ໃນວັນທີ 02 ມີນາ 2018, ທີ່ໂຮງແຮມ ເອລາວັນ ລີເວີຊາຍ, ແຂວງ ຈຳປາສັກ. ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ທະນາຄານພັດທະນາອາຊີປະຈຳ ສປປ ລາວ ໄດ້ເຜີຍແຜ່ວິທີການນຳໃຊ້ເວັບໄຊ Plaosme ໃຫ້ແກ່ບັນດາຫົວໜ່ວຍທຸລະກິດພາຍໃນແຂວງ ແລະ ບັນດາແຂວງພາກໃຕ້ ໂດຍການເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ການເປັນປະທ່ານຮ່ວມຂອງ ທ່ານ Yasushi NEGISHI, ຫົວໜ້າຫ້ອງການທະນາຄານພັດທະນາອາຊີ ປະຈຳ ສປປ ລາວ.

ທ່ານ ສົມຈິດ ອິນທະມິດ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າໄດ້ກ່າວວ່າ “ເວັບໄຊ Plaosme ຍັງເປັນອີກໜຶ່ງຊ່ອງທາງໃນການເຜີຍແຜ່ຂໍ້ມູນຂ່າວສານ, ຄ້າຂາຍສິນຄ້າທາງ Online ແລະ ຜົນປະໂຫຍດທີ່ໄດ້ຮັບຈາກເຂດການຄ້າເສລີ (Free Trade Area : FTA) ເພື່ອເຊື່ອມໂຍງໃຫ້ແກ່ທຸລະກິດ SME ລາວ ກ້າວສູ່ທຸລະກິດອາຊີ”.

ຕັ້ງແຕ່ເວັບໄຊ Plaosme ໄດ້ເປີດຕົວນຳໃຊ້ຢ່າງເປັນທາງການ ໃນວັນທີ 30 ສິງຫາ 2017 ຈົນມາຮອດປັດຈຸບັນ, ໄດ້ມີທຸລະກິດ SME ຂອງ ສປປ ລາວ ຈຳນວນ 103 ຫົວໜ່ວຍ ລົງທະບຽນເປັນສະມາຊິກ ຊຶ່ງປະກອບມີຈຳນວນ 413 ຜະລິດຕະພັນທີ່ໄດ້ນຳມາຂາຍຜ່ານເວັບໄຊນີ້ເຊັ່ນ: ເຂົ້າ, ກາເຟ, ຊາ, ເຟີນິເຈີ, ອັນຍະມະນີ ແລະ ຫັດຖະກຳ.

ຄລິກທີ່ນີ້ເພື່ອເຂົ້າເບິ່ງເວັບໄຊ Plaosme

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.