ເພື່ອໃຫ້ໄດ້ຕາມມາດຕະຖານ ແລະ ຄຸນນະພາບຂອງສາກົນ, ບັນດາໂຮງງານແຍກ ແລະ ຫຼອມສິ່ງເສດເຫຼືອອີເລັກໂຕນິກ ແລະ ໝໍ້ໄຟເກົ່າ ຕ້ອງໄດ້ປະຕິບັດຕາມລະບຽບ ແລະ ການກຳນົດມາດຕະຖານຈາກກະຊວງທີ່ກ່ຽວຂ້ອງຢ່າງເຂັ້ມງວດ ໂດຍອີງຕາມ ບົດແນະນຳ ກ່ຽວກັບ ການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ, ເລກທີ 0744/ກຊສ, ລົງວັນທີ 11 ກຸມພາ 2015 ແລະ ບົດແນະນຳ ກ່ຽວກັບ ການຄວບຄຸມມົນລະພິດ ສະບັບເລກທີ 0745/ກຊສ, ລົງວັນທີ 11 ກຸມພາ 2015. ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບທ້ອງຖິ່ນທີ່ກ່ຽວຂ້ອງກວດກາຄືນໂຮງງານທັງໝົດ 13 ແຫ່ງ, ໂດຍມີ ໂຮງງານ 1 ແຫ່ງ ຢູ່ໃນນະຄອນຫຼວງ ແລະ 1 ແຫ່ງ ຢູ່ແຂວງຫຼວງນ້ຳທາແມ່ນໃຫ້ຢຸດຕິການຜະລິດຢ່າງຖາວອນ. ເນື່ອງຈາກວ່າສະຖານທີ່ຕັ້ງຂອງໂຮງງານດັ່ງກ່າວບໍ່ເໝາະສົມກັບສະພາບແວດລ້ອມ ເຊິ່ງສາມາດເປັນມົນລະພິດຕໍ່ລະບົບນິເວດ ແລະ ຊຸມຊົນໃນເຂດອ້ອມແອ້ມຂອງທີ່ຕັ້ງໂຮງງານ. ນອກຈາກນັ້ນ, ເພື່ອປະຕິບັດຕາມເປົ້າໝາຍທີ່ 3 ຂອງແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ແມ່ນທິດທາງໜ້າທີ່ຫລັກຂອງການບັນລຸການພັດທະນາຕົວເມືອງ ແລະ ຊົນນະບົດທີ່ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ, ສີຂຽວສະອາດ ແລະ ງາມຕາ ເພື່ອໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີ, ມີສຸຂະພາບທີ່ແຂງແຮງ ແລະ ປອດໄພຈາກມົນລະພິດ. ແຈ້ງການສະບັບດັ່ງກ່າວ, ສະແດງໃຫ້ເຫັນຈຸດຢືນຂອງລັດຖະບານໃນການພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ ເຊິ່ງມັນຮຽກຮ້ອງໃຫ້ທຸກພາກສ່ວນກ່ຽວຂ້ອງຕ້ອງປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ ເພື່ອຮ່ວມກັນປົກປ້ອງ ຫຼື ຮັກສາສິ່ງແວດລ້ອມ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.