ກ່ອນການນໍາເຂົ້າຢາ ເພື່ອຮັກສາພະຍາດເຂົ້າມາ ສປປ ລາວ ຜູ້ນໍາເຂົ້າຕ້ອງໄດ້ຮັບໃບຢັ້ງຢືນ ຈາກກະຊວງສາທາລະນະສຸກເສັຍກ່ອນ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ຕົກລົງສະບັບເລກທີ456/ກຊສ, ລົງວັນທີ 19 ເມສາ 2016 ວ່າດ້ວຍການຄຸ້ມຄອງຢາ ຫຼື ສານເສບຕິດ, ອອກລິດຕໍ່ຈິດປະສາດ ແລະ ສານເຄມີຕົ້ນ.



ຂົ້ນຕອນ 1

ຜູ້ປະກອບການສາມາດຊື້ໃບສະເໜີກັບກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ. ກົດທີ່ນີ້ ເພື່ອກວດເບິ່ງແບບຟອມໃບສະເໜີ. ກົດທີ່ນີ້ ເພື່ອກວດເບິ່ງລາຍການເອກະສານທີ່ຈໍາເປັນສໍາລັບການຈົດທະບຽນຢາ. ກົດທີ່ນີ້ ເພື່ອກວດເບິ່ງຄືນລາຍການເອກະສານທີ່ຈໍາເປັນສໍາລັບການຕໍ່ທະບຽນຢາ.

ຂັ້ນຕອນ 2

ການສະເໜີແຜນການນໍາເຂົ້າ ຕ້ອງປະກອບໄປພ້ອມກັບເອກະສານສະໜັບສະໜຸນຈໍານວນໜຶ່ງ. ລາຍລະອຽດຂອງເອກະສານອາດຈະແຕກຕ່າງກັນໄປ ຕາມປະເພດຂອງຜະລິດຕະພັນ. ໃນກໍລະນີທີ່ມີຂໍ້ສົງໄສ ທ່ານສາມາດສອບຖາມເພີ່ມເຕີມໄດ້ຈາກ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ.

ຂັ້ນຕອນ 3

ກະຊວງສາທາລະນະສຸກຈະໃຫ້ຜູ້ນໍາເຂົ້າສະໜອງຕົວຢ່າງຜະລິດຕະພັນເພື່ອວິເຄາະ. ການນໍາເຂົ້າຕົວຢ່າງກໍສາມາດສະເໜີໂດຍນໍາໃຊ້ແບບຟອມທີ່ມີໃຫ້. ກົດທີ່ນີ້ ເພື່ອເບິ່ງຕົວຢ່າງໃບສະເໜີນໍາເຂົ້າຕົວຢ່າງຢາ ເພື່ອຈົດທະບຽນ.

ຂັ້ນຕອນ 4

ພາຍຫຼັງທີ່ແຜນການນໍາເຂົ້າໄດ້ຮັບການອະນຸມັດຈາກ ກະຊວງສາທາລະນະສຸກແລ້ວກໍຈະອອກໃບຢັ້ງຢືນການຈົດທະບຽນ ພ້ອມດ້ວຍເງື່ອນໄຂຂໍ້ປະຕິບັດ ຈໍານວນໜຶ່ງທີ່ຜູ້ນໍາເຂົ້າຕ້ອງໄດ້ປະຕິບັດທຸກໆຄັ້ງທີ່ນໍາເຂົ້າ. ໃບຢັ້ງຢືນການຈົດທະບຽນນັ້ນມີອາຍຸຢູ່ໄລຍະໜຶ່ງ. ສໍາລັບການນໍາເຂົ້າແຕ່ລະຄັ້ງ ຜູ້ນໍາເຂົ້າ ຕ້ອງໄດ້ສະເໜີຂໍໃບອະນຸຍາດນໍາເຂົ້າຈາກກະຊວງສາທາລະນະສຸກ. ກົດທີ່ນີ້ ເພື່ອກວດເບິ່ງຂະບວນການຂັ້ນຕອນໃນການສະເໜີຂໍໃບອະນຸຍາດນໍາເຂົ້າ.

ຂັ້ນຕອນ 5

ຜູ້ສະເໜີຮັບໃບຈົດທະບຽນ ຫຼື ໃບອະນຸຍາດ. ສໍາລັບໃບຈົດທະບຽນມີອາຍຸໃຊ້ງານສອງປີ  ພາຍຫຼັງສອງປີ ຜູ້ປະກອບການຕ້ອງໄດ້ສະເໜີຂໍຕໍ່ການຈົດທະບຽນຄືນໃໝ່.

ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່: ກົມອາຫານ ແລະ ຢາ,​ ກະຊວງສາທາລະນະສຸກ.

ບ້ານທາດຂາວ, ຖະໜົນສີເມືອງ, ນະຄອນຫຼວງວຽງຈັນ, ສປປລາວ 
ໂທລະສັບ: +(856-21) 214013
ໂທລະສານ: +(856-21) 214015
ເວັບໄຊທ໌: www.fdd.gov.la
ອີເມວ: [email protected]

 

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
1 ໃບສະເໜີ ຂໍນຳເຂົ້າຕົວຢ່າງຢາ ເພື່ອຂຶ້ນທະບຽນ ຢູ ສປປ ລາວ ໃບສະເໜີ ຂໍນຳເຂົ້າຕົວຢ່າງຢາ ເພື່ອຂຶ້ນທະບຽນ ຢູ ສປປ ລາວ ກະຊວງ ສາທາລະນະສຸກ PDF
2 ລາຍການເອກະສານ ສຳລັບການຂຶ້ນທະບຽນຢາ ເພື່ອນຳເຂົ້າ ລາຍການເອກະສານ ສຳລັບການຂຶ້ນທະບຽນຢາ ເພື່ອນຳເຂົ້າ ກະຊວງ ສາທາລະນະສຸກ PDF
3 ລາຍການເອກະສານ ສຳລັບ ການຂຶ້ນທະບຽນຢາຄືນ (English) ລາຍການເອກະສານ ສຳລັບ ການຂຶ້ນທະບຽນຢາຄືນ (English) ກະຊວງ ສາທາລະນະສຸກ PDF
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
1 ຮຽກຮອ້ງໃຫ້ມີການຂຶ້ນທະບຽນ ຫຼື ຈົດແຈ້ງກ່ອນການນຳເຂົ້າຢາ ການນໍາເຂົ້າ ຢາ ແມ່ນຮຽກຮ້ອງໃຫ້ມີການຂຶ້ນ ທະບຽນ ຫຼື ຈົດແຈ້ງ ນໍາກະຊວງສາທາລະນະສຸກ ເພື່ອຄຸ້ມຄອງ, ຕິດຕາມ, ກວດກາຂຶ້ນທະບຽນ ຈົດແຈ້ງຢາ ໂດຍການແຈ້ງຊື່, ສ່ວນປະກອບ ຫຼື ສູດຕໍາລາ ຂອງຜະລິດຕະພັນ ຈາກຜູ້ຜະລິດ, ຮູບແບບ, ຄວາມແຮງ, ຫົວໜ່ວຍຫຸ້ມຫໍ່, ລະຫັດສາກົນ, ແຫຼ່ງທີ່ມາ ແລະ ຂໍ້ມູນທີ່ກ່ຽວກັບຢາ ເພື່ອຮັບປະກັນມາດຕະຖານ, ຄຸນນະພາບ, ປະສິດທິພາບ ແລະ ຄວາມປອດໄພ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ສາທາລະນະສຸກ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງສິນຄ້າຕໍ່ຜູ້ຊົມໃຊ້ ຂໍ້ຕົກລົງ ວ່າດ້ວຍການສ້າງຕັ້ງ ບໍລິສັດ ດໍາເນີນທຸລະກິດ ດ້ານຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ) ສະບັບເລກທີ 1820/ສທ, ລົງວັນທີ 25/08/2017 9999-12-31 ສິນຄ້າ
2 ຕ້ອງຈົດທະບຽນ-ຜະລິດຕະພັນເຄື່ອງສຳອາງທີ່ນຳເຂົ້າ ຜະລິດຕະພັນເຄື່ອງສໍາອາງ ທີ່ຈະນໍາເຂົ້າມາຈໍາໜ່າຍຢູ່ ສປປລາວ ຕ້ອງໄດ້ຈົດທະບຽນຢູ່ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ. ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ສາທາລະນະສຸກ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງສິນຄ້າ ຕໍ່ຜູ້ຊົມໃຊ້ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຜະລິດຕະພັນເຄື່ອງສໍາອາງ (ສະບັບປັບປຸງ), ເລກທີ 1626/ສທ, ລົງວັນທີ 21 ກໍລະກົດ 2023. 9999-12-31 ສິນຄ້າ
3 ຮຽກຮອ້ງໃຫ້ຜູ້ນຳເຂົ້າອາຫານຕ້ອງໄດ້ຂື້ນທະບຽນ ຜູ້ນຳເຂົ້າອາຫານ ທີ່ຖືກບໍລິໂພກດ້ວຍຄົນເຮົາ ແລະ ຢູ່ໃນຄວາມຮັບຜິດຊອບຂອງກະຊວງສາທາລະນະສຸກ ຕ້ອງໄດ້ຂຶ້ນທະບຽນດໍາເນີນທຸລະກິດກັບກົມອາຫານ ແລະ ຢາF ກະຊວງສາທາລະນະສຸກ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ສາທາລະນະສຸກ ຄຸ້ມຄອງ, ຕິດຕາມ, ກວດກາ ທຸລະກິດອາຫານ ແນໃສ່ປົກປ້ອງສຸຂະພາບຂອງຜູ້ບໍລິໂພກ ແລະ ເພື່ອຫຼີກເວັ້ນການປອມ ແປງຜະລິດຕະພັນຈາກຄົນອື່ນ. ຂໍ້ຕົກລົງ ວ່າດ້ວຍ ການກວດກາອາຫານ ເລກທີ 297/ກຊສ 9999-12-31 ສິນຄ້າ
4 ຄ່າຈົດທະບຽນຢາສາກົນ ນຳເຂົ້າ "ຄ່າຈົດທະບຽນຢາສາກົນນຳເຂົ້າແມ່ນ: + ຄ່າທໍານຽມ: - ຢາໃໝ່ 3,000,000 ກີບ/5 ປີ/ລາຍການ - ຢາເກົ່າ 2,000,000 ກີບ/5 ປີ/ລາຍການ + ຄ່າບໍລິການ: ຄົ້ນຄວ້າ ແລະ ພິຈາລະນາການຈົດທະບຽນຢາ ແມ່ນ 100,000 ກີບ/ລາຍການ" ພັນທະທີ່ຕ້ອງຈ່າຍ ກະຊວງ ສາທາລະນະສຸກ ເພື່ອເກັບລາຍຮັບບໍລິຫານຂອງລັດ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 9999-12-31 ສິນຄ້າ
5 ຄ່າຈົດທະບຽນອຸປະກອນການແພດ ນໍາເຂົ້າ "ຄ່າຈົດທະບຽນສຳລັບການນຳເຂົ້າອຸປະກອນການແພດ ແມ່ນ: + ຄ່າທໍານຽມ: - ອຸປະກອນການແພດ A ທີ່ມີຄວາມສ່ຽງຕໍ່າ (ຕາມຄວາມສະໝັກໃຈ) ແມ່ນ 500,000 ກີບ/ປີ/ຄັ້ງ/ລາຍການ - ອຸປະກອນການແພດ B ທີ່ມີຄວາມສ່ຽງຕໍ່າ ຫາ ປານກາງ ແມ່ນ 1,200,000 ກີບ/ປີ/ຄັ້ງ/ລາຍການ - ອຸປະກອນການແພດ C ທີ່ມີຄວາມສ່ຽງປານກາງ ຫາ ຄວາມສ່ຽງສູງ ແມ່ນ 1,600,000 ກີບ/ປີ/ຄັ້ງ/ລາຍການ - ອຸປະກອນການແພດ D ທີ່ມີຄວາມສ່ຽງສູງ ແມ່ນ 2,000,000 ກີບ/ປີ/ຄັ້ງ/ລາຍການ + ຄ່າບໍລິການ: ຄົ້ນຄວ້າ ແລະ ພິຈາລະນາການຈົດທະບຽນອຸປະກອນການແພດ ແມ່ນ 100,000 ກີບ/ລາຍການ" ພັນທະທີ່ຕ້ອງຈ່າຍ ກະຊວງ ສາທາລະນະສຸກ ເພື່ອເກັບລາຍຮັບບໍລິຫານຂອງລັດ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 9999-12-31 ສິນຄ້າ
6 ຄ່າຈົດທະບຽນຢາພື້ນເມືອງ ທີ່ນຳເຂົ້າ "ຄ່າຈົດທະບຽນຢາພື້ນເມືອງ ທີ່ນຳເຂົ້າຈາກຕ່າງປະເທດແມ່ນ: + ຄ່າທໍານຽມ: - ຢາທີ່ມີການພັດທະນາໃໝ່ 2,500,000 ກີບ/5ປີ/ຄັ້ງ/ລາຍການ - ຢາພື້ນເມືອງເກົ່າ (ສູດຕໍາລາສືບທອດບູຮານ) 1,500,000 ກີບ/5ປີ/ຄັ້ງ/ລາຍການ + ຄ່າບໍລິການ: ຄົ້ນຄວ້າ ແລະ ພິຈາລະນາການຈົດທະບຽນຢາພື້ນເມືອງ ແມ່ນ 100,000 ກີບ/ລາຍການ" ພັນທະທີ່ຕ້ອງຈ່າຍ ກະຊວງ ສາທາລະນະສຸກ ເພື່ອເກັບລາຍຮັບບໍລິຫານຂອງລັດ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 9999-12-31 ສິນຄ້າ
7 ຄ່າທໍານຽມ - ອອກໃບອະນຸຍາດການນຳເຂົ້າຢາພື້ນເມືອງ ຄ່າທໍານຽມອອກໃບອະນຸຍາດນຳເຂົ້າຢາພື້ນເມືອງ ແມ່ນ 20,000/ຄັ້ງ ພັນທະທີ່ຕ້ອງຈ່າຍ ກະຊວງ ສາທາລະນະສຸກ ເພື່ອເກັບລາຍຮັບບໍລິຫານຂອງລັດ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 9999-12-31 ສິນຄ້າ
8 ຄ່າຈົດແຈ້ງ (ຈົດທະບຽນ) ເຄື່ອງສຳອາງ ນໍາເຂົ້າ "ຄ່າຈົດແຈ້ງ (ຈົດທະບຽນ) ເຄື່ອງສໍາອາງນໍາເຂົ້າ ແມ່ນ: - ຄ່າທໍານຽມ 200,000 ກີບ/2 ປີ/ລາຍການ - ຄ່າບໍລິການ ຄົ້ນຄວ້າ ແລະ ພິຈາລະນາຈົດແຈ້ງ 50,000 ກີບ/ລາຍການ" ພັນທະທີ່ຕ້ອງຈ່າຍ ກະຊວງ ສາທາລະນະສຸກ ເພື່ອບໍລິຫານດ້ານວິຊາການ ແລະ ຊຸກຍູ້ຄັງເງິນຂອງລັດ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 9999-12-31 ສິນຄ້າ
9 ຄ່າບໍລິການ - ກວດກາຜະລິດຕະພັນການແພດນໍາເຂົ້າ (ກວດຕົວຈິງ) ຄ່າບໍລິການກວດກາຕົວຈິງຢູ່ນອກສະຖານທີ່ ສໍາລັບຜະລິດຕະພັນການແພດນຳເຂົ້າແມ່ນ 50,000 ກີບ/ຄັ້ງ ພັນທະທີ່ຕ້ອງຈ່າຍ ກະຊວງ ສາທາລະນະສຸກ ເພື່ອບໍລິຫານດ້ານເຕັກນິກ ແລະ ຊຸກຍູ້ຄັງເງິນຂອງລັດ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 9999-12-31 ສິນຄ້າ
10 ຄ່າບໍລິການ - ກວດກາຢາຜະລິດຕະພັນການແພດນໍາເຂົ້າ (ກວດເອກະສານ) " - ຄ່າບໍລິການກວດກາເອກະສານນຳເຂົ້າຜະລິດຕະພັນການແພດ ຢູ່ກົມອາຫານ ແລະ ຢາ ຫຼື ພະແນກສາທາລະນະສຸກ ແຂວງ ແມ່ນ 20,000 ກີບ/ອິນວອຍ/ຄັ້ງ. - ຄ່າບໍລິການກວດກາເອກະສານນໍາເຂົ້າຜະລິດຕະພັນການແພດ ລວມທັງກວດເອກະສານຕິດບາໂຄດນໍາເຂົ້າ, 1 ບາໂຄດ ເທົ່າກັບ 1 ຄັ້ງ ຢູ່ດ່ານ ແມ່ນ 20,000 ກີບ/ອິນວອຍ/ຄັ້ງ." ພັນທະທີ່ຕ້ອງຈ່າຍ ກະຊວງ ສາທາລະນະສຸກ ເພື່ອບໍລິຫານດ້ານວິຊາການ ແລະ ຊຸກຍູ້ຄັງເງິນຂອງລັດ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 9999-12-31 ສິນຄ້າ
11 ຕ້ອງຕິດສະຫຼາກ- ຜະລິດຕະພັນເຄື່ອງສຳອາງນໍາເຂົ້າ ຕ້ອງຕິດສະຫຼາກທີ່ຖືກຕ້ອງ ແລະ ຄົບຖ້ວນ ເປັນພາສາລາວ ແລະ ສາກົນ ຫຼື ພາສາລາວ ແລະ ພາສາຂອງປະເທດຕົ້ນທາງ ທີ່ອ່ານໄດ້ຊັດເຈນ TBT ກະຊວງ ສາທາລະນະສຸກ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພ ຂອງສິນຄ້າ ແກ່ຜູ້ຊົມໃຊ້ ຂໍ້ກໍານົດ ວ່າດ້ວຍ ການຄຸ້ມຄອງຄຸນນະພາບ ຜະລິດຕະພັນເຄື່ອງສໍາອາງ ເລກທີ 2580/ກຊສ 9999-12-31 ສິນຄ້າ
12 ຮຽກຮ້ອງໃຫ້ຕິດສະຫຼາກຢານໍາເຂົ້າ ຢາທີ່ນໍາເຂົ້າມາຕ້ອງຕິດສະຫຼາກຕາມເນື້ອໃນທີ່ລະບຸໄວ້ ແລະ ຕ້ອງພິມຂໍ້ຄວາມເປັນພາສາລາວ ແລະ/ຫຼື ພາສາຕ່າງປະເທດທີ່ໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກ ເພື່ອໃຫ້ຂໍ້ມູນແກ່ຜູ້ບໍລິໂພກ ແລະ ຜູ້ກວດກາຕິດຕາມ TBT ກະຊວງ ສາທາລະນະສຸກ ເພື່ອໃຫ້ຂໍ້ມູນແກ່ຜູ້ບໍລິໂພກ ແລະ ຜູ້ກວດກາຕິດຕາມ ກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ(ສະບັບປັບປຸງ) ສະບັບເລກທີ 85/ສພຊ, ລົງວັນທີ 25 ມິຖຸນາ 2025 9999-12-31 ສິນຄ້າ
13 ຕ້ອງຈົດທະບຽນການນຳເຂົ້າ - ສານເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ກ່ອນຈະນຳເຂົ້າ ສານເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ, ຜູ້ນຳເຂົ້າ ຕ້ອງຈົດທະບຽນຢາກັບກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ສາທາລະນະສຸກ ເພື່ອຄຸ້ມຄອງການແຈກຢາຍ ແລະ ນຳໃຊ້ ແນໃສ່ປົກປ້ອງສຸຂະພາບຂອງຄົນເຮົາ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຢາ ຫຼື ສານເສບຕິດ, ອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ເລກທີ 456/ກຊສ, ລົງວັນທີ 19 ເມສາ 2006 9999-12-31 ສິນຄ້າ
14 ຕ້ອງຂໍອະນຸຍາດນຳເຂົ້າ - ສານເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ການນຳເຂົ້າ ສານເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ຕ້ອງໄດ້ຮັບອະນຸຍາດຈາກກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຕ້ອງໄດ້ຮັບອະນຸມັດ ກະຊວງ ສາທາລະນະສຸກ ເພື່ອປົກປ້ອງສຸຂະພາບຂອງຄົນເຮົາ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຢາ ຫຼື ສານເສບຕິດ, ອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ເລກທີ 456/ກຊສ, ລົງວັນທີ 19 ເມສາ 2006 9999-12-31 ສິນຄ້າ
15 ຕ້ອງຕິດສະຫຼາກ ສານເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ນຳເຂົ້າ ສານເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ທີ່ນຳເຂົ້າ ຕ້ອງໄດ້ຕິດ ສະຫຼາກຕາມທີ່ລະບຸໄວ້ໂດຍກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ TBT ກະຊວງ ສາທາລະນະສຸກ ເພື່ອປົກປ້ອງສຸຂະພາບຂອງຄົນເຮົາ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຢາ ຫຼື ສານເສບຕິດ, ອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ເລກທີ 456/ກຊສ, ລົງວັນທີ 19 ເມສາ 2006 9999-12-31 ສິນຄ້າ
16 ຮຽກຮ້ອງໃຫ້ມີການເກັບຮັກສາ - ສານເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ສານເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ຕ້ອງປະຕິ ບັດຕາມເງື່ອນໄຂທີ່ກຳນົດໄວ້ ໂດຍກົມອາຫານ ແລະ ຢາ, ກະຊວງສາທາລະ ນະສຸກ. TBT ກະຊວງ ສາທາລະນະສຸກ ເພື່ອຮັກສາສານເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ໃຫ້ມີຢູ່ໃນສະພາບທີ່ດີ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຢາ ຫຼື ສານເສບຕິດ, ອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ເລກທີ 456/ກຊສ, ລົງວັນທີ 19 ເມສາ 2006 9999-12-31 ສິນຄ້າ
17 ຄ່າບໍລິການ - ອອກໃບຢັ້ງຢືນການສົ່ງອອກ ຢາພື້ນເມືອງ ຄ່າບໍລິການອອກໃບຢັ້ງຢືນການສົ່ງອອກ ຢາພື້ນເມືອງ ແມ່ນ 200,000 ກີບ/ຄັ້ງ ພັນທະທີ່ຕ້ອງຈ່າຍ ກະຊວງ ສາທາລະນະສຸກ ເພື່ອເກັບລາຍຮັບບໍລິຫານຂອງລັດ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 9999-12-31 ສິນຄ້າ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.