ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ຂອງ ສປປ ລາວ ໄດ້ເລີມຈັດຕັ້ງປະຕິບັດ ຕາມແຜນດໍາເນີນງານ ປີ 2011-2015 ໂດຍມີຫ້ອງການກອງເຂລາອໍານວຍຄວາມສະດວກທາງດ້ານການຄ້າປະຈໍາກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ມີສະມາຊິກ ຈາກບັນດາຂະແໜງການກ່ຽວຂ້ອງຂັ້ນສູນກາງ. ວຽກງານອໍານວຍຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ ໄດ້ຮັບທຶນສະໜັບສະໜູນໂດຍໂຄງການຊ່ວຍເຫຼືອຫຼ້າຫຼາຍຝ່າຍ ເພື່ອພັດທະນາການຄ້າ ຫຼື ເອີ້ນວ່າ TDF 2.

ສືບເນື່ອງມາຈາກກອງປະຊຸມຄັ້ງວັນທີ 29 ພະຈິກ 2017 ກ່ຽວກັບ ການສ້າງກົນໄກການຈັດຕັ້ງປະຕິບັດແຜນດໍາເນີນງານວຽກງານອໍານວຍຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ ປີ 2017-2022 ໂດຍກອງປະຊຸມເຫັນດີໃຫ້ມີການສ້າງໜ່ວຍງານຈັດຕັ້ງປະຕິບັດແຜນດັ່ງກ່າວ ປະຈໍາກົມກອງທີ່ກ່ຽວຂ້ອງໃນຂັ້ນສູນກາງ ແລະ ສ້າງຈຸດປະສານງານຂັ້ນທ້ອງຖິ່ນ ເພື່ອຂັບເຄື່ອນການຈັດຕັ້ງປະຕິບັດແຜນດໍາເນີນງານດັ່ງກ່າວ ໃຫ້ປະສົບຜົນສໍາເລັດຕາມແຜນການ.

ກອງປະຊຸມໃນຄັ້ງນີ້ ໄດ້ລາຍງານຜົນສໍາເລັດ,ຂ້ໍຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດແຜນດໍາເນີນງານວຽກງານ ອຄ ຂອງ ສປປ ລາວ ປີ 2011-2015 ແລະ ນໍາສະເໜີແຜນການຈັດຕັ້ງປະຕິບັດແຜນດໍາເນີນວຽກງານ ອຄ ປີ 2017-2077 ແລ້ວ ຍັງໄດ້ນໍາສະເໜີຄວາມເປັນໄປໄດ້ ແລະ ຄວາມຈໍາເປັນໃນການສ້າງຈຸດປະສານງານຈັດຕັ້ງປະຕິບັດແຜນດໍາເນີນງານ ອຄ ຂອງ ສປປ ລາວ ຂັ້ນທ້ອງຖິ່ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນດໍາເນີນງານວຽກງານ ອຄ ກົມກຽວກັນແຕ່ສູນກາງຫາທ້ອງຖິ່ນ.

ທ່ານ ສຸລິຍົນ ພິລາວົງ ຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ, ຮອງຫົວໜ້າ ກຂອຄ ໃນນາມປະທານກອງປະຊຸມ ໄດ້ເນັ້ນວ່າ “ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ໄລຍະຜ່ານມາ ລັດຖະບານແຫ່ງ ສປປ ລາວ ໄດ້ໃຫ້ຄວາມສໍາຄັນຕໍ່ວຽກງານ ອຄ ເພາະເປັນປັດໃຈໜຶ່ງທີ່ຊ່ວຍໃຫ້ດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ”. ເພີ່ນຫຍັງກ່າວຕື່ມວ່າ “ວັດຖຸປະສົງ ແລະ ເປົ້າໝາຍຂອງແຜນງານດັ່ງກ່າວ ແມ່ນແນ່ໃສ່ເຮັດໃຫ້ຂັ້ນຕອນການບໍລິການຂອງພາກລັດມີຄວາມກະທັດຮັດ ແລະ ວ່ອງໄວ ຫຼື ສາມາດຫຼຸດຜ່ອນເວລາລົງ 50% ແລະ ຫຼຸດຕົ້ນທຶນທີ່ໃຊ້ໃນການນໍາເຂົ້າ ແລະ ສົ່ງອອກສິນຄ້າຢ່າງຕໍ່າ 30% ຂອງໄລຍະທີ່ຜ່ານມາ ຫຼື ໃຫ້ຢູ່ໃນລະດັບໃກ້ຄຽງກັບປະເທດເພືອນບ້ານ”.

ເພື່ອໃຫ້ບັນລຸຕາມວັດຖຸປະສົງ ແລະ ເປົ້າໝາຍ ດັ່ງກ່າວ ການດໍາເນີນແຜນດໍາເນີນງານວຽກງານ ອຄ ຂອງ ສປປ ລາວ 2017-2022 ຕ້ອງເອົາໃຈໃສສອງໜ້າວຽກທີ່ສໍາຄັນ ຄື: ພັດທະນາກົນໄກການປະງານລະຫວ່າງຂະແໜງການກ່ຽວຂ້ອງດ້ວຍກັນ ແລະ ສ້າງກົນໄກການປະສານງານຢູ່ຂັ້ນທ້ອງຖິ່ນ ໃຫ້ມີຄວາມເຂັ້ມແຂງ ແລະ ກົມກຽວກັນ ເຮັດໃຫ້ການປະສານງານແກ້ໄຂບັນຫາທີ່ຕິດພັນກັບວຽກງານ ອຄ ລະຫວ່າງຂະແໜງການກ່ຽວຂ້ອງ ແລະ ລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ ມີຄວາມວ່ອງໄວ ແລະ ທັນກັບສະພາບ. ນອກນັ້ນ, ຍັງຕ້ອງເອົາໃຈໃສຈັດຕັ້ງປະຕິບັດບັນດາມາດຕະການ ອຄ, ການຮ່ວມມືລະຫວ່າງປະເທດ ແລະ ການເຊື່ອມໂຍງກັບສາກົນ ເຮັດໃຫ້ການຈັດລໍາດັບຕົວຊີ້ວັດການຂ້າຂ້າມແດນຂອງທະນາຄານໂລກຕໍ່ກັບ ສປປ ລາວ ຢູ່ໃນລະດັບສອງຕົວເລກ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.