ໜ່ວຍງານຈັດຕັ້ງປະຕິບັດແຜນດຳເນີນງານວຽກອຳນວຍຄວາມສະດວກທາງດ້ານການຄ້າ ຈະໄດ້ຮັບການສ້າງຕັ້ງຂຶ້ນຢູ່ບັນດາກົມກອງທີ່ກ່ຽວຂ້ອງ ແລະ ຢູ່ໃນໜ່ວຍງານດັ່ງກ່າວຈະປະກອບມີພະນັກງານ 3-4 ທ່ານ ຊຶ່ງໃນນີ້ຈະມີພະນັກງານໃນລະດັບຫົວໜ້າກົມ, ຮອງຫົວໜ້າກົມ, ຜູ້ຊ່ຽວຊານ ແລະ/ຫຼື ຜູ້ຊ່ວຍ ໂດຍມີທ່ານຫົວໜ້າກົມເປັນຫົວໜ້າໜ່ວຍງານ. ບັນດາພະນັກງານທີ່ຖືກມອບໝາຍໃຫ້ເປັນສະມາຊິກໜ່ວຍງານດັ່ງກ່າວ ອາດຂຶ້ນກັບຈຳນວນໜ້າວຽກ ທີ່ຕິດພັນກັບການອຳນວຍຄວາມສະດວກທາງດ້ານການຄ້າຢູ່ໃນກົມຂອງຕົນ. ໜ້າທີ່ ແລະ ພາລະບົດບາດຂອງໜ່ວຍງານຈັດຕັ້ງປະຕິບັດວຽກອຳນວຍຄວາມສະດວກທາງດ້ານການຄ້າ ມີດັ່ງນີ້:

1. ສ້າງແຜນ, ຈັດຕັ້ງປະຕິບັດ, ຕິດຕາມກວດກາ ແລະ ລາຍງານທຸກກິດຈະກຳທີ່ຕິດພັນກັບການອຳນວຍຄວາມສະດວກທາງດ້ານການຄ້າພາຍໃນກົມ.

2. ກະກຽມແຜນປະຕິບັດງານສະເພາະຂອງກົມ ໃນການຈັດຕັ້ງປະຕິບັດແຜນດຳເນີນງານວຽກ ອຄ ໂດຍສອດຄ່ອງກັບກິດຈະກຳ ແລະ ກຳນົດເວລາໃນແຜນການດຳເນີນງານວຽກ ອຄ ໂດຍຜ່ານການຮັບຮອງຈາກຫົວໜ້າກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ (ກຂອຄ).

3. ຈັດຕັ້ງປະຕິບັດ ແຜນປະຕິບັດງານສະເພາະຂອງກົມ, ພ້ອມທັງຕິດຕາມກວດກາ ແລະ ລາຍງານການຈັດຕັ້ງປະຕິບັດຢ່າງເປັນປະຈຳ.

4. ແຕ່ງຕັ້ງຈຸດປະສານງານອຳນວຍຄວາມສະດວກທາງດ້ານການຄ້າຢູ່ຂັ້ນແຂວງ.

5. ເກັບກຳສະພາບ ແລະ ຂໍ້ມູນອື່ນໆ ຈາກບັນດາພະແນກການ ແລະ ຫ້ອງການທີ່ກ່ຽວຂ້ອງຢູ່ຂັ້ນທ້ອງຖິ່ນ ກ່ຽວກັບ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນດຳເນີນງານວຽກງານ ອຄ ເພື່ອລາຍງານຫາ ກຂອຄ ຕາມກຳນົດເວລາ ຫຼື ຕາມຄວາມຈຳເປັນ.

6. ເຂົ້າຮ່ວມກອງປະຊຸມກ່ຽວກັບວຽກງານ ອຄ ທີ່ີຈັດຂຶ້ນໂດຍ ກຂອຄ ຫຼື ກົມການນຳເຂົ້າ ແລະ ສົ່ງອອກ ເປັນແຕ່ລະໄລຍະ.

7. ກອງປະຊຸມ ແລະ ຈັດຝຶກອົບຮົມ ເພື່ອເສີມສ້າງຂີດຄວາມສາມາດໃຫ້ແກ່ພະນັກງານກົມກ່ຽວກັບວຽກງານ ອຄ.

8. ປະສານງານກັບ ກຂອຄ ແລະ ກົມກອງອື່ນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດແຜນດຳເນີນງານ ອຄ.

9. ຈັດກອງປະຊຸມປຶກສາຫາລືຢ່າງເປັນປະຈຳ ແລະ ຮ່ວມມືກັບພາກທຸລະກິດໃນການຈັດຕັ້ງປະຕິບັດແຜນດຳເນີນງານ ອຄ, ລວມທັງປະເມີນການຈັດຕັ້ງປະຕິບັດບັນດາມາດຕະການອຳນວຍຄວາມສະດວກທາງດ້ານການຄ້າ.

10. ໜ່ວຍງານຈັດຕັ້ງປະຕິບັດວຽກ ອຄ ຈະເປັນທັງຈຸດປະສານງານຂອງກະຊວງ ຫຼື ຂະແໜງການ ຂອງຕົນ ຕໍ່ກັບບັນຫາອຳນວຍຄວາມສະດວກທາງດ້ານການຄ້າທີ່ຕິດພັນກັບຂະແໜງການຂອງຕົນ.

11. ປະຕິບັດກິດຈະກຳອື່ນໆ ທີ່ຕິດພັນກັບວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ທີ່ຖືກມອບໝາຍໂດຍຫົວໜ້າກົມ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.