ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນ
ຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ            ເລກທີ 1773/ອຄ.ກຂອ
ນະຄອນຫຼວງວຽງຈັນ, ລົງວັນທີ 30 ຕຸລາ 2017

ແຈ້ງການ

 ເຖິງ:   ທ່ານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ.
 ເລື່ອງ:  ການເຄື່ອນຍ້າຍພາຍໃນ ແລະ ການສົ່ງອອກ ໄມ້ປ່ອງ ແລະ ຖ່ານຂາວ ໄປຕ່າງປະເທດ.

  • ອີງຕາມ ຄໍາສັ່ງຂອງ ທ່ານ ນາຍົກລັດຖະມົນຕີ ເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016;
  • ອີງຕາມ ຂໍ້ຕົກລົງວ່າດ້ວຍ ລາຍການ (ບັນຊີ) ຜະລິດຕະພັນໄມ້ເພື່ອສົ່ງອອກ ແລະ ຫ້າມສົ່ງອອກ ເລກທີ 1833/ອຄ, ລົງວັນທີ 03 ຕຸລາ 2016;
  • ອີງຕາມ ຜົນຂອງການຈັດປະຊຸມປຶກສາຫາລືຮ່ວມກັບຂະແໜງການທີ່ກ່ຽວຂ້ອງ ຄັ້ງວັນທີ 04 ຕຸລາ 2017.

ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຈ້ງມາຍັງ ທ່ານ ເພື່ອປະຕິບັດດັ່ງນີ້:

1.  ການສົ່ງອອກ ໄມ້ປ່ອງ ແລະ ຖ່ານຂາວ ໄປຕ່າງປະເທດ ນອກຈາກໂຮງງານປຸງແຕ່ງໄມ້ ແລະ ໂຮງງານຜະລິດຖ່ານຂາວແລ້ວ, ບໍລິສັດນຳເຂົ້າ-ສົ່ງອອກ ທີ່ມີເອກະສານອະນຸຍາດຖືກຕ້ອງຈາກຂະແໜງການກ່ຽວຂ້ອງໃຫ້ດຳເນີນກິດ ຈະການສົ່ງອອກຜະລິດຕະພັນປ່າໄມ້ ສາມາດຂໍສະເໜີສົ່ງອອກໄດ້, ແຕ່ຕ້ອງໄດ້ເຊັນສັນຍາວ່າຈ້າງການຜະລິດ ຫຼື ສັນຍາຊື້-ຂາຍກັບໂຮງງານປຸງແຕ່ງໄມ້ປ່ອງ, ໂຮງງານຜະລິດຖ່ານຂາວ ທີ່ເຄື່ອນໄຫວ ແລະ ດໍາເນີນການຜະລິດຕົວຈິງຢ່າງຖືກຕ້ອງ;

2.  ຜະລິດຕະພັນໄມ້ປ່ອງທີ່ຈະສົ່ງອອກຕ່າງປະເທດ ຕ້ອງໄດ້ຜ່ານການປຸງແຕ່ງຈາກໂຮງງານປຸງແຕ່ງໄມ້ປ່ອງຕາມລາຍ ການ (ບັນຊີ) ຜະລິດຕະພັນໄມ້ເພື່ອສົ່ງອອກ ແລະ ຫ້າມສົ່ງອອກ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າວາງອອກ;

3.  ການເຄື່ອນຍ້າຍຖ່ານຂາວຜະລິດຈາກໄມ້ຕິ້ວ ແລະ ຜະລິດຕະພັນໄມ້ປ່ອງ ຢູ່ພາຍໃນ ແລະ ສົ່ງອອກ ຕ່າງປະເທດ ແມ່ນໃຫ້ປະຕິບັດຕາມ ນິຕິກໍາຂອງຂະແໜງການທີ່ກ່ຽວຂ້ອງວາງອອກ;

4.  ການເກັບພັນທະຄ່າທໍານຽມ, ຄ່າຊັບພະຍາກອນປ່າໄມ້ ແລະ ພັນທະພາສີອາກອນຕ່າງໆ ຈາກໄມ້ທີ່ຂຸດຄົ້ນມາຜະລິດເປັນຖ່ານຂາວ ແມ່ນໃຫ້ຄິດໄລ່ ແລະ ຈັດເກັບດັ່ງນີ້:

- ການຄິດໄລ່ຄ່າອັດຕາຊັບພະຍາກອນທຳມະຊາດໃຫ້ປະຕິບັດຕາມຂໍ້ 15 ມາດຕາ 6 ຂອງລັດຖະບັນຍັດ 001/ປປທ;
- ການຄິດໄລ່ອັດຕາພາສີຂາອອກ ໃຫ້ປະຕິບັດຕາມ ລຳດັບ 33, ມາດຕາ 2 ຂອງລັດຖະບັນຍັດ 002/ປປທ;
- ການເກັບຄ່າທໍານຽມ ແລະ ຄ່າບໍລິການທາງດ້ານວິຊາການ ໃຫ້ປະຕິບັດຕາມ ລັດຖະບັນຍັດ 003/ປປທ.

      ດັ່ງນັ້ນ, ຈຶ່ງແຈ້ງມາຍັງ ທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມນີ້ດ້ວຍ.

ລັດຖະມົນຕີ,

(ເຊັນ ແລະ ປະທັບຕາ)
ທ່ານ ນ. ເຂັມມະນີ ພົນເສນາ

 

# ຫົວຂໍ້ ດາວໂຫຼດ
1 Notification on the domestic movement and export of bamboo and white charcoal No. 1773/MOIC.DIMEX, dated 30th October 2017 PDF
2 ແຈ້ງການວ່າດ້ວຍການເຄື່ອນຍ້າຍພາຍໃນ ແລະ ການສົ່ງອອກໄມ້ປ່ອງ ແລະ ຖ່ານຂາວໄປຕ່າງປະເທດ ສະບັບເລກທີ 1773/ອຄ.ກຂອ, ລົງວັນທີ 30 ຕຸລາ 2017. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.