ອີງຕາມ ຄຳສັ່ງວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດ ຢູ່ ສປປ ລາວ ສະບັບເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018, ນາຍົກລັດຖະມົນຕີອອກຄຳສັ່ງໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນໃນຂອບເຂດທົ່ວປະເທດ ທີ່ມີພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບ ແລະ ຂອບເຂດສິດ ທີ່ຕິດພັນໂດຍກົງກັບບັນດາຕົວຊີ້ວັດຄວາມສະດວກຂອງການດຳເນີນທຸລະກິດ ຢູ່ ສປປ ລາວ ທີ່ທາງທະນາຄານໂລກໄດ້ກຳນົດເອົາເປັນຕົວຊີ້ວັດການດຳເນີນທຸລະກິດເພື່ອຈັດຕັ້ງປະຕິບັດແກ້ໄຂ, ຫຼຸດຂອດຂັ້ນ ແລະ ໄລຍະເວລາຂອງການອອກອະນຸຍາດຕ່າງໆໃນປີ 2018 ແລະ 2019. ນາຍົກລັດຖະມົນຕີອອກຄຳສັ່ງມອບໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນໃນຂອບເຂດທົ່ວປະເທດດັ່ງນີ້:

- ກະຊວງແຜນການ ແລະ ການລົງທຶນ ເປັນບ່ອນຈັດຕັ້ງປະຕິບັດກົນໄກການບໍລິການຜ່ານປະຕູດຽວ, ປັບປຸງກົນໄກການເຜີຍແຜ່ກົດໝາຍ ແລະ ບັນດານະໂຍບາຍທີ່ກ່ຽວຂ້ອງກັບວຽກງານການສົ່ງເສີມການລົງທຶນ ແລະ ຍັງເປັນໃຈກາງປະສານງານກັບຂະແໜງການທີ່ກ່ຽວຂ້ອງໃນການແກ້ໄຂບັນດາຂອດຂັ້ນ ແລະ ຄວາມຫຍຸ້ງຍາກ ຕາມ 10 ຕົວຊີ້ວັດຂອງທະນາຄານໂລກ.
- ກະຊວງອຸດສາຫະກຳ ແລະ ການຄ້າ ເປັນເຈົ້າການປະສານງານກັບຂະແໜງການທີ່ກ່ຽວຂ້ອງ ທີ່ຕິດພັນກັບ ຕົວຊີ້ວັດທີ່ 01:ການເລີ່ມຕົ້ນທຸລະກິດ ໃນການປັບປຸງລະບຽບການ, ມາດຕະການໃນການບໍລິການແຈ້ງຂຶ້ນທະບຽນສ້າງຕັ້ງວິສາຫະກິດ ແລະ ຕົວຊີ້ວັດທີ່ 08:ການຄ້າຂ້າມຊາຍແດນ ໃນການປັບປຸງບັນດານິຕິກຳ ແລະ ຂັ້ນຕອນກ່ຽວກັບການຂໍອະນຸຍາດນຳເຂົ້າ-ສົ່ງອອກສິນຄ້າຊາຍແດນ.
- ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າການໃນການແກ້ໄຂຄວາມຫຍຸ້ງຍາກທີ່ພົວພັນກັບ ຕົວຊີ້ວັດທີ່ 02: ການຂໍອະນຸຍາດປຸກສ້າງ ໃນການກວດກາບັນດາເອກະສານ ແລະ ແບບຟອມການຂໍອະນຸຍາດປຸກສ້າງ.
- ກະຊວງພະລັງງານ ແລະ ບໍ່ແຮ່ ເປັນເຈົ້າການໃນການແກ້ໄຂຄວາມຫຍຸ້ງຍາກທີ່ພົວພັນກັບ ຕົວຊີ້ວັດທີ່ 03: ການຕິດຕັ້ງໄຟຟ້າ ໃນການຕິດຕາມ, ກວດກາມາດຕະຖານຂອງການບໍລິການຂອງບໍລິສັດທີ່ໃຫ້ບໍລິການການຕິດຕັ້ງໄຟຟ້າຢ່າງເຂັ້ມງວດ ແລະ ປັບປຸງລະບົບການສະໜອງໄຟຟ້າໃຫ້ມີສະຖຽນລະພາບ.
- ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນເຈົ້າການໃນການແກ້ໄຂຄວາມຫຍຸ້ງຍາກທີ່ພົວພັນກັບ ຕົວຊີ້ວັດທີ່ 04: ການຂຶ້ນທະບຽນຊັບສິນ ໃນການປັບປຸງຂັ້ນຕອນ ແລະ ໄລຍະເວລາໃນການຂຶ້ນທະບຽນຊັບສິນທີ່ດິນ, ການໂອນກຳມະສິດການໃຊ້,ການເຊົ່າ ແລະ ການສຳປະທານທີ່ດິນໃຫ້ດີຂຶ້ນ.
- ທະນະຄານແຫ່ງ ສປປ ລາວ ເປັນເຈົ້າການປະສານງານກັບຄະນະກຳມະການຄຸ້ມຄອງຕະຫຼາດຫຼັກຊັບ ທີ່ພົວພັນກັບ ຕົວຊີ້ວັດທີ່ 05: ການເຂົ້າເຖິງສິນເຊື່ອ ແລະ ຕົວຊີ້ວັດທີ່ 06: ການປົກປ້ອງນັກລົງທຶນຂະໜາດນ້ອຍ ແລະ ຜູ້ຖືຫຸ້ນສ່ວນນ້ອຍ ໃນການປັບປຸງດັດຊະນີຄວາມເຂັ້ມແຂງຂອງກົດໝາຍ, ລະບຽບທີ່ປົກປ້ອງຜູ້ກູ້ຢືມ ແລະ ຜູ້ໃຫ້ຢືມ ແລະ ດັດຊະນີຄຸນນະພາບຂອງການຄຸມຄອງຜູ້ຖືຫຸ້ນ ເປັນຕົ້ນ.
- ກະຊວງການເງິນ ເປັນເຈົ້າການໃນການແກ້ໄຂຄວາມຫຍຸ້ງຍາກທີ່ພົວພັນກັບ ຕົວຊີ້ວັດທີ່ 07: ການເສຍອາກອນ ໃນການປັບປຸງກົດໝາຍທີ່ກ່ຽວຂ້ອງເພື່ອຫຼຸດຈຳນວນຄັ້ງໃນການຊຳລະອາກອນກຳໄລ, ປັບປຸງກົນໄກການຊຳລະອາກອນປະກັນສັງຄົມ ແລະ ປັບປຸງຂັ້ນຕອນການເກັບພາສີ-ອາກອນໃນການນຳເຂົ້າສິນຄ້າທີ່ຜ່ານຊາຍແດນ ໃຫ້ມີຄວາມສະດວກ,ວ່ອງໄວ ແລະ ກະທັດຮັດ.
- ກະຊວງຍຸຕິທຳ ແລະ ອົງການຕຸລາການ ເຈົ້າການໃນການແກ້ໄຂຄວາມຫຍຸ້ງຍາກທີ່ພົວພັນກັບ ຕົວຊີ້ວັດທີ່ 09: ການບັງຄັບໃຊ້ສັນຍາ ແລະ ຕົວຊີ້ວັດທີ່ 10: ການແກ້ໄຂບັນຫາໃນການລົ້ມລະລາຍ ໃນການຄົ້ນຄວ້າສ້າງ ແລະ ປັບປຸງບັນດານິຕິກຳ, ກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ ແລະ ປັບປຸງໄລຍະເວລາຂອງຂະບວນການດຳເນີນຄະດີ.
- ກະຊວງປ້ອງກັນຄວາມສະຫງົບ ເປັນຜູ້ຄົ້ນຄວ້າຫຼຸດຂັ້ນຕອນ ແລະ ໄລຍະເວລາ ການອອກຕາປະທັບທຸລະກິດ.
- ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເປັນເຈົ້້າການການປະກອບສ່ວນເຂົ້າໃນຂະບວນການຄົ້ນຄວ້າ, ໂຄສະນາເຜີຍແຜ່, ແນະນຳກ່ຽວກັບແນວທາງນະໂຍບາຍ ແລະ ລະບຽບການຂອງລັດໃນປັບປຸງອຳນວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດ ຢູ່ ສປປ ລາວ.

ດັ່ງນັ້ນ, ໃຫ້ບັນດາກະຊວງ, ອົງລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນໃນຂອບເຂດທົ່ວປະເທດທີ່ກ່າວມາຂ້າງເທິງນັ້ນແຕ່ງຕັ້ງໜ່ວຍງານຮັບຜິດຊອບ ໂດຍມີຮອງຫົວໜ້າກົງຈັກຂອງຕົນໃນການສ້າງແຜນດຳເນີນງານ ແລະ ປັບປຸງແຕ່ລະຕົວຊີ້ວັດທີ່ພົວພັນກັບພາລະບົດບາດຂອງຕົນ ແລະ ສົ່ງໃຫ້ກະຊວງແຜນການ ແລະ ການລົງທຶນເປັນເຈົ້າການຕິດຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ ແລະ ສະຫຼຸບລາຍງານໃຫ້ລັດຖະບານຊາບ ໃນໄລຍະ 03 ເດືອນ, 06 ເດືອນ ແລະ 1 ປີ.

ຄຳສັ່ງສະບັບນີ້ມີຜົນສັກສິດເລີ່ມແຕ່ວັນທີ 01 ກຸມພາ 2018

ກົດທີ່ນີ້ ເພື່ອເບິ່ງຄຳສັ່ງສະບັບເຕັມ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.