ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

 ກະຊວງສາທາລະນະສຸກ        ເລກທີ 456/ກຊສ
ນະຄອນຫຼວງວຽງຈັນ; ລົງວັນທີ 19 ເມສາ 2006

 ຂໍ້ຕົກລົງຂອງກະຊວງສາທາລະນະສຸກ ວ່າດ້ວຍ
ການຄຸ້ມຄອງຢາ ຫຼື ສານເສບຕິດ, ອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ.

  • ອີງຕາມ ກົດໝາຍວ່າດ້ວຍຢາແລະຜະລິດຕະພັນການແພດ. ສະບັບເລກທີ01/ສພຊ, ລົງວັນທີ 08 ເມສາ 2000
  • ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງແລະການເຄື່ອນໄຫວຂອງກະຊວງສາທາ ລະນະສຸກ.ສະບັບເລກທີ020/ນຍ,ລົງວັນທີ19/03/99
  • ອີງຕາມ 3ສົນທິສັນຍາຂອງອົງການສາຫະປະຊາຊາດ ປີ1961 ວ່າດ້ວຍຢາເສບຕິດ, ປີ1971 ວ່າ ດ້ວຍວັດຖຸອອກລິດຕໍ່ຈິດ-ປະສາດ(ມາດຕາ12ວ່າດ້ວຍສານເຄມີຕົ້ນ).
  • ອີງຕາມ ສະເໜີຂອງກົມອາຫານ ແລະ ຢາ.

ລັດຖະມົນຕີວ່າການກະຊວງສາທາລະນະສຸກອອກຂໍ້ຕົກລົງ:

ໝວດທີ I
ຫຼັກການລວມ

ມາດຕາ 1. ຈຸດປະສົງ ແລະ ລະດັບຄາດໝາຍ

1.  ຈຸດປະສົງ

ກໍານົດບັນດາຫຼັກການ, ລະບຽບການ, ມາດຕະຖານ, ມາດຕະການຕໍ່ການຄຸ້ມຄອງການເຄື່ອນ ໄຫວດໍາເນີນການຜະລິດ, ນໍາເຂົ້າ, ສົ່ງອອກ, ຈໍາໜ່າຍ, ຂາຍຍ່ອຍ, ຊື້, ຂົນສົ່ງ, ສົ່ງຜ່ານມອບ-ຮັບ, ເກັບ ຮັກສາ ແລະ ນໍາໃຊ້ຢາ ຫຼື ສານເສບຕິດ, ອອກລິດຕໍ່ຈິດປະສາດ ແລະ ສານເຄມີຕົ້ນໃນວົງການແພດ, ການຢາ, ຄົ້ນຄ້ວາວິທະຍາສາດ ແລະອຸດສາຫະກໍາຕ່າງໆ ທຸກອົງການຈັດ ຕັ້ງລັດ, ສາກົນ, ຜູ້ອະນຸຍາດ ແລະ ປະຊາຊົນບັນດາເຜົ່າປະຕິບັດຖືກຕ້ອງຕາມກົດໝາຍ ແລະລະບຽບຫຼັກການວິຊາການ ຂອງຂະແໜງ ການສາທາລະນະສຸກ

2.  ລະດັບຄາດໝາຍ

ເຮັດໃຫ້ການຈັດຕັ້ງປະຕິບັດລະບຽບຫຼັກການ ໃນການຄຸ້ມຄອງ, ຕິດຕາມກວດກາ ແລະ ປະເມີນຜົນການຜະລິດ, ນໍາເຂົ້າ, ສົ່ງອອກ, ຊື້-ຂາຍ ແລະນໍາໃຊ້ຢາເສບຕິດ, ວັດຖຸອອກລິດຕໍ່ ຈິດ-ປະສາດ ແລະ ສານເຄມີຕົ້ນ ມີປະສິດທິຜົນ, ຮັດກຸມ ແລະ ເຮັດໃຫ້ການເຄື່ອນໄຫວວຽກ ງານດ້ານດັ່ງກ່າວ ປະຕິບັດຖືກຕ້ອງຕາມລະບຽບການທີ່ວາງອອກ.

ມາດຕາ 2. ຂອບເຂດການນໍາໃຊ້

ຂໍ້ຕົກລົງສະບັບນີ້ ມີຂອບເຂດການນໍາໃຊ້ໃນທາງການແພດ, ການຢາ, ການຄົ້ນຄ້ວາວິທະຍາສາດ, ອຸດສາຫະກໍາ, ກະສິກໍາ ແລະ ຂະແໜງການກ່ຽວຂ້ອງອື່ນໆ ທີ່ພົວພັນເຖິງການເຄື່ອນໄຫວດໍາເນີນການ ທີ່ ຖືກຕ້ອງຕາມກົດໝາຍກ່ຽວກັບຢາ ຫຼື ສານເສບຕິດ, ອອກລິດຕໍ່ຈິດ-ປະສາດ ຫຼື ສານເຄມີຕົ້ນ, ແຕ່ບໍ່ມີ ຜົນບັງຄັບໃຊ້ກັບຢາ ຫຼື ສານເສບເສບຕິດ,ອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ຕາມທີ່ໄດ້ລະບຸໄວ້ ໃນ ກົດໝາຍອາຍາ ມາດຕາ 135 ສະບັບລັດແກ້

ມາດຕາ 3. ຄວາມໝາຍຂອງຄໍາສັບທີ່ຢູ່ໃນຂໍ້ຕົກລົງສະບັບນີ້່

1. ‘’ຢາຫຼືສານເສບຕິດ’’ ແມ່ນຢາ, ເຄມີ, ພືດ ຫຼື ວັດຖຸ ໃດໜຶ່ງທີ່ໄດ້ຈາກທໍາມະຊາດ ຫຼື ຈາກການສັ່ງ ເຄາະ ຊຶ່ງໃຊ້ໃນຈຸດປະສົງທາງການແພດ ເພື່ອບັນເທົາ ຫຼື ລະງັບອາການເຈັບປວດ ຕ່າງໆ ແລະອື່ນໆ ຊຶ່ງເມື່ອໃຊ້ເກີນປະລິມານ ຫຼື ບໍ່ຖືກຕ້ອງຕາມຫຼັກການ ການແພດຈະເຮັດ ໃຫ້ເກີດຜົນກະທົບຕໍ່ຮ່າງກາຍ ແລະ ຈິດໃຈ ເຊັ່ນ: ເສຍຄວາມຮູ້ສຶກ, ງ້ວງຊຶມ, ຄວາມຊົງຈໍາ ຂອງມັນສະໝອງເຊື່ອມ ແລະ ສຸຂະ ພາບຊຸດໂຊມ, ນິໄສໃຈຄໍປ່ຽນແປງ.

2. ‘’ຢາ ຫຼື ສານອອກລິດຕໍ່ຈິດ-ປະສາດ’’ ແມ່ນຢາ, ເຄມີ, ພືດ ຫຼື ວັດຖຸໃດໜຶ່ງ ທີ່ໄດ້ຈາກທໍາມະຊາດ ຫຼື ຈາກການສັ່ງເຄາະ ຊຶ່ງໃຊ້ໃນຈຸດປະສົງທາງການແພດ ແລະ ອື່ນໆ ເພື່ອນອນຫຼັບ ໄດ້ງ່າຍ, ລະງັບອາ ການກະວົນກະວາຍ ແລະ ອາການເຈັບປວດຕ່າງໆຂອງຮ່າງກາຍ ແລະ ອື່ນໆ, ຊຶ່ງເມື່ອໃຊ້ເກີນປະລິ ມານ ຫຼື ບໍ່ຖືກຕ້ອງຕາມຫຼັກການ ການແພດຈະເຮັດໃຫ້ເກີດກະຕຸ້ນຕໍ່ຮ່າງກາຍ ແລະ ຈິດໃຈໃຫ້ຂະຫຍັນ ຫ້າວຫັນ, ກົດປະສາດຮຸນແຮງ, ປະສາດຫຼອນ ຫຼືມີອາການຕ່າງໆ ຄ້າຍຄືອາການການເສບຢາເສບຕິດ.

3. ‘’ຜະລິດ’’ ແມ່ນການປູກ, ການປຸງແຕ່ງ, ການປະສົມ ຫຼື ຂະບວນການປ່ຽນແປງຈາກວັດຖຸທໍາມະຊາດ ຫຼື ສານສັ່ງເຄາະມາເປັນຢາປະເພດຢາເສບຕິດ ຫຼື ອອກລິດຕໍ່ຈິດ-ປະສາດ ໃນນີ້ ລວມທັງການແບ່ງ ບັນຫາຫຸ້ມຫໍ່.

4. ‘’ຈໍາໜ່າຍ‘’ ແມ່ນການຂາຍ, ຈ່າຍ, ແຈກຢາຍ, ແລກປ່ຽນ ຫຼື ໃຫ້ເປັນນວນຫຼາຍ ເພື່ອຜົນປະໂຫຍດ ທາງການຄ້າ, ລວມທັງການມີໄວ້ຄອບຄອງເພື່ອຂາຍ.

5. ‘’ຂາຍຍ່ອຍ‘’ ແມ່ນການຂາຍໃຫ້ບຸກຄົນນໍາໃຊ້ສ່ວນຕົວ ເພື່ອຈຸດປະສົງທາງການແພດ ຕາມໃບສັ່ງຢາ ຂອງແພດ.

6. ‘’ນໍາເຂົ້າ‘’ ແມ່ນການນໍາ ຫຼື ສົ່ງເຂົ້າມາໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈາກປະ ເທດອື່ນ ທີ່ໄດ້ອະນຸຍາດຢ່າງຖືກຕ້ອງ ຕາມລະບຽບການ.

7. ‘’ສົ່ງອອກ‘’ ແມ່ນການນໍາສົ່ງອອກຈາກສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄປອີກປະ ເທດອື່ນ ໂດຍຖືກຕ້ອງຕາມກົດໝາຍ.

8. ‘’ສົ່ງຜ່ານ‘’ ແມ່ນການນໍາເຂົ້າຈາກສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄປອີກປະ ເທດອື່ນ ທີ່ເປັນປະເທດປາຍທາງ ດ້ວຍພາຫະນະຂົນສົ່ງໃດໜຶ່ງ.

9. ‘’ຂົນສົ່ງ‘’ ແມ່ນການເຄື່ອນຍ້າຍຢາປະເພດເສບຕິດ, ອອກລິດຕໍ່ຈິດ-ປະສາດ, ສານເຄມີຕົ້ນ, ສານເຄມີ ອື່ນໆ ຫຼື ວັດຖຸອຸປະກອນຮັບໃຊ້ການຜະລິດຢາ ໂດຍທາງນໍ້າ, ທາງບົກ ແລະ ທາງອາກາດ ຈາກສະ ຖານທີ່ໜຶ່ງໄປອີກສະຖານທີ່ອື່ນ ດ້ວຍພະຫະນະຂົນສົ່ງພູດໜຶ່ງ.

10. ‘’ເສບ‘’ ແມ່ນການນໍາເຂົ້າສູ່ຮ່າງກາຍດ້ວຍວິທີ ກີນ, ດື່ມ, ສູບ, ດົມ, ສັກ, ສີດ, ຫຼື ດ້ວຍວິທີອື່ນໆ ໂດຍຜ່ານລະບົບສາວິລະວິທະຍາຂອງຮ່າງກາຍ ເກີນປະລິມານນໍາໃຊ້.

11. ‘’ສະຖານທີ່ປີ່ນປົວ’’ ແມ່ນໂຮງໝໍ, ສູນ, ສະຖາບັນທີ່ໄດ້ຮັບອະນຸຍາດໃຫ້ດໍາເນີນການປິ່ນປົ່ວ ແລະ

ຟື້ນຟູຜູ້ຕິດຢາເສບຕິດ ດ້ວຍການໃຊ້ຢາປະເພດເສບຕິດ ຫຼື ອອກລິດຕໍ່ຈິດ-ປະ ສາດ ຫຼື ສານເຄມີຕົ້ນ ຈາກກະຊວງສາທາລະນະສຸກ

12. ‘’ຜູ້ຮັບອະນຸຍາດ‘’ ແມ່ນບຸກຄົນ ຫຼື ການຈັດຕັ້ງໃດຫນຶ່ງ ທີ່ໄດ້ຮັບອະນຸຍາດໃຫ້ດໍາເນີນການຜະລິດ, ນໍາເຂົ້າ, ສົ່ງອອກ, ຈໍາຫນ່າຍ, ຂາຍຍ່ອຍ, ຊື້, ຂົນສົ່ງ, ສົ່ງຜ່ານ, ສັ່ງໃຊ້ ຫຼື ມີໄວ້ໃນຄອບຄອງ ຢາປະເພດເສບຕິດ, ອອກລິດຕໍ່ຈິດ-ປະສາດ ຫຼື ສານເຄມີຕົ້ນ ຈາກກະຊວງສາ ທາລະນະສຸກ.

13. ‘’ແຮໄວ້’’ ແມ່ນຢາທີ່ລັດຖະບານຮັກສາໄວ້ພາຍ ໃນປະເທດ ສໍາລັບຈຸດພິເສດຂອງລັດຖະບານ ເພື່ອແກ້ ໄຂສະພາບ ການສຸກເສີນ ແລະ ຈຸດປະສົງນໍາໃຂ້ທາງການແພດ, ການຢາ ຫຼື ຄົ້ນຄ້ວາ ວິທະຍາສາດ.

ໃນນີ້ ບໍ່ນັບເອົາປະລິມານຢາ ຫຼື ສານເສບຕິດ ຫຼື ອອກລິດຕໍ່ລິດ-ປະສາດໃນປະເທດ ທີ່ ເພສັດຊະກອນສະຖານທີ່ປິ່ນປົວ ຫຼື ບຸກຄົນອື່ນທີ່ໄດ້ຮັບອະນຸຍາດໃຫ້ຂາຍຍ່ອຍ, ມີໄວ້ຄອບຄອງ ເພື່ອ ໃຊ້ການປິ່ນປົວ ຫຼື ທາງວິທະຍາສາດ.

ໝວດທີ II
ການຈັດປະເພດບັນຊີ

ມາດຕາ 4. ປະເພດບັນຊີ

ປະເພດບັນຊີ ແບ່ງອອກເປັນ 4 ປະເພດ ດັ່ງນີ້:

  • ບັນຊີປະ I ແລະ II ແມ່ນ ຢາ ຫຼືສານເສບຕິດ ຫຼື ອອກລິດຕໍ່ຈິດ-ປະສາດ ທີ່ອອກລິດຮຸນແຮງ ແລະ ມີຄວາມສ່ຽງຕໍ່ການຕິດສູງ, ລວມທັ້ງສານອື່ນໆ ທີ່ມີສ່ວນປະກອບ ຫຼື ອອກລິດຄ້າຍຄືກັນ ແຕ່ບໍ່ໄດ້ລະ ບຸໄວ້ໃນບັນຊີ ສອງປະເພດດັ່ງກ່າວ.
  • ບັນຊີປະເພດ III ແມ່ນຜະລິດຕະພັນປຸງແຕ່ງຈາກສານເສບຕິດ ແລະ ອອກລິດຕໍ່ຈິດ-ປະສາດໃດໜຶ່ງ ຂອງບັນຊີປະເພດ I ຫຼື II, ລວມທັ້ງຢາ ຫຼື ສານເສບຕິດ ຫຼື ອອກລິດຕໍ່ຈິດ-ປະສາດທໍາມະດາທີ່ບໍ່ກໍາ ນົດໄວ້ໃນບັນຊີປະເພດ I ແລະ II .
  • ບັນຊີປະເພດ IV ແມ່ນສານເຄມີຕັ້ງຕົ້ນ ແລະ ສານເຄມີສໍາຮອງ ຊຶ່ງຈັດແບ່ງອອກເປັນ 3 ຕາຕະລາງ ບັນຊີ ຄື: I, II ແລະ III ຕາມລະບຽບການ.

ມາດຕາ 5. ບັນຊີລາຍການຢາ ຫຼື ສານ ທີ່ອະນຸຍາດໃຫ້ນໍາເຂົ້າ ແລະ ນໍາໃຊ້ໄດ້ຢູ່ ສປປລາວ.

ບັນຊີລາຍການຢາ ຫຼື ສານເສບຕິດ, ອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ທີ່ອະນຸຍາດໃຫ້ ນໍາເຂົ້າ ສປປລາວ ເພື່ອຈຸດປະສົງນໍາໃຊ້ໃນທາງການແພດ, ການຢາ, ຄົ້ນຄ້ວາວິທະຍາສາດ, ກະສິກໍາ ແລະ ຂະແໜງການທີ່ກ່ຽວຂ້ອງອື່ນໆ ທີ່ຖືກກົດໝາຍແມ່ນ ໄດ້ຖືກກໍານົດໄວ້ຕາມ ລະບຽບການ.

ບັນດາລາຍການຢາດັ່ງກ່າວ ແມ່ນຍັງໄດ້ຖືກກໍານົດໄວ້ໃນ ປື້ມບັນຊີຢາຄວບຄຸມ ແລະ ບໍ່ຄວບຄຸມ, ປຶ້ມບັນຊີຢາຈໍາເປັນພື້ນຖານແຫ່ງຊາດ ທີ່ອະນຸຍາດໃຫ້ຂາຍໄດ້ ຢູ່ຮ້ານຂາຍຍ່ອຍຢາຂັ້ນ 1 ແລະ 2 ຕາມໃບ ສັ່ງຢາຂອງແພດ ແລະ ບັນຊີອື່ນ ຊຶ່ງຖືກຮັບຮອງເອົາຕາມຂໍ້ຕົກລົງຂອງລັດ ຖະມົນຕີວ່າການກະຊວງສາທາ ລະນະສຸກ ສະບັບທີ່ຍັງມີຜົນບັງຄັບໃຊ້ໃນປັດຈຸບັນ.

ມາດຕາ 6. ການປ່ຽນແປງຂບັນຊີຢາ

ລາຍການຢາ ຫຼື ສານເສບຕິດ, ອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕັ້ງຕົ້ນ ທີ່ໄດ້ກໍາ ນົດໄວ້ໃນ ແຕ່ລະປະເພດບັນຊີ ຈະຖືກດັດແປງ, ເພີ້ມເຕີມ, ກໍານົດໃໝ່, ເລີກຖອນ ຫຼື ສັບປ່ຽນ ຈາກບັນຊີໃດໜຶ່ງ ໄປ ສູ່ບັນຊີອື່ນ ຫຼື ຈາກປະເພດນີ້ໄປສູ່ປະເພດອື່ນ ຕ້ອງໄດ້ຮັບຮອງຢ່າງເປັນ ທາງການ.

ໝວດທີ III
ການຂຶ້ນທະບຽບສູດຕໍາລາຢາ ແລະ ການຕິດສະຫຼາກ

ມາດຕາ 7. ການຂຶ້ນທະບຽບສູດຕໍາລາຢາ

ທຸກຜະລິດຕະພັນ ຢາ ຫຼື ສານເສບຕິດ ຫຼື ອອກລິດຕໍ່ຈິດ-ປະສາດ ທີ່ໄດ້ຮັບອະນຸຍາດໃຫ້ ຜະລິດ ຫຼື ນໍາເຂົ້າ, ກ່ອນການຈໍາໜ່າຍ ຕ້ອງໄດ້ຮັບການຂຶ້ນທະບຽບສູດຕໍາລາຢາ ນໍາກະຊວງ ສາທາລະນະສຸກ (ກົມອາຫານແລະຢາ) ແລະ ປະຕິບັດຕາມກົດລະບຽບທາງການ.

ມາດຕາ 8. ລັກສະນະຂອງສະຫຼາກ

ສະຫຼາກທີ່ຕິດໃສ່ພາສະນະບັນຈຸ, ເຄື່ອງຫຸ້ມຫໍ່ຢາປະເພດເສບຕິດ ຕ້ອງພິມຮູບສີ່ຫຼຽມຍາວທີ່ມີຂອບສີ ແດງເສັ້ນດ່ຽວ, ມີແຖບສີແດງຕິດຢູ່ດ້ານລຸ່ມຂອງຂອບ ແລະມີຄໍາວ່າ ‘’ຕ້ອງໃຊ້ຕາມການແນະນໍາຂອງແພດ‘’ ແລະ ຢູ່ລຸ່ມແຖບສີແດງດັ່ງກ່າວຂຽນວ່າ ‘’ຂາຍຕາມຢາເທົ່ານັ້ນ‘’.

ໝວດທີ IV
ການຂໍອະນຸຍາດ ແລະ ການອະນຸຍາດ

ມາດຕາ 9. ການຂໍອະນຸຍາດ

ບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງ ມີຈຸດປະສົງນໍາເຂົ້າ-ສົ່ງອອກ, ຜະລິດ, ຈໍາໝ່າຍ ຫຼື ມີຢາເສບຕິດ, ອອກລິດຕໍ່ຈິດ-ປະສາດ ຫຼື ສານເຄມີຕົ້ນໄວ້ຄອບຄອງ ຕ້ອງໄດ້ຂໍອະນຸຍາດຈາກກະຊວງສາທາລະນະສຸກ ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງ ຕາມລະບຽບ ທີ່ທາງການວາງອອກ.

ມາດຕາ 10. ຜູ້ທີ່ມີເງື່ອນໄຂໃນການຂໍອະນຸຍາດດໍາເນີນທຸລະກິດ

1.  ກ່ຽວກັບຢາ ຫຼື ສານເສບຕິດ ແລະ ອອກລິດຕໍ່ຈິດ-ປະສາດ.

  • ໂຮງງານຜະລິດຢາ ແລະ ບໍລິສັດຂາອອກ-ຂາເຂົ້າຢາ ທີ່ຂຶ້ນທະບຽນຖືກຕ້ອງ ມີເງື່ອນໄຂໃນ ການຂໍອະ ນຸຍາດນໍາເຂົ້າ-ສົ່ງອອກ ແລະ ຈໍາໜ່າຍ.
  • ຮ້ານຂາຍຍ່ອຍຂັ້ນ I ແລະ II ທີ່ຂຶ້ນທະບຽນຖືກຕ້ອງ ມີເງື່ອນໄຂໃນການຂາຍຍ່ອຍຢາໄດ້ ຕາມໃບ ສັ່ງຢາຂອງແພດ.
  • ໂຮງໝໍສູນກາງ ແລະ ທ້ອງຖິ່ນຂັ້ນຕ່າງໆຂອງລັດ ຫຼື ເອກະຊົນທີ່ມີທະບຽນຖືກຕ້ອງຕາມກົດໝາຍມີ ເງື່ອນໄຂຈ່າຍ ຫຼືຈ່າຍຍ່ອຍໄດ້ຕາມໃບສັ່ງຢາຂອງແພດ ໂດຍເພສັດຊະກອນ.

2.  ກ່ຽວກັບສານເຄມີຕົ້ນ.

ບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງ ທີ່ໄດ້ຮັບອະນຸຍາດດໍາເນີນການຜະລິດ, ນໍາເຂົ້າ-ສົ່ງອອກ, ຄົ້ນຄ້ວາວິ ທະຍາສາດ ແລະ ອຸດສາຫະກໍາອື່ນໆ ທີ່ໄດ້ຂຶ້ນທະບຽນຖືກຕ້ອງຕາມກົດໝາຍ ຈຶ່ງມີເງື່ອນໄຂໃນການຂໍອະນຸ ຍາດນໍາເຂົ້າ-ສົ່ງອອກ, ຜະລິດ, ຈໍາໜ່າຍ ແລະ ນໍາໃຊ້ສານເຄມີຕົ້ນ.

ມາດຕາ 11. ການຂໍອະນຸຍາດສົ່ງຜ່ານ

ບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງ ທີ່ມີຈຸດປະສົງຂໍອະນຸຍາດສົ່ງຜ່ານຢາ ຫຼື ສານເສບຕິດ, ອອກລິດຕໍ່ ຈິດ-ປະສາດ ຫຼື ສານເຄມີຕົ້ນຜ່ານ ສ ປ ປ ລາວ ໄປຍັງປະເທດທີ່ສາມ ຕ້ອງປະ ກອບເອກະສານດັ່ງນີ້:

  • ໃບຄໍາຮ້ອງ ຂໍອະນຸຍາດສົ່ງຜ່ານ
  • ໃບອະນຸຍາດທາງການ ຂອງປະເທດສົ່ງອອກ
  • ໃບນໍາສົ່ງ ແລະ ມັດຫໍ່ສິນຄ້າ

ເອກະສານທັງໝົດເຫຼົ່ານີ້ ຕ້ອງຢື່ນຕໍ່ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ແລະ ແຈ້ງໃຫ້ ກົມພາສີ ກະຊວງການເງິນ ຕາມລະບຽບການ.

ມາດຕາ 12. ການອອກອະນຸຍາດ.

ກະຊວງສາທາລະນະສຸກ ຈະອອກອະນຸຍາດໃຫ້ສະເພາະແຕ່ຕາມມາດຕາ 10 ຂອງຂໍ້ກໍານົດສະບັບ ນີ້ ໃນການດໍາເນີນທຸລະກິດຜະລິດ, ນໍາເຂົ້າ-ສົ່ງອອກ,ຈໍາໜ່າຍຢາ ຫຼື ສານເສບຕິດ, ອອກລິດຕໍ່ຈິດ-ປະສາດ ຫຼື ສານເຄມີຕົ້ນ.

ກ່ອນການຈັດຊື້, ນໍາເຂົ້າ-ສົ່ງອອກ ຫຼື ຈໍາໜ່າຍຢາ ຫຼື ສານເສບຕິດ, ອອກລິດຕໍ່ຈິດ-ປະສາດ ຫຼື ສານເຄມີຕົ້ນແຕ່ລະຄັ້ງ ຜູ້ມີເງື່ອນໄຂຕາມມາດຕາ 10 ຕ້ອງໄດ້ຮັບອະນຸຍາດຈາກກະ ຊວງສາທາລະນະສຸກ ຢ່າງເປັນທາງການ.

ມາດຕາ 13. ຄວາມຮັບຜິດຊອບທາງດ້ານວິຊາການ ຂອງຜູ້ໄດ້ຮັບອະນຸຍາດ

ການປະຕິບັດໜ້າທີ່ ຂອງພະນັກງານ ຫຼື ສາຂາຈໍາໜ່າຍ ແມ່ນການຮັບຜິດຊອບຂອງຜູ້ຮັບອະນຸຍາດ ຕາມມາດຕາ 10 ຕໍ່ຂໍ້ຕົກລົງສະບັບນີ້

ໝວດທີ V
ການຂຽນໃບສັ່ງຢາ, ສັ່ງຈ່າຍຢາ ຫຼື ສານເສບຕິດ ຫຼື ອອກລິດຕໍ່ຈິດ-ປະສາດ ແລະ ການເກັບຮັກສາເອກະສານ

ມາດຕາ 14. ການຂຽນໃບສັ່ງຢາ

ແພດປິ່ນປົວ, ທັນຕະແພດ, ສັດຕະວະແພດຊັ້ນສູງຂຶ້ນໄປ ທີ່ໄດ້ອະນຸຍາດຈາກການຈັດ ຕັ້ງຈຶ່ງມີ ສິດຂຽນໃບສັ່ງຢາ ຫຼື ສານເສບຕິດ ຫຼື ອອກລິດຕໍ່ຈິດ-ປະສາດ ໃຫ້ຄົນເຈັບຫຼືສັດ ເພື່ອຈຸດປະສົງໃຊ້ໃນ ທາງການແພດ ຕາມແບບຟອມທີ່ທາງການກໍານົດອອກ.

ມາດຕາ 15. ການໃບສັ່ງຈ່າຍຢາ

ຕ້ອງແມ່ນເພສັດຊະກອນ ທີ່ເປັນວິຊາການປະຈໍາສະຖານທີ່ໆໄດ້ຮັບອະນຸຍາດ ຕາມມາດຕາ 10 ຂອງຂໍ້ຕົກລົງສະບັບນີ້ ຈຶ່ງ ມີສິດຂຽນໃບສັ່ງຈ່າຍ ເພື່ອຈໍາໜ່າຍ ຫຼື ຂາຍຍ່ອຍຢາ ຫຼື ສານເສບຕິດ ຫຼື ອອກລິດຕໍ່ຈິດ-ປະ ສາດ ຕາມລະບຽບການ.

ມາດຕາ 16. ການບັນທຶກ ແລະ ການເກັບຮັກສາເອກະສານ

ຜູ້ຮັບອະນຸຍາດຕາມມາດຕາ 10 ຂອງຂໍ້ຕົກລົງສະບັບນີ້ ຕ້ອງໄດ້ບັນທຶກ ແລະ ເກັບຮັກສາເອກະ ສານສະບັບຕົ້ນຂອງການອະນຸມັດໃຫ້ຜະລິດ, ຊື້, ຮັບ-ຈ່າຍ ແລະ ການມອບ-ສົ່ງຢາ ຫຼື ສານເສບຕິດ ຫຼື ວັດຖຸອອກລິດຕໍ່ຈິດ-ປະສາດ ໄວ້ຢ່າງໜ້ອຍຫ້າປີ ໃນສະຖານທີ່ສະເພາະ ແລະ ປອດໄພ.

ໝວດທີ VI
ການມີຢາ ຫຼື ສານເສບຕິດ ຫຼື ອອກລິດ ຕໍ່ຈິດ-ປະສາດ ຫຼື ສານເຄມີຕົ້ນໄວ້ໃນການຄອບຄອງ

ມາດຕາ 17. ການມີຢາໄວ້ຄອບຄອງ

1.  ເພື່ອເບີກຈ່າຍ, ຈໍາໜ່າຍ ຫຼື ຂາຍຍ່ອຍ.

ການມີຢາ ຫຼື ສານເສບຕິດ ຫຼື ອອກລິດຕໍ່ຈິດ-ປະສາດໄວ້ຄອບຄອງ ໂດຍຄິດໄດ້ເປັນນໍາໜັກຂອງ ສານບໍລິສຸດ ໄດ້ແຕ່ 100 ກຣາມ (ໜຶ່ງຮ້ອຍກຣາມ) ຂຶ້ນໄປ ຈຶ່ງຖືວ່າມີໄວ້ຄອບຄອງ ເພື່ອເບີກຈ່າຍ, ຈໍາ ໜ່າຍ ຫຼື ຂາຍຍ່ອຍ.

ການມີຢາ ຫຼື ສານເສບຕິດ ຫຼື ອອກລິດຕໍ່ຈິດ-ປະສາດໄວ້ຄອບຄອງ ຕ້ອງໄດ້ຮັບອະນຸຍາດ ຫຼື ຮັບ ຮູ້ຈາກກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ.

2.  ເພື່ອນໍາໃຊ້ປິ່ນປົວສະເພາະບຸກຄົນ

ການມີຢາ ຫຼື ສານເສບຍຕິດ ຫຼື ອອກລິດຕໍ່ຈິດ-ປະສາດໄວ້ຄອບຄອງ ເພື່ອນໍາໃຊ້ປິ່ນປົວ ຫຼື ຖືຕິດຕົວ ໃນເວລາເດີນທາງຂອງບຸກຄົນ ຕ້ອງມີໃບສັ່ງຢາຂອງແພດ ທີ່ຖືກຕ້ອງຕາມມາດຕາ 14 ຂອງຂໍ້ຕົກລົງສະ ບັບນີ້.

ບຸກຄົນ ທີ່ມີຄວາມຈໍາເປັນຕ້ອງໃຊ້ຢາ ຫຼື ສານເສບຕິດ ຫຼື ອອກລິດຕໍ່ຈິດ-ປະສາດທີ່ມີເງື່ອນໄຂຖືກ ຕ້ອງ ຕາມການບົ່ງມະຕິພະຍາດຂອງແພດ ຈຶ່ງມີເງື່ອນໄຂໄດ້ຢາດັ່ງກ່າວ ໄວ້ຄອບຄອງ.

ມາດຕາ 18. ການເກັບມ້ຽນຮັກສາຢາເສບຕິດ, ອອກລິດຕໍ່ຈິດ-ປະສາດ ຫຼື ສານເຄມີຕົ້ນ

1.  ຢາ ຫຼື ສານເສບຕິດ ຫຼື ອອກລິດຕໍ່ຈິດ-ປະສາດ ຕ້ອງເກັບຮັກສາໄວ້ໃນບ່ອນເກັບມ້ຽນສະເພາະທີ່ແໜ້ນ ໜາດີ ແລະ ປອດໄພ ໃນອຸນຫະພູມທີ່ເໝາະສົມ. ຕູ້ ແລະ ຫ້ອງຕ້ອງໃສ່ກຸນແຈສອງຊັ້ນ, ຊຶ່ງມີຜູ້ຮັກສາ ກຸນແຈ ແຍກກັນ ຫຼື ເຄື່ອງປ້ອງກັນຢ່າງອື່ນ ທີ່ມີປະສິດທິພາບດີ.

2.  ສານເຄມີຕົ້ນ ຕ້ອງເກັບຮັກສາໄວ້ໃນສະຖານທີ່ສະເພາະ, ແໜ້ນໜາ, ປອດໄພ, ໃສ່ກຸນແຈທີ່ຮັບປະກັນ, ມີອຸນຫະພູມທີ່ເໝາະສົມ, ມີລະບົບປັບ ແລະ ຖ່າຍເທອາກາດພຽງພໍ ອະນາໄມໄດ້ງ່າຍ ແລະ ບໍ່ປົນເປກັບ ສິ່ນຄ້າອື່ນ ໂດຍສະເພາະວັດຖຸໄວໄພ ຕ້ອງແຍກໄວ້ສະຖານທີ່ຕ່າງຫາກ. ຄວນມີຂໍ້ແນະນໍາ ໃນການປະຕິ ບັດງານ ກັບສານເຄມີ ຈໍາພວກວັດຖຸໄວໄຟ ຫຼື ເປັນອັນຕະລາຍຕໍ່ສຸຂະພາບ.

3.  ເວລາເບີກຈ່າຍ ນາຍສາງ ແລະ ຜູ້ຮັກສາກຸນແຈ ຕ້ອງຮັບຮູ້ ແລະ ລົງບັນທຶກການຮັບຈ່າຍພ້ອມທັງເຊັນ ຮ່ວມກັນໄວ້ ເພື່ອເປັນຫຼັກຖານ.

4.  ໃນກໍລະນີ ຕ້ອງການເບີກຈໍາໜ່າຍ, ຂາຍຕໍ່ ຫຼື ຖືກລັກ, ເສຍຄຸນ ຫຼື ຕ້ອງການທໍາລາຍຢາ ຫຼື ສານເສບ ຕິດ ອອກລິດຕໍ່ຈິດ-ປະສາດ ຫຼື ສານເຄມີຕົ້ນ ຕ້ອງແຈ້ງເປັນລາຍລັກອັກສອນໃຫ້ກົມອາຫານ ແລະ ຢາ ດ່ວນ ເພື່ອພິຈາລະນາແກ້ໄຂ

ໝວດທີ VII
ການກວດກາ, ບົດບັນທຶກ ແລະ ລະບົບການລາຍງານ

ມາດຕາ 19. ການກວດກາ ແລະ ບົດບັນທືກ

ທຸກການຈັດຕັ້ງ ແລະ ສະຖານທີ່ ທີ່ໄດ້ຮັບອະນຸຍາດໃຫ້ດໍາເນີນການເຄື່ອນໄຫວ ກ່ຽວກັບຢາເສບຕິດ ອອກລິດຕໍ່ຈິດ-ປະສາດ ຫຼື ສານເຄມີຕົ້ນ ຕ້ອງໃຫ້ການຮ່ວມມື ແລະ ອໍານວຍຄວາມສະດວກໃຫ້ແກ່ເຈົ້າໜ້າ ທີ່ກວດກາອາຫານ ແລະ ຢາ ໃນເວລາປະຕິບັດໜ້າທີ່ທາງລັດຖະການ ໃນການກວດກາ.

ການກວດກາທຸກຄັ້ງ ຕ້ອງໄດ້ເຮັດບົດບັນທຶກຜົນຂອງການກວດກາດັ່ງກ່າວ ໂດຍຊ້ອງໜ້າຜູ້ຮັບຜິດ ຊອບການຈັດຕັ້ງ ແລະ ສະຖານທີ່ ທີ່ຖືກກວດກາ.

ມາດຕາ 20. ລະບົບການລາຍງານ

1.  ການລາຍງານ ພາຍໃນ

  • ໂຮງງານຜະລິດຢາ, ໂຮງງານອຸດສາຫະກໍາທີ່ນໍາໃຊ້ສານເຄມີຕົ້ນ ແລະ ບໍລິສັດການຢາ ຂາອອກ-ຂາ ເຂົ້າ ຕ້ອງໄດ້ລາຍງານການເຄື່ອນໄຫວຂອງຕົນປະຈໍາໄຕມາດ ແລະ ປະຈໍາປີ, ພ້ອມ ດ້ວຍແຜນຄວາມ ຕ້ອງການຕາມແບບຟອມ ໃຫ້ກົມອາຫານ ແລະ ຢາກ່ອນການອະນຸຍາດ ໃນປີຕໍ່ມາ.
  • ຮ້ານຂາຍຍ່ອຍຢາ, ໂຮງໝໍເມືອງ ແລະ ແຂວງຕ້ອງໄດ້ລາຍງານການເຄື່ອນໄຫວຂອງຕົນປະຈໍາໄຕມາດ ແລະ ປະຈໍາປີ ຕໍ່ອົງການຄຸ້ມຄອງຂັ້ນເທິງຂອງຕົນ. ສ່ວນບັນດາໂຮງໝໍສູນກາງ ແມ່ນລາຍງານໃຫ້ກົມ ອາຫານ ແລະ ຢາ ໂດຍກົງ.
  • ຫ້ອງການສາທາລະນະສຸກເມືອງ, ພະແນກສາທາລະນະສຸກແຂວງ ແລະ ນະຄອນຫຼວງຕ້ອງ ໄດ້ສະຫຼຸບ ສັງລວມ ແລ້ວລາຍງານຕໍ່ກົມອາຫານ ແລະ ຢາ ເພື່ອສັງລວມໃນຂອບເຂດທົ່ວປະເທດ ແລ້ວລາຍງານ ຕໍ່ຂັ້ນເທິງຕໍ່ໄປ.

2.  ການລາຍງານຕໍ່ສາກົນ

ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ເປັນຜູ້ສັງລວມບັນຫາທົ່ວປະເທດ, ຫຼັງຈາກ ລາຍງານ ໃຫ້ຂັ້ນເທິງແລ້ວ ຈຶ່ງລາຍງານໄປຍັງອົງການຄວບຄຸມຢາເສບຕິດສາກົນ ຕາມແບບຟອມ.

ໝວດທີ VIII
ການເກືອດຫ້າມ

ມາດຕາ 21. ຂໍ້ເກືອດຫ້າມຕ່າງໆ

ກ. ຫ້າມບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງ ທີ່ບໍ່ໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກ ແລະ ຂະແໜງ ການອື່ນທີ່ກ່ຽວຂ້ອງ ເຄື່ອນໄຫວດໍາເນີນການ ດັ່ງນີ້:

1.  ນໍາ ຫຼື ຖືຢາ ຫຼື ສານເສບຕິດ ອອກລິດຕໍ່ຈິດ-ປະສາດ ຫຼື ສານເຄມີຕົ້ນ ເຂົ້າ-ອອກ ສົ່ງຜ່ານດິນ ແດນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

2.  ຜະລິດ ຢາ ຫຼື ສານເສບຕິດ, ອອກລິດຕໍ່ຈິດ-ປະສາດ ຫຼື ສານເຄມີຕົ້ນ ຢູ່ໃນດິນແດນສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ.

3.  ຊື້-ຂາຍ, ຈໍາໜ່າຍ ແລະ ເກັບມ້ຽນຮັກສາຢາ ຫຼື ສານເສບຕິດ ອອກລິດຕໍ່ຈິດ-ປະສາດ ຫຼື ສານເຄ ມີຕົ້ນ.

ຂ.  ຫ້າມບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຮັບອະນຸຍາດຢ່າງເປັນທາງການ ເຄື່ອນໄຫວດໍາເນີນການດັ່ງນີ້:

1.  ແນະນໍາ, ໂຄສະນາ ຊັກຊວນ, ຍຸງຍົງໃຫ້ໃຊ້ຢາ ຫຼື ສານເສບຕິດ ອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ.

2.  ຄອບຄອງຢາ ຫຼື ສານເສບຕິດ ອອກລິດຕໍ່ຈິດ-ປະສາດ ຫຼື ສານເຄມີຕົ້ນເກີນປະລິມານອະນຸຍາດ ແຕ່ລະປະເພດ.

ມາດຕາ 22. ຂໍ້ຫ້າມຕໍ່ບຸກຄະລາກອນສາທາລະນະສຸກ

1.  ຫ້າມເພສັດຊະກອນ ວິຊາການ ຫຼື ຜູ້ຊ່ວຍ ຫຼື ເຈົ້າຂອງຮ້ານ ສັ່ງຈ່າຍ ແລະ ຂາຍຍ່ອຍຢາ ຫຼື ສານ ເສບຕິດ ຫຼື ອອກລິດຕໍ່ຈິດ-ປະສາດ ໂດຍບໍ່ມີໃບສັ່ງຢາຂອງແພດ.

2.  ຫ້າມຜູ້ທີ່ບໍ່ໄດ້ຮັບອະນຸຍາດຈາກຂະແໜງການສາທາລະນະສຸກ ຂຽນໃບສັ່ງຢາ ຫຼື ສານເສບຕິດ ຫຼື ອອກລິດຕໍ່ຈິດ-ປະສາດ.

3.  ຫ້າມຜູ້ທີ່ບໍ່ໄດ້ຮັບອະນຸຍາດຈາກຂະແໜງການສາທາລະນະສຸກ ຂຽນໃບສັ່ງຢາ ຫຼື ສານເສບ ຕິດ ອອກລິດຕໍ່ຈິດ-ປະສາດ ໃຫ້ແກ່ຄົນເຈັບທີ່ບໍ່ຈໍາເປັນຕ້ອງໃຊ້ຢາດັ່ງກ່າວ ແລະ ບຸກຄົນໃດ ຄົນໜຶ່ງ ຊຶ່ງສະພາບຮ່າງກາຍ ແລະ ຈິດໃຈທີ່ບໍ່ມີຄວາມຈໍາເປັນຕ້ອງໃຊ້ຢາຈໍາພວກດັ່ງກ່າວ.

ໝວດທີ່ lV
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 23. ນະໂຍບາຍຕໍ່ຜູ້ມີຜົນງານ

ກະຊວງສາທາລະນະສຸກ, ພະແນກສາທາລະນະສຸກແຂວງ, ນະຄອນຫຼວງ ແລະ ເຂດພິເສດ ມີ ສິດສະເໜີ ຫຼື ຍ້ອງຍໍ ແລະ ປະຕິບັດນະໂຍບາຍອື່ນໆຕາມຄວາມເໝາະສົມ ຕໍ່ບຸກຄົນ ຫຼື ອົງການຈັດຕັ້ງ ໃດໜຶ່ງ ທີ່ມີຜົນງານດີເດັ່ນ ໃນການດໍາເນີນການເຄື່ອນໄຫວ ແລະ ຮ່ວມມືກັບເຈົ້າ ໜ້າທີ່ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ .

ມາດຕາ 24. ມາດຕະການຕໍ່ຜູ້ລະເມີດ

1.  ບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງຫາກຜະລິດ ນໍາເຂົ້າ, ສົ່ງອອກ, ຈໍາໜ່າຍ, ແຈກຢາຍ, ຂົນສົ່ງ, ສົ່ງຜ່ານ, ມອບໃຫ້ ຫຼື ໄວ້ໃນຄອບຄອງຢາ ຫຼື ສານເສບຕິດ ອອກລິດຕໍ່ຈິດ-ປະສາດ ຫຼື ສານເຄມີຕົ້ນທຸກ ປະເພດ ໂດຍບໍ່ໄດ້ຮັບອະນຸຍາດຈາກອົງການທີ່ມີສິດຕາມລະບຽບການ, ບໍ່ຖືກຕ້ອງ ກໍ່ຖືວ່າເປັນຜູ້ກະທໍາ ຜິດທາງອາຍາ

2.  ບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງທີ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງ ຕາມລະບຽບຫຼັກການ ຫາກກະທໍາຜິດ ຫຼື ລະເມີດລະບຽບການຈະຖືກສຶກສາອົບຮົມ, ປັບໃໝ ຫຼື ດໍາເນີນຄະດີຕາມກົດໝາຍອາຍາ ຕາມແຕ່ລະ ກໍລະນີເບົາ ຫຼື ໜັກ.

ໝວດທີ່ X
ບົດບັນຍັດສຸດທ້າຍ

ມາດຕາ 25. ການຈັດຕັ້ງປະຕິບັດ

ມອບໃຫ້ກົມອາຫານ ແລະຢາ ເປັນຜູ້ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ ໃຫ້ປະກົດເປັນຈິງໃນຂອບເຂດທົ່ວ ປະເທດ.

ທຸກອົງການຈັດຕັ້ງທັງພາກລັດ ແລະ ເອກະຊົນທີ່ກ່ຽວຂ້ອງຕ່າງໆ ຈົ່ງໃຫ້ການຮ່ວມມື ແລະ ພ້ອມກັນ ຈັດຕັ້ງ ແລະ ປະຕິບັດຕາມຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.

ມາດຕາ 26. ຜົນບັງຄັບໃຊ້

ຂໍ້ຕົກລົງສະບັບນີ້ມີຜົນບັງຄັບໃຊ້ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ທຸກຂໍ້ກໍານົດກົດລະບຽບທີ່ຂັດກັບ ຂໍ້ ຕົກລົງສະບັບນີ້ ລ້ວນແຕ່ຖືກລົບລ້າງ.

ລັດຖະມົນຕີວ່າການກະຊວງສາທາລະນະສຸກ

(ເຊັນ ແລະ ປະທັບຕາ)
ດຣ. ປອນເມກ ດາລາລອນ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຢາ ຫຼື ສານເສບຕິດ, ອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ເລກທີ 456/ກຊສ, ລົງວັນທີ 19 ເມສາ 2006 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຕ້ອງຈົດທະບຽນການນຳເຂົ້າ - ສານເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ສາທາລະນະສຸກ ກ່ອນຈະນຳເຂົ້າ ສານເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ, ຜູ້ນຳເຂົ້າ ຕ້ອງຈົດທະບຽນຢາກັບກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຢາ ຫຼື ສານເສບຕິດ, ອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ເລກທີ 456/ກຊສ, ລົງວັນທີ 19 ເມສາ 2006 9999-12-31 ALL
2 ຕ້ອງຂໍອະນຸຍາດນຳເຂົ້າ - ສານເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ຕ້ອງໄດ້ຮັບອະນຸມັດ ກະຊວງ ສາທາລະນະສຸກ ການນຳເຂົ້າ ສານເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ຕ້ອງໄດ້ຮັບອະນຸຍາດຈາກກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ
  1. ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຢາ ຫຼື ສານເສບຕິດ, ອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ເລກທີ 456/ກຊສ, ລົງວັນທີ 19 ເມສາ 2006
  2. ກົດໝາຍ ວ່າດ້ວຍ ຢາເສບຕິດ ເລກທີ 10/ສພຊ, ລົງວັນທີ 25 ທັນວາ 2007
9999-12-31 ALL
3 ຕ້ອງຕິດສະຫຼາກ ສານເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ນຳເຂົ້າ TBT ກະຊວງ ສາທາລະນະສຸກ ສານເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ທີ່ນຳເຂົ້າ ຕ້ອງໄດ້ຕິດ ສະຫຼາກຕາມທີ່ລະບຸໄວ້ໂດຍກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຢາ ຫຼື ສານເສບຕິດ, ອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ເລກທີ 456/ກຊສ, ລົງວັນທີ 19 ເມສາ 2006 9999-12-31 ALL
4 ຮຽກຮ້ອງໃຫ້ມີການເກັບຮັກສາ - ສານເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ TBT ກະຊວງ ສາທາລະນະສຸກ ສານເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ຕ້ອງປະຕິ ບັດຕາມເງື່ອນໄຂທີ່ກຳນົດໄວ້ ໂດຍກົມອາຫານ ແລະ ຢາ, ກະຊວງສາທາລະ ນະສຸກ. ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຢາ ຫຼື ສານເສບຕິດ, ອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ເລກທີ 456/ກຊສ, ລົງວັນທີ 19 ເມສາ 2006 9999-12-31 ALL
5 ຕ້ອງຂໍອະນຸຍາດສົ່ງອອກ - ສານເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ຕ້ອງໄດ້ຮັບອະນຸມັດ ກະຊວງ ສາທາລະນະສຸກ ການສົ່ງອອກ ສານເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ຕ້ອງໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກ
  1. ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຢາ ຫຼື ສານເສບຕິດ, ອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ເລກທີ 456/ກຊສ, ລົງວັນທີ 19 ເມສາ 2006
  2. ກົດໝາຍ ວ່າດ້ວຍ ຢາເສບຕິດ ເລກທີ 10/ສພຊ, ລົງວັນທີ 25 ທັນວາ 2007
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.