ໃນລະຫວ່າງວັນທີ30-31ມັງກອນ 2018 ທີ່ເມືອງວັງວຽງ, ແຂວງວຽງຈັນ. ກົມການນຳເຂົ້າ ແລະ ສົ່ງອອກໄດ້ຈັດກອງປະຊຸມປຶກສາຫາລືເພື່ອຢັ້ງຢືນຄືນບັນຊີລາຍການສິນຄ້າທີ່ຂະແໜງການຄຸ້ມຄອງ ແລະ ຕ້ອງຂໍອະນຸຍາດກ່ອນການນຳເຂົ້າຫຼືສົ່ງອອກນຳຂະແໜງການຂອງລັດທີ່ພົວພັນກັບວຽກງານການນຳເຂົ້າ ແລະ ສົ່ງອອກ.ພ້ອມດຽວກັນ, ຍັງໄດ້ທົບທວນຄືນບັນດານິຕິກຳທີ່ຂະແໜງການຂອງລັດໄດ້ວາງອອກ ເພື່ອກຳນົດເອົາລາຍການສິນຄ້າເກືອດຫ້າມນຳເຂົ້າ ແລະສົ່ງອອກເພື່ອເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ພາກລັດ ແລະ ພາກທຸລະກິດຈັດຕັ້ງປະຕິບັດ. ໃນກອງປະຊຸມມີຜູ້ເຂົ້າຮ່ວມທີ່ຕາງໜ້າຈາກຂະແໜງການກ່ຽວຂ້ອງລວມທັງໝົດ 35 ທ່ານ.

ກອງປະຊຸມໃນຄັ້ງນີ້, ໄດ້ນຳສະເໜີຄວາມຄືບໜ້າຂອງການປັບປຸງຄືນແຈ້ງການເລກທີ 0076/ອຄ.ກຂອ ລົງວັນທີ 13 ມັງກອນ 2012 ວ່າດ້ວຍລາຍການສິນຄ້າທີ່ຕ້ອງຂໍອະນຸຍາດນຳເຂົ້າ ຫຼື ສົ່ງອອກ ແບບອັດຕະໂນມັດ ແລະ ບໍ່ອັດຕະໂນມັດ ແລະ ປັບປຸງບັນຊີລາຍການສິນຄ້າເກືອດຫ້າມ ເລກທີ 0973/ອຄ.ກຂອ ລົງວັນທີ 25 ມີນາ 2011 ຊື່ງໃນໄລຍະຜ່ານມາ, ກົມການນຳເຂົ້າ ແລະ ສົ່ງອອກ ກໍ່ໄດ້ຈັດກອງປະຊຸມເພື່ອປຶກສາຫາລື,ການເພີ່ມ ຫຼື ຫຼຸດລາຍການສິນຄ້າໃສ່ຮ່າງສະບັບໃໝ່ຕາມການປະກອບຄຳຄິດຄຳເຫັນຂອງບັນດາຂະແໜງການທີ່ສະເໜີມາເນື່ອງຈາກປະຈຸບັນມີຫຼາຍນິຕິກຳໄດ້ປັບປຸງ, ປ່ຽນແປງລວມທັງລະຫັດພາສີ, ແລະ ຍັງບໍ່ທັນກວມເອົາໝວດລາຍການສິນຄ້າທີ່ຖືກຄຸ້ມຄອງໂດຍມາດຕະການສຸຂານາໄມ ແລະ ສຸຂານາໄມພືດ (SPS) ແລະ ລະບຽບການທາງດ້ານເຕັກນິກ (TBT) ພ້ອມດຽວກັນ,ເພື່ອເຮັດໃຫ້ຮ່າງດັ່ງກ່າວມີເນື້ອໃນທີ່ສົມບູນຍີ່ງຂຶ້ນ ແລະ ກວມເອົາໝົດທຸກລາຍການນັ້ນ ຍັງໄດ້ເຜີຍແຜ່ລົງສູນຂໍ້ມູນຂ່າວສານຂອງ ສປປ ລາວ ເພື່ອເປີດໃຫ້ສາທາລະນະຊົນມີສ່ວນຮ່ວມມີຄຳຄິດຄຳເຫັນອີກດ້ວຍ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.