ລັດຖະບານ ອອກດໍາລັດ ວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ສະບັບເລກທີ 331/ລບ, ລົງວັນທີ 27 ຕຸລາ 2017 ເພື່ອປ່ຽນແທນ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງທຸລະກິດນໍາເຂົ້າ ແລະ ບໍລິການຂາຍຍົກນໍ້າມັນເຊື້ອໄຟ ສະບັບເລກທີ 1785/ອຄ.ຄພນ, ລົງວັນທີ 07 ກັນຍາ 2009 ແລະ ຂໍ້ຕົກລົງ ວ່າດ້ວຍ ການຄຸຸ້ມຄອງປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟຢູ່ ສປປ ລາວ ສະບັບເລກທີ 1806/ອຄ.ຄພນ, ລົງວັນທີ 08 ສິງຫາ 2009.
ດໍາລັດສະບັບນີ້ ໄດ້ກໍານົດລະອຽດເງື່ອນໄຂ, ຮູບແບບ ແລະ ຂັ້ນຕອນການດໍາເນີນທຸລະກິດນໍ້າມັນເຊື້ອໄຟ ຄື: ການສ້າງຕັ້ງທຸລະກິດນໍ້າມັນເຊື້ອໄຟ, ການເຄື່ອນໄຫວທຸລະກິດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ, ການສົ່ງຜ່ານແດນ, ການເຄື່ອນໄຫວທຸລະກິດຂອງບໍລິສັດຈໍາໜ່າຍພາຍໃນ, ການເຄື່ອນໄຫວທຸລະກິດຂອງປໍ້າຈໍາໜ່າຍນໍ້າມັນເຊື້ອໄຟ, ແລະ ການເຄື່ອນໄຫວຂອງທຸລະກິດໃຫ້ບໍລິການກ່ຽວກັບນໍ້າມັນເຊື້ອໄຟ. ເງື່ອນໄຂຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟນອກຈາກມີໃບທະບຽນວິສາຫະກິດແລ້ວ ຕ້ອງມີໃບຢັ້ງຢືນດ້ານສິ່ງແວດລ້ອມ, ໃບຢັ້ງ ຢືນຄວາມຖືກຕ້ອງການກໍ່ສ້າງສາງນໍ້າມັນເຊື້ອໄຟ ແລະ ເງື່ອນໄຂອື່ນໆ ທີ່ໄດ້ກໍານົດໄວ້ໃນມາດຕາ 14 ຂອງດໍາລັດສະບັບນີ້.
ການນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟແຕ່ລະຄັ້ງ ຂອງບໍລິສັດທີ່ໄດ້ຮັບອະນຸຍາດດໍາເນີນທຸລະກິດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ຕ້ອງປະກອບມີໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຈາກປະເທດຕົ້ນທາງ, ໄດ້ມາດຕະຖານແຫ່ງຊາດ, ໄດ້ຮັບອະນຸຍາດນໍາເຂົ້າ, ນໍາເຂົ້າຜ່ານດ່ານສາກົນ ແລະ ເງື່ອນໄຂອື່ນໆ ທີ່ໄດ້ກໍານົດໄວ້ໃນມາດຕາ 15 ແລະ 16 ຂອງດໍາລັດສະບັບນີ້. ສໍາລັບການເຄື່ອນຍ້າຍນໍ້າມັນເຊື້ອໄຟຜ່ານແດນ ທີ່ເຄື່ອນຍ້າຍຈາກປະເທດໃດໜຶ່ງ ຜ່ານແດນ ສປປ ລາວ ໄປຍັງປະເທດທີ່ສາມ ໂດຍບໍ່ມີການເກັບມ້ຽນ ຫຼື ຄ່ຽນຖ່າຍ ຢູ່ ສປປ ລາວ ແມ່ນຕ້ອງປະຕິບັດຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນມາດຕາ 18 ຂອງດໍາລັດສະບັບນີ້.

ດໍາລັດສະບັບນີ້ ມີຜົນສັກສິດນໍາໃຊ້ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ ແລະ ໄດ້ລົງໃນຈົດໝາຍເຫດທາງລັດຖະການ 15 ວັນ.

ຮຽບຮຽງໂດຍ: ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງ ອຄ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.