ໃນວັນທີ 29 ມີນາ 2018, ທີ່ໂຮງແຮມລັດສະໝີພລາຊາ, ນະຄອນຫຼວງວຽງຈັນ ໄດ້ມີການຈັດກອງປະຊຸມຮັບຮອງບັນຊີລາຍການສິນຄ້າເກືອດຫ້າມນຳເຂົ້າ-ສົ່ງອອກ ແລະ ຜ່ານຮ່າງບັນຊີລາຍການສິນຄ້າທີ່ຕ້ອງຂໍອະນຸຍາດນຳເຂົ້າ ຫຼື ສົ່ງອອກ ແບບອັດຕະໂນມັດ ແລະ ບໍ່ອັດຕະໂນມັດ. ໂດຍການເປັນປະທານຂອງ ທ່ານ ບຸນມີ ມະນີວົງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ເພື່ອຮັບຮອງເອົາຮ່າງບັນຊີລາຍການສິນຄ້າເກືອດຫ້າມນຳເຂົ້າ-ສົ່ງອອກ ແລະ ຜ່ານຮ່າງບັນຊີລາຍການສິນຄ້າທີ່ຕ້ອງຂໍອະນຸຍາດນຳເຂົ້າ ຫຼື ສົ່ງອອກ ແບບອັດຕະໂນມັດ ແລະ ບໍ່ອັດຕະໂນມັດ. ໂດຍອີງໃສ່ຜົນຂອງການປະຊຸມໃນຂັ້ນວິຊາການ ທີ່ໄດ້ຈັດຂຶ້ນໃນເດືອນມັງກອນທີ່ຜ່ານມາ ແມ່ນຍັງມີບາງລາຍການສິນຄ້າທີ່ຍັງບໍ່ທັນສາມາດກຳນົດໜ່ວຍງານຄຸ້ມຄອງໄດ້ຢ່າງຈະແຈ້ງ, ເນື່ອງຈາກຍັງມີການທັບຊ້ອນກັນຕໍ່ກັບພະລາບົດບາດຂອງຂະແໜງການທີ່ກ່ຽວຂ້ອງຢູ່ ແລະ ຍັງໄດ້ເຜີຍແຜ່ຮ່າງບັນຊີລາຍການສິນຄ້າລົງສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ (laotradeportal.gov.la) ເພື່ອເປີດໃຫ້ສາທາລະນະຊົນມີສ່ວນຮ່ວມມີຄຳຄິດຄຳເຫັນອີກດ້ວຍໃນການເພີ່ມ ຫຼື ຫຼຸດລາຍການສິນຄ້າໃສ່ຮ່າງດັ່ງກ່າວ. ນອກຈາກນັ້ນ, ກົມການນຳເຂົ້າ ແລະ ສົ່ງອອກ ກໍຍັງໄດ້ລາຍງານໃຫ້ທີ່ປະຊຸມໄດ້ຮັບຊາບຕື່ມກ່ຽວກັບການຄຸ້ມຄອງສິນຄ້າປະເພດເຄື່ອງປ່າຂອງດົງ ແລະ ພືດເປັນຢາ, ແລະ ການຄຸ້ມຄອງສິນຄ້າປະເພດສານເຄມີ ທີ່ອາດຈະກ່ຽວຂ້ອງກັບບັນຊີລາຍການສິນຄ້າເກືອດຫ້າມ ການນຳເຂົ້າ ຫຼື ການສົ່ງອອກ ແລະ ລາຍການສິນຄ້າ ທີ່ຕ້ອງຂໍອະນຸຍາດນໍາເຂົ້າ ຫຼື ສົ່ງອອກ ແບບອັດຕະໂນມັດ ແລະ ແບບບໍ່ອັດຕະໂນມັດ ເພື່ອໃຫ້ບັນດາຜູ້ເຂົ້້າຮ່ວມແລກປ່ຽນຄຳຄິດເຫັນຕໍ່ລາຍການສິນຄ້າທີ່ຍັງເອົາໃສ່ບໍ່ໝົດ ຫຼື ຍັງບໍ່ທັນສອດຄ່ອງກັບການຈັດຕັ້ງປະຕິບັດ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.