ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ສະພາແຫ່ງຊາດ               ເລກທີ 27 /ສພຊ

ນະຄອນຫຼວງວຽງຈັນ, ວັນທີ30 ຕຸລາ 2017

ກົດໝາຍ

ວ່າດ້ວຍການປົກປ້ອງຜູ້ຜະລິດ

ທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ

ພາກທີI
ບົດບັນຍັດທົ່ວໄປ

 

ມາດຕາ  1  ຈຸດປະສົງ

ກົດໝາຍສະບັບນີ້ກໍານົດຫຼັກການ,  ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ,  ການຕິດຕາມກວດກາວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິພາບ,  ປະສິດທິຜົນ ແນໃສ່ເຮັດໃຫ້ຜູ້ຜະລິດສິນຄ້າພາຍໃນໄດ້ປັບປຸງຕົນເອງ ໃຫ້ມີຄວາມເຂັ້ມແຂງ, ເຕີບໃຫຍ່ຂະຫຍາຍຕົວ  ແລະ  ສາມາດແຂ່ງຂັນກັບການນໍາເຂົ້າສິນຄ້າປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ມາດຕາ 2  ການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ

ການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າແມ່ນການນໍາໃຊ້ມາດຕະການທາງດ້ານພາສີຫຼືການກໍານົດປະລິມານການນໍາເຂົ້າໃນໄລຍະເວລາໃດໜຶ່ງເພື່ອປົກປ້ອງຜູ້ຜະລິດສິນຄ້າພາຍໃນທີ່ໄດ້ຮັບຄວາມເສຍຫາຍຢ່າງຫຼວງຫຼາຍຫຼືມີໄພຂົ່ມຂູ່ທີ່ຈະກໍ່ໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍຈາກການນໍາເຂົ້າສິນຄ້າທີ່ເພີ່ມຂຶ້ນ.

ມາດຕາ  3  ການອະທິບາຍຄຳສັບ

ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 

1.  ຜູ້ຜະລິດສິນຄ້າພາຍໃນໝາຍເຖິງຜູ້ຜະລິດສິນຄ້າອຸດສາຫະກຳແລະກະສິກໍາຫຼື ສິນຄ້າປະເພດອື່ນໃນສປປລາວທີ່ຜະລິດສິນຄ້າທີ່ຄ້າຍຄືກັນຫຼືແຂ່ງຂັນໂດຍກົງກັບສິນຄ້ານຳເຂົ້າຫຼືຜູ້ຜະລິດທີ່ມີຜົນຜະລິດລວມປະກອບເປັນອັດຕາສ່ວນທີ່ສຳຄັນຂອງຜົນຜະລິດສິິນຄ້າພາຍໃນທັງໝົດ;

2.  ສິນຄ້າທີ່ຄ້າຍຄືກັນ ໝາຍເຖິງສິນຄ້າທີ່ມີຄຸນລັກສະນະສະເພາະພື້ນຖານທີ່ຄືກັນຫຼືຄ້າຍຄືກັນກັບສິນຄ້າທີ່ຜະລິດໃນສປປລາວເປັນຕົ້ນການປະຕິບັດງານ, ການນໍາໃຊ້, ຄຸນນະພາບ, ອົງປະກອບດ້ານເຕັກນິກ ແລະ ຢູ່ໃນກຸ່ມສິນຄ້າປະເພດດຽວກັນ;

3.  ສິນຄ້າທີ່ແຂ່ງຂັນໂດຍກົງໝາຍເຖິງສິນຄ້າອຸດສາຫະກໍາ ແລະ ສິນຄ້າກະສິກໍານໍາເຂົ້າທີ່ສາມາດໃຊ້ປ່ຽນແທນສິນຄ້າທີ່ຜະລິດພາຍໃນ;

4. ການນໍາເຂົ້າສິນຄ້າທີ່ເພີ່ມຂຶ້ນໝາຍເຖິງການນໍາເຂົ້າສິນຄ້າປະເພດໃດໜຶ່ງໃນປະລິມານທີ່ເພີ່ມຂຶ້ນ ຢ່າງຫຼວງຫຼາຍແບບເດັດຖານຫຼືທຽບຖານໂດຍປຽບທຽບກັບປະລິມານສິນຄ້າທີ່ຄ້າຍຄືກັນຫຼືສິນຄ້າທີ່ແຂ່ງຂັນໂດຍກົງທີ່ຜະລິດໃນ ສປປ ລາວ;

5. ຜູ້ມີສ່ວນກ່ຽວຂ້ອງໝາຍເຖິງຜູ້ຜະລິດ,  ຜູ້ສົ່ງອອກຫຼືຜູ້ນໍາເຂົ້າສິນຄ້າ ແລະ ລັດຖະບານຂອງປະເທດສົ່ງອອກສິນຄ້າທີ່ສ້າງຄວາມເສຍຫາຍຕໍ່ຜູ້ຜະລິດສິນຄ້າພາຍໃນທີ່ຜະລິດສິນຄ້າທີ່ຄ້າຍຄືກັນຫຼືສິນຄ້າທີ່ແຂ່ງຂັນໂດຍກົງກັບສິນຄ້ານຳເຂົ້າ, ກຸ່ມ, ສະມາຄົມຫຼືການຈັດຕັ້ງທີ່ເປັນຕົວແທນປົກປ້ອງຜົນປະໂຫຍດຂອງຜູ້ຜະລິດສິນຄ້າພາຍໃນ;

6. ປະລິມານການນໍາເຂົ້າສິນຄ້າທີ່ເພີ່ມຂຶ້ນແບບເດັດຖານຫຼືທຽບຖານໝາຍເຖິງປະລິມານການນຳເຂົ້າທີ່ເພີ່ມຂຶ້ນຕາມອັດຕາສ່ວນຮ້ອຍຫຼືປະລິມານໂດຍປຽບທຽບລະຫວ່າງປະລິມານການນຳເຂົ້າກັບປະລິມານການຜະລິດພາຍໃນປະເທດ;

7. ຄວາມເສຍຫາຍຢ່າງຫຼວງຫຼາຍ ໝາຍເຖິງ ຄວາມເສຍຫາຍທີ່ເກີດຂຶ້ນຈາກຜົນກະທົບຢ່າງຮ້າຍແຮງໂດຍລວມ ຕໍ່ຜູ້ຜະລິດສິນຄ້າພາຍໃນ;

8. ໄພຂົ່ມຂູ່ທີ່ຈະກໍ່ໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍ ໝາຍເຖິງ ເຫດການທີ່ໃກ້ຈະເກີດຂຶ້ນກັບຜູ້ຜະລິດສິນຄ້າພາຍໃນ ຊຶ່ງຈະພາໃຫ້ມີຄວາມເສຍຫາຍຢ່າງຫຼວງຫຼາຍ ແລະ ຢ່າງແນ່ນອນ.

ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ

ລັດຊຸກຍູ້ແລະສົ່ງເສີມ ວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຜົນກະທົບຈາກການນໍາເຂົ້າສິນຄ້າດ້ວຍການວາງນະໂຍບາຍແລະມາດຕະການ ເພື່ອສ້າງສະພາບແວດລ້ອມ ແລະ ເງື່ອນໄຂທີ່ເອື້ອອຳນວຍແກ່ຜູ້ຜະລິດສິນຄ້າພາຍໃນ ໃຫ້ສາມາດປັບປຸງຕົນເອງແລະແຂ່ງຂັນກັບການນຳເຂົ້າສິນຄ້າ.

ລັດ ສະໜອງງົບປະມານ, ບຸກຄະລາກອນ, ພາຫະນະ, ວັດຖູປະກອນ ໃຫ້ແກ່ອົງການຮັບຜິດຊອບ ຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຜົນກະທົບຈາກການນໍາເຂົ້າສິນຄ້າຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

ມາດຕາ 5 ຫຼັກການກ່ຽວກັບການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ

ການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າໃຫ້ປະຕິບັດຕາມຫຼັກການຕົ້ນຕໍດັ່ງນີ້:

1. ຮັບປະກັນຄວາມສອດຄ່ອງກັບນະໂຍບາຍແລະກົດໝາຍ;

2. ຮັບປະກັນຄວາມໂປ່ງໃສ, ພາວະວິໄສແລະຍຸຕິທຳ;

3. ນໍາໃຊ້ມາດຕະການໃນກໍລະນີທີ່ຈໍາເປັນໂດຍມີການກໍານົດເວລາທີ່ແນ່ນອນແລະບໍ່ເລືອກປະຕິບັດ;

4. ສອດຄ່ອງກັບສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາຄີ.

ມາດຕາ 6 ຂອບເຂດການນຳໃຊ້

ກົດໝາຍສະບັບນີ້ ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທັງພາຍໃນ ແລະຕ່າງປະເທດທີ່ດຳເນີນການຜະລິດສິນຄ້າຢູ່ພາຍໃນແລະຜູ້ນຳເຂົ້າສິນຄ້າ.

ມາດຕາ 7 ການຮ່ວມມືສາກົນ

ລັດສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະສາກົນກ່ຽວກັບການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າດ້ວຍການແລກປ່ຽນຂໍ້ມູນຂ່າວສານ,ເຕັກນິກ, ເຕັກໂນໂລຊີ,ການຝຶກອົບຮົມ ແລະຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາການ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິພາບ ແລະປະຕິບັດຕາມສົນທິສັນຍາ ແລະສັນຍາສາກົນ  ທີ່ສປປລາວ ເປັນພາຄີ.

ພາກທີII
ການກໍານົດແລະການສືບຫາຂໍ້ມູນກ່ຽວກັບຄວາມເສຍຫາຍ

ໝວດທີ 1
ການກໍານົດຄວາມເສຍຫາຍຂອງຜູ້ຜະລິດ
ທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ

ມາດຕາ 8 ຄວາມເສຍຫາຍຂອງຜູ້ຜະລິດສິນຄ້າພາຍໃນ

ຄວາມເສຍຫາຍຂອງຜູ້ຜະລິດສິນຄ້າພາຍໃນ ແມ່ນການສູນເສຍຜົນປະໂຫຍດທາງການຄ້າທີ່ໄດ້ຮັບ ຜົນກະທົບຮ້າຍແຮງໂດຍລວມ ຈາກການນໍາເຂົ້າສິນຄ້າທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍ ແລະເຮັດໃຫ້ຜູ້ຜະລິດສິນຄ້າພາຍໃນໄດ້ຮັບຄວາມເສຍຫາຍຢ່າງຫຼວງຫຼາຍ ຫຼື ເປັນໄພຂົ່ມຂູ່ທີ່ຈະກໍ່ໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍ.  

ມາດຕາ 9 ການກຳນົດຄວາມເສຍຫາຍຢ່າງຫຼວງຫຼາຍ   

ໃນການກໍານົດຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ຜູ້ຜະລິດສິນຄ້າພາຍໃນໃຫ້ພິຈາລະນາຕາມແຕ່ລະປັດໄຈດັ່ງນີ້:

1. ອັດຕາແລະປະລິມານການນໍາເຂົ້າສິນຄ້າທີ່ເພີ່ມຂຶ້ນຢ່າງເດັດຖານແລະທຽບຖານ;

2. ສ່ວນແບ່ງຕະຫຼາດຂອງຜູ້ຜະລິດສິນຄ້າພາຍໃນຫຼຸດລົງ;

3. ການປ່ຽນແປງຂອງລະດັບການຂາຍ;

4. ການປ່ຽນແປງຂອງລະດັບຜົນຜະລິດ;

5. ການປ່ຽນແປງຂອງລະດັບຜະລິດຕະພາບ;

6. ການປ່ຽນແປງຂອງລະດັບກໍາລັງການຜະລິດ;

7. ການປ່ຽນແປງຂອງລະດັບກໍາໄລຫຼືຂາດທຶນ;

8. ການປ່ຽນແປງຂອງລະດັບການຈ້າງງານ;

9. ປັດໄຈອື່ນທີ່ກ່ຽວຂ້ອງ.

ຄວາມເສຍຫາຍທີ່ເກີດຈາກປັດໄຈອື່ນທີ່ບໍ່ແມ່ນຍ້ອນການນໍາເຂົ້າສິນຄ້າທີ່ເພີ່ມຂຶ້ນບໍ່ຖືວ່າເປັນປັດໄຈຂອງຄວາມເສຍຫາຍຢ່າງຫຼວງຫຼາຍ.

ສຳລັບເນື້ອໃນລະອຽດຂອງ ແປດ ປັດໄຈຄວາມເສຍຫາຍ ແລະ ລະດັບຄວາມເສຍຫາຍຢ່າງຫຼວງຫຼາຍ ໄດ້ກໍານົດໃນລະບຽບການຕ່າງຫາກ.

ມາດຕາ 10 ການກຳນົດໄພຂົ່ມຂູ່ທີ່ຈະສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ

ການກໍານົດໄພຂົ່ມຂູ່ທີ່ຈະສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ຜູ້ຜະລິດສິນຄ້າພາຍໃນໃຫ້ອີງໃສ່ບັນດາປັດໄຈທີ່ໄດ້ກໍານົດໄວ້ໃນມາດຕາ 9 ຂອງກົດໝາຍສະບັບນີ້.

ໝວດທີ2
ການສືບຫາຂໍ້ມູນກ່ຽວກັບຄວາມເສຍຫາຍຈາກການນໍາເຂົ້າສິນຄ້າ

ມາດຕາ 11 ການສືບຫາຂໍ້ມູນກ່ຽວກັບຄວາມເສຍຫາຍຈາກການນໍາເຂົ້າສິນຄ້າ

ການສືບຫາຂໍ້ມູນກ່ຽວກັບຄວາມເສຍຫາຍຈາກການນໍາເຂົ້າສິນຄ້າແມ່ນການຊອກຫາຂໍ້ມູນເພື່ອຢັ້ງຢືນຄວາມເສຍຫາຍຢ່າງຫຼວງຫຼາຍ ຫຼື ໄພຂົ່ມຂູ່ທີ່ຈະສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ ຕໍ່ຜູ້ຜະລິດສິນຄ້າພາຍໃນ ຍ້ອນການນໍາເຂົ້າສິນຄ້າທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍຜິດປົກກະຕິ.

ການສືບຫາຂໍ້ມູນກ່ຽວກັບຄວາມເສຍຫາຍຈາກການນໍາເຂົ້າສິນຄ້າຈະດໍາເນີນໄດ້ກໍຕໍ່ເມື່ອມີສາເຫດໃດໜຶ່ງທີ່ໄດ້ກຳນົດໄວ້ໃນມາດຕາ 12  ຂອງກົດໝາຍສະບັບນີ້.

ກະຊວງອຸດສາຫະກໍາແລະການຄ້າດໍາເນີນການສືບຫາຂໍ້ມູນກ່ຽວກັບຄວາມເສຍຫາຍຈາກການນໍາເຂົ້າສິນຄ້າໂດຍມີການປະສານສົບທົບກັບກະຊວງ, ອົງການອື່ນທີ່ກ່ຽວຂ້ອງ ກ່ອນນໍາສະເໜີລັດຖະບານພິຈາລະນານຳໃຊ້ມາດຕະການປົກປ້ອງຕາມທີ່ໄດ້ກຳນົດໄວ້ໃນມາດຕາ 16 ຂອງກົດໝາຍສະບັບນີ້.

ມາດຕາ 12 ສາເຫດທີ່ພາໃຫ້ມີການສືບຫາຂໍ້ມູນ

ສາເຫດທີ່ພາໃຫ້ມີການສືບຫາຂໍ້ມູນກ່ຽວກັບຄວາມເສຍຫາຍຈາກການນໍາເຂົ້າສິນຄ້າມີດັ່ງນີ້:

1. ມີຄໍາຮ້ອງຂອງຜູ້ຜະລິດສິນຄ້າພາຍໃນຫຼືຜູ້ຕາງໜ້າຜູ້ຜະລິດສິນຄ້າພາຍໃນ;

2. ມີການພົບເຫັນຂໍ້ມູນ ຫຼືຫຼັກຖານກ່ຽວກັບຄວາມເສຍຫາຍຂອງຜູ້ຜະລິດສິນຄ້າພາຍໃນໂດຍເຈົ້າໜ້າທີ່ສືບຫາຂໍ້ມູນ;

ມາດຕາ 13 ຄໍາຮ້ອງຂອງຜູ້ຜະລິດສິນຄ້າພາຍໃນຫຼືຜູ້ຕາງໜ້າຜູ້ຜະລິດສິນຄ້າພາຍໃນ

ຜູ້ຜະລິດສິນຄ້າພາຍໃນ ຫຼືຜູ້ຕາງໜ້າຜູ້ຜະລິດສິນຄ້າພາຍໃນສາມາດຍື່ນຄໍາຮ້ອງຕໍ່ກະຊວງອຸດສາຫະກໍາແລະການຄ້າຕາມແບບພິມເພື່ອດໍາເນີນການສືບຫາຂໍ້ມູນຕາມປັດໄຈທີ່ໄດ້ກຳນົດໄວ້ໃນມາດຕາ9ຂອງກົດໝາຍສະບັບນີ້.

ຄໍາຮ້ອງຕ້ອງປະກອບດ້ວຍເອກະສານທີ່ມີຂໍ້ມູນດັ່ງນີ້:

1. ຂໍ້ມູນກ່ຽວກັບສິນຄ້ານໍາເຂົ້າທີ່ເພີ່ມຂຶ້ນ;

2. ຂໍ້ມູນກ່ຽວກັບຜູ້ຜະລິດ,ຜູ້ສົ່ງອອກແລະຜູ້ນໍາເຂົ້າ;

3. ຄວາມກ່ຽວພັນລະຫວ່າງການນໍາເຂົ້າທີ່ເພີ່ມຂຶ້ນກັບຄວາມເສຍຫາຍຢ່າງຫຼວງຫຼາຍຫຼືໄພຂົ່ມຂູ່ທີ່ຈະກໍ່ໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍ;

4. ແຜນປັບປຸງຂອງຜູ້ຜະລິດສິນຄ້າພາຍໃນ.

ພາຍຫຼັງໄດ້ຮັບຄໍາຮ້ອງແລ້ວ ເຈົ້າໜ້າທີ່ສືບຫາຂໍ້ມູນ ຕ້ອງພິຈາລະນາຂໍ້ມູນ ຫຼື ຫຼັກຖານໃຫ້ສໍາເລັດພາຍໃນ ສິບຫ້າ ວັນລັດຖະການ ນັບແຕ່ວັນໄດ້ຮັບຄໍາຮ້ອງເປັນຕົ້ນໄປ, ຖ້າຫານບໍ່ສາມາດສຳເລັດໄດ້ ພາຍໃນກໍານົດເວລາດັ່ງກ່າວ ເຈົ້າໜ້າທີ່ສືບຫາຂໍ້ມູນ ສາມາດສະເໜີຕໍ່ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອພິຈາລະນາຕໍ່ກໍານົດເວລາ,ແຕ່ສາມາດຕໍ່ໄດ້ສູງສຸດບໍ່ເກີນ ສິບວັນລັດຖະການ.

ໃນກໍລະນີເຈົ້າໜ້າທີ່ສືບຫາຂໍ້ມູນ ບໍ່ພົບເຫັນຂໍ້ມູນຫຼັກຖານທີ່ຊີ້ໃຫ້ເຫັນການນຳເຂົ້າສິນຄ້າທີ່ເພີ່ມຂຶ້ນ ແລະ ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ຜູ້ຜະລິດພາຍໃນ,ເຈົ້າໜ້າທີ່ສືບຫາຂໍ້ມູນ ຕ້ອງລາຍງານ ລັດຖະມົນຕີ ເພື່ອຊາບ ແລະ ແຈ້ງໃຫ້ຜູ້ຢື່ນຄໍາຮ້ອງກ່ຽວກັບຜົນການວິໄຈຂໍ້ມູນດັ່ງກ່າວ.

ໃນກໍລະນີເຈົ້າໜ້າທີ່ສືບຫາຂໍ້ມູນພົບເຫັນຂໍ້ມູນຫຼັກຖານ ທີ່ຢັ້ງຢືນມີການນຳເຂົ້າສິນຄ້າທີ່ເພີ່ມຂຶ້ນແລະໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ຜູ້ຜະລິດສິນຄ້າພາຍໃນ, ເຈົ້າໜ້າທີ່ສືບຫາຂໍ້ມູນຕ້ອງລາຍງານຕໍ່ລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າເພື່ອພິຈາລະນາອອກຂໍ້ຕົກລົງໃຫ້ດໍາເນີນການສືບຫາຂໍ້ມູນ.

ມາດຕາ 14 ການພົບເຫັນຂໍ້ມູນ ຫຼື ຫຼັກຖານໂດຍເຈົ້າໜ້າທີ່ສືບຫາຂໍ້ມູນ

ເມື່ອເຈົ້້າໜ້າທີ່ສືບຫາຂໍ້ມູນ ຫາກພົບເຫັນຂໍ້ມູນ ຫຼື ຫຼັກຖານທີ່ຊີ້ໃຫ້ເຫັນການນຳເຂົ້າສິນຄ້າທີ່ເພີ່ມຂຶ້ນຊຶ່ງໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຫຼືມີໄພຂົ່ມຂູ່ທີ່ຈະກໍ່ໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍນັ້ນເຈົ້າໜ້າທີ່ສືບຫາຂໍ້ມູນຕ້ອງລາຍງານຕໍ່ລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າເພື່ອພິຈາລະນາອອກຂໍ້ຕົກລົງໃຫ້ດຳເນີນການສືບຫາຂໍ້ມູນ.

ມາດຕາ 15 ຂັ້ນຕອນການດໍາເນີນການສືບຫາຂໍ້ມູນ

ການດຳເນີນການສືບຫາຂໍ້ມູນໃຫ້ດໍາເນີນຕາມຂັ້ນຕອນ ດັ່ງນີ້: 

1. ອອກຂໍ້ຕົກລົງໃຫ້ດໍາເນີນການສືບຫາຂໍ້ມູນ;

2. ດໍາເນີນການສືບຫາຂໍ້ມູນ;

3. ສະຫຼຸບແລະລາຍງານຜົນການສືບຫາຂໍ້ມູນ.

ມາດຕາ 16 ການອອກຂໍ້ຕົກລົງໃຫ້ດໍາເນີນການສືບຫາຂໍ້ມູນ

ພາຍຫຼັງໄດ້ຮັບບົດລາຍງານຈາກເຈົ້າໜ້າທີ່ສືບຫາຂໍ້ມູນ ລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າພິຈາລະນາອອກຂໍ້ຕົກລົງໃຫ້ດຳເນີນການສືບຫາຂໍ້ມູນພ້ອມທັງແຕ່ງຕັ້ງຄະນະສືບຫາຂໍ້ມູນກ່ຽວກັບຄວາມເສຍຫາຍຈາກການນຳເຂົ້າສິນຄ້າ.

ຄະນະສືບຫາຂໍ້ມູນກ່ຽວກັບຄວາມເສຍຫາຍຈາກການນຳເຂົ້າສິນຄ້າປະກອບດ້ວຍເຈົ້າໜ້າທີ່ສືບຫາຂໍ້ມູນ, ພະນັກງານຂອງ ຂະແໜງການອຸດສາຫະກໍາ ແລະ ການຄ້າ ແລະ ຜູ້ຕາງໜ້າຈາກພາກສ່ວນອື່ນທີ່ກ່ຽວຂ້ອງ.

ມາດຕາ 17 ການດໍາເນີນການສືບຫາຂໍ້ມູນ

ພາຍຫຼັງລັດຖະມົນຕີອອກຂໍ້ຕົກລົງໃຫ້ດໍາເນີນການສືບຫາຂໍ້ມູນຄະນະສືບຫາຂໍ້ມູນ ຕ້ອງດໍາເນີນຂັ້ນຕອນ ດັ່ງນີ້:

1. ແຈ້ງໃຫ້ປະເທດສົ່ງອອກ, ຜູ້ຍື່່ນຄໍາຮ້ອງ, ອົງການການຄ້າໂລກ ແລະ ຜູ້ມີສ່ວນກ່ຽວຂ້ອງຮັບຊາບກ່ອນການດໍາເນີນການສືບຫາຂໍ້ມູນ;

2. ເຜີຍແຜ່ຂໍ້ຕົກລົງໃຫ້ດໍາເນີນການສືບຫາຂໍ້ມູນໃນສື່ໃດໜຶ່ງ ເພື່ອໃຫ້ສັງຄົມຮັບຊາບຢ່າງກວ້າງຂວາງ;

3. ປຶກສາຫາລືກັບຜູ້ມີສ່ວນກ່ຽວຂ້ອງເພື່ອໃຫ້ພວກກ່ຽວສະແດງຫຼັກຖານ, ເອກະສານ ແລະ ຄວາມເຫັນກ່ຽວກັບການນຳໃຊ້ມາດຕະການປົກປ້ອງເພື່ອຮັບປະກັນຜົນປະໂຫຍດຂອງສາທາລະນະ;

4. ເກັບກຳຂໍ້ມູນຢູ່ສະຖານທີ່ຕ່າງໆທີ່ກ່ຽວຂ້ອງເພື່ອຢັ້ງຢືນຄວາມຖືກຕ້ອງ ແລະ ຄວາມເປັນຈິງກ່ຽວກັບຜົນກະທົບຈາກການນໍາເຂົ້າສິນຄ້າ.

ການສືບຫາຂໍ້ມູນ ຕ້ອງໃຫ້ສໍາເລັດພາຍໃນເວລາບໍ່ເກີນໜຶ່ງຮ້ອຍແປດສິບວັນນັບແຕ່ວັນທີ່ໄດ້ອອກຂໍ້ຕົກລົງເປັນຕົ້ນໄປ, ຖ້າຫາກບໍ່ສາມາດສໍາເລັດໃນກໍານົດເວລາດັ່ງກ່າວຄະນະສືບຫາຂໍ້ມູນສາມາດສະເໜີລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າ ເພື່ອພິຈາລະນາຕໍ່ກໍານົດເວລາ ແຕ່ຕໍ່ໄດ້ສູງສຸດບໍ່ໃຫ້ເກີນຫົກສິບວັນ.

ມາດຕາ 18 ການສະຫຼຸບແລະລາຍງານຜົນການສືບຫາຂໍ້ມູນ

ພາຍຫຼັງໄດ້ສໍາເລັດການສືບຫາຂໍ້ມູນແລ້ວຄະນະສືບຫາຂໍ້ມູນຕ້ອງສະຫຼຸບແລະລາຍງານຜົນການສືບຫາຂໍ້ມູນພ້ອມດ້ວຍຂໍ້ມູນຫຼັກຖານທັງໝົດທີ່ເກັບກໍາໄດ້ຕໍ່ລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າເພື່ອນໍາສະເໜີຕໍ່ລັດຖະບານພິຈາລະນາຕົກລົງນຳໃຊ້ຫຼືບໍ່ນໍາໃຊ້ມາດຕະການປົກປ້ອງ.

ມາດຕາ 19 ການຍົກເລີກການດໍາເນີນການສືບຫາຂໍ້ມູນ

ລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າອອກຂໍ້ຕົກລົງໃຫ້ຍົກເລີກການດໍາເນີນການສືບຫາຂໍ້ມູນໃນກໍລະນີດັ່ງນີ້:

1. ຜູ້ຮ້ອງຂໍຖອນຄໍາຮ້ອງຂອງຕົນ;

2. ບໍ່ມີຄວາມກ່ຽວພັນລະຫວ່າງການນໍາເຂົ້າສິນຄ້າທີ່ເພີ່ມຂຶ້ນກັບຄວາມເສຍຫາຍຢ່າງຫຼວງຫຼາຍຫຼືໄພຂົ່ມຂູ່ທີ່ຈະກໍ່ໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍ;

3. ເຫດຜົນອື່ນ.

ພາຍຫຼັງອອກຂໍ້ຕົກລົງໃຫ້ຍົກເລີກການດຳເນີນການສືບຫາຂໍ້ມູນກະຊວງອຸດສາຫະກໍາແລະການຄ້າຕ້ອງແຈ້ງໃຫ້ອົງການການຄ້າໂລກແລະຜູ້ມີສ່ວນກ່ຽວຂ້ອງ ພ້ອມທັງເຜີຍແຜ່ໃຫ້ສັງຄົມຊາບ.

ມາດຕາ 20 ການຮັກສາຂໍ້ມູນທີ່ເປັນຄວາມລັບ        

ເຈົ້າໜ້າທີ່ແລະ ຄະນະ ສືບຫາຂໍ້ມູນຕ້ອງເກັບຮັກສາຂໍ້ມູນທີ່ເປັນຄວາມລັບຫຼືຂໍ້ມູນທີ່ຜູ້ສະໜອງສະເໜີໃຫ້ເປັນຄວາມລັບແລະບໍ່ສາມາດເປີດເຜີຍຕໍ່ສັງຄົມໄດ້ ຖ້າບໍ່ໄດ້ຮັບອະນຸຍາດຈາກຜູ້ສະໜອງຂໍ້ມູນ.

ເຈົ້າໜ້າທີ່ແລະ ຄະນະ ສືບຫາຂໍ້ມູນ ອາດຮຽກຮ້ອງໃຫ້ຜູ້ສະໜອງຂໍ້ມູນສະຫຼຸບຫຍໍ້ກ່ຽວກັບຂໍ້ມູນທີ່ສາມາດເປີດເຜີຍໄດ້,ຖ້າຜູ້ສະໜອງບໍ່ສາມາດສະຫຼຸບຫຍໍ້ໄດ້ກໍຕ້ອງໃຫ້ເຫດຜົນ.

ຖ້າເຈົ້າໜ້າທີ່ແລະ ຄະນະ ສືບຫາຂໍ້ມູນ ຫາກເຫັນວ່າການຮ້ອງຂໍໃຫ້ຮັກສາຂໍ້ມູນເປັນຄວາມລັບນັ້ນບໍ່ມີເຫດຜົນພຽງພໍແລະຜູ້ສະໜອງຂໍ້ມູນບໍ່ເຫັນດີໃຫ້ເປີດເຜີຍຕໍ່ສັງຄົມຫຼືບໍ່ສາມາດສັງລວມຫຍໍ້ໂດຍບໍ່ມີເຫດຜົນພຽງພໍເຈົ້າໜ້າທີ່ແລະ ຄະນະ ສືບຫາຂໍ້ມູນ ອາດຈະບໍ່ນໍາເອົາຂໍ້ມູນນັ້ນມາປະກອບການພິຈາລະນາເວັ້ນເສຍແຕ່ຈະມີການພິສູດຈາກແຫຼ່ງຂໍ້ມູນອື່ນວ່າຂໍ້ມູນນັ້ນເປັນຂໍ້ມູນທີ່ຖືກຕ້ອງ.

ມາດຕາ 21 ຄວາມຮັບຜິດຊອບໃນການດໍາເນີນການສືບຫາຂໍ້ມູນ

ຄ່າໃຊ້ຈ່າຍໃນການດໍາເນີນການສືບຫາຂໍ້ມູນກ່ຽວກັບຄວາມເສຍຫາຍຈາກການນໍາເຂົ້າສິນຄ້າໃຫ້ນໍາໃຊ້ງົບປະມານຂອງລັດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ 22 ເຈົ້າໜ້າທີ່ສືບຫາຂໍ້ມູນ

ເຈົ້າໜ້າທີ່ສືບຫາຂໍ້ມູນ ແມ່ນ ພະນັກງານ-ລັດຖະກອນທີ່ໄດ້ຮັບການແຕ່ງຕັ້ງໂດຍລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າເພື່ອຮັບຜິດຊອບວຽກງານສືບຫາຂໍ້ມູນກ່ຽວກັບຄວາມເສຍຫາຍຈາກການນໍາເຂົ້າສິນຄ້າ ຕາມທີ່ໄດ້ກຳນົດໃນກົດໝາຍສະບັບນີ້.

ມາດຕາ 23 ສິດ ແລະໜ້າທີ່ຂອງເຈົ້າໜ້າທີ່ສືບຫາຂໍ້ມູນ

ເຈົ້າໜ້າທີ່ສືບຫາຂໍ້ມູນມີສິດແລະໜ້າທີ່ດັ່ງນີ້:

1. ເກັບກໍາແລະວິເຄາະຂໍ້ມູນກ່ຽວກັບຄວາມເສຍຫາຍຈາກການນໍາເຂົ້າສິນຄ້າທີ່ເພີ່ມຂຶ້ນ;

2. ສືບຖາມ, ຮຽກເອົາຂໍ້ມູນຈາກຜູ້ຮ້ອງຂໍ, ຜູ້ນຳເຂົ້າ ແລະຜູ້ຜະລິດສິນຄ້າພາຍໃນກ່ຽວກັບຄວາມເສຍຫາຍຈາກການນໍາເຂົ້າສິນຄ້າທີ່ເພີ່ມຂຶ້ນ;

3. ສະຫຼຸບ ແລະ ລາຍງານຜົນການສືບຫາຂໍ້ມູນ ກ່ຽວກັບຄວາມເສຍຫາຍຈາກການນໍາເຂົ້າສິນຄ້າ ຕໍ່ລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າເພື່ອພິຈາລະນາ;

4. ຄົ້ນຄວ້າແລະສະເໜີກ່ຽວກັບການຍົກເລີກຫຼືຂະຫຍາຍໄລຍະເວລາການນໍາໃຊ້ມາດຕະການປົກປ້ອງຜົນກະທົບຈາກການນຳເຂົ້າສິນຄ້າ;

5. ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ພາກທີIII
ມາດຕະການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ

ໝວດທີ 1
ປະເພດຂອງມາດຕະການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ

ມາດຕາ 24 ປະເພດຂອງມາດຕະການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ

ມາດຕະການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ ມີສອງປະເພດດັ່ງນີ້:

1. ມາດຕະການປົກປ້ອງຊົ່ວຄາວ;

2. ມາດຕະການປົກປ້ອງທົ່ວໄປ.

ມາດຕາ 25 ມາດຕະການປົກປ້ອງຊົ່ວຄາວ

ມາດຕະການປົກປ້ອງຊົ່ວຄາວແມ່ນມາດຕະການທີ່ນໍາໃຊ້ຕໍ່ຜູ້ນໍາເຂົ້າສິນຄ້າໃນໄລຍະດໍາເນີນການສືບຫາຂໍ້ມູນໂດຍໃຫ້ຜູ້ກ່ຽວວາງເງິນຄໍ້າປະກັນຕາມລະບຽບການໄວ້ນຳກະຊວງການເງິນ.

ມາດຕາ 26 ມາດຕະການປົກປ້ອງທົ່ວໄປ

ມາດຕະການປົກປ້ອງທົ່ວໄປແມ່ນມາດຕະການທີ່ນໍາໃຊ້ຕໍ່ຜູ້ນໍາເຂົ້າສິນຄ້າ ພາຍຫຼັງສໍາເລັດການສືບຫາຂໍ້ມູນທີ່ເຫັນວ່າມີຜົນກະທົບຕໍ່ສິນຄ້າປະເພດດຽວຢ່າງຫຼວງຫຼາຍຕາມປັດໄຈທີ່ໄດ້ກໍານົດໄວ້ໃນມາດຕາ 9 ດ້ວຍການກໍານົດປະລິມານການນໍາເຂົ້າຫຼືການເພີ່ມອັດຕາພາສີຕໍ່ສິນຄ້ານໍາເຂົ້າ.

ໝວດທີ 2
ການນໍາໃຊ້ມາດຕະການປົກປ້ອງຊົ່ວຄາວ

 

ມາດຕາ 27 ການນໍາໃຊ້ມາດຕະການປົກປ້ອງຊົ່ວຄາວ

ໃນໄລຍະດໍາເນີນການສືບຫາຂໍ້ມູນຖ້າມີຫຼັກຖານຢັ້ງຢືນວ່າການນຳເຂົ້າສິນຄ້າທີ່ເພີ່ມຂຶ້ນໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຫຼືຈະເປັນໄພຂົ່ມຂູ່ທີ່ຈະກໍ່ໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍ ຕໍ່ຜູ້ຜະລິດສິນຄ້າພາຍໃນຫຼືຖ້າຊັກຊ້າໃນການດໍາເນີນການ ຈະສ້າງຄວາມເສຍຫາຍຢ່າງຫຼວງຫຼາຍທີ່ຍາກຈະແກ້ໄຂນັ້ນຄະນະສືບຫາຂໍ້ມູນຕ້ອງລາຍງານຕໍ່ລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າໂດຍທັນທີເພື່ອສະເໜີຕໍ່ລັດຖະບານພິຈາລະນານຳໃຊ້ມາດຕະການປົກປ້ອງຊົ່ວຄາວ.

ພາຍຫຼັງທີ່ລັດຖະບານໄດ້ຕົກລົງນໍາໃຊ້ມາດຕະການປົກປ້ອງຊົ່ວຄາວແລ້ວກະຊວງການເງິນແລະ ພາກສ່ວນກ່ຽວຂ້ອງ ຕ້ອງຈັດຕັ້ງປະຕິບັດມາດຕະການດັ່ງກ່າວ.

ກະຊວງອຸດສາຫະກໍາແລະການຄ້າຕ້ອງແຈ້ງກ່ຽວກັບການນໍາໃຊ້ມາດຕະການປົກປ້ອງຊົ່ວຄາວໃຫ້ອົງການການຄ້າໂລກແລະຜູ້ທີ່ມີສ່ວນກ່ຽວຂ້ອງ.

ມາດຕາ 28 ກໍານົດເວລາການນຳໃຊ້ມາດຕະການປົກປ້ອງຊົ່ວຄາວ

ການນໍາໃຊ້ມາດຕະການປົກປ້ອງຊົ່ວຄາວມີກໍານົດເວລາບໍ່ໃຫ້ເກີນສອງຮ້ອຍວັນນັບແຕ່ວັນທີ່ອອກຂໍ້ຕົກລົງນໍາໃຊ້ມາດຕະການດັ່ງກ່າວເປັນຕົ້ນໄປ ແລະ ສິ້ນສຸດ ພາຍຫຼັງສໍາເລັດການສືບຫາຂໍ້ມູນ ຫຼື ຄົບຕາມກໍານົດເວລາຂອງການນໍາໃຊ້ມາດຕະການດັ່ງກ່າວ.

ມາດຕາ 29 ການຍົກເລີກມາດຕະການປົກປ້ອງຊົ່ວຄາວ

                ລັດຖະບານຈະພິຈາລະນາຍົກເລີກມາດຕະການປົກປ້ອງຊົ່ວຄາວກ່ອນກໍານົດເວລາທີ່ກຳນົດໄວ້ໃນມາດຕາ 28ຖ້າວ່າການສືບຫາຂໍ້ມູນ ຫາກພົບວ່າການນໍາເຂົ້າສິນຄ້າທີ່ເພີ່ມຂຶ້ນນັ້ນບໍ່ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຫຼືບໍ່ເປັນໄພຂົ່ມຂູ່ທີ່ຈະສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຕາມການສະເໜີຂອງກະຊວງອຸດສາຫະກຳແລະການຄ້າ.

                ການຍົກເລີກນໍາໃຊ້ມາດຕະການປົກປ້ອງຊົ່ວຄາວ ກະຊວງອຸດສາຫະກຳແລະການຄ້າຕ້ອງແຈ້ງໃຫ້ຜູ້ມີສ່ວນກ່ຽວຂ້ອງ ແລະ ກະຊວງການເງິນ ຕ້ອງສົ່ງເງິນຄໍ້າປະກັນຄືນໃຫ້ຜູ້ນໍາເຂົ້າສິນຄ້າທີ່ວາງເງິນຄໍ້າປະກັນ ໂດຍທັນທີ.

ໝວດທີ 3
ການນຳໃຊ້ມາດຕະການປົກປ້ອງທົ່ວໄປ

ມາດຕາ 30 ການນຳໃຊ້ມາດຕະການປົກປ້ອງທົ່ວໄປ

ພາຍຫຼັງສໍາເລັດການສືບຫາຂໍ້ມູນແລະມີຜົນການສືບຫາຂໍ້ມູນຢັ້ງຢືນວ່າການນໍາເຂົ້າສິນຄ້າທີ່ເພີ່ມຂຶ້ນໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຫຼືເປັນໄພຂົ່ມຂູ່ທີ່ຈະກໍ່ໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍ ຕໍ່ຜູ້ຜະລິດສິນຄ້າພາຍໃນນັ້ນ ຄະນະສືບຫາຂໍ້ມູນຕ້ອງລາຍງານລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າເພື່ອສະເໜີຕໍ່ລັດຖະບານພິຈາລະນາ ນຳໃຊ້ມາດຕະການປົກປ້ອງທົ່ວໄປ.

ພາຍຫຼັງໄດ້ຮັບໜັງສືຈາກກະຊວງ ອຸດສາຫະກໍາ ແລະ ການຄ້າ ລັດຖະບານຕ້ອງພິຈາລະນາຕົກລົງນຳໃຊ້ມາດຕະການປົກປ້ອງທົ່ວໄປພາຍໃນເວລາ ສິບຫ້າວັນລັດຖະການ ດ້ວຍການກໍານົດປະລິມານການນໍາເຂົ້າແລະມອບໃຫ້ກະຊວງອຸດສາຫະກໍາແລະການຄ້າຈັດຕັ້ງປະຕິບັດ. ການກໍານົດປະລິມານການນໍາເຂົ້າຕ້ອງບໍ່ເຮັດໃຫ້ປະລິມານການນໍາເຂົ້າຫຼຸດລົງຕໍ່າກວ່າປະລິມານການນຳເຂົ້າໃນໄລຍະສາມປີສຸດທ້າຍທີ່ຜ່ານມາໂດຍສະເລ່ຍ,ເວັ້ນເສຍແຕ່ມີເຫດຜົນຢັ້ງຢືນວ່າຕ້ອງໄດ້ຫຼຸດປະລິມານການນໍາເຂົ້າຕໍ່າກວ່ານັ້ນຈຶ່ງຈະສາມາດແກ້ໄຂຜົນກະທົບໄດ້.

ສໍາລັບມາດຕະການເພີ່ມອັດຕາພາສີ ກະຊວງການເງິນຄົ້ນຄວ້າພິຈາລະນາ ການສະເໜີຂອງກະຊວງອຸດສາຫະກໍາ ແລະ ການຄ້າແລ້ວສະເໜີຕໍ່ລັດຖະບານເພື່ອນຳສະເໜີຕໍ່ຄະນະປະຈໍາສະພາແຫ່ງຊາດພິຈາລະນາຕົກລົງ.

ມາດຕະການປົກປ້ອງທົ່ວໄປຈະນໍາໃຊ້ໃນເວລາຈໍາເປັນເທົ່ານັ້ນ. ມາດຕະການດັ່ງກ່າວຫາກນໍາໃຊ້ເກີນກວ່າໜຶ່ງປີໃຫ້ຫຼຸດລະດັບການນໍາໃຊ້ມາດຕະການປົກປ້ອງທົ່ວໄປເປັນແຕ່ລະໄລຍະ.

ກະຊວງອຸດສາຫະກໍາແລະການຄ້າມີໜ້າທີ່ແຈ້ງກ່ຽວກັບການນໍາໃຊ້ມາດຕະການປົກປ້ອງທົ່ວໄປໃຫ້ອົງການການຄ້າໂລກແລະຜູ້ມີສ່ວນກ່ຽວຂ້ອງໂດຍໄວ.

ມາດຕາ 31 ໄລຍະເວລາການນຳໃຊ້ມາດຕະການປົກປ້ອງທົ່ວໄປ

ໄລຍະເວລາການນຳໃຊ້ມາດຕະການປົກປ້ອງທົ່ວໄປບໍ່ໃຫ້ເກີນສີ່ປີນັບແຕ່ເວລານໍາໃຊ້ມາດຕະການປົກປ້ອງຊົ່ວຄາວເວັ້ນເສຍແຕ່ມີການຕໍ່ເວລາຕາມທີ່ໄດ້ກໍານົດໄວ້ໃນມາດຕາ33ຂອງກົດໝາຍສະບັບນີ້.

ມາດຕາ 32 ການທົບທວນຄືນມາດຕະການປົກປ້ອງທົ່ວໄປ

ມາດຕະການປົກປ້ອງທົ່ວໄປ ທີ່ມີອາຍຸການນໍາໃຊ້ເກີນກ່ວາ ສາມປີ ນັ້ນ ພາຍຫຼັງນໍາໃຊ້ໄດ້ເຄິ່ງໜຶ່ງ ຂອງໄລຍະເວລາແລ້ວ ກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ອງທົບທວນຄືນການນໍາໃຊ້ມາດຕະການດັ່ງກ່າວ ແລະ ສະເໜີຕໍ່ລັດຖະບານ ເພື່ອພິຈາລະນາວ່າຈະ ຮັກສາ, ຫຼຸດຜ່ອນ ຫຼື ຍົກເລີກ.

ກະຊວງອຸດສາຫະກໍາແລະການຄ້າມີໜ້າທີ່ແຈ້ງຜົນການທົບທວນຄືນມາດຕະການປົກປ້ອງທົ່ວໄປແລະການຕົກລົງຂອງລັດຖະບານໃຫ້ອົງການການຄ້າໂລກແລະຜູ້ມີສ່ວນກ່ຽວຂ້ອງໂດຍໄວ.

ມາດຕາ 33 ການຕໍ່ໄລຍະເວລາຂອງການນໍາໃຊ້ມາດຕະການປົກປ້ອງທົ່ວໄປ

ມາດຕະການປົກປ້ອງທົ່ວໄປ ສາມາດຕໍ່ໄດ້ສອງຄັ້ງ ຄື ຄັ້ງທີ່ໜຶ່ງ ບໍ່ເກີນ ສີ່ປີ ແລະ ຄັ້ງທີສອງ ບໍ່ເກີນ ສອງປີ, ແຕ່ກ່ອນໝົດກໍານົດເວລາ ຫົກເດືອນຜູ້ຜະລິດສິນຄ້າພາຍໃນ ຕ້ອງສະເໜີຕໍ່ກະຊວງອຸດສາຫະກໍາແລະການຄ້າເພື່ອພິຈາລະນາຕໍ່ໄລຍະເວລາຂອງການນໍາໃຊ້ມາດຕະການດັ່ງກ່າວ.

ພາຍຫຼັງໄດ້ຮັບການສະເໜີຈາກຜູ້ຜະລິດສິນຄ້າພາຍໃນກະຊວງອຸດສາຫະກຳແລະການຄ້າຕ້ອງຄົ້ນຄວ້າພິຈາລະນາ ພາຍໃນເວລາ ສິບຫ້າ ວັນລັດຖະການ,ຖ້າເຫັນວ່າມີຄວາມຈໍາເປັນສືບຕໍ່ນໍາໃຊ້ມາດຕະການດັ່ງກ່າວໃຫ້ສະເໜີຕໍ່ລັດຖະບານພິຈາລະນາ.

ໃນກໍລະນີ ມີການຕໍ່ເວລານໍາໃຊ້ມາດຕະການປົກປ້ອງທົ່ວໄປຕ້ອງຫຼຸດລະດັບຄວາມເຂັ້ມງວດຂອງການນໍາໃຊ້ມາດຕະການດັ່ງກ່າວ.

ກະຊວງອຸດສາຫະກໍາແລະການຄ້າຕ້ອງແຈ້ງກ່ຽວກັບການຕໍ່ເວລາການນໍາໃຊ້ມາດຕະການ ປົກປ້ອງທົ່ວໄປໃຫ້ອົງການການຄ້າໂລກແລະຜູ້ມີສ່ວນກ່ຽວຂ້ອງ ໂດຍໄວ.

ມາດຕາ 34 ການນໍາໃຊ້ມາດຕະການປົກປ້ອງທົ່ວໄປຄືນໃໝ່

ມາດຕະການປົກປ້ອງທົ່ວໄປທີ່ໄດ້ສິ້ນສຸດລົງ ແຕ່ຍັງສືບຕໍ່ມີຄວາມເສຍຫາຍແກ່ຜູ້ຜະລິດພາຍໃນຈຶ່ງສາມາດນໍາໃຊ້ຄືນໃໝ່ໄດ້ອີກຕໍ່ສິນຄ້າທີ່ຖືກມາດຕະການດັ່ງກ່າວ ພາຍຫຼັງທີ່ໄດ້ຜ່ານໄລຍະເວລາເຄິ່ງໜຶ່ງຂອງໄລຍະການນໍາໃຊ້ມາດຕະການຜ່ານມາແຕ່ຢ່າງໜ້ອຍບໍ່ໃຫ້ຫຼຸດສອງປີ.

ສໍາລັບມາດຕະການປົກປ້ອງທີ່ມີໄລຍະບໍ່ເກີນຮ້ອຍແປດສິບວັນນັ້ນອາດນໍາໃຊ້ຕໍ່ສິນຄ້ານໍາເຂົ້າຄືນໃໝ່ໄດ້ອີກເມື່ອໄດ້ນໍາໃຊ້ຢ່າງໜ້ອຍໜຶ່ງປີແຕ່ບໍ່ໃຫ້ນໍາໃຊ້ຕໍ່ສິນຄ້າດັ່ງກ່າວເກີນກວ່າສອງຄັ້ງພາຍໃນໄລຍະເວລາຫ້າປີ.

ມາດຕາ 35 ການແກ້ໄຂຜົນກະທົບຈາກການນໍາໃຊ້ມາດຕະການປົກປ້ອງທົ່ວໄປ

ໃນກໍລະນີມີການນໍາໃຊ້ຫຼືມີການຕໍ່ໄລຍະເວລາຂອງການນໍາໃຊ້ມາດຕະການປົກປ້ອງທົ່ວໄປເກີນສາມປີ,ລັດຖະບານສປປລາວ ອາດປຶກສາຫາລືກັບປະເທດຜູ້ສົ່ງອອກທີ່ຄາດວ່າຈະໄດ້ຮັບຜົນກະທົບຈາກມາດຕະການດັ່ງກ່າວ ໂດຍຮັກສາລະດັບການຫຼຸດຜ່ອນພາສີໃຫ້ເທົ່າກັບລະດັບທີ່ມີຢູ່ໃນພັນທະຂອງສປປລາວທີ່ມີຕໍ່ອົງການການຄ້າໂລກ.

ມາດຕາ 36 ການບໍ່ນໍາໃຊ້ມາດຕະການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ

ມາດຕະການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າຈະບໍ່ຖືກນຳໃຊ້ໃນກໍລະນີດັ່ງນີ້:

1. ສ່ວນແບ່ງການນໍາເຂົ້າສິນຄ້າຈາກປະເທດກຳລັງພັດທະນາທີ່ເປັນສະມາຊິກຂອງອົງການການຄ້າໂລກຫາກບໍ່ເກີນສາມສ່ວນຮ້ອຍຂອງການນຳເຂົ້າສິນຄ້າທັງໝົດທີ່ຖືກສືບຫາຂໍ້ມູນ ຫຼືສ່ວນແບ່ງການນຳເຂົ້າທັງໝົດຈາກປະເທດກໍາລັງພັດທະນາລວມກັນຫາກບໍ່ເກີນເກົ້າສ່ວນຮ້ອຍ;

2. ການນຳໃຊ້ມາດຕະການປົກປ້ອງນັ້ນຫາກເຫັນວ່າ ສ້າງຄວາມເສຍຫາຍຕໍ່ເສດຖະກິດ-ສັງຄົມພາຍໃນປະເທດ.

ກະຊວງອຸດສາຫະກໍາ ແລະການຄ້າຕ້ອງແຈ້ງໃຫ້ອົງການການຄ້າໂລກ ແລະຜູ້ມີສ່ວນກ່ຽວຂ້ອງ ກ່ຽວກັບການບໍ່ນໍາໃຊ້ມາດຕະການດັ່ງກ່າວ.

ພາກທີ IV
ຂໍ້ຫ້າມ

ມາດຕາ 37 ຂໍ້ຫ້າມທົ່ວໄປ

ຫ້າມບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງມີພຶດຕິກຳດັ່ງນີ້:

1. ໃຫ້ການຊ່ວຍເຫຼືອ, ປົກປ້ອງຜູ້ລະເມີດກົດໝາຍ ແລະລະບຽບການກ່ຽວກັບການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ;

2. ເປັນສື່ກາງໃຫ້ຫຼືຮັບສິນບົນ ເພື່ອຜົນປະໂຫຍດຂອງຕົນ, ພັກພວກ, ຈຸ້ມເຈື້ອ ແລະ ການຈັດຕັ້ງຫຼືບຸກຄົນໃດໜຶ່ງ;

3. ຂັດຂວາງການເຮັດວຽກຂອງເຈົ້າໜ້າທີ່ ແລະ ຄະນະສືບຫາຂໍ້ມູນ;

4. ມີພຶດຕິກຳອື່ນທີ່ເປັນການລະເມີດກົດໝາຍ.

ມາດຕາ 38 ຂໍ້ຫ້າມສຳລັບຜູ້ຜະລິດສິນຄ້າພາຍໃນ

ຫ້າມຜູ້ຜະລິດສິນຄ້າພາຍໃນມີພຶດຕິກຳ ດັ່ງນີ້:

1. ໃສ່ຮ້າຍປ້າຍສີຜູ້ນໍາເຂົ້າສິນຄ້າປະເພດດຽວກັນ, ປອມແປງ,ບິດເບືອນຫຼືສະໜອງຂໍ້ມູນທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງໃຫ້ແກ່ເຈົ້າໜ້າທີ່ ແລະ ຄະນະສືບຫາຂໍ້ມູນ;

2. ໃຫ້ສິນບົນແກ່ພະນັກງານ ແລະບຸກຄົນທີ່ກ່ຽວຂ້ອງກັບວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ;

3. ມີພຶດຕິກຳອື່ນທີ່ເປັນການລະເມີດກົດໝາຍ.

ມາດຕາ 39 ຂໍ້ຫ້າມສຳລັບເຈົ້າໜ້າທີ່, ຄະນະສືບຫາຂໍ້ມູນແລະພະນັກງານທີ່ກ່ຽວຂ້ອງ

ຫ້າມເຈົ້າໜ້າທີ່, ຄະນະສືບຫາຂໍ້ມູນແລະພະນັກງານທີ່ກ່ຽວຂ້ອງມີພຶດຕິກຳດັ່ງນີ້:

1. ສວຍໃຊ້ອຳນາດ,ໜ້າທີ່, ຕຳແໜ່ງ ເພື່ອຜົນປະໂຫຍດຂອງຕົນ, ພັກພວກ, ຈຸ້ມເຈື້ອ ແລະ ການຈັດຕັ້ງ ຫຼື ບຸກຄົນໃດໜຶ່ງ;

2. ຮັບສິນບົນຈາກຜູ້ຜະລິດສິນຄ້າພາຍໃນ ຫຼື ຈາກຜູ້ນຳເຂົ້າສິນຄ້າ;

3. ເປີດເຜີຍຂໍ້ມູນ, ເອກະສານທີ່ເປັນຄວາມລັບ ໂດຍບໍ່ໄດ້ຮັບອະນຸຍາດ;

4. ແກ່ຍາວເວລາໃນການພິຈາລະນາເອກະສານຕ່າງໆ ໂດຍບໍ່ມີເຫດຜົນຫຼືກົດໜ່ວງເອກະສານຂອງຜູ້ຜະລິດສິນຄ້າພາຍໃນທີ່ໄດ້ຮັບຜົນກະທົບຈາກການນຳເຂົ້າສິນຄ້າ;

5. ສົມຮູ້ຮ່ວມຄິດກັບຜູ້ຜະລິດສິນຄ້າພາຍໃນ ເພື່ອປົກປິດເຊື່ອງອຳຂໍ້ມູນຫຼັກຖານຕ່າງໆ;

6. ມີພຶດຕິກຳອື່ນທີ່ເປັນການລະເມີດກົດໝາຍ.

ພາກທີV
ການຄຸ້ມຄອງ ແລະການກວດກາ

ໝວດທີ 1
ການຄຸ້ມຄອງວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ

 

ມາດຕາ 40 ອົງການຄຸ້ມຄອງວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ

ລັດຖະບານ ແຫ່ງສປປລາວຄຸ້ມຄອງວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງອຸດສາຫະກຳແລະການຄ້າຮັບຜິດຊອບໂດຍກົງແລະເປັນເຈົ້າການປະສານສົມທົບກັບກະຊວງການເງິນ, ຂະແໜງການອື່ນ ແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.

ອົງການຄຸ້ມຄອງວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນຳເຂົ້າສິນຄ້າປະກອບດ້ວຍ:

1. ກະຊວງອຸດສາຫະກຳແລະການຄ້າ;

2. ພະແນກອຸດສາຫະກຳແລະການຄ້າແຂວງ,ນະຄອນຫຼວງ;

3. ຫ້ອງການອຸດສາຫະກຳແລະການຄ້າເມືອງ,ເທດສະບານ, ນະຄອນ.

ມາດຕາ 41 ສິດ ແລະໜ້າທີ່ຂອງກະຊວງອຸດສາຫະກໍາ ແລະການຄ້າ

ໃນການຄຸ້ມຄອງວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນຳເຂົ້າສິນຄ້າ ກະຊວງອຸດສາຫະກຳແລະການຄ້າມີສິດແລະໜ້າທີ່ດັ່ງນີ້:

1. ຄົ້ນຄວ້າ ສ້າງນະໂຍບາຍ, ແຜນຍຸດທະສາດແລະກົດໝາຍເພື່ອສະເໜີລັດຖະບານພິຈາລະນາ;

2. ຜັນຂະຫຍາຍນະໂຍບາຍ, ແຜນຍຸດທະສາດ,ກົດໝາຍ ແລະ ລະບຽບການກ່ຽວກັບວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນຳເຂົ້າສິນຄ້າ ເປັນແຜນການ, ແຜນງານ,ໂຄງການລະອຽດ ແລະ ຈັດຕັ້ງປະຕິບັດ;

3. ໂຄສະນາ,ເຜີຍແຜ່ນະໂຍບາຍ, ແຜນຍຸດທະສາດ,ກົດໝາຍແລະລະບຽການ ກ່ຽວກັບວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ;

4. ຄົ້ນຄວ້າ ແລະ ສະເໜີຕໍ່ ລັດຖະບານ ພິຈາລະນາຕົກລົງນຳໃຊ້ມາດຕະການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ;

5. ອອກຂໍ້ຕົກລົງ, ຄຳສັ່ງແລະຄຳແນະນຳກ່ຽວກັບວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າທີ່ໄດ້ຮັບຄວາມເສຍຫາຍຈາກການນໍາເຂົ້າສິນຄ້າ;

6. ສ້າງ, ບຳລຸງແຕ່ງຕັ້ງເຈົ້າໜ້າທີ່ ແລະ ຄະນະສືບຫາຂໍ້ມູນກ່ຽວກັບຄວາມເສຍຫາຍ;ແລະຍົກລະດັບພະນັກງານວິຊາການກ່ຽວກັບວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນຳເຂົ້າສິນຄ້າ;

7. ປຶກສາຫາລືແລະປະສານສົມທົບກັບບັນດາກະຊວງ, ອົງການລັດທຽບເທົ່າແລະຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວກັບ;

8. ພົວພັນຮ່ວມມືແລະແລກປ່ຽນປະສົບການກັບສາກົນກ່ຽວກັບວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນຳເຂົ້າສິນຄ້າ;

9. ສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນຳເຂົ້າສິນຄ້າ ຕໍ່ລັດຖະບານຢ່າງເປັນປົກກະຕິ;

10. ນໍໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ 42 ສິດແລະໜ້າທີ່ຂອງພະແນກອຸດສາຫະກໍາແລະການຄ້າແຂວງ, ນະຄອນຫຼວງ

ໃນການຄຸ້ມຄອງວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນຳເຂົ້າສິນຄ້າພະແນກອຸດສາຫະກຳແລະການຄ້າແຂວງ,ນະຄອນຫຼວງມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້:

1. ຜັນຂະຫຍາຍແລະຈັດຕັ້ງປະຕິບັດນະໂຍບາຍ,ແຜນຍຸດທະສາດ,ກົດໝາຍ,ລະບຽບການແລະແຜນດໍາເນີນງານກ່ຽວກັບວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນຳເຂົ້າສິນຄ້າ; 

2. ໂຄສະນາເຜີຍແຜ່ນະໂຍບາຍ,ແຜນຍຸດທະສາດ,ກົດໝາຍແລະລະບຽບການກ່ຽວກັບວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນຳເຂົ້າສິນຄ້າໃຫ້ແກ່ສັງຄົມ;

3. ອໍານວຍຄວາມສະດວກແລະໃຫ້ຄວາມຮ່ວມມືແກ່ເຈົ້າໜ້າທີ່ ແລະ ຄະນະສືບຫາຂໍ້ມູນໃນການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນຳເຂົ້າສິນຄ້າ;

4. ຮັບການສະເໜີແລະການແຈ້ງຂໍ້ມູນກ່ຽວກັບວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນຳເຂົ້າສິນຄ້າແລະພາກສ່ວນອື່ນໆທີ່ກ່ຽວຂ້ອງເພື່ອລາຍງານກະຊວງອຸດສາຫະກໍາແລະການຄ້າພິຈາລະນາແກ້ໄຂ;

5. ຕິດຕາມກວດກາການປະຕິບັດກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງກັບຜົນກະທົບຈາກການນຳເຂົ້າສິນຄ້າ;

6. ສະຫຼຸບແລະລາຍງານຜົນການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນຳເຂົ້າສິນຄ້າໃຫ້ກະຊວງອຸດສາຫະກໍາແລະການຄ້າ ແລະ ອົງການປົກຄອງຂັ້ນແຂວງ ຢ່າງເປັນປົກກະຕິ;

7. ນໍໍາໃຊ້ສິດແລະ ປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ 43 ສິດແລະໜ້າທີ່ຂອງຫ້ອງການອຸດສາຫະກຳແລະການຄ້າເມືອງ,ເທດສະບານ, ນະຄອນ

ໃນການຄຸ້ມຄອງວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນຳເຂົ້າສິນຄ້າຫ້ອງການອຸດສາຫະກຳແລະການຄ້າເມືອງ, ເທດສະບານ, ນະຄອນມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້:

1. ຈັດຕັ້ງປະຕິບັດແຜນການ, ຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາຂອງຂັ້ນເທິງກ່ຽວກັບວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນຳເຂົ້າສິນຄ້າ;

2. ເຜີຍແຜ່ກົດໝາຍແລະລະບຽບການກ່ຽວກັບວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນຳເຂົ້າສິນຄ້າ;

3. ອໍານວຍຄວາມສະດວກແລະໃຫ້ຄວາມຮ່ວມມືແກ່ເຈົ້າໜ້າທີ່ ແລະ ຄະນະສືບຫາຂໍ້ມູນກ່ຽວກັບຄວາມເສຍຫາຍຈາກການນຳເຂົ້າສິນຄ້າ;

4. ຕິດຕາມກວດກາການປະຕິບັດກົດໝາຍ ແລະລະບຽບການ ທີ່ກ່ຽວຂ້ອງກັບຜົນກະທົບຈາກການນໍາເຂົ້າສິນຄ້າ;

5. ສະຫຼຸບ ແລະ ລາຍງານຜົນການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນຳເຂົ້າສິນຄ້າ ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ແລະ ອົງການປົກຄອງຂັ້ນເມືອງ ຢ່າງເປັນປົກກະຕິ;

6. ນໍໍາໃຊ້ສິດແລະ ປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ 44 ສິດແລະໜ້າທີ່ຂອງກະຊວງການເງິນ

ໃນການຄຸ້ມຄອງວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນຳເຂົ້າສິນຄ້າກະຊວງການເງິນມີສິດແລະໜ້າທີ່ດັ່ງນີ້:

1. ເກັບຮັກສາ ຫຼື ສົ່ງຄືນ ເງິນຄໍ້າປະກັນ ຈາກການນໍາໃຊ້ມາດຕະການປົກປ້ອງຊົ່ວຄາວ;

2. ເກັບພາສີສິນຄ້ານໍາເຂົ້າ ຈາກການນໍາໃຊ້ມາດຕະການປົກປ້ອງທົ່ວໄປ;

3. ປະສານສົມທົບກັບ ກະຊວງອຸດສາຫະກໍາ ແລະ ການຄ້າ ໃນການຄົ້ນຄວ້າອັດຕາພາສີຂອງສິນຄ້ານໍາເຂົ້າເພື່ອປົກປ້ອງຜູ້ຜະລິດພາຍໃນ;

4. ອອກຂໍ້ຕົກລົງ, ຄຳສັ່ງແລະຄຳແນະນຳກ່ຽວກັບການເກັບຮັກສາ ຫຼື ສົ່ງຄືນ ເງິນຄໍ້າປະກັນ ຈາກການນໍາໃຊ້ມາດຕະການປົກປ້ອງຊົ່ວຄາວ ແລະ ອັດຕາພາສີຂອງສິນຄ້ານໍາເຂົ້າ;

5. ສະຫຼຸບ, ລາຍງານການເຄື່ອນໄຫວວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນຳເຂົ້າສິນຄ້າໃນຂອບເຂດສິດ ແລະ ໜ້າທີ່ຂອງຕົນ ຕໍ່ລັດຖະບານຢ່າງເປັນປົກກະຕິ;

6. ນໍໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ 45 ສິດແລະໜ້າທີ່ຂອງຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນ

ຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນມີສິດແລະໜ້າທີ່ໃຫ້ການຮ່ວມມື, ສະໜອງຂໍ້ມູນແລະປະສານສົມທົບກັບຂະແໜງການອຸດສາຫະກໍາແລະການຄ້າ, ຂະແໜງການການເງິນ, ຂະແໜງການປ້ອງກັນຄວາມສະຫງົບ ໃນການເຄື່ອນໄຫວວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າຕາມພາລະບົດບາດແລະຂອບເຂດຄວາມຮັບຜິດຊອບຂອງຕົນ.

ໝວດທີ 2
ການກວດກາວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ

ມາດຕາ 46 ອົງການກວດກາວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ

ອົງການກວດກາວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າມີດັ່ງນີ້:

1. ອົງການກວດກາພາຍໃນ ຊຶ່ງແມ່ນອົງການດຽວກັນກັບອົງການຄຸ້ມຄອງວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າຕາມທີ່ໄດ້ກຳນົດໄວ້ໃນມາດຕາ 40ຂອງກົດໝາຍສະບັບນີ້;

2. ອົງການກວດກາພາຍນອກ ຊຶ່ງແມ່ນສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ,ອົງການກວດກາລັດຖະບານ, ອົງການກວດສອບແຫ່ງລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນແລະສື່ມວນຊົນເປັນຜູ້ກວດກາການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າຕາມພາລະບົດບາດ, ສິດແລະໜ້າທີ່ຂອງຕົນ.

ມາດຕາ 47 ເນື້ອໃນການກວດກາວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ                
ການກວດກາວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າມີເນື້ອໃນຕົ້ນຕໍດັ່ງນີ້:

1. ການຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດທະສາດ,ກົດໝາຍແລະລະບຽບການກ່ຽວກັບວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ;

2. ການຈັດຕັ້ງແລະການເຄື່ອນໄຫວຂອງອົງການຄຸ້ມຄອງວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ;

3. ຄວາມຮັບຜິດຊອບ, ການປະພຶດແລະແບບແຜນວິທີເຮັດວຽກຂອງພະນັກງານ,ເຈົ້າໜ້າທີ່ ແລະ ຄະນະສືບຫາຂໍ້ມູນກ່ຽວກັບຄວາມເສຍຫາຍ.

ມາດຕາ 48 ຮູບການການກວດກາວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ

ຮູບການການກວດກາວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າມີດັ່ງນີ້:

1. ການກວດກາປົກກະຕິຊຶ່ງແມ່ນການກວດກາທີ່ດຳເນີນໄປຕາມກົດໝາຍ,ແຜນການແລະມີກໍານົດເວລາອັນແນ່ນອນ;

2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າຊຶ່ງແມ່ນການກວດການອກແຜນການເມື່ອເຫັນວ່າມີີຄວາມຈຳເປັນໂດຍແຈ້ງໃຫ້ຜູ້ຖືກກວດກາຮູ້ກ່ອນລ່ວງໜ້າຢ່າງໜ້ອຍຊາວສີ່ຊົ່ວໂມງ;

3. ການກວດກາແບບກະທັນຫັນຊຶ່ງແມ່ນການກວດກາໃນກໍລະນີມີຄວາມຈຳເປັນຮີບດ່ວນໂດຍບໍ່ມີການແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ.

ໃນການດໍາເນີນການກວດກາວຽກງານປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າແມ່ນໃຫ້ກວດກາທັງເອກະສານແລະລົງກວດກາຕົວຈິງຢູ່ສະຖານທີ່ຂອງຜູ້ນໍາເຂົ້າ, ຜູ້ຜະລິດສິນຄ້າພາຍໃນຕາມກົດໝາຍ.

ພາກທີVI
ນະໂຍບາຍຕໍ່ຜູ້ມີຜົນງານ ແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ 49 ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ,  ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມລະບຽບການ. 

ມາດຕາ 50 ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ຈະຖືກປະຕິບັດມາດຕະການສຶກສາອົບຮົມ,ກ່າວເຕືອນ,ລົງວິໄນ,ປັບໃໝ,ໃຊ້ແທນຄ່າເສຍຫາຍທາງແພ່ງຫຼືຖືກລົງໂທດທາງອາຍາ ຕາມກໍລະນີເບົາ ຫຼື ໜັກ.

ພາກທີVII
ບົດບັນຍັດສຸດທ້າຍ

ມາດຕາ 51 ການຈັດຕັ້ງປະຕິບັດ

ລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ 52 ຜົນສັກສິດ    

                ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວອອກລັດຖະດໍາລັດປະກາດໃຊ້ ແລະ ພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ.

ຂໍ້ກໍານົດ, ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແລ້ວແຕ່ຖືກຍົກເລີກ.

 

ປະທານສະພາແຫ່ງຊາດ

ປານີ ຢາທໍ່ຕູ້

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.