ໃນວັນທີ 13 ມີນາ 2018 ທີ່ຜ່ານມາ ທີ່ ໂຮງແຮມຄຣາວພລາຊາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີໄດ້ຈັດກອງປະຊຸມສຳມະນາເຜີຍແຜ່ພາຍໃຕ້ຫົວຂໍ້ ການໃຫ້ຈົດທະບຽນສາກົນກ່ຽວກັບເຄື່ອງໝາຍພາຍໃຕ້ອະນຸສັນຍາມາດິດ ໂດຍການເປັນປະທານຂອງທ່ານ ນາງ ປອ ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ມີບັນດາຫົວໜ້າກົມ, ບໍລິສັດ ແລະ ຫົວໜ່ວຍທຸລະກິດເຂົ້່າຮ່ວມ. ຈຸດປະສົງຂອງການສຳມະນາໃນຄັ້ງນີ້ເພື່ອຊຸກຍູ້ສົ່ງເສີມ ແລະ ເຜີຍແຜ່ຂໍ້ມູນຂອງການຈົດທະບຽນການປົກປ້ອງເຄື່ອງໝາຍການຄ້າໃນລະບົບມາດິດໃຫ້ແກ່ຜູ້ປະກອບການທີ່ສົ່ງອອກສິນຄ້າຢູ່ໃນ ສປປ ລາວ. ໃນອະນຸສັນຍາມາດິດມີສະມາຊິກທັງໝົດ 116 ປະເທດ, ໃນນັ້ນມີ ສປປ ລາວ ໄດ້ເປັນສະມາຊິກລຳດັບທີ 97 ແລະ ໄດ້ເປັນພາຄີຂອງອະນຸສັນຍາດັ່ງກ່າວ ຕັ້ງແຕ່ວັນທີ 07 ທັນວາ 2015 ແລະ ມີຜົນບັງຄັບໃຊ້ໃນວັນທີ 07 ມີນາ 2016. ພ້ອມນີ້, ຜົນປະໂຫຍດທີ່ຈະໄດ້ຮັບຈາກການນຳໃຊ້ລະບົບມາດິດ ແມ່ນເຈົ້້າຂອງເຄື່ອງໝາຍການຄ້າຂອງທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງທຸກໆຂະແໜງການຢູ່ໃນ ສປປ ລາວ ສາມາດປົກປ້ອງເຄື່ອງໝາຍຍີ້ຫໍ້ສິນຄ້າຂອງຕົນຢູ່ຕ່າງປະເທດ ຫຼື ທົ່ວໂລກໄດ້ຢ່າງສະດວກສະບາຍຊຶ່ງຈະຊ່ວຍປະຢັດຕົ້ນທຶນ ແລະ ເວລາໃນການຈົດທະບຽນ. ປັດຈຸບັນ ກົມຊັບສິນທາງປັນຍາໄດ້ຮັບຄຳຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າຈາກຕ່າງປະເທດໂດຍຜ່ານລະບົບມາດິດ ທີ່ລະບຸຂໍຈົດທະບຽນຢູ່ໃນ ສປປ ລາວ ຈຳນວນ 2,482 ຄຳຮ້ອງ ແລະ ມີ 02 ບໍລິສັດຂອງລາວທີ່ໄດ້ຈະໄດ້ນຳໃຊ້ລະບົບມາດິດແລ້ວຄື: ບໍລິສັດ ຈຳປາລາວ ການກະເສດ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ແລະ ບໍລິສັດ Rajdhevee Clinic Co Ltd.   

ທ່ານ ນາງ ປອ ຂັນລາສີ ແກ້ວບຸນພັນ ໄດ້ສະແດງຄວາມເຊື່ອໝັ້ນວ່າ “ລະບົບມາດິດ ແມ່ນແນໃສ່ຄວາມສະດວກໃຫ້ແກ່ຜູ້ປະກອບການກໍຄືເຈົ້້າຂອງເຄື່ອງໝາຍການຄ້າສາມາດຂໍການປົກປ້ອງເຄື່ອງໝາຍການຄ້າຢູ່ຫຼາຍປະເທດ, ຫຼາຍໝວດສິນຄ້າໃນຄຳຮ້ອງດຽວ ຊຶ່ງສາມາດຮັບການປົກປ້ອງເຄື່ອງໝາຍການຄ້າຢູ່ທຸກສະຖານທີ່ທົ່ວໂລກ ເພື່ອເປັນການປະຢັດຄ່າໃຊ້ຈ່າຍ, ເວລາ, ວ່ອງໄວ, ແລະ ຮັບປະກັນຄວາມໂປ່ງໃສ ໃຫ້ແກ່ຜູ້ປະກອບການຕື່ມອີກໃນການຈົດທະບຽນ”.

ແຫຼ່ງຂໍ້ມູນຂ່າວ: ຂ່າວສານປະເທດລາວ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.