ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດຖະນະຖາວອນ

ກະຊວງການເງິນ
ກົມພາສີ            ເລກທີ 03782/ກພສ
ນະຄອນຫຼວງວຽງຈັນ,ວັນທີ 16 ເມສາ 2016

ຄໍາແນະນໍາ

ກ່ຽວກັບແຫຼ່ງກໍາເນີດສິນຄ້າ ແລະ ການໃຫ້ສິດທິພິເສດດ້ານອັດຕາພາສີ
ຕາມເງື່ອນໄຂຂອງບັນດາສັນຍາການຄ້າເສລີ ຕ່າງໆ ທີ່ ສ
.ປ.ປ ລາວ ເຂົ້າເປັນພາຄີ

  • ອີງຕາມ ກົດໝາຍວ່າດ້ວຍພາສີ ເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ກົດໝາຍວ່າດ້ວຍພາສີສະບັບປັບປຸງບາງມາດຕາ ເລກທີ 057/ສພຊ, ລົງວັນທີ 24 ທັນວາ 2014;
  • ອີງຕາມ ແຈ້ງການຂອງກະຊວງການເງິນ ວ່າດ້ວຍ ການຈັດຕັ້ງປະຕິບັດແຜນຫຼຸດຜ່ອນອັດຕາພາສີໃນກອບສັນຍາການຄ້າຜະລິດຕະພັນອາຊຽນ (ATIGA) ສໍາລັບປີ 2016-2018, ສະບັບເລກ 4161/ກງ, ລົງວັນທີ 10 ທັນວາ 2015;
  • ອີງຕາມ ແຈ້ງການຂອງກະຊວງການເງິນ ວ່າດ້ວຍ ການຈັດຕັ້ງປະຕິບັດແຜນຫຼຸດຜ່ອນອັດຕາພາສີໃນກອບສັນຍາການຄ້າອາຊຽນບວກ 1 (ACFTA, AKFT, AIFTA ແລະ AANZFTA) ຕາມສາລະບານສິນຄ້າລະບົບເອກະພາບຂອງອາຊຽນລຸ້ນປີ 2012 (AHTN2012), ສະບັບເລກທີ 2110/ກງ, ລົງວັນທີ 26 ມິຖຸນາ 2015;
  • ອີງຕາມ ແຈ້ງການຂອງກະຊວງການເງິນ ວ່າດ້ວຍ ການຈັດຕັ້ງປະຕິບັດອັດຕາພາສີ MFN ໃນກອບຂອງອົງການການຄ້າໂລກ (WTO), ສະບັບເລກທີ 4134/ກງ, ລົງວັນທີ 10 ທັນວາ 2015;
  • ອີງຕາມ ການແຈ້ງການກົມພາສີ ສະບັບເລກທີ 00700/ກພສ, ລົງວັນທີ 14 ມີຖຸນາ 2015 ກ່ຽວກັບການຈັດຕັ້ງປະຕິບັດສັນຍາການຄ້າສອງຝ່າຍລາວ-ຫວຽດນາມ;
  • ອີງຕາມ ຄໍາສັ່ງແນະນໍາ ຂອງກົມພາສີ ສະບັບເລກທີ 1362/ກພສ, ລົງວັນທີ 14 ມິຖຸນາ 2006 ວ່າດ້ວຍການຈັດຕັ້ງປະຕິບັດແຜນຫຼຸດຜ່ອນອັດຕາພາສີ ພາຍໃຕ້ສັນຍາການຄ້າ ລະຫວ່າງ ສປປລາວ ແລະ ສະຫະລັດອາເມລິກາ.

    ເພື່ອຮັບປະກັນ ໃຫ້ການຈັດຕັ້ງປະຕິບັດແຜນຫຼຸດຜ່ອນອັດຕາພາສີ ແລະ ການຢັ້ງຢືນສິດທິພິເສດດ້ານອັດຕາພາສີສອດຄ່ອງກັບບັນດາສັນຍາ ແລະ ຂໍ້ຕົກລົງ ດ້ານການຄ້າ ທີ່ ສປປລາວ ເຂົ້າເປັນພາຄີ ແລະ ສາມາດຈັດຕັ້ງປະຕິບັດຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ.

ກົມພາສີ ອອກຄໍາແນະນໍາ ດັ່ງນີ້:

1. ການຈັດຕັ້ງປະຕິບັດແຜນຫຼຸດຜ່ອນອັດຕາພາສີ ຕ້ອງປະຕິບັດຕາມບັນດາສັນຍາການຄ້າເສລີ ທີ່ ສປປ ລາວ ເຂົ້າເປັນພາຄີ ຊຶ່ງປະກອບມີ ຄື:

1.1 ສັນຍາລັກການຄ້າດ້ານຜະລີດຕະພັນອາຊຽນ ຫຼື ອາຕິກາ (ASEAAN Trade In Goods Agreement – ATIGA)

    ສັນຍາການຄ້າດ້ານຜະລິດຕະພັນອາຊຽນ ແມ່ນສັນຍາວ່າດ້ວຍການໃຫ້ສິດທິພິເສດດ້ານອັດຕາພາສີຂອງເຂດການຄ້າເສລີອາຊຽນ ຊຶ່ງໄດ້ກໍານົດເງື່ອນໄຂໃຫ້ສິດທິພິເສດດ້ານອັດຕາພາສີ ສໍາລັບການນໍາເຂົ້າ-ສົ່ງອອກສິນຄ້າທີ່ມີແຫຼ່ງກໍາເນີດຈາກບັນດາປະເທດສະມາຊິກອາຊຽນດ້ວຍກັນ. ສໍາລັບ ສປປ ລາວ ແມ່ນປະຕິບັດແຜນຫຼຸດຜ່ອນອັດຕາພາສີ ຊຶ່ງຫຼຸດລົງເທື່ອລະກ້າວ ຈົນຮອດ ປີ 2018 ຫຼັງຈາກນັ້ນ ຈຶ່ງຈະປະຕິບັດອັດຕາພາສີເອກະພາບອາຊຽນຢ່າງເຕັມຮູບແບບ.

    ການໃຫ້ສິດທິພິເສດດ້ານອັດຕາພາສີຕາມສັນຍາການຄ້າດ້ານຜະລິດຕະພັນອາຊຽນ ແມ່ນອີງໃສ່ເງື່ອນໄຂທີ່ກໍານົດໃນໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າອາຊຽນ ຫຼື ຟອມດີ (Form D), ຕົວຢ່າງຟອມດີ ໄດ້ລະບຸໃນເອກະສານຊ້ອນ

ທ້າຍ 1.

1.2 ສັນຍາການຄ້າເສລີອາຊຽນ-ຈີນ (ASEAN – China Free Trade Agreement – ACFTA)

     ສັນຍາການຄ້າເສລີອາຊຽນ-ຈີນ ແມ່ນສັນຍາວ່າດ້ວຍການໃຫ້ສິດທິພິເສດດ້ານອັດຕາພາສີສໍາລັບກສນນໍາເຂົ້າ-ສົ່ງອອກສິນຄ້າທີ່ມີແຫຼ່ງກໍາເນີດຈາກ ບັນດາປະເທດສະມາຊິກອາຊຽນ ແລະ ສ. ເກົາຫຼີ.

     ການໃຫ້ສິດທິພິເສດດ້ານອັນຕາພາສີຕາມ ສັນຍາການຄ້າເສລີອາຊຽນ-ຈີນ ແມ່ນອີງໃສ່ເງື່ອນໄຂທີ່ກໍານົດໃນໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າອາຊຽນ-ຈີນ ຫຼື ຟອມອີ (Form E), ຕົວຢ່າງຟອມອີ ໄດ້ລະບຸເອກະສານຊ້ອນທ້າຍ 2.

1.3 ສັນຍາການຄ້າເສລີອາຊຽນ-ເກຼົາຫຼີ (ASEAN – Korea Free Trade Agreeement – AKFTA)

      ສັນຍາການຄ້າເສລີອາຊຽນ-ເກົາຫຼີ ແມ່ນສັນຍາວ່າດ້ວຍການໃຫ້ສິດທິພິເສດດ້ານອັດຕາພາສີສໍາລັບການນໍາເຂົ້າ-ສົ່ງອອກສິນຄ້າທີ່ມີແຫຼ່ງກໍາເນີດຈາກ ບັນດາປະເທດສະມາຊິກອາຊຽນ ແລະ ສ. ເກົາຫຼີ.

     ການໃຫ້ສິດທິພິເສດດ້ານອັດຕາພາສີຕາມສັນຍາການຄ້າເສລີອາຊຽນ-ເກຼົາຫຼີ ແມ່ນອີງໃສ່ເງື່ອໄຂທີ່ກໍານົດໃນ ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າອາຊຽນ-ເກົາຫຼີ ຫຼື ຟອມເອເຄ ( Form AK ). ຕົວຢ່າງຟອມເອເຄໄດ້ລະບຸໃນເອກະສານຊ້ອນທ້າຍ 3.

1.4 ສັນຍາຮ່ວມມືດ້ານເສດຖະກິດອາຊຽນ-ຍີ່ປຸ່ນ (ASEAN – Japan comprehensive Economic Partnership – AJCEP)

     ສັນຍາການຄ້າເສລີອາຊຽນ-ຍີ່ປຸ່ນ ແມ່ນສັນຍາລັກວ່າດ້ວຍການໃຫ້ສິດທິພິເສດດ້ານອັດຕາພາສີສໍາລັບການນໍາ ເຂົ້າ-ສົ່ງອອກສິນຄ້າທີ່ມີແຫຼ່ງກໍາເນີດຈາກ ບັນດາປະເທດສະມາຊິກອາຊຽນ ແລະ ຍີ່ປຸ່ນ.

     ການໃຫ້ສິດທິພິເສດດ້ານອັດຕາພາສີຕາມສັນຍາການຄ້າເສລີອາຊຽນ-ຍີ່ປຸ່ນ ແມ່ນອີງໃສ່ເງື່ອນໄຂທີ່ກໍານົດໃນໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າອາຊຽນ-ຍີ່ປຸ່ນ ຫຼື ຟອມເອເຈ (Form AJ). ຕົວຢ່າງຟອມເອເຈໄດ້ລະບຸໃນເອກະສານຊ້ອນທ້າຍ 4.

1.5 ສັນຍາການຄ້າເສລີອາຊຽນ-ອິນເດຍ (ASEAN – India Free Trade Agreement – AIFTA)

      ສັນຍາການຄ້າເສລີອາຊຽນ-ອິນເດຍ ແມ່ນສັນຍາວ່າດ້ວຍການໃຫ້ສິດທິພິເສດດ້ານອັນຕາພາສີສໍາລັບການນໍາເຂົ້າ-ສົ່ງອອກສິນຄ້າທີ່ມີແຫຼ່ງກໍາເນີດຈາກບັນດາປະເທດສະມາຊິກອາຊຽນ ແລະ ອິນເດຍ.

      ການໃຫ້ສິດທິພິເສດດ້ານອັດຕາພາສີຕາມສັນຍາການຄ້າເສລີອາຊຽນ-ອິນເດຍ ແມ່ນອີງໃສ່ເງື່ອນໄຂທີ່ກໍານົດໃນໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າອາຊຽນ-ອີນເດຍ ຫຼື ຟອມເອໄອ (Form AI), ຕົວຢ່າງ ຟອມເອໄອໄດ້ລະບຸໃນເອກະສານຊ້ອນທ້າຍ 5.

1.6 ສັນຍາການຄ້າເສລີອາຊຽນ-ອົສຕຣາລີ&ນິວຊີແລນ (ASEAN – Australia & New Zealand free Trade Agreement  - AANZFTA)

      ສັນຍາການຄ້າເສລີອາຊຽນ-ອົສຕ)ຮາລີ&ນິວຊີແລນ ແມ່ນສັນຍາວ່າດ້ວຍການໃຫ້ສິດທິພິເສດດ້ານອັນຕາພາສີສໍາລັບການນໍາເຂົ້າ-ສົ່ງອອກສິນຄ້າທີ່ມີແຫຼ່ງກໍາເນີດຈາກ ບັນດາປະເທດສະມາຊິກອາຊຽນ ກັບ ອົສຕຣາລີ&ນິວຊີແລນ.

      ການໃຫ້ສິດທິພິເສດດ້ານອັດຕາພາສີຕາມສັນຍາລັກການຄ້າເສລີອາຊຽນ-ອົສຕຣາລີ&ນິວຊີແລນ ແມ່ນອີງໃສ່່ເງື່ອນໄຂທີ່ກໍານົດໃນໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າອາຊຽນ-ອົສຕຣາລີ&ນິວຊີແລນ ຫຼື ຟອມເອເອເອັນແຊັດ ( Form AANZ). ຕົວຢ່າງຟອມ ເອເອເອັນແຊັດໄດ້ລະບຸໃນເອກະສານຊ້ອນທ້າຍ 6.

1.7 ສັນຍາການຄ້າແບບສອງຝ່າຍ ລາວ-ຫວຽດນາມ (Lao-Viet Nam Bilateral Trade Agreement ~ Lao-Viet Nam BTA)

       ສັນຍາສະບັບນີ້ ເປັນການຮ່ວມມືສອງຝ່າຍແບບພິເສດລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມເຊິ່ງໄດ້ເລີມປະຕິບັດກັນມາຕັ້ງແຕ່ປີ 2009 ໂດຍມີກອງປະຊຸມປືກສາຫາລືເພື່ອປັບປຸງ-ດັດແກ້ສັນຍານີ້ທຸກໆ 02 ປີ. ສັນຍາທີ່ມີຜົນບັງຄັບໃຊ້ໃນປະຈຸບັນແມ່ນລະບັບປັບປຸງຂອງ ປີ 2015 ເຊິ່ງມີຜົນບັງຄັບໃຊ້ນັບແຕ່ ເດືອນ ມີນາ 2015 ເປັນຕົ້່ນໄປ.

       ການໃຫ້ສິດທິພິເສດດ້ານອັດຕາພາສີຕາມສັນຍາການຄ້າລາວ-ຫວຽດນາມ ແມ່ນອີງໃສ່ເງື່ອນໄຂທີ່ກໍານົດໃນໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າລາວ-ຫວຽດນາມ ຫຼື ຟອມເອັສ໌ ( Form S). ຕົວຢ່າງຟອມເອັສ໌ ໄດ້ລະບຸໃນເອກະສານຊອນທ້າຍ 8.

1.8 ສັນຍາການຄ້າແບບສອງຝ່າຍ ລາວ-ອາເມລິກາ (Lao-US Trade Relations Agreement ~ Lao-US TRA)

     ສັນຍາການຄ້າ ລາວ-ອາເມລິກາ ແມ່ນສັນຍາວ່າດ້ວຍການໃຫ້ສິດທິພີເສດດ້ານອັດຕາພາສີ ລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ.

     ການໃຫ້ສິດທິພິເສດດ້ານອັດຕາພາສີຕາມສັນຍາການຄ້າລາວ-ອາເມລິກາ ແມ່ນອີງໃສ່ໃບແຈ້ງພາສີຂາອອກຂອງປະເທດສົ່ງອອກ ແທນໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ.

1.9 ອັດຕາພາສີພາຍໃຕ້ກອບສັນຍາຂອງອົງການການຄ້າໂລກ (WTO Applied MFN Tariff Rates)

      ສັນຍາຂອງອົງການການຄ້າໂລກ ກ່ຽວກັບການໃຫ້ສິດທິພິເສດດ້ານອັດຕາພາສີ ແມ່ນສັນຍາຜູກພັນ ທີ່ມີຜົນບັງຄັບໃຫ້ສໍາລັບທຸກໆປະເທດທີ່ເປັນສະມາຊິກສົມບູນຂອງອົງການການຄ້າໂລກ. ອັດຕາພາສີໃນກອບດັ່ງກ່າວແມ່ນປະຕິບັດອັດຕາ MFN ຊຶ່ງໃຊ້ແລກປ່ຽນອັດຕາປົກກະຕິ ທີ່ນໍາໃຊ້ກ່ອນ ສປປ ລາວ ເຂົ້າເປັນສະມາຊິກສົມບູນຂອງອົງການການຄ້າໂລກ.

      ການໃຫ້ສິດທິພິເສດດ້ານອັດຕາພາສີຕາມສັນຍາການຄ້າຂອງອົງການການຄ້າໂລກ ແມ່ນອີງໃສ່ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ( C/O). ໃນກໍລະນີ ປະເທດແຫຼ່ງສິນຄ້າ ບໍ່ສາມາດອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຍ້ອນບໍ່ສອດຄ່ອງກັບລະບຽບການພາຍໃນ ແມ່ນໃຫ້ນໍາໃຊ້ເອກະສານທາງການທີ່ໜ້າເຊື່ອຖືອື່ນໆ ເປັນຕົ້ນແມ່ນໃບແຈ້ງເສຍພາສີຂາອອກຂອງປະເທດສົ່ງອອກ ຫຼື ໃບຢັ້ງຢືນການຜະລິດຈາກໂຮງງານ ເພື່ຶອເປັນເອກະສານອ້າງອີງສໍາລັບການພິຈາລະນາໃຫ້ສິດທິພິເສດດ້ານອັດຕາພາສີ.

2. ລະບຽບການກໍານົດແຫຼ່ງກໍາເນີດສິນຄ້າໃນກອບສັນຍາການຄ້າເສລີຕ່າງໆ

      ລະບຽບການກໍານົດແຫຼ່ງກໍາເນີດສິນຄ້າ ໃນກອບສັນຍາການຄ້າເສລີ ແມ່ນໄດ້ກຳນົດເງື່ອນໄຂການກໍານົດແຫຼ່ງກໍາເນີດສິນຄ້າທີ່ແຕກຕ່າງກັນ. ຫຼັກການລວມຂອງການກໍານົດແຫຼ່ງກໍາເນີດສິນຄ້າ ປະກອບມີຄື:

2.1 ເງື່ອນໄຂການກໍານົດແຫຼ່ງກໍາເນີດສິນຄ້າ:

  2.1.1 ສິນຄ້າທີ່ໄດ້ມາຈາກປະເທດແຫຼ່ງກໍາເນີດທັງໝົດ WO ( Wholly Obtained).

       ສິນຄ້າທີ່ໄດ້ເງື່ອນໄຂ WO ເປັນຜະລິດຕະພັນທີ່ໄດ້ຈາກທໍາມະຊາດ, ຖືກຜະລິດ ຫຼື ປຸງແຕ່ງໃນປະເທດຕົ້ນກໍາເນີດທັງໝົດ 100%, ສວນໃຫຍ່ແມ່ນຈໍາພວກຜະລິດຕະພັນກະສິກໍາ ແລະ ຜະລິດຕະພັນທີ່ໄດ້ຈາກທໍາມະຊາດ. ຕົວຢ່າງ: ຜັກສົດ, ໝາກໄມ້ສົດ, ປາທໍາມະຊາດ ແລະ ອື່ນໆ.

  2.1.2 ສິນຄ້າທີ່ໄດ້ມາຈາກການຜະລິດ ຫຼື ການປຸງແຕ່ງໃນປະເທດແຫຼ່ງກໍາເນີດທັງໝົດ PE ( Produced Exclusively):

        ສິນຄ້າທີ່ໄດ້ເງື່ອນໄຂ PE ເປັນຜະລິດຕະພັນທີ່ຜະລິດ ຫຼື ປຸງແຕ່ງທັງໝົດໃນປະເທດຕົ້ນກໍາເນີດຊຶ່ງສ່ວນໃຫຍ່ແມ່ນຜະລິດຕະພັນຈາກສັດທີ່ຜະລິດຕະພັນຈາກສັດທີ່ນໍາເຂົ້າຈາກປະເທດນອກຄູ່ສັນຍາ. ຕົວຢ່າງ: ການນໍາເຂົ້າງົວນ້ອຍພັນຊີ້ນເຂົ້າຈາກ ບຣາຊິລ ມາລ້ຽງໃຫ້ໃຫຍ່ໃນ ສປປ ລາວ ແລ້ວ ສົ່ງອອກຊີ້ນງົວໄປປະເທດອາຊຽນໃດໜຶ່ງ ຖືວ່າຊີ້ນງົວນັ້ນໄດ້ແຫຼ່ງກໍາເນີດສິນຄ້າ ຈາກ ສປປ ລາວ ພາຍໃຕ້ ເງື່ອນໄຂ PE.

  2.1.3 ສິນຄ້າທີ່ມີມູນຄ່າພາຍໃນພາກພື້ນເປັນສ່ວນປະກອບ RVC (Regional Value Content):

             ສິນຄ້າທີ່ມີເງື່ອນໄຂ RVC ແມ່ນຜະລິດຕະພັນທີ່ຜະລິດ ຫຼື ປຸງແຕ່ງໂດຍມີສ່ວນປະກອບ ທີ່ເປັນແຮງງານ, ວັດຖຸດິບ, ວັດຖຸປະສົມ, ຄ່າບໍລິຫານ ແລະ ຄ່າສີ້ນເປືອງອື່ນໆ ທີ່ໄດ້ມາຈາກປະເທດ ຄູ່ຮ່ວມສັນຍາ ຊຶ່ງຄິດເປັນມູນຄ່າ ຢ່າງໜ້ອຍ 40% ຂອງລາຄາ FOB ຂອງຜະລິດຕະພັນ ດັ່ງກ່າວ. ຕົວຢ່າງ: ບໍລິສັດ ກ ຢູ່ ສປປ ລາວ ນໍາເຂົ້າສິ້ນສ່ວນອາໄຫຼ່ລົດຈັກຈາກຕ່າງປະເທດ ມາປະກອບໃນ ສປປ ລາວ ໃນນັ້ນມີບາງສິ້ນສ່ວນອາໄຫຼ່ຜະລິດໃນ ສປປ ລາວ ໂດຍລວມມູນຄ່າຂອງອະໄຫຼ່ຜະລິດໃນປະເທດ, ຄ່າແຮງງານ ແລະ ຄ່າບໍລິຫານ ເທົ່າກັບ 41$/ຄັນ. ພາຍຫຼັງສໍາເລັດການຜະລິດ, ລາຄາສົ່ງອອກ FOB ລົດຈັກແມ່ນ 100$/ຄັນ ຖືວ່າລົດຈັກດັ່ງກ່າວໄດ້ແຫຼ່ງກໍາເນີດສິນຄ້າ ໃນ ສປປ ລາວ ດ້ວຍເງື່ອນໄຂ RVC 41%.

   2.1.4 ສິນຄ້າທີ່ຜະລິດຕາມຫຼັກການສະເພາະ PSR (Product Specific Rules):

         ສິນຄ້າທີ່ໄດ້ເງື່ອນໄຂ PSR ເປັນຜະລິດຕະພັນພາຍໃຕ້ລະບຽບການສະເພາະທີ່ກໍານົດໃນສັນຍາການຄ້າ ເຊັ່ນ: ແຜ່ນແພ, ເສື້ອຜ້າ, ສິນຄ້າອຸດສາຫະກໍາເຄມີ, ເຄື່ອງອິເລັກໂທຣນິກສ໌,... ທີ່ RVC ບໍ່ເຖິງ 40%.

   2.1.5 ສິນຄ້າທີ່ບໍ່ຜ່ານຂັ້ນຕອນການຜະລິດຈົນປ່ຽນແປງລະຫັດໝວດສິນຄ້າ CC (Change in Chapter):

         ສິນຄ້າທີ່ໄດ້ເງື່ອນໄຂ CC ໝາຍເຖິງການນໍາເຂົ້າວັດຖຸດິບຈາກພາຍນອກມາຜະລິດເປັນສິນຄ້າເພື່ອສົ່ງ

ອອກຊຶ່ງສິນຄ້າດັ່ງກ່າວຈະໄດ້ຮັບແຫຼ່ງກໍາເນີດກໍ່ຕໍ່ເມື່ອ ໄດ້ມີການປ່ຽນລະຫັດສິນຄ້າຈາກໜວດ (2 ຕົວເລກ) ໜຶ່ງໄປເປັນໝວດອື່ນ. ຕົວຢ່າງ: ບໍລິສັດ ກ ນໍາເຂົ້ານໍ້າຕານ ນອນໃນໝວດ17, ແປ້ງໃນໝວດ 11, ຄຣີມ ໃນໝວດ 21 ມາປຸງແຕ່ງເປັນເຄັກ ຊຶ່ງຈັດໃນໝວດ 19 ຖືວ່າໄດ້ປ່ຽນໝວດແລ້ວ ສາມາດຖືໄດ້ແຫຼ່ງກໍາເນີດຈາກຕ່າງປະເທດຜະລິດ.

   2.1.6 ສິນຄ້າທີ່ຜ່ານຂັ້ນຕອນການຜະລິດຈົນປ່ຽນແປງລະຫັດເຄົ້າຂອງສິນຄ້າ CTH (Change in Tariff Heading):

         ສິນຄ້າທີ່ໄດ້ເງື່ອນໄຂ CTH ຄ້າຍຄືກັນກັບຫຼັກການກໍານົດ CCແຕ່ລະອຽດກວ່າເນື່ອງຈາກຕ້ອງປ່ຽນແປງໃນລະດັບລະຫັດເຄົ້າ (04 ຕົວເລກ).

   2.1.7 ສິນຄ້າທີ່ຜ່ານຂັ້ນຕອນການຜະລິດຈົນປ່ຽນແປງລະຫັດຍ່ອຍຂອງສິນຄ້າ CTSH (Chane in Tariff Sub-Heading):

         ສິນຄ້າທີ່ໄດ້ເງື່ອນໄຂ CTSH ຄ້າຍຄືກັນກັບຫຼັກການກໍານົດ CTH ແຕ່ງລະອຽດກວ່າ ເນື່ອງຈາກສິນຄ້າຕ້ອງປ່ຽນຮູບລະດັບຂອງລະຫັດຍ່ອຍ (06 ຕົວເລກ).

2.2 ປະເພດຂອງການຢັ້ງຢືນແຫຼ່ງກໍາເນີດສິນຄ້າ:

      ການຢັ້ງຢືນແຫຼ່ງກໍາເນີດ ໂດຍທົ່ວໄປແລ້ວແມ່ນໜ່ວຍງານທີ່ຮັບຜິດຊອບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຂອງປະເທດສົ່ງອອກ ທີ່ເປັນບ່ອນຜະລິດ ຫຼື ປຸ່ງແຕ່ງສິນຄ້າ ເປັນຜູ້ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ໃຫ້ແກ່ຜູ້ສົ່ງອອກ ເພື່ອເປັນເອກະສານອ້າງອິງຍື່ນເຈົ້າໜ້າທີ່ພາສີ ປະເທດນໍາເຂົ້າເພື່ອຂໍສິດທິພິເສດດ້ານອັດຕາພາສີ ຕາມກອບສັນຍາການຄ້າເສລີຕ່າງໆ. ແຕ່ມີບາງກໍລະນີ ທີ່ມີການອອກໃບຢັ້ງຢືນແຫຼ່ງກໍາເນີດພາຍໃຕ້ເງື່ອນໄຂສະເພາະ ດັ່ງນີ້:

2.2.1 Third Party Invoicing: ແມ່ນການຢັ້ງຢືນແຫຼ່ງກໍາເນີດພາຍໃຕ້ເງື່ອນໄຂ ຜູ້ຜະລິດ ແລະ ຜູ້ຂາຍສິນຄ້າ (ຜູ້ສົ່ງອອກ) ບໍ່ແມ່ນຜູ້ດຽວກັນ. ໃນກໍລະນີດັ່ງກ່າວ ໃບຢັ້ງຢືນແຫຼ່ງກໍາເນີດຕ້ອງໄດ້ລະບຸຂໍ້ມູນກ່ຽວກັບຜູ້ອອກໃບແຈ້ລາຄາ (ໃບອິນເວຍ).

2.2.2 Back-to-Back: ແມ່ນການຢັ້ງຢືນແຫຼ່ງກໍາເນີດ ໂດຍໜ່ວຍງານທີ່ຮັບຜິດຊອບຢັ້ງຢືນແຫຼ່ງກໍາເນີດສິນຄ້າຂອງປະເທດທີ່ບໍ່ແມ່ນຕົ້ນກໍາເນີດຂອງສິນຄ້າ. ພາຍໃຕ້ກົນໄກເສລີ, ສິນຄ້າໄດ້ຮັບການເຄື່ອນຍ້າຍ ແລະ ຈາລະຈອນ ສູ່ຕະຫຼາດຢ່າງເສລີ ຈາກປະເທດທີ 1 ໄປຫາປະເທດທີ 2 ແລະ ສົ່ງອາດຖືກສົ່ງຕໍ່ໄປປະເທດທີ 3 ແລະທີ 4 ຕໍ່ໆໄປ. ເພື່ອອໍານວຍຄວາມສະດວກໃຫ້ແກ່ຮູບແບບສິນຄ້າເສລີດັ່ງກ່າວ, ປະເທດທີ 2, 3 ຫຼື 4 ສາມາດອອກໃບຢັ້ງຢືນແຫຼ່ງກໍາເນີດເພີ່ມເຕີມຈາກສະບັບຕົ້ນທີ່ອອກໃຫ້ໂດຍປະເທດຕົ້ນກໍາເນີດສີນຄ້າ. ໃນກໍລະນີນີ້, ຜູ້ແຈ້ງພາສີຕ້ອງຍື່ນໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທັງສອງສະບັບຄື: 1. ໃບ C/O ທີ່ອອກໂດຍ ປະເທດຕົ້ນກໍາເນີດອາດຈະເປັນສະບັບສໍາເນົາທີ່ຢັ້ງຢືນໂດຍພາກສ່ວນອອກ C/O ຂອງປະເທດສົ່ງອອກ ໂດຍການພິມຄໍາວ່າ ' Certified True Copy ' (ຢັ້ງຢືນສໍາເນົາເດີມ) ແລະ 2. ໃບ C/O ສະບັບທີ 2 ທີ່ອອກໂດຍປະເທດສົ່ງອອກຕໍ່ ຊຶ່ງມີລາຍລະອຽດກ່ຽວກັບສິນຄ້າ ເຊັ່ນ: ປະເພດ, ຊະນິດສິນຄ້າ, ລາຍລະອຽດ ອື່ນໆຕ້ອງຕົງກັບໃບ C/O ສະບັບທີ 1.

2.2.3 Issued Retroactively: ແມ່ນການຢັງຢືນແຫຼ່ງກໍາເນີດສິນຄ້າພາຍຫຼັງສິນຄ້າໄດ້ຖືກສົ່ງອອກແລ້ວໂດຍປົກ

ກະຕິ ຜູ້ສົ່ງອອກຕ້ອງດໍາເນີນຂັ້ນຕອນຂໍໃບ C/O ກ່ອນສົ່ງອອກສິນຄ້າ. ແຕ່ໃນກກໍລະນີທີ່ຕ້ອງໄດ້ສົ່ງອອກສິນຄ້າກ່ອນໄດ້ໄດ້ຮັບໃບ C/O ດ້ວຍເຫດຜົນທາງທຸລະກິດ, ຜູ້ສົ່ງອອກສາມາດຂໍໃບ C/O ຍ້ອນຫຼັງ ຕາມເງື່ອນໄຂທີ່ກໍານົດໃນລະບຽບການພາຍໃນຂອງປະເທດຕົ້ນກໍາເນີດສິນຄ້າ.

2.3 ຮູບແບບການຢັ້ງຢືນແຫຼ່ງກໍາເນີດສິນຄ້າ  

    ການຢັງຢືນແຫຼ່ງກໍາເນີດສິນຄ້າມີ 2 ຮູບແບບ ດັ່ງນີ້:

2.3.1 ຮູບແບບທີ 1: ການຢັ້ງຢືນແຫຼ່ງກໍາເນີດໂດຍໜ່ວຍງານຂອງລັດ ຫຼື ອົງການຈັດຕັ້ງໃດໜຶ່ງທີ່ໄດ້ຮັບອະນຸຍາດຈາກໜ່ວຍງານຂອງລັດ. ຮູບແບບຂອງການອອກໃບ C/O ໂດຍໜ່ວຍງານຂອງລັດ ກໍານົດໃນໃບສັນຍາການຄ້າ

ເສລີກອບຕ່າງໆ ດັ່ງທີ່ໄດ້ລະບຸລະອຽດຢູ່ໃນ ຂໍ້ທີ 1.

2.3.2 ຮູບແບບທີ 2: ການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົວເອງ (Self-Certification) ສປປ ລາວ ໄດ້ເຂົ້າຮ່ວມໂຄງການທົດລອງໄລຍະທີ II ກ່ຽວກັບຢັ້ງຢືນແຫຼ່ງກໍາເນີດດ້ວຍຕົວເອງຂອງອາຊຽນ. ປະຈຸບັນມີ 5 ປະເທດອາຊຽນ ທີ່ເຂົ້າຮ່ວມໂຄງການດັ່ງກ່າວ ຄື: ອິນໂດເນເຊຍ, ຟິລິບປິນສ໌, ສປປ ລາວ, ໄທ ແລະ ຫວຽດນາມ. ການຢັ້ງຢືນແຫຼ່ງກໍາເນີດດ້ວຍຕົວເອງ ແມ່ນຜູ້ສົ່ງອອກເປັນຜູ້ຢັ້ງຢືນແຫຼ່ງກໍາເນີດໃສ່ໃບແຈ້ງລາຄາ ໂດຍບໍ່ຕ້ອງຂໍໃບ C/O ຈາກໜ່ວຍງານທີ່ຮັບຜິດຊອບຂອງລັດ. ບັນດາປະເທດທີ່ເຂົ້າຮ່ວມໂຄງການນີ້ ຕ້ອງສົ່ງລາຍລະອຽດຂອງບໍລີສັດທີ່ໄດ້ຮັບອະນຸຍາດໃຫ້ຢັ້ງຢືນ ແຫຼ່ງກໍາເນີດດ້ວຍຕົວເອງ ເຊັ່ນ: ຊື່ບໍລີສັດ, ຊະນິດ, ລະຫັດສິນຄ້າທີ່ສົ່ງອອກ, ຊື່ແຈ້ງ ແລະ ແບບຢ່າງລາຍເຊັນ ຂອງຜູ້ມີສິດເຊັນຢັ້ງຢືນແຫຼ່ງກໍາເນີດສິນຄ້າ ເພື່ອສົ່ງໃຫ້ແກ່ກອງເລຂາອາຊຽນ ແລະ ສົ່ງຕໍ່ໃຫ້ບັນດາປະເທດທີ່ເຂົ້າຮ່ວມໂຄງການນີ້ ເພື່ອໃຫ້ເຈົ້າໜ້າທີ່ພາສີກວດກາຄວາມຖືກຕ້ອງ ໃນເວລາແຈ້ງພາສີນໍາເຂົ້າ.

3. ການຄຸ້ມຄອງ, ກວດກາແຫຼ່ງກໍາເນີດສິນຄ້າ

     ເພື່ອຮັບປະກັນຄວາມເປັນເອກະສານ ແລະ ມອບຖືກຕ້ອງໃນການປະຕິບັດກົດໝາຍ ແລະ ລະບຽບການ, ການຄຸ້ມຄອງ, ກວດກາ ແມ່ນລວມສູນຢູ່ກົມພາສີ ແລະ ມອບໝາຍຄວາມຮັບຜິດຊອບ ດັ່ງນີ້:

    3.1 ພະແນກລະບຽບການ ແລະ ຂັ້ນຕອນການແຈ້ງພາສີ ເປັນເສນາທິການໃຫ້ກົມພາສີ ໃນການຄົ້ນຄ້ວາ, ຄຸ້ມຄອງກວດກາ ແລະ ອອກໜັງສືຢັ້ງຢືນສິດພິເສດດ້ານອັດຕາພາສີ ສໍາລັບການນໍາເຂົ້າສິນຄ້າທຸກປະເພດ ຍົກເວັ້ນບາງປະເພດສິນຄ້າ ທີ່ກົມພາສີມີແຈ້ງການແນະນໍາໃຫ້ດ່ານພາສີຊາຍແດນເປັນຜູ້ຄຸ້ມຄອງກວດກາ ເປັນອັນສະເພາະ.

    3.2 ດ່ານພາສີຊາຍແດນບ່ອນນໍາເຂົ້າສິນຄ້າ ຕ້ອງເປັນເຈົ້າການຄຸ້ມຄອງ, ກວດກາ ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ (ຕົ້ນສະບັບ), ກວດກາໜັງສືຢັ້ງຢືນສິດທິພິເສດດ້ານອັດຕາພາສີ ໃສ່ສິນຄ້າຕົວຈິງ (ສໍາລັບສິນຄ້າທີ່ ພະແນກລະບຽບການ ແລະ ຂັ້ນຕອນການແຈ້ງພາສີ ອອກໜັງສືຢັ້ງຢືນ) ເພື່ອໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.

4. ຂັ້ນຕອນຂໍສິດທິພິເສດດ້ານອັດຕາພາສີ

   4.1 ຜູ້ນໍາເຂົ້າສິນຄ້າ ທີ່ຕ້ອງການໄດ້ຮັບສິດທິພິເສດດ້ານອັດຕາພາສີ ຕາມກອບສັນຍາການຄ້າເສລີຕ່າງໆ ຕ້ອງປະກອບເອກະສານ ສະເໜີເຖິງກົມພາສີ ຊຶ່ງເອກະສານສະເໜີ ຕ້ອງປະກອບມີ ຄື:

       4.1.1 ໃບສະເໜີ (ລະບຸລະອຽດ ຊື່, ທີ່ຢູ່ ແລະ ເບີໂທລະສັບ ຢູ່ນໍາເຂົ້າ)

       4.1.2 ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຫຼື ເອກະສານຢັ້ງຢືນ ອື່ນໆ ທີ່ກໍານົດໃນຂໍ້ 1 ຫຼື ຂໍ້ 2

       4.1.3 ໃບແຈ້ງລາຄາ

       4.1.4 ໃບຫຸ້ມຫໍ່ ແລະ ເອກະສານຂົນສົ່ງ

       4.1.5 ໃບຢັ້ງຢືນການມອບພັນທະອາກອນປະຈໍາສົກປີປະຈຸບັນ

   4.2 ສໍາລັບຜູ້ເຂົ້າຮ່ວມທີ່ມີຄວາມຫຍຸ້ງຍາກໃນການເຂົ້າມາຍື່ນເອກະສານດ້ວຍຕົນເອງ ແມ່ນສາມາດສົ່ງເອກະສານທາງແຟັກ ທີ່ເບີ: 021-285294 ຫຼື ສະແກນເອກະສານເຮັດເປັນໄຟລ໌ PDF ແລ້ວສົ່ງຜ່ານອີເມລ໌ [email protected].

   4.3 ໃນກໍລະນີນໍາເຂົ້າສິນຄ້າ ທີ່ກົມພາສີມອບຄວາມຮັບຜິດຊອບໃຫ້ດ່ານພາສີຊາຍແດນຄຸ້ມຄອງກວດກາ, ຜູ້ນໍາເຂົ້າສາມາດຂໍສິດທິພິເສດດ້ານອັດຕາພາສີຕາມກອບໃດໜຶ່ງ ໂດຍສອດຄ່ອງກັບເງື່ອນໄຂດ້ານການຄ້າ ແລະ ຂໍ້ກໍານົດໃນກອບສັນຍາກອບທີ່ນໍາສະເໜີ.

   4.4 ໃນກໍລະນີທີ່ປະເທດຕົ້ນກໍາເນີດສິນຄ້າ ເປັນພາຄີຂອງສັນຍາການຄ້າເສລີຫຼາຍສະບັບ ຫຼື ຫຼາຍກອບ,ຜູ້ນໍາເຂົ້າສາມາດເລືອກນໍາໃຊ້ສິດທິພິເສດດ້ານອັດຕາພາສີຕາມກອບໃດໜຶ່ງ ໂດຍສອດຄ່ອງກັບເງື່ອນໄຂດ້ານການຄ້າ ແລະ ຂໍ້ກໍານົດໃນກອບສັນຍາກອບທີ່ນໍາສະເໜີ.

5. ການໃຫ້ສິດທິພິເສດດ້ານອັດຕາພາສີ

   5.1 ການໃຫ້ສິດທິພິເສດດ້ານອັດຕາພາສີ ແມ່ນປະຕິບັດຕາມຫຼັກການ ດັ່ງນີ້:

     5.1.1 ສິນຄ້າທີ່ສະເໜີນໍາເຂົ້າ ຕ້ອງເປັນສິນຄ້າທີ່ແນ່ນອນໃນບັນຊີຫຼຸດຜ່ອນອັດຕາພາສີໃນກອບສັນຍາການຄ້າເສລີ ຕາມທີ່ລະບຸໃນຂໍ້ 1.

     5.1.2 ການຈັດສັ່ງ ຫຼື ການຂົນສົ່ງສິນຄ້າ ຕ້ອງສອດຄ່ອງຕາມເງື່ອນໄຂການຂົນສົ່ງໂດຍກົງ (Direct Consignment) ທີ່ກໍານົດໃນສັນຍາການຄ້າກອບນັ້ນໆ.

     5.1.3 ສິນຄ້າທີ່ສະເໜີນໍາເຂົ້າ ຕ້ອງສອດຄ່ອງກັບເງື່ອນໄຂການກໍານົດແຫຼ່ງກໍາເນີດສິນຄ້າ ໃນກອບສັນຍາການຄ້ານັ້ນໆ.

     5.1.4 ເງື່ອນໄຂອື່ນໆ ທີ່ກໍານົດໃນກົດໝາຍ ແລະ ລະບຽບການ.

5.2 ໃນເວລາຄົ້ນຄ້ວາການສະເໜີຂໍສິດພິເສດດ້ານພາສີອັດຕາພາສີ, ເຈົ້າໜ້າທີ່ພາສີ ສາມາດຮ້ອງຂໍຂໍ້ມູນ ຫຼື ເອກະສານອື່ນໆທີ່ກ່ຽວຂ້ອງເພີ່ມຈາກຜູ້ນໍາເຂົ້າ ຖ້າເຫັນວ່າມີຄວາມຈໍາເປັນ.

5.3 ເຈົ້າໜ້າທີ່ພາສີປະເທດນໍາເຂົ້າ ສາມາດປະຕິເສດການໃຫ້ສິດທິພິເສດດ້ານອັດຕາພາສີ ໃນກໍລະນີຂໍ້ມູນໃນໃບ C/O ແລະ ເອກະສານຫຼັກຖານອື່ນໆ ຫາກບໍ່ສອດຄ່ອງກັບຄໍາແນະນໍາສະບັບນີ້ ແລະ ເງື່ອນໄຂທີ່ກໍານົດໃນສັນຍາການຄ້າເສລີກອບຕ່າງໆ.

5.4 ສໍາລັບການນໍາເຂົ້າສິນຄ້າ ທີ່ມີແຫຼ່ງກໍາເນີດຈາກປະເທດທີ່ບໍ່ແມ່ນສະມາຊິກຂອງບັນດາສັນຍາການຄ້າເສລີ ທີ່ໄດ້ລະບຸໃນຂໍ້ 1 ຫຼື ຈາກປະເທດສະມາຊິກ ແຕ່ບໍ່ຮຽກຮ້ອງສິດທິພິເສດດ້ານອັດຕາພາສີ ແມ່ນໃຫ້ປະຕິບັດອັດຕາພາສີປົກກະຕິ (Normal Rates).

5.5 ໃນກໍລະນີທີ່ຜູ້ນໍາເຂົ້າ ສົ່ງເອກະສານສະເໜີຫາກົມພາສີຜ່ານທາງແຟັກ ຫຼື ທາງອີເມລ໌ ຕາມວິທີທີ່ໄດ້ລະບຸໃນຂໍ້ 4.2, ພາຍຫຼັງສໍາເລັດການຄົ້ນຄ້ວາ ແລະ ອອກໜັງສືຢັ້ງຢືນ, ພະແນກລະບຽບການ ແລະ ຂັ້ນຕອນການແຈ້ງພາສີ ຈະສົ່ງເອກະສານດັ່ງກ່າວ ໃຫ້ດ່ານພາສີຊາຍແດນບ່ອນນໍາເຂົ້າ ແລະ ຜູ້ນໍາເຂົ້າ ຜ່ານທາງແຟັກ ຫຼື ທາງອີເມລ໌ ເພື່ອດໍາເນີນຂັ້ນຕອນການແຈ້ງພາສີເປັນລາຍລະອຽດທັນທີ.

       ການຈັດສົ່ງເອກະສານສະບັບຕົ້ນທາງໄປສະນີໃຫ້ແກ່ບໍລິສັດທີ່ນໍາເຂົ້າ, ບໍລິສັດຕ້ອງຮັບຜິດຊອບເສຍຄ່າບໍລິການໃຫ້ແກ່ຜູ້ໄປສະນີ ໃນການຈັດສົ່ງເອກະສານທີ່ເຖິງປາຍທາງຕາມລະບຽບການ.

6. ການຈັດລະຫັດສິນຄ້າ

  6.1 ການຈັດລະຫັດສິນຄ້າ ຕ້ອງສອດຄ່ອງກັບສາລະບານອັດຕາພາສີ ແລະ ແຜນຫຼຸດຜ່ອນອັດຕາພາສີຕາມກອບສັນຍາການຄ້າເສລີຕ່າງໆ. ປະຈຸບັນ ແມ່ນໃຊ້ສາລະບານສິນຄ້າລະບົບເອກະພາບ (AHTN) ລຸ້ນປີ 2012 ສໍາລັບທຸກໆກອບການສິນຄ້າເສລີ, ຍົກເວັ້ນກອບສັນຍາອາຊຽນ-ຍີ່ປຸ່ນ ທີ່ນໍາໃຊ້ສາລະບົບເອກະພາບສິນຄ້າລະບົບເອກະພາບລຸ້ນປີ 2002 ຊຶ່ງປະຈຸບັນ ສປປ ລາວ ແລະ ຍີ່ປຸ່ນ ພວມດໍາເນີນຂັ້ນຕອນການເຈລະຈາໃນການໂອນຖ່າຍ. ພາຍຫຼັງສໍາເລັດການໂອນຖ່າຍ ກົມພາສີຈະນໍາສະເໜີ ກະຊວງການເງິນພິຈາລະນາປະກາດນໍາໃຊ້ໃຫ້ສອດຄ່ອງກັບສັນຍາກອບດັ່ງກ່າວ.

  6.2 ກົມພາສີ ດໍາເນີນການຈັດພິມ ແລະ ເຜີຍແຜ່ສາລະບານສິນຄ້າຕາມແຜນຫຼຸດຜ່ອນອັດຕາພາສີຂອງແຕ່ລະກອບເປັນແຕ່ລະປີ ຊຶ່ງມີຜົນຈັດຕັ້ງປະຕິບັດ ໃນວັນທີ 1 ມັງກອນ ຂອງທຸກໆປີ, ຍົກເວັ້ນແຜນຫຼຸດຜ່ອນອັດຕາພາສີໃນການສັນຍາອາຊຽນ-ຈີນ ທີ່ມີຜົນຈັດຕັ້ງປະຕິບັດ ໃນວັນທີ 1 ກໍລະກົດ ຂອງທຸກໆປີ.

7. ມອບໃຫ້ພະແນກການກົມພາສີ, ດ່ານພາສີຊາຍແດນ, ກອງກວດກາພາສີແຂວງ ແລະ ນະຄອນຫຼວງ ໂຄສະນາເຜີຍແຜ່ ແລະ ຈັດຕັ້ງປະຕິບັດຄໍາແນະນໍາສະບັບນີ້ ໃຫ້ມີປະສິິດທິຜົນ ແລະ ເປັນເອກະພາບກັນໃນຂອບເຂດທົ່ວປະເທດ.

8. ຄໍາແນະນໍາສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ຫົວໜ້າກົມພາສີ

(ເຊັນ ແລະ ປະທັບຕາ)
ອາດສະພັງທອງ ສີພັນດອນ

 

# ຫົວຂໍ້ ດາວໂຫຼດ
1 Instruction on Product Origin and Preferential Treatments under International Trade Agreements which Lao PDR is a Party, No. 03782/CD, Dated 6 Feb 2016 PDF
2 ຄໍາແນະນໍາກ່ຽວກັບແຫຼ່ງກໍາເນີດສິນຄ້າ ແລະ ການໃຫ້ສິດທິພິເສດດ້ານອັດຕາພາສີຕາມເງື່ອນໄຂຂອງບັນດາສັນຍາການຄ້າເສລີ ຕ່າງໆ ທີ່ ສປປ ລາວ ເຂົ້າເປັນພາຄີ ສະບັບເລກທີ 03782/ກພສ, ລົງວັນທີ 6 ກຸມພາ 2016 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ການອອກໜັງສືຢັ້ງຢືນສິດພິເສດດ້ານອັດຕາພາສີ ສໍາລັບການນໍາເຂົ້າສິນຄ້າທຸກປະເພດ ທົ່ວໄປ ກະຊວງ ການເງິນ ຜູ້ນໍາເຂົ້າ ທີ່ຕ້ອງການໄດ້ຮັບສິດທິພິເສດທາງດ້ານອັດຕາພາສີນໍາເຂົ້າ ຕ້ອງຍື່ນຄໍາຮ້ອງຫາກົມພາສີ ເພື່ອພິຈາລະນາອອກໜັງສືຢັ້ງຢືນສິດພິເສດດ້ານອັດຕາພາສີນໍາເຂົ້າ ຄໍາແນະນໍາກ່ຽວກັບແຫຼ່ງກໍາເນີດສິນຄ້າ ແລະ ການໃຫ້ສິດທິພິເສດດ້ານອັດຕາພາສີຕາມເງື່ອນໄຂຂອງບັນດາສັນຍາການຄ້າເສລີ ຕ່າງໆ ທີ່ ສປປ ລາວ ເຂົ້າເປັນພາຄີ ສະບັບເລກທີ 03782/ກພສ, ລົງວັນທີ 6 ກຸມພາ 2016 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.