ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງິນ                   ເລກທີ 4115/ກງ
                                                ນະຄອນຫຼວງວຽງຈັນ, ລົງວັນທີ 12 ທັນວາ 2016

ບົດແນະນຳ

ວ່າດ້ວຍການຄຸ້ມຄອງການສົ່ງອອກ-ນຳເຂົ້າ ສິນຄ້າ, ເຄື່ອງຂອງ
ຜ່ານດ່ານພາສີທ້ອງຖິ່ນ ແລະ ດ່ານພາສີປະເພນີ

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບປັບປຸງເລກທີ: 04/ສພຊ, ລົງວັນທີ: 20 ທັນວາ 2011 ແລະ ສະບັບປັບປຸງບາງມາດຕາ ເລກທີ: 57/ສພຊ, ລົງວັນທີ: 24 ທັນວາ 2014;
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ສັບບັບເລກທີ 08/ນຍ, ລົງວັນທີ 28 ກຸມພາ 2007 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ;
  • ອີງຕາມ ແຈ້ງການຂອງກະຊວງການເງິນ, ສະບັບເລກທີ 1587/ກງ, ລົງວັນທີ 26 ພຶດສະພາ 2016.

ເພື່ອຮັບປະກັນການຈັດຕັ້ງປະຕິບັດ ແລະ ການຄຸ້ມຄອງ ສິນຄ້າເຄື່ອງຂອງ ທີ່ສົ່ງອອກ-ນຳເຂົ້າຜ່ານດ່ານພາສີທ້ອງຖິ່ນ ແລະ ດ່ານພາສີປະເພນີ ໃຫ້ມີເອກະພາບໃນຂອບເຂດທົ່ວປະເທດ, ຖືກຕ້ອງຕາມກົດໝາຍວ່າດ້ວຍພາສີ ແລະ ລະບຽບການອື່ນທີກ່ຽວຂ້ອງ.

ກະຊວງການເງີນ ອອກບົດແນະນຳ

 1. ຈຸດປະສົງ
ບົດແນະນຳສະບັບນີ້ ວາງອອກເພື່ອກຳນົດຫຼັກການ ແລະ ວິທີການ ຄຸ້ມຄອງ ຈັດເກັບຄ່າພາສີ-ອາກອນ ແລະ ພັນທະອື່ນ ໃນການສົ່ງອອກ-ນຳເຂົ້າ ສິນຄ້າເຄື່ອງຂອງ ເຂົ້າງົບປະມານແຫ່ງລັດ ມີປະສິດທິຜົມ ແລະ ສ້າງຄວາມເຂັ້ມແຂງໃຫ້ບັນດາເມືອງທີ່ນອນຢູ່ໃນວຽກງານສາມສ້າງ ສາມາດສ້າງເງືອນໄຂທາງດ້ານງົບປະມານ ແລະ ເພື່ອຈັດຕັ້ງປະຕິບັດຕາມເນື້ອໃນຂອງມາດຕາ 8 ຂອງກົດໝາຍວ່າດ້ວຍພາສີ ໃນການຄວບຄຸມທາງພາສີ ແນໃສ່ເພີ່ມທະວີໃນການຄຸ້ມຄອງ, ຄວບຄຸມຕໍ່ການຈັດເກັບຄ່າພາສີ-ອາກອນ ແລະ ພັນທະອື່ນຢູ່ຕາມດ່ານພາສີທ້ອງຖິ່ນ ແລະ ດ່ານພາສີປະເພນີ ໃຫ້ມີຄວາມເປັນເອກະພາບໃນການຄຸ້ມຄອງດ້ານວິຊາສະເພາະ ລວມສູນຕາມສາຍຕັ້ງຂອງຂະແໜງການເງິນໃນຂອບເຂດທົ່ວປະເທດ, ຫຼີກເວັ້ນຊ່ອງວ່າງໃນການຄຸ້ມຄອງຈັດເກັບລາາຍຮັບງົບປະມານ ແລະ ທັງເປັນການສ້າງເງື່ອນໄຂໃຫ້ອົງການປົກຄອງທ້ອງຖິ່ນ ໃຫ້ມີການຄຸ້ມຄອງທາງກົດໝາຍ ແລະ ລະບຽບກຳນົດ.

 2. ການກຳນົດປະເພດສິນຄ້າ, ເຄື່ອງຂອງສົ່ງອອກ-ນຳເຂົ້າ ຜ່ານດ່ານພາສີທ້ອງຖີ່ນ
ສິນຄ້າ, ເຄື່ອງຂອງ ແລະ ອຸປະກອນໄດ້ຮັບອະນຸຍາດໃຫ້ສົ່ງອອກ-ນຳເຂົ້າ, ແຈ້ງເສຍພາສີ-ອາກອນ, ພັນທະອື່ນ, ເພື່ອຈັດເກັບພາສີ-ອາກອນຢູ່ຕາມດ່ານພາສີທ້ອງຖິ່ນ ມີລາຍລະອຽດດັ່ງນີ້:

1.1   ສິນຄ້າ, ເຄື່ອງຂອງອຸປະໂພກ, ບໍລິໂພກ, ຮັບໃຊ້ຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ຕາມເຂບເຂດທ້ອງຖິ່ນທີ່ມີດ່ານຖາວອນຕັ້ງຢູ່;
1.2   ຍານພາຫະນະທີ່ຮັບໃຊ້ການຜະລິດທາງກົງຂະໜາດນ້ອຍ, ກົນຈົກກະສິກຳຂະໜາດນ້ອຍ, ວັດຖຸອຸປະກອນຮັບໃຊ້ໃນການບໍລິການ, ການຜະລິດທາງດ້ານກະສິກຳ ທີ່ໄດ້ຮັບອະນຸຍາດນຳເຂົ້າ ຈາກຂະແໜງການທີ່ກ່ຽວຂ້ອງເຊັ່ນ:

+ ລົດໄຖນາເດີນຕາມ;
+ ຈັກສູບນໍ້າ;
+ ຈັກຟາດເຂົ້າ;
+ ໂຮງສີເຂົ້າ;
+ ແນວພັນພືດ;
+ ຝຸ່ນວິທະຍາສາດ;
+ ຢາປາບສັດຕູພືດ;
+ ອາຫານສັດ;
+ ວັດຖຸອຸປະກອນຮັບໃຊ້ການຜະລິດກະສິກຳ (ປູກຝັງ ແລະ ລ້ຽງສັດ)
+ ວັດຖຸອຸປະກອນຮັບໃຊ້ໃນການປະມົງຂອງທ້ອງຖິ່ນ.

3. ການກຳນົດປະເພດສິນຄ້າ, ເຄື່ອງຂອງສົ່ງອອກ-ນຳເຂົ້າຜ່ານດ່ານປະເພນີ.
ສິນຄ້າ, ເຄື່ອງຂອງ ທີ່ອະນຸຍາດໃຫ້ນຳເຂົ້າ, ແຈ້ງເສຍພາສີ-ອາກອນ, ພັນທະອື່ນ, ເພື່ອຈັດເກັບພາສີ-ອາກອນ ຢູ່ຕາມດ່ານພາສີປະເພນີ ມີລາຍລະອຽດດັ່ງນີ້:

1.1 ສິນຄ້າ, ເຄື່ອງຂອງອຸປະໂພກ, ບໍລິໂພກ ຫຼື ວັດຖຸອຸປະກອນ ທີບໍເປັນລັກສະນະສິນຄ້າ ແນໃສ່ຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ ທີ່ອາໄສຢູ່ບ້ານລຽບຕາມຊາຍແດນ, ພາຍໃນຂອບເຂດທ້ອງຖິ່ນ ທີ່ມີດ່ານພາສີປະເພນີຕັ້ງຢູ່;
1.2 ວັດຖຸອຸປະກອນຮັບໃຊ້ໃນການຜະລິດກະສິກຳ (ປູກຝັງ ແລະ ລ້ຽງສັດ) ຊື່ງມີການນຳເຂົ້າເປັນບາງຄັ້ງຄາວ ທີ່ໄດ້ຮັບອະນຸຍາດເປັນແຕ່ລະຖ້ຽວ ຈາກຂະແໜງການທີ່ກ່ຽວຂ້ອງ, ເຊັ່ນ: ແນວພັນພືດ, ອາຫານສັດ, ຝຸ່ນວິທະຍາສາດ, ຢາປາບສັດຕູພືດ ແລະ ວັດຖຸອຸປະກອນຮັບໃຊ້ການຜະລິດກະສິກຳ ແລະ ການປະມົງຂອງທ້ອງຖິ່ນ.

4. ຂອບເຂດການນຳໃຊ້ ແລະ ອະນຸຍາດ.
ການອະນຸຍາດສົ່ງອອກ-ນຳເຂົ້າສິນຄ້າ ເຄື່ອງຂອງ ຜ່ານດ່ານພາສີທ້ອງຖິ່ນ ແລະ ດ່ານພາສີປະເພນີ ທີ່ມີທີ່ຕັ້ງຊາຍແດນຫ່າງໄກຈາກດ່ານພາສີສາກົນແມ່ນ ອະນຸຍາດໃຫ້ແຈ້ງດ່ານພາສີ ເປັນແຕ່ລະຖ້ຽວ ຕາມການອະນຸຍາດຈາກຂະແໜງການກ່ຽວຂອ້ງ ຊື່ງມີຈຸດປະສົງນຳເຂົ້າມາຮັບໃຊ້ຊີວີດການເປັນຢູ່ຂອງປະຊາຊົນພາຍໃນຂອບເຂດ ທີ່ມີພູມລຳເນົາອາໃສຢູ່ບ້ານລຽບຕາມສາຍແດນ, ບໍ່ແມ່ນລັກສະນະທາງການຄ້າ ແລະ ບໍ່ແມ່ນສີນຄ້າຍຸດທະສາດອື່ນໆ. 

5. ຂໍ້ຫ້າມໃນການສົ່ງອອກ-ນຳເຂົ້າສິນຄ້າ, ເຄື່ອງຂອງ ຜ່ານດ່ານພາສີທ້ອງຖິ່ນ ແລະ ດ່ານປະເພນີ
ຫ້າມບໍໃຫ້ປະຊາຊົນບັນດາຜົ່າ ມີການສົ່ງອອກ-ນຳເຂົ້າສິນຄ້າ, ເຄື່ອງຂອງ ຜ່ານດ່ານພາສີທ້ອງຖີ່ນ ແລະ ດ່ານພາສີປະເພນີ ນອກຈາກທີ່ກຳນົດໄວ້ໃນຂໍ້ທີ 1 ແລະ 2 ຂ້າງເທີງຢ່າງເດັດຂາດ. ໃນກໍລະນີ ມີຄວາມຈຳເປັນ ທີ່ຕ້ອງການນຳເຂົ້າສີນຄ້າ, ເຄື່ອງຂອງ ນອກເໜືອຈາກທີ່ລະບຸໄວ້ໃນຂໍ້ທີ 1 ແລະ 2 ຕ້ອງໄດ້ດຳເນີນຂັ້ນຕອນການນຳເຂົ້າສີນຄ້າ,ເຄື່ອງຂອງດັງກ່າວ ຜ່ານພາາສີສາກົນໃນຂອບເຂດທົ່ວປະເທດ ແລະ ຕ້ອງໄດ້ຮັບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ.          

6. ການຈັດຕັ້ງປະຕີບັດ
ມອບໃຫ້ຫ້ອງການກະຊວງການເງີນ, ກົມພາສີ, ພະແນກການເງີນຈຳແຂວງ ແລະ ນະຄອນຫຼວງ; ດ່ານພາສີສາຍແດນໃນຂອບເຂດທົ່ວປະເທດ ແລະ ພາກສ່ວນທີ່ກ້ຽວຂ້ອງ ຈົ່ງຮັບຮູ້ ແລະ ໃຫ້ຄວາມຮ່ວມມື ໃນການຈັດຕັ້ງປະຕິບັດບົດແນະນຳສະບັບນີ້ຢ່າງເຂັ້ມງວດ.

7. ຜົນສັກສິດ
ບົດແນະນໍາສະບັບນີ້ ມີຜົນສັກສິດນັບແຕ່ລົງລາຍເຊັນເປັນຕົ້ນໄປ.  

ຮອງນາຍົກລັດຖະມົນຕີ,
ລັດຖະມົນຕີກະຊວງການເງິນ

(ເຊັນ ແລະ ປະທັບຕາ)
ສົມດີ ດວງດີ

 

# ຫົວຂໍ້ ດາວໂຫຼດ
1 Instruction on Management of Import and Export of Goods, Personal Effects Crossing Local and Customary Border Checkpoint No.4115/MOF, dated 12 December 2016 PDF
2 ບົດແນະນຳ ວ່າດ້ວຍ ການຄຸ້ມຄອງການສົ່ງອອກ-ນຳເຂົ້າ ສິນຄ້າ, ເຄື່ອງຂອງຜ່ານດ່ານພາສີທ້ອງຖິ່ນ ແລະ ດ່ານພາສີປະເພນີ ເລກທີ 4115/ກງ, ລົງວັນທີ 12 ທັນວາ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.