ໃນບົດກ່າວເປີດກອງປະຊຸມ, ທ່ານ ນາງ ເຂັມມະນີພົນເສນາໄດ້ເໜັ້ນໜັກຄວາມສຳຄັນຂອງການພັດທະນາດ້ານການຄ້າແລະພາກເອກະຊົນໃນແຜນຍຸດທະສາດພັດທະນາເສດຖະກິດ-ສັງຄົມແຫ່ງຊາດເຊິ່ງໄດ້ກ່າວເຖິງບັນດາກອງປະຊຸມສຳຄັນຂອງພາກລັດ ທີ່ປຶກສາຫາລືກ່ຽວກັບຄວາມພະຍາຍາມຂອງພາກລັດຕໍ່ການປັບປຸງບັນຍາກາດການລົງທຶນ, ປະສິດທິພາບຂອງມາດຕະການໃນການສົ່ງເສີມທ່ອງທ່ຽວ, ການລົງທຶນ, ທຸລະກິດຂະໜາດນ້ອຍແລະກາງ, ປັບປຸງອຸດສະຫະກຳປຸງແຕ່ງໄມ້ແລະຂະແໜງທຸກລະກິດອື່ນໆ. “ການປຶກສາຫາລືດັ່ງກ່າວ ພ້ອມທັງຄຳສັ່ງຂອງ ທ່ານ ນາຍົກລັດຖະມົນຕີສະບັບເລກທີ02 ລົງວັນທີ 01 ກຸມພາ 2018, ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານໃນການດຳເນີນທຸລະກິດ ຢູ່ ສປປ ລາວ ໄດ້ສະແດງໃຫ້ເຫັນເຖິງຄວາມສຳຄັນຂອງການຂະຫຍາຍຕົວ ດ້ານການຄ້າແລະການພັດທະນາພາກທຸລະກິດ ຕໍ່ການພັດທະນາຂອງປະເທດໃນອານາຄົດ, ສ້າງຄວາມພ້ອມ ໃຫ້ປະເທດສາມາດເຊື່ອມໂຍງກັບສາກົນ ແລະເຂົ້າຮ່ວມເສດຖະກິດໂລກ. ອີງໃສ່ເປົ້າໜາຍໃນການຫຼຸດຜ່ອນຄວາມທຸກຍາກ, ທາງພາກລັດເຊື່ອໜັ້ນວ່າການຂະຫຍາຍຕົວດ້ານການຄ້າຈະສົ່ງຜົນດີໃຫ້ແກ່ປະຊາຊົນລາວ, ແລະສາມາດປະກາດໄດ້ວ່າສປປລາວຫຼຸດພົ້ນອອກຈາກສະພາວະປະເທດດ້ອຍພັດທະນາພາຍໃນປີ 2020.

          ທ່ານ ລັດຖະມົນຕີໄດ້ກ່າວສະແດງຄວາມຂອບໃຈມາຍັງບັນດາຄູ່ຮ່ວມພັດທະນາທີ່ໃຫ້ການສະໜັບສະໜູນ ໃນການພັດທະນາຂະແໜງການຄ້າ ແລະ ພາກເອກະຊົນ ມາຮອດປະຈຸບັນ ພ້ອມດຽວກັນນັ້ນ, ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ທຸກພາກສ່ວນທີ່ໄດ້ໃຫ້ຄຳໝັ້ນສັນຍາ ໃນການສືບຕໍ່ສະໜັບສະໜູນ ການຈັດຕັ້ງປະຕິບັດ ໂຄງການພັດທະນາຂະແໜງການຄ້າ ແລະ ພາກເອກະຊົນ ໄລຍະໃໝ່.

          ທ່ານລີໂອຟາເບີ, ເອກອັກຄະລັດຖະທູດ ຂອງສະຫະພາບເອີຣົບປະຈຳ ສປປ ລາວ ໄດ້ກ່າວເຖິງຄວາມສຳຄັນ ແລະ ບົດບາດຂອງ ໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ໃນການເປັນເວທີໃນການປຶກສາຫາລືບັນດານະໂຍບາຍ ແລະ ມາດຕະການ ໃນການສົ່ງເສີມ ການສົ່ງອອກ ແລະ ຄວາມສາມາດໃນການແຂ່ງຂັນຂອງພາກທຸລະກິດລາວ. ພ້ອມດຽວກັນນັ້ນ, ທ່ານ ລີໂອ ຍັງສະແດງຄວາມຊົມເຊີຍຕໍ່ ກະຊວງອຸດສາຫະກຳ ແລະ ການຄ້າ ທີ່ໄດ້ນຳເອົາຫົວຂໍ້ ຕົ້ນທຶນການຂົ່ນສົ່ງໃນ ສປປ ລາວ ແລະ ການຈັດອັນດັບຄວາມຍາກງ່າຍ ໃນການດຳເນີນທຸລະກິດ ໃນ ສປປ ລາວ ຂອງກຸ່ມທະນາຄານໂລກ ເຊິ່ງເປັນຫົວຂໍ້ສຳຄັນ ເຂົ້າໃນການປຶກສາຫາລື ໃນກອງປະຊຸມຄັ້ງນີ້.

          ທ່ານ ເອກອັກຄະລັດຖະທູດ ຂອງສະຫະພາບເອີຣົບປະຈຳ ສປປ ລາວ ໄດ້ຖືໂອກາດແຈ້ງຕໍ່ກອງປະຊຸມ ວ່າ ໂຄງການໃໝ່ຂອງ ສະຫະພາບເອີຣົບ ໃນການພັດທະນາການຄ້າ ແລະ ພາກເອກະຊົນ ທີ່ມີຊື່ວ່າ Arise Plus Lao PDR ຄາດວ່າຈະເປີດໂຕໃນຕົ້ນປີ 2019.

          ກອງປະຊຸມໄດ້ເນັ້ນໃສ່ການປຶກສາຫາລືບັນຫາສຳຄັນທີ່ສົ່ງຜົນກະທົບຕໍ່ການດຳເນີນທຸລະກິດແລະການຕັດສິນໃຈໃນການລົງທຶນໃນ ສປປ ລາວ. ກອງປະຊຸມເລີ່ມດ້ວຍບົດສະເໜີຜົນການສຶກສາກ່ຽວກັບຄ່າຂົນສົ່ງໃນສປປລາວ, ນຳສະເໜີໂດຍຜູ້ຕ່າງໜ້າຈາກອົງການ JETRO, ກອງປະຊຸມໄດ້ສືບຕໍ່ດ້ວຍບົດລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດກົດໜາຍສົ່ງເສີມການລົງທຶນສະບັບປັບປຸງແລະ ຄຳສັ່ງຂອງ ທ່ານ ນາຍົກລັດຖະມົນຕີສະບັບເລກທີ02 ລົງວັນທີ 01 ກຸມພາ 2018, ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານໃນການດຳເນີນທຸລະກິດ ຢູ່ ສປປ ລາວ. ສຸດທ້າຍ ແມ່ນການນຳສະເໜີ ກ່ຽວກັບ ໂຄງການພັດທະນາການຄ້າ ແລະ ຄວາມສາມາດໃນການແຂ່ງຂັນຂອງສປປລາວ (ໄລຍະໃໝ່), ນຳສະເໜີໂດຍຜູ້ຕ່າງໜ້າຈາກທະນາຄານໂລກ.

          ບົດສະເໜີທີ 1 ແມ່ນເນັ້ນໃສ່ບັນດາຂໍ້ຫຸ້ຍງຍາກທີ່ສົ່ງຜົນກະທົບຕໍ່ຄວາມສາມາດໃນການແຂ່ງຂັນທຸລະກິດລາວຊຶ່ງລວມເຖິງຄ່າຂົ່ນສົ່ງທີ່ມີຄ່າສູງ, ບົດສະເໜີທີ 2 ແມ່ນນຳສະເໜີຄວາມຄືບໜ້ານະໂຍບາຍຂອງລັດຖະບານແລະມາດຕະການເພື່ອປັບປຸງສະພາບແວດລ້ອມທຸລະກິດ, ແລະບົດສຸດທ້າຍໄດ້ສະເໜີກ່ຽວກັບບາງວິທີແກ້ໄຂບັນຫາແລະສິ່ງທ້າທ້າຍໃນ 2 ບົດສະເໜີທີ່ໄດ້ກ່າວມາ.

          ໃນບົດກ່າວປິດກອງປະຊຸມ, ທ່ານນາງ ເຂັມມະນີພົນເສນາໄດ້ສະແດງຄວາມຂອບໃຈມາຍັ້ງທ່ານລີໂອຟາເບີສຳລັບການຮ່ວມເປັນປະທານໃນກອງປະຊຸມຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈຕໍ່ບັນດາຄູ່ຮ່ວມພັດທະນາສຳລັບການສະໜັບສະໜູນການພັດທະນາການຄ້າແລະພາກເອກະຊົນໃນສປປລາວ. ນອກນີ້ທ່ານເຂັມມະນີພົນເສນາໄດ້ຍັງໄດ້ສະແດງຄວາມຂອບໃຈມາຍັ້ງບັນດາຜູ້ຕ່າງໜ້າຈາກສະຖານທູດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງລັດຖະບານແລະພາກເອກະຊົນທີ່ເຂົ້າຮ່ວມກອງປະຊຸມ.

          ໜ່ວຍງານ TPSWG ແມ່ນໜຶ່ງໃນສິບໜ່ວຍງານພາຍໃຕ້ຂະບວນການໂຕະມົນແລະເປັນເວທີຫຼັກສໍາລັບການປຶກສາຫາລືດ້ານນະໂຍບາຍລະຫວ່າງພາກລັດແລະບັນດາຄູ່ຮ່ວມພັດທະນາ. ບັນດາຜູ້ທີ່ເຂົ້າຮ່ວມໃນກອງປະຊຸມແມ່ນມາຈາກພາກລັດ, ຄູ່ຮ່ວມພັດທະນາ, ພາກເອກະຊົນແລະອົງການຈັດຕັ້ງສັງຄົມ. ສ່ວນໜ່ວຍງານຂະແຫນງການຄ້າອື່ນໃນ 10 ໜ່ວຍງານລວມມີ: ສາທາ; ສຶກສາ; ການປົກຄອງ; ເສດຖະກິດມະຫາພາກ; ໂຄງລ່າງພື້ນຖານ; ການຄວບຄຸມບັນຫາຢາເສບຕິດ; ລະເບີດບໍ່ທັນແຕກ; ກະສິກຳແລະພັດທະນາຊົນນະບົດ; ແລະການຄຸ້ມຄອງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ.

ແຫຼ່ງຂ່າວ: ເວັບໄຊ໌ T4D-Trade for development Lao PDR, ລົງວັນທີ 28 ມີນາ 2018

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.