ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງິນ                                              ເລກທີ 618

ນະຄອນຫຼວງວຽງຈັນ, ລົງວັນທີ 10 ມີນາ 2016

ຄຳແນະນຳ

ກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ລະບົບຊຳລະອາກອນແບບທັນສະໄໝ (Easy Tax)

 

- ອີງຕາມ ກົດໝາຍວ່າດ້ວຍງົບປະມານແຫ່ງລັດ ສະບັບເລກທີ 02/ສພຊ, ລົງວັນທີ 26/12/2006;
- ອີງຕາມ ກົດໝາຍວ່າດ້ວຍສ່ວຍສາອາກອນ ສະບັບເລກທີ 05/ສພຊ, ລົງວັນທີ 20/12/2011;
- ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍຄັງເງິນແຫ່ງຊາດ ສະບັບເລກທີ 259/ນຍ, ລົງວັນທີ 01/06/2010
- ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 05/ນຍ, ລົງວັນທີ 27 ກຸມພາ 2007 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ;
- ອີງຕາມ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າການກະຊວງການເງິນ ວ່າດ້ວຍດານບໍລິຫານ ຂໍ້ມູນຂ່າວສານ ການເງິນແຫ່ງລັດ ດ້ວຍລະບົບເອເລັກໂຕຣນິກ ສະບັບເລກທີ 0224/ກງ, ລົງວັນທີ 21 ມັງກອນ 2014;
- ອີງຕາມກົດໝາຍ ວ່າດ້ວຍທຸລະກຳທາງເອເລັກໂຕຣນິກ ສະບັບເລກທີ 20 ສພຊ, ລົງວັນທີ 7 ທັນວາ 2012;
- ອີງຕາມກົດໝາຍ ວ່າດ້ວຍທະນາຄານທຸລະກິດ ສະບັບເລກທີ 03/ສພຊ, ລົງວັນທີ 26 ທັນວາ 2006.

ເພື່ອເປັນການປັບປຸງ ກົນໄກການຄຸ້ມຄອງ ການຊຳລະອາກອນແບບທັນສະໄໝ (Easy Tax) ຜ່ານລະບົບອອນໄລນ໌ ແລະ ເຄື່ອງມືທາງເອເລັກໂຕຣນິກຂອງບັຍດາທະນາຄານ, ແນ່ໃສ່ສ້າງເງື່ອນໄຂອຳນວຍຄວ່າມສະດວກ, ມີຄວາມປອດໄພ, ທັນສະໄໝ, ໂປ່ງໃສ່ ແລະ ຮັບປະກັນການຄຸ້ມຄອງເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໃຫ້ຖືກຕ້ອງຄົບຖ້ວນ ແລະ ທັນຕາມກຳນົົດເວລາ ທັງເປັນການແນະນຳຂັ້ນຕອນ, ວິທີການມອບລາຍຮັບງົບປະມານ ແລະ ການແບ່ງຄວາມຮັບຜິດຊອບໃຫ້ພາກສ່ວນກ່ຽວຂ້ອງໃນການຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບລະບຽບກົດໝາຍຢ່າງເຂັ້ມງວດ.

ລັດຖະມົນຕີວ່າການກະຊວງການເງິນ ອອກຄຳແນະນຳ ດັ່ງລຸ່ມນີ້:

I. ຫຼັກການລວມ ແລະ ລະບຽບການຄຸ້ມຄອງ

1.  ກຳນົດຜູ້ທີເສຍອາກອນທີເປັນບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງ ລວມທັງຊາວຕ່າງປະເທດທີມີພັນທະຕ້ອງເສຍອາກອນ ຫຼື ພັນທະອື່ນໆ ຕາມທີໄດ້ກຳນົດໄວ້ໃນກົດໝາຍສ່ວຍສາອາກອນຂອງ ສປປ ລາວ, ປະຕິບັດພັນທະໃນການຄິດໄລ່, ແຈ້ງ ແລະ ມອບອາກອນໃຫ້ມີຄວາມເປັນເອກະພາບຕາມກົດໝາຍ, ລະບຽບການເງິນ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງ;
2.   ການແຈ້ງອາກອນສາມາດດຳເນີນການໄດ້ 2 ວິທີ: 1 ຜ່ານຂະແໜງສ່ວຍສາອາການ, 2 ຜ່ານລະບົບແຈ້ງເສຍແບບອອນໄລນ໌;
3.  ການຊຳລະເງິນອາກອນຜ່ານທະນາຄານທາງເອເລັກໂຕຣນິກ ແມ່ນການຊຳລະເງິນອາກອນຜ່ານຊ່ອງທາງເອເລັກໂຕຣນິກ ເພື່ອສ້າງທາງເລືອກໃນການຊຳລະອາກອນ ແນ່ໃສ່ເພື່ອສ້າງຄວາມສະດວກ ແລະ ໂປ່ງໃສໃຫ້ແກ່ຜູ້ເສຍອາກອນ;
4.  ເອກະສານຢັ້ງຢຶນການຊຳລະເງິນຂອງບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງ ຜ່ານລະບົບຊຳລະເງິນແບບທັນສະໄໝ (Easy Tax) ແມ່່ນເອກະສານຢັ້ງຢືນ ແລະ ເປັນຫຼຫຖານດ້ານກົດໝາຍ ເຊິ່ງໄດ້ຖືກບັນທືກເຂົ້າໃນຖານຂໍ້ມູນທາງເອເລັກໂຕຣນິກ ຫຼື ພິມອອກຈາກລະບົບເຄື່ອງມືທາງເອເລັກໂຕຣນິກຕ່າງໆ ເຊັ່ນ: ທຸລະກຳຊຳລະຜ່ານອິນເຕີເນັດ (Internet Bank), ຕູ້ຖອກເງິນສົດ (ATM), ໂທລະສັບມືຖື (Mobile Application), ເຄື່ອງຮູດບັດ EDC/POS, ຂໍ້ຄວາມໂທລະສັບ (SMS), ປ່ອງບໍລິການ (Counter Service) ແລະ ອື່ນໆ.
5.  ການດຳເນີດວຽກງານການບັບຊີ ໃນກໍລະນີປະຕິບັດລະບົບບັນຊີທາງເອເລັກໂຕຣນິກ ຕ້ອງປະຕິບັດຕາມຂັ້ນຕອນຄືກັນກັບການຖືບັນຊີດ້ວຍມື, ການຫັນເປັນທັນສະໄໝ ຕ້ອງຜ່ານການທົດລອງກ່ອນການນຳໃຊ້, ຝືກອົບຮົມໃຫ້ເຂົ້າໃຈ ແລະ ສາມາດປະຕິບັດໄດ້ຢ່າງສຳນານງານ, ເຊື່ອມໂຍງກັບລະບົບຂໍ້ມູນການເງິນຈາກພາກສ່ວນທີ່ກ່ຽວຂ້ອງເພື່ອຮັບປະກັນໃນການສ້າງເອກະສານລາຍງານການເງີນ ແລະ ໄດ້ຮັບອະນຸຍາດຈາກກະຊວງການເງີນ;
6.  ຫົວໜ່ວຍຖືບັນຊີ ທີປະຕິບັດລະບົບບັນຊີທາງເອເລັກໂຕຣນິກ ຕ້ອງຮັກສາຂໍ້ມູນດ້ານການບັນຊີໄວ້ໃນຂໍ້ມູນໃຫ້ມີຄວາມໝັ້ນຄົງ, ປອດໄພ ແລະ ສາມາດເກັບຮັກສາຖານຂໍ້ມູນເປັນເວລາ 10 ປີ ແລະ ໃຫ້ສອດຄ່ອງກັບຫຼັກການເກັບມ້ຽນເອກະສານຂໍ້ມູນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍທຸລະກຳທາງເອເລັກໂຕຣນິກ, ແຕ່ໃນກໍລະນີ ເອກະສານດັ່ງກ່າວຫາກຕິດພັນກັບສັນຍາໃດໜື່ງ ຕ້ອງສາໄວ້ຕື່ມອີກ 10 ປີ ພາຍຫຼັງສັນຍາໄດ້ສິ້ນສຸດລົງ.

II. ຂັ້ນຕອນ ແລະ ກົນໄກຄຸ້ມຄອງການນໍາໃຊ້ລະບົບແຈ້ງ-ຊຳລະເງິນອາກອນ

1.  ການແຈ້ງເສຍອາກອນນຳຫ້ອງການສ່ວຍສາອາກອນ ແມ່ນຜູ້ເສຍອາກອນສາມາດພົວພັນນຳຂະແໜງສ່ວຍສາອາກອນບ່ອນທີນຳໃຊ້ລະບົບຄຸ້ມຄອງການແຈ້ງເສຍອາກອນ (TMIS) ເພື່ອຄິດໄລ່ ຫຼື ອອກໃບສັ່ງມອບຜ່ານລະບົບຄອມພິວເຕີ;
2.  ການແຈ້ງເສຍອາກອນແບບອອນໄລນ໌ (E-tax) ຊື່ງຜູ້ເສຍອາກອນສາມາດຂໍຊື່ ແລະ ລະຫັດນະກົມສ່ວຍສາອາກອນ ເພື່ອເຂົ້ານຳໃຊ້ລະບົບການແຈ້ງອາກອນແບບອອນໄລນ໌;
3.  ການແຈ້ງເສຍອາກອນ ແລະ ຊຳລະອາກອນແບບທັນສະໄໝ (Easy Tax), ຜູ້ເສຍອາກອນສາມາດປະຕິບັດການແຈ້ງເສຍອາກອນດ້ວຍຕົນເອງໄດ້ແບບອັດຕາໂນມັດ ໂດຍບໍ່ຈຳເປັນຕ້ອງເຂົ້າໄປຫ້ອງການສ່ວຍສາອາກອນ ແລະ ສາມາດມອບເງິນເຂົ້າບັນຊີຂອງຄັງເງີນແຫ່ງຊາດທີ່ຝາກໄວ້ຢູ່ນຳທະນາຄານຜ່ານລະບົບອິນເຕີເນັດ (Internet Bank), ໂທລະສັບມືຖື (Mobile Application), ຕູ້ຖອກເງິນສົດ (ATM), ຫຼື ປ່ອງບໍລິການ (Counter Service) ແລະ ອື່ນໆ;
4.  ຮູບແບບຂອງເອກະສານຢັ້ງຢືນ ແລະ ຂໍ້ມູນການຊຳລະເງິນແບບທັນສະໄໝ (Easy Tax), ມີ 3 ຮູບແບບດັ່ງນີ້:

4.1  ຮູບແບບເອກະສານຢັ້ງຢືນການຊຳລະເງິນ ທີ່ພິມອອກດ້ວຍເຄື່ອງມືເອເລັກໂຕຣນິກປະກອບມີ: ໃບຮັບເງິນຈາກຕູ້(ATM), ປ່ອງບໍລິການ (Counter Service), ເຄື່ອງຮູບບັດ, ເຄື່ອງພິມ ແລະ ຮູບແບບເຄື່ອງມືທີ່ໃກ້ຄຽງ;
4.2  ຮູບແບບເອກະສານຢັ້ງຢືນການຊຳລະເງິນ ທີ່ອອກໃຫ້ໂດຍທະນາຄານ (ໃບແຈ້ງມີ, Statement ຂອງທະນາຄານ) ຫຼື ອອກໂດຍຂະແໜງສ່ວຍສາອາກອນ ໃນກໍລິນີຫາກມີການຢັ້ງຢືນສະເພາະ;
4.3  ຮູບແບບຂໍ້ມູນການຊຳລະເງິນແບບເອເລັກໂຕຣນິກ ທີ່ເກັບຮັກສາໃນຖານຂໍ້ມູນ;

5.   ເນື້ອໃນກຳນົດຢູ່ໃນເອກະສານຢັ້ງຢືນການຊຳລະເງີນ ຫຼື ຖານຂໍ້ມູນທາງເອເລັກໂຕຣນິກ ປະກອບມີ:

-   ເລກປະຈຳຕົວຜູ້ເສຍອາກອນ;

-   ເລກທີໃບແຈ້ງ ຫຼື ໃບສັ່ງມອບທີ່ອອກຈາກລະບົບ (E-tax) ແລະ ຜ່ານປ່ອງບໍລິການ;

-   ຊື່ຜູ້ເສຍອາກອນ;

-   ປະເພດອາກອນ;

-   ຈຳນວນເງິນມອບ;

-   ໄລຍະມອບອາກອນ (ວັນ, ເດືອນ, ງວດ, ປີ)

-   ລະຫັດອ້າງອີງການຮັບເງິນຂອງທະນະຄານ ຫຼື Bar code/QR code

6.   ການນຳໃຊ້ເອກະສານຢັ້ງຢືນການຊຳລະເງີນ ແລະ ຂໍ້ມູນການຊຳລະແບບເອເລັກໂຕຣນິກ

ເອກະສານຢັ້ງຢືືນການຊຳລະເງີນແບບທັນສະໄໝ (Easy Tax) ປະກອບມີ: ໃບຮັບເງີນແບບອັດຕະໂນມັດຈາກຕູ້(ATM) ໃບຮັບເງິນແບບອັດຕະໂນມັດຈາກເຄື່ອງຮູບບັດເງີນສົດຕ່າງໆ, ໃບຮັບເງິນຈາກປ່ອງບໍລິການຂອງທະນາຄານ, ລາຍການເຄື່ອນໄຫວບັນຊີ (Statement) ທີ່ຢັ້ງຢືນໂດຍທະນາຄານ, ໜັງສືຮັບຮອງການຊຳລະເງີນອາກອນຈາກຂະແໜງສ່ວຍສາອາກອນ ຫຼື ອອກຈາກລະບົບເອເລັກໂຕຣນິກ ສະເພາະໃດໜື່ງຂອງຂະແໜງສ່ວຍສາອາກອນ ແລະ ອື່ນໆ. ເອກະສານທີ່ກ່າວມານັ້ນ ແມ່ນນຳໃຊ້ເພື່ອເປັນເອກະສານຂໍ້ມູນຫລັກຖານອ້າງອີງໃນການບັນທືກບັນຊີ, ເປັນຫລັກຖານຢັ້ງຢືນການສຳລະເງີນໃຫ້ແກ່ລັດ, ເປັນຫລັກຖານຢັ້ງຢືນການກວດສອບ ຫລື ກວດກາເຈົ້າໜ້າທີ່ ທີ່ກຽ່ວຂ້ອງ ແລະ ເປັນຫລັກຖານໃນການດຳເນີນຄະດີ.

ຂໍ້ມູນການສຳລະເງີນແບບເອເລັກໂຕຮນິກ ຜ່ານລະບົບສຳລະເງີນອາກອນແບບທັນສະໄໜ (Easy Tax) ປະກອບມີ: ຂໍ້ຄວາມສັ້ນຢັ້ງຢືນການຊຳລະເງີນ (SMS), ຂໍ້ມູນການຊຳລະເງີນທີ່ຖືສົ່ງຜ່ານທາງອີເມລ໌ (Email), ຂໍ້ມູນການຊຳລະເງີນໃນລະບົບເອເລັກໂຕຣນິກອື່ນໆ ນຳໃຊ້ເປັນຫຼັກຖານໃນການຊຳລະເງີນອາກອນ, ເປັນຂໍ້ມູນເບື້ອງຕົ້ນໃຫ້ແກ່ການກວດກາຂອງເຈົ້າໜ້າທີ່ສ່ວຍສາອາກອນ ແລະ ຂະແໜງການທີ່ກ່ຽວຂ້ອງ;

7.  ການເກັບຮັກສາເອກະສານຢັ້ງຢືນ ແລະ ຂໍ້ມູນແບບເອເລັກໂຕຣນິກໃນການຊຳລະອາກອນແບບທັນສະໄໝ(Easy Tax) ຕ້ອງປະຕິບັດດັ່ງນີ້:

  • ໃຫ້ເກັບເອກະສານຢັ້ງຢືນການຊຳລະເງີນແບບທັນສະໄໝ (Easy Tax) ໄວ້ເພື່ອເປັນເອກະສານອ້າງອີງໃນການກວດກາຕາມກົດໝາຍວ່າດ້ວຍສ່ວຍສາອາກອນ;
  • ຂໍ້ມູນການຊຳລະໃນຮູບແບບເອເລັກໂຕຣນິກ ແມ່ນຕ້ອງເກັບຮັກສາຢູ່ໃນແມ່ຖານຂໍ້ມູນ (Server) ຫຼື ເຄື່ອງມືເອເລັກໂຕຣນິກໃດໜື່ງທີ່ແນ່ນອນ ທີ່ສາມາດເຂົ້າເຖີງຖານຂໍ້ມູນ, ສາມາດພິມອອກ ແລະ ນຳໃຊ້ເປັນຂໍ້ມູນຫຼັກຖານອ້າງອີງຕ່າງໆໄດ້;
  • ກໍລະນີບໍ່ສາມາດເກັບຮັກສາເອກະສານການຊຳລະເງີນອາກອນແບບທັນສະໄໝ (Easy Tax) ຫຼື ຂໍ້ມູນທາງເອເລັກໂຕຣນິກຫາກສູນເສຍ ແລະ ມີຄວາມຕ້ອງການເອກະສານຢັ້ງຢືນເພີ່ມຕື່ມ ໃຫ້ຜູ້ເສຍອາກອບພົວພັນຂໍໃບແຈ້ງມີ ຫຼື Statement ນຳທະນາຄານທີ່ກ່ຽວຂ້ອງ ແລະ ເອກະສານຕ່າງໆ ນຳຂະແໜງສ່ວຍສາອາກອນ ເພື່ອເປັນການຢັ້ງຢືນໃນກໍລະນີຫາກມີການກວດກາ, ກວດສອບສະເພາະໃດໜື່ງຈາກອົງການກວດສອບພາຍໃນ ຫຼື ພາຍນອກ.

III. ກົນໄກການປະສານງານ ແລະ ໜ້າທີ່ຄວາມຮັບຜິດຊອບແຕ່ລະພາກສ່ວນ

1.  ກົນໄກການປະສານງານ

ກະຊວງການເງີນແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳ-ນຳພາປັບປຸງກົນໄກການຄຸ້ມຄອງເກັບລາຍຮັບສ່ວຍສາອາກອນ ແລະ ຄ່າທຳນຽມທາງຕ່າງໆປະກອບມີ: ກົມສ່ວຍສາອາກອນ, ຄັງເງີນແຫ່ງຊາດ, ສູນເຕັກໂນໂລຊີຂໍ້ມູນຂ່າ່ວສານການເງິນ ແລະ ທະນາຄານ ເພື່ອປະສານງານຮ່ວມກັນ ດຳເນີນວຽກງານຕ່າງໆຄືດັ່ງລຸ່ມນີ້:

  • ເກັບກຳຂໍ້ມູນຕ່າງໆຢ່າງລະອຽດ, ສ້ງແຜນດຳເນີນວຽກງານ ແລະ ປືກສາຫາລື ກ່ຽວກັບຂັນຕອນການຈັດຕັ້ງປະຕິບັດການແຈ້ງ-ມອບອາກອນ ລວມເຖີງຂະບວນການຄຸ້ມຄອງລາຍຮັບສ່ວຍສາອາກອນທັງໝົດທີ່ມີຢູ່ໃນປັດຈຸບັນເພື່ອໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ;
  • ຄັດເລືອກເອົາຜູ້ເສຍອາກອນທີ່ເປັນບຸກຄົນ, ນິຕິບຸກຄົນເພື່ອເຜີຍແຜ່, ແນະນຳບັນດານິຕິກຳ, ລະບຽບການ ແລະ ເອກະສານທີ່ກ່ຽວຂ້ອງກັບການແຈ້ງ-ມອບອາກອນ ແລະ ຈັດຝືກອົບຮົມໃຫ້ພະນັກງານໃນຂະແໜງການເງີນ, ທະນາຄານ ແລະ ຜູ້ເສຍອາກອນ ໃຫ້ເຂົ້າໃຈເພື່ອພ້ອມກັນຈັດຕັ້ງປະຕິບັດ;
  • ສ້າງກົນໄກປະສານສົບທົບ, ຈຸດປະສານງານແກ້ໄຂບາງບັນຫາທີ່ຄົງຄ້າງທີ່ເກີດຂື້ນ ຫຼື ຈະເກີດຂື້ນໂດຍມີການປະຊຸມປືກສາຫາລື ເພື່ອຊອກວິທີທາງແກ້ໄຂ ຫຼື ນຳສະເໜີຂໍທິດຊີ້ນຳຈາກຂັ້ນເທີງໃຫ້ທັນການ;
  • ຈັດຕັ້ງປະຕິບັດເຮັດທົດລອງລະບົບການມອບອາກອນຜ່ານທະນາຄານ ນຳບັນດາຫົວໜ່ວຍທຸລະກິດຖືບັນຊີ ແລະ ເສຍອາກອນແບບມອບເໝົາຈຳນວນໜື່ງ;

2.  ໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະຂະແໜງການ

2,1 ຂະແໜງສ່ວຍສາອາກອນ

  • ແນະນຳວິທີການ, ຂັ້ນຕອນການນຳໃຊ້ການແຈ້ງ ແລະ ຊຳລະເງີນແບບທັນສະໄໝ (Easy Tax) ໃຫ້ແກ່ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອມອບພັນທະອາກອນເຂົ້າງົບປະມານແຫ່ງລັດ;
  • ອອກໃບສັ່ງມອບໃຫ້ແກ່ຜູ້ເສຍອາກອນທີ່ເປັນບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງຜ່ານລະບົບຄອມພີວເຕີ ຄຸ້ມຄອງການແຈ້ງເສຍອາກອນ (TMIS), ໂດຍມີລະຫັດຕົວເລກ ຫຼື ບາໂຄດ ຢັ້ງຢືນກຳກັບໃບແຈ້ງ ເພື່ອນຳໄປຊຳລະອາກອນຜ່ານຊ່ອງທາງຕ່າງໆ ຂອງທະນາຄານ;
  • ອຳນວຍຄວາມສະດວກ, ກວດກາ, ຕິດຕາມບັນດາຫົວໜ່ວຍທຸລະກິດ, ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງທີ່ແຈ້ງເສຍອາກອນແບບອອນໄລນ໌ ຜ່ານລະບົບອິນເຕີເນັດຂອງກະຊວງການເງີນ ເພື່ອອອກໃບສັ່ງມອບດ້ວຍຕົນເອງແບບອັດຕະໂນມັດ (E-tax);
  • ຄິດໄລ່ ແລະ ອອກໃບສັ່ງມອບ ໃນກໍລະນີຫາກມີໃບກວດກາໄດ້ເພີ່ມ,ຄ່າປັບໄໝ ແລະ ອື່ນໆ;
  • ຄຸ້ມຄອງລະບົບ, ກວດກາ ແລະ ຕິດຕາມ ບັນດາທຸລະກຳການແຈ້ງ ແລະ ຊຳລະເງີນອາກອນແບບທັນສະໄໝ (Easy Tax) ຢ່າງເປັນປະຈໍາ, ຮັບປະກັນບັນດາຂໍ້ມູນການຊຳລະເງີນອາກອນໃຫ້ຖືກຕ້ອງ.

2.2 ຄັງເງີນແຫ່ງຊາດ

  • ມີໜ້າທີ່ເປີດບັນຊີຕິດຕາມ ການສຳລະອາກອນແບບທັນສະໄໜ (Easy Tax) ຢູ່ບັນດາທະນາຄານເພື່ອຕິດຕາມການຊໍາລະອາກອນແບບທັນສະໄໜ ແລະ ຕິດຕາມ, ກວດກາ Statement ອອນໄລນ໌ເປັນແຕ່ລະວັນ;
  • ເອົາບັນຊີສຳຮອງ (Statement) ຂອງທະນາຄານເປັນເອກະສານກວດກາ, ສົມທຽບກັບຂໍ້ມູນຂ່າວສານການເງີນລະບົບ GFIS ເປັນແຕ່ລະລາຍການ, ຕາມລັກສະນະເນື້ອໃນ ແລະ ໃນລະບົບ GFIS ຕາມການສໍາລະອາກອນແບບທັນສະໄໜ (Easy Tax) ຂອງກະຊວງການເງີນ;
  • ເອົາບັນຊີສໍາຮອງ (Statement) ຂອງທະນາຄານ ເປັນເອກະສານຢັ້ງຢືນໃນການລົງບັນຊີປະຈຳວັນ, ເດືອນ ແລະ ປີ, ກວດກາຄວາມຖືກຕ້ອງແລ້ວທຽບໃສ່ລະບົບ (Easy Tax) ຂອງກະຊວງການເງີນ ຖ້າຕົວເລກກົງກັນໃຫ້ກົດປຸ່ມ ລົງການບັນທືກບັນຊີ ຫຼັງຈາກນັ້ນ ພິມປື້ມບັນຊີປະຈຳວັນ, ໝວດລາຍຮັບ ແລະ ໃບດຸ່ນດ່ຽງ ເພື່ອເປັນການຢັ້ງຢືນ;
  • ສະຫຼຸບການເຄື່ອນໄຫວສົມທຽບຕົວເລກກັບກົມສ່ວຍສາອາກອນ, ພະແນກສ່ວຍສາອາກອນປະຈໍາແຂວງ ແລະ ນະຄອນຫຼວງວຽງຈັນ ເປັນປະຈຳວັນ, ເດືອນ, ງວດ ແລະ ປີ ເພື່ອລາຍງານໃຫ້ຂັ້ນເທີງຂອງຕົນຊາບ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ;
  • ກ່ອນການປິບັນຊີປະຈຳວັນ ໜ່ວຍລາຍຮັບເງີນຄັງແຫ່ງຊາດປະຈຳແຂວງ, ນະຄອນຫຼວງ ຕ້ອງກວດກາສັງລວມຕົວເລກລາຍຮັບງົບປະມານໃຫ້ລະອຽດ, ຊັດເຈນ, ຖືກຕ້ອງ ທຽບໃສ່ລະບົບຂອງທະນາຄານ;
  • ການເກັບຮັກສາສຳເນົາເອກະສານຄື: ບັນຊີສຳຮອງຂອງທະນາຄານ ແລະ ຂໍ້ມູນໃນລະບົບ GFIS ໄວ້ໃນຖານຂໍ້ມູນແມ່ຂ່າຍ (Data Server) ແບບເອເລັກໂຕຣນິກ (Easy Tax) ຂອງລະບົບເພື່ອເປັນເອກະສານອ້າງອີງໃນການລົງບັນຊີ, ເປັນຫຼັກຖານຢັ້ງຢືນການກວດສອບ ຫຼື ກວດກາ, ສົມທຽບຕາມລະບຽບການບັນຊີ;
  • ຄັງເງີນແຫ່ງຊາດ, ຄັງເງີນແຫ່ງຊາດປະຈຳແຂວງ, ນະຄອນຫຼວງວຽງຈັນ ມີໜ້າທີ່ກວດກາ ສະຫຼຸບ ແລະ ສົມທຽບຕົວເລກລາຍຮັບກັບຕົວເລກການແຈ້ງມອບພັນທະອື່ນໆ ທີ່ສຳລະອາກອນແບບທັນສະໄໝ (Easy Tax) ກັບບັນຊີເງີນຝາກງົບປະມານຂອງຄັງເງີນແຫ່ງຊາດທີ່ໄດ້ເປີດໄວ້ ແລະ ເຄື່ອນໄຫວຢູ່ໃນລະບົບທະນາຄານໃຫ້ຖືກຕ້ອງຄົບຖ້ວນເປັນແຕ່ລະວັນ, ເດືອນ ແລະ ປີ;
  • ການນຳໃຊ້ລະຫັດ (Easy Tax) ສໍາລັບລາຍຮັບຂອງສູນກາງລະຫັດແມ່ນ 109, ສ່ວນລາຍຮັບຂອງແຂວງລະຫັດແມ່ນ 20 ຖ້າເຫັນລະຫັດສອງລາຍການນີ້ເກີດຂື້ນພ້ອມກັນ ແມ່ນໃຫ້ປະສານຫາທະນາຄານກວດກາຄືນ.

2.3 ສູນເຕັກໂນໂລຊີ ຂໍ້ມູນຂ່າວສານການເງີນ ກະຊວງການເງີນ

  • ຕິດຕາມກວດກາ, ບຳລຸງຮັກສາ ເຄື່ອຂ່າຍຂໍ້ມູນຂ່າວສານ ໃຫ້ສາມາດນໍາໃຊ້ໄດ້ຕະຫຼອດເວລາ;
  • ພັດທະນາ ແລະ ປັບປຸງ ລະບົບຂໍ້ມູນຂ່າວສານການເງີນຂອງລັດ (GFIS)  ແລະ ລະບົບແຈ້ງມອບອາກອນ (TMIS) ທີ່ກົມສ່ວຍສາອາກອນນຳໃຊ້ຢູ່ປັດຈຸບັນໃຫ້ທັນກັບສະພາບການເຊັ່ນ: ສາມາດສ້າງບົດລາຍງານຕ່າງໆກ່ຽວກັບການມອບພັນທະອາກອນເປັນແຕ່ລະໄລຍະ, ລະບົບການແຈ້ງຜ່ານອອນໄລນ໌ ລວມທັງບັນດາບົນລາຍງານຕ່າງໆ ທີ່ຕິດພັນກັບການຄຸ້ມຄອງທະບຽນອາກອນ, ຈັດຝືກອົບຮົມທາງດ້ານເຕັກນິກຂັ້ນຟື້ນຖານ ແລະ ແນະນຳຂັ້ນຕອນ, ວິທີການນຳໃຊ້ລະບົບການເຊື່ອຕໍ່ລະຫວ່າງລະບົບຂໍ້ມູນຂ່າວສານການເງີນຂອງລັດ (GFIS) ແລະ ລະບົບ(TMIS) ຂອງກົມສ່ວຍສາອາກອນ;
  • ສ້າງປື້ມຄູ່ມື ແລະ ມອບຄວາມຮັບຜິດຊອບໜ້າວຽກດ້ານເຕັກນິກຮ່ວມກັນຢ່າງເປັນລາຍລັກອັກສອນລະຫວ່າງກົມສ່ວຍສາອາກອນ, ຄັງເງີນແຫ່ງຊາດ ແລະ ສູນເຕັກໂນໂລຊີ ຂໍ້ມູນຂ່າວສານການເງີນ.

2.4 ທະນາຄານ

  • ຮັບເງິນສົດ ຫຼື ເງີນໂອນຈາກການຊຳລະອາກອນປະເພດຕ່າງໆ ຕາມໃບສັ່ງຂອງຂະແໜງສ່ວຍສາອາກອນນຳປ່ອງບໍລິການ (Counter Service) ຫຼື ຈາກຊ່ອງທາງເອເລັກໂຕຣນິກອື່ນໆ ຂອງທະນາຄານ ດັ່ງທີ່ໄດ້ລະບຸຂັ້ນເທີງ ແລ້ວໂອນເຂົ້າບັນຊີຂອງຄັງເງີນແຫ່ງຊາດ ທີ່ເປີດໄວ້ນຳທະນາຄານລວມເຖີງທະນາຄານສາຂາຕ່າງໆ;
  • ອຳນວຍຄວາມສະດວກໃນການບໍລິການທີ່ວ່ອງໄວໃຫ້ແກ່ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງທີ່ມອບເງີນອາກອນນຳທະນາຄານ;
  • ຮັບປະກັນຄວາມປອດໄພສຳລັບການມອບເງີນອາກອນຜ່ານລະບົບເອເລັກໂຕຣນິກຕ່າງໆ ໃຫ້ມີຄວາມໂປ່ງໃສ່ ແລະ ສາມາດກວດສອບໄດ້ທຸກເວລາ;
  • ບັນດາທະນາຄານທີ່ເຂົ້າຮ່ວມໂຄງການຊໍາລະເງີນອາກອນແບບທັນສະໄໝ (Easy Tax) ຈະຕ້ອງພັດທະນາລະບົບຂອງຕົນໂດຍຟື້ນຖານ ເພື່ອເຊື່ອມຕໍ່ກັບລະບົບທີ່ກົມສ່ວຍສາອາກອນ, ແລະ ຄັງເງີນແຫ່ງຊາດນຳໃຊ້ຢູ່ໃນປັດຈຸບັນ ເຊີ່ງສູນເຕັກໂນໂລຊີຂໍ້ມູນຂ່າວສານການເງີນກະຊວງການເງີນເປັນເຈົ້າການໃນການພັດທະນາຮ່ວມກັນເພື່ອໃຫ້ສາມາດນຳໃຊ້ໄດ້;
  • ຢັ້ງຢືນ ແລະ ສະໜອງຂໍ້ມູນດ້ານການເງີນໃຫ້ແກ່ຜູ້ເສຍອາກອນ ຫາກມີຄວາມຕ້ອງການເຊັ່ນ: ລາຍການເຄື່ອນໄຫວບັນຊີ (Statemant).
  • ແຕ່ງຕັ້ງພະນັກງານທະນາຄານ ເປັນໜ່ວຍງານປະສານງານກັບເຈົ້າໜ້າທີ່ສ່ວຍສາອາກອນ, ຄັງເງີນແຫ່ງຊາດ ແລະ ສູນເຕັກໂນໂລຊີຂໍ້ມູນຂ່າວສານການເງີນ ກະຊວງການເງີນ;
  • ປະສານສົບທົບກັບກົມສ່ວຍສາອາກອນ, ຄັງເງີນແຫ່ງຊາດ ແລະ ສູນເຕັກໂນໂລຊີ ຂໍ້ມູນຂ່າວສານການເງີນ ກະຊວງການເງີນ ໃນການຈັດຝືກອົບຮົນການນຳໃຊ້ລະບົບ (Easy Tax) ໃຫ້ພະນັກງານທະນາຄານ ແລະ ພະນັກງານສ່ວຍສາອາກອນ, ເຜີຍແຜ່ແນະນຳການນຳໃຊ້ລະບົບດັ່ງກ່າວໃຫ້ຜູ້ເສຍອາກອນຢ່າງກ້ວງຂວາງ ແລະ ຜັນຂະຫຍາຍລະບົບ (Easy Tax) ໄປສູ່ບັນດາແຂວງ ແລະ ເມືອງໃນຂອບເຂດທົ່ວປະເທດທີ່ມີຄວາມພ້ອມໃນການໃຊ້ລະບົບ;
  • ປັບປຸງ, ພັດທະນາຜ່ານລະບົບ ແລະ ເຄື່ອງມືດ້າານເອເລັກໂຕຣນິກອື່ນໆ ເພື່ອໃຫ້ມີຄວາມທັນສະໄໝວ່ອງໄວ ແລະ ໂປ່ງໃສໃຫ້ແກ່ຜູ້ເສຍອາກອນ.

2.5 ຄວາມຮັບຜິດຊອບຂອງຜູ້ເສຍອາກອນ

  • ຄິດໄລ່, ແຈ້ງ ແລະ ມອບເງີນອາກອນ ຜ່ານລະບົບທັນສະໄໝ (Easy Tax) ຂອງກະຊວງການເງີນ ແລະ ທະນາຄານໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນຕາມກຳນົດເວລາ;
  • ສະໜອງເອກະສານບັນຊີ, ໃບເກັບເງີນ, ໃບຢັ້ງຢືນຖານະການເງີນ, ເອກະສານຢັ້ງຢືນການຊຳລະເງີນທີ່ຖືກພິມອອກໂດຍເຄື່ອງມືເອເລັກໂຕຣນິກເຊັ່ນ: ໃບຮັບເງີນຈາກຕູ້ (ATM), ປ່ອງບໍລິການ (Counter Service) ໃບແຈ້ງມີ, Statemant ຂອງທະນາຄານ, ເຄື່ອງຮູບບັດ (EDC/POS), ເຄື່ອງພິມ ແລະ ຮູບແບບເຄື່ອງມືທີ່ໃກ້ຄຽງ ແລະ ເອກະສານອື່ນໆ ທີ່ຜົວພັນກັບການຄິດໄລ່ ແລະ ການກວດກາບັນຊີໃຫ້ຂະແໜງສ່ວຍສາອາກອນຕາມລະບຽບການ;
  • ປະຕິບັດຂໍ້ຕົງລົງ, ຄຳສັ່ງແນະນຳ ແລະ ແຈ້ງການຂອງເຈົ້າໜ້າທີ່ສ່ວຍສາອາກອນ, ຄັງເງີນແຫ່ງຊາດ, ສູນເຕັກໂນໂລຊີຂໍ້ມູນຂ່າວສານການເງີນ ກະຊວງການເງີນ ໃນການມອບພັນທະອາກອນປະເພດຕ່າງໆ ຜ່ານລະບົບຊໍາລະເງີນແບບທັນສະໄໝ (Easy Tax);
  • ຮັກສາ ແລະ ເກັບມ້ຽນເອກະສານທີ່ສະແດງການຊຳລະອາກອນ ເພື່ອເປັນເອກະສານຢັ້ງຢືນຕາມລະບຽບກົດໝາຍວ່າດ້ວຍທຸລະກຳທາງເອເລັກໂຕຣນິກ;
  • ກໍລະນີມີການປ່ຽນແປງຂໍ້ມູນຂອງຜູ້ເສຍອາກອນ ຕ້ອງແຈ້ງໃຫ້ລັດຖະກອນສ່ວຍສາອາກອນບ່ອນທີ່ຕົນຂື້ນກັບຊາບເພື່ອປັບປຸງແກ້ໄຂຂໍ້ມູນດັ່ງກ່າວໃຫ້ຖືກຕ້ອງ.

IV. ການປັບປຸງແກ້ໄຂຂໍ້ຄົງຄ້າງ ແລະ ວິທີຈັດຕັ້ງປະຕິບັດ

1. ການປັບປຸງແກ້ໄຂຂໍ້ຄົງຄ້າງຕ່າງໆ

  • ໃນກໍລະນີລະບົບຂໍ້ມູນຂ່າວສານການເງີນຂອງລັດ (GFIS), ລະບົບຄຸ້ມຄອງການແຈ້ງເສຍອາກອນ (TMIS) ລວມທັງລະບົບການແຈ້ງອາກອນຜ່ານເວັບໄຊ (E-Tax) ແລະ ລະບົບ (Easy Tax) ຂັດຂ້ອງບໍ່ສາມາດດໍາເນີນການໄດ້ຕ້ອງປະສານງານກັນຢ່າງຮີບດ່ວນ ໂດຍແຈ້ງໃຫ້ກົມສ່ວຍສາອາກອນຊາບ ເພື່ອເປັນໃຈກາງໃນການປະສານງານແກ້ໄຂໃຫ້ທັນການ, ໃນກໍລະນີລະບົບຊຳລະອາກອນແບບທັນສະໄໝ ບໍ່ສາມາດດຳເນີນການໄດ້ຊົ່ວຄາວ ແມ່ນໃຫ້ຂະແໜງສ່ວຍສາອາກອນ, ຄັງເງີນແຫ່ງຊາດ ແລະ ທະນາຄານ ປະຕິບັດຕາມຂັ້ນຕອນຄິດໄລ່, ແຈ້ງ-ມອບອາກອນ ແລະ ລົງບັນຊີຕາມຂັ້ນຕອນປົກກະຕິ ຈົນກວ່າລະບົບຈະສາມາດນໍາໃຊ້ຢ່າງເປັນປົກກະຕິ, ພ້ອມດຽວກັນນັ້ນກໍ່ຕ້ອງຮັບປະກັນການບັນທືກຂໍ້ມູນເຂົ້າລະບົບຄືນທັງໝົດ;
  • ໃນກໍລະນີທີ່ປ່ຽນແປງ (ດັດແກ້) ຫຼື ຍົກເລີກແຈ້ງເສຍອາກອນປະເພດຕ່າງໆ ຢູ່ໃນລະບົບຊຳລະເງີນແບບທັນສະໄໝ (Easy Tax) ທີ່ຜູ້ເສຍອາກອນຊຳລະໄປແລ້ວນັ້ນ ຕ້ອງໄດ້ເຮັດໜັງສືສະເໜີຫາກົມສ່ວຍສາອາກອນບ່ອນທີ່ຕົນຂຶ້ນກັບ ເພື່ອຂໍປ່ຽນແປງ (ດັດແກ້) ຂໍ້ມູນດັ່ງກ່າວ ພ້ອມທັງເຈົ້າໜ້າທີ່ສ່ວຍສາອາກອນຕ້ອງໄດ່້ກວດກາຄືນຈຳນວນຕົວເລກອາກອນທີ່ຕ້ອງມອບ ແລະ ສາເຫດຂອງການປ່ຽນແປງ (ດັດແກ້) ຂໍ້ມູນ. ກົມສ່ວຍສາອາກອນ, ຄັງເງີນແຫ່ງຊາດ ແລະ ສູນເຕັກໂນໂລຊີຂໍ້ມູນຂ່າວສານການເງີນ ກະຊວງການເງີນຕ້ອງໄດ້ກວດກາຄວາມຖືກຕ້ອງ ແລະ ນຳສະເໜີບັນດາທະນາຄານຢ່າງເປັນທາງການເພື່ອດຳເນີນການດັດແກ້ຕາມລະບຽບການ.

2. ວິທີຈັດຕັ້ງປະຕິບັດ

  • ມອບໃຫ້ກົມສ່ວຍສາອາກອນ, ຄັງເງີນແຫ່ງຊາດ, ສູນເຕັກໂນໂລຊີຂໍ້ມູນຂ່າວສານການເງີນ ກະຊວງການເງີນ ແລະ ທະນາຄານ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງເຜີຍແຜ່, ແນະນຳໃຫ້ເຈົ້າໜ້າທີ່ສ່ວຍສາອາກອນ, ພະນັັກງານຂະແໜງການທີ່ກ່ຽວຂ້ອງ ລວມທັງຜູ້ເສຍອາກອນໃຫ້ເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ;
  • ສ້າງກົນໄກປະສານສົມທົບ, ຈຸດປະສານງານ ໃນກໍລະນີ ມີຂໍ້ຄົງຄ້າງທີ່ເກີດຂື້ນຈາກການປະຕິບັດນິຕິກຳສະບັບນີ້ ກົມສ່ວຍສາອາກອນ, ຄັງເງີນແຫ່ງຊາດ, ສູນເຕັກໂນໂລຊີຂໍ້ມູນຂ່າວສານການເງີນ ກະຊວງການເງີນ ແລະ ທະນາຄານຕ້ອງປືກສາຫາລື, ຊອກຫາວິທີແກ້ໄຂ ຫຼື ນຳສະເໜີຂໍທິດຊີ້ນຳຈາກຂັ້ນເທີງຢ່າງທັນການ;

ຄຳແນະນຳສະບັບນິ້ ມີຜົນສັກສິດ ແລະ ນຳໃຊ້ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

 

                            ລັດຖະມົນຕີວ່າການກະຊວງການເງີນ
              ດຣ ລຽນ ທີແກ້ວ

# ຫົວຂໍ້ ດາວໂຫຼດ
1 Instruction on the Management and Utilization of the Easy Tax System No.618/MOF, dated 10 March 2016 PDF
2 ຄຳແນະນຳ ກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ລະບົບຊຳລະອາກອນແບບທັນສະໄໝ (Easy Tax) ເລກທີ 618/ກງ, ລົງວັນທີ 10 ມີນາ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.