ກອງປະຊຸມຝຶກອົບຮົມໄດ້ຈັດຂຶ້ນໃນວັນທີ 27-29 ມີນາ 2018 ທີ່ຮ້ານອາຫານສາຍນ້ຳຮຸ່ງ, ແຂວງໄຊຍະບູລີ ໂດຍມີຜູ້ເຂົ້າຮ່ວມຈາກ 03 ແຂວງພາກເໜືອ  ຄື: ແຂວງໄຊຍະບູລີ, ຫົວພັນ ແລະ ຫຼວງນ້ຳທາ ທີ່ຕາງໜ້າຈາກ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ຂະແໜງໂຍທາທິການ ແລະ ຂົນສົ່ງ, ຂະແໜງແຜນການ ແລະ ການລົງທຶນ, ແລະ ບັນດາຄູຝຶກ ແລະ ນັກສຳມະນາກອນເຂົ້າຮ່ວມ. ກອງປະຊຸມໄດ້ດຳເນີນໄປເປັນເວລາ 03 ວັນ ພາຍໃຕ້ການເປັນການເປັນປະທານ ຂອງ ທ່ານ ສຸລິຍົນ ພິລາວົງ, ຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ການເປັນປະທານຮ່ວມຂອງທ່ານ ບຸນຊູ ວິໄລສັກ, ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊຍະບູລີ.

ຈຸດປະສົງຂອງກອງປະຊຸມຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອພັດທະນາຂີດຄວາມຮູ້ຄວາມສາມາດໃຫ້ແກ່ຜູ້ບໍລິຫານລະດັບກາງຂັ້ນແຂວງ ແລະ ຂັ້ນເມືອງ ທີ່ເຮັດຕິດພັນກັບວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ໃຫ້ມີຄວາມເຂົ້າໃຈເລິກເຊິ່ງທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ. ກອງປະຊຸມຝຶກອົບຮົມໄດ້ອະທິບາຍ ຢ່າງລະອຽດ ກ່ຽວກັບວຽກງານຢັ້ງຢືນແຫຼ່ງກຳເນີດສິນຄ້າຂອງ ສປປ ລາວ, ຊຶ່ງວຽກງານການຢັ້ງຢືນແຫຼ່ງກຳເນີດສິນຄ້າຖືເປັນໜຶ່ງໃນໜ້າວຽກທີ່ນອນຢູ່ໃນຂອບອາຊຽນ, ໂດຍ ສປປ ລາວ ໄດ້ເຂົ້າຮ່ວມໃນໂຄງການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົວເອງ ເພື່ອເປັນການຫຼຸດຜ່ອນຕົ້ນທຶນຂອງຜູ້ດຳເນີນທຸລະກິດ-ການຄ້າ ແລະ ອຳນວຍຄວາມສະດວກ ໃຫ້ແກ່ຫົວໜ່ວຍທຸລະກິດທີ່ສົ່ງອອກໄປຕະຫຼາດອາຊຽນ. ນອກຈາກນັ້ນ, ສິດທິພິເສດທາງການຄ້າ ທີ່ ສປປ ລາວ ໄດ້ຮັບ, ບັນດານິຕິກໍາ, ເຄື່ອງມືໃນການຈັດຕັ້ງປະຕິບັດວຽກງານຢັ້ງຢືນແຫຼ່ງກຳເນີດສິນຄ້າ, ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ, ການລາຍງານສະຖິຕິກ່ຽວກັບການຢັ້ງຢືນແຫຼ່ງກໍາເນີດສິນຄ້າ, ໃບຮັບຮອງສິນຄ້າໄດ້ແຫຼ່ງກໍາເນີດ ແລະ ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງຢູ່ ສປປ ລາວ ພາຍໃຕ້ສັນຍາການຄ້າເສລີອາຊຽນ. ພ້ອມດຽວກັນ, ກໍ່ຍັງໄດ້ມີການນຳສະເໜີສະພາບການຈັດຕັ້ງປະຕິບັດວຽກງານການນຳເຂົ້າ ແລະ ສົ່ງອອກຂອງບັນດາແຂວງພາກເໜືອອີກດ້ວຍ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.