ໃນໄລຍະຜ່ານມາ ສປປ ລາວ ໄດ້ສຳເລັດການປະເມີນບູລິມະສິດ ແລະ ຄວາມຕ້ອງການຂອງ ສປປ ລາວ ຕໍ່ກັບການຈັດຕັ້ງປະຕິບັດ ສັນຍາ ອຄ ໃນປີ 2009 ແລະ 2013. ພາຍຫຼັງທີ່ສັນຍາດັ່ງກ່າວ ໄດ້ຖືກຮອງຮັບໃນກອງປະຊຸມລະດັບລັດຖະມົນຕີ ທີ່ ບາລີ ໃນທ້າຍປີ 2013 ແລະ ໃນທ້າຍເດືອນກັນຍາ 2015, ສປປ ລາວ ໄດ້ແຈ້ງການໃຫ້ສັດຕະຍາບັນ ສັນຍາອຳນວຍຄວາມສະດວກທາງດ້ານການຄ້າ (ສັນຍາ ອຄ) ແກ່ອົງງການການຄ້າໂລກ ແລະ ໄດ້ແຈ້ງບັນດາມາດຕະການທີ່ສາມາດຈັດຕັ້ງປະຕິບັດໄດ້ ໝວດ A ຈຳນວນ 13/36 ມາດຕະການ ເຮັດໃຫ້ ສປປ ລາວ ເປັນປະເທດສະມະຊິກ WTO ທີ 18 ທີ່ແຈ້ງເຂົ້າຮ່ວມຈັດຕັ້ງປະຕິບັດສັນຍາດັ່ງກ່າວຢ່າງເປັນທາງການ. ປະຈຸບັນ, ສັນຍາ ອຄ ແມ່ນມີຜົນບັງຄັບໃຊ້ໃນວັນທີ 21 ກຸມພາ 2017 ພາຍຫຼັງ 2/3 ຂອງຈຳນວນປະເທດສະມາຊິກ WTO ໄດ້ໃຫ້ສັດຕະຍາບັນຕໍ່ສັນຍາດັ່ງກ່າວ. ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືກ່ຽວກັບການຈັດໝວດບັນດາມາດຕະການທາງດ້ານການຄ້າທີ່ນອນໃນສັນຍາອຳນວຍຄວາມສະດວກທາງການຄ້າ, ໂດຍສະເພາະແມ່ນການຢັ້ງຢືນມາດຕະການທີ່ນອນໃນໝວດ B ຈຳນວນ 07 ມາດຕະການ, ພ້ອມທັງ ກຳນົດເວລາໃນການຈັດຕັ້ງປະຕິບັດ ແລະ ກຳນົດ 16 ມາດຕະການທີ່ຍັງເຫຼືອເຂົ້າໃນໝວດ C ຊື່ງເປັນມາດຕະການທີ່ຕ້ອງການຊ່ວຍເຫຼືອທາງດ້ານເຕັກນິກ ແລະ ງົບປະມານໃນການຈັດຕັ້ງປະຕິບັດບັນດາມາດຕະການດັ່ງກ່າວ ເພື່ອແຈ້ງຫາຫ້ອງການອົງການການຄ້າໂລກຢ່າງເປັນທາງການຕາມກຳນົດເວລາ.

     ທ່ານ ເຂັມເດັດ ສີຫາວົງ, ຮອງຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກ່າວວ່າ: “ລັດຖະບານໄດ້ເອົາໃຈໃສ່ປັບປຸງວຽກງານອຳນວຍຄວາມສະດວກທາງດ້ານການຄ້າເພື່ອສ້າງສະພາບແວດລ້ອມທາງທຸລະກິດໃນ ສປປ ລາວ ໃຫ້ສອດຄ່ອງກັບສະພາບ ແລະ ພັນທະສັນຍາຕໍ່ກັບສາກົນຊຶ່ງການຈັດຕັ້ງປະຕິບັດການຈັດປະເພດມາດຕະການທີ່ນອນຢູ່ໃນໝວດ B ແລະ C ແມ່ນໜຶ່ງໃນບຸລິມະສິດຂອງແຜນດຳເນີນງານວຽກງານອຳນວຍຄວາມສະດວກທາງການຄ້າໃນໄລຍະປີ 2017-2022. ຜ່ານການເກັບກຳຂໍ້ມູນ ແລະ ເຮັດວຽກກັບຂະແໜງການທີ່ກ່ຽວຂ້ອງ, ກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ (ກຂອຄ) ສາມາດຈັດໝວດມາດຕະການທາງດ້ານການຄ້າ ແລະ ກຳນົດເວລາໃນການຈັດຕັ້ງປະຕິບັດເບື້ອງຕົ້ນ ສຳລັບໝວດ B ມາດຕະການທີ່ຍັງຕ້ອງການເວລາໃນການປັບປຸງບັນດານິຕິກຳ ແລະ ຄວາມພ້ອມໃນການຈັດຕັ້ງປະຕິບັດສັນຍາ ອຄ ແລະ ໝວດ C ເປັນບັນດາມາດຕະການທີ່ຕ້ອງການເວລາ ແລະ ຕ້ອງການຂໍຄວາມຊ່ວຍເຫຼືອຈາກຕ່າງປະເທດ”.

     ໃນການຈັດຕັ້ງປະຕິບັດສັນຍາ ອຄ ນີ້, ສຳລັບປະເທດທີ່ກຳລັງພັດທະນາ ກໍຄື ສປປ ລາວ ຈະເລີ່ມປະຕິບັດ ສັນຍາ ອຄ ພຽງແຕ່ບາງສ່ວນ ຕາມທີ່ໄດ້ກຳນົດໄວ້ໃນ “ໝວດ A” ໂດຍທັນທີ, ນອກຈາກນີ້ ກໍຕ້ອງລະບຸວ່າ ຈະເລີ່ມປະຕິບັດມາດຕະການທີ່ນອນໃນ   ໝວດ B ໃນເວລາໃດ ເຊັ່ນດຽວກັນກັບມາດຕະການທີ່ນອນໃນໝວດ C ຕ້ອງໄດ້ກຳນົດໄລຍະເວລາ ແລະ ຄວາມຕ້ອງການການຊ່ວຍເຫຼືອ ເຮັດໃຫ້ການປະຕິບັດພັນທະບັນດາດັ່ງກ່າວສຳເລັດ ເຊິ່ງໝວດດັ່ງກ່າວນີ້ສາມາດຈັດຕັ້ງປະຕິບັດໄດ້ພາຍຫຼັງ. 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.