ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ເລີ່ມເປີດນໍາໃຊ້ແຕ່ປີ 2012 ເຊິ່ງມີຫ້ອງການບໍລິຫານປະຈໍາຢູ່ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ (ເອີ້ນວ່າ: ທີມງານບໍລິຫານ LTP). ນອກຈາກວຽກງານບໍລິຫານແລ້ວ ຍັງມີວຽກງານປະສານງານແລກປ່ຽນຂໍ້ມູນຂ່າວສານທາງດ້ານການຄ້າກັບຂະແໜງການກ່ຽວຂ້ອງ (ເອີ້ນວ່າ: ຈຸດປະສານງານ LTP ). LTP ໄດ້ຮັບທຶນສະໜັບສະໜູນຂອງໂຄງການຊ່ວຍເຫຼືອລ້າຫຼາຍຝ່າຍ ເພື່ອພັດທະນາການຄ້າ ຫຼື TDF.
ກອງປະຊຸມ ໄດ້ຮ່ວມກັນຕີລາຄາຈຸດດີ, ຂໍ້ຄົງຄ້າງ,  ແລະ ຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນການ ປີ 2017 ທີ່ຜ່ານມາ ລະຫວ່າງ ທີມງານບໍລິຫານ ແລະ  ຈຸດປະສານງານ LTP ໃນວຽກງານການປະສານງານ ແລະ ການສະໜອງຂໍ້ມູນຂ່າວສານຕ່າງໆ ແລະ ວາງແຜນການຈັດຕັ້ງປະຕິບັດ ປີ 2018 ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານການສະໜອງຂໍ້ມູນຂ່າວສານທາງດ້ານການຄ້າສາມາດດໍາເນີນຕາມແຜນການ.
ທ່ານ ເຂັມເດັດ ສີຫາວົງ, ຮອງຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ ໄດ້ກ່າວວ່າ “ ເລີ່ມແຕ່ມື້ເປີດນໍາໃຊ້ຈົນຮອດປະຈຸບັນ ມີຈໍານວນເປີດໜ້າເວັບໄຊທ໌ 1,530,156 ຄັ້ງ ສະເລ່ຍແຕ່ລະປີ ປະມານ 360,000 ຄັ້ງ. ມັນສະແດງເຖິງຜົນສໍາເລັດທີ່ຍາດມາໄດ້ ໃນໄລຍະຜ່ານມາຂອງ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ. ຜົນງານດັ່ງກ່າວ ມີຄວາມໝາຍສໍາຄັນຕໍ່ຜົນສໍາເລັດໃນການຮ່ວມມືກັນລະຫວ່າງທີມງານບໍລິຫານ ແລະ ຈຸດປະສານງານ LTP ໂດຍສະເພາະ ແມ່ນບົດບາດຂອງຈຸດປະງານ LTP ໃນການສະໜອງຂໍ້ມູນຂ່າວສານທາງດ້ານການຄ້າໃຫ້ແກ່ທີມງານບໍລິຫານ LTP ແມ່ນປະຕິບັດໄດ້ດີ”. ເພີ່ນຍັງກ່າວຕື່ມວ່າ: “ການສະໜອງຂ້ໍມູນທີ່ວ່ອງໄວ ຈາກ ຈຸດປະສານງານ LTP ໝາຍເຖິງການເຜີຍແຜ່ຂໍ້ມູນຂ່າວສານ ຈະວ່ອງໄວຍິ່ງຂື້ນ ແລະ ທັນກັບສະພາບການປ່ຽນແປງຂອງເສດຖະກິດ-ສັງຄົມ”.
ນັບແຕ່ເປີດນຳໃຊ້ຈົນຮອດປະຈຸບັນ LTP ໄດ້ກາຍເປັນທີ່ຍອມຮັບຈາກຜູ້ຊົມໃຊ້ທັງພາຍໃນປະເທດ, ພາກພື້ນ ແລະ ສາກົນ ຊຶ່ງກໍ່ມີຫຼາຍປະເທດໃຫ້ຄວາມສົນໃຈ ແລະ ຂໍເອົາຮູບແບບ ຫຼື source code ຂອງເວັບໄຊທ໌ ເພື່ອໄປພັດທະນາເປັນຂອງຕົນ ເຊັ່ນ: ປະເທດເລໂຊໂຕ, ມຽນມາ, ເນປານ, ບັງກະລາເດດ, ແລະ ປະເທດ ກໍາປູເຈຍ. ນອກຈາກນີ້ LTP ຍັງໄດ້ຮັບລາງວັນ  ASOCIO 2016 DIGITAL GOVERNMENT AWARD ໃນລະດັບຂົງເຂດອາຊີ ແລະ ກໍ່ຍັງໄດ້ຮັບລາງວັນຊົມເຊີຍໃນການເຂົ້າປະກວດ LAO ICT AWARD 2017 ທີ່ຈັດໂດຍກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.
ກົມການນໍເຂົ້າ ແລະ ສົ່ງອອກ ໄດ້ນໍາສະເໜີແຜນການຈັດຕັ້ງປະຕິບັດວຽກງານ ສົກປີ 2018 ຂອງສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ເຊິ່ງມີ 04 ໜ້າວຽກທີ່ສໍາຄັນ ຄື: 1) ສ້າງຄວາມອາດສາມາດ (ຈັດຝຶກອົບຮົມວິທີນໍາໃຊ້ LTP ໃຫ້ສະຖາບັນການສືກສາ, ພາກລັດ ແລະ ພາກທຸລະກິດ ຢູ່ສູນກາງ ແລະ ທ້ອງຖິ່ນ); 2) ການໂຄສະນາເຜີຍແຜ່ LTP (ໂຄສະນາຜ່ານ ສື່ມວນຊົນ ເຊັ່ນ: ວິທະຍຸກະຈາຍສຽງ ແລະ ໂທລະພາບ ນອກນັ້ນຍັງຈັດພິມ ໂບຣຊົວ, ປະຕິທິນ, ໂປສເຕີ້, ແລະ ອື່ນໆ); 3) ການປັບປຸງທາງດ້ານເຕັກນິກ; 4) ການປະສານງານ ແລະ ການສະໜອງຂໍ້ມູນ (ສືບຕໍ່ປະສານງານຢ່າງເປັນປະຈໍາ ແລະ ປົກກະຕິ ລະຫວ່າງ ທີມງານບໍລິຫານ ແລະ ຈຸດປະສານງານ LTP; ຈັດກອງກະຊຸມ ຈຸດປະສານງານ ຢ່າງໜ້ອຍ 02 ຄັ້ງຕໍ່ປີ). 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.