ກອງປະຊຸມຝຶກອົບຮົມໄດ້ຈັດຂຶ້ນໃນວັນທີ 19 - 23 ມີນາ 2018 ທີ່ຫ້ອງປະຊຸມກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີຜູ້ເຂົ້າຮ່ວມຈາກ ຂຊພ ຈຳນວນ 06 ທ່ານ. ກອງປະຊຸມໄດ້ດຳເນີນໄປເປັນເວລາ 05 ວັນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ລັດທະນາ ດວງບຸບຜາ, ຮອງຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ. ຈຸດປະສົງຂອງກອງປະຊຸມຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈ ແລະ ພັດທະນາຂີດຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານແຫຼ່ງກຳເນີດສິນຄ້າຢູ່ໃນ ຂພຊ ໃຫ້ມີຄວາມເຂົ້າໃຈເລິກເຊິ່ງທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງເພື່ອໃຫ້ພະນັກງານສາມາດອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົວເອງໃນອະນາຄົດ. ກອງປະຊຸມຝຶກອົບຮົມໄດ້ອະທິບາຍຢ່າງລະອຽດ ກ່ຽວກັບ ວິທີການນຳໃຊ້ລະບົບບໍລິການ ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ໂດຍຜ່ານທາງລະບົບການຂໍອອກດ້ວຍເຈ້ຍສໍ ແລະ ຜ່ານທາງລະບົບການຂໍອອກແບບເອເລັກໂຕຣນິກ (e-CO). 

ທ່ານ ນາງ ລັດທະນາ ດວງບຸບຜາ ໄດ້ຕິລາຄາສູງໃນການຈັດຝຶກອົບຮົມໃນຄັ້ງນີ້, ຈຸດປະສົງເພື່ອກະກຽມຄວາມພ້ອມໃຫ້ເຂດດັ່ງກ່າວສາມາດອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຕ່າງໆດ້ວຍຕົນເອງ. ນີ້ກໍແມ່ນບາດກ້າວໜຶ່ງໃນການອຳນວຍຄວາມສະດວກທາງດ້ານການຄ້າໃຫ້ແກ່ຜູ້ປະກອບການ ຫຼື ນັກລົງທຶນໃນ ຂພຊ, ໂດຍສະເພາະ ແມ່ນຫຼຸດຂັ້ນຕອນການປະກອບເອກະສານເພື່ອນຳເຂົ້າ-ສົ່ງອອກ, ທັງເປັນການປະຢັດເວລາ ແລະ ຕົ້ນທຶນ. ອີງຕາມການຄາດຄະເນ ແລະ ການປະເມີນຂອງວິຊາການ ກົມການນຳເຂົ້າ ແລະ ສົ່ງອອກ, ຂພຊ ສາມາດອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງພາຍໃນເດືອນພຶດສະພາ ທີ່ຈະມາເຖິງນີ້.

ເຖິງຢ່າງໃດກໍຕາມ, ກົມການນຳເຂົ້າ ແລະ ສົ່ງອອກຈະສືບຕໍ່ຈັດການຝຶກອົບຮົມໃຫ້ພະນັກງານ ຂພຊ ຕື່ມອີກ ເພື່ອຮັບປະກັນຄວາມຖືກຕ້ອງຊັດເຈນ ແລະ ຫຼີກລ້ຽງຄວາມຜິດພາດໃນເວລາຈັດຕັ້ງປະຕິບັດຕົວຈິງ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.