ໃນວັນທີ 05 ເມສາ 2018, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ຈັດກອງປະຊຸມຄະນະກຳມະການຊີ້ນຳກອງປະຊຸມທຸລະກິດລາວ ທີ່ໂຮງແຮມ ດອນຈັນ ພາເລສ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ອຸເດດ ສຸວັນນະວົງ, ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຊຶ່ງມີຜູ້ເຂົ້າຮ່ວມຈຳນວນ 100 ກວ່າທ່ານ ທີ່ເປັນຕົວແທນຈາກພາກລັດຖະບານ ແລະ ພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອລາຍງານສະພາບລວມ ແລະ ລາຍງານຄວາມຄືບໜ້າໃນການແກ້ໄຂບັນຫາຂອງກອງປະຊຸມທຸລະກິດລາວ ແລະ ບັນຫາໃນການດຳເນີນທຸລະກິດ ໃນການປັບປຸງສະພາບແວດລ້ອມທາງດ້ານທຸລະກິດ ຂອງ ສປປ ລາວ ໃຫ້ດີຂຶ້ນກ່ວາເກົ່າ. ນອກຈາກນັ້ນ, ຍັງໄດ້ນຳສະເໜີຮ່າງວາລະກອງປະຊຸມທຸລະກິດລາວ ຄັ້ງທີ່ XI ຄາດວ່າຈະຈັດຂຶ້ນໃນກາງເດືອນ ພຶດສະພາ 2018.

ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ກ່າວວ່າ “ກອງປະຊຸມທຸລະກິດລາວເປັນເວທີສຳຄັນສຳລັບການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ເພື່ອປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ການດຳເນີນທຸລະກິດ ແນໃສ່ສົ່ງເສີມການຂະຫຍາຍຕົວຂອງພາກທຸລະກິດ, ຍົກຂີດຄວາມສາມາດໃນການແຂ່ງຂັນຂອງທຸລະກິດພາຍໃນ ແລະ ສາກົນ ແລະ ເພີ່ມທະວີການປະກອບສ່ວນຂອງພາກທຸລະກິດເຂົ້່າໃນການບັນລຸເປົ້າໝາຍການພັດທະນາທີ່ກຳນົດໃນແຜນພັດທະນາເສດຖະກິດສັງຄົມ ຄັ້ງທີ່ VIII”.

ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ “ໄດ້ເນັ້ນຍຳ້ເຖິງພາລະບົດບາດຂອງກອງເລຂາກອງປະຊຸມທຸລະກິດລາວ ທີ່ເຮັດໜ້າທີ່ເປັນຂົວຕໍ່ປະສານສົມທົບກັບພາກລັດ ແລະ ເກັບກຳລວບລວມເອົາບັນຫາການດຳເນີນທຸລະກິດ ເພື່ອປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນ ສປປ ລາວ. ນອກຈາກນັ້ນ, ຍັງມີບົດບາດໃນການຜັນຂະຫຍາຍແຈ້ງການຕ່າງໆຂອງພາກລັດໃຫ້ແກ່ສະມາຊິກ ພ້ອມທັງ ລວບລວມຄຳເຫັນຂອງພາກທຸລະກິດເຂົ້້າໃນການປັບປຸງຮ່າງກົດໝາຍຕ່າງໆຂອງພາກລັດ. 

ກຸ່ມບັນຫາທີ່ຈະຖືກຍົກຂື້ນຕໍ່ກັບກອງປະຊຸມທຸລະກິດລາວ ຄັ້ງທີ່ XI ລວມມີ 3 ບັນຫາຫຼັກ ຄື: 1) ບັນຫາອາກອນສຳລັບທຸລະກິດ; 2) ບັນຫາຕົ້ນທຶນຄ່າຂົນສົ່ງ ຂອງ ສປປ ລາວ ແລະ 3) ບັນຫາທີ່ເປັນອຸປະສັກຕໍ່ການພັດທະນາດ້ານຂະແໜງການທ່ອງທ່ຽວ. ໃນໄລຍະຜ່ານມາ, ໄດ້ມີການແກ້ໄຂບາງບັນຫາທີ່ພາກທຸລະກິດສະເໜີມາໃນກອງປະຊຸມຄັ້ງທີ່ X ເປັນຕົ້ນແມ່ນ 1) ບັນຫາອາກອນມູນຄ່າເພີ່ມສຳລັບການບໍລິການທະນາຄານ ແລະ ການບໍລິການຂົນສົ່ງຂ້າມແດນ; 2) ບັນຫາຕົ້ນທຶນໃນການຂົນສົ່ງສິນຄ້າ; 3) ການສົ່ງອອກໄມ້ປູກ ແລະ ຂັ້ນຕອນການສົ່ງອອກໄມ້; 4) ການເຂົ້້າເຖິງຂໍ້ມູນຕົວເລກນຳເຂົ້າ ແລະ ສົ່ງອອກ; 5) ການຂໍຈົດທະບຽນວິສາຫະກິດ ແລະ ຂໍອະນຸຍາດດຳເນີນທຸລະກິດ; 6) ການເຂົ້້າຫາແຫຼ່ງທຶນຂອງວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ.

ທ່ານ ລັດຖະມົນຕີ ຕີລາຄາສູງຕໍ່ຜົນສຳເລັດຂອງກອງປະຊຸມໃນຄັ້ງນີ້ໂດຍສະແດງຄວາມຂອບໃຈມາຍັງບັນດາຜູ່ຕ່າງໜ້າຈາກພາກສ່ວນທີ່ກ່ຽວຂ້ອງທີ່ເຂົ້າມາຮ່ວມກອງປະຊຸມ ແລະ ທຸກບັນຫາທີ່ພາກທຸລະກິດສະເໜີເຂົ້າມາ ໃນນາມພາກລັດຈະນຳເອົາໄປຄົ້ນຄວ້າພິຈາລະນາແກ້ໄຂຕາມຄວາມເໝາະສົມໃນກອງປະຊຸມຄັ້ງທີ່ XI ທີ່ຈະມາເຖິງນີ້.

ແຫຼ່ງຂໍ້ມູນຂ່າວ: ກອງເລຂາກອງປະຊຸມທຸລະກິດລາວ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.