ກອງປະຊຸມຝຶກອົບຮົມໄດ້ຈັດຂຶ້ນໃນວັນທີ 23-26 ເມສາ 2018 ທີ່ໂຮງແຮມລາວພລາຊາ, ​​ນະຄອນຫຼວງວຽງຈັນ ໂດຍ​ມີ​ເຈົ້າໜ້າທີ່ທີ່ປະຈຳຢູ່ດ່ານສາກົນຂົວມິດຕະພາບ 1 ແລະ ດ່ານສາກົນທີ່ວັດໜາມບິນວັດໄຕ ຊຶ່ງປະກອບມີ: ເຈົ້າໜ້າທີ່ພາສີ, ເຈົ້າໜ້າທີ່ກັກກັນພືດ ແລະ ສັດ, ເຈົ້າໜ້າທີ່ກວດກາອາຫານ ແລະ ຢາ. ນອນນັ້ນ, ກໍຍັງມີຜູ້ເຂົ້າຮ່ວມຈາກ ກົມແຜນການ ແລະ ການຮ່ວມມື ແລະ ກອງເລຂາເຄມີ, ຊີວະ, ນິວເຄຣຍ,​ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມດ້ວຍວິຊາການທີ່ຕາງໜ້າກົມການນຳເຂົ້າ ແລະ ສົ່ງອອກເຂົ້າຮ່ວມ. ກອງ​ປະ​ຊຸມ​ໄດ້​ດຳ​ເນີນ​ໄປ​ເປັນເວ​ລາ 04 ວັນ​ ພາຍ​ໃຕ້​ການ​ເປັນການເປັນປະທານ ຂອງ ທ່ານ ສຸລິຍົນ ພິລາວົງ, ຫົວໜ້າກົມການນໍາເຂົ້າ ແລະ ສົ່ງ​ອອກ, ກະຊວງອຸດສາຫະກຳ ແລະ ການຄ້າ.

ຈຸດປະສົງຂອງກອງປະຊຸມຝຶກອົບຮົມໃນ​ຄັ້ງ​ນີ້ ​ແມ່ນເພື່ອເປັນການສ້າງຄວາມເຂົ້າໃຈ ກ່ຽວກັບສິນຄ້າຍຸດທະສາດທີ່ສາມາດນຳໃຊ້ໄດ້ສອງດ້ານ ແລະ ນຳສະເໜີກ່ຽວກັບບົດຮຽນການຄຸ້ມຄອງຂອງສາກົນ ໂດຍສະເພາະແມ່ນບົດຮຽນຂອງສະຫະພາບເອີຣົບໃນການຄຸ້ມຄອງສິນຄ້າປະເພດດັ່ງກ່າວ, ການຄຸ້ມຄອງໃນກອບການຂົນສົ່ງຜ່ານແດນ ແລະ ການຂົນສົ່ງສິນຄ້າທີ່ມີການຄ່ຽນຖ່າຍພາຫະນະຂົນສົ່ງ. ກອງປະຊຸມຝຶກອົບຮົມໄດ້ອະທິບາຍ ຢ່າງລະອຽດ ກ່ຽວກັບ ຄູ່ມືການຈັດຕັ້ງປະຕິບັດ STCE, ການສັ່ງຫ້າມລັກລອບສິນຄ້າເຂົ້າປະເທດຢ່າງຜິດກົດໝາຍ, ຫລັກສູດສິນຄ້າພິເສດ: ເຄມີພັນ, ອຸປະກອນດ້ານຊີວະວິທະຍາ ແລະ ວັດສະດຸກຳມັນຕະພາບລັງສີ, ໂມ​ດູນ​ສິນ​ຄ້າພິ​ເສດ: ວັດ​ສະ​ດຸ​ທີ່​ໃຊ້​ແບບ​ສອງ​ແງ່, ອຸ​ປະ​ກອນ​ດ້ານ​ອາ​ວຸດ ແລະ​ ການ​ທະ​ຫານ, ການ​ປະ​ເມີນ​ຄວາມ​ສ່ຽງ, ການປະ​ກອບ​ຂໍ້​ມູນ, ການ​ກຳ​ນົດ​ເປົ້າ​ໝາຍຂອງ STCE.
ນອກຈາກນີ້, ກົມການນຳເຂົ້າ ແລະ ສົ່ງອອກ ຍັງໄດ້ໃຫ້ຊາບວ່າໃນແຜນການຕໍ່ໜ້າ ທາງກົມຈະໄດ້ມີການສ້າງໜ່ວຍງານຄຸ້ມຄອງການຄ້າ ແລະ ການສົ່ງອອກສິນຄ້າຍຸດທະສາດ ແລະ ຈະຈັດກອງປະຊຸມປຶກສາຫາລືກ່ຽວກັບການຮ່າງລະບຽບການຄຸ້ມຄອງສິນຄ້າຍຸດທະສາດທີ່ສາມາດນຳໃຊ້ໄດ້ສອງດ້ານ ຄັ້ງທີ 03.


 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.