ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງອຸດສາຫະກໍາ ແລະ ການຄ້າ                ເລກທີ0336/ອຄ.ກຂອ
ນະຄອນຫຼວງວຽງຈັນ, ວັນທີ 13 ມີນາ 2017

ຄໍາສັ່ງແນະນໍາ

     ເຖິງ: ຄະນະຮັບຜິດຊອບການປະມູນຂາຍໄມ້ທີ່ຍຶດເປັນຂອງລັດ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ.

     ເລື່ອງ: ແນະນໍາການຈັດຕັ້ງປະມູນຂາຍໄມ້ທີ່ຍຶດເປັນຂອງລັດ.

  • ອີງຕາມ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ 1345/ຫສນຍ.ກລຂ, ລົງວັນທີ 09 ກັນຍາ 2016 ແລະ ແຈ້ງການ ເລກທີ 324/ຫສນຍ.ກລຂ (ຂໍ້3), ລົງວັນທີ 21 ກຸມພາ 2017;
  • ອີງຕາມ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການປະມູນຂາຍໄມ້ທີ່ຍຶດເປັນຂອງລັດໃນຂອບເຂດທົ່ວປະເທດ ເລກທີ 19/ນຍ ລົງວັນທີ 02 ມີນາ 2017.
  • ອີງຕາມລະບຽບການຊື້-ຂາຍໄມ້ ເລກທີ 1726/ອຄ.ກຂອ, ລົງວັນທີ 23 ສິງຫາ 2012.

     ເພື່ອໃຫ້ການຈັດຕັ້ງປະຊຸມຂາຍໄມ້ທີ່ຍຶດເປັນຂອງລັດໃນຂອບເຂດທົ່ວປະເທດສໍາເລັດໄດ້ຕາມເປົ້າໝາຍ, ແນໃສ່ສະ ໜອງວັດຖຸດິບໄມ້ໃຫ້ແກ່ບັນດາໂຮງງານປຸງແຕ່ງໄມ້ ແລະ ໂຮງງານເຟີນິເຈີພາຍໃນປະເທດ ເພື່ອປຸງແຕ່ງຜະລິດຕະພັນໄມ້ທີ່ມີການສ້າງມູນຄ່າເພີ້ມສູງ. ພ້ອມຮັບປະກັນຄວາມໂປ່ງໃສ, ເປັນທໍາ, ຖືກຕ້ອງຕາມລະບຽບການ ແລະ ເປັນເອກະພາບກັນໃນການຈັດຕັ້ງປະຕິບັດ, ຮັບປະກັນຜົນປະໂຫຍດຮ່ວມກັນລະຫວ່າງພາກລັດ ແລະ ພາກທຸລະກິດ.

ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແນະນໍາຄະນະຮັບຜິດຊອບການປະມູນຂາຍໄມ້ທີ່ຍຶດເປັນ
ຂອງລັດນະຄອນຫຼວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ ເພື່ອປະຕິບັດດັ່ງນີ້:

  1. ໃຫ້ຄະນະຮັບຜິດຊອບການປະມູນຂາຍໄມ້ຍຶດເປັນຂອງລັດ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງສືບຕໍ່ສົມທົບກັບ ຄະນະຮັບຜິດຊອບການປະມູນໄມ້ທີ່ຍຶດເປັນຂອງລັດໃນຂອບເຂດທົ່ວປະເທດຂັ້ນສູນກາງເລັ່ງລັດການປະມູນໄມ້ທີ່ຍຶດເປັນຂອງລັດໃຫ້ສໍາເລັດ ດ້ວຍຮູບການປະມູນແບບເປີດກວ້າງທົ່ວປະເທດ.
  2. ໃຫ້ໂຄສະນາເຜີຍແຜ່ເປີດກວ້າງການປະມູນໄມ້ທີ່ຍຶດເປັນຂອງລັດໂດຍຜ່ານສື່ຕ່າງໆເຊັ່ນ: ໂທລະພາບ, ວິທະຍຸ, ສື່ອອນລາຍ ຫຼື ໜັງສືພິມຕ່າງໆຢ່າງໜ້ອຍ 15 ວັນລັດຖະການກ່ອນວັນທີ່ເປີດການປະມູນ. ເພື່ອໃຫ້ບັນດາໂຮງງານປຸງແຕ່ງໄມ້ ແລະ ໂຮງງານເຟີນິເຈີໃນຂອບເຂດທົ່ວປະເທດທີ່ມີຄວາມສົນໃຈ, ມີເວລາພຽງພໍໃນການກະກຽມຄວາມພ້ອມແລະ ເຂົ້າຮ່ວມປະມູນ, ໂດຍສະເພາະບັນດາໂຮງງານທີ່ເປັນສະມາຊິກຂອງສະມາຄົມອຸດສາຫະກໍາປຸງແຕ່ງໄມ້ສໍາເລັດຮູບແຫ່ງຊາດລາວ ແລະ ສະມາຄົມເຟີນີເຈີລາວ.
  3. ຜູ້ທີ່ສາມາດເຂົ້າຮ່ວມປະມູນໄມ້ທີ່ຍຶດເປັນຂອງລັດໄດ້ ຕ້ອງມີເງື່ອນໄຂດັ່ງນີ້:

3.1. ຕ້ອງເປັນໂຮງງານປຸງແຕ່ງໄມ້ ຫຼື ໂຮງງານເຟີນິເຈີຢູ່ ສປປ ລາວ ທີ່ມີທະບຽນວິສາຫະກິດດໍາເນີນທຸລະກິດດ້ານການຜະລິດ ແລະ ປຸງແຕ່ງໄມ້ຖືກຕ້ອງຕາມລະບຽບກົດໝາຍ, ໂດຍໃຫ້ຖືເອົາສະມາຊິກຂອງສະມາຄົມອຸດສາຫະກໍາປຸງແຕ່ງໄມ້ສໍາເລັດຮູບແຫ່ງຊາດ ແລະ ສະມາຄົມເຟີນິເຈີລາວເປັນບູລິມະສິດ.

3.2. ມີໃບຢັງຢືນຖານະທາງດ້ານການນເງິນຈາກທະນາຄານຢູ່ ສປປ ລາວ.

3.3. ມີປະຫວັດການດໍາເນີນທຸລະກິດຈະແຈ້ງ, ບໍ່ມີໜີ້ສິນ, ຄ້າງປະຫວັດພັນທະຕ່າງໆກັບລັດມາກ່ອນ, ບໍ່ເຄີຍຖືກດໍາເນີນຄະດີ, ກ່າວໂທດ ຫຼື ຖືກປັບໄໜຍ້ອນການລະເມີດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ, ໂດຍສະເພາະແມ່ນການກະທໍາຜິດທີ່ກ່ຽວພັນກັບໄມ້.

  1. ລາຄາທີ່ໃຊ້ເປັນພື້ນຖານສໍາລັບການປະມູນລວມມີ: (1) ລາຄາພັນທະໄມ້, (2) ອາກອນມູນຄ່າເພີ່ມ ແລະ (3) ອາກອນກໍາໄລ.
  2. ຂັ້ນຕອນການປະມູນຂາຍໄມ້ຍຶດ ໃຫ້ດໍາເນີນໄປ 03 ຂັ້ນຕອນດັ່ງນີ້:

5.1 ຂັ້ນຕອນທີ່ 01:

5.1.1 ກໍລະນິໄມ້ຍຶດເປັນປະເພດໄມ້ທ່ອນ: ແມ່ນໃຫ້ຖືເອົາລາຄາຕາມແຈ້ງການລາຄາພັນທະໄມ້ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າວາງອອກ (ແຈ້ງການເລກທີ 1813/ອຄ,ກຂອ, ລົງວັນທີ 04 ກັນຍາ 2015) ບວກອາກອນມູນຄ່າເພີ້ມ (ອມພ) 10% ຈາກການຂາຍໄມ້ ແລະ ອາກອນກໍາໄລ (ອັດຕາກໍາໄລລວມ 20% ຂອງອັດຕາອາກອນກໍາໄລ 24%) ເຂົ້າໃສ່ນໍາ.
ຕົວຢ່າງ: ລາຄາພັນທະໄມ້ຍາງທ່ອນ (ເກຣດ ກ)

• ອາກອນມູນຄ່າເພີ່ມຈາກການຂາຍໄມ້: 927.000 ກີບ X 10% = 92.700 ກີບ

• ອາກອນກໍາໄລ: 927.000 ກີບ X 20% X 24% = 44.496 ກີບ

• ລາຄາພື້ນຖານສໍາລັບການປະມູນ: 927.00 + 92.700 + 44.469 = 1.064.196 ກີບ

5.1.2 ກໍລະນີໄມ້ຍຶດເປັນປະເພດໄມ້ຕີຕັບ: ໃຫ້ຄິດໄລ່ລາຄາໄມ້ຕີຕັບໂດຍ ເອົາລາຄາໄມ້ທ່ອນເກຣດ ກ ບວກເພີ້ມຂື້ນ 10% (ຍ້ອນໄມ້ໄດ້ຜ່ານການສ້າງມູນຄ່າເພີ້ມດ້ວຍການປຸງແຕ່ງເປັນໄມ້ຕີຕັບແລ້ວ). ຫຼັງຈາກນັ້ນ, ໃຫ້ບວກອາກອນມູນຄ່າເພີ້ມ (ອມພ) 10% ຈາກການຂາຍໄມ້ ແລະ ອາກອນກໍາໄລ (ອັດຕາກໍາໄລລວມ 20% ຂອງອັດຕາອາກອນກໍາໄລ24%) ເຂົ້າໃສ່ນໍາ.
ຕົວຢ່າງ: ລາຄາພັນທະໄມ້ຍາງຕິຕັບ

• ລາຄາໄມ້ຕີຕັບ: 927.000 ກີບ + 10% = 1.019.700 ກີບ

• ອາກອນມູນຄ່າເພີ້ມຈາກການຂາຍໄມ້: 1.019.700 ກີບ X 10% = 101.970 ກີບ

• ອາກອນກໍາໄລ: 1.019.700 ກີບ X 20% X 24% = 48.946 ກີບ

• ລາຄາພື້ນຖານສໍາລັບການປະມູນ: 1.019.700+101.970+48.946 = 1.170.616 ກີບ

5.1.3 ກໍລະນີໄມ້ຍຶດທີເປັນປະເພດໄມ້ແປຮູບ: ໃຫ້ຄິດໄລ່ລາຄາໄມ້ແປຮູບເອົາລາຄາໄມ້ທ່ອນ ເກຮດ ກ ບວກເພີ່ມຂຶ້ນ 15% (ຍ້ອນໄມ້ໄດ້ຜ່ານການສ້າງມູນຄ່າເພີ່ມດ້ວຍການປຸງແຕ່ງເປັນໄມ້ແປຮູບແລ້ວ). ຫຼັງຈາກນັ້ນໃຫ້ບວກອາກອນມູນຄ່າເພີ້ມ (ອມພ) 10% ຈາກການຂາຍໄມ້ ແລະ ອາກອນກຳໄລ (ອັດຕາກຳໄລ ລວມ 20% ຂອງອັດຕາອາກອນກຳໄລ 24%)ເຂົ້າໃສ່ນຳ.
ຕົວຢ່າງ: ລາຄາພັນທະໄມ້ຍາງແປຮູບ

  • ລາຄາໄມ້ແປຮູບ: 927.000 ກີບ+15%=1.066.050 ກີບ
  • ອາກອນມູນຄ່າເພີມຈາກການຂາຍໄມ້:1.066.050 ກີບ x 10%=106.605 ກີບ
  • ອາກອນກຳໄລ: 1.019.700 ກີບ x 20% x 24%=51.170ກີບ
  • ລາຄາພື້ນຖານສຳລັບການປະມູນ: 1.066.050 + 106.605+51.170 =1.223.825 ກີບ.

(ຫາກພາຍຫຼັງປະຕິບັດຕາມຂັ້ນຕອນທີ 01 ແລ້ວ ບໍ່ສາມາດຂາຍໄດ້ ແມ່ນໃຫ້ຄະນະຮັບຜິດຊອບການປະມູນຂາຍທີຍຶດເປັນຂອງລັດ ນະຄອນຫຼວງວຽງຈັນ, ບັນແຂວງເຮັດບົດບັນທຶຶກໄວ້ເປັນຫຼັກຖານ ແລະ ສືບຕໍ່ດຳເນີນການຂາຍໂດຍນຳໃຊ້ຂັ້ນຕອນທີ 02)

5.2 ຂັ້ນຕອນທີ 02: ໃຫ້ຄິດໄລ່ໂດຍເອົາຄຸນນະພາບໄມ້ຕົວຈິ່ງທີ່ຍັງເຫຼືອ (ຕາມການປະເມີນຂອງຄະນະຮັບຜິດຊອບການປະມູນຂາຍໄມ້ຍຶດຂັ້ນທ້ອງຖິ່ນ) ຄູນດ້ວຍລາຄາຂັ້້ນໄມ້ຕາມແຕ່ລະກໍລະນີຂອງປະເພດໄມ້ຍຶດທີ່ໄດ້ກ່າວມາໃນຂໍ້ 5.1 ຂ້າງເທິງ ເພື່ອເປັນລາຄາພື້ນຖານສຳລັບການປະມູນ.

ຕົວຢ່າງ:

5.2.1 ກໍລະນີໄມ້ທ່ອນ; ໄມ້ຍາງທ່ອນ ເກຮດ ກ ຜ່ານການກວດກາຄຸນນະພາບຄືນວ່າໄມ້ມີຄຸນນະພາບພຽງແຕ່ 70%.

ລາຄາພື້ນຖານສຳລັບການປະມູນ: 1.170.616 ກີບ x 70%=744.937 ກີບ.

5.2.2 ກໍລະນີໄມ້ຕີຕັບ: ຜ່ານການກວດກາຄຸນນະພາບຄືນເຫັນວ່າໄມ້ມີຄຸນນະພາບພຽງແຕ່70%.

ລາຄາພື້ນຖານສຳລັບການປະມູນ: 1.223.825 ກີບ x 70%=819.431 ກີບ.

5.2.3 ກໍລະນີໄມ້ແປຮູບຜ່ານການກວດກາຄຸນນະພາບຄືນເຫັນວ່າໄມ້ມີຄຸນນະພາບພຽງແຕ່70%.

ລາຄາພື້ນຖານສຳລັບການປະມູນ: 1.223.825 ກີບ x 70%=856.677

(ຫາກພາຍຫຼັງປະຕິບັດຕາມຂັ້ນຕອນທີ 02 ແລ້ວ ຍັງບໍ່ສາມາດຂາຍໄດ້ ແມ່ນໃຫ້ຄະນະຮັບຜິດຊອບການປະມູນຂາຍໄມ້ທີຍຶດເປັນຂອງລັດ ນະຄອນຫຼວງວຽງຈັນ, ບັນດາແຂວງ ເຮັດບົດບັນທຶກໄວ້ເປັນຫຼັກຖານ ແລະ ສືບຕໍ່ດຳເນີນການຂາຍໂດຍນຳໃຊ້ຂັ້ນຕອນທີ 03)

5.3 ຂັ້ນຕອນທີ 03: ພິຈາລະນາຂາຍໃນລາຄາສູງສຸດໃຫ້ແກ່ຜູ້ທີເຂົ້າຮ່ວມປະມູນສະເໜີໃນລາຄານັ້ນຢ່າງສົມເຫດສົມຜົນ

  1. ສຳລັບໄມ້ຍຶດທີເປັນປະເພດໄມ້ທ່ອນສັ້ນ (ໄມ້ກະດຸດ) ທີ່ບໍ່ສາມາດວັດແທກເປັນແມັດກ້ອນ ແລະ ຈັດຊັ້ນຄຸນນະພາບໄດ້, ຊຶ່ງຄະນະຮັບຜິດຊອບການປະມູນຂາຍໄມ້ຍຶດທີເປັນຂອງລັດຂັ້ນທ້ອງຖິ່ນໄດ້ສັງລວມຂໍ້ມູນນ້ຳໜັກເປັນໂຕນ. ໄມ້ຍຶດຈຳນວນນີ້ໃຫ້ຄະນະຮັບຜິດຊອບການປະມູນຂາຍໄມ້ທີຍຶດເປັນຂອງລັດປ່ຽນນ້ຳໜັກຂອງໄມ້ດັ່ງກ່າວຈາກໂຕນມາເປັນແມັດກ້ອນ ຕາມຫຼັກການປ່ຽນນ້ຳໜັກທີໄດ້ລະບຸໄວ້ໃນຂໍ້ຕົກລົງວ່າດ້ວຍລະບຽບການວັດແທກໄມ້ທ່ອນ, ຕໍໄມ້, ປູດໄມ້ ແລະ ການຈັດຊັ້ນຄຸນນະພາບໄມ້ທ່ອນ ເລກທີ 0116/ກປ.07 ລົງວັນທີ 17 ພຶດສະພາ 2007 ດັ່ງນີ້:

6.1 ໄມ້ຂະຍຸງ, ຄຳພີ 01ແມັດກ້ອນທຽບເທົ່າ 1,5 ໂຕນ;

6.2 ໄມ້ດູ່ ໄມ້ແຕ້ຄ່າ 01ແມັດກ້ອນທຽບເທົ່າ 1,2 ໂຕນ; ແລະ

6.3 ໄມ້ສະນິດອື່ນໆ 01ແມັດກ້ອນທຽບເທົ່າ 1 ໂຕນ

ຫຼັງຈາກນັ້ນ, ຈຶ່ງດຳເນີນປະມູນຂາຍໄມ້ຕາມຂັ້ນຕອນທີ່ໄດ້ລະບຸໄວ້ໃນຂໍ້ 5 ຂອງຄຳສັ່ງແນະນຳສະບັບນີ້.

  1. ການເກັບອາກອນ:

7.1 ອາກອນມູນຄ່າເພີ້ມ (10%) ແລະ ອາກອນກຳໄລ (ອັດຕາກຳໄລລວມ20%ຂອງອັດຕາອາກອນກຳໄລ24%) ແມ່ນໄດ້ຄິດໄລ່ເຂົ້າໃສ່ໃນໂຄງສ້າງຂອງລາຄາເພື່ອເປັນພື້ນຖານໃນການປະມູນແລ້ວ.

7.2 ອາກອນຂົນສົ່ງ (10%): ແມ່ນໃຫ້ເກັບນຳບໍລິສັດຂົນສົ່ງໄມ້, ລວມທັງຜູ້ຊະນະການປະມູນໄມ້ທີນຳໃຊ້ພາຫະນະທີຂຶ້ນທະບຽນໃນນາມບໍລິສັດຂົນສົ່ງຂອງຜູ້ກ່ຽວເພື່ອເຄື່ອນຍ້າຍໄມ້ທີໄດ້ຈາກການປະມູນ ຍົກເວັ້ນກໍລະນີຜູ້ຊະນະການປະມູນນຳໃຊ້ພາຫະນະທີ່ຂຶ້ນທະບຽນໃນນາມໂຮງງານທີ່ດຳເນີນກິດຈະການປຸງແຕ່ງໄມ້ເພື່ອຂົນສົ່ງ ແລະ ເຄື່ອນຍ້າຍໄມ້ເຂົ້າໂຮງງານ ແມ່ນບໍ່ໃຫ້ເກັບອາກອນນີ້.

  1. ໄມ້ທີ່ຍຶດເປັນຂອງລັດ ຕ້ອງໄດ້ຂຶ້ນບັນຊີເປັນຂອງຊັບສິນຂອງລັດກັບຂະແໜງການເງິນນະຄອນຫຼວງວຽງຈັນ ແລະ ບັນດາແຂວງ (ຫ້ອງການຄຸ້ມຄອງຊັບສິນຂອງລັດ) ໂດຍໃຫ້ມີການເຊັນຢັ້ງຢືນຮັບຮູ້ບັນຊີຮ່ວມກັນລະຫວ່າງຂະ   ແໜງກະສິກຳ ແລະ ປ່າໄມ້, ຂະແໜງການເງິນ ແລະ ຂະແໜງອຸດສາຫະກຳ ແລະ ການຄ້າ ເພື່ອຮັບປະກັນຄວາມເປັນເອກະພາບຕໍ່ບັນຊີ ແລະ ບໍລິມາດໄມ້ທີຍຶດເປັນຂອງລັດ ທີ່ຈະປະມູນຂາຍ.
  2. ຄ່າສິ້ນເປື່ອງຕ່າງໆທີ່ເກີດຂຶ້ນຈາກການຍຶດ, ການທ້ອນໂຮມ, ກນເກັບຮັກສາໄມ້, ການຈັດປະມູນຂາຍໄມ້ ແລະ ຄ່າສິ້ນເປື່ອງອື່ນໆ ແມ່ນອະນຸຍາດຈາກເງິນທີໄດ້ຮັບຈາກການຂາຍໄມ້, ໂດຍໃຫ້ປະຕິບັດຕາມຄຳສັ່ງນາຍຍົກລັດຖະມົນຕີ ວ່າດ້ວຍການຄຸ້ມຄອງເກັບລາຍຮັບຈາການຂາຍໄມ້ ແລະ ເຄື່ອງປ່າຂອງດົງ ເຂົ້າງົບປະມານເເຫຼ່ງລັດ ເລກທີ 57/ນຍ (ຂໍ້ 1.3 ງ: ເງິນລາຍຮັບຈາການຂາຍໄມ້ຍຶດ,ໃຫ້ຫັກຄ່າສິ້ນເປືອງ 10%, ຈຳນວນທີເຫຼືອແມ່ນມອບເຂົ້າເປັນລາຍຮັບງົບປະມານສູນກາງ 50% ແລະງົບປະມານແຂວງ, ນະຄອນຫຼວງວຽງຈັນ 50% ສໍາລັບເງິນປັບໄໝໃຫ້ມອບເຂົ້າເປັນລາຍຮັບງົບປະມານແຂວງ, ນະຄອນຫຼວງວຽງຈັນທັງໝົດ).
  3. ກໍລະນີພົບຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດແມ່ນໃຫ້ລາຍງານຂໍ້ທິດ ທ່ານເຈົ້າແຂວງ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອແກ້ໄຂ້ໃຫ້ທ່ວງທັນກັບສະພາບການ.
  4. ໃຫ້ຄະນະຮັບຜິດຊອບປະມູນຂາຍໄມ້ທີ່ຍຶດເປັນນຂອງລັດ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເກັບກຳຂໍ້ມູນການຂື້ືນບັນຊີໄມ້ຍຶດທີ່ມີຕົວຈິ່ງ ຜົນການປະມູນ ການຊຳລະເງີນຊື້ໄມ້ຍຶດ ແລະ ອື່ນໆ ແລ້ວສັງລວມລາຍງານຄວາມຄືບໜ້າໃຫ້ຄະນະຮັບຜິດຊອບການປະມູນຂາຍໄມ້ຂັ້ນສູນກາງ ຊາບທຸກວັນທີ 15 ຂອງແຕ່ລະເດືອນ.
  5. ຄຳສັ່ງແນະນຳສະບັບນີ້ມີຜົນສັກສິດນັບແຕ່ລົງລາຍເຊັນເປັນຕົ້ນໄປ ແລະ ນຳໃຊ້ປ່ຽນແທນສະບັບເລກທີ 2071/ອຄ.ກຂອ, ລົງວັນທີ 14 ພະຈິກ 2016

ດັ່ງນັ້ນ, ຈຶ່ງແຈ້ງມາຍັງ ທ່ານເພື່ອຊາບ ແລະ ປະຕິບັດຕາມນີ້ດ້ວຍ.

ລັດຖະມົນຕີ,
ນ. ເຂັມມະນີ ພົນເສນາ

 

# ຫົວຂໍ້ ດາວໂຫຼດ
1 ຄຳສັ່ງແນະນຳກ່ຽວກັບແນະນຳການຈັດຕັ້ງປະມູນຂາຍໄມ້ທີ່ຢຶດເປັນຂອງລັດ ສະບັບເລກທີ 0336/ອຄ.ກຂອ, ລົງວັນທີ 13 ມີນາ 2017. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.