ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດຖະນາຖາວອນ

 

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ

ເລກທີ373/ຫສນຍ.ກລຂ

ນະຄອນຫຼວງວຽງຈັນ, ວັນທີ 15 ມີນາ 2018

 

ແຈ້ງການ

ຮຽນ: - ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ທີ່ນັບຖື.
      - ທ່ານ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ທີ່ນັບຖື.
      - ທ່ານ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ.
      - ທ່ານ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້.
     - ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ.
     - ທ່ານ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.
     - ທ່ານ ເຈົ້າແຂວງຫຼວງນໍ້າທາ.

ເລື່ອງ: ທິດຊີ້ນໍາກ່ຽວກັບການຈັດຕັ້ງປະຕິບັດວຽກງານຮ່ວມມື ລະຫວ່າງພາກລັດ ( ກະຊວງການເງິນ ) ແລະ ພາກເອກະຊົນ ( ບໍລິສັດ ທີແຊັດ ໄອຊີດີ ລາວ-ຈໍາກັດ ) ໃນການສ້າງຕັ້ງບໍລິສັດລາວສາກົນ ໄອດີຊີ ຈໍາກັດ ເພື່ອສ້າງສາງຄ່ຽນຖ່າຍສິນຄ້າ ຢູ່ດ່ານພາສີສາກົນບໍ່ເຕັນ, ແຂວງຫຼວງນໍ້າທາ.

- ອີງຕາມເອກະສານລາຍງານ ສະບັບເລກທີ 4098/ກງ, ລົງວັນທີ 23 ພະຈິກ 2017 ຂອງກະຊວງການເງິນ.

- ອີງຕາມເອກະສານລາຍງານຜົນຂອງກອງປະຊຸມປຶກສາຫາລື ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງໂດຍການເປັນປະທານຂອງທ່ານສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 6 ກຸມພາ 2018, ສະບັບເລກທີ 147/ຫສນຍ,ກຄສ, ລົງວັນທີ 14 ກຸມພາ 2018 ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ.

- ອີງຕາມທິດຊີ້ນໍາ ແລະ ຕົກລົງຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 14 ມີນາ 2018.

    ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງທິດຊີ້ນໍາ ແລະ ການຕົກລົງຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ກ່ຽວກັບບັນຫາດັ່ງກ່າວ ມາຍັງທ່ານຊາບ ດັ່ງນີ້:

    ເຫັນດີໃຫ້ກະຊວງການເງິນ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ກະຊວງສາທາລະນະສຸກ ແຕ່ງພະນັກງານ ແລະ ເຈົ້າໜ້າທີ່ໄປປະຈໍາການຢູ່ດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາ ຕາມການສະເໜີ ຂອງກະຊວງການເງິນ, ແຕ່ມອບໃຫ້ກະຊວງການເງິນ ເປັນໃຈກາງສົມທົບກັບກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງສາທາລະນະສຸກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ແຂວງຫຼວງນໍ້າທາ ແລະ ພາກສ່ວນກ່ຽວຂ້ອງປຶກສາຫາລືກັນ ເພື່ອສ້າງກົນໄກການຄຸ້ມຄອງ ແລະ ການບໍລິການຢູ່ເຂດດ່ານດັ່ງກ່າວ ໃຫ້ຮັດກຸມ, ວ່ອງໄວ, ໂລ່ງລ່ຽນ ແລະ ບໍ່ສ້າງຄ່າສີ້ນເປືອງເພີ່ມໃຫ້ຜູ້ປະກອບການ.

     ດັ່ງນັ້ນ, ຈຶ່ງຖືເປັນກຽດແຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມຈິດໃຈຊີ້ນໍາທີ່ໄດ້ກ່າວມາຂ້າງເທິງດ້ວຍ.

ລັດຖະມົນຕີ,
ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ

ເພັດ ພົມພິພັກ

 

# ຫົວຂໍ້ ດາວໂຫຼດ
1 Notification on the Guidance to launch the joint venture between the government of Laos and the private company for the establishment of a company to build a warehouse at Boten International border checkpoint No.373/PMO.PSO, dated 15 March 2018 PDF
2 ແຈ້ງການກ່ຽວກັບການຈັດຕັ້ງປະຕິບັດວຽກຮ່ວມທຶນລະຫວ່າງພາກລັດ ແລະ ພາກເອກະຊົນ ໃນການສ້າງຕັ້ງບໍລິສັດລາວສາກົນ ໄອຊີດີ ຈຳກັດ ເພື່ອສ້າງສາງຄ່ຽນຖ່າຍສິນຄ້າຢູ່ດ່ານພາສີສາກົນບໍ່ເຕັນ, ແຂວງຫຼວງນ້ຳທາ ສະບັບເລກທີ 373/ຫສນຍ.ກລຂ, ລົງວັນທີ 15 ມີນາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.