ຫ້ອງການກະຊວງ ຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ແຈ້ງມາຍັງ ບໍລິສັດ, ຫ້າງຮ້ານ, ຕົວແທນຈຳໜ່າຍ, ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທຸກພາກສ່ວນ ໃນຂອບເຂດທົ່ວປະເທດ ທີ່ເຮັດທຸລະກິດດ້ານການນໍາເຂົ້າ, ຈຳໜ່າຍ ແລະ ບໍລິການຕິດຕັ້ງ ອຸປະກອນຈານຮັບດາວທຽມທຸກຊະນິດ ຢູ່ໃນ ສປປ ລາວ ໃຫ້ຢຸດຕິການນຳເຂົ້າອຸປະກອນຈານດາວທຽມຂອງຕ່າງປະເທດໄວ້ຊົ່ວຄາວກ່ອນ ນັບແຕ່ວັນທີ 01 ກຸມພາ 2018 ເປັນຕົ້ນໄປ.

ສຳລັບຜູ້ປະກອບການທີ່ໄດ້ນຳເຂົ້າ ແລະ ຄອບຄອງອຸປະກອນດັ່ງກ່າວເພື່ອບໍລິການລູກຄ້າ ນັ້ນໃຫ້ມາແຈ້ງການດຳເນີນກິດຈະການຂອງຕົນເອງ ຢ່າງຮີບດ່ວນດັ່ງນີ້ :

1.   ສຳລັບຜູ້ປະກອບການຢູ່ນະຄອນຫຼວງ ໃຫ້ມາແຈ້ງນຳກະຊວງ ຖວທ, ກົມສື່ມວນຊົນ ພະແນກ ດາວທຽມ ຫຼື ພະແນກ ຖວທ ນະຄອນຫຼວງ.

2.   ຜູ້ປະກອບການນຳເຂົ້າ, ຈຳໜ່າຍອຸປະກອນຮັບສັນຍານຈານດາວທຽມຢູ່ຕ່າງແຂວງໃຫ້ມາແຈ້ງນຳພະແນກ ຖວທ ແຂວງ.

ແຈ້ງການສະບັບນີ້ມີຜົນສັກສິດເລີ່ມແຕ່ວັນທີ 01 ກຸມພາ 2018

ກົດທີ່ນີ້ ເພື່ອດາວໂຫຼດ ແລະ ເບິ່ງແຈ້ງການສະບັບເຕັມ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.