ອີງຕາມ ຄຳແນະນຳ ກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ລະບົບຊຳລະອາກອນແບບທັນສະໄໝ (Easy Tax) ເລກທີ 618/ກງ, ລົງວັນທີ 10 ມີນາ 2016, ເພື່ອເປັນການປັບປຸງກົນໄກການຄຸ້ມຄອງການຊຳລະອາກອນແບບທັນສະໄໝຜ່ານລະບົບອອນໄລນ໌ ແລະ ເຄື່ອງມືທາງເອເລັກໂຕຣນິກຂອງບັນດາທະນາຄານ, ແນ່ໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກ, ມີຄວາມປອດໄພ, ທັນສະໄໝ, ໂປ່ງໃສ ແລະ ຮັບປະກັນການຄຸ້ມຄອງ ເຂົ້າງົບປະມານແຫ່ງລັດ ໃຫ້ຖືກຕ້ອງ ແລະ ທັນຕາມກຳນົດເວລາ. ໃນປັດຈຸບັນ, ໄດ້ມີ 07 ແຂວງ ນຳໃຊ້ລະບົບຊຳລະອາກອນແບບທັນສະໄໝ (Easy Tax) ໄດ້ແກ່: ນະຄອນຫຼວງວຽງຈັນ (ເມືອງ ໄຊເສດຖາ, ເມືອງ ຈັນທະບູລີ, ເມືອງ ສີສັດຕະນາກ, ເມືອງ ສີໂຄດຕະບອງ ແລະ ຕະຫຼາດເຊົ້າ), ແຂວງ ຫຼວງພະບາງ, ແຂວງ ວຽງຈັນ, ແຂວງ ບໍລິຄຳໄຊ, ແຂວງ ຄຳມ່ວນ, ແຂວງ ສະຫວັນນະເຂດ ແລະ ແຂວງ ຈຳປາສັກ. ນອກຈາກນັ້ນ, ສາມາດນຳໃຊ້ໄດ້ໃນ 04 ທະນາຄານຄື: ທະນາຄານການຄ້າຕ່າງປະເທດລາວ, ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກຳ ແລະ ທະນາຄານຮ່ວມທຸລະກິດລາວ-ຫວຽດ. ສຳລັບການນຳໃຊ້ເອກກະສານຢັ້ງຢືນການຊຳລະເງິນແບບທັນສະໄໝ (Easy Tax) ປະກອບມີ: ໃບຮັບເງິນແບບອັດຕະໂນມັດຈາກຕູ້ ATM, ໃບຮັບເງິນແບບອັດຕະໂນມັດຈາກເຄື່ອງຮູດບັດເງິນສົດຕ່າງໆ, ໃບຮັບເງິນຈາກປ່ອງບໍລິການຂອງທະນາຄານ, ລາຍການເຄື່ອນໄຫວບັນຊີ (Statement) ທີ່ຢັ້ງຢືນໂດຍທະນາຄານ ແລະ ໜັງສືຮັບຮອງການຊຳລະເງິນອາກອນຈາກຂະແໜງສ່ວຍສາອາກອນ. ເອກະສານທີ່ກ່າວມານັ້ນ ແມ່ນນຳໃຊ້ເພື່ອເປັນເອກະສານຂໍ້ມູນຫຼັກຖານອ້າງອີງໃນການບັນທຶກບັນຊີ,ການຢັ້ງຢືນການຊຳລະເງິນໃຫ້ແກ່ລັດ, ການຢັ້ງຢືນການກວດສອບຕໍ່ເຈົ້າໜ້າທີ່ ແລະ ການດຳເນີນຄະດີ.

ຄລິກເພື່ອດາວໂຫຼດ ແລະ ເບິ່ງຄຳແນະນຳສະບັບເຕັມ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.