ສາລະບານ

ໝວດທີ 1 - ບັດຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ການອະທິບາຍຄໍາສັບ

ໝວດທີ 2 - ຫລັການພື້ນຖານໃນການໍາໃຊ້ມາດຕະການສຸຂານາໄມ ແລະ ສຸຂານະໄມພືດ

ມາດຕາ 3. ຫລັກການ
ມາດຕາ 4. ຄວາມຈໍາເປັນ
ມາດຕາ 5: ການອີງໃສ່ຫລັກຖານດ້ານວິທະຍາສາດ
ມາດຕາ 6. ຄວາມກົມກຽວ
ມາດຕາ 7. ການຮັບຮູ້
ມາດຕາ 8. ການບໍ່ຈໍາແນກປະຕິບັດ
ມາດຕາ 9. ຄວາມໂປ່ງໃສ
ມາດຕາ 10. ການຄວບຄຸມ, ການກວດກາ ແລະ ການຮັບຮອງ
ມາດຕາ 11. ຄວາມສອດຄ່ອງກັບກົດໝາຍ, ລະບຽບການ ແລະ ສົນທິສັນຍາ

ໝວດທີ 3 - ການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ຫລັກການສຸຂານາໄມ ແລະ ສຸຂານາໄມພືດ

ມາດຕາ 12. ອົງການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດຫລັກການພື້ນຖານ ສຸຂານາໄມ ແລະ ສຸຂານາໄມພືດ ປະກອບດ້ວຍ
ມາດຕາ 13. ໜ້າທີ່ຂອງຂະແໜງການກະສິກໍາ ແລະ ປ່າໄມ້
ມາດຕາ 14. ການຮ່ວມມື້ກັບຂະແໜງການສາທາລະນະສຸກ
ມາດຕາ 15. ການຮ່ວມມືກັບຂະແໜງການອື່ນທີ່ກ່ຽວຂ້ອງ
ມາດຕາ 16. ການພັດທະນາ, ປັບປຸງລະບົບມາດຕະການສຸຂານາໄມ ແລະ ສຸຂານາໄມພືດ

ໝວດທີ 4 - ບົດບັນຍັດສຸດທ້າຍ

ມາດຕາ 17. ການຈັດຕັ້ງປະຕິບັດ
ມາດຕາ 18. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ.

ກະຊວງກະສິກໍາ ແລະ ປ່າໄມ້                   ເລກທີ 0039/ກປ
ນະຄອນຫລວງວຽງຈັນ, ວັນທີ 11 ມັງກອນ 2012

ຂໍ້ຕົກລົງຂອງລັດຖະມົນຕີ
ວ່າດ້ວຍຫລັກການພື້ນຖານກ່ຽວກັບການນໍາໃຊ້ມາດຕະການສຸຂານາໄມ
ແລະ ສຸຂານາໄມພືດເຂົ້າໃນການຄຸ້ມຄອງຜະລິດຕະພັນພືດ ແລະ ສັດ

ລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້ ອອກຂໍ້ຕົກລົງດັ່ງນີ້:

ໝວດທີ 1
ບັດຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
   ຂໍ້ຕົກລົດສະບັບນີ້ ກໍານົດບັນດາຫລັກການພື້ນຖານກ່ຽວກັບການນໍາໃຊ້ມາດຕະການດ້ານ ສຸຂານາໄມ ແລະ ສຸຂານາໄມພືດ, ການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດຫລັກການດັ່ງກ່າວ ເພື່ອຮັບປະກັນຄວາມປອດໄພຕໍ່ສຸຂະພາບ ຂອງຄົນ, ສັດ ແລະ ພືດຂອງ ສປປ ລາວ ຈາກຄວາມສ່ຽງ ແລະ ອັນຕະລາຍທີ່ອາດເກີດຂື້ນ ຈາກເຄື່ອນຍ້າຍຜະລິດຕະພັນ ສິນຄ້າ ກະສິກໍາ ແລະ ປ່າໄມ້ ຢູ່ພາຍໃນ ແລະ ລະຫ່ວາງປະເທດ ແນໃສປັບປຸງບັນດາມາດຕະການ ທີ່ກ່ຽວຂ້ອງ ຂອງ ປະເທດໃຫ້ສອດຄ່ອງກັບສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ຫລີກເວັ້ນການສ້າງສິ່ງກີດຂວາງ ທີ່ບໍ່ຈໍາເປັນຕໍ່ການຄ້າ.

ມາດຕາ 2. ການອະທິບາຍຄໍາສັບ
   ຄໍາສັບຕ່າງໆ ທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້:

  1. ສຸຂານາໄມພືດ ໝາຍເຖິງຄວາມສະອາດ, ການມີອະນາໄມ ແລະ ຄວາມປອດໄຟຈາກຄວາມສ່ຽງກ່ຽວກັບການສານພິດ, ສານຕົກຄ້າງ ແລະ ພະຍາດທີ່ມີຜົນເສຍຕໍ່ສຸຂະພາບ ຂອງຄົນ ແລະ ສັດ.
  2. ສຸຂານະໄມພືດ ໝາຍເຖິງ ການເຮັດໃຫ້ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ມີຄວາມສະອາດ, ປອດໄພຈາກສັດຕູພືດ ລວມທັງການຄວບຄຸມຢາປາບສັດຕູພືດ, ສານເຄມີ ແລະ ສານປົນເປື້ອນ ອື່ນໆ ທີ່ຢູ່ໃນພືດ.
  3. ສານປົນເປື້ອນ ໝາຍເຖິງຢາປາບສັດຕູພືດ, ຢາສັດຕະວະແພດຕົກຄ້າງ ຫລື ວັດຖຸເຈືອປົນທີ່ບໍ່ຕ້ອງການ.
  4. ວັດຖຸອື່ນ ໝາຍເຖິງຢາປາບສັດຕູພືດ, ຢາສັດຕະວະແພດຕົກຄ້າງ ຫລືວັດຖຸເຈືອປົນ ທີ່ບໍ່ຕ້ອງການ.
  5. ສັດຕູພືດ ໝາຍເຖິງແມງໄມ້, ບັນດາພືດທີ່ເປັນອັນຕະລາຍ, ລວມທັງເຊື້ອໄວຣັສ, ເຫັດລາ, ແບັກທີເລັຍ, ກາຝາກ ແລະ ເຊື້ອພະຍາດອື່ນທີ່ສ້າງຄວາມເສຍຫາຍແກ່ພືດ ແລະ ສິ່ງແວດລ້ອມ.
  6. ຜະລິດຕະພັນພືດ ແລະ ສັດ ໝາຍເຖິງສິນຄ້າຈາກພືດ, ສັດ ລວມທັງປາ ແລະ ສັດນ້ໍາທີ່ມີຢູ່ພາຍນ ຫລື ນໍາເຂົ້າຈາກຕ່າງປະເທດ ທີ່ຢູ່ພາຍໃຕ້າການຄຸ້ມຄອງ ຂອງຂະແໜງການກິສະກໍາ ແລະ ປ່າໄມ້ ຂອງ ສປປ ລາວ,
  7. ມາດຕະການສຸຂານາໄມ ແລະ ສຸຂານາໄມພືດ ໝາຍເຖິງມາດຕະການ ໃດຫນຶ່ງ ທີ່ນໍາໃຊ້ ເພື່ອຈຸດປະສົງ ປົກປ້ອງປະເທດຊາດ ບໍ່ໃຫ້ໄດ້ຮັບຄວາມສ່ຽງ 4 ຢ່າງດັ່ງນີ້:
  • ປົກປ້ອງຊີວິດ ຫລື ສຸຂະພາບຂອງພືດ ຫລື ສັດຢູ່ພາຍໃນ ສປປ ລາວ ບໍ່ໃຫ້ໄດ້ຮັບຄວາມສ່ຽງທີ່ອາດເກີດຈາກຜະລິດຕະພັນພືດ ຫລື ສັດທີ່ອາດມີສັດຕູພືດ, ພະຍາດຕ່າງໆ ແລະ ເຊື້ອຈຸລິນຊີ ທີ່ອາດເປັນພາຫາ ຫລື ເປັນສາເຫດກໍ່ໃຫ້ເກີດ ຫລື ແຜ່ລະບາດຂອງສັດຕູພືດ ຫລື ພະຍາດຕ່າງໆ.
  • ປົກປ້ອງ ຊີວິດ ຫລື ສຸຂະພາບ ຂອງຄົນ ຫລື ສັດຢູ່ພາຍໃນ ສປປ ລາວ ບໍ່ໃຫ້ໄດ້ຮັບຄວາມສ່ຽງຈາກທາດເພີ່ມ, ສານປົນເປື້ອນ, ສານພິດ ແລະ ເຊື້ອຈຸລິນຊີ ທີ່ເປັນສາເຫດຂອງພະຍາດຄົນ ແລະ ສັດ ທີ່ອາດມີຢູ່ໃນອາຫານ ແລະ ເຄື່ອງດື່ມຂອງຄົນ ຫລື ມີຢູ່ໃນອາຫານສັດ.
  • ປົກປ້ອງຊີວິດຫລືສຸຂະພາບ ຂອງຄົນຢູ່ພາຍໃນ ສປປ ລາວ ບໍ່ໃຫ້ໄດ້ຮັບວາມສ່ຽງແລະ ການລະບາດຂອງພະຍາດ ຄົນທີ່ອາດມີຢູ່ໃນຜະລິດພະລິດຕະພັນພືດ ແລະ ສັດ
  • ສະກັດກັ້ນ ຫລື ຈໍາກັດຄວາມສ່ຽງ ແລະ ການບະບາດ ຂອງແມງໄມ້ ຫລື ສັດຕູພືດ ຢູ່ ສປປ ລາວ ທີ່ອາດມີຢູ່ໃນຜະລິດຕະພັນພືດ ຫລື ສັດຂອງພາຍໃນ ຫລື ນໍາເຂົ້າຈາກຕ່ງປະເທດ.
  1. ການນໍາໃຊ້ມາດຕະຫານ ສຸຂານາໄມ ແລ ສຸຂານາໄມພືດ ໝາຍເຖິງການບັງຄັບໃຊ້ນິຕິກໍາທີ່ວາງອອກ ເພື່ອໃຫ້ບັນລຸການປົກປ້ອງຄວາມສ່ຽງ ຊື່ງລວມເອົາ. ການອອກກົດໝາຍ, ດໍາລັດ, ຂໍ້ຕົກລົງ, ກົດລະບຽບ, ເງື່ອນໄຂ, ມາດຕະຖານ, ຄໍາສັ່ງແນະນໍາ, ການກໍານົດຂັ້ນຕອນ, ວິທີການ, ການທົດສອບ, ການກວດກາ, ການຢັ້ງຢືນ, ການກັກກັນ ລວມທັງການກໍານົດເງື່ອນໄຂການເຄື່ອນຍ້າຍ ແລະ ການຂົນສົ່ງ, ການເກັບກໍາສະຖິຕິ, ການສຸ່ມເກັບຕົວຢ່າງເພື່ອທົດສອບ, ການຄຸ້ມຄອງຄວາມສ່ຽງ, ການຫຸ້ມຫໍ່ ແລະ ການຕິສະຫລາກດ້ານຄວາມປອດໄພຂອງອາຫານ.
  2. ສົນທິສັນຍາ ໝາຍເຖິງສົນທິສັນຍາສາກົນທີ່ກ່ຽວຂ້ອງທີ່ ສປປ ລາວ ເປັນພາຄີ.
  3. ຈຸດສອບຖາມກ່ຽວກັບສຸຂານາໄມ ແລະ ສຸຂານາໄມພືດ ໝາຍເຖິງການຈັດຕັ້ງໜຶ່ງ ທີ່ຖຶກສ້າງຂື້ນຢູ່ກະຊວງກະສິກໍາ ແລະ ປ່າໄມ້ ທີ່ມີທີ່ຕັ້ງ, ພາລະບົດບາດ ແລະ ການເຄື່ອນໄຫວຕາມຂໍ້ຕົດລົງ ເລກທີ່ 1052/ກປ, ລົງວັນທີ 23 ມີຖຸນາ 2011.
  4. ຄວາມໂປ່ງໃສ ໝາຍເຖິງການແຈ້ງຂໍ້ມູນຂ່າວສານກ່ຽວກັບບັນດາມາດຕະການສຸຂານາໄມ ແລະ ສຸຂານາໄມພືດ ທີ່ ສປປ ລາວ ກໍາລັງສ້າງ, ຖືກຮັບຮອງ ແລະ ປະກາດໃຊ້ໃຫ້ແກ່ສາທາລະນາຊົນ ດ ອົງການຈັດຕັ້ງ ແລະ ຜູ້ປະກອບການທັງຢູ່ພາຍໃນ ແລະ ຕ່າງປະເທດ ຮັບຊາບຢ່າງເປີດເຜີຍ, ທີ່ສາມາດໃຊ້ເປັນສິ່ງອ້າງອີງ ແລະ ຄາດຄະເນຢ່າງເປັນທາງການໄດ້.
  5. ຄະນະກໍາມະທິການ ກົດລະຫັດອາຫານສາກົນ (Codex Alimentarius Commission: Codex) ແມ່ນອົງການຈັດຕັ້ງສາກົນ ທີ່ກໍານົດມາດຕະຖານ, ຂໍ້ກໍານົດ ແລະ ຄໍາແນະນໍາ ສາກົນດ້ານຄວາມປອດໄພ ຂອງອາຫານ ຊື່ງລວມມີ ທາດເພີມໃນອາຫານ, ສານຕົກຄ້າງຈາກຢາປິ່ນປົວສັດ ແລະ ຢາປາບສັດຕຸພືດ, ສິ່ງປົນເປື້ອນຕ່າງໆນັບທັງການກໍານົດວິທີການວິໃຈ, ການເກັບຕົວຢ່າງ ແລະ ການອອກກົດລະຫັດ ແລະ ຄໍາແນະນໍາຕ່າງໆກ່ຽວກັບ ການປະຕິບັດງານດ້ານຫລັກສຸຂານາໄມ.
  6. ອົງການພາຍຸສາກົນ (Organization International des Epizoolies: OIE) ແມ່ນອົງການຈັດຕັ້ງສາກົນທີ່ກໍານົດມາຕະຖານ, ຂໍ້ກໍານົດ ແລະ ຄໍາແນະນໍາສາກົນດ້ານຂະພາບສັດ ແລະ ພະຍາດສັດຕິດຕໍ່ສຸ່ຄົນ, ນັບທັງການກໍານົດວີທີການວີໃຈ, ການເກັບຕົວຢ່າງ ແລ ການອອກຄໍານແນະນໍາຕ່າງໆກ່ຽວກັບ ການປະຕິບັດງານທີ່ດີສໍາລັບການຜະລິດສັດ ແລະ ອື່ນໆ.
  7. ສົນທິສັນຍາປ້ອງກັນພືດສາກົນ (International Plant Protextion Convention: IPPC) ແມ່ນຂໍ້ຕົກລົງສາກົນກ່ຽວກັບ ສຸຂະພາບ ພືດແນ່ໃສ່ປ້ອງກັນພືດ ບ້ານ ແລ ພືດປ່າຈາກ ການເກີດ ແລະ ແຜ່ລະບາດຂອງພະຍາດ ແລະ ສັດຕູພືດ.
  8. ການປະເມີນຄວາມສ່ຽງ ໝາຍເຖິງການປະເມີນຄວາມເປັນໄປໄດ້ຂອງການເຂົ້າມາ ການເກີດ ຫລື ການແຜ່ລະບາດຂອງສັດຕູພືດ ຫລື ພະຍາດໃດຫນື່ງຢູ່ໃນ ສປປ ລາວ. ການວິເຄາະກ່ຽວກັບ ຜົນກະທົບທາງກດ້ານຊີວະວິທະຍາ ແລະ ເສດຖະກິດ ທີ່ອາດຈະເກີດ ຂື້ນຕາມມາ ລວມເຖິງການປະເມີນ ຄວາມເປັນໄປໄດ້ ເຖິງຜົນກະທົບ ທີ່ອາດເປັນອັນຕະລາຍຕໍ່ ສຸຂະພາບຂອງຄົນ, ສັດ ຢູ່ ສປປ ລາວ ທີ່ເກີດຈາກການມີທາດເພີ່ມ, ສານປົນເປື້ອນ, ສານພິດ ຫລື ພະຍາດທີ່ເກີດ ຈາກສິ່ງທີ່ມີຊີວິດ ຢູ່ໃນອາຫານ ເຄື່ອງດື່ມ ຫລື ອາຫານສັດ ເພື່ອນໍາໃຊ້ ສໍາລັບ ວາງມາດຕະການ ດ້ານ ສຸຂານາໄມ ແລ ສຸຂານາໄມພືດ,
  9. ລະດັບການປົກປ້ອງສຸຂານາໄມ ຫລື ສຸຂານາໄມພືດ ທີ່ເໝາະສົມ ໝາຍເຖິງລະດັບທີ ກໍາກົດຂື້ນໂດຍອົງການຄຸ້ມຄອງ ວຽກງານກະສິກໍາ ແລະ ປ່າໄມ້ ແລະ ສາທາລະນະສຸກ ຂອງ ສປປ ລາວ, ຊື່ງລວມມີ ການກໍານົດລະດັບສານຕົກຄ້າງຈາກຢາປາບສັດຕູພືດ, ທາດເພີ່ມໃນອາຫານ, ສານຕົກຄ້າງຂອງຢາສັດຕະວະແພດ, ຈໍານວນເຊື້ອຈຸລິນີ ແລະ ອື່ນໆ ໃນອາຫານ, ເຄື່ອງດື່ມ ແລະ ຜິລິດຕະພັນພືດ ແລະ ສັດ ເພື່ອປົກປ້ອງຊີວິດຫລື ສຸຂະພາບຂອງຄົນ, ສັດ ຫລື ພືດ ໃຫ້ມີຄວາມປອດໄພ.

ໝວດທີ 2
ຫລັການພື້ນຖານໃນການໍາໃຊ້ມາດຕະການສຸຂານາໄມ ແລະ ສຸຂານະໄມພືດ.

ມາດຕາ 3. ຫລັກການ
   ຫລັກການພື້ນຖານກ່ຽວກັບການນໍາໃຊ້ມາດຕະການດ້ານສຸຂານາໄມ ແລະ ສຸຂານາໄມພືດ ມີດັ່ງນີ້:

  1. ຄວາມຈໍາເປັນ.
  2. ການອີງໃສ່ຫລັກຖານດານວິທະຍາສາດ
  3. ຄວາມກົມກຽວ
  4. ການຮັບຮູ້
  5. ການບໍ່ຈໍາແນກປະຕິບັດ
  6. ຄວາມໂປງໃສ
  7. ການຄວບຄຸມ, ການກວດກາ, ແລະການຮັບຮອງ,
  8. ຄວາມສອດຄ່ອງກັບກົດໝາຍ, ລະບຽບການ ແລະ ສົນທິສັນຍາ.

ມາດຕາ 4. ຄວາມຈໍາເປັນ
   ມາດຕະການສຸຂານາໄມ ແລະ ສຸຂານາໄມ ພືດຕ້ອງນໍາໃຫ້ຊເທົ່າທີມີຄວາມຈໍາເປັນ ແລະ ຮັບປະກັນ ໃຫ້ສາມາດປ້ອງກັນ ຄວາມສ່ຽງທີ່ຈະເປັນຜົນກະທົບຕໍ່ຊີວິດ ຫລື  ສຸຂະພາບຂອງຄົນ, ສັດ ຫລື ພືດ ແລະ ຕໍ່ປະເທດຊາດ, ມາດຕະການດັ່ງກ່າວຕ້ອງບໍ່ເປັນການສ້າງອຸປະສັກ ທີ່ບໍ່ຈໍາເປັນຕໍ່ການຄ້າ ແລະ ຕ້ອງມີຄວາມເປັນໄປໄດ້ໃນທາງປະຕິບັດທັງທາງດ້ານເຕັກນິກ ແລະ ດ້ານເສດຖະກິດ.

ມາດຕາ 5. ການອີງໃສ່ຫລັກຖານດ້ານວິທະຍາສາດ
   ບັນດາມາດຕະການສຸຂານາໄມ ແລະ ສຸຂານາໄມພືດ ທີ່ຖືກນໍາໃຊ້ຕ້ອງອີງໃສຫລັກຖານ ຫລື ການຢັ້ງຢືນທາດ້ານວິທະຍາສາດ. ໃນກໍລະນີບໍ່ທັນມີຂໍ້ມູນຢັ້ງຢືນ ທາງວິທະຍາສາດ ຢ່າງພຽງພໍມາດຕະການ ດັ່ງກ່າວຕ້ອງອີ່ງໃສຂໍ້ມູນເພີ່ມອື່ນຊື່ງເຫັນວ່າມີຄວາມກ່ຽວຂ້ອງ ແລະ ໃກ້ຄຽວກັບຄວາມເປັນຈິງ ຫລາຍທີ່ສຸດ, ຂໍ້ມູນເພີ່ມທີ່ນໍາໃຊ້ເພື່ອເປັນບ່ອນອີງນັ້ນກໍ່ຕ້ອງແມ່ນໄດ້ຈາກປະເມີນ ຄວາມສ່ຽງ ພາຍໃນກໍານົດເວລາທີ່ສົມເຫດສົມຜນ, ຖືກຕ້ອງຕາມຜົນ ແລະ ຈຸດປະສົງຂອງການປະເມີນຄວາມສ່ຽງໃນເວລານັ້ນອີກດ້ວຍ.

ມາດຕາ 6. ຄວາມກົມກຽວ
   ບັນດາມາດຕະການທີ່ຖືກນໍາໃຊ້ຕ້ອງໃຫ້ມີຄວາມກົມກຽວ ໂດຍຕ້ອງອີງໃສ່ມາດຕະຖານ, ຄໍາແນະນໍາ ຫລື ຄໍາສະເໜີຂອງອົງການຈັດຕັ້ງສາກົນ ຫລື ຂອງພາກພື້ນທີ່ກ່ຽວຂ້ອງ. ໃນໄລຍະເລວາທີ່ ສປປ ລາວ ບໍ່ທັນສາມານໍາໃຊ້ມາດຕະຖານທີ່ສອດຄ່ອງກັບ ມາດຕະຖານສາກົນເປັນບ່ອນອີງໄດ້, ກໍ່ໃຫ້ອີງໃສ່ມາດຕະຖານທີ່ກ່ຽວຂ້ອງຂອງພາກພື້ນ, ແຕ່ຖ້າຫາກບໍ່ທັນສາມາດນໍາໃຊ້ ຫລື ອີງໃສ່ມາດຕະຖານ ຂອງພາກພື້ນ. ແຕ່ຖ້າຫາກບໍ່ທັນສາມາດນໍາໃຊ້ ຫລື ອີງໃສ່ມາດຕະຖານຂອງ ຂອງພາກພື້ນໄດ້ນັ້ນ ກໍ່ຕ້ອງອີງໃສ່ຜົນຂອງການປະເມີນຄວາມສ່ຽງ ດ້ວຍວິທີການປະເມີນຄວາມສ່ຽງທີ່ອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງກໍານົດອອກ.
   ການກໍານົດລະດັບການປົກປ້ອງສຸຂານາໄມ ຫລື ສຸຂານາໄມພືດ ທີ່ເໝາະສົມ ຂອງ ສປປ ລາວ ໃດໜື່ງທີ່ສູງກ່ວາມາດຕະຖານສາກົນ ຕ້ອງມີການວິເຄາະ ວິໃຈ ທາງດ້ານວິທະຍາສາດ ຫລື ຕ້ອງມີການຄົ້ນຄ້ວາ ຢ່າງເໝາະສົມ ເພື່ອສາມາດຮັບປະກັນການນໍາໃຊ້ບັນດາຫລັກການ ທີ່ກໍານົດໄວ້ໃນຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບຜົນດີ.
   ເພື່ອເປັນການຍົກລະດັບມາດຕະຖານຄວາມປອດໄພຂອງອາຫານ, ຢາ, ຜະລິດຕະພັນພືດ ແລະ ສັດ ໃຫ້ໄດ້ຕາມມາດຕະຖານສາກົນ, ອົງການຄຸ້ມຄອງການນໍາໃຊ້ ມາດຕະຖານສຸຂານາໄມ ແລະ ສຸຂານາໄມພືດ ຕ້ອງເອົາໃຈໃສ່ຮ່ວມມືກັບ ອົງການຈັດຕັ້ງ ສາກົນີ່ກ່ຽວຂ້ອງເຊັ່ນ: ຄະນະກໍາມະທິການ ການກົດລະຫັດອາຫານ ສາກົນ, ອົງການພະຍຸສັດສາກົນ, ອົງການສົນທິສັນຍາ ປ້ອງກັນພືດສາກົນ, ອົງການຈັດຕັ້ງຂອງປະຊາຄົມອາຊຽນ ຫລື ອົງການຈັດຕັ້ງ ອື່ນທີ່ ສປປ ລາວເຂົ້າເປັນພາຄີ.

ມາດຕາ 7. ການຮັບຮູ້
   ອົງການຄຸ້ມອງວຽກງານສຸຂານາໄມ ແລະ ສຸຂານາໄມ ພືດຂອງ ສປປ ລາວ ຮັບຮູ້ບັນດາມາດຕະການສຸຂານາໄມ ແລະ ສຸຂານາໄມພືດ ທີ່ປະເທດ ສົ່ງອອກ ນໍາໃຊ້ຢ່າງເທົ່າທຽມກັນ ຫາກມາດຕະການດ່ັງກ່າວນັ້ງ ໄດ້ບັນບຸລະດັບການປົກປ້ອງ ດ້ານສຸຂານາໄມ ແລະ ສຸຂານາໄມພືດ ທີ່ເໝາະສົມ ຂອງ ສປປ ລາວ ແລະ ໄດ້ຜ່ານຂັ້ນຕອນ ການກວດກາ ຢັ້ງຢືນປະເທດ ສົ່ງອອກຕາມລະບຽບການ, ການຮັບຮູ້ມາດຕະການດັ່ງກ່າວ ນັ້ນຕ້ອງໄດ້ເຫັນດີຢ່າງເປັນທາງການໂດຍທັງສອງຝ່າຍ.
   ການຮັບຮູ້ນັ້ນ ຍັງລວມເຖິງການແຈ້ງໃຫ້າບຂອງປະເທດສົ່ງອອກ ກ່ຽວກັບເຂດປອດພະຍາດ ສັດຫລື ປອດສັດຕູພືດ, ຫລື ເຂດທີ່ມີພາຍາດ ຫລື ສັດຕູພືດ ແຜ່ລະບາດຕໍ່າ ນັບທັງການສະແດງຫລັກຖານ ຢັ້ງຢືນໃຫ້ເຫັນວ່າ ເຂາດັ່ງກ່າວກໍາລັງສ້າງ ຫລື ເປັນເຂດທີ່ສືບຕໍ່ຮັກສາໃຫ້ເປັນເຂດປອດພະຍາດ ຫລື ສັດຕູພືດ ຫລື ສຶບຕໍ່ເປັນເຂດທີ່ມີພະຍາດ ຫລື ສັດຕູພືດແຜ່ລະບາດ ຕໍ່າອີກດ້ວຍ.

ມາດຕາ 8. ການບໍ່ຈໍາແນກປະຕິບັດ
   ການນໍາໃຊ້ມາດຕາການດ້ານສຸຂານາໄມ ແລະ ສຸຂານາໄມພືດ ໃດໜຶ່ງ ຕ້ອງບໍ່ມີການຈໍານກປະຕິບັດລະຫ່ວາງ ສປປ ລາວ ກັບຕ່າງປະເທດ ຫລື ລະຫວ່າງຄູ່ຄ້າດ້ວຍການັ ຫລື ບໍ່ກໍ່ໃຫ້ເກີດການຈໍາກັບດ້ານການຄ້າ ລະຫ່ວາງປະເທດແອບແຝງ. ໃນກໍລະນີທີ່ມີການຈໍາແນກປະຕິບັດ, ການປະຕິບັດດັ່ງກ່າວ ຕ້ອງບໍ່ແມ່ນການເຮັດແບບຕາມໃຈ ຫລື ບໍ່ມີເຫດຜນທາງດ້ານວີຊາການມາຢັ້ງຢືນ.

ມາດຕາ 9. ຄວາມໂປ່ງໃສ
   ທຸກມດຕະການທີ່ນໍາໃຊ້ເພື່ອຄຸ້ມຄອງດ້ານສຸຂານະໄມ ແລະ ສຸຂານະໄມພືດ ຕ້ອງນໍາໃຊ້ຢ່າງມີຄວາມໂປ່ງໃສ. ການຮ່າງ, ການຮັບຮອງ ແລະ ການນໍາໃຊ້ມາດຕະການໃດ ໜຶ່ງຕ້ອງມີການຈັດພິມຢ່າງເປັນທາງການ ແລ ແຈ້ງການຢ່າງກ້ວາງຂວາງ. ໃນຂັ້ນຕອນການຮ່າງ ຫລື ກ່ອນການຮັບຕ້ອງແຈ້ງໃຫ້ພາກສ່ວນທີ່ກ່ຽວຂ້ອງຮັບຊາບ ເພື່ອມີຄໍາເຫັນຢ່າງໜ້ອຍຫົກສິບ (60) ວັນ ແລະ ເມື່ອມາດຕະການຖຶກຮັບຮອງເອົາແລ້ວ ກໍ່ຕ້ອງມີການເຜີຍແຜ່ຜ່າສື່ມວນຊົນທີ່ເປັນທາງການໃຫ້ສາທາລະນາຊົນຮັບຊາບ ຢ່າງຫນ້ອຍ ຮ້ອຍແປດສິບ (180) ວັນຢ່າງເປີດເຜີຍກ່ອນຈຶ່ງໃຫ້ມີຜົນບັງຄັບໃຊ້.
   ໃນກໍລະນີຈໍາເປັນຕ້ອງໄດ້ນໍາໃຊ້ມາດຕະການຮີບດ່ວນ, ເພື່ອປົກປ້ອງຊີວິດ ຫລື ສຸຂະພາບ ຂອງຄົນ, ສັດ ຫລື ພືດ, ການແຈ້ງການ ເພື່ອຂໍຄໍາເຫັນ ຈາກສາທາລະນະຊົນ ກ່ອນການຮັບຮອງປະກາດ ໃຊ້ອາດຖືກຍົກເວັ້ນໄດ້ ແຕ່ມາດຕະການຮີບດ່ວນນັ້ນຕ້ອງໃຫ້ຈັດຕັ້ງປະຕິບັດໂດຍທັນທີ ແລະຕ້ອງມີການອະທິບາຍຢ່າງຊັດເຈນເຖິງເຫດຜົນ ແລະ ຄວາມຈໍາເປັນຂອງການປະກາດໃຊ້ມາດຕະການທີ່ຮີບດ່ວນນັ້ນ ແລະຕ້ອງໃຫ້ຄໍາແນະນໍາກ່ຽວກັບວິທີການ ແລະ ກໍານົດລາຍການຜະລິດຕະພັນພືດ ຫລື ສັດ ທີ່ຈໍາເປັນຕ້ອງຖຶກນໍາໃຊ້ມາດຕະການຮີບດ່ວນນັ້ນ ຕ້ອງຖືກນໍາໃຊ້ມາດຕະການຮີບດ່ວນນັ້ນ ແນບໄປພ້ອມ.

ມາດຕາ 10. ການຄວບຄຸມ, ການກວດກາ ແລະ ການຮັບຮອງ
   ບັດດາຂັ້ນຕອນ, ວິທີການເພື່ອຄວບຄຸມ, ກວດກາ ແລະ ຮັບຮອງທີ່ຕິດພັນກັບ ການນໍາໃຊ້ມາດຕະການສຸຂານາໄມ ແລະ ສຸຂານາໄມພືດ ຊື່ງລວມເອົາການເກັບຕົວຢ່າງ, ການກວດສອບ ແລະ ການຢັ້ງຢືນກ່ຽວກັບຜະລິດຕະພັນພືດ ແລະ ສັດ ຕ້ອງປະຕິບັດຕາມກໍານົດຂອງສັນຍາວ່າດ້ວຍການນໍາໃຊ້ ມາດຕະການສຸຂານາໄມ ແລະ ສຸຂານາໄມພືດ ຊື່ງມີເນື້ອໃນຕົ້ນຕໍດັ່ງນີ້:

  1. ບັນດາຂັ້ນຕອນການກວດກາ ແລະ ຢັ້ງຢືນຕ້ອງປະຕິບັດຢ່າງບໍ່ຊັກຊ້າ ບົນພື້ນຖານບໍ່ຈໍາແນກປະຕິບັດ.
  2. ການຢັ້ງຢືນ ຕ້ອງມີການຈັດພິມ ແລະ ລາຍງານຢ່າງເປັນລາຍອັກສອນ ໂດຍບໍ່ຊັກຊ້າ.
  3. ຂໍ້ມູນຂ່າວສານທີ່ຕ້ອງຮຽກຮ້ອງໃຫ້ປະກອບ ຕ້ອງຈໍາກັດ ແລະ ໃຫ້ມີສະເພາະແຕ່ສິ່ງທີ່ຈໍາເປັນສໍາລັບຂັ້ນຕອນປະຕິບັດເທົ່ານັ້ນ. ການຮັກສາຄວາມລັບຂອງຂໍ້ມູນຂອງຜະລິດຕະພັນພືດ ຫລື ສັດລວມທັງການປົກປ້ອງຜົນປະໂຫຍດອັນຊອບທໍາທາງການຄ້າ ຂອງຜະລິດຕະພັນພາຍໃນ ແນະນໍາເຂົ້າຕ້ອງຮັບປະກັນບໍ່ໃຫ້ມີຄວາມແຕກໂຕນກັນກ
  4. ໃນການນໍາໃຊ້ມາດຕະການສຸຂານາໄມ ແລະ ສຸຂານາໄມພືດ ຕ້ອງໃຫ້ມີກົນໄກ ການກວດສອບຄືນ ໃນກໍລະນີທີ່ ມີຄໍາເຫັນຮຽກຮ້ອງໃຫ້ກວດຄືນ ຫລື ມີການຕິດຕາມ ການປັບປຸງ ແກ້ໄຂໃຫ້ຖືກຕ້ອງ ກ່ຽວກັບການ ດໍາເນີນການ ຂອງຜູ້ປະກອບການ.

ມາດຕາ 11. ຄວາມສອດຄ່ອງກັບກົດໝາຍ, ລະບຽບການ ແລະ ສົນທິສັນຍາ
   ບັນດາມາດຕະການ ສຸຂານາໄມ ຫລື ສຸຂານາໄມພືດ ທີ່ນໍາໃຊ້ຕ້ອງໃຫ້ສອດຄ່ອງກັບນິຕະກໍາຂອງ ຊາດ ແລະ ສົນທິສັນຍາ ກ່ຽວກັບຂ້ອງທີ່ ສປປ ລາວ ເຂົ້າເປັນພາຄີ ໂດຍໃຫ້ອີງຕາມເງື່ອນໄຂ ທີ່ພື້ນຖານດັ່ງນີ້:

  1. ມາດຕະການເພື່ອປົກປອງຊີວິດ ຫລື ສຸຂະພາບ ຂອງຄົນ, ສັດ ແລະ ພືດ ຕ້ອງສອດຄ່ອງກັບກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ.
  2. ໃນກໍລະນີທີ່ຂໍ້ກໍານົດໃດຫນື່ງຂອງກົດໝາຍ ຫລື ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ ບໍ່ທັນສອດຄ່ອງກັບຂໍ້ກໍານົດ ໃນສົນທິສັນຍາ ສາກົນທີ່ກ່ຽວຂ້ອງໃດໜຶ່ງທີ່ ສປປ ລາວ ເປັນພາຄີ, ຂໍ້ກໍານົດຂອງ ສົນທິສັນຍາດັ່ງກ່າວຕ້ອງຖຶກນໍາໃຊ້ຈົນກ່ວາກົດໝາຍ ຫລື ລະບຽບການ ທີ່ກ່ຽວຂ້ອງ ຂອງ ສປປ ລາວ ໄດ້ຖືກປັບປຸງແກ້ໄຂ ໃຫ້ສອດຄ່ອງ ແລະ ປະກາດໃຊ້ແລ້ວ.
  3. ໃນກໍລະນີທີ່ຂໍ້ກໍານົດຂອງສົນທິສັນຍາດັ່ງກ່າວຕ້ອງຖືກນໍາໃຊ້ຈົນກ່ວາກົດໝາຍ ຫລື ລະບຽບການ ຂອງ ສປປ ລາວ ໃຫ້ນໍາໃຊ້ຂໍ້ກໍານົດທີ່ມີຢູ່ໃນສົນທິສັນຍາທີ່ກ່ຽວຂ້ອງໄປກ່ອນຈົນກວ່າຈະມີກົດໝາຍ ຫລື ລະບຽບການທີ່ເທົ່າທຽມກັນ ຂອງ ສປປ ລາວ ຖືກສ້າງ ແລະ ມີຜົນບັງຄັບໃຊ້ກ

ໝວດທີ 3
ການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ຫລັກການສຸຂານາໄມ ແລະ ສຸຂານາໄມພືດ

ມາດຕາ 12. ອົງການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດຫລັກການພື້ນຖານ ສຸຂານາໄມ ແລະ ສຸຂານາໄມພືດ ປະກອບດ້ວຍ:

  1. ຂະແໜງການກະສິກໍາ ແລະ ປ່າໄມ້ ຊື່ງມີ: ຫ້ອງການກະຊວງ, ກົມແຜນການ, ກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງ, ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ.
  2. ຂະແໜງການສາທາລະນະສຸກ ແມ່ນກົມ ອາຫານ ແລະ ຢາ.
  3. ຂະແໜງການອື່ນທີ່ກ່ຽວຂ້ອງແມ່ນ: ຂະແໜງອຸດສາຫະກໍາ ແລະ ການຄ້າ, ຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຄະແໜງການອື່ນໆ ຕາມຄວາມຈໍາເປັນແຕ່ລະໄລຍະ.

ມາດຕາ 13. ໜ້າທີ່ຂອງຂະແໜງການກະສິກໍາ ແລະ ປ່າໄມ້
   ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ສຸຂານາໄມ ແລະ ສຸຂານາໄມພືດ ຂະແໜງການກະສິກໍາ ແລະ ປ່າໄມ້ ມີໜ້າທີ ດັ່ງນີ້:

  1. ຫ້ອງການກະຊວງກະສິກໍາ ແລະ ປ່າໄມ້ ມີໜ້າທີຊຸກຍູ້ ແລະ ປະສານສົມທົບ ກັບ ກົມກ່ຽວຂ້ອງເພື່ອຄົ້ນຄ້ວາເນື້ອໃນຂອງຫລັກການ ແລະ ກໍານົດແຜນປັບປຸງບັນດານິຕິກໍາ, ຍຸດທະສາດ ແລະ ການພັດທະນາກົນໄກ ການຄຸ້ມຄອງ ຂະແໜງການກະສິກໍາ ແລະ ປ່າໄມ້ ໃຫ້ສາມາດຈັດປະຕິບັດຫລັກການພື້ນຖານທີ່ກໍານົດໃນຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບຜົນດີ.
  2. ກົມແຜນການ ກະຊວງກະສິກໍາ ແລະ ປ່າໄມ້ ມີໜ້າທີສະເໜີໂຄງຮ່າງການຈັດຕັ້ງ, ກໍານົດພາລະບົບບາດຂອງຈຸດສອບຖາມ ແລະ ປະສານສົມທົບກັບບັນດາກົມ ແລະ ຂະແໜງານອື່ນທີ່ກ່ຽວກັບໃນການສ້າງຈຸດປະສານງານ ເພື່ອຕອບຄໍາຖາມ ແລະ ສະໜອງຂໍ້ມູນກ່ຽວກັບການນໍາໃຊ້ ແລະ ປະຕິບັດຫລັກການພື້ນຖານ ຕາມທີ່ໄດ້ກໍານົດໄວ້ ໃນຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບຜົນດີ.
  3. ກົມລ້ຽງສັດ ແລະ ການປະມົງ ແລະ ກົມປູກຝັງກະຊວງກະສິກໍາ ແລະ ປ່າໄມ້ມີໜ້າທີ່ດັ່ງນີ້:
  • ກວດຄືນບັນດາມາດຕະການທີ່ນໍາໃຊ້ຢູ່ໃນປະຈຸບັນ ຖ້າຍັງບໍ່ທັນມີຄົບຖ້ວນໃຫ້ເຈົ້າການຮ່າງຂື້ນເພິ່ມເຕີມເພື່ອຮັບປະກັນ ໃຫ້ຫລັກການພື້ນຖານທີ່ໄດ້ກໍານດໄວ້ໃນຂໍ້ຕົກລົງສະບັບນີ້ໄດ້ຖືກນໍາໃຊ້ຢ່າງຄົບຖ້ວນສົມບູນ.
  • ປັບປຸງບັນດາ ມາດຕະການ ທີ່ມີແລ້ວທີ່ຍັງບໍ່ທັນສອດຄ່ອງ ກັບຫລັກການ ພື້ນຖານທີ່ກໍານົດ ໃນຂໍ້ຕົກລົງສະບັບນີ້.
  • ຕິດຕາມ ແລະ ລາຍງານກ່ຽວກັບຄວາມຄືບໜ້າ ແລະ ບັນຫາ ຂອງການຈັດຕັ້ງປະບັດ ຂໍ້ຕົກລົງ ສະບັບນີ້ ໃຫ້ແກ່ໜ່ວຍງານກ່ຽວກັບຂ້ອງ ຂອງກະຊວງ ແລະ ລັດຖະມົນຕີ ວ່າການກະຊວງ ກະສິກໍາ ແລະ ປ່າໄມ້ ຮັບຊາບຢ່າງເປັນປົກກະຕິ.
  • ເຜີຍແຜ່ຂໍ້ຕົກລົງ ແລະ ມາດຕະການ ທີ່ກ່ຽວຂ້ອງໃຫ້ແກ່ຂະແໜງການອື່ນ ແລະ ສາທາລະນະຊົນຊາບ ຕາມໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ.
  • ປະສານກັບ ກົມແຜນການ ແລະ ຂະແໜງການ ອື່ນທີ່ກ່ຽວຂ້ອງ ເພື່ອຮັບປະກັນ ການຈັດຕັ້ງ ປະຕິບັດ ໜ້າທີ່ຂອງຕົນ ໃຫ້ມີປະສິດທິຜົນສູງ.
  1. ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ ມີໜ້າທີ່ ດັ່ງນີ້:
  • ຕິດຕາມ ແລະ ລາຍງານງານກ່ຽວກັບຄວາມຄືບໜ້າ ແລະ ບັນຫາຂອງການຈັດຕັ້ງປະຕິບັດ ຂໍ້ຕົກລົງ ສະບັບນີ້ ໃຫ້ແກ່ໜ່ວຍງານກ່ຽວຂ້ອງຕາມສາຍຕັ້ງ ແລະ ສາຍຂວາງ ຂອງຕົນຮັບຊາບຢ່າງເປັນປົກກະຕິ.
  • ເຜີຍແຜ່ຂໍ້ຕົກລົງ ແລະ ມາດຕະການທີ່ກ່ຽວຂ້ອງໃຫ້ແກ່ຂະແໜງການຕົນ, ພາກສ່ວນຕ່າງລະດັບແຂວງ ແລະ ເມືອງ ລວມທັງສາທາລະນາຊົນ ຮັບຊາບຕາມໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ.
  • ປະສານກັບຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອຮັບປະກັນການຈັດຕັ້ງ ປະຕິບັດ ຂໍ້ຕົກລົງ ສະບັບນີ້ ໃຫ້ມີປະສິດທິຜົນສູງ.
  • ປະຕິບັດຕາມທິດຊີ້ນໍາ ຂອງກະຊວງ ກະສິກໍາ ແລະ ປ່າໄມ້ ທີ່ຕິດພັນກັບຂໍ້ຕົກລົງ ສະບັບນີ້.
  1. ໜ້າທີ່ຂອງຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ:
  • ຕິດຕາມ ແລະ ລາຍງານການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ແກ່ພະແນກກະສິການ ແລະ ປ່າໄມ້ອຂວງ, ນະຄອນຫລວງ ໂດຍຜ່ານຂະແໜງການລ້ຽງສັດ ແລະ ການປະມົງ (ກໍລະນີທີ່ຕິດພັນກັບ) ຫລື ຂະແໜງປູກຝັງ (ກໍລະນີຕິພັນກັບພືດ).
  • ປະສານກັບຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອຮັບປະກັນການປະຕິບັດ ໜ້າທີ່ຂອງຕົນຢູ່ພາຍໃນເມືອງຂອງຕົນໃຫ້ມີປະສິດທິຜົນ.
  • ເຜີຍແຜ່ຂໍ້ຕົກລົງສະບັບນີ້ ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ ແລະ ສາທາລະນະຊົນ ຢູ່ພາຍໃນເມືອງຂອງຕົນ ໃຫ້ມີປະສິດທິຜົນ.
  • ເຜີຍແຜ່ຂໍ້ຕົກລົງສະບັບນີ້ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ ແລະ ສາທາລະນະຊົນ ຢູ່ພາຍໃນເມືອງຂອງຕົນ ຕາມຄວາມເໝາະສົມ.
  • ປະຕິບັດຕາມິດຊີ້ນໍາຂອງຂັ້ນເທິງຂອງຕົນທີ່ຕິດພັນກັບຂໍ້ຕົກລົງສະບັບນີ້.

ມາດຕາ 14. ການຮ່ວມມື້ກັບຂະແໜງການສາທາລະນະສຸກ
    ເພື່ອໃຫ້ບັນລຸ ແລະ ນໍາໃຊ້ຫລັກການພື້ນຖານ ທີ່ກໍານົດໃນຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບຜົນດີ ອົງການຄຸ້ມຄອງ ແລະ ຈັດຕັ້ງ ປະຕິບັດ ຫລັກການ ສຸຂານາໄມ ແລະ ສຸຂານາໄມພືດ ຂອງຂະແໜງການກະສິກໍາ ແລະ ປ່າໄມ້ ຕ້ອງສ້າງກົນໄກ ເພື່ອຮ່ວມມື ແລະ ປະສານສົມທົບກັບ ຂະແໜງ ສາທາລະນະສຸກ ຢ່າງໄກ້ຊິດ, ໂດຍຖືເອົາກົມ ອາຫານ ແລະ ຢາ, ກະຊວງສາທາລະນະສຸກ ເປັນຈຸດປະສານງານ ແລະ ຮ່ວມມື ເພື່ອຈັດຕັ້ງປະຕິບັດ ມາດຕະການດ້ານສຸຂານາໄມ ແລະ ສຸຂານາໄມພືດ ຂອງ ສປປ ລາວ ໃຫ້ມີປະສິດພາບ ແລະ ປະສິດທິຜົນສູງ.

ມາດຕາ 15. ການຮ່ວມມືກັບຂະແໜງການອື່ນທີ່ກ່ຽວຂ້ອງ

  1. ການຮ່ວມມື ກັບຂະແໜງ ອຸດສາຫະກໍາ ແລະ ການຄ້າ.
  • ອົງການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດຫລັການ ສຸຂານາໄມ ແລະ ສຸຂານາໄມພືດ ຂອງຂະແໜງການກະສິກໍາ ແລະ ປ່າໄມ້ ຕ້ອງປະສານສົມທົບ ແລະ ສະໜອງຂໍ້ມູນຂ່າວສານໃຫ້ແກ່ໜ່ວຍງານແຈ້ງຂໍ້ມູນກ່ຽວກັບສຸຂານາໄມ ແລະ ສຸຂານາໄມພືດ (SPS) ແລະສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ (TBT) ເພື່ອໃຫ້ສາມາດສະໜອງຂໍ້ມູນກ່ຽວກັບການນໍາໃຊ້ ມາດຕະການດ້ານ ສຸຂານາໄມ ແລະ ສຸຂານາໄມພືດ ຂອງ ສປປ ລາວ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດຮັບຊາບ ຢ່າງວ່ອງໄວ ແລະ ມີປະສິດທິພາບສູງ.
  • ເຂົ້າຮ່ວມກັບພາກສ່ວນ ທີ່ກ່ຽວຂ້ອງຂອງຂະແໜງອຸດສາຫາະກໍາ ແລະ ການຄ້າ ໃນການກໍານົດລາຍການສິນຄ້າ ແລະ ການຮ່າງຂໍ້ກໍານົດ ແລະ ນະໂຍບາຍຕ່າງໆ ເພື່ອຊຸກຍູ້ປະກອບການ ແລະ ສາທາລະນະຊົນ ໃຫ້ເຂົ້າຮ່ວມໃນການປະຕິບັດ ມາດຕະການດ້ານ ສຸຂານາໄມ ແລະ ສຸຂານາໄມພືດ ໃຫ້ໄດ້ຮັບຜົນດີ.
  1. ການຮ່ວມມືກັບຂະແໜງການວິທະຍາສາ ແລະ ເຕັກໂນໂລຊີ.
  • ໃຫ້ອົງການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ຫລັກການ ສຸຂານາໄມ ແລະ ສຸຂານາໄມພືດ ຂອງຂະແໜງການກະສິກໍາ ແລະ ປ່າໄມ້ ປະສານສົມທົບກັບ ຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອສ້າງກົນໄກ ປະສານງານລະຫວ່າງ ຈຸດສອບຖາມດ້ານ ສຸຂານາໄມ ແລະ ສຸຂານາໄມພືດ (SPS) ກັບຈຸດສອບຖາມສິ່ງກີດຂວາງທາງດ້ານ ເຕັກນິກຕໍ່ກັບການຄ້າ (TBT) ໃຫ້ສາມາດຄຸ້ມຄອງ, ກວດກາ ແນ່ໃສອໍານວຍຄວາມສະດວກດ້ານການຄ້າ ແລະ ຫລີກເວັ້ນການເຮັດວຽກທີ່ຊ້ໍາຊ້ອນກັນ.
  • ເຂົ້າຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ໃນການກໍານົດລາຍການສິນຄ້າ ແລະ ການຮ່າງຂໍ້ກໍານົດ ແລະ ນະໂຍບາຍຕ່າງໆ ເພື່ອຊຸກຍູ້ຜູ້ປະກອບການ ແລະ  ສາທາລະນະຊົນ ໃຫ້ເຂົ້າຮ່ວມໃນການປະຕິບັດ ມາດຕະການດ້ານສຸຂານະໄມ ແລະ ສຸຂານາໄມພືດ ໃຫ້ໄດ້ຮັບຜົນດີ.

ມາດຕາ 16. ການພັດທະນາ, ປັບປຸງລະບົບມາດຕະການສຸຂານາໄມ ແລະ ສຸຂານາໄມພືດ
   ມອບໃຫ້ອົງການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ສຸຂານາໄມ ແລະ ສຸຂານາໄມພືດຂອງຂະແໜງການ ກະສິກໍາ ແລະ ປ່າໄມ້ ຫລັກການພື້ນຖານ ໃນການນໍາໃຊ້ມາດຕະການ ດ້ານ ສຸຂານາໄມ ແລະ ສຸຂານາໄມພືດ ຢ່າງເຂັ້ມງວດ ແລະ ເປັນເຈົ້າການຄົ້ນຄວ້າສ້າງ ຫລື ປັບປຸງບັນດານິຕິກໍາ, ລະບຽບການ, ມາດຕະຖານ ແລະ ຄໍາແນະນໍາ ທີ່ກ່ຽວຂ້ອງຕາມຄວາມຮັບຜິດຊອບ ຂອງຕົນເພື່ອຮັບປະກັນ ໃຫ້ແກ່ ການປະຕິບັດຂໍ້ຕົກລົງ ສະບັບນີ້ ໃຫ້ຄົບຖ້ວນສົມບູນ. ເພື່ອໃຫ້ມີການພັດທະນາ ຕ້ອງສ້າງແຜນຍຸດທະສາ ເພື່ອປັບປຸງພື້ນຖານວັດຖຸເຕັກນິກ, ເຄື່ອງມືອຸປະກອນ ແລະ ກໍ່ສ້າງບຸກຄຸລາກອນ ແນ່ໃສພັດທະນາວຽກງານ ສຸຂານາໄມ ແລະ ສຸຂານາໄມພືດ ຂອງປະເທດໃຫ້ທັນສະໄໝ ເປັນທີ່ຍອມຮັບ ຂອງສາກົນ.

ໝວດທີ 4
ບົດບັນຍັດສຸດທ້າຍ

ມາດຕາ 17. ການຈັດຕັ້ງປະຕິບັດ
   ມອບໃຫ້ຫ້ອງການກະຊວງ, ກົມແຜນການ, ກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງ ເປັນເຈົ້າການໃນການຈັດຕັ້ງປະຕິບັດ ໂດຍການປະສານສົມທົບກັບ ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໃນທົ່ວປະເທດ, ຂະແໜງ ສາທາລະນະສຸກ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ປະຕິບັດ ຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບຜົນດີ.

ມາດຕາ 18. ຜົນສັກສິດ
   ຂໍ້ຕົກລົງ ສະບັບນີ້ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ເຊັນແທນ ລັດຖະມົນຕີ ວ່າການກະຊວງກະສິກໍາ ແລະ ປ່າໄມ້
ດຮ ພວງປາຣິສັກ ປຣະວົງວຽງຄໍາ

# ຫົວຂໍ້ ດາວໂຫຼດ
1 Ministerial Decision on the basic principle for the Application of sanitary and Phytosanitary Measures in Plant and Animal Product Administration No. 0039/MAF PDF
2 ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍ ຫຼັກການພື້ນຖານ ກ່ຽວກັບ ການນຳໃຊ້ ມາດຕະການ ສຸຂານາໄມ ແລະ ສຸຂານາໄມພືດ ເຂົ້າໃນການຄຸ້ມຄອງ ຜະລິດຕະພັນ ພືດ ແລະ ສັດ ເລກທີ 0039/ກປ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.