| ຊື່ | ຮຽກຮອ້ງໃຫ້ມີການຂຶ້ນທະບຽນ ຫຼື ຈົດແຈ້ງກ່ອນການນຳເຂົ້າຢາ |
|---|---|
| ຄຳອະທິບາຍ | ການນໍາເຂົ້າ ຢາ ແມ່ນຮຽກຮ້ອງໃຫ້ມີການຂຶ້ນ ທະບຽນ ຫຼື ຈົດແຈ້ງ ນໍາກະຊວງສາທາລະນະສຸກ ເພື່ອຄຸ້ມຄອງ, ຕິດຕາມ, ກວດກາຂຶ້ນທະບຽນ ຈົດແຈ້ງຢາ ໂດຍການແຈ້ງຊື່, ສ່ວນປະກອບ ຫຼື ສູດຕໍາລາ ຂອງຜະລິດຕະພັນ ຈາກຜູ້ຜະລິດ, ຮູບແບບ, ຄວາມແຮງ, ຫົວໜ່ວຍຫຸ້ມຫໍ່, ລະຫັດສາກົນ, ແຫຼ່ງທີ່ມາ ແລະ ຂໍ້ມູນທີ່ກ່ຽວກັບຢາ ເພື່ອຮັບປະກັນມາດຕະຖານ, ຄຸນນະພາບ, ປະສິດທິພາບ ແລະ ຄວາມປອດໄພ |
| ຄຳເຫັນ | ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງສິນຄ້າຕໍ່ຜູ້ຊົມໃຊ້ |
| ເລີ່ມມີຜົນ | 2003-08-13 |
| ສິ້ນສຸດ | 9999-12-31 |
| ອ້າງອີງ | ມາດຕາທີ 53 ຂອງກົດໝາຍ 85/ສພຊ; ມາດຕາ 13-20 ຂອງ ຂໍ້ຕົກລົງວ່າດ້ວຍການຂຶ້ນທະບຽນຢາຫຼວງ ເລກທີ 0622/ສທ, ລົງວັນທີ 2 ເມສາ 2025; ມາດຕາ 28 ຂອງຂໍ້ຕົກລົງ 1820/ສທ |
| ປະເພດ ມາດຕະການ | ຮຽກຮ້ອງໃຫ້ມີການຈົດທະບຽນ |
| ອົງກອນ | ກະຊວງ ສາທາລະນະສຸກ |
| ເອກະສານນິຕິກຳ | - ຂໍ້ຕົກລົງ ວ່າດ້ວຍການສ້າງຕັ້ງ ບໍລິສັດ ດໍາເນີນທຸລະກິດ ດ້ານຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ) ສະບັບເລກທີ 1820/ສທ, ລົງວັນທີ 25/08/2017
- ກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ(ສະບັບປັບປຸງ) ສະບັບເລກທີ 85/ສພຊ, ລົງວັນທີ 25 ມິຖຸນາ 2025 - ຂໍ້ຕົກລົງ ວ່າດ້ວຍການຂຶ້ນທະບຽນຢາຫຼວງ ເລກທີ 0622/ສທ; ລົງວັນທີ 02 ເມສາ 2025 |
| UN Code | B81 |
ຂັ້ນຕອນຍ່ອຍ
| # | ຊື່ຂັ້ນຕອນ | ລາຍລະອຽດ | ໝວດ | ເບິ່ງລາຍລະອຽດ |
|---|---|---|---|---|
| 1 | ຂັ້ນຕອນ ການຈົດທະບຽນ ແລະ ສະເໜີຂໍນຳເຂົ້າຢາ | ຂັ້ນຕອນ ການຈົດທະບຽນ ແລະ ສະເໜີຂໍນຳເຂົ້າຢາ. ຂັ້ນຕອນເຫຼົ່ານີ້ ຍັງສາມາດໃຊ້ໄດ້ ກັບເຄື່ອງສຳອາງ ແລະ ຢາພື້ນເມືອງ. | ທົ່ວໄປ |
ແບບຟອມ
| # | ຫົວຂໍ້ | ລາຍລະອຽດ | ອອກໂດຍ | ໄຟລ໌ |
|---|---|---|---|---|
| 1 | ໃບສະເໜີ ຂໍນຳເຂົ້າຕົວຢ່າງຢາ ເພື່ອຂຶ້ນທະບຽນ ຢູ ສປປ ລາວ | ໃບສະເໜີ ຂໍນຳເຂົ້າຕົວຢ່າງຢາ ເພື່ອຂຶ້ນທະບຽນ ຢູ ສປປ ລາວ | ກະຊວງ ສາທາລະນະສຸກ | |
| 2 | ລາຍການເອກະສານ ສຳລັບການຂຶ້ນທະບຽນຢາ ເພື່ອນຳເຂົ້າ | ລາຍການເອກະສານ ສຳລັບການຂຶ້ນທະບຽນຢາ ເພື່ອນຳເຂົ້າ | ກະຊວງ ສາທາລະນະສຸກ | |
| 3 | ລາຍການເອກະສານ ສຳລັບ ການຂຶ້ນທະບຽນຢາຄືນ (English) | ລາຍການເອກະສານ ສຳລັບ ການຂຶ້ນທະບຽນຢາຄືນ (English) | ກະຊວງ ສາທາລະນະສຸກ |
ສິນຄ້າ
| # | ລະຫັດ HSCODE | ລາຍລະອຽດ |
|---|---|---|
| 1 | 3001200000 | - ສິ່ງສະກັດຈາກຕ່ອມ ຫຼື ອະໄວຍະວະອື່ນ ຫຼື ສານສະກັດຂອງສິ່ງດັ່ງກ່າວ |
| 2 | 3001900000 | - ອື່ນໆ |
| 3 | 3002900000 | - ອື່ນໆ |
| 4 | 3003101000 | - - ທີ່ມີສ່ວນປະສົມອະມອກຊີລີນ (INN) ຫຼື ເກືອຂອງສິ່ງດັ່ງກ່າວ |
| 5 | 3003102000 | - - ມີສ່ວນປສົມແອມປີຊີລີນ (INN) ຫຼື ເກືອຂອງສິ່ງດັ່ງກ່າວ |
| 6 | 3003109000 | - - ອື່ນໆ |
| 7 | 3003200000 | - ອື່ນໆ, ທີ່ມີປະຕິຊີວະນະແອນທີໄບໂອຕີກ |
| 8 | 3003310000 | - - ທີ່ມີອິນຊູລິນ |
| 9 | 3003390000 | - - ອື່ນໆ |
| 10 | 3003900000 | - ອື່ນໆ |
| 11 | 3004101500 | - - - ທີ່ມີສ່ວນປະສົມເພນີຊີລິນ G (ນອກຈາກເພນີຊີລິນ G ເບັນຊາທີນ), ເຟໂນໄຊ ເມທິລ ເພນີຊີລິນ ຫຼື ເກືອຂອງສິ່ງດັ່ງກ່າວ |
| 12 | 3004101600 | - - - ທີ່ມີສ່ວນປະສົມຂອງອໍາປີຊີລິນ, ອາມັອກຊີລິນ ຫຼື ເກືອຂອງສິ່ງດັ່ງກ່າວຊະນິດໃຊ້ກິນ |
| 13 | 3004101900 | - - - ອື່ນໆ |
| 14 | 3004201000 | - - ທີ່ມີເຈນຕາໄມຊິນ ຫຼື ອະນຸພັນຂອງສິ່ງດັ່ງກ່າວ, ລິນໂຄໄມຊິນ ຫຼື ອະນຸພັນຂອງສິ່ງດັ່ງກ່າວ, ຊັລຟາເມທອກຊາໂຊລ ຫຼື ອະນຸພັນຂອງສິ່ງດັ່ງກ່າວ, ຊະນິດໃຊ້ກິນ ຫຼື ໃນຮູບຂອງຢາຂີ້ເຜິ້ງ |
| 15 | 3004203100 | - - - ຊະນິດໃຊ້ກິນ |
| 16 | 3004203200 | - - - ໃນຮູບຂອງຂີ້ເຜິ້ງ |
| 17 | 3004203900 | - - - ອື່ນໆ |
| 18 | 3004207100 | - - - ຊະນິດໃຊ້ກິນ ຫຼື ຢູ່ໃນຮູບຂອງຂີ້ເຜິ້ງ |
| 19 | 3004207900 | - - - ອື່ນໆ |
| 20 | 3004209100 | - - - ຊະນິດໃຊ້ກິນ ຫຼື ຢູ່ໃນຮູບຂອງຂີ້ເຜິ້ງ |
| 21 | 3004209900 | - - - ອື່ນໆ |
| 22 | 3004310000 | - - ທີ່ມີສ່ວນປະສົມຂອງອິນຊູລິນ |
| 23 | 3004321000 | - - - ທີ່ມີສ່ວນປະສົມຂອງເດຊາເມທາຊອນ ຫຼື ອະນຸພັນຂອງສິ່ງດັ່ງກ່າວ |
| 24 | 3004324000 | - - - ທີ່ມີສ່ວນປະສົມໄຮໂດຣຄໍຕີໂຊນ ໂຊດຽມ ຊັກຊີເນດ ຫຼື ຟລູໂອຊິໂນໂລນ ອະຊິໂທໄນດ໌ |
| 25 | 3004329000 | - - - ອື່ນໆ |
| 26 | 3004390000 | - - ອື່ນໆ |
| 27 | 3004501000 | - - ຊະນິດເໝາະສຳລັບເດັກນ້ອຍ, ໃນຮູບຂອງນໍ້າເຊື່ອມ |
| 28 | 3004502100 | - - - ຊະນິດໃຊ້ກິນ |
| 29 | 3004502900 | - - - ອື່ນໆ |
| 30 | 3004509100 | - - - ມີສ່ວນປະສົມຂອງໄວຕາມິນ A, B ຫຼື C |
| 31 | 3004509900 | - - - ອື່ນໆ |
| 32 | 3004901000 | - - ແຜ່ນຕິດຜິວໜັງເພື່ອໃຊ້ສຳລັບປີ່ນປົວພະຍາດມະເຮັງ ຫຼື ພະຍາດຫົວໃຈ |
| 33 | 3004902000 | - - ນໍ້າທີ່ຜ່ານການຂ້າເຊື້ອແລ້ວ ບັນຈຸໃນພາຊະນະປິດເພື່ອຊ່ວຍໃນການຫາຍໃຈ, ສຳລັບໃຊ້ໃນທາງການຢາ |
| 34 | 3004903000 | - - ຢາຂ້າເຊື້ອ |
| 35 | 3004904100 | - - - ທີ່ມີສ່ວນປະສົມໂພຣເຄນໄຮໂດຣຄລໍໄຣດ໌ |
| 36 | 3004904900 | - - - ອື່ນໆ |
| 37 | 3004905100 | - - - ທີ່ມີສ່ວນປະສົມຂອງອາເຊທິລຊາລີໄຊລິກອາຊິດ, ພາຣາເຊຕາມອລ ຫຼື ດີໄພຣອນ (INN), ຊະນິດໃຊ້ກິນ |
| 38 | 3004905300 | - - - ທີ່ມີສ່ວນປະສົມຂອງໄດຄລໍຟິແນກ, ຊະນິດໃຊ້ກິນ |
| 39 | 3004905400 | - - - ທີ່ມີສ່ວນປະສົມຂອງໄພຣິຊິແຄມ (INN) ຫຼື ໄອບິວໂພຣເຟນ |
| 40 | 3004905500 | - - - ອື່ນໆ, ທີ່ໃຊ້ເປັນຢາທາ |
| 41 | 3004905900 | - - - ອື່ນໆ |
| 42 | 3004906200 | - - - ທີ່ມີສ່ວນປະສົມຂອງໄພຣມາຄວິນ |
| 43 | 3004906900 | - - - ອື່ນໆ:- - - - ອື່ນໆ |
| 44 | 3004907100 | - - - ທີ່ມີສ່ວນປະສົມຂອງໄພເພີຣາຊິນ ຫຼື ເມເບນດາໂຊລ (INN) |
| 45 | 3004907200 | - - - ອື່ນໆ:- - - - ອື່ນໆ: ຢາສະໝຸນໄພສຳລັບປີ່ນປົວ ຫຼື ປ້ອງກັນພະຍາດ |
| 46 | 3004907900 | - - - ອື່ນໆ:- - - - ອື່ນໆ: ອື່ນໆ |
| 47 | 3004908100 | - - - ທີ່ມີສ່ວນປະສົມຂອງເດເຟິໂຣຊາມິນ, ຊະນິດໃຊ້ສັກ |
| 48 | 3004908200 | - - - ຢາຕ້ານເຊື້ອ HIV/ເອດສ໌ |
| 49 | 3004908900 | - - - ອື່ນໆ |
| 50 | 3004909100 | - - - ທີ່ມີສ່ວນປະສົມຂອງສານລະລາຍໂຊດຽມ ຄລໍໄຣດ໌ ຫຼື ກລູໂກສ, ຊະນິດສຳລັບໃຊ້ທາງຫຼອດເລືອດ |
| 51 | 3004909200 | - - - ທີ່ມີສ່ວນປະສົມຂອງຊໍບີໂຕລ ຫຼື ຊາລບູທາມອລ, ຊະນິດສຳລັບໃຊ້ທາງຫຼອດເລືອດ |
| 52 | 3004909300 | - - - ທີ່ມີສ່ວນປະສົມຂອງຊໍບີໂຕລ ຫຼື ຊາລບູທາມອລ, ໃນຮູບແບບອື່ນ |
| 53 | 3004909400 | - - - ທີ່ມີສ່ວນປະສົມຂອງໄຊເມຕິດີນ (ໄອເອນເອນ) ຫຼື ຣານິຕິດີນ (ໄອເອນເອນ) ນອກຈາກຊະນິດສໍາລັບໃຊ້ສັກ |
| 54 | 3004909500 | - - - ທີ່ມີສ່ວນປະສົມຂອງຟິໂນບາຣ໌ບິທັລ, ໄດອະຊິແພມ ຫຼື ຄລໍໂພຣມາຊິນ, ນອກຈາກຊະນິດສຳລັບໃຊ້ສັກ ຫຼື ສຳລັບໃຊ້ທາງຫຼອດເລືອດ |
| 55 | 3004909600 | - - - ຢາຍອດດັງສຳລັບຮັກສາ ຫຼື ປ້ອງກັນໂລກ ທີ່ມີສ່ວນປະສົມຂອງນາຟາໂຊຊິນ, ໄຊໂລເມທາໂຊລິນ ຫຼື ອອກຊີເມທາໂຊລິນ |
| 56 | 3004909800 | - - - - ອື່ນໆ: ຢາສະໝຸນໄພສຳລັບປີ່ນປົວ ຫຼື ປ້ອງກັນພະຍາດ |
| 57 | 3004909900 | - - - - ອື່ນໆ: ອື່ນໆ |
| 58 | 3005101000 | - - ທີ່ອາບຊຶມ ຫຼື ເຄືອບດ້ວຍສານທີ່ເປັນຢາປີ່ນປົວພະຍາດ |
| 59 | 3005109000 | - - ອື່ນໆ |
| 60 | 3005901000 | - - ຜ້າພັນບາດແຜ |
| 61 | 3005902000 | - - ຜ້າກອສ |
| 62 | 3005909000 | - - ອື່ນໆ |
| 63 | 3006101000 | - - ເສັ້ນດ້າຍທີ່ໃຊ້ຫ້າມເລືອດ ແລະ ຊັບເລືອດໃນການຜ່າຕັດ ຫຼື ສັນຍາກຳທີ່ຜ່ານ ການຂ້າເຊື້ອແລ້ວ; ເຄື່ອງຍຶດຕິດໃນການຜ່າຕັດ ຫຼື ສັນຍາກຳ ຫຼື ທັນຕະກຳທີ່ຜ່ານ ການຂ້າເຊື້ອແລ້ວຈະໃຊ້ຫ້າມເລືອດ ຫຼື ຊັບເລືອດ ຫຼື ບໍ່ກໍ່ຕາມ |
| 64 | 3006109000 | - - ອື່ນໆ |
| 65 | 3006301000 | - - ແບຣຽມ ຊັລເຟດ, ຊະນິດໃຊ້ກິນ |
| 66 | 3006302000 | - - ສານປະຕິກິຣິຍາ ທີ່ໄດ້ຈາກໄມໂຄຣບຽນສຳລັບການວິໄຈເຊື້ອພະຍາດ ໃນທາງສັດຕະວະວິທະຍາ |
| 67 | 3006303000 | - - ສານປະຕິກິຣິຍາວິໄຈເຊື້ອພະຍາດໄມໂຄຣບຽນອື່ນໆ |
| 68 | 3006309000 | - - ອື່ນໆ |
| 69 | 3006401000 | - - ຊີເມັນ ແລະ ຜະລິດຕະພັນທີ່ໃຊ້ອັດແຂ້ວອື່ນໆ |
| 70 | 3006402000 | - - ຊີີເມັນໃຊ້ເສີມກະດູກ |
| 71 | 3006500000 | - ກ່ອງ ແລະ ຊຸດສໍາລັບການປະຖົມພະຍາບານເບື້ອງຕົ້ນ |
| 72 | 3006600000 | - ເຄມີປຸງແຕ່ງສໍາລັບຄຸມກໍາເນີດ ຊຶ່ງມີຮໍໂມນ ຫຼື ສະເພີມີໄຊດ໌ເປັນສານຫຼັກ; ຜະລິດຕະພັນຂອງລະຫັດເຄົ້າ 29.37 |
| 73 | 3006700000 | - ວຸ້ນສຳເລັດຮູບອອກແບບສຳລັບຢາໃຊ້ກັບມະນຸດ ຫຼື ສັດ ເຊຶ່ງມີລັກສະນະເປັນ ນໍ້າມັນມື່ນ ສຳລັບບາງສ່ວນຂອງຮ່າງກາຍໃຊ້ກ່ຽວກັບການຜ່າຕັດ ຫຼື ໃຊ້ພ່ວງຕໍ່ລະຫວ່າງຮ່າງກາຍ ແລະ ເຄື່ອງມືການແພດ |
| 74 | 3006910000 | - - ເຄື່ອງໃຊ້ກ່ຽວກັບການຜ່າຕັດພາຍນອກ |
| 75 | 3006921000 | - - - ທີ່ໄດ້ຈາກຢາຊະນິດພິເສດສຳລັບຕ້ານມະເລັງ, HIV/ເອດສ໌ ຫຼື ພະຍາດອື່ນໆ |
| 76 | 3006929000 | - - - ອື່ນໆ |
Step-by-Step Guide
| # | Process name | Process short name | ການດໍາເນີນການດ້ານການຄ້າ |
|---|
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.