“ກອງປະຊຸມຝຶກອົບຮົມ ກ່ຽວກັບ ວິທີການເກັບກຳຂໍ້ມູນ, ຈັດປະເພດ, ທົບທວນ ແລະ ປະເມີນຜົນກະທົບຂອງມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs)” ໄດ້ຈັດຂື້ນ ໃນວັນທີ 18-19 ຕຸລາ 2017, ທີ່ ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໂດຍ ກົມການນຳເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການປະຈຳກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ   ການຝຶກອົບຮົມຄັ້ງນີ້ໄດ້ຮັບທຶນສະໜັບສະໜູນ ຈາກໂຄງການ LUNA II ປະຈຳ ສປປ ລາວ. ຊຶ່ງໄດ້ຮັບກຽດກ່າວເປີດການຝຶກອົບຮົມຄັ້ງນີ້ ໂດຍ ທ່ານ ເຂັມເດັດ ສີຫາວົງ, ຮອງຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ໄມໂຄລ ຄລາຍ (Michael Kleine), ຮອງເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ. ເຊິ່ງມີຜູ້ເຂົ້າຮ່ວມທີ່ເປັນຈຸດປະສານງານຂອງ NTMs ຈາກຂະແໜງການທີ່ກ່ຽວຂ້ອງທັງໝົດ  42 ທ່ານ. ທີ່ປະຊຸມ ທ່ານ ເຂັມເດັດ ສີຫາວົງໄດ້ກ່າວ ບາງຕອນວ່າ: ຈຸດປະສົງຕົ້ນຕໍຂອງການນໍາໃຊ້ມາດຕະການເຫຼົ່ານີ້ ແມ່ນເພື່ອປົກປ້ອງຊີວິດ ແລະ ສຸຂະພາບຂອງຄົນ ສັດ ແລະ ພືດ ແລະ ສິ່ງແວດລ້ອມ, ແຕ່ຖ້າບັນດາມາດຕະການເຫຼົ່ານີ້ ຖືກນໍາໃຊ້ຢ່າງບໍ່ສົມເຫດສົມຜົນ ກໍ່ຈະກາຍເປັນສິ່ງກີດຂວາງດ້ານການຄ້າ (Non-Tariff Barriers: NTBs) ທີ່ສ້າງຂັ້ນຂອດທີ່ບໍ່ຈໍາເປັນ ແລະ ສ້າງຕົ້ນທຶນ ໃຫ້ແກ່ຜູ້ປະກອບການຢ່າງຫຼີກລ້ຽງບໍ່ໄດ້. ສະນັ້ນ, ຈຶ່ງມີຄວາມຈໍາເປັນທີ່ຕ້ອງໄດ້ເກັບກໍາ, ຈັດປະເພດ ແລະ ທົບທວນຄືນບັນດາມາດຕະການ NTMs ທີ່ແຕ່ລະຂະແໜງ ການລັດວາງອອກ ແລະ ນໍາໃຊ້ໃນປະຈຸບັນ.
ຈຸດປະສົງຕົ້ນຕໍຂອງການຝຶກອົບຮົມ ແມ່ນເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ພະນັກງານຂອງຂະແໜງການລັດກ່ຽວຂ້ອງ ທີ່ຖືກແຕ່ງຕັ້ງເປັນຈຸດປະສານງານຂອງໜ່ວຍງານ NTMs ແລະ ພະນັກງານວິຊາການອື່່ນໆ ກ່ຽວກັບ ຄວາມໝາຍ ຄວາມສໍາຄັນ ຂອງວຽກງານ NTMs ແລະ ເປັນການຝຶກອົບຮົມໃຫ້ຜູ້ເຂົ້າຮ່ວມມີຄວາມເຂົ້າໃຈແຈ້ງກ່ຽວກັບການຈັດປະເພດມາດຕະການ ຕາມຫຼັກການຂອງ ອົງການ UNCTAD ແລະ ວິທີການເຮັດການທົບທວນ ແລະ ປະເມີນຜົນກະທົບຂອງມາດຕະການ NTMs, ຊຶ່ງແມ່ນໜຶ່ງໃນແຜນການບູລິມະສິດທີ່ ທາງກົມການນຳເຂົ້າ ແລະ ສົ່ງອອກ ກໍ່ຄືນໜ່ວຍງານ NTMs ໄດ້ໃຫ້ຄວາມສຳຄັນຕະຫຼອດມາ.
ການຝຶກອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຝັງການລາຍງານສະພາບລວມ ແລະ ຄວາມໝາຍຄວາມສຳຄັນຂອງວຽກງານ NTMs ຊຶ່ງນຳສະເໜີໂດຍທ່ານ ວິລະວົງ ສຸດທະນີລະໄຊ, ຮອງຫົວນະພະແນກອຳນວຍຄວາມສະດວກທາງດ້ານການຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ. ຊຶ່ງທ່ານໄດ້ຊີ້ໃຫ້ເຫັນວ່າວຽກງານ NTMs ແມ່ນໄດ້ເລີ່ມຈັດຕັ້ງ ປະຕິບັດມາແຕ່ປີ 2013. ຊຶ່ງໄລຍະຜ່ານມາ ກໍ່ມີຫຼາຍກິດຈະກໍາ ແລະ ໜ້າວຽກ ທີ່ສຳຄັນທີ່ໄດ້ສໍາເລັດແລ້ວ ຄື: ການຈັດຝຶກອົບຮົມ ແລະ ກອງປະຊຸມປຶກສາຫາລື ກ່ຽວກັບ NTMs, ການຈັດປະເພດ NTMs ທີ່ກະຊວງກ່ຽວຂ້ອງເປັນຜູ້ວາງອອກ ຈໍານວນ 253 ມາດຕະການ ຈາກ 80 ນິຕິກໍາ ແລະ ການແກ້ໄຂບັນຫາຂອງພາກທຸລະກິດ ແລະ ອື່ນໆ.  ພ້ອມນີ້, ກໍ່ໄດ້ສໍາເລັດເຮັດການປັບປຸງມາດຕະການອອກໃບອະນຸຍາດນໍາເຂົ້າຍານພາຫະນະ ແລະ ນໍາ້ມັນເຊື້ອໄຟ ທີ່ກົມການນໍາເຂົ້າ ແລະ ສົ່ງອອກ ຄຸ້ມຄອງ.
ນອກຈາກນັ້ນ ທີ່ປະຊຸມຍັງໄດ້ຮັບຟັງການບັນຍາຍຂອງນັກສຳມະນາກອນສອງທ່ານທີ່ສຳຄັນ ຄື: ທ່ານ ນາງ Chi Le Ngo, ຊ່ຽວຊານ NTMs ຂອງອົງການ UNCTAD. ຊຶ່ງເພິ່ນໄດ້ນາມສະເໜີກ່ຽວກັບວິທີການເກັບກຳຂໍ້ມູນ ແລະ ຈັດປະເພດ NTMs ຕາມປື້ມຄູ່ມື ແລະ ບົດແນະນຳ ຂອງອົງການ UNCTADມ ຊຶ່ງການຈັດປະເພດມາດຕະການແມ່ນແບ່ງອອກເປັນ 3 ໝວດໃຫຍ່ ຄື: ມາດຕະການທາງດ້ານເຕັກ, ມາດຕະການທີ່ບໍ່ແມ່ນເຕັກນິກ, ແລະ ມາດຕະການ ການສົ່ງອອກ. ຊຶ່ງໃນແຕ່ລະໝວດນີ້ ແມ່ນຈະແບ່ງເປັນປະເພດຍ່ອຍໆອີກ ໂດຍເລີ່ມຈາກຕົວອັກສອນ A ຫາ P. ຄຽງຄູ່ກັບພາກທິດສະດີແລ້ວ ຍັງໄດ້ຍົກບາງກໍລະນີສຶກສາ ໃຫ້ບັນດາຜູ້ເຂົ້າຮ່ວມໄດ້ຝຶກຫັດ ເຮັດໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ້ງ.
ຫຼັງຈາກນັ້ນ ທ່ານ Paul Schmit, ຊ່ຽວຊານ NTMs ໄດ້ຂຶ້ນບັນຍາຍກ່ຽວກັບວິທີການເຮັດການທົບທວນ ແລະ ປະເມີນຜົນກະທົບມາດຕະການ NTMs, ວິທີການປະເມີນນີ້ແມ່ນຈະນຳໃຊ້ສຳລັບມາດຕະການທີ່ມີຜັນບັງຄັບໃຊ້ແລ້ວ ແລະ ຈະໄດ້ສຶກສາເຖິງຄວາມຈຳເປັນ ແລະ ຄວາມສຳຄັນຂອງການນຳໃຊ້ມາດຕະການ. ພ້ອມທັງ ສຶກສາກ່ຽວກັບຜົນດີຜົນເສຍຂອງການນຳໃຊ້ມາດຕະການ ຫຼື ຜົນປະໂຫຍດທີ່ມີຕໍ່ເສດຖະກິດໂດຍສະເພາະແມ່ນຕໍ່ຜູ້ຊົມໃຊ້ພາຍໃນປະເທດ.
ໃນຕອນທ້າຍຂອງການຝຶກອົບຮົມໄດ້ມີການຈັດເຮັດບົດຝຶກຫັດ ເພື່ອເພີ່ມຄວາມເຂົ້າໃຈແຈ້ງໃຫ້ແກ່ຜູ້ເຂົ້າຮ່ວມ ແລະ ໄດ້ຈັດໃຫ້ມີການມອບ-ຮັບໃບຢັ້ງຢືນໃຫ້ແກ່ຜູ້ເຂົ້າຮ່ວມ ເພື່ອສະແດງເຖິງຜົນສຳເລັດໃນການເຂົ້າຮ່ວມການຝຶກອົບຮົມໃນຄັ້ງນີ້.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.