ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດຖະນາຖາວອນ​​​​​​

ກະຊວງອຸດສາຫະກໍາ ແລະ ການຄ້າ
ຫ້ອງການ                  ເລກທີ0529/ຫອຄ.ກຄພນ
ນະຄອນຫຼວງວຽງຈັນ,ວັນທີ 09 ມີນາ 2018

ແຈ້ງການ

ເຖິງ: - ທ່ານປະທານສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສລາວ.
      - ທ່ານຜູ້ອໍານວຍການ ບໍລິສັດທີ່ດໍາເນີນທຸລະກິດກ່ຽວກັບນໍ້າມັນເຊື້ອໄຟ.

ເລື່ອງ: ການຈັດຕັ້ງປະຕິບັດດໍາລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ.

  - ອີງຕາມດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017 ວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ.

  - ອີງຕາມຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າສະບັບເລກທີ 1273/ອຄ, ລົງວັນທີ 25 ກໍລະກົດ 2016.

    ປະຈຸບັນ, ດໍາລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ ສະບັບເລກທີ 331/ນຍ ລົງວັນທີ 27 ຕຸລາ 2017 ໄດ້ປະກາດໃຊ້ຢ່າງເປັນທາງການ. ເນື້ອໃນຂອງດໍາລັດໄດ້ກໍານົດແຈ້ງກ່ຽວກັບບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ, ບໍລິສັດຈໍາໜ່າຍພາຍໃນ, ປໍ້ານໍ້າມັນເຊື້ອໄຟ ແລະ ບໍລິສັດໃຫ້ບໍລິການກ່ຽວກັບນໍ້າມັນເຊື້ອໄຟ. ສະນັ້ນ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດດໍາລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ, ຮັບປະກັນໄພໄດ້ຜົນປະໂຫຍດຂອງລັດ, ຜູ້ປະກອບການ ແລະ ຜູ້ຊົມໃຊ້.

   ຫ້ອງການ, ກະຊວງອຸດສາຫະກໍາ ແລະ ການຄ້າຂໍຖືເປັນກຽດແຈ້ງມາຍັງທ່ານຊາບ ແລະ ປະຕິບັດດັ່ງນີ້:

  1. ບໍລິສັດທີ່ສ້າງຕັ້ງ ແລະ ເຄື່ອນໄຫວ ຕາມຂໍ້ຕົກລົງເລກທີ 1785/ອຄ.ຄພນ, ລົງວັນທີ 7 ກັນຍາ 2009 ຕ້ອງກໍານົດຈຸດຢືນໃຫ້ຊັດເຈນວ່າ: ຈະສືບຕໍ່ເຄື່ອນໄຫວເປັນບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ, ບໍລິສັດຈໍາໜ່າຍພາຍໃນ, ບໍລິສັດໃຫ້ເຊົ່າສາງນໍ້າມັນເຊື້ອໄຟ, ບໍລິການໃຫ້ເຊົ່າພາຫະນະຂົນສົ່ງນໍ້າມັນເຊື້ອໄຟ ຫຼື ຄວບບໍລິສັດແແລ້ວສະເໜີດັດແກ້ທະບຽນວິສາຫະກິດ ຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ ຕາມຂັ້ນຕອນທີ່ໄດ້ກໍານົດໄວ້ ກົດໝາຍວ່າດ້ວຍວິສາຫະກິດ ສະບັບເລກທີ 46/ສພຊ, ລົງວັນທີ 26 ທັນວາ 2013, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບເລກທີ 14/ສພຊ, ລົງວັນທີ 17 ພະຈິກ 2016 ແລະ ດໍາລັດວ່າດ້ວຍທຸລະກິດນໍາມັນເຊື້ອໄຟ ສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017.
  2. ໄລຍະຂ້າມຜ່ານ 6 ເດືອນຕົ້ນປີ 2018 ການຢັ້ງຢືນແຜນການຈໍາໜ່າຍນໍ້າມັນເຊື້ອໄຟ ແມ່ນປະຕິບັດຕາມເງື່ອນໄຂຂອງຂໍ້ຕົກລົງເລກທີ 1785/ອຄ.ຄພນ, ລົງວັນທີ 7 ກັນຍາ 2009 ສ່ວນການຢັ້ງຢືນແຜນການຈໍາໜ່າຍນໍ້າມັນເຊື້ອໄຟ 6 ເດືອນທ້າຍປີ 2018 ແມ່ນພິຈາລະນາ ສະເພາະບໍລິສັດທີ່ໄດ້ມາດຖານເງື່ອນໄຂຂອງດໍາລັດດ້ວຍທຸລະກິດນໍ້າມັນເຊື້ອໄຟ ສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017 ເທົ່ານັ້ນ.
  3. ບຸກຄົນ, ນິຕິບຸກຄົນມິຈຸດປະສົງສ້າງຕັ້ງບໍລິສັດເພື່ອເຄື່ອນໄຫວທຸລະກິດກ່ຽວກັບນໍ້າມັນເຊື້ອໄຟ ຕ້ອງປະຕິບັດຕາມຂັ້ນຕອນທີ່ໄດ້ກໍານົດໄວ້ ກົດໝາຍວ່າດ້ວຍວິສາຫະກິດ ສະບັບເລກທີ 46/ສພຊ, ລົງວັນທີ 26 ທັນວາ 2013, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບເລກທີ 14/ສພຊ, ລົງວັນທີ 17 ພະຈິກ 2016 ແລະ ທີ່ກໍານົດໃນດໍາລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ ສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017.
  4. ສໍາລັບການສ້າງຕັ້ງປໍ້ານໍ້າມັນເຊື້ອໄຟໃໜ່ນັ້ນ ແມ່ນໃຫ້ປະຕິບັດຕາມແຈ້ງການເລກທີ 0509/ຫອຄ.ກຄພນ, ລົງວັນທີ 5 ເມສາ 2017 ວ່າດ້ວຍຢຸດຕິການອະນຸຍາດສ້າງຕັ້ງສາງ ແລະ ປໍ້າຊົ່ວຄາວຈົນກວ່າຈະມີແຈ້ງການໃໝ່ປ່ຽນແທນ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ໃຫ້ມີຄວາມຮ້ວມມືໃນການຈັດຕັ້ງປະຕິບັດ.

ຮອງຫົວໜ້າຫ້ອງການ

ດຣ. ບຸນເພັງ ສີບຸນເຮືອງ

 

# ຫົວຂໍ້ ດາວໂຫຼດ
1 Notification on the implementation of Decree on Petroleum Business. No. 0529/PSO.DTD, dated 09 March 2018 PDF
2 ແຈ້ງການກ່ຽວກັບການຈັດຕັ້ງປະຕິບັດດຳລັດວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟ ສະບັບເລກທີ 0529/ຫອຄ.ກຄພນ, ລົງວັນທີ 09 ມີນາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.