ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງິນ            ເລກທີ 2753/ກງ
ນະຄອນຫຼວງວຽງຈັນ, ລົງວັນທີ 16 ສິງຫາ 2017

ແຈ້ງການເພີ່ມເຕີມ

ເຖິງ: ກົມສ່ວຍສາອາກອນ, ກະຊວງການເງິນ
         - ບັນດາສ່ວຍສາອາອາກອນປະຈໍາແຂວງ ແລະ ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ;
         - ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ, ບັນດາຫົວໜ່ວຍທຸລະກິດທີ່ດຳເນີນທຸລະກິດດ້ານບໍ່ແຮ່.
ເລື່ອງ: ການເກັບອາກອນມູນຄ່າເພີ່ມ ຈາກການຂຸດຄົ້ນ, ຈຳໜ່າຍ ແລະ ສົ່ງອອກຜະລິດຕະພັນແຮ່ທາດ.

  • ອີງຕາມ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 52/ສພຊ, ລົງວັນທີ 23 ກໍລະກົດ 2014;
  • ອີງຕາມ ຄຳແນະນຳຂອງລັດຖະມົນຕີກະຊວງການເງິນ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 0077/ກງ, ລົງວັນທີ 11 ມັງກອນ 2017.

ເພື່ອຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ແລະ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ຢ່າງຖືກຕ້ອງຄົບຖ້ວນ, ກະຊວງການເງິນອອກແຈ້ງການເພີ່ມເຕີມ ກ່ຽວກັບການເກັບອາກອນມູນຄ່າເພີ່ມ ຈາກການຈຸດຄົ້ນ, ນຳໜ່າຍພາຍໃນປະເທດ ແລະ ສົ່ງອອກຕ່າງປະເທດ ຫຼື ເຂດເສດຖະກິດພິເສດ ສຳລັບແຮ່ທາດ, ຜະລິດຕະພັນແຮ່ທາດສຳເລັດຮູບ ແລະ ເຄິ່ງສຳເລັດຮູບ ມີລາຍລະອຽດດັ່ງນີ້:

1. ການປະຕິບັດອາກອນມູນຄ່າເພີ່ມຂອດຂຸດຄົ້ນແຮ່ທາດ
          ຖ້າຜູ້ສຳປະທານຂຸດຄົ້ນເອງແມ່ນບໍ່ໄດ້ຖືກເສຍ, ຖ້າຈ້າງຜູ້ອື່ນຂຸດຄົ້ນແມ່ນຕ້ອງເສຍອາກອນມູນຄ່າເພີ່ມ ຈາການຊື້ບໍລິການຂຸດຄົ້ນດັ່ງກ່າວ ອັດຕາ 10% ຕາມ 6.2.ນ ຂອງຄຳແນະນຳຂອງລັດຖະມົນຕີກະຊວງການເງິນ ກ່ຽວກັບການການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 0077/ກງ, ລົງວັນທີ 11 ມັງກອນ 2017: ການສະໜອງການບໍລິການຂຸດຄົ້ນຊັບພະຍາກອນທຳມະຊາດ ໂດຍຜູ້ອື່ນທີ່ບໍ່ແມ່ນຜູ້ສຳປະທານ, ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມແມ່ນມູນຄ່າບໍລິການຂຸດຄົ້ນຕົວຈິງ ຫຼື ຕາມສັນຍາທີ່ຍັງບໍ່ທັນໄດ້ລວມອາກອນມູນຄ່າເພີ່ມ.

2. ການເກັບອາກອນມູນຄ່າເພີ່ມຈາກການຈຳໜ່າຍ ຜະລິດຕະພັນແຮ່ທາດພາຍໃນປະເທດ

          ບຸກຄົນ ຫຼື ນິຕິບຸກຄົນ ທີ່ສະໜອງແຮ່ທາດ ຫຼື ຜະລິດຕະພັນແຮ່ທາດບໍ່ວ່າຈະເປັຮຜະລິດຕະພັນສຳເລັດຮູບ, ເຄິ່ງສຳເລັດຮູບ ຫຼື ເປັນວັດຖຸດິບກໍຕາມ ຕ້ອງໄດ້ຄິດໄລ່ເກັບອາກອນມູນຄ່າເພີ່ມໃນອັດຕາ 10% ຂອງມູນຄ່າສະໜອງ, ຕາມທີ່ກຳນົດໃນມາດຕາ 16 ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ແລະ ຂໍ້ 6.4 ຄຳແນະນຳຂອງລັດຖະມົນຕີກະຊວງການເງິນ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 0077/ກງ, ລົງວັນທີ 11 ມັງກອນ 2017. ຍົກເວັ້ນບັນດານລາຍການທີ່ໄດ້ກຳນົດຢູ່ໃນມາດຕາ 12 (ປັບປຸງ) ແລະ ຂໍ້ 5.1 ຂອງກົດໝາຍ ແລະ ຄຳແນະນຳດັ່ງກ່າວນັ້ນ.

3. ກົນໄກການປະສານງານ ແລະ ໜ້າທີ່ຄວາມຮັບຜິດຊອບແຕ່ລະພາກສ່ວນ
        
ບຸກຄົນ ຫຼື ນິຕິບຸກຄົນ ທີ່ສົ່ງອອກແຮ່ທາດ ຫຼື ຜະລິດຕະພັນແຮ່ທາດໄປຕ່າງປະເທດ ຫຼື ເຂດເສດຖະກິດພິເສດຕ້ອງໄດ້ປະຕິບັດພັນທະອາກອນມູນຄ່າເພີ່ມ ດັ່ງນີ້:
       - ໃຫ້ຄິດໄລ່ເກັບ ອມພ ອັດຕາ 0% ສຳລັບສົ່ງອອກຜະລິດຕະພັນແຮ່ທາດສຳເລັດຮູບ;
       - ໃຫ້ຄິດໄລ່ເກັບ ອມພ ອັດຕາ 10% ສຳລັບແຮ່ທາດທີ່ເປັນວັດຖຸດິບ ແລະ ບໍ່ແມ່ນຜະລິດຕະພັນສຳເລັດຮູບຕາມທີ່ໄດ້ກຳນົດໄວ້ໃນມາດຕາ 16 ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 52/ສພຊ, ລົງວັນທີ 23 ກໍລະກົດ 2014 ແລະ ຂໍ້ 6.4 ຂອງຄຳແນະນຳລັດຖະມົນຕີກະຊວງການເງິນ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 0077/ກງ, ລົງວັນທີ 11 ມັງກອນ 2017.

4. ການຫັກ, ການສົ່ງຄືນ ແລະ ການມອບອາກອນມູນຄ່າເພີ່ມ.
     (1). ການຫັກອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າ:
     
ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ອະນຸຍາດໃຫ້ຫັກໄດ້ ແມ່ນອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ຕິດພັນໂດຍກົງກັບແຮ່ທາດ ຫຼື ຜະລິດຕະພັນແຮ່ທາດ ທີ່ຂາຍຢູ່ໃນປະເທດ ແລະ ປະຕິບັດຖືກຕ້ອງ, ຄົບຖ້ວນຕາມເງື່ອນໄຂຂອງມາດຕາ 19 ແລະ 20 ຂໍ້ 1-4 ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 52/ສພຊ, ລົງວັນທີ 23 ກໍລະກົດ 2014 ແລະ ຄຳແນະນໍາລັດຖະມົນຕີກະຊວງການເງິນ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 0077/ກງ, ລົງວັນທີ 11 ມັງກອນ 2017.

    (2). ການສົ່ງຄືນອາກອນມູນຄ່າເພີ່ມ:
     
ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ອະນຸຍາດສົ່ງຄືນ ແມ່ນອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ຕິດພັນໂດຍກົງກັບຜະລິດຕະພັນແຮ່ທາດສຳເລັດຮູບ ທີ່ສົ່ງອອກໄປຕ່າງປະເທດ ຫຼື ເຂດເສດຖະກິດພິເສດ ແລະ ປະຕິບັດຖືກຕ້ອງ, ຄົບຖ້ວນຕາມເງື່ອນໄຂ ຕາມມາດຕາ 26 ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 52/ສພຊ, ລົງວັນທີ 23 ກໍລະກົດ 2014 ແລະ ຂໍ້ 7.1 ຂໍ້ 7.1 ຂໍ້ (1) ຕາມແລະ ຄຳແນະນໍາລັດຖະມົນຕີກະຊວງການເງິນ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 0077/ກງ, ລົງວັນທີ 11 ມັງກອນ 2017.

    (3). ກົນໄກການແຈ້ງ-ມອບ ອາກອນມູນຄ່າເພີ່ມ:
     
- ການສົ່ງອອກແຮ່ທາດ ຫຼື ຜະລິດຕະພັນແຮ່ທາດທີ່ບໍ່ສຳເລັດຮູບໄປຕ່າງປະເທດ ຫຼື ເຂດເສດຖະກິດພິເສດແມ່ນໃຫ້ແຈ້ງ-ມອບຢູ່ກົມສ່ວຍສາອາກອນ ສະເພາະໂຄງການທີ່ສູນກາງອອກອະນຸມັດ ແລະ ສຳລັບໂຄງການທີ່ຂັ້ນແຂວງ ຫຼື ທ້ອງຖິ່ນອະນຸມັດແມ່ນໃຫ້ແຈ້ງ-ມອບຢູ່ພະແນກສ່ວຍສາອາກອນແຂວງບ່ອນທີ່ໂຄງການຕັ້ງຢູ່.
      - ສໍາລັບການຈໍາໜ່າຍແຮ່ທາດ ຫຼື ຜະລິດຕະພັນແຮ່ທາດ ຢູ່ພາຍໃນປະເທດ ແມ່ນໃຫ້ປະຕິບັດການແຈ້ງມອບອາກອນມູນຄ່າເພີ່ມ ນຳຂະແໜງສ່ວຍສາອາກອນ ບ່ອນທີ່ບໍລິສັດຂຶ້ນທະບຽນ ຫຼື ບ່ອນໂຄງການຕັ້ງຢູ່.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຮອງນາຍົກລັດຖະມົນຕີ,
ລັດຖະມົນຕີກະຊວງການເງີນ

ສົມດີ ດວງດີ
 

# ຫົວຂໍ້ ດາວໂຫຼດ
1 Notification on Value-added Tax for Exploitation, Sell and Mineral products No.2753/MOF, dated 16 August 2017 PDF
2 ແຈ້ງການເພີ່ມເຕີມ ກ່ຽວກັບ ການເກັບອາກອນມູນຄ່າເພີ່ມ ຈາກການຂຸດຄົ້ນ, ຈຳໜ່າຍ ແລະ ສົ່ງອອກຜະລິດຕະພັນແຮ່ທາດ ສະບັບເລກທີ 2753/ກງ, ລົງວັນທີ 16 ສິງຫາ 2017 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.