| 1 |
ຮຽກຮອ້ງໃຫ້ມີການຂຶ້ນທະບຽນ ຫຼື ຈົດແຈ້ງກ່ອນການນຳເຂົ້າຢາ |
ຮຽກຮ້ອງໃຫ້ມີການຈົດທະບຽນ |
ກະຊວງ ສາທາລະນະສຸກ |
ການນໍາເຂົ້າ ຢາ ແມ່ນຮຽກຮ້ອງໃຫ້ມີການຂຶ້ນ ທະບຽນ ຫຼື ຈົດແຈ້ງ ນໍາກະຊວງສາທາລະນະສຸກ ເພື່ອຄຸ້ມຄອງ, ຕິດຕາມ, ກວດກາຂຶ້ນທະບຽນ ຈົດແຈ້ງຢາ ໂດຍການແຈ້ງຊື່, ສ່ວນປະກອບ ຫຼື ສູດຕໍາລາ ຂອງຜະລິດຕະພັນ ຈາກຜູ້ຜະລິດ, ຮູບແບບ, ຄວາມແຮງ, ຫົວໜ່ວຍຫຸ້ມຫໍ່, ລະຫັດສາກົນ, ແຫຼ່ງທີ່ມາ ແລະ ຂໍ້ມູນທີ່ກ່ຽວກັບຢາ ເພື່ອຮັບປະກັນມາດຕະຖານ, ຄຸນນະພາບ, ປະສິດທິພາບ ແລະ ຄວາມປອດໄພ |
-
ຂໍ້ຕົກລົງ ວ່າດ້ວຍການສ້າງຕັ້ງ ບໍລິສັດ ດໍາເນີນທຸລະກິດ ດ້ານຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ) ສະບັບເລກທີ 1820/ສທ, ລົງວັນທີ 25/08/2017
-
ກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ(ສະບັບປັບປຸງ) ສະບັບເລກທີ 85/ສພຊ, ລົງວັນທີ 25 ມິຖຸນາ 2025
-
ຂໍ້ຕົກລົງ ວ່າດ້ວຍການຂຶ້ນທະບຽນຢາຫຼວງ ເລກທີ 0622/ສທ; ລົງວັນທີ 02 ເມສາ 2025
|
ຂັ້ນຕອນ ການຈົດທະບຽນ ແລະ ສະເໜີຂໍນຳເຂົ້າຢາ
|
9999-12-31 |
ທັງໝົດ |
| 2 |
ຮຽກຮ້ອງໃຫ້ມີໃບອະນຸຍາດນໍາເຂົ້າຢາ |
ຕ້ອງມີໃບອະນຸຍາດ |
ກະຊວງ ສາທາລະນະສຸກ |
ການນຳເຂົ້າຢາ ຕ້ອງມີໃບອະນຸຍາດນຳເຂົ້າທີ່ອອກໂດຍ ກົມອາຫານ ແລະ ຢາ, ກະຊວງ ສາທາລະນະສຸກ. |
-
ຂໍ້ກຳນົດ ວ່າດ້ວຍ ການຂຶ້ນທະບຽນຢາ ເລກທີ 1441/ກຊສ
-
ກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ(ສະບັບປັບປຸງ) ສະບັບເລກທີ 85/ສພຊ, ລົງວັນທີ 25 ມິຖຸນາ 2025
|
|
9999-12-31 |
ທັງໝົດ |
| 3 |
ຮຽກຮ້ອງໃຫ້ມີການກວດກາຢານໍາເຂົ້າ |
ຮຽກຮ້ອງໃຫ້ມີການກວດກາ |
ກະຊວງ ສາທາລະນະສຸກ |
ຢາທີ່ນຳເຂົ້າຕ້ອງຜ່ານການກວດກາຈາກເຈົ້າໜ້າທີ່ອາຫານ ແລະ ຢາ ແລະ ຢູ່ຕາມຈຸດຜ່ານດ່ານຕ່າງໆ |
ຂໍ້ກຳນົດ ວ່າດ້ວຍ ການສ້າງຕັ້ງ ບໍລິສັດຂາອອກ-ຂາເຂົ້າ ຢາ ແລະ ຜະລິດຕະພັນການແພດ ເລກທີ 1442/ກຊສ
|
|
9999-12-31 |
ທັງໝົດ |
| 4 |
ຄ່າຈົດທະບຽນຢາສາກົນ ນຳເຂົ້າ |
ພັນທະທີ່ຕ້ອງຈ່າຍ |
ກະຊວງ ສາທາລະນະສຸກ |
"ຄ່າຈົດທະບຽນຢາສາກົນນຳເຂົ້າແມ່ນ:
+ ຄ່າທໍານຽມ:
- ຢາໃໝ່ 3,000,000 ກີບ/5 ປີ/ລາຍການ
- ຢາເກົ່າ 2,000,000 ກີບ/5 ປີ/ລາຍການ
+ ຄ່າບໍລິການ: ຄົ້ນຄວ້າ ແລະ ພິຈາລະນາການຈົດທະບຽນຢາ ແມ່ນ 100,000 ກີບ/ລາຍການ"
|
ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 |
ຂັ້ນຕອນ ການຈົດທະບຽນ ແລະ ສະເໜີຂໍນຳເຂົ້າຢາ
|
9999-12-31 |
ທັງໝົດ |
| 5 |
ຄ່າບໍລິການ - ກວດກາຜະລິດຕະພັນການແພດນໍາເຂົ້າ (ກວດຕົວຈິງ) |
ພັນທະທີ່ຕ້ອງຈ່າຍ |
ກະຊວງ ສາທາລະນະສຸກ |
ຄ່າບໍລິການກວດກາຕົວຈິງຢູ່ນອກສະຖານທີ່ ສໍາລັບຜະລິດຕະພັນການແພດນຳເຂົ້າແມ່ນ 50,000 ກີບ/ຄັ້ງ |
ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 |
ຂັ້ນຕອນ ການຈົດທະບຽນ ແລະ ສະເໜີຂໍນຳເຂົ້າຢາ
|
9999-12-31 |
ທັງໝົດ |
| 6 |
ຄ່າບໍລິການ - ກວດກາຢາຜະລິດຕະພັນການແພດນໍາເຂົ້າ (ກວດເອກະສານ) |
ພັນທະທີ່ຕ້ອງຈ່າຍ |
ກະຊວງ ສາທາລະນະສຸກ |
" - ຄ່າບໍລິການກວດກາເອກະສານນຳເຂົ້າຜະລິດຕະພັນການແພດ ຢູ່ກົມອາຫານ ແລະ ຢາ ຫຼື ພະແນກສາທາລະນະສຸກ ແຂວງ ແມ່ນ 20,000 ກີບ/ອິນວອຍ/ຄັ້ງ.
- ຄ່າບໍລິການກວດກາເອກະສານນໍາເຂົ້າຜະລິດຕະພັນການແພດ ລວມທັງກວດເອກະສານຕິດບາໂຄດນໍາເຂົ້າ, 1 ບາໂຄດ ເທົ່າກັບ 1 ຄັ້ງ ຢູ່ດ່ານ ແມ່ນ 20,000 ກີບ/ອິນວອຍ/ຄັ້ງ." |
ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 |
ຂັ້ນຕອນ ການຈົດທະບຽນ ແລະ ສະເໜີຂໍນຳເຂົ້າຢາ
|
9999-12-31 |
ທັງໝົດ |
| 7 |
ຮຽກຮ້ອງໃຫ້ຕິດສະຫຼາກຢານໍາເຂົ້າ |
TBT |
ກະຊວງ ສາທາລະນະສຸກ |
ຢາທີ່ນໍາເຂົ້າມາຕ້ອງຕິດສະຫຼາກຕາມເນື້ອໃນທີ່ລະບຸໄວ້ ແລະ ຕ້ອງພິມຂໍ້ຄວາມເປັນພາສາລາວ ແລະ/ຫຼື ພາສາຕ່າງປະເທດທີ່ໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກ ເພື່ອໃຫ້ຂໍ້ມູນແກ່ຜູ້ບໍລິໂພກ ແລະ ຜູ້ກວດກາຕິດຕາມ