ວຽກງານການຄ້າຊາຍແດນ ເປັນໜຶ່ງໃນວຽກງານບູລີມະສິດຂອງກະຊວງອຸດສາຫະກຳ ແລະ ການຄ້າ ດັ່ງນັ້ນຈຶ່ງໄດ້ອອກ ຂໍ້ຕົກລົງວ່າດ້ວຍການຄ້າຊາຍແດນ ສະບັບເລກທີ 1953/ອຄ.ກຂອ, ລົງວັນທີ 05 ທັນວາ 2017 ເພື່ອຄຸ້ມຄອງການຄ້າຊາຍແດນ ໃຫ້ດໍາເນີນໂດຍຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ກ່ຽວກັບ ວຽກງານການຄ້າຊາຍແດນ ເພື່ອ, ເຮັດໃຫ້ການຄຸ້ມຄອງວຽກງານດັ່ງກ່າວມີຄວາມຊັດເຈນ ແລະມີປະສິດທິພາບແນໃສ່ສ້າງຄວາມສະດວກໃນການຊື້-ຂາຍ, ແລກປ່ຽນ ແລະ ນໍາເຂົ້າ-ສົ່ງອອກສິນຄ້າ, ສົ່ງເສີມການຄ້າຊາຍແດນແບບມີແຜນການ ແລະ ມີຈຸດສຸມ ປະກອບສ່ວນສ້າງວຽກເຮັດງານທໍາ, ສ້າງລາຍໄດ້ ແລະ ແກ້ໄຂຊີວິດການເປັນຢູ່ຂອງ ປະຊາຊົນ.

ໂດຍອີງຕາມຂໍ້ຕົກລົງຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກ 1953/ອຄ.ກຂອ, ລົງວັນທີ 05 ທັນວາ 2017, ການຄ້າຊາຍແດນໄດ້ຖືກຈັດເປັນ 03 ຮັບແບບ ດັ່ງນີ້: 1) ຮູບແບບການຄ້າຊາຍແດນທົ່ວໄປ, 2) ຮູບແບບການຄ້າຊາຍແດນຕາມຂອບສັນຍາ ແລະ 3) ຮູບແບບການຄ້າຊາຍແດນຂອງປະຊາຊົນ.

ນອກຈາກນີ້ ກໍ່ໄດ້ກຳນົດເອົາຂະແໜງອຸດສາຫະກຳ ແລະ ການຄ້າ ເປັນອົງການຄຸ້ມຄອງ ໂດຍໄດ້ແບ່ງເປັນ 03 ຂັ້ນດັ່ງນີ້: 1) ຂັ້ນສູນກາງແມ່ນກົມການນຳເຂົ້າ ແລະ ສົ່ງອອກ; 2) ຂັ້ນແຂວງແມ່ນພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງ, ແຂວງ; 3) ຂັ້ນເມືອງແມ່ນຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.