ເພື່ອເປັນການປະຕິບັດຂັ້ນຕອນການອຳນວຍຄວາມສະດວກໃຫ້ແກ່ບັນດາຜູ້ປະກອບການທີ່ດຳເນີນທຸລະກິດຢູ່ ສປປ ລາວ ແລະ ບັນດານິຕິກຳຕ່າງໆທີ່ກະຊວງການເງິນຄຸ້ມຄອງຕິດພັນກັບທຸລະກິດການລົງທຶນຕ່າງໆ...ກະຊວງການເງິນຈຶ່ງໄດ້ອອກຂໍ້ຕົກລົງ ສະບັບເລກທີ 4179/ກງ ລົງວັນທີ 29 ພະຈິກ 2017 ວ່າການແຕ່ງຕັ້ງຄະນະຊີ້ນຳການອຳນວຍຄວາມສະດວກໃນການພິຈາລະນາເອກະສານຕ່າງຂອງກະຊວງການເງິນ ໂດຍແມ່ນທ່ານ ຮອງລັດຖະມົນຕີກະຊວງການເງິນເປັນຫົວໜ້າຄະນະ, ທ່ານຫົວໜ້າຫ້ອງການກະຊວງເປັນຮອງຫົວໜ້າຄະນະ ແລະ ບັນດາຫົວໜ້າກົມເປັນຄະນະ. ທັງນີ້, ເພື່ອເປັນການຮັບປະກັນໃຫ້ລະບົບການຄຸ້ມຄອງເອກະສານ, ການຈັດຕັ້ງປະຕິບັດເອກະສານຕ່າງໆຂອງບັນດາຜູ້ກອບການທຸລະກິດທີ່ຕິດພັນກັບກະຊວງການເງິນ ເປັນໄປຕາມຂັ້ນຕອນ, ມີປະສິດທິພາບ ແລະ ປະສິດທິຜົນສູງ.
      ສະນັ້ນ, ໃນວັນທີ 13 ທັນວາ 2017 ທີ່ຫ້ອງປະຊຸມຊັ້ນ 3 ກະຊວງການເງິນ, ຈຶ່ງໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດການອຳນວຍຄວາມສະດວກ ໃນການພິຈາລະນາເອກະສານຕ່າງໆຂອງກະຊວງການເງິນ, ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ, ມີບັນດາຫົວໜ້າກົມອອ້ມຂ້າງກະຊວງກການເງິນ, ຫົວໜ້າສະຖາບັນພັດທະນາຂໍ້ມູນຂ່າວສານການເງິນ, ຫົວໜ້າສະຖາບັນເສດຖະກິດ-ການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
     ການຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດການອຳນວຍຄວາມສະດວກ ໃນການພິຈາລະນາເອກະສານຕ່າງໆຂອງກະຊວງການເງິນ ຄັ້ງນີ້, ແມ່ນຄວາມພະຍາມຂອງຄະນະນຳກະຊວງໃນການແກ້ໄຂຫາງສຽງຂອງສັງຄົມກ່ຽວກັບຂອດບັນຫາເອກະສານຕ່າງໆຂອງບັນດາຜູ້ປະກອບການທີ່ດຳເນີນທຸລະກິດຢູ່ສປປ ລາວ ແລະ ບັນດານິຕິກຳຕ່າງໆທີ່ກະຊວງການເງິນຄຸ້ມຄອງຕິດພັນກັບທຸລະກິດການລົງທຶນຕ່າງໆ, ພາຍຫລັງທີ່ກະຊວງການເງິນຖືກຈັດໃນອັນດັບທີ່ຕໍ່າສຸດຂອງເອກະສານຊັກຊ້າ, ແກ່ຍາວເວລາ, ເພື່ອເປັນການປະຕິບັດຂັ້ນຕອນອຳນວຍຄວາມສະດວກໃຫ້ແກ່ບັນດາຜູ້ປະກອບການທີ່ດຳເນີນທຸລະກິດຢູ່ ສປປ ລາວ ແລະ ບັນດານິຕິກຳຕ່າງໆທີ່ກະຊວງການເງິນຄຸ້ມຄອງຕິດພັນກັບວຽກງານສ່ວຍສາອາກອນ, ວຽກງານພາສີ, ຄັງເງິນແຫ່ງຊາດ, ກົມຄຸ້ມຄອງຊັບສິນ, ກົມການເງິນຕ່າງປະເທດ, ຫ້ອງການກະຊວງ ແລະ ອື່ນໆໄປຕາມຂັ້ນຕອນ, ມີແບບແຜນ, ວິທີເຮັດວຽກໃຫ້ມີຄວາມເຂັ້ມແຂງ, ວ່ອງໄວ, ໂປ່ງໃສ, ທັນສະ ໄໝ, ສາມາດຕິດຕາມກວດກາ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ, ພ້ອມທັງຮັບປະກັນບໍ່ໃຫ້ມີການຕົກເຮ່ຍເສຍຫາຍ ແລະ ຮັກສາໄດ້ເອກະສານລັບທາງການ, ກະຊວງການເງິນ ຈຶ່ງໄດ້ອອກຂໍ້ຕົກ ສະບັບເລກທີ 4321/ກງ ລົງວັນທີ 12 ທັນວາ 2017 ວ່າດ້ວຍລະບຽບການຄຸ້ມຄອງເອກສານທາງການແບບເອເລັກໂຕຣນິກຂອງກະຊວງການເງິນ. ທັງນີ້, ກໍ່ເພື່ອໃຫ້ການຄຸ້ມຄອງເອກະສານ, ການຕິດຕາມຄວາມຄືບໜ້າ ຫລື ຜົນສໍາເລັດຂອງການຄົ້ນຄວ້າພິຈາລະນາເອກະສານ ໂດຍຜ່ານລະບົບການຄຸ້ມຄອງເອກະສານປະຕູດຽວຢ່າງມີປະສິດທິພາບ, ແນໃສເຮັດໃຫ້ຂັ້ນຕອນຕ່າງໆຂອງການດໍາເນີນເອກະສານຜ່ານລະບົບດັ່ງກ່າວໃຫ້ໄດ້ຮັບຜົນດີ ແລະ ສອດຄ່ອງຕາມລະບຽບການ ເພື່ອເຮັດໃຫ້ວຽກງານການຄຸ້ມຄອງເອກະສານຢ່າງເປັນລະບົບຄົບຊຸດ, ເຊິ່ງລະບົບດັ່ງກ່າວໄດ້ມີການເຊື່ອມຕໍ່ກັບບັນດາກົມຕ່າງໆອ້ອມຂ້າງ ແລະ ບັນດາສະຖາບັນຂອງກະຊວງການເງິນເຮັດໃຫ້ການຈໍລະຈອນຂອງເອກະສານທີ່ຜ່ານກະຊວງການເງິນມີຄວາມວ່ອງໄວ, ສາມາດກວດສອບໄດ້ວ່າເອກະສານຜ່ານຂັ້ນໃດແລ້ວ ແລະ ຄ້າງຢູ່ໃສແມ່ນສາມາດກວດສອບໄດ້ຜ່ານລະບົບດັ່ງກ່າວ.
     ໂອກາດດັ່ງກ່າວ, ທ່ານ ບຸນໂຈມ ອຸບົນປະເສີດ ກໍ່ໄດ້ມີຄໍາເຫັນຊີ້ນຳໃຫ້ບັນດາກົມເອົາໃຈໃສ່ກ່ຽວກັບການແກ້ໄຂຂອດເອກະສານໃນກອງປະຊຸມ ເພື່ອເປັນທິດທາງໃນການປັບປຸງລະບົບການແລ່ນເອກະສານ ໃນກະຊວງການເງິນຫາບັນດາກົມຕ່າງໆໃຫ້ມີຄວາມວ່ອງໄວທັນສະໄໝສາມາດກວດສອບໄດ້ ແລະ ເພື່ອບໍ່ໃຫ້ມີຄວາມຊັກຊ້າເສຍເວລາໃນການການແລ່ນເອກະສານບໍ່ໃຫ້ມີການຕົກຄ້າງຂອງບັນດາເອກະສານຕ່າງໆ ແລະ ຮັບປະກັນໃຫ້ແກ່ການນຳໃຊ້ໃນວຽກງານຕົວຈິງ ແລະ ຄາດວ່າການນຳໃຊ້ລະບົບດັ່ງຈະໄດ້ເລີ່ມຈັດຕັ້ງປະຕິບັດເປັນທາງການໃນວັນທີ 1 ມັງກອນ 2018.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.