ກມວ ໄດ້ເຮັດບົດບັນທຶກຄວາມເຂົ້າໃຈ (MoU) ກັບ ອົງການມາດຕະຖານສາກົນ ອາເມລິກາ (American Society for Testing Material International: ASTM) ເພື່ອຮ່ວມມືທາງມາດຕະຖານແບບສະໝັກໃຈ ແລະ ກິດຈະກຳທາງມາດຕະຖານ. ASTM ແມ່ນອົງກອນແນວໜ້າເປັນທີ່ຮັບຮູ້ກັນດີທົ່ວໂລກໃນການພັດທະນາ ແລະ ການເຜີຍແຜ່ມາດຕະຖານໃນຂົງເຂດວັດສະດຸການກໍ່ສ້າງ ແລະ ມາດຕະຖານສິ່ງກໍ່ສ້າງສາກົນ. ປັດຈຸບັນ ASTM ມີມາດຕະຖານຕ່າງໆ ປະມານ 13,000 ສະບັບຊຶ່ງນຳໃຊ້ກັນທົ່ວໂລກເພື່ອປັບປຸງຄຸນນະພາບສິນຄ້າ, ຍົກສູງສຸຂະພາບ ແລະ ຄວາມປອດໄພ, ສ້າງຄວາມເຂັ້ມແຂງການແຂ່ງຂັນເຂົ້າສູ່ຕະຫຼາດ ແລະ ການຄ້າ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ຊົມໃຊ້.

ມາດຕະຖານສາກົນ ASTM ເປັນໜັງສືຜ່ານແດນທາງຍຸດທະສາດທາງດ້ານການຄ້າທີ່ປະສົບຜົນສຳເລັດ. ມີຄຸນນະພາບສູງ, ມາດຕະຖານ ASTM ໄດ້ຮັບການພັດທະນາໃຫ້ສອດຄ່ອງກັບບັນດາຫຼັກການທີ່ແນະນຳຂອງອົງການການຄ້າໂລກ, ອຳນວຍຄວາມສະດວກດ້ານການຄ້າໂດຍການເປີດຕະຫຼາດໃໝ່ ແລະ ສ້າງຄູ່ຮວມທາງການຄ້າໃໝ່ສຳລັບວິສາຫະກິດໃນທຸກທີ່.

ກມວ ໄດ້ຮັບຮອງເອົາ 122 ມາດຕະຖານ ISO ເປັນມາດຕະຖານແຫ່ງຊາດລາວ, ຊຶ່ງຈະເລີ່ມໂຄງການຮັບຮອງເອົາ ມາດຕະຖານ ASTM ແລະ ຍັງຈະໄດ້ຈັດກອງປະຊຸມສຳມະນາຕ່າງໆ ວ່າດ້ວຍ “ຜົນປະໂຫຍດຕໍ່ອຸດສາຫະກຳລາວທີ່ນຳໃຊ້ ແລະ ຮັບຮອງເອົາມາດຕະຖານສາກົນ”   

ກົມມາດຕະຖານ ແລະ ວັດແທກ ໄດ້ຮັບການຍົກລະດັບເປັນສະມາຊິກ ຂອງອົງການມາດຕະຖານສາກົນ ISO ແລະ ສະມາຊິກຂອງອົງການມາດຕະຖານສາກົນ ASTM International Global Alliance, ອົງການມາດຕະຖານແຫ່ງຊາດຂອງ ສປປ ລາວ ທີ່ສາມາດສະໜອງ ISO ແລະ ມາດຕະຖານແບບສະໝັກໃຈ ASTM ໃນລາວໃຫ້ແກ່ລູກຄ້າພາກລັດ ແລະ ເອກະຊົນໂດຍກົງ. ສຳເນົາມາດຕະຖານສາກົນເຫຼົ່ານີ້ມີທັງແບບເອກະສານ ຫຼື ເປັນຟາຍໃນຮູບແບບ ພີດີເອັບ (pdf) ຊຶ່ງຈະມີຄ່າໃຊ້ຈ່າຍພຽງໜ້ອຍດຽວ.  ຖ້າທ່ານສົນໃຈຊື້ເອກະສານມາດຕະຖານ ຫຼື ເຂົ້າຮ່ວມສຳມະນາ ທ່ານສາມາດຕິດຕໍ່ພວກເຮົາໄດ້ທີ່:

ກົມມາດຕະຖານ ແລະ ວັດແທກ
ບ້ານ ດ່ານຊ້າງ ເມືອງຈັນທະບຸລີ
ຕູ້ ປນ 2279, ນະຄອນຫຼວງວຽງຈັນ, ສປປ ລາວ
ໂທ: +856 21 732093
ໂທລະສານ: +856 21 732331
ອີເມລ: [email protected]
ເວັບໄຊ: www.laostandards.gov.la 

ແຫຼ່ງຂໍ້ມູນຂ່າວ: ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.