອື່ນໆ;
9. 3. 3 ພາຍໃນສາງຕ້ອງມີອຸປະກອນຮັບໃຊ້ທີ່ຈໍາເປັນເຊັ່ນ: ຖ້ານຮອງພື້ນ, ຕູ້ຖ້ານໃສ່ຜະລິດຕະພັນ, ອຸປະກອນຊ່ວຍເຄື່ອນ ຍ້າຍຜະລິດຕະພັນ, ເຄື່ອງມືທີ່ໃຊ້ໃນການຕິດຕາມລະບົບສາງ ແລະ ປະຕິບັດຕາມຫລັກການການເກັບຮັກສາທີ່ດີ ເຊິ່ງໄດ້ລະບຸໃນລະບຽບການຂາຍຍົກທີ່ດີ (GWP);
9. 3. 4 ມີຕູ້ເຢັນທີ່ມີອຸນຫະພູມ ສູງສຸດບໍ່ໃຫ້ເກີນ 2 - 8 ອົງສາເຊ ພ້ອມດ້ວຍເຄື່ອງວັດແທກອຸນຫະພູມໃນກໍລະນີທີ່ມີຢາຕ້ອງຮັກສາໄວ້ໃນຄວາມເຢັນ ເຊັ່ນ: ຢາຍັດທະວານ ຫລື ຢາອື່ນໆ. ຂ້າງເທິງ

ມາດຕາ 10. ເງື່ອນໄຂດ້ານການຂົນສົ່ງ
ບໍລິສັດຂາເຂົ້າ-ຂາອອກ, ສາຂາຈໍາໜ່າຍບໍລິສັດ, ໂຮງງານຜະລິດຢາ ແລະ ບໍລິສັດຂາຍຍົກພາຍໃນດ້ານຢາ ແລະ ຜະລິດ ຕະພັນການແພດ ໃນການຂົນສົ່ງຢາ ແລະ ຜະລິດຕະພັນການແພດຕ້ອງປະຕິບັດຕາມຫຼັກການຈໍລະຈອນຈໍາໜ່າຍທີ່ດີ. ພາຫະນະ ແລະ ອຸປະກອນທີ່ຮັບໃຊ້ໃນການຂົນສົ່ງຕ້ອງໃຫ້ສອດຄ່ອງກັບຫຼັກການເກັບຮັກສາຢາ ແລະ ຜະລິດຕະພັນການແພດ ເຊິ່ງຕ້ອງເອົາໃຈໃສ່ດ້ານເງື່ອນໄຂອຸນນະພູມ, ຄວາມຊຸ່ມ ແລະ ແສງແດດ ເພື່ອຮັບປະກັນຄຸນນະພາບຂອງຢາ ແລະ ຜະລິດຕະພັນການແພດໃນຂອດການຈໍລະຈອນ. 

ມາດຕາ 11. ປ້າຍບໍລິສັດ, ສາຂາບໍລິສັດ, ຕົວແທນຈໍາໜ່າຍ.
ຂາອອກ-ຂາເຂົ້າ, ສາຂາ ຫຼື ຕົວແທນຈໍາໜ່າຍ ບໍລິສັດ/ໂຮງງານ ແລະ ບໍລິສັດຂາຍຍົກພາຍໃນ ຕ້ອງມີປ້າຍຕິດສະເພາະ ແລະ ຕົວໜັງສືສີຂາວໃນພື້ນທີ່ສີຂຽວ ທີ່ຂຽນຢ່າງຈະແຈ້ງຕາມເນື້ອໃນລຸ່ມນີ້:
-    ຊື່ບໍລິສັດເປັນພາສາລາວຢູ່ເທິງ ແລະ ພາສາສາກົນຢູ່ກ້ອງ;
-    ທີ່ຢູ່, ໂທລະສັບ, ເລກທະບຽນທຸລະກິດ, ຕ້ອງມີເຄື່ອງໝາຍກາງູສີຂຽວກ້ຽວຈອກສີດໍາຢູ່ໃນວົງມົນສີຂາວ;
-    ປ້າຍພື້ນມີສີຂຽວ, ຢ່າງໜ້ອຍ ຂະໜາດກ້ວາງ 80-100 cm, ຍາວ 200-250 cm ໂດຍທົ່ວໄປພາສາລາວ ຕ້ອງໃຫຍ່ກວ່າພາສາ ສາກົນ ແລະ ຕ້ອງໄດ້ຜ່ານການກວດກາຈາກພະແນກສາທາລະນະສຸກແຂວງ, ນະຄອນ ແລະ ຂະແໜງ ຖະແຫລງຂ່າວ ແລະ ວັດທະນະທໍາ;
-    ບໍລິສັດ, ສາຂາ ຫຼື ຕົວແທນຈໍາໜ່າຍ ບໍລິສັດ/ໂຮງງານ ແລະ ບໍລິສັດຂາຍຍົກພາຍໃນຫາກມີເງື່ອນໄຂໃນການເຮັດປ້າຍທີ່ໃຫຍ່ກວ່າມາດຕະຖານ ແມ່ນສາມາດປະຕິບັດໄດ້ ແຕ່ຂະໜາດຂອງປ້າຍບໍ່ໃຫ້ເກີນ 2 - 3 ເທົ່າຂອງຂະໜາດມາດຕະ ຖານທີ່ໄດ້ກໍານົດຂ້າງເທິງ, ໃຫ້ມີຄວາມຈົບງາມ, ສອດຄ່ອງຕາມຫຼັກວິຊາການດ້ານຢາ ແລະ ຜະລິດຕະພັນການແພດ, ບໍ່ໃຫ້ມີລັກສະນະດ້ານການໂຄສະນາສິນຄ້າ ແລະ ຕ້ອງໄດ້ຜ່ານການອະນຸຍາດຈາກ ເຈົ້າໜ້າທີ່ຄຸ້ມຄອງດ້ານຢາ ແລະ ເຈົ້າໜ້າທີ່ອື່ນໆ ທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 12. ເອກະສານທີ່ຈໍາເປັນໃນການດໍາເນີນທຸລະກິດດ້ານຢາ ແລະ ຜະລິດຕະພັນການແພດ
ບໍລິສັດຂາອອກ-ຂາເຂົ້າ, ສາຂາຈໍາໜ່າຍບໍລິສັດ, ໂຮງງານ ແລະ ບໍລິສັດຂາຍຍົກພາຍໃນ ຕ້ອງມີເອກະສານດັ່ງນີ້:
-    ໃບທະບຽນວິຊາຊີບເພສັດຊະກໍາ ແລະ ໃບອະນຸຍາດດໍາເນີນທຸລະກິດດ້ານຢາໃຫ້ແຂວນໄວ້ໃນຮ້ານບ່ອນ ທີ່ເຫັນໄດ້ງ່າຍ. ຕ້ອງມີໂຄງຮ່າງການຈັດຕັ້ງ, ຢ່າງໜ້ອຍປະກອບດ້ວຍ ຫົວໜ້າ ແລະ ຄະນະອໍານວຍການ, ບັນດາພະແນກການທີ່ຈໍາເປັນຈໍານວນໜຶ່ງເຊັ່ນ: ບັນຊີການເງິນ, ບັນຊີສາງ, ເພສັດຊະກອນ, ວິຊາ ການ ບໍລິຫານ, ການຕະຫລາດ ແລະ ອື່ນໆ... ຕ້ອງມີບັນຊີ ລາຍ ຊື່ ລະອຽດ ແລະ ມີກົດລະບຽບການເຄື່ອນ ໄຫວໂດຍສະເພາະ ແລະ ເອກະສານກໍານົດໜ້າວຽກຂອງພະນັກງານແຕ່ລະຕໍາແໜ່ງ;
-    ມີເອກະສານມາດຕະຖານຂັ້ນຕອນການປະຕິບັດງານ (Standard of Operation Procedures/SOP) ຂອງແຕ່ລະໜ້າວຽກທີ່ພົວພັນກັບການເຄື່ອນໄຫວຂອງບໍລິສັດ, ສາຂາ ແລະ ຕົວແທນ;
-    ເອກະສານນິຕິກຳ ເຊັ່ນ: ກົດໝາຍ, ດໍາລັດ, ຂໍ້ຕົກລົງ, ກົດລະບຽບ ແລະ ແຈ້ງການຕ່າງໆ ກ່ຽວກັບຢາ ແລະ ຜະລິດຕະ ພັນການແພດ;
-    ປຶ້ມຄູ່ມືການນໍາໃຊ້ຢາ;
-    ປື້ມຕິດຕາມການກວດກາຂອງເຈົ້າໜ້າທີ່ຄຸ້ມຄອງດ້ານຢາ ແລະ ຜະລິດຕະພັນການແພດ ແລະ ບັນທຶກຜົນຂອງການຕິດຕາມກວດກາໃນແຕ່ລະຄັ້ງ;
-    ບັນຊີຢາ ແລະ ຜະລິດຕະພັນການແພດ ທີ່ໄດ້ດໍາເນີນການຂຶ້ນທະບຽນ/ຈົດແຈ້ງ ແລະ ໄດ້ຮັບການຂຶ້ນທະບຽນ/ຈົດແຈ້ງແລ້ວ;
-    ມີບັນຊີລາຍຊື່ຂອງແຫຼ່ງສະໜອງຢາທີ່ມີຂໍ້ມູນທີ່ຢູ່ລະອຽດ, ຜູ້ຮັບຜິດຊອບກ່ຽວຂ້ອງ ແລະ ສັນຍາໃນການຮ່ວມທຸລະກິດທີ່ໄດ້ສ້າງຂຶ້ນ;
-    ບັນຊີຕິດຕາມຢາຢູ່ພາຍໃນບໍລິສັດ, ສາຂາຈໍາໜ່າຍ ເຊັ່ນ: ການຊື້ເຂົ້າ, ການຂາຍອອກ, ຈໍານວນຍັງເຫລືອຕົວຈິງພ້ອມດ້ວຍວັນເດືອນປີໝົດອາຍຸ ແລະ ຊຸດຜະລິດ ແລະ ແຫຼ່ງສະໜອງ;
-    ແບບຟອມລາຍງານການຕິດຕາມຜົນສະທ້ອນຈາກການໃຊ້ຢາ (Adverse Drug Reaction Report Form)
-    ສໍາເນົາໃບບິນຊື້ເຂົ້າ, ຂາຍອອກຂອງບໍລິສັດ, ສາຂາ ທີ່ມີຂໍ້ມູນຢ່າງຖືກຕ້ອງຕາມລະບຽບການດ້ານຢາ ແລະ ຜະລິດຕະພັນການແພດ ແລະ ເກັບຮັກສາໄວ້ບໍ່ໃຫ້ຫຼຸດ 05 ປີ;
-    ສໍາເນົາເອກະສານການນໍາເຂົ້າ, ສົ່ງອອກ, ນໍາສົ່ງ ຄົບຊຸດຂອງຢາ ແລະ ຜະລິດຕະພັນການແພດ ທີ່ມີໃນບໍລິສັດ ແລະ ສາຂາ ແລະ ເກັບຮັກສາໄວ້ບໍ່ໃຫ້ຫຼຸດ 05 ປີ;
-    ມີບົດລາຍງານປົກະຕິກ່ຽວກັບການເຄື່ອນໄຫວທຸລະກິດ ແລະ ບັນຊີຕິດຕາມການນຳເຂົ້າ, ຈຳໜ່າຍຜະລິດຕະພັນ ທຸກໆ 6 ເດືອນ;
-    ບັນຊີຢາຄວບຄຸມພິເສດ, ຢາເສບຕິດ ແລະ ຢາອອກລິດຕໍ່ຈິດປະສາດ ແລະ ບັນຊີອື່ນໆ. ຂ້າງເທິງ

ມາດຕາ 13. ການດໍາເນີນທຸລະກິດດ້ານຢາ ແລະ ຜະລິດຕະພັນການແພດ
ການດຳເນີນທຸລະກິດດ້ານຢາ ແລະ ຜະລິດຕະພັນການແພດ ຕ້ອງປະຕິບັດ:
1.   ບໍລິສັດ ຂາອອກ-ຂາເຂົ້າດ້ານຢາແລະ ຜະລິດຕະພັນການແພດ ນໍາເຂົ້າ ແລະ ສົ່ງອອກຜະລິດຕະພັນທີ່ໄດ້ຮັບການ ຂຶ້ນທະບຽນ ຫຼື ການຈົດແຈ້ງໂດຍບໍລິສັດຕົນເອງ, ຖ້າເປັນຜະລິດຕະພັນທີ່ບໍລິສັດອື່ນນໍາມາຂຶ້ນທະບຽນ ຫຼື ຈົດແຈ້ງຖ້າຕ້ອງການສົ່ງອອກ-ນໍາເຂົ້າຕ້ອງໄດ້ຮັບການມອບສິດເປັນຕົວແທນຈໍາໜ່າຍທີ່ມີເອກະສານຮັບຮູ້ຢ່າງຖືກຕ້ອງ;
2.   ບໍລິສັດ ຂາອອກ-ຂາເຂົ້າດ້ານຢາ ແລະ ຜະລິດຕະພັນການແພດ ທີ່ດໍາເນີນການປັບປຸງການມັດຫໍ່ຂອງຢາ ແລະ ຜະລິດ ຕະພັນການແພດ ຫຼື ແບ່ງບັນຈຸ  ຕ້ອງມີສະຖານທີ່ ແລະ ອຸປະກອນຮັບໃຊ້ທີ່ໄດ້ມາດຕະຖານ, ຮັບປະກັນດ້ານຄຸນນະພາບ ແລະ ຄວາມປອດໄພຂອງຜູ່ບໍລິໂພກ ແລະ ໄດ້ຮັບການກວດກາຈາກເຈົ້າໜ້າທີ່ກ່ຽວຂ້ອງ ເຊິ່ງໄດ້ຮັບອະນຸຍາດບົນເງື່ອນໄຂທີ່ສອດຄ່ອງຕາມລະບຽບການດ້ານຢາ ແລະ ຜະລິດຕະພັນການແພດ; 
3.   ທຸກການເຄື່ອນໄຫວຂອງບໍລິສັດຂາອອກ-ຂາເຂົ້າ, ບໍລິສັດຂາຍຍົກພາຍໃນຕ້ອງມີເອກະສານສັນຍາໃນການສະໜອງ ເພື່ອຮັບປະກັນຄຸນນະພາບໃນຂອດການຈໍລະຈອນ, ມີບັນຊີຜູ່ສະໜອງ ແລະ ບັນຊີລູກຄ້າ ດ້ວຍຂໍ້ມູນທີ່ລະອຽດ ເຊັ່ນ: ຊື່ບໍລິສັດ, ທີ່ຢູ່ລະອຽດ, ຊື່ບຸກຄົນທີ່ຮັບຜິດຊອບ ພ້ອມເບີໂທລະສັບຕິດຕໍ່ພົວພັນ, ເບີແຟກ, ອີແມວ ແລະ ເວບໄຊທີ່ກ່ຽວຂ້ອງ (ຖ້າມີ);
4.   ການຈໍາໜ່າຍຢາ ແລະ ຜະລິດຕະພັນການແພດໃຫ້ລູກຄ້າຕ້ອງນໍາໃຊ້ໃບບິນ ຫຼື ໃບນໍາສົ່ງທີ່ມີຂໍ້ມູນຄົບຖ້ວນທາງວິຊາການ ຕາມທີ່ກົມອາຫານ ແລະ ຢາໄດ້ກໍານົດ ເຊັ່ນ: ຊື່ການຄ້າ ຊື່ເອກະພາບສາກົນ ເລກທີຊຸດຜະລິດ, ວັນເດືອນປີໝົດອາຍຸ…
5.   ບໍລິສັດຂາອອກ-ຂາເຂົ້າ ດ້ານຢາ ແລະ ຜະລິດຕະພັນການແພດ ຕ້ອງມີລະບົບການຕິດຕາມຄຸນນະພາບ (Quality Assurance) ແລະ ລະບົບການຕິດຕາມຜົນສະທ້ອນຂອງຢາ ຫຼື ລະບົບການເຝົ້າລະວັງກ່ຽວກັບຄວາມປອດໄພຢາ (Pharmacovigillance) ທີ່ຢູ່ໃນຄວາມຮັບ ຜິດຊອບການຈໍລະຈອນຈໍາໜ່າຍຂອງຕົນ; 
6.   ບໍລິສັດຕ້ອງມີຄວາມຮັບຜິດຊອບໃນການເກັບຄືນຜະລິດຕະພັນຢາທີ່ມີບັນຫາດ້ານຄຸນນະພາບ ແລະ ຄວາມປອດໄພທີ່ເກີດຂຶ້ນຫຼັງການຈໍາໜ່າຍ;
7.   ບໍລິສັດຂາອອກ-ຂາເຂົ້າ, ສາຂາ, ຕົວແທນຈໍາໜ່າຍ ແລະ ບໍລິສັດຂາຍຍົກພາຍໃນ ດ້ານຢາ ແລະ ຜະລິດຕະພັນການ ແພດ ຕ້ອງມີລະບຽບການເຄື່ອນໄຫວ, ມີເຄື່ອງໜຸ່ງຖືທີ່ອອກແບບຕາມຄວາມເໝາະສົມ. ຂ້າງເທິງ

ໜວດທີ III
ການປະກອບເອກະສານໃນການຂໍອະນຸຍາດ

ມາດຕາ 14.  ການປະກອບເອກະສານເພື່ອຂໍອະນຸຍາດ.
ບັນດາເອກະສານເພື່ອປະກອບການຂໍອະນຸຍາດຂອງຜູ່ເປັນວິຊາການ:

1.    ໃບຄໍາຮ້ອງຂໍອະນຸຍາດວິຊາຊີບເພສັດຊະກໍາ.
2.    ໃບຊີວະປະຫວັດຫຍໍ້ທີ່ມີຮູບຕິດ (ຮູບຖ່າຍບໍ່ ໃຫ້ກາຍ 1 ປີ)
3.    ໃບຢັ້ງຢືນສຸຂະພາບ. (ບໍ່ ໃຫ້ກາຍ 3 ເດືອນ).
4.    ໃບຢັ້ງຢືນທີ່ຢູ່ປະຈຸບັນທີ່ມີຮູບ (ຮູບ ຖ່າຍບໍ່ ໃຫ້ກາຍ 3 ເດືອນ)
5.    ຮູບຖ່າຍຂະໜາດ 3x4 ຈໍານວນ 03 ໃບ (ຮູບ ຖ່າຍບໍ່ ໃຫ້ກາຍ 1 ປີ).
6.    ໃບປະກາດຊະນິຍະບັດ.
7.    ໃບແຈ້ງໂທດເລກທີ 3.
8.    ໃບຢັ້ງຢືນການອອກຈາກລັດຖະການຫລືໃບແຕ່ງຕັ້ງຂອງກົມກອງໃນກໍລະນີທີ່ເປັນລັດວິສາຫະກິດ.
9.    ແຜນວາດກ່ຽວກັບທີ່ຕັ້ງ ບໍລິສັດ, ສາຂາບໍລິສັດ/ ໂຮງງານ, ຕົວແທນຈໍາໜ່າຍ.
10.  ໃບອະນຸຍາດຈາກ ບໍລິສັດທີ່ຕົນຈະເປັນຕົວແທນຈໍາໜ່າຍ (ສໍາລັບສາຂາ ຫຼື ຕົວແທນຈໍາໜ່າຍ
11.  ໃບຢັ້ງຢືນການລົງກວດກາສະຖານທີ່ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງກ່ອນການອະນຸຍາດ.
12.  ບົດວິພາກກ່ຽວການເຄື່ອນໄຫວທຸລະກິດດ້ານຢາ ແລະ ຜະລິດຕະພັນການແພດ, ສະໜອງຂໍ້ມູນຊື່ ລະອຽດ ແລະ ແຫຼ່ງທີ່ມາຂອງຢາ ແລະ ຜະລິດຕະພັນການແພດ. 

ມາດຕາ 15. ການປະກອບເອກະສານຂໍຕໍ່ໃບອະນຸຍາດຂອງຜູ່ເປັນວິຊາການ
ການປະກອບເອກະສານຂໍຕໍ່ໃບອະນຸຍາດຂອງຜູ່ເປັນວິຊາການ.

1.    ໃບຄໍາຮ້ອງຂໍຕໍ່ໃບອະນຸຍາດວິຊາຊີບເພສັດຊະກໍາ.
2.    ອະນຸຍາດທະບຽນວິຊາຊີບເພສັດຊະກໍາເກົ່າທີ່ໃກ້ ຈະໝົດອາຍຸ ຫລື ໝົດອາຍຸ ແລ້ວ.
3.    ໃບຢັ້ງຢືນສຸຂະພາບ (ບໍ່ ກາຍ 3 ເດືອນ)
4.    ໃບຢັ້ງຢືນທີ່ຢູ່ປະຈຸບັນຕິດຮູບພ້ອມ (ຮູບຖ່າຍບໍ່ໃຫ້ກາຍ 3 ເດືອນ).
5.    ຮູບຖ່າຍຂະຫນາດ 3x4 ຈໍານວນ 03 ໃບ (ຮູບ ຖ່າຍບໍ່ ໃຫ້ກາຍ 1 ປີ). ສໍາລັບໃບທະບຽນວິຊາຊີບທີ່ຕ້ອງອອກໃບໃໝ່
6.    ໃບແຈ້ງໂທດເລກທີ 3.
7.    ບົດສະຫຼຸບລາຍງານການເຄື່ອນໄຫວຂອງບໍລິສັດ, ສາຂາ ຫຼື ຕົວແທນຈໍາໜ່າຍ 01 ປີ ຜ່ານມາ. ແລະ ສໍາເນົາທີ່ເປັນຫຼັກຖານກ່ຽວກັບການນໍາເຂົ້າຜ່ານມາ ຢ່າງໜ້ອຍ 3 ສະບັບ.
8.    ໃບບັນທຶກການກວດກາສະຖານທີ່ເພື່ອຕໍ່ໃບອະນຸຍາດທະບຽນວິຊາຊີບເພສັດຊະກໍາ. ຂ້າງເທິງ

ມາດຕາ 16. ການປະກອບເອກະສານຂໍຍົກຍ້າຍສະຖານທີ່
ບໍລິສັດຂາອອກ-ຂາເຂົ້າ, ສາຂາ ຫຼື ຕົວ ແທນ ຈໍາໜ່າຍ ແລະ ບໍລິສັດຂາຍຍົກພາຍໃນ, ທີ່ມີຄວາມຕ້ອງການຍົກຍ້າຍສະຖານທີ່ຕັ້ງ ຕ້ອງແຈ້ງໃຫ້ການຈັດຕັ້ງກ່ຽວຂ້ອງຊາບຕາມລໍາດັບ, ຕາມຂັ້ນຕອນ ແລະ ປະກອບເອກະສານ ດັ່ງນີ້:
1.    ໃບສະເໜີ ທີ່ບົ່ງບອກເຫດຜົນຂອງການຍົກຍ້າຍ ຈາກບໍລິສັດ, ສາຂາ ທີ່ມີລາຍເຊັນຂອງຄະນະອໍານວຍການ ບໍລິສັດ, ສາຂາ ແລະ ວິຊາການຜູ່ທີ່ຖືທະບຽນວິຊາຊີບເພສັດຊະກໍາ;
2.    ໃບທະບຽນວິຊາຊີບເພສັດຊະກໍາ (ສະບັບແທ້) ທີ່ອອກໃຫ້ຜ່ານມາ;
3.    ແຜນ ວາດ ແລະ ແຜນຜັງ ທີ່ ຕັ້ງ ບໍລິສັດ, ສາຂາ ຫຼື ຕົວ ແທນ ຈໍາໜ່າຍ ແລະ ແຜນວາດຂອງສາງຜະລິດຕະພັນ ທີ່ຈະຍ້າຍໄປຕັ້ງບ່ອນໃໝ່.
4.    ໃບຢັ້ງຢືນການລົງກວດກາສະຖານທີ່ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງກ່ອນການອະນຸຍາດ. 

ມາດຕາ 17.  ການສະເໜີ ແລະ ຍື່ນເອກະສານເພື່ອຂໍສ້າງ ຕັ້ັງບໍລິສັດຂາອອກ-ຂາເຂົ້າ, ສາຂາ ຫຼື ຕົວ ແທນ ຈໍາໜ່າຍ ແລະ ບໍລິສັດຂາຍຍົກພາຍໃນ.
ຂັ້ນຕອນການຂໍອະນຸຍາດໃໝ່, ຕໍ່ທະບຽນວິຊາຊີບເພສັດຊະກໍາ ແລະ ຍົກຍ້າຍສະຖານທີ່ ຂອງບໍລິສັດຂາອອກ-ຂາເຂົ້າ, ສາຂາ ຫຼື ຕົວ ແທນ ຈໍາໜ່າຍ ແລະ ບໍລິສັດຂາຍຍົກພາຍໃນ ຕ້ອງ ປະຕິບັດ ດັ່ງ ລຸ່ມ ນີ້:

1.   ປະກອບ ເອກະສານ ຕາມມາດຕາ 14 (ການເປີດໃໝ່) ຫຼື ມາດຕາ 15 (ການຕໍ່ທະບຽນ) ແລ້ວ ຢືນ ຄໍາ ຮ້ອງ ເຖິງ ກົມອາຫານ ແລະ ຢາ (ກະຊວງ ສາທາລະນະ ສຸກ) ໂດຍຜ່ານໜ່ວຍງານອາຫານ ແລະ ຢາເມືອງ, ຂະແໜງອາຫານ ແລະ ຢາແຂວງ-ນະຄອນ, ພະແນກສາທາລະນະສຸກ ແຂວງ-ນະຄອນ ບ່ອນທີ່ບໍລິສັດ, ສາຂາ ຫຼື ຕົວ ແທນ ຈໍາໜ່າຍ ຈະຕັ້ງຢູ່.
2.   ເອກະສານຕ້ອງໄດ້ຜ່ານການປະ ເມີນລະອຽດ, ເຫັນດີ, ມີລາຍເຊັນ ແລະ ປະທັບຕາ ແຕ່ລະຂັ້ນທີ່ກ່ຽວຂ້ອງ ກ່ອນສົ່ງໃບສະເໜີໄປໃຫ້ແຕ່ ລະຂັ້ນຕາມຂັ້ນຕອນ.
3.   ກ່ອນການສົ່ງເອກະສານທີ່ສະເໜີດັ່ງກ່າວ ມາຍັງກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຈາກຂັ້ນແຂວງ ຕ້ອງມີສະໂໜດນໍາສົ່ງໂດຍການສັງລວມບັນຊີຕາມຈໍານວນທີ່ເໝາະສົມ ແລະ ເອກະສານດັ່ງກ່າວ ຕ້ອງມີຄວາມຄົບຖ້ວນຕາມການຮຽກຮ້ອງຂອງການສະເໜີແຕ່ລະປະເພດ. ຂ້າງເທິງ

ໝວດ ທີ IV
ການອອກ , ການຕໍ່ໃບອະນຸຍາດ ວິຊາຊີບເພສັດຊະກໍາ
ແລະ ການປິດການດໍາເນີນທຸລະກິດ

ມາດຕາ 18.  ການອອກ ແລະ ການຕໍ່ໃບອະນຸຍາດວິຊາຊີບເພສັດຊະກໍາ.

18. 1. ບຸກຄົນ, ນິຕິ ຜູ່ທີ່ມີຈຸດປະສົງຕ້ອງການດໍາເນີນທຸລະກິດຂາອອກ-ຂາເຂົ້າ, ສາຂາຈໍາໜ່າຍ, ບໍລິສັດຂາຍຍົກພາຍໃນ ດ້ານຢາ ແລະ ຜະລິດຕະພັນການແພດ ຕ້ອງໄດ້ຜ່ານການຄົ້ນຄວ້າທາງວິຊາການແຕ່ລະຂັ້ນ ພາຍຫຼັງທີ່ໄດ້ຮັບອະນຸ ຍາດທະບຽນວິສາຫະກິດຈາກພາກສ່ວນກ່ຽວຂ້ອງແລ້ວເຊິ່ງຕ້ອງຍື່ນຄໍາຮ້ອງຕາມຂັ້ນຕອນ ຜ່ານຫ້ອງການສາທາລະ ນະສຸກເມືອງ (ບ່ອນທີ່ຈະສ້າງຕັ້ງທຸລະກິດ), ພະແນກສາທາລະນະສຸກແຂວງ-ນະຄອນ ແລະ ກົມອາຫານ ແລະ ຢາ ເພື່ອຮຽນຕໍ່ທ່ານລັດຖະມົນຕີກະຊວງສາທາລະນະສຸກເປັນຜູ່ອອກອະນຸຍາດທະບຽນວິຊາຊີບເພສັດຊະກໍາ. ໄລຍະເວລາຂອງການຄົ້ນ ຄ້ວາ ພິຈາລະນາເອກະສານທັງໝົດຢູ່ຂະແໜງສາທາລະນະສຸກມີກໍານົດ 90 ວັນ).
18. 2. ສໍາລັບການຕໍ່ທະບຽນວິຊາຊີບເພສັດຊະກໍາ ແມ່ນ ກົມອາຫານ ແລະ ຢາ ເປັນຜູ່ອະນຸມັດ ພາຍຫຼັງທີ່ສະເໜີຜ່ານການຈັດຕັ້ງກ່ຽວຂ້ອງຂັ້ນເມືອງ, ແຂວງ-ນະຄອນ. ໃນກໍລະນີການລົງທຶນຂອງຕ່າງປະເທດໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ ກັບການຄຸ້ມຄອງການລົງທຶນຂອງຕ່າງປະເທດ ສະບັບຫຼ້າສຸດທີ່ໄດ້ປະກາດໃຊ້. ໃບອະນຸຍາດວິຊາຊີບເພສັດຊະກໍາມີອາຍຸ 02 ປີ, ໃນໄລຍະ 03 ເດືອນກ່ອນໝົດອາຍຸຕ້ອງສະເຫນີຕໍ່ອາຍຸ ໃບທະບຽນຄືນໃໝ່. 

ມາດຕາ 19.  ການຈັດສົ່ງ, ການສໍາເນົາ ແລະ ເກັບມ້ຽນໃບທະບຽນວິຊາຊີບເພສັດຊະກໍາ

1.    ໃບທະບຽນວິຊາຊີບເພສັດຊະກໍາທີ່ໄດ້ຮັບການອະນຸຍາດຈາກກະຊວງສາທາລະນະສຸກແລ້ວ ເຊິ່ງປະກອບມີ 2 ສະບັບແທ້, ເກັບໄວ້ຢູ່ ກົມອາຫານ ແລະ ຢາ ຈໍານວນ 01 ສະບັບ ພ້ອມເອກະສານທີ່ສະເໜີມາຢ່າງຄົບຖ້ວນ, ຜູ່ປະກອບການເກັບຮັກສາໄວ້ ຈໍານວນ 01 ສະບັບ. ສໍາລັບຂັ້ນແຂວງ-ນະຄອນ ແລະ ເມືອງແມ່ນຮັກສາສະບັບ ສໍາເນົາໄວ້ເພື່ອຕິດຕາມ;
2.    ໃບທະບຽນວິຊາຊີບເພສັດຊະກໍາ ທີ່ໄດ້ຮັບອະນຸຍາດແລ້ວຈະສັງລວມການຈັດສົ່ງໃຫ້ເຈົ້າໜ້າທີ່ຄຸ້ມຄອງອາຫານ ແລະ ຢາແຂວງ ເປັນຜູ່ແຈກຢາຍ ພ້ອມເອກະສານແນະນໍາໃນການເຄື່ອນໄຫວ ແລະ ແຈ້ງການເກັບຄ່າທໍານຽມຕາມລະບຽບ ການກໍານົດ;
3.    ໃບທະບຽນວິຊາຊີບເພສັດຊະກໍາທີ່ໄດ້ຈັດສົ່ງໃຫ້ຜູ່ປະກອບການ ຕ້ອງຮັກສາປະຈໍາໄວ້ ໃນສະຖານທີ່ຂອງບໍລິສັດ, ສາຂາ ຫຼື ຕົວແທນຈໍາໜ່າຍ ບໍ່ໃຫ້ນໍາເອົາໄປອັດແຂງ. ຂ້າງເທິງ

ມາດຕາ 20  ການປິດບໍລິສັດ, ສາຂາ ບໍລິສັດ/ໂຮງງານ, ຕົວແທນຈໍາໜ່າຍ.
 ການປິດບໍລິສັດ, ສາຂາ ບໍລິສັດ/ໂຮງງານ, ຕົວແທນຈໍາໜ່າຍ ສາມາດເກີດຂຶ້ນໄດ້ໃນກໍລະນີດັ່ງລຸ່ມນີ້:

-       ຜູ່ທີ່ມີຄວາມສະມັກໃຈ ຫລື ຢາກໂຈະຊົ່ວຄາວຍ້ອນເຫດຜົນໃດໜຶ່ງ, ຊຶ່ງກໍລະນີດັ່ງກ່າວຜູ່ກ່ຽວຕ້ອງໄດ້ຢື່ນຄໍາຮ້ອງເຖິງຂະແໜງການທີ່ກ່ຽວຂ້ອງຕາມຂັ້ນຕອນເພື່ອພິຈາລະນາ.
-       ກໍລະນີທີ່ລະເມີດຕໍ່ ກົດໝາຍ ແລະ ລະບຽບການ ຊຶ່ງເຈົ້າໜ້າທີ່ທາງການເປັນຜູ່ສັ່ງ. 

ມາດຕາ 21. ການຍົກຍ້າຍສະຖານທີ່ຕັ້ງຂອງບໍລິສັດ, ສາຂາ ຫລື ຕົວແທນຈໍາໜ່າຍ.
ການຂໍຍົກຍ້າຍສະຖານທີ່ຂອງບໍລິສັດ, ສາຂາ ຫລື ຕົວແທນຈໍາໜ່າຍ ຕ້ອງໄດ້ຍື່ນຄໍາຮ້ອງພ້ອມປະກອບ ເອກະສານຕາມທີ່ໄດ້ກ່າວໄວ້ໃນມາດຕາ 16 ຍື່ນຜ່ານຫ້ອງການ ສາທາລະນະສຸກເມືອງ, ຂະແໜງອາຫານ ແລະ ຢາ ແຂວງ-ນະຄອນ ເພື່ອມີຄໍາເຫັນ, ຈາກນັ້ນ ຈຶ່ງຍື່ນມາກົມອາຫານ ແລະ ຢາ ເພື່ອພິຈາລະນາ. ຖ້າບໍ່ມີຄວາມຈໍາເປັນແມ່ນບໍ່ໃຫ້ຍົກຍ້າຍ ແລະ ທຸກການຍົກຍ້າຍຕ້ອງແຈ້ງຕໍ່ການຈັດຕັ້ງກ່ຽວຂ້ອງຊາບລ່ວງໜ້າ ກ່ອນ 03 ເດືອນ. ຂ້າງເທິງ

ໝວດທີ V
ສິດ ແລະ ໜ້າ ທີ່ ຂອງຜູ່ ປະກອບ ການ
ບໍລິສັດຂາອອກ-ຂາເຂົ້າ, ສາຂາ ບໍລິສັດ/ໂຮງງານ ແລະ ບໍລິສັດຂາຍຍົກພາຍໃນ ຢາ ແລະ ຜະລິດຕະພັນການແພດ

 ມາດຕາ 22. ສິດ ຂອງ ຜູ່ ປະກອບ ການບໍລິສັດຂາອອກ-ຂາເຂົ້າດ້ານຢາ ແລະ ຜະລິດຕະພັນການແພດ
ຜູ່ປະກອບການບໍລິສັດຂາອອກ-ຂາເຂົ້າດ້ານຢາ ແລະ ຜະລິດຕະພັນການແພດມີສິດດັ່ງນີ້:

1.    ມີສິດພົວພັນ ແລະ ປະສານງານກັບບໍລິສັດແມ່ ທີ່ເປັນແຫຼ່ງສະໜອງຢາ ແລະ ຜະລິດຕະພັນການແພດຢູ່ຕ່າງປະເທດຕາມຂອບເຂດທີ່ໄດ້ສັນຍາກັນ;
2.    ເປັນຕົວແທນໃນການນໍາເອົາຢາ ແລະ ຜະລິດຕະພັນການແພດ ມາຂຶ້ນທະບຽນ/ຈົດແຈ້ງ ນໍາເຈົ້າໜ້າທີ່ກ່ຽວຂ້ອງ;
3.    ມີສິດນໍາເຂົ້າ, ສົ່ງອອກ ຕິດຕາມຂອດການຈໍລະຈອນ ຢາ ແລະ ຜະລິດຕະພັນການແພດທຸກຊະນິດທີ່ໄດ້ຂຶ້ນທະບຽນ/ຈົດແຈ້ງແລ້ວ ທີ່ຕົນເປັນເຈົ້າຂອງ ຫຼື ໄດ້ຮັບມອບໝາຍຈາກບໍລິສັດແມ່ຕາມລະບຽບການ;
4.    ມີສິດມັດຫໍ່ ຫຼື ຕິດສະຫຼາກຢາ ແລະ ຜະລິດຕະພັນການແພດ ບົນພຶ້ນຖານໄດ້ຮັບການອະນຸຍາດຈາກເຈົ້າໜ້າທີ່ຄຸ້ມຄອງດ້ານຢາ;
5.    ມີສິດມອບໝາຍໃຫ້ບໍລິສັດອື່ນເປັນຕົວແທນໃນການນໍາເຂົ້າຢາ ແລະ ຜະລິດຕະພັນການແພດທຸກຊະນິດທີ່ໄດ້ຂຶ້ນທະບຽນ/ຈົດແຈ້ງແລ້ວ ທີ່ຕົນເປັນເຈົ້າຂອງນໍາມາຂຶ້ນທະບຽນ/ຈົດແຈ້ງ ຫຼື ມີສິດມອບໝາຍໃຫ້ບໍລິສັດອື່ນສືບຕໍ່ ຂຶ້ນທະບຽນ/ຈົດແຈ້ງ ຢາ ແລະ ຜະລິດຕະພັນການແພດທຸກຊະນິດ ທີ່ຕົນເປັນເຈົ້າຂອງ ຫຼື ໄດ້ຮັບມອບໝາຍຈາກບໍລິສັດແມ່ຜ່ານມາ;
6.    ມີສິດຮັບການມອບໝາຍຈາກບໍລິສັດອື່ນເປັນຕົວແທນໃນການນໍາເຂົ້າຢາ ແລະ ຜະລິດຕະພັນການແພດທຸກຊະນິດທີ່ໄດ້ຂຶ້ນທະບຽນ/ຈົດແຈ້ງແລ້ວ ທີ່ບໍລິສັດອື່ນເປັນເຈົ້າຂອງນໍາມາຂຶ້ນທະບຽນ/ຈົດແຈ້ງ ຫຼື ມີສິດຮັບການມອບໝາຍຈາກບໍລິສັດອື່ນສືບຕໍ່ ຂຶ້ນທະບຽນ/ຈົດແຈ້ງ ຢາ ແລະ ຜະລິດຕະພັນການແພດທຸກຊະນິດ ເພື່ອເປັນຕົວແທນຕາມການມອບໝາຍຈາກບໍລິສັດນັ້ນຢ່າງເປັນລາຍລັກອັກສອນ;
7.    ມີສິດໃນການເຂົ້າຮ່ວມການປະມູນ ຫຼື ສົມທຽບລາຄາ ເພ່ື່ອເປັນຜູ່ສະໜອງໃຫ້ຕະໜ່າງສາທາລະນະສຸກທັງພາກລັດ ແລະ ເອກະຊົນພາຍໃນ ແລະ ຕ່າງປະເທດຕາມລະບຽບການກ່ຽວຂ້ອງ;
8.    ມີສິດສະເໜີຂໍອະນຸມັດໂຄສະນາ ແລະ ເຜີຍແຜ່ຂໍ້ມູນດ້ານຢາ ຕາມລະບຽບການທີ່ໄດ້ກໍານົດ. ຂ້າງເທິງ

ມາດຕາ 23. ໜ້າທີ່ຂອງ ຜູ່ ປະກອບ ການບໍລິສັດຂາອອກ-ຂາເຂົ້າດ້ານຢາ ແລະ ຜະລິດຕະພັນການແພດ

ຜູ່ປະກອບການບໍລິສັດຂາອອກ-ຂາເຂົ້າດ້ານຢາ ແລະ ຜະລິດຕະພັນການແພດມີໜ້າທີ່ດັ່ງນີ້:

1.    ຮັບຜິດຊອບຕໍ່ໜ້າກົດໝາຍກ່ຽວກັບຢາ ແລະ ຜະລິດຕະພັນການແພດ ເພື່ອຮັບປະກັນຄຸນນະພາບ, ປະສິດທິພາບ ແລະ ຄວາມປອດໄພໃຫ້ແກ່ຜູ່ບໍລິໂພກ;
2.    ອໍານວຍຄວາມສະດວກ ແລະ ໃຫ້ຄວາມຮ່ວມມືແກ່ເຈົ້າໜ້າທີ່ ຄຸ້ມຄອງກວດກາກ່ຽວຂ້ອງ;
3.    ໃຫ້ຄວາມຮ່ວມມືໃນການຕິດຕາມ, ກວດກາ, ວິໄຈຢາ ແລະ ຜະລິດຕະພັນການແພດເພື່ອຮັບປະກັນຄຸນນະພາບໃນຂອດຈໍລະຈອນຈໍາໜ່າຍ;
4.    ຮັບ ແລະ ເຜີຍແຜ່ຂໍ້ມູນຂ່າວສານ, ລະບຽບການດ້ານຢາ ແລະ ຜະລິດຕະພັນການແພດ ອັນຈຳເປັນພື້ນຖານແກ່ປະຊາຊົນ, ປະກອບສ່ວນໃນການຕິດຕາມຜົນສະທ້ອນຈາກການໃຊ້ຢາ;
5.    ວິຊາການມີໜ້າປະຈຳບໍລິສັດ ແລະ ໃຫ້ ບໍລິການ ດ້ານ ຢາ ແລະ ຜະລິດຕະພັນການ ແພດ ຢ່າງ ມີ ຈັນ ຍາ ບັນ;
6.    ຕໍ່ທະບຽນວິຊາຊີບເພສັດຊະກຳ ຫຼື ທະບຽນອື່ນໆ ທີ່ກ່ຽວຂ້ອງຕາມທີ່ ໄດ້ກຳນົດ ;
7.    ຈ່າຍຄ່າທໍານຽມຕາມລະບຽບການກໍານົດໄວ້;
8.    ຂໍອະນຸມັດຈາກຂະແໜງການກ່ຽວຂ້ອງອື່ນໆ ໃນການປະກອບການດໍາເນີນທຸລະກິດ ຂາອອກ-ຂາເຂົ້າດ້ານຢາ ແລະ ຜະລິດຕະພັນການແພດ;
9.    ເຂົ້າຮ່ວມເປັນສະມາຊິກຂອງສະມາຄົມທຸລະກິດດ້ານຢາ ແລະ ຜະລິດຕະພັນການແພດ ທີ່ໄດ້ສ້າງຕັ້ງຂຶ້ນ ແລະ ຮັບຮູ້ຢ່າງເປັນທາງການຕາມລະບຽບການໄດ້ກໍານົດ. 

ມາດຕາ 24. ສິດ ຂອງ ສາຂາຈໍາໜ່າຍ ຂອງບໍລິສັດ/ໂຮງງານຜະລິດຢາ ແລະ ຜະລິດຕະພັນການແພດ
ຜູ່ປະກອບການສາຂາຈໍາໜ່າຍ ບໍລິສັດ/ໂຮງງານ ຢາ ແລະ ຜະລິດຕະພັນການແພດມີສິດດັ່ງນີ້:

1.    ມີສິດພົວພັນ ແລະ ປະສານງານກັບບໍລິສັດທີ່ຕົນເປັນຕົວແທນໃນການສະໜອງຢາ ແລະ ຜະລິດຕະພັນການແພດຢູ່ໃນປະເທດຕາມຂອບເຂດທີ່ໄດ້ມອບໝາຍ;
2.    ເປັນຕົວແທນໃນການນໍາເອົາຢາ ແລະ ຜະລິດຕະພັນການແພດທີ່ໄດ້ຂຶ້ນທະບຽນ/ຈົດແຈ້ງແລ້ວ (ຍົກເວັ້ນຢາເສບຕິດ, ວັກແຊັງ) ທີ່ບໍລິສັດແມ່ມອບໝາຍເທົ່ານັ້ນ ມາຈໍາໜ່າຍພາຍໃນສາຂາ ແລະ ຕິດຕາມຂອດການຈໍລະຈອນ ຢາ ແລະ ຜະລິດຕະພັນການແພດທຸກຊະນິດທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ. ຂ້າງເທິງ

ມາດຕາ 25. ໜ້າທີ່ຂອງ ຜູ່ ປະກອບ ການສາຂາ ບໍລິສັດ/ໂຮງງານຜະລິດຢາ ແລະ ຜະລິດຕະພັນການແພດ
ຜູ່ປະກອບການສາຂາ ບໍລິສັດ/ໂຮງງານຜະລິດຢາ ແລະ ຜະລິດຕະພັນການແພດມີໜ້າທີ່ດັ່ງນີ້:

1.    ຮັບຜິດຊອບຕໍ່ໜ້າກົດໝາຍກ່ຽວກັບຢາ ແລະ ຜະລິດຕະພັນການແພດ ເພື່ອຮັບປະກັນຄຸນນະພາບ, ປະສິດທິພາບ ແລະ ຄວາມປອດໄພໃຫ້ແກ່ຜູ່ບໍລິໂພກ;
2.    ອໍານວຍຄວາມສະດວກ ແລະ ໃຫ້ຄວາມຮ່ວມມືແກ່ເຈົ້າໜ້າທີ່ ຄຸ້ມຄອງກວດກາກ່ຽວຂ້ອງ;
3.    ໃຫ້ຄວາມຮ່ວມມືໃນການຕິດຕາມ, ກວດກາ, ວິໄຈ ຢາ ແລະ ຜະລິດຕະພັນການແພດ ເພື່ອຮັບປະກັນຄຸນນະພາບໃນຂອດຈໍລະຈອນຈໍາໜ່າຍ;
4.    ຮັບ ແລະ ເຜີຍແຜ່ຂໍ້ມູນຂ່າວສານ, ລະບຽບການດ້ານຢາ ແລະ ຜະລິດຕະພັນການແພດ ອັນຈຳເປັນພື້ນຖານແກ່ປະຊາຊົນ, ປະກອບສ່ວນໃນການຕິດຕາມຜົນສະທ້ອນຈາກການໃຊ້ຢາ;
5.    ວິຊາການມີໜ້າປະຈຳ ສາຂາ ຫຼື ຕົວແທນ ບໍລິສັດ/ໂຮງງານ ແລະ ໃຫ້ບໍລິການດ້ານຢາ ແລະ ຜະລິດ ຕະພັນການ ແພດ ຢ່າງ ມີ ຈັນ ຍາ ບັນ;
6.    ຕໍ່ທະບຽນວິຊາຊີບເພສັດຊະກຳ ຫຼື ທະບຽນອື່ນໆ ທີ່ກ່ຽວຂ້ອງຕາມທີ່ໄດ້ກຳນົດ ;
7.    ຈ່າຍຄ່າທໍານຽມຕາມລະບຽບການກໍານົດ ໄວ້;
8.    ຂໍອະນຸມັດຈາກຂະແໜງການ ກ່ຽວຂ້ອງອື່ນໆ ໃນ ການປະກອບການດໍາເນີນທຸລະກິດສາຂາ ຫຼື ຕົວແທນຈໍາໜ່າຍ ບໍລິສັດ/ໂຮງງານ ດ້ານຢາ ແລະຜະລິດຕະພັນການແພດ;
9.    ເຂົ້າຮ່ວມເປັນສະມາຊິກ ຂອງສະມາຄົມທຸລະກິດດ້ານຢາ ແລະ ຜະລິດຕະພັນການແພດ ທີ່ໄດ້ສ້າງຕັ້ງຂຶ້ນ ແລະ ຮັບຮູ້ຢ່າງເປັນທາງການຕາມລະບຽບການໄດ້ກໍານົດ. ຂ້າງເທິງ

ມາດຕາ 26. ສິດ ຂອງ ບໍລິສັດຂາຍຍົກພາຍໃນ ດ້ານຢາ ແລະ ຜະລິດຕະພັນການແພດ
ບໍລິສັດຂາຍຍົກພາຍໃນ ດ້ານຢາ ແລະ ຜະລິດຕະພັນການແພດມີສິດດັ່ງນີ້:

1.    ມີສິດພົວພັນ ແລະ ປະສານງານກັບບໍລິສັດທີ່ຕົນໄດ້ສັນຍາເປັນ ຕົວແທນໃນການສະໜອງຢາ ແລະ ຜະລິດຕະພັນການແພດຢູ່ໃນປະເທດຕາມລະບຽບການດ້ານຢາ;
2.    ມີສິດຈັດຊື້ຢາ ແລະ ຜະລິດຕະພັນການແພດທີ່ໄດ້ຂຶ້ນທະບຽນ/ຈົດແຈ້ງແລ້ວ (ຍົກເວັ້ນຢາເສບຕິດ, ວັກແຊັງ) ຈາກໂຮງງານ, ບໍລິສັດຂາອອກ-ຂາເຂົ້າ ແລະ ສາຂາຈໍາໜ່າຍດ້ານຢາ ແລະ ຜະລິດຕະພັນການແພດ           ທີ່ໄດ້ນໍາເຂົ້າມາ ຫຼື ຜະລິດພາຍໃນຢ່າງຖືກຕ້ອງແລ້ວເທົ່ານັ້ນມາຈໍາໜ່າຍ; 

ມາດຕາ 27 ໜ້າທີ່ຂອງ ຜູ່ ປະກອບ ການບໍລິສັດຂາຍຍົກພາຍໃນ ດ້ານຢາ ແລະ ຜະລິດຕະພັນການແພດ

ຜູ່ປະກອບການບໍລິສັດຂາຍຍົກພາຍໃນ ດ້ານຢາ ແລະ ຜະລິດຕະພັນການແພດມີໜ້າທີ່ດັ່ງນີ້:

1.   ຮັບຜິດຊອບຕໍ່ໜ້າກົດໝາຍກ່ຽວກັບຢາ ແລະ ຜະລິດຕະພັນການແພດ ເພື່ອຮັບປະກັນຄຸນນະພາບ, ປະສິດທິພາບ ແລະ ຄວາມປອດໄພໃຫ້ແກ່ຜູ່ບໍລິໂພກ;
2.   ອໍານວຍຄວາມສະດວກ ແລະ ໃຫ້ຄວາມຮ່ວມມືແກ່ເຈົ້າໜ້າທີ່ ຄຸ້ມຄອງກວດກາກ່ຽວຂ້ອງ;
3.   ໃຫ້ຄວາມຮ່ວມມືໃນການຕິດຕາມ, ກວດກາ, ວິໄຈຢາ ແລະ ຜະລິດຕະພັນການແພດ ເພື່ອຮັບປະກັນຄຸນນະພາບໃນຂອດຈໍລະຈອນຈໍາໜ່າຍ;
4.   ຮັບ ແລະ ເຜີຍແຜ່ຂໍ້ມູນຂ່າວສານ, ລະບຽບການດ້ານຢາ ແລະ ຜະລິດຕະພັນການແພດ ອັນຈຳເປັນພື້ນຖານແກ່ປະຊາ ຊົນ, ປະກອບສ່ວນໃນການຕິດຕາມຜົນສະທ້ອນຈາກການໃຊ້ຢາ;
5.   ວິຊາການມີໜ້າປະຈຳ ບໍລິສັດ ແລະ ໃຫ້ ບໍລິການ ດ້ານຢາ ແລະ ຜະລິດຕະພັນການແພດຢ່າງມີຈັນຍາບັນ;
6.   ຕໍ່ທະບຽນວິຊາຊີບເພສັດຊະກຳ ຫຼື ທະບຽນອື່ນໆ ທີ່ກ່ຽວຂ້ອງຕາມທີ່ໄດ້ກຳນົດ;
7.   ຈ່າຍຄ່າທໍານຽມ ຕາມລະບຽບການກໍານົດໄວ້;
8.   ຂໍອະນຸມັດຈາກຂະແໜງການກ່ຽວຂ້ອງອື່ນໆ ໃນການປະກອບການດໍາເນີນທຸລະກິດຂາຍຍົກພາຍໃນດ້ານຢາ ແລະຜະລິດຕະພັນການແພດ;
9.   ເຂົ້າຮ່ວມເປັນສະມາຊິກຂອງສະມາຄົມທຸລະກິດດ້ານຢາ ແລະ ຜະລິດຕະພັນການແພດ ທີ່ໄດ້ສ້າງຕັ້ງຂຶ້ນ ແລະ ຮັບຮູ້ຢ່າງເປັນທາງການຕາມລະບຽບການໄດ້ກໍານົດ. ຂ້າງເທິງ

ໝວດທີ VI
ການຮັບປະກັນຄຸນນະພາບ

ມາດຕາ 28.  ຢາ ແລະ/ຫລື ຜະລິດຕະພັນການແພດ ທີ່ຈະນໍາເຂົ້າມາຈໍາໜ່າຍໃນ ສປປ ລາວ.
ຢາ ແລະ/ຫລື ຜະລິດຕະພັນການແພດ ທີ່ຈະນໍາເຂົ້າມາຈໍາໜ່າຍ ຫຼື ດໍາເນີນການຜະລິດ ໃນ ສປປ ລາວ ຕ້ອງໄດ້ຈົດທະບຽນ ຫຼື ຈົດແຈ້ງ ຕາມລະບຽບການ ຢູ່ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ. ຂ້າງເທິງ

ມາດຕາ 29.  ການກວດການໍາເຂົ້າ
ຢາ ແລະ ຜະລິດຕະພັນການແພດ ທີ່ໄດ້ຮັບອະນຸຍາດ ກ່ອນການນໍາເຂົ້າມາຈໍາໜ່າຍຢູ່ ໃນ ສປປ ລາວ ຕ້ອງຖືກ ກວດກາ  ຈາກເຈົ້າໜ້າທີ່ອາຫານ ແລະ ຢາ ຢູ່ດ່ານທີ່ທາງການອະນຸຍາດ. ຂ້າງເທິງ

ມາດຕາ 30. ການກວດກາວິໄຈຄຸນນະພາບ
ຢາ ແລະ ຜະລິດຕະພັນການແພດ ທີ່ຈໍລະຈອນຈໍາໜ່າຍໃນ ສປປ ລາວ ຖ້າມີຄວາມຈໍາເປັນຕ້ອງໄດ້ຮັບການກວດກາວິໄຈຄືນໃນຂອດຈໍລະຈອນ ແລະ ຕ້ອງໄດ້ຮັບການຢັ້ງຢືນຄຸນນະພາບຈາກກະຊວງສາທາລະນະສຸກ ຫຼື ສະຖາບັນອື່ນທີ່ຖືກຮອງຮັບຢູ່ໃນພາກພື້ນ ຫຼື ສາກົນ. ຂ້າງເທິງ

ມາດຕາ 31. ເລກທະບຽນຢາ 
ຢາທຸກລາຍການ ທີ່ໄດ້ຈົດທະບຽນແລ້ວ ກ່ອນການຈໍາໜ່າຍ ຕ້ອງພີມເລກທະບຽນທີ່ ອອກໃຫ້ໂດຍ ກົມອາຫານ ແລະ ຢາ , ກະຊວງສາທາລະນະສຸກ ໃສ່ໃນ ສະຫຼາກ ແລະ ກັບກ່ອງບັນຈຸ. ຂ້າງເທິງ

ມາດຕາ 32. ການຕິດສະແຕັມ
ຢາທຸກລາຍການ ທີ່ໄດ້ຈົດທະບຽນແລ້ວ ກ່ອນການຈໍາໜ່າຍ ຖ້າມີເງື່ອນໄຂໃນການຕິດສະແຕັມ ທີ່ອອກແບບ ແລະ ຄຸ້ມຄອງໂດຍບໍລິສັດ ຕ້ອງແຈ້ງ ແລະ ຂໍອະນຸມັດຈາກກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ. ຂ້າງເທິງ

ໝວດທີ VII
ຂໍ້ຫ້າມຕ່າງໆ

ມາດຕາ 33    ບໍລິສັດ, ສາຂາຈໍາໜ່າຍ ຫລື ບໍລິສັດຂາຍຍົກພາຍໃນຕ້ອງປະຕິບັດຢ່າງເຂັ້ມງວດ ຕໍ່ບັນດາຂໍ້ຫ້າມດັ່ງລຸ່ມນີ້:
1.   ຫ້າມບຸກຄົນ, ນິຕິບຸກຄົນ ຫລື ອົງການຈັດຕັ້ງ ດໍາເນີນທຸລະກິດດ້ານຢາ ແລະ ຜະລິດຕະພັນການແພດ ໂດຍທີ່ບໍ່ໄດ້ຮັບອະນຸຍາດຈາກກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ;
2.   ຫ້າມບໍລິສັດ, ສາຂາຈໍາໜ່າຍ ແລະ ບໍລິສັດຂາຍຍົກພາຍໃນ ເຄື່ອນໄຫວທຸລະກິດດ້ານຢາ ແລະ ຜະລິດຕະພັນການແພດ ໂດຍບໍ່ມີໜ້າປະຈໍາການຂອງວິຊາການຜູ່ທີ່ຖືທະບຽນວິຊາຊີບເພສັດຊະກໍາ;
3.   ຫ້າມນໍາເຂົ້າ-ສົ່ງອອກ ແລະ ຈໍາໜ່າຍຢາ ແລະ ຜະລິດຕະພັນການແພດ ທີ່ບໍ່ໄດ້ຈົດທະບຽນ, ບໍ່ໄດ້ຈົດແຈ້ງ, ບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງຈາກເຈົ້າໜ້າທີ່ກ່ຽວຂ້ອງ;
4.   ຫ້າມບໍລິສັດຂາຍຍົກພາຍໃນ ນໍາເອົາຢາ ແລະ ຜະລິດຕະພັນການແພດ ມາຈໍາໜ່າຍໂດຍບໍ່ມີສັນຍາກັບບໍລິສັດທີ່ເປັນຜູ່ສະໜອງ;
5.   ຫ້າມນໍາເຂົ້າ ແລະ ຈໍາໜ່າຍຢາ ແລະ ຜະລິດຕະພັນການແພດ ຕົກມາດຕະຖານ, ປອມແປງ, ທີ່ມາຈາກແຫລ່ງ ທີ່ບໍ່ຖືກຕ້ອງ, ຫຸ້ມຫໍ່ບໍ່ຖືກຕ້ອງ (ບໍ່ຖືກຕາມຫົວໜ່ວຍມັດຫໍ່ເດີມ), ໝົດອາຍຸນໍາໃຊ້, ເສື່ອມຄຸນນະພາບ, ຕົວແບບ, ຜະລິດຕະພັນທີ່ທາງການເກືອດຫ້າມທຸກປະເພດ;
6.   ຫ້າມເຄື່ອນໄຫວຈໍລະຈອນຈໍາໜ່າຍຢາ ແລະ ຜະລິດຕະພັນການແພດນອກສະຖານທີ່ ທີ່ບໍ່ໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່ຄຸ້ມຄອງດ້ານຢາ ທີ່ກ່ຽວຂ້ອງ;
7.   ຫ້າມເຊົ່າ, ໂອນ ຫລື ຂາຍໃບອະນຸຍາດວິຊາຊີບເພສັດຊະກຳ;
8.   ຫ້າມສົ່ງອອກ, ນໍາເຂົ້າ, ນໍາຜ່ານ ຫລື ຈໍາໜ່າຍຢາເສບຕິດ-ວັດຖຸອອກລິດຕໍ່ຈິດ-ປະສາດ, ເຄມີຕົ້ນ ໂດຍບໍ່ໄດ້ຮັບອະນຸຍາດຈາກກະຊວງສາທາລະສຸກ. ຂ້າງເທິງ

ໝວດທີ່ VIII
ນະໂຍບາຍ ແລະ ມາດຕະການ

ມາດຕາ 34 ນະໂຍບາຍຕໍ່ຜູ່ທີ່ມີຜົນງານ.
ບຸກຄົນ ຫລື ນິຕິບຸກຄົນ ຫາກດໍາເນີນທຸລະກິດຖືກຕ້ອງຕາມລະບຽບການ ຈະຖືກຍ້ອງຍໍຢ່າງເໝາະສົມ ຈາກການຈັດ ຕັ້ງທີ່ກ່ຽວຂ້ອງ. 

ມາດຕາ 35 ມາດຕະການຕໍ່ຜູ່ລະເມີດ.
ຜູ່ທີ່ລະເມີດຕໍ່ຂໍ້ຕົກລົງສະບັບນີ້ ຈະໄດ້ຮັບການສຶກສາອົບຮົມ, ກ່າວເຕື່ອນ, ປັບໄໝ ແລະ ລົງໂທດຕາມ ກໍລະນີ ເບົາ ຫຼື ໜັກ ດັ່ງລາຍລະອຽດຕໍ່ໄປນີ້:
35.1   ຈະຖືກກ່າວເຕືອນ ແລະ ບັນທຶກໄວ້ກັບເຈົ້າໜ້າທີ່ຄຸ້ມຄອງອາຫານ ແລະ ຢາ ຖ້າມີການກະທໍາຜິດ ຫລື ຝ່າຝືນຕໍ່ ທຸກໆ ຂໍ້ໃນ ມາດຕາ  33  ຂອງຂໍ້ຕົກລົງສະບັບນີ້.   
35.2   ຈະຖືກປັບໄໝ 500,000 ກີບ ແລະ ບັນທຶກໄວ້ກັບເຈົ້າໜ້າທີ່ຄຸ້ມຄອງອາຫານ ແລະ ຢາ ຖ້າມີການກະທໍາຜິດ ຫລື ຝ່າຝືນຕໍ່ ມາດຕາ  33.1, 33. 2, 33. 4, 33. 6, 33. 7 ເປັນຄັ້ງທີ 2 ຂອງຂໍ້ຕົກລົງສະບັບນີ້
35.3   ຈະຖືກປັບໄໝ 2 ເທົ່າຕົວ ແລະ ບັນທຶກໄວ້ກັບເຈົ້າໜ້າທີ່ຄຸ້ມຄອງອາຫານ ແລະ ຢາ ຖ້າມີການກະທໍາຜິດ ຫລືຝ່າຝືນຕໍ່ ມາດຕາ  33.1, 33. 2, 33. 4, 33. 6, 33. 7  ເປັນຄັ້ງທີ 3 ຂອງຂໍ້ຕົກລົງສະບັບນີ້ ແລະ ໃຫ້ຢຸດກິດຈະການຊົ່ວຄາວ.
35.4   ຈະຖືກປັບໄໝ 3 ເທົ່າຕົວ ແລະ ບັນທຶກໄວ້ກັບເຈົ້າໜ້າທີ່ຄຸ້ມຄອງອາຫານ ແລະ ຢາ ຖ້າມີການກະທໍາຜິດ ຫລື ຝ່າຝືນຕໍ່ ມາດຕາ  33.1, 33. 2, 33. 4, 33. 6, 33. 7  ເປັນຄັ້ງທີ 4 ຂອງຂໍ້ຕົກລົງສະບັບນີ້ ແລະ ໃຫ້ຢຸດກິດຈະການຖາວອນ.
35.5   ຈະຖືກປັບໄໝ 1 ເທົ່າຕົວ ຂອງມູນຄ່າສິນຄ້າທີ່ພົບເຫັນ, ກ່າວເຕືອນ ແລະ ບັນທຶກໄວ້ກັບເຈົ້າໜ້າທີ່ຄຸ້ມຄອງອາຫານ ແລະ ຢາ ຖ້າມີການກະທໍາຜິດ ຫລື ຝ່າຝືນຕໍ່ ມາດຕາ  33.3 ແລະ 33.5  ເປັນຄັ້ງທີ 2 ຂອງຂໍ້ຕົກລົງສະບັບນີ້. ຖ້າມີການກະທໍາຜິດ ຫລື ຝ່າຝືນຕໍ່ ມາດຕາ  33.8  ເປັນຄັ້ງທີ 2 ຈະຖືກກ່າວເຕືອນ ຫລື ບໍ່ອະນຸຍາດໃຫ້ດໍາເນີນທຸລະກິດ. ຖ້າກໍລະນີຮ້າຍແຮງ ແມ່ນຈະຖືກປະຕິບັດຕາມມາດຕາ 89 ແລະ ມາດຕາ 144 ຂອງກົດໝາຍອາຍາ ສະບັບປັບປຸງ ເລກທີ 12/ສພຊ, ລົງວັນທີ 09/11/2005.
35.6  ຈະຖືກປັບໄໝ 3 ເທົ່າຕົວ ຂອງມູນຄ່າສິນຄ້າທີ່ພົບເຫັນ  ແລະ ບັນທຶກໄວ້ກັບເຈົ້າໜ້າທີ່ຄຸ້ມຄອງອາຫານ ແລະ ຢາ ຖ້າມີການກະທໍາຜິດ ຫລື ຝ່າຝືນຕໍ່ ມາດຕາ  33.3 ແລະ 33.5  ເປັນຄັ້ງທີ 3 ຂອງຂໍ້ຕົກລົງສະບັບນີ້ ແລະ ປິດກິດຈະການຊົ່ວຄາວ.
35.7  ຈະຖືກປັບໄໝ 6 ເທົ່າຕົວ ຂອງມູນຄ່າສິນຄ້າທີ່ພົບເຫັນ  ແລະ ບັນທຶກໄວ້ກັບເຈົ້າໜ້າທີ່ຄຸ້ມຄອງອາຫານ ແລະ ຢາ ຖ້າມີການກະທໍາຜິດ ຫລື ຝ່າຝືນຕໍ່ ມາດຕາ  33. 3 ແລະ 33.5  ເປັນຄັ້ງທີ 4 ຂອງຂໍ້ຕົກລົງສະບັບນີ້ ແລະ ປິດກິດຈະການຖາວອນ.
35.8  ໃບອະນຸຍາດໝົດອາຍຸ ເກີນກວ່າ 2 - 3 ປີ ໃຫ້ຂຽນໃບປະຕິຍານ, ອະນຸຍາດຕໍ່ທະບຽນວິຊາຊີບໃຫ້ ຈ່າຍຄ່າທໍາ ນຽມ 3 ເທົ່າ.
35.9  ໃບອະນຸຍາດໝົດອາຍຸ ເກີນກວ່າ 3 ປີ ຂຶ້ນໄປຈະບໍ່ຮັບພິຈາລະນາຕໍ່ທະບຽນ ແລະ ໃຫ້ຢຸດການເຄື່ອນໄຫວ.
35.10 ພາຍຫຼັງທີ່ບໍລິສັດໄດ້ຮັບອະນຸຍາດທະບຽນວິຊາຊີບແລ້ວ ແຕ່ບໍ່ເຄື່ອນໄຫວ ພາຍໃນກໍານົດ 02 ປີ ຄັ້ງທີ 1  ຈະຖືກຕັກເຕືອນ ແລະ ຕໍ່ທະບຽນໃຫ້, ຄັ້ງທີ 2 ຈະບໍ່ຖືກພິຈາລະນາຕໍ່ທະບຽນໃຫ້. 

ມາດຕາ 36.  ໃນກໍລະນີຮ້າຍແຮງ ເປັນອັນຕະລາຍເຮັດໃຫ້ຜູ່ຊົມໃຊ້ເສຍອົງຄະ ເສຍຊີວິດ, ເຖິງຈະເປັນການກະທໍາຜິດຄັ້ງທີ່ 1, ຄັ້ງທີ 2 ຫລື ຄັ້ງທີ 3 ກໍຕາມ, ເຈົ້າຂອງບໍລິສັດຈະຕ້ອງຖືກປິດກິດຈະການຢ່າງຖາວອນ ແລະ ພ້ອມດຽວກັນນັ້ນ ຈະຖືກຟ້ອງຂຶ້ນສານເພື່ອດໍາເນີນຄະດີ. ຂ້າງເທິງ

ໝວດທີ IX
ການຈັດຕັ້ງປະຕິບັດ

ມາດຕາ 37.  ມອບໃຫ້ກົມອາຫານ ແລະ ຢາ ຜັນຂະຫຍາຍໃຫ້ເປັນລະອຽດ ແລະ ເປັນ ເຈົ້າ ການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໂດຍສົມທົບກັບພະແນກສາທາລະນະສຸກແຂວງ-ນະຄອນ ແລະ ບັນດາຂະແໜງການອື່ນໆ ທີ່ກ່ຽວຂ້ອງໃນຂອບເຂດທົ່ວປະເທດ.

     ຂໍ້ຕົກລົງສະບັບນີ້ໃຊ້ປ່ຽນແທນ ຂໍ້ກໍານົດວ່າດ້ວຍການສ້າງຕັ້ງບໍລິສັດຂາອອກ-ຂາເຂົ້າດ້ານຢາ ແລະ ຜະລິດຕະພັນການແພດ ສະບັບເລກທີ 1442/ກຊສ. ລົງວັນທີ 13 ສິງຫາ 2003. ທຸກຂໍ້ຕົກລົງ, ຂໍໍ້ກໍານົດກົດລະບຽບ, ຄໍາສັ່ງແນະນໍາທີ່ໄດ້ປະກາດໃຊ້ໃນເມື່ອກ່ອນ ທີ່ຂັດກັບເນື້ອໃນຂອງຂໍ້ຕົກລົງສະບັບນີ້ ລ້ວນແລ້ວແຕ່ຖືກລົບລ້າງ. 

ມາດຕາ 38.   ຂໍ້ຕົກລົງສະບັບນີ້ມີຜົນບັງຄັບໃຊ້ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ

 ລັດຖະມົນຕີ
ກະຊວງສາທາລະນະສຸກ

(ເຊັນ ແລະ ປະທັບຕາ)

ຮສ. ດຣ. ບຸນກອງ ສີຫາວົງ 

# ຫົວຂໍ້ ດາວໂຫຼດ
1 Decision on business establishment on medicines and medical equipment (Revised Version) no.1820/MoH, dated 25 August 2017. PDF
2 ຂໍ້ຕົກລົງ ວ່າດ້ວຍການສ້າງຕັ້ງ ບໍລິສັດ ດໍາເນີນທຸລະກິດ ດ້ານຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ) ສະບັບເລກທີ 1820/ສທ, ລົງວັນທີ 25/08/2017 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮອ້ງໃຫ້ຈົດທະບຽນຢາ ກ່ອນການນຳເຂົ້າ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ສາທາລະນະສຸກ ການນຳເຂົ້າຢາ ເຊັ່ນ: ຢາຫຼວງ, ຢາພື້ນເມືອງ, ຕ້ອງໄດ້ຈົດທະບຽນຢາ ກັບກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ.
  1. ຂໍ້ກຳນົດ ວ່າດ້ວຍ ການຂຶ້ນທະບຽນຢາ ເລກທີ 1441/ກຊສ
  2. ກົດໝາຍ ວ່າດ້ວຍ ຢາ ແລະ ຜະລິດຕະພັນການແພດ ເລກທີ 07/ສພຊ, ລົງວັນທີ 21 ທັນວາ 2011
  3. ຂໍ້ຕົກລົງ ວ່າດ້ວຍການສ້າງຕັ້ງ ບໍລິສັດ ດໍາເນີນທຸລະກິດ ດ້ານຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ) ສະບັບເລກທີ 1820/ສທ, ລົງວັນທີ 25/08/2017
9999-12-31 ALL
2 ຮຽກຮ້ອງໃຫ້ຈົດທະບຽນຜະລິດຕະພັນການແພດ ກ່ອນການນຳເຂົ້າ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ສາທາລະນະສຸກ ການນຳເຂົ້າຜະລິດຕະພັນການແພດ ເຊັ່ນ: ອຸປະກອນການແພດ ແລະ ຜະລິດຕະພັນເສີມສຸຂະພາບ ຕ້ອງໄດ້ຮັບຈົດທະບຽນນໍາ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ.
  1. ກົດໝາຍ ວ່າດ້ວຍ ຢາ ແລະ ຜະລິດຕະພັນການແພດ ເລກທີ 07/ສພຊ, ລົງວັນທີ 21 ທັນວາ 2011
  2. ຂໍ້ຕົກລົງ ວ່າດ້ວຍການສ້າງຕັ້ງ ບໍລິສັດ ດໍາເນີນທຸລະກິດ ດ້ານຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ) ສະບັບເລກທີ 1820/ສທ, ລົງວັນທີ 25/08/2017
9999-12-31 ALL
3 ຮຽກຮ້ອງໃຫ້ມີການກວດກາຜະລິດຕະພັນການແພດນໍາເຂົ້າ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ສາທາລະນະສຸກ ຜະລິດຕະພັນການແພດ ທີ່ນຳເຂົ້າຕ້ອງຜ່ານການກວດກາຈາກເຈົ້າໜ້າທີ່ອາຫານ ແລະ ຢາ ແລະ ຢູ່ຕາມຈຸດຜ່ານດ່ານຕ່າງໆ
  1. ກົດໝາຍ ວ່າດ້ວຍ ຢາ ແລະ ຜະລິດຕະພັນການແພດ ເລກທີ 07/ສພຊ, ລົງວັນທີ 21 ທັນວາ 2011
  2. ຂໍ້ຕົກລົງ ວ່າດ້ວຍການສ້າງຕັ້ງ ບໍລິສັດ ດໍາເນີນທຸລະກິດ ດ້ານຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ) ສະບັບເລກທີ 1820/ສທ, ລົງວັນທີ 25/08/2017
9999-12-31 ALL
4 ຮຽກຮ້ອງໃຫ້ຜູ້ນໍາເຂົ້າຢາ ຂຶ້ນທະບຽນຜູ້ນໍາເຂົ້າ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ສາທາລະນະສຸກ ບໍລິສັດນໍາເຂົ້າຢາ ຕ້ອງໄດ້ຂຶ້ນທະບຽນຜູ້ນໍາເຂົ້າ ກັບ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ
  1. ກົດໝາຍ ວ່າດ້ວຍ ຢາ ແລະ ຜະລິດຕະພັນການແພດ ເລກທີ 07/ສພຊ, ລົງວັນທີ 21 ທັນວາ 2011
  2. ຂໍ້ຕົກລົງ ວ່າດ້ວຍການສ້າງຕັ້ງ ບໍລິສັດ ດໍາເນີນທຸລະກິດ ດ້ານຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ) ສະບັບເລກທີ 1820/ສທ, ລົງວັນທີ 25/08/2017
9999-12-31 ALL
5 ຮຽກຮ້ອງໃຫ້ຜູ້ສົ່ງອອກຢາ ຂຶ້ນທະບຽນຜູ້ສົ່ງອອກ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ສາທາລະນະສຸກ ບໍລິສັດສົ່ງອອກຢາ ຕ້ອງໄດ້ຂຶ້ນທະບຽນຜູ້ສົ່ງອອກ ກັບ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ
  1. ກົດໝາຍ ວ່າດ້ວຍ ຢາ ແລະ ຜະລິດຕະພັນການແພດ ເລກທີ 07/ສພຊ, ລົງວັນທີ 21 ທັນວາ 2011
  2. ຂໍ້ຕົກລົງ ວ່າດ້ວຍການສ້າງຕັ້ງ ບໍລິສັດ ດໍາເນີນທຸລະກິດ ດ້ານຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ) ສະບັບເລກທີ 1820/ສທ, ລົງວັນທີ 25/08/2017
9999-12-31 ALL
6 ຮຽກຮ້ອງໃຫ້ຜູ້ນໍາເຂົ້າ ຜະລິດຕະພັນການແພດ ຂຶ້ນທະບຽນຜູ້ນໍາເຂົ້າ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ສາທາລະນະສຸກ ບໍລິສັດນໍາເຂົ້າຜະລິດຕະພັນການແພດ ຕ້ອງໄດ້ຂຶ້ນທະບຽນຜູ້ນໍາເຂົ້າ ກັບ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ
  1. ກົດໝາຍ ວ່າດ້ວຍ ຢາ ແລະ ຜະລິດຕະພັນການແພດ ເລກທີ 07/ສພຊ, ລົງວັນທີ 21 ທັນວາ 2011
  2. ຂໍ້ຕົກລົງ ວ່າດ້ວຍການສ້າງຕັ້ງ ບໍລິສັດ ດໍາເນີນທຸລະກິດ ດ້ານຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ) ສະບັບເລກທີ 1820/ສທ, ລົງວັນທີ 25/08/2017
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.