ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ນາຍົກລັດຖະມົນຕີ        ເລກທີ 02/ນຍ
ນະຄອນຫລວງວຽງຈັນ, ວັນທີ 01/02/2018

ຄຳສັ່ງ

ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານ
ໃນການດຳເນີນທຸລະກິດ ຢູ່ ສປປ ລາວ

ເຖີງ: ບັນດາ ທ່ານ ລັດທະມົນຕີ, ຫົວໜ້າອົງການລັດທຽບເທົ່າກະຊວງ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາ ທ່ານ ເຈົ້າແຂວງ ໃນຂອບເຂດທົ່ວປະເທດ.

  • ອີງຕາມ ກົດໝາຍວ່າດ້ວຍ ລັດຖະບານ ສະບັບເລກທີ 04/ສພຊ, ລົງວັນທີ 08 ພະຈິກ 2016;
  • ອີງຕາມ ກົດໝາຍວ່າດ້ວຍ ການສົ່ງເສີມລົງທືນ ສະບັບເລກທີ 14/ສພຊ, ລົງວັນທີ 17/11/2016;
  • ອີງຕາມ ບົດລາຍງານຂໍທິດຊີ້ນຳກ່ຽວກັບການປັບປຸງບັນຍາກາດໃນການດຳເນີນທຸລະກິດ ຂອງ ສປປ ລາວ ສະບັບເລກທີ 1825/ຜທ.ລທ2, ລົງວັນທີ 8 ກັນຍາ 2017;
  • ອີງຕາມ ການຕົກລົງ ແລະ ຊີ້ນຳ ຂອງກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນ ພະຈິກ 2017;
  • ອີງຕາມໜັງສືສະເໜີຂອງກະຊວງແຜນການ ແລະ ການລົງທືນ ສະບັບເລກທີ 3150/ກຜທ.ລທ2, ລົງວັນທີ22 ທັນວາ 2017.

ເພື່ອປັບປຸງບັນຍາກາດໃນການດຳເນີນທຸລະກິດ ຢູ່ ສປປ ລາວ ໃຫ້ດີຂື້ນ ແນໃສ່ຍາດແຍ່ງ ແລະ ດຶງດູດເອົາການລົງທືນທີ່ມີຄຸນນະພາບ, ຊຸກຍູ້ສົ່ງເສີມ ແລະ ສ້າງຂີດຄວາມອາດສາມາດໃນການແຂ່ງຂັນຂອງທຸລະກິດພາຍໃນໃຫ້ສູງຂື້ນ ກໍຄືການແກ້ໄຂຄວາມຫຍຸ້ງຍາກຂອງການດຳເນີນທຸລະກິດພາຍໃນປະເທດ ໃຫ້ຫຼຸດລົງແບບກ້າວກະໂດດ ໂດຍການຫຼຸດຜ່ອນຂັ້ນຕອນ ແລະ ເວລາໃນການອອກອະນຸຍາດຕ່າງໆ ຂອງຂະແໜງການທີ່ກ້ຽວຂ້ອງ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ມີຜົນສັກສິດ, ຫຼຸດຜ່ອນຕົ້ນທຶນໃນການດຳເນີນກິດຈະການຂອງພາກທຸລະກິດ ແລະ ເຮັດໃຫ້ນັກລົງທຶນພາຍໃນ ແລະ ຕ່າງປະເທດ ເຊື່ອໝັ້ນ ແລະ ຕັດສິນໃຈເຂົ້າມາດຳເນີນ ແລະ ຂະຫຍາຍທຸລະກິດຢູ່ປະເທດເຮົາ ໃຫ້ນັບມື້ນັບຫຼາຍກາຍເປັນກຳລັງແຮງທີ່ສຳຄັນ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ໃຫ້ບັນລຸຄາດໝາຍທີ່ວາງໄວ້, ສ້າງພື້ນຖານເສດຖະກິດແຫ່ງຊາດ ຂອງປະເທດເຮົາໃຫ້ເຕີບໂຕຢ່າງໜັກແໜ້ນ, ໝັ້ນທ່ຽງ, ຕາມທິດຍືນຍົງ ແລະ ສີຂຽວ ທີ່ລະບຸໄວ້ໃນມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ.

ນາຍົກລັດຖະມົນຕີອອກຄຳສັ່ງ:

1.  ໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖີ່ນ ໃນຂອບເຂດທົ່ວປະເທດ ທີ່ມີພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບ ແລະ ຂອບເຂດສິດ ທີ່ຕິດພັນໂດຍກົງກັບບັນດາຕົວຊີ້ວັດຄວາມສະດວກ ຂອງການດຳເນີນທຸລະກິດຢູ່ ສປປ ລາວ ຈັດຕັ້ງປະຕິບັດການແກ້ໄຂ, ຫຼຸດຂອດຂັ້ນ ແລະ ໄລຍະເວລາ ຂອງການອອກອະນຸຍາດຕ່າງໆ ໃນປີ 2018 ແລະ ປີ 2019 ດັ່ງນີ້:

 1.1 ມອບໃຫ້ ກະຊວງແຜນການ ແລະ ການລົງທືນ ປະຕິບັດ ດັ່ງນີ້:

(1)  ຈັດຕັ້ງປະຕິບັດກົນໄກການບໍລິການລົງທຶນຜ່ານປະຕູດຽວ ໃຫ້ເປັນຮູບປະທຳໂດຍໄວ, ໂດຍປັບປຸງແກ້ໄຂຂອດການປະສານ   ສົມທົບກັບຂະແໜງການກ່ຽວຂ້ອງ ໃນການຄົ້ນຄວ້າພິຈາລະນາອະນຸມັດເອກະສານການຂໍອະນຸຍາດລົງທຶນ ແລະ ການບໍລິການ ພາຍຫຼັງອອກໃບອະນຸຍາດລົງທຶນໃຫ້ລວມສູນ, ເປັນເອກະພາບ, ຫຼຸດຜ່ອນຂັ້ນຂອດ ແລະ ເວລາຂໍອະນຸຍາດລົງທຶນ ໃຫ້ສັ້ນເຂົ້າ     ແຕ່ໃຫ້ໂປ່ງໃສ ແລະ ຮັບປະກັນຄວາມຖືກຕ້ອງຕາມກົດໝາຍ ແລະ ລະບຽບການ; ໃຫ້ຫ້ອງການບໍລິການລົງທຶນປະຕູດຽວ,       ກົມສົ່ງເສີມການລົງທືນ, ກະຊວງແຜນການ ແລະ ການລົງທຶນ ສ້າງກົນໄກແຈ້ງໃຫ້ຜູ້ລົງທຶນຊາບຄວາມຄືບໜ້າ ຂອງການຄົ້ນ   ຄວ້າພິຈາລະນາການສະເໜີຂອງຜູ້ລົງທືນ.
(2)  ເປັນໃຈກາງປະສານກັບຂະແໜງການກ່ຽວຂ້ອງ ເພື່ອຕິດຕາມຄວາມຄືບໜ້າໃນການແກ້ໄຂບັນດາຂອດຂັ້ນ ແລະ ຄວາມ   ຫຍຸ້ງຍາກ ຕາມ 10 ຕົວຊີ້ວັດທີ່ທະນາຄານໂລກ ໄດ້ຍົກໃຫ້ເຫັນໃນບົດລາຍງານຂໍທິດຊີ້ນຳກ່ຽວກັບການປັບປຸງບັນຍາກາດ ໃນ   ການດຳເນີນທຸລະກິດຂອງ ສປປ ລາວ ສະບັບເລກທີ 1825/ຜທ.ລທ2, ລົງວັນທີ 8 ກັນຍາ 2017, ແລ້ວລາຍງານຄວາາມຄືບ   ໜ້າໃນການປັບປຸງ-ແກ້ໄຂຕໍ່ກອງປະຊຸມຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທືນ ຂັ້ນສູນກາງ ແລະ ລັດຖະບານ     ທຸກໆໄຕມາດ ແນ່ໃສ່ເຮັດໃຫ້ ອັນດັບຄວາມສະດວກໃນການດຳເນີນທຸລະກິິດ ຂອງ ສປປ ລາວ ດີຂື້ນກວ່າເກົ່າໃນປີ 2019.
 (3)  ປັບປຸງກົນໄກການເຜີຍແຜ່ກົດໝາຍ ແລະ ບັນດານະໂຍບາຍ ກໍຄືລະບຽບການ ທີ່ກ່ຽວຂ້ອງກັບວຽກງານການສົ່ງເສີມ        ການລົງທືນ.

1.2 ມອບໃຫ້ ກະຊວງອຸດສາຫະກຳ ແລະ ການຄ້າ ປະຕິບັດ ດັ່ງນີ້:

1.2.1. ເປັນເຈົ້າການປະສານກັບຂະແໜງການເງິນ, ຂະແໜງປ້ອງກັນຄວມສະຫງົບ, ຂະແໜງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ແລະ ຂະແໜງການທີ່ກ່ຽວຂ້ອງ ເລັ່ງປັບປຸງແກ້ໄຂຄວາມຫຍຸ້ງຍາກ ທີ່ພົວພັນ ກັບຕົວຊີ້ວັດທີ 1: ຕົວຊີ້ວັດ ການເລີ່ມຕົ້ນທຸລະກິດ ເປັນຕົ້ນແມ່່ນ:

(1)  ປັບປຸງລະບຽບການ, ມາດຕະການ ໃນການບໍລິການແຈ້ງຂື້ນທະບຽນສ້າງຕັ້ງວິສາຫະກິດ (ສ່ວນບຸກຄົນ ຫຼື ນິຕິບຸກຄົນ) ໃຫ້ມີຄວາມສະດວກ, ກະທັດຮັດ ແລະ ວ່ອງໄວ. ພາຍຫຼັງຂື້ນທະບຽນສ້າງຕັ້ງວິສາຫະກິດ (ສ່ວນບຸກຄົນ ຫຼື ນິຕິບຸກຄົນ) ແລ້ວ, ກ່ອນຈະດຳເນີນທຸລະກິດໃດໜື່ງໄດ້ນັ້ນ ຕ້ອງຂໍອະນຸຍາດປະກອບທຸລະກິດນຳຂະແໜງການທີີ່ກ່ຽວຂ້ອງກ່ອນ;
(2)  ຄົ້ນຄວ້າປັບປຸງ ແລະ ປະກາດໃຊ້ບັນດານິຕິກຳທີ່ກ່ຽວຂ້ອງກັບການໃຫ້ບໍລິການແຈ້ງຂື້ນທະບຽນສ້າງຕັ້ງວິສາຫະກິດ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດຢູ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ພາຍໃນໄຕມາດທີີ່ໜື່ງ ຂອງປີ 2018;
(3)  ກະກຽມສ້າງເງື່ອນໄຂທີ່ຈຳເປັນຕ່າງໆ ເພື່ອຂື້ນທະບຽນວິສາຫະກິດ ທາງອີເລັກໂຕຣນິກ (ຫຼື ທະບຽນວິສສາຫະກິດ Online) ໃຫ້ສໍາເລັດພາຍໃນປີ 2019;
(4)  ປະຕິບັດຂັ້ນຕອນການຈົດທະບຽນກົດລະບຽບ ແລະ ຂັ້ນຕອນການຈົດທະບຽບຊັບສິນ ຂອງວິສາຫະກິດໃຫ້ໄວຂື້ນກວ່າເກົ່າ ພາຍຫຼັງໄດ້ລະຫັດຜູ້ເສຍອາກອນ ແລະ ໄດ້ຮັບອະນຸຍາດດຳເນີນທຸລະກິດຕ່າງໆທີ່ກ່ຽວຂ້ອງຢ່າງຄົບຖ້ວນແລ້ວ;
(5)  ປັບປຸງລະບົບການອອກລະຫັດຜູ້ເສຍອາກອນ ໂດຍໃຫ້ອອກພ້ອມກັນກັບການອອກທະບຽນວິສາຫະກິດ ແລະ ໃຫ້ດັດປັບ ຫຼື ຕັດອອກຂັ້ນຂອດຕ່າງໆ ທີ່ບໍ່ຈຳເປັນ ເຊັ່ນ: ເອກະສານບັນຊີເງິນຝາກ ຂອງຜູ້ອຳນວຍການ, ບັນຊີພະນັກງານ, ເອກະສານສັນຍາເຊົ່າຫ້ອງການ ແລະ ອື່ນໆ ແຕ່ໃຫ້ວິສາຫະກິດ ສະໜອງເອກະສານໃນການດຳເນີນທຸລະກິດດັ່ງກ່າວໃຫ້ຄົບຖ້ວນພາຍຫຼັງທີ່ວິສາຫະກິດ ໄດ້ຮັບອະນຸຍາດໃນການລົງທຶນແລ້ວ;
(6)  ປັບປຸງຂັ້ນຕອນການຄວັດຕາປະທັບ ໃຫ້ສອດຄ່ອງກັບ ມາດຕາ 21 (ປັບປຸງ) ຂອງກົດໝາຍວ່າດ້ວຍວິສາຫະກິດ.
(7)  ລົບລ້າງການຂໍອານຸຍາດຂື້ນປ້າຍສຳລັບວິສາຫະກິດ (ເນືື່ອງຈາກເປັນປ້າຍກ່ຽວກັບການບອກຊື້ ບໍ່ແມ່ນປ້າຍໂຄສະນາ), ແຕ່ໃຫ້ສ້າງລະບຽບການກຳນົດມາດຕະຖານປ້າຍສຳລັບວິສາຫະກິດໃຫ້ລະອຽດ (ຂະໜາດຂອງປ້າຍ, ຕົວໜັງສື, ສີພື້ນ ແລະ ລາຍລະອຽດອື່ນໆ) ແລະ ກຳນົດມາດຕະການໃນການຄຸ້ມຄອງ ເພື່ອໃຫ້ຂະແໜງອຸດສາຫະກຳ ແລະ ການຄ້າ ແຈ້ງໃຫ້ຜູ້ດຳເນີນທຸລະກິດຊາບ ແລະ ປະຕິບັດ ພາຍຫຼັງຂື້ນທະບຽນວິສາຫະກິດແລ້ວ. ການສ້າງລະບຽບດັ່ງກ່າວ ກໍໃຫ້ມີລັກສະນະຢຶດຢຸນ (ບໍ່ເດັດຖານເກີນໄປ) ເພື່ອສະດວກໃຫ້ຜູ້ປະກອບໃນການຈັດຕັ້ງປະຕິບັດ.

1.2.2. ເປັນເຈົ້າການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ທີ່ພົວພັນເຖີງໜ້າວຽກໃນຕົວຊີ້ວັດທີ່ 8: ຕົວຊີ້ວັດການຄ້າຂ້າມແດນ ປັບປຸງບັນດານິຕິກຳ ແລະ ຂັ້ນຕອນ ກ່ຽວກັບການຂໍອະນຸຍາດນຳເຂົ້າ-ສົ່ງອອກສິນຄ້າຂ້າມແດນ ໃຫ້ມີຄວາມສະດວກວ່ອງໄວ ເຮັດໃຫ້ຂະບວນການອະນຸຍາດນຳເຂົ້າ ແລະ ສົ່ງອອກ ສັ້ນເຂົ້າ ໂດຍແນໃສ່ເຮັດໃຫ້ໄລຍະເວລາໃນຂະບວນການນຳເຂົ້າ ແລະ ສົ່ງອອກ ຫຼຸດລົງໃຫ້ໄດ້ຢ່າງໜ້ອຍ 50% ໃນປີ 2019 ເປັນຕົ້ນແມ່ນ:

(1)  ປະສານສົມທົບກັບ ຂະແໜງການເງີນ, ຂະແໜງສາທາລະນະສຸກ, ຂະແໜງໂຍທາທິການ ແລະ ຂົນສົ່ງ, ຂະແໜງກະສິກຳ ແລະ ປ່າໄມ້, ຂະແໜງວິທະຍາສາດ ແລະ ເຕັກໂນໂລຢິ, ຂະແໜງພະລັງງານ ແລະ ບໍ່ແຮ່, ຂະແໜງຖະແຫຼງຂ່າວ ວັດທະນາທຳ ແລະ ທ່ອງທ່ຽວ, ຂະແໜງທະນາຄານ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ຮີບຮ້ອນຄົ້ນຄວ້າປຶກສາກັນເພື່ອຫຼຸດຂັ້ນຂອດ, ເວລາ ແລະ ເອກະສານ ທີ່ບໍ່ ຈຳເປັນໃນການອະນຸຍາດການນຳເຂົ້າ ແລະ ສົ່ງອອກສິນຄ້າ ລົງຕື່ມ;
(2) ປະສານສົມທົບກັບຂະແໜງການເງິນ ປັບປຸງຂັ້ນຕອນດຳເນີນການແຈ້ງເອກະສານການນຳເຂົ້າ ແລະ ສົ່ງອອກສິນຄ້າ ທີີ່ດ່ານຊາຍແດນ ໃຫ້ມີຄວາມກະທັດຮັດ ແລະ ວ່ອງໄວຂື້ນກວ່າເກົ່າ, ຂັ້ນຂອດໃດ ບໍ່ຈຳເປັນແມ່ນໃຫ້ຕັດອອກ;
(3) ເປັນເຈົ້າການປະສານສົມທົບກັບຂະແໜງໂຍທາທິການ ແລະ ຂົນສົ່ງ ກວດກາຄືນ ສີ່ງຂີດຂວາງທາງດ້ານການຂົນສົ່ງພາຍໃນ ໂດຍສະເພາະ ການຕັ້ງດ່ານກວດຂອງເຈົ້າໜ້າທີ່ຕາມເສັ້ນທາງ ແລ້ວນຳສະເໜີເພື່ອລົບລ້າງດ່ານກວດກາ ທີ່ບໍ່ຈຳເປັນຕາມເສັ້ນທາງ.

1.3 ມອບໃຫ້ ກະຊວງໂຍທາທິການ ແລະ ຂົນສົ່ງ ປະຕິບັດ ດັ່ງນີ້:
ເປັນເຈົ້າການເລັ່ງປັບປຸງແກ້ໄຂຄວາມຫຍຸ້ງຍາກທີ່ພົວພັນກັບຕົວຊີ້ວັດທີ 2: ຕົວຊີ້ວັດການຂໍອະນຸຍາດປຸກສ້າງ ເປັນຕົ້ນແມ່ນ:

(1)  ກວດກາບັນດາເອກະສານ ແລະ ເນື້ອໃນແບບຟອມການຂໍອະນຸຍາດປຸກສ້າງຄືນໃໝ່, ເອກະສານໃດ ຫຼື ເນື້ອໃນໃດທີ່ບໍ່ຈຳເປັນ ແມ່ນໃຫ້ຕັດອອກ;
(2)  ເອົາແບບຟອມການຂໍໃບອະນຸຍຍາດປຸກສ້າງ, ລວມທັງລະບຽບການຕ່າງໆທີ່ກ່ຽວຂ້ອງ ເຂົ້າໃນເວັບໄຊ ຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ໃນຕົ້ນປີ 2018 ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ສະເໜີຂໍອະນຸຍາດປຸກສ້າງ, ບໍ່ຈຳເປັນຕ້ອງເຂົ້າໄປຊື້ແບບຟອມຢູ່ພະແນກການກ່ຽວຂ້ອງ;
(3)  ຫຼຸດຜ່ອນ ຫຼື ຕັດຂັ້ນຕອນ ແລະ ເວລາ ໃນການຂໍອະນຸຍາດປຸກສ້າງທີ່ບໍ່ຈຳເປັນອອກ ຈາກ 11 ຂັ້ນຕອນໃຫ້ຍັງເຫຼືອບໍ່ເກີນ 7 ຂັ້ນຕອນ ແລະ ຈາກ 83 ວັນ ໃຫ້ຍັງເຫຼືອບໍ່ເກີນ 45 ວັນ ໃນປີ 2018 ແລະ ບໍ່ເກີນ 30 ວັນ ໃນປີ 2019.

1.4 ມອບໃຫ້ ກະຊວງພະລັງງານ ແລະ ບໍ່ແຮ່ ປະຕິບັດ ດັ່ງນີ້:
ເປັນເຈົ້າການຊີ້ນຳລັດວິສາຫະກິດໄຟຟ້າລາວ ເລັ່ງປັບປຸງແກ້ໄຂຄວາມຫຍຸ້ງຍາກ ທີ່ພົວພັນກັບຕົວຊີ້ວັດທີ 3: ຕົວຊີ້ວັດການຕິດຕັ້ງໄຟຟ້າ ເປັນຕົ້ນແມ່ນ:

(1)  ຫຼຸດຂັ້ນຕອນ ແລະ ໄລຍະເວລາ ການຕິດຕັ້ງໄຟຟ້າ ລົງຕື່ມ ຈາກທີ່ມີ 6 ຂັ້ນຕອນໃນປັດຈຸບັນ ໃຫ້ເຫຼືອບໍ່ເກີນ 5 ຂັ້ນຕອນ ແລະ ຈາກ 134 ວັນ ໃຫ້ເຫຼືອບໍ່ເກີນ 50 ວັນ ໃນປີ 2018 ແລະ ບໍ່ເກີນ 40 ວັນ ໃນປີ 2019 ໂດຍສະເພາະສຳລັບບໍລິສັດຮັບເໝົາກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ, ໃຫ້ກຳນົດມາດຕະຖານ  ແລະ ໄລຍະເວລາການໃຫ້ບໍລິການການຕິດຕັ້ງໄຟຟ້າ ລວມທັງການຕິດຕັ້ງໝໍ້ແປງ, ໂດຍສະເລ່ຍບໍ່ໃຫ້ເກີນ 30 ວັນ ໃນປີ 2018 ແລະ ບໍ່ເກີນ 25 ວັນ ໃນປີ 2019. ສຳລັບການສ້າງຕາຂ່າຍໄຟຟ້າທີ່ມີຄວາມແຮງ 22 ກວ ໃຫ້ປະຕິບັດຕາມເງື່ອນໄຂລວງຍາວ ແລະ ສີ່ງແວດລ້ອມຂອງແຕ່ລະໜ້າວຽກ.
(2)  ຕິດຕາມ ແລະ ກວດກາມາດຕະຖານຂອງການບໍລິການ ຂອງບໍລິສັດທີ່ໃຫ້ບໍລິການການຕິດຕັ້ງໄຟຟ້າຢ່າງເຂັ້ມງວດ, ຖ້າຫາກພົບເຫັນການດຳເນີນການ ແລະ ບໍລິການຊັກຊ້າ ບໍ່ໄດ້ຕາມມາດຕະຖານ ໃຫ້ດຳເນີນມາດຕະການກ່າວເຕືອນ ແລະ ປະຕິບັດວິໄນ ໂດຍສະເໜີໃຫ້ຂະແໜງການກ່ຽວຂ້ອງຍົກເລີກໃບອະນຸຍາດດຳເນີນກິດຈະການບໍລິການຕິດຕັ້ງໄຟຟ້າຂອງບໍລິສັດດັ່ງກ່າວ.
(3)  ຮິບຮ້ອນປັບປຸງລະບົບການສະໜອງໄຟຟ້າ ໃຫ້ມີສະຖຽນລະພາບ ແລະ ຮັບປະການບໍ່ໃຫ້ມີສະພາບໄຟຟ້າຕົກຢູ່ເລື່ອຍໆແນ່່ໃສ່ເຮັດໃຫ້ດັດສະນີຄວາມສະຖຽນລະພາບຂອງການສະໜອງໄຟຟ້າ ແລະ ຄວາມໂປ່ງໃສຂອງອັດຕາຊົມໃຊ້ໄຟຟ້າຢູ່ ສປປ ລາວ (Reliability of supply and transparency of tariff Index of Lao PDR) ມີອັນດັບທີີ່ດີຂື້ນ.

1.5 ມອບໃຫ້ ກະຊວງຊັບບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປະຕິບັດດັ່ງນີ້:
ເປັນເຈົ້າການປັບປຸງແກ້ໄຂຄວາມຫຍຸ້ງຍາກທີ່ພົວພັນກັບຕົວຊີ້ວັດທີ 4: ຕົວຊີ້ວັດການຂື້ນທະບຽນຊັບສິນ ໂດຍປັບປຸງຂັ້ນຕອນ ແລະ ໄລຍະເວລາການຂື້ນທະບຽນຊັບສິນທີ່ດິນ, ການໂອນກຳມະສິດນຳໃຊ້, ການເຊົ່າ, ການສຳປະທານທີ່ດິນ ໃຫ້ໄວຂື້ນ ໂດຍໃຫ້ຫຼຸດຂັ້ນຕອນເຫຼືອໜ້ວຍກວ່າ 4 ຂັ້ນຕອນ ແລະ ນຳໃຊ້ເວລາສັ້ນກວ່າ 53 ວັນ ໃນປີ 2018 ແລະ ສັ້ນກວ່າ 40 ວັນ ໃນປີ 2019.

1.6 ມອບໃຫ້ ທະນາຄານແຫ່ງ ສປປ ລາວ ປະຕິບັດ ດັ່ງນີ້:
ເປັນເຈົ້າການປະສານກັບຄະນະກຳມະການຄຸ້ມຄອງຕະຫຼາດຫຼັກຊັບ ປັບປຸງແກ້ໄຂຄວາມຫຍຸ້ງຍາກທີ່ພົວພັນ ກັບຕົວຊີ້ວັດທີ່ 5: ຕົວຊີ້ວັດການເຂົ້າເຖີງສິນເຊື່ອ ແລະ ຕົວຊີ້ວັດທີ່ 6: ຕົວຊີ້ວັດການປົກປ້ອງນັກລົງທືນຂະໜາດນ້ວຍ ແລະ ຜູ້ຖືຫຸ້ນສ່ວນນ້ວຍ ເປັນຕົ້ນແມ່ນ:

(1)  ປັບປຸງດັດຊະນີວ່າດ້ວຍວຽກງານເຂົ້າເຖີງສິນເຊື່ອໃຫ້ດີຂື້ນ ໂດຍສະເພາະດັດຊະນີຄວາມເຂັ້ມແຂງຂອງກົດໝາຍ ແລະ ລະບຽບທີ່ປົກປ້ອງຜູ້ກູ້ຢືມ ແລະ ຜູ້ໃຫ້ຢືມ ໃຫ້ສູງກວ່າລະດັບ 6, ດັດຊະນີຄວາມສະດວກໃນການເຂົ້າເຖິງຂໍ້ມູນຂ່າວສານສິນເຊື່ອໃຫ້ສູງກວ່າລະດັບ 5, ອັດຕາການຄວບຄຸມຂອງລະບົບຖານຂໍ້ມູນຜູ້ກູ້ຂອງລັດ ໃຫ້ຕ່ຳກວ່າ11,2% ແລະ ອັດຕາການຄວບຄຸມຂອງລະບົບຖານຂໍ້ມູນຂອງເອກະຊົນ ໃຫ້ສູງກວ່າ 0%;
(2)  ປັບປຸງດັດຊະນີຄຸນນະພາບຂອງກົດລະບຽບກ່ຽວກັບການຫ້າມບໍ່ໃຫ້ເກີດຜົນປະໂຫຍດທັບຊ້ອນ ທີ່ຢູ່ໃນລະດັບ 3,3 ໃຫ້ສູງຂື້ນກວ່າລະດັບ 4,3 ແລະ ດັດຊະນີຄຸນນະພາບຂອງການຄຸ້ມຄອງຜູ້ຖືຮຸ້ນທີ່ຢູ່ໃນລະດັບ 3 ໃຫ້ສູງຂື້ນກວ່າລະດັບ 6,3. ຄຽງຄູ່ກັນນັ້ນ, ກໍໃຫ້ຄະນະກຳມະການຄຸ້ມຄອງຕະຫຼາດຫຼັກຊັບສຶບຕໍ່ຄົ້ນຄວ້າ ແລະ ກຳນົດລະບຽບການໃນການຄຸ້ມຄອງບໍລິຫານ (Corporate Governance) ໃຫ້ສຳເລັດໃນໄຕມາດທີ 2 ຂອງປີ 2018.

1.7 ມອບໃຫ້ ກະຊວງ ການເງີນ ປະຕິບັດ ດັ່ງນີ:

(1)  ເປັນເຈົ້າການເລັ່ງປັບປຸງແກ້ໄຂຄວາມຫຍຸ້ງຍາກທີ່ພົວພັນກັບຕົວຊີ້ວັດທີ 7: ຕົວຊີ້ວັດການເສຍອາກອນ, ໃນນັ້ນ ການຄົ້ນຄວ້າປັບປຸງຈຳນວນຄັ້ງ ແລະ ເວລາໃນການເສຍອາກອນຕ່າງໆ ຂອງບັນດາວິສາຫະກິດ, ໂດຍສະເໜີໃຫ້ມີການປັບປຸງກົດໝາຍທີ່ກ່ຽວຂ້ອງ ເປັນຕົ້ນແມ່ນປັບປຸງຫຼຸດຈຳນວນຄັ້ງໃນການຊຳລະອາກອນກຳໄລ 4 ຄັ້ງຕໍ່ປີ ໃຫ້ເຫຼືອ 1 ຄັ້ງຕໍ່ປີ ແລະ ປັບປຸງກົນໄກການຊຳລະອາກອນປະກັນສັງຄົມ ໃຫ້ສະດວກ ແລະ ວ່ອງໄວກວ່າເກົ່າ. ພ້ອມກັນນັ້ນ, ກໍໃຫ້ພະຍາຍາມຫຼຸດເວລາໃນການຊຳລະອາກອນ ຈາກ 182 ຊົ່ວໂມງ/ປີ ໃຫ້ເຫຼື່ອໜ້ວຍທີ່ສຸດ.
(2)  ປັບປຸງຂັ້ນຕອນການເກັບພາສີ-ອາກອນ ໃນເວລາການນຳເຂົ້າສິນຄ້າທີ່ດ່ານຊາຍແດນໃຫ້ມີຄວາມກະທັດຮັດ ແລະ ວ່ອງໄວກວ່າເກົ່າ.

1.8 ມອບໃຫ້ ກະຊວງຍຸຕິທຳ ແລະ ອົງການຕຸລາການ ປະຕິບັດ ດັ່ງນີ້:
ເປັນເຈົ້າການ ຄົ້ນຄວ້າສ້າງ ແລະ ປັບປຸງບັນດານິຕິກຳທີ່ພົວພັນກັບ ຕົວຊີ້ວັດທີ່ 9: ຕົວຊີ້ວັດການບັງຄັບໃຊ້ສັນຍາ ແລະ  ຕົວຊີ້ວັດທີ່ 10: ຕົວຊີ້ວັດການແກ້ໄຂບັນຫາການລົ້ມລະລາຍ ຕາມພາລະບົດບາດເປັນຕົນແມ່ນ:

(1)  ປັບປຸງໄລຍະເວລາຂອງຂະບອນການດຳເນີນຄະດີ ເພື່ອໃຫ້ປະຕິບັດຕາມສັນຍາໃຫ້ຫຼຸດ 443 ວັນ, ອັດຕາຄ່າໃຊ້ຈ່າຍຂອງຂະບວນການດຳເນີນຄະດີເພື່ອໃຫ້ປະຕິບັດຕາມສັນຍາໃຫ້ຫຼຸດ 31,6% ຂອງມູນຄ່າສັນຍາ ແລະ ປັບປຸງດັດຊະນີຄຸນນະພາບ ຂອງຂະບວນການທາງສານ ໃຫ້ສູງກວ່າລະດັບ 5,5.
(2)  ຮີບຮ້ອນສົມທົບກັບກະຊວງກ່ຽວຂ້ອງ ປັບປຸງກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດສະບັບເລກທີ 06/94, ລົງວັນທີ 14 ຕຸລາ 1994.

1.9 ມອບໃຫ້ ກະຊວງປ້ອງກັນຄວາມສະຫງົບ ປະຕິບັດດັ່ງນີ້:
ຄົ້ນຄວ້າຫຼຸດຂັ້ນຕອນ ແລະ ໄລຍະເວລາ ການອອກຕາປະທັບ ເພື່ອການດຳເນີີນທຸລະກິດ ໃຫ້ສັ້ນລົງຕື່ມ, ນັບແຕ່ປີ 2018 ເພື່ອໃຫ້ການອອກຕາປະທັບໄວຂື້ນ, ໃຫ້ກະຊວງປ້ອງກັນຄວາມສະຫງົບ ມອບຮັບຜິດຊອກໃຫ້ກອງບັນຊາການ ປ້ອງກັນຄວາາມສະຫງົບນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເປັນຜູ້ຜະລິດຕາປະທັບທຸລະກິດ ໂດຍໃຫ້ກະຊວງປ້ອງກັນຄວາມສະຫງົບ ກຳນົດລະບຽບ ແລະ ມີບົດແນະນຳໃນການຈັດຕັ້ງປະຕິບັດຕົວຈິງ ໃຫ້ຮັດກຸມ ແລະ ວ່ອງໄວ.

1.10  ມອບໃຫ້ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ປະຕິບັດດັ່ງນີ້:
ເປັນເຈົ້າການປະກອບສ່ວນເຂົ້າໃນຂະບວນການຄົ້ນຄວ້າ ແລະ ປັບປຸງແກ້ໄຂຄວາມຫຍຸ້ງຍາກຕ່າງໆ ທີ່ພົວພັນກັບການຈັດອັນດັບຄວາມສະດວກໃນການດຳເນີນທຸລະກິດຢູ່ລາວ ຕາມພາລະບົດບາດ ເປັນຕົ້ນແມ່ນ:

(1)  ປະກອບຄຳຄິດເຫັນ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າໃນການປັບປຸງບັນຍາກາດການລົງທືນ ຢູ່ ສປປ ລາວ.
(2)  ໂຄສະນາເຜີຍແຜ່ ແລະ ແນະນຳກ່ຽວກັບແນວທາງນະໂຍບາຍ, ກົດໝາຍ ແລະ ລະບຽບການຂອງລັດ ໃນການປັບປຸງອຳນວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດ ຢູ່ ສປປ ລາວ ໃຫ້ບັນດາສະມາຊິກທີ່ຂື້ນກັບຕົນເຂົ້າໃຈເປັນເອກະພາບ ແລະ ພ້ອມກັນຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ.
(3)  ເປັນເຈົ້າການໃນການສັງລວມບັນຫາ ແລະ ຄຳສະເໜີຂອງພາກທຸລະກິດໃນແຕ່ລະໄລຍະ ພ້ອມທັງລະດົມສະໝອງ ແລະ ສະເໜີທິດທາງ, ວິທີແກ້ໄຂຢ່າງ ສ້າງສັນ ເພື່ອໃຫ້ລັດຖະບານ ຄົ້ນຄວ້າພິຈາລະນາ.

1.11  ໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ກ້າວມາຂ້າງເທີງ: ແຕ່ງຕັ້ງໜ່ວຍງານຮັບຜິດຊອບ ໂດຍມີຮອງຫົວໜ້າກົງຈັກຂອງຕົນ ເປັນຜູ້ລົງເລິກຊີ້ນຳການຄົ້ນຄວ້າສ້າງແຜນດຳເນີນງານ ແລະ ປັບປຸງແຕ່ລະຕົວຊີ້ວັດທີ່ພົວພັນກັບພາລະບົດບາດຂອງຕົນ ແລະ ສົ່ງໃຫ້ກະຊວງແຜນການ ແລະ ການລົວທຶນ ສັງລວມເປັນແຜນດຳເນີນງານໃນການຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ ເພື່ອໃຫ້ສາມາດຕິດຕາມ ແລະ ກວດກາການຈັດຕັ້ງປະຕີບັດ ເປັນແຕ່ລະໄລຍະ.

2.  ໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖີ້ນ ໃນຂອບເຂດທົ່ວປະເທດ ທີ່ມີພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບ ແລະ ຂອບເຂດສິດ ທີ່ປີ້ນອ້ອມກັບການຈັດຕັ້ງປະຕິບັດບັນດາຕົວຊີ້ວັດຄວາມສະດວກ ຂອງການດຳເນີນທຸລະກິດຢູ່ ສປປ ລາວ ອຳນວຍຄວາມສະດວກ ແລະ ໃຫ້ການຮ່ວມມື ໃນການຈັດຕັ້ງປະຕິບັດການແກ້ໄຂ, ຫຼຸດຂອດຂັ້ນ ແລະ ໄລຍະເວລາ ຂອງການອອກອະນຸຍາດຕ່າງໆ.
3.  ມອບໃຫ້ກະຊວງແຜນການ ແລະ ການລົງທືນ ເປັນເຈົ້າການຕິດຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ ແລະ ສະຫຼູບລາຍງານລັດຖະບານຊາບ ໃນໄລຍະ 3 ເດືອນ ແລະ 1 ປີ.
4.  ພາຍຫຼັງບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ປັບປຸງລະບຽບການສຳເລັດ ແລະ ມີລະບຽບການເອກະພາບແລ້ວ, ມອບໃຫ້ອົງການປົກຄອງທ້ອງຖິ່ນ ສຸມໃສ່ປັບປຸງຂັ້ນຂອດ ແລະ ໄລຍະເວລາຂໍອະນຸຍາດດຳເນີນທຸລະກິດ ຢູ່ທ້ອງຖີ່ນຂອງຕົນໃຫ້ກະທັດຮັດ, ວ່ອງໄວ, ໂປ່ງໃສ ແລະ ສາມາດກວດສອບໄດ້.
5. ໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການປົກຄອງທ້ອງຖີ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້, ໃຫ້ຄວາມຮ່ວມມື ແລະ ຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ ຢ່າງເຂັ້ມງວດ ແລະ ໄດ້ຮັບຜົນດີ.
6. ຄຳສັ່ງສະບັບນີ້ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນ ເປັນຕົ້ນໄປ.

ນາຍົກລັດຖະມົນຕີ

(ເຊັນ ແລະ ປະທັບຕາ)
ທອງລຸນ ສີສຸລິດ

 

# ຫົວຂໍ້ ດາວໂຫຼດ
1 Prime Minister’s Ordinance on Regulatory Amendment and Coordination Mechanism of Business Operations in Lao PDR. No 02/PMO, dated 01 February 2018 PDF
2 ຄຳສັ່ງ ຂອງນາຍົກລົດຖະມົນຕີ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດ ຢູ່ ສປປ ລາວ ສະບັບເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.