ໃນ​ວັນ​ທີ 11 ​ເມສາ 2018, ທີ່​ ນະຄ​ອນຫລວງ​ວຽງ​ຈັນ ທະນາຄານພັດທະນາອາຊີ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມ ເຜີຍແຜ່ບົດລາຍງານການຄາດຄະເນການພັດທະນາຂອງອາຊີ ​ໂດຍ​ການ​ເປັນ​ປະ​ທານ​ ຂອງ​ທ່ານ ຢາ​ຊຸ​ຊິ ​ເນ​ກິ​ຊິ ຜູ້ຕາງໜ້າ​ທະນາຄານພັດທະນາ​ອາຊີ​ປະຈຳລາວ, ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວຂ້ອງ​ ເຂົ້າ​ຮ່ວມ.

ທ່ານ ຢາຊຸຊິ ເນກິຊິ ກ່າວວ່າ: ເຖິງແມ່ນວ່າລັດຖະບານຈະ​ເກືອດ​ຫ້າມໃນການສົ່ງອອກໄມ້ທ່ອນ, ​ພ້ອມ​ທັງເພີ່ມ​ເງື່ອນໄຂ ໃນ​ການ​ປ່ອຍ​ສິນ​ເຊື່ອ​ທີ່​ເຂັ້ມ​ງວດ​ຂຶ້ນ, ສ່ວນລາຄາ ແຮ່ທາດໃນຕະຫລາດສາກົນ​ມີ​ການຫລຸດລົງ ແລະ ຈຳນວນນັກທ່ອງທ່ຽວ ກໍຫລຸດລົງນຳ​ອີກ, ​ແຕ່ ສປປ ລາວ ຍັງຮັກສາຈັງ​ຫວະການຂະຫຍາຍຕົວຂອງຕົນ​ໄວ້ ​ເພາະໄດ້ຮັບແຮງສະໜັບສະໜູນຈາກບັນດາໂຄງການພັດທະນາພື້ນຖານໂຄງລ່າງຂະໜາດໃຫຍ່, ການຜະລິດກະແສໄຟຟ້າທີ່ເພີ່ມຂຶ້ນ ແລະ ການຂະຫຍາຍໂຕໃນຂະແໜງບໍລິການຕ່າງໆ. ບັນດາໂຄງການພະລັງງານໄຟຟ້າຈຳນວນໜຶ່ງ ເຊິ່ງປັດຈຸບັນພວມຢູ່​ໃນໄລຍະການກໍ່ສ້າງ ​ແລະ ຈະໄດ້ເລີ່ມທຳການຜະລິດ ໃນປີ 2019 ໂດຍສະເພາະ ແມ່ນເຂື່ອນ​ໄຟ​ຟ້າໄຊຍະບູລີ ທີ່ມີກໍາລັງການຜະລິດຫລາຍ 1.000 ເມັກກາວັດ ຈະ​ເຮັດ​ໃຫ້ຂະແໜງອຸດສາຫະກໍາ ຫັນທິດທາງຈາກແນວໂນ້ມ ທີ່ຫລຸດລົງເປັນ​ການ​ເພີ່ມ​ຂຶ້ນ. ໃນຂະນະດຽວກັນ ຖ້າສະພາບອາກາດເອື້ອອຳນວຍ ຂະແໜງກະສິກໍາຈະສືບຕໍ່ຂະ​ຫ​ຍາຍຕົວປະມານ 3% ແລະ ຄາດວ່າການການ​ຂະ​ຫ​ຍາຍຕົວຂອງຂະແຫນງບໍລິການຈະມີຄວາມເຂັ້ມແຂງຂຶ້ນຕື່ມ ຍ້ອນວ່າຈຳນວນນັກທ່ອງທ່ຽວເຂົ້າ​ມາ ​ແລະ ຄາດວ່າຈະດີຂຶ້ນ ກ່ອນປີຜ່ານມາ ດ້ວຍແຮງສະໜັບສະໜູນຈາກການເປີດປີທ່ອງທ່ຽວລາວ 2018.

​ເຖິງ​ວ່າ ຈັງ​ຫວະ​ການ​ຂະ​ຫ​ຍາຍ​ຕົວຍັງ​ສືບ​ຕໍ່​ຮັກສາໄວ້ ​ແຕ່ອັດຕາເງິນເຟີ້ຄາດວ່າຈະຄົງຢູ່ທີ່ລະດັບ 2%-2,5%, ການຂາດດູນບັນຊີເດີນສະພັດຄາດວ່າຈະເພີ່ມຂຶ້ນເຖິງ 14,9% ຂອງ ຈີດີພີ ໃນປີ 2018. ຍ້ອນອັດຕາເງິນເຟີ້ ທີ່ເພີ່ມສູງຂຶ້ນ, ລາຄານໍ້າມັນ ໃນຕະຫລາດສາກົນ ເພີ່ມ​ຂຶ້ນ ແລະ ການນໍາເຂົ້າເຄື່ອງກົນຈັກພື່ອຮັບໃຊ້ໃນບັນດາໂຄງການພື້ນຖານໂຄງລ່າງຂະໜາດໃຫຍ່ໄດ້ເຮັດໃຫ້ລາຍຈ່າຍຈາກການນໍາເຂົ້າເພີ່ມຂຶ້ນ,ສ່ວນການ​ຂະ​ຫ​ຍາຍຕົວຂອງການສົ່ງອອກຍັງຢູ່​ໃນ​ລະ​ດັບ​ປານ​ກາງ. ເມື່ອໂຄງການພະລັງງານໄຟຟ້າໃຫມ່ເລີ່ມດໍາເນີນງານການສົ່ງອອກ ໄຟຟ້າ ແມ່ນຈະເພີ່ມຂຶ້ນໃນປີ 2019 ແລະ ເຮັດ​ໃຫ້​ການຂາດດູນຂອງບັນຊີເດີນສະພັດຫລຸດລົງຢູ່ປະມານ 13,7% ຂອງ ຈີດີພີ.

ຢ່າງ​ໃດ​ກໍ​ຕາມ ຄວາມສ່ຽງຈາກພາຍນອກ ຕໍ່ກັບການຄາດຄະເນເສດ​ຖະ​ກິດ ຂອງ ສປປ ລາວ ທີ່ມີການຫລຸດລົງຢ່າງຫລວງຫລາຍ ໃນການຄ້າ ແລະ ຄວາມບໍ່​ມີສະ​ເຖຍ​ລະ​ພາບເພີ່ມຂຶ້ນໃນຕະຫລາດການເງິນຂອງໂລກ ຫລື ພາກພື້ນອາດຈະເກີດຂຶ້ນ​ໄດ້​ສູງ ຖ້າຫາກວ່າຄວາມພະຍາຍາມຂອງລັດຖະບານໃນການ​ສັງ​ລວມ​ການ​ເງິນ​ຂອງ​ຕົນບໍ່ປະສົບຜົນສໍາເລັດເຊິ່ງຈະ​ພາ​ໃຫ້​ມີ​ຜົນ​ກະ​ທົບຕໍ່ຄວາມ​ຫ​ຍຸ້ງ​ຫ​ຍາກ​ທາງ​ດ້ານ​ໜີ້​ສິນພາຍໃຕ້ເງື່ອນໄຂ ທີ່ຄັງສຳຮອງເງິນຕາຕ່າງປະເທດ ເກືອບບໍ່ພໍ ແກ່ການນໍາເຂົ້າ.

ແຫຼ່ງຂໍ້ມູນຂ່າວ: ຂ່າວສານປະເທດລາວ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.