I. ທົບທວນຄາດໝາຍຂອງແຜນການປີ2017.
ເພື່ອເປັນການຈັດຕັ້ງປະຕິບັດດໍາລັດສະບັບເລກທີ445/ນຍ, ລົງວັນທີ19 ທັນວາ 2016 ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດແລະແຜນເງິນຕາປະຈໍາປີ 2017 ແລະ ແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ5ປີ (2016-2020) ກໍ່ຄືແຜນການປີ2017, ກະຊວງໄດ້ອອກຂໍ້ຕົກລົງຂອງລັດຖະມົນຕີ ສະບັບເລກທີ0445/ອຄ.ກຜຮ, ລົງວັນທີ29ມີນາ2017ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການປະຕິບັດວຽກງານອຸດສາຫະກໍາປຸງ ແລະ ການຄ້າປະຈໍາປີ2017ຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ເພື່ອປະຕິບັດແຜນກໍ່ຄືຂໍ້ຕົກລົງດັ່ງກ່າວ. ຄາດໝາຍສູ້ຊົນຂອງແຜນພັດທະນາອຸດສາຫະກໍາປຸງແຕ່ງແລະການຄ້າປະຈໍາປີ 2017ມີຄື: ສູ້ຊົນເຮັດໃຫ້ລວມຍອດມູນຄ່າການຄ້າບັນລຸ 8,941 ລ້ານໂດລາສະຫະລັດ, ໃນນັ້ນມູນຄ່າການສົ່ງອອກປະມານ 4,459 ລ້ານໂດລາສະຫະລັດ ແລະ ມູນຄ່າການນໍາເຂົ້າປະມານ 4,482 ລ້ານໂດລາສະຫະລັດ, ມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ແລ ະຫັດຖະກໍາໃຫ້ບັນລຸ 6,877ຕື້ກີບ ແລະ ມູນຄ່າຈໍລະຈອນ (ຂາຍຍົກ-ຂາຍຍ່ອຍ ແລະ ບໍລິການ) ໃຫ້ບັນລຸ51,537ຕື້ກີບ. ສູ້ຊົນໃຫ້ອັດຕາການຂະຫຍາຍຕົວຂອງຂະແໜງອຸດສາຫະກຳປຸງແຕ່ງ ແລະ ຫັດຖະກໍາຂະຫຍາຍຕົວສະເລ່ຍ15%ຕໍ່ປີ, ມູນຄ່າຂອງການສົ່ງອອກສິນຄ້າຂະຫຍາຍຕົວສະເລ່ຍ15%ຕໍ່ປີ ແລະ ເຮັດໃຫ້ການຂາດດູນການຄ້າກັບຕ່າງປະເທດໃນແຕ່ລະປີຢູ່ໃນລະດັບທີ່ສາມາດຊຳລະສະສາງໄດ້, ສ່ວນແບ່ງຕະຫຼາດການສົ່ງອອກຂອງລາວໄປຍັງບັນດາປະເທດອາຊຽນໃຫ້ໄດ້70%ຂຶ້ນໄປ ແລະ ຕະຫຼາດອາຊຽນບວກຄູ່ເຈລະຈາໃຫ້ໄດ້ກວ່າ90%, ມູນຄ່າຈໍລະຈອນສິນຄ້າຂະຫຍາຍຕົວສະເລ່ຍ12%ຕໍ່ປີ, ທຸລະກິດຂາຍຍົກ-ຍ່ອຍເພີ່ມຂຶ້ນສະເລ່ຍ9-10%ຕໍ່ປີ, ອັດຕາການຂະຫຍາຍຕົວຂອງຕະຫຼາດພາຍໃນເພີ່ມຂຶ້ນ30% ແລະ ຂະຫຍາຍຫຼືສ້າງຕະຫຼາດຊົນນະບົດເຂດຫ່າງໄກສອກຫຼີກໃຫ້ມີການເພີ່ມຂຶ້ນ ແລະ ສ້າງຄວາມເຂັ້ມແຂງໃຫ້ຫົວໜ່ວຍທຸລະກິດໂດຍສະເພາະວິສາຫະກິດຂະໜາດນ້ອຍ ແລະ ກາງ.
II. ການຈັດຕັ້ງປະຕິບັດແຜນພັດທະນາປະຈໍາປີ 2017.
1. ສະພາບລວມ:
1.1 ສະພາບສາກົນ
ສະພາບເສດຖະກິດຂອງໂລກຄາດວ່າຈະຂະຫຍາຍຕົວໃນລະດັບ 3,4% ໃນປີ 2017 (ປີ 2016 ຂະຫຍາຍຕົວ3,1%) ເຫັນວ່າຂະຫຍາຍຕົວໜ້ອຍໜຶ່ງທຽບເທົ່າປີຜ່ານມາ ເນື່ອງຈາກເສດຖະກິດຂອງຫຼາຍປະເທດເລີ່ມຟື້ນຕົວ ເຊັ່ນ: ສະຫະລັດອາເມລິກາ (ການເພີ່ມຂຶ້ນຂອງການຈ້າງງານທີ່ບັນລຸເກີນແຜນເປັນຕົ້ນໃນຂົງເຂດບໍລິການ,ການໃຊ້ຈ່າຍຂອງຜູ້ບໍລິໂພກ ແລະ ລາຍຈ່າຍຂອງພັກລັດທີ່ເພີ່ມຂຶ້ນ) ແລະ ໂດຍສະເພາະເສດຖະກິດຂອງກຸ່ມປະເທດທີ່ກຳລັງພັດທະນາ ເຊິ່ງກວມເອົາປະມານ 60% ຂອງການເຕີບໂຕທັງໝົດ. ແຕ່ການຟື້ນຕົວຂອງເສດຖະກິດໂລກເປັນພຽງຕົວຊີ້ວັດໃຫ້ເຫັນເຖິງຄວາມເລີ່ມມີສະຖຽນລະພາບຂອງເສດຖະກິດໄລຍະສັ້ນເທົ່ານັ້ນ ແຕ່ຍັງບໍ່ທັນສະທ້ອນເຖິງການຟື້ນຕົວທີ່ໝັ້ນຄົງ ແລະ ຍືນຍົງໃນໄລຍະຍາວ. ສຳລັບຂົງເຂດອາຊຽນ ຈະຂະຫຍາຍຕົວໃນລະດັບປະມານ 4,8-5% ເຊິ່ງ ສປປ ລາວ ຈັດຢູ່ໃນລະດັບທີ່ 3 ຮອງຈາກມຽນມາ(7,7%) ແລະ ກໍາປູເຈຍ (7,1%), ສໍາລັບ ສປ ຈີນ ຍັງສືບຕໍ່ເປັນຄູ່ຮ່ວມມືດ້ານເສດຖະກິດທີ່ສຳຄັນ ໂດຍການດຳເນີນນະໂຍບາຍໜຶ່ງເສັ້ນທາງໜຶ່ງແລວທາງ ໃນການເຊື່ອມໂຍງຮອບດ້ານກັບບັນດາປະເທດຕ່າງໆ ແລະ ການເພີ່ມຂຶ້ນຂອງນັກທ່ອງທ່ຽວຈາກ ສປ ຈີນ ທີ່ກ້າວກະໂດດ ທີ່ສົ່ງຜົນດີຕໍ່ການທ່ອງທ່ຽວລາວ ໃນປີ 2018, ແຕ່ເຖິງຢ່າງໃດກໍ່ຕາມຍັງຕ້ອງໄດ້ສືບຕໍ່ເຝົ້າລະວັງບາງເຫດການ ແລະ ສະພາບທີ່ບໍ່ເອື້ອອໍານວຍໃຫ້ເເກ່ການພັດທະນາເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ເປັນຕົ້ນ: ສົງຄາມຕ້ານ ISIS, ການກໍ່ການຮ້າຍພາໃຫ້ຊາວອົບພະຍົບລັ່ງໄຫຼເຂົ້າມາເອີຮົບ ແລະ ຕາເວັນອອກສຽງໃຕ້, ບັນຫາທະເລຈີນໃຕ້, ບັນຫາລາຄານ້ຳມັນໃນຕະຫຼາດໂລກມີທ່າອ່ຽງເພີ່ມຂຶ້ນປະມານ 20% ຍ້ອນກຸ່ມຜູ້ຜະລິດຫຼຸດການຜະລິດລົງ ແລະ ຄ່າເງິນໂດລາ ນັບທັງລາຄາຄຳ ແລະ ທອງໃນຕະຫຼາດໂລກຍັງສືບຕໍ່ຜັນແປ ແລະ ມີລັກສະນະບໍ່ແນ່ນອນ.
1.2. ສະພາບພາຍໃນ.
ສໍາລັບປະເທດເຮົາຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ປະຊາຊົນບັນດາເຜົ່າມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍ ແລະ ການນຳພາຂອງພັກ, ຕັ້ງໝ້າປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ. ເສດຖະກິດຂອງປະເທດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເຖິງວ່າດ້ານງົບປະມານຈະພົບຄວາມຫຍຸ້ງຍາກກໍ່ຕາມ ແຕ່ໃນໄລຍະທີ່ຜ່ານມາລັດຖະບານເອງກໍໄດ້ອອກນະໂຍບາຍທີ່ສຳຄັນຫຼາຍອັນ ເພື່ອສ້າງຄວາມເຊື່ອໝັ້ນຕໍ່ກັບການພັດທະນາໃນໄລຍະໃໝ່ ເປັນຕົ້ນ:ເອົາໃຈໃສ່ເຂັ້ມງວດການຈັດຕັ້ງປະຕິບັດຄຳສັ່ງ ສະບັບເລກທີ 15/ນຍ, ລົງວັນທີ 13/5/2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້, ສືບຕໍ່ການບໍ່ໃຫ້ຍົກເວັ້ນພາສີນ້ຳມັນ ແລະ ຈຳກັດຈຳນວນບໍລິສັດນຳເຂົ້ານ້ຳມັນ ເພື່ອຄຸ້ມຄອງການນຳເຂົ້ານ້ຳມັນໃຫ້ເປັນລະບົບ ແລະ ບໍ່ສະຊາຍ, ກົດໝາຍການສົ່ງເສີມການລົງທຶນ ສະບັບເລກທີ 14/ສພຊ, ລົງວັນທີ 17/11/2016 ແລະ ປັບປຸງນິຕິກຳອື່ນໆ (ລວມເຖິງຈັດຕັ້ງຄະນະ ຄລທ ຜ່ານປະຕູດຽວ) ເຊິ່ງໄດ້ສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນບັນດາເຜົ່າ ແລະ ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດໄດ້ດີຂຶ້ນ. ຄຽງຄູ່ກັບຄວາມພະຍາຍາມຂອງລັດຖະບານ ໃນການຄຸ້ມຄອງສະພາບການພັດທະນາຂອງປະເທດ ຍັງພົບຄວາມສ່ຽງດ້ານໄພພິບັດທາງທຳມະຊາດ ເຊິ່ງເກີດມີສະພາບໄພນ້ຳຖ້ວມໃນໄລຍະ 6 ເດືອນຕົ້ນປີ 2017 ຢູ່ບາງແຂວງ, ມີການລະບາດຂອງສັດຕູພືດ ເຊັ່ນ: ການແຜ່ລະບາດຂອງຝູງຕັກກະແຕນຢູ່ບັນດາແຂວງພາກເໝືອ ເປັນຕົ້ນ: ແຂວງຫຼວງພະບາງ, ແຂວງຫົວພັນ, ແຂວງຜົ້ງສາລີ ແລະ ແຂວງຊຽງຂວາງ ເຮັດໃຫ້ຜົນຜະລິດກະສິກໍາໄດ້ຮັບຜົນເສຍຫາຍທີ່ອາດຈະກະທົບຕໍ່ການຜະລິດຂອງປະຊາຊົນໃນໄລຍະສັ້ນເຖິງໄລຍະກາງ.
ການພັດທະນາແໜງ ອຸດສາຫະກໍາ ປຸງ ແຕ່ງ ແລະ ການ ຄ້າ ໃນປີ 2017 ແມ່ນຢູ່ໃນທ່າບຸກມາໂດຍຕະຫຼອດດ້ວຍການສຸມໃສ່ດ້ານການອຳນວຍຄວາມສະດວກດ້ານການຄ້າ, ພັດທະນາເຂດການຄ້າຊາຍແດນ, ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານນໍາເຂົ້າ ແລະ ສົ່ງອອກ, ສ້າງຂີດຄວາມສາມາດວຽກງານການຄ້າພາຍໃນ, ສົ່ງເສີມການກໍ່ສ້າງສູນການຄ້າທັນສະໄໝແລະ ຄຸ້ມຄອງລາຄາສິນຄ້າ, ແກ້ໄຂບັນຫາຂັ້ນຂອດການກວດກາ-ການເຄື່ອນຍ້າຍ-ຈໍລະຈອນສິນຄ້າ ໃຫ້ມີຄວາມວ່ອງໄວກວ່າເກົ່າ, ສົ່ງເສີມທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ ໂດຍສະເພາະນະໂຍບາຍເຂົ້າເຖິງແຫຼ່ງທຶນຂອງ SMEs, ສົ່ງເສີມການຜະລິດຫັດຖະກໍາເປັນສິນຄ້າ, ຈັດຕັ້ງປະຕິບັດໂຄງການຊື້-ຂາຍສິນຄ້າກະສິກໍາ Contract Farming, ການສົ່ງເສີມການຜະລິດເປັນສິນຄ້າ ລະດັບຊາດຕາມນະໂຍບາຍຂອງລັດຖະບານ ແລະ ຈັດກອງປະຊຸມພົບປະ, ຖອດຖອນບົດຮຽນລະຫວ່າງຫົວໜ່ວຍທຸລະກິດພາຍໃນ ແລະ ຕ່າງປະເທດເປັນປະຈໍາ, ສົ່ງ ເສີມ ແລະພັດທະນາເຂດນິຄົມອຸດສາຫະກໍາ,ກໍ່ສ້າງພື້ນຖານໂຄງລ່າງທາງດ້ານອຸດສາຫະກໍາປຸງແຕ່ງ, ສ້າງຖານຂໍ້ມູນຂ່າວສານບັນດາຕົວຊີ້ວັດຂອງຂະແໜງອຸດສາຫະກໍາປຸງແຕ່ງ ແລະ ການຄ້າໃຫ້ທັນສະໄໝ.
2. ການ ປະຕິບັດຕົວເລກຄາດໝາຍສູ້ຊົນຕົ້ນຕໍ:
2.1. ຄາດໝາຍສູ້ຊົນດ້ານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ:
ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງໃນປີ 2017ບັນລຸປະມານ 8,942 ຕື້ກີບ ທຽບໃສ່ ປີ 2016 ມູນຄ່າ 8,585ຕື້ກີບ ອັດຕາຂະຫຍາຍຕົວສະ ເລ່ຍ 4.15% ແລະ ທຽບໃສ່ແຜນການປີແມ່ນປະຕິບັດໄດ້ຕາມແຜນການທີ່ວາງໄວ້. ໃນນັ້ນໝວດປະເພດການຜະລິດອຸດສາຫະກໍາ ທີ່ມີອັດຕາການຂະຫຍາຍຕົວເພີ່ມຂຶ້ນແມ່ນ: ອຸດສາຫະກໍາເຫຼັ້ກເສັ້ນ, ອຸດສາຫະກໍາຜະລິດສະບຽງອາຫານ, ອຸດສາຫະກໍາຜະລິດເຄື່ອງດື່ມ, ອຸດສາຫະກໍາຜະລິດຢາສູບ ແລະ ອຸດສາຫະກໍາອື່ນໆຕາມລໍາດັບ.
2.2. ຄາດໝາຍສູ້ຊົນດ້ານການຄ້າພາຍໃນ:
ການຈໍລະຈອນສິນຄ້າພາຍໃນ (ການຄ້າຂາຍຍົກ-ຂາຍຍ່ອຍ ແລະ ບໍລິການ) ໃນ ປີ 2017 ແມ່ນ 51,687ຕື້ກີບ ທຽບໃສ່ ປີ 2016 ທີ່ ມີ ມູນ ຄ່າ 44,907ຕື້ ກີບ ອັດຕາ ຂະຫຍາຍຕົວ ເພີ່ມ ຂຶ້ນ ສະ ເລ່ຍ ແມ່ນ 15.10% ແລະທຽບ ໃສ່ ແຜນ ປີ ເພີ່ມ ຂຶ້ນ 1%. ໃນ ນັ້ນ, ໝວດທີ່ເພີ່ມຂຶ້ນມີ ໝວດ ແຜ່ນ ແພ, ເຄື່ອງນຸ່ງ ຫົ່ມ, ກະ ເປົາ, ເກີບ; ໝວດ ສິນຄ້າ ເຄື່ອງ ກິລາກາ ຍະ ກໍາ ຕ່າງໆ; ໝວດ ອຸປະກອນ ການ ປະມົງ; ໝວດ ເຄື່ອງ ກໍ່ສ້າງ; ໝວດ ສິນຄ້າ ເຄື່ອງ ກອງ ບຸນ; ໝວດ ສະບຽງ ອາຫານ ແລະໝວດ ເຄື່ອງ ດື່ມ, ເຫຼົ້າ ແລະຢາສູບ ແລະໝວດ ອື່ນໆ…
2.3. ຄາດໝາຍສູ້ຊົນດ້ານການຄ້າກັບຕ່າງປະເທດ.
ມູນຄ່າການນໍາເຂົ້າ ແລະ ສົ່ງອອກປີ 2017ຈະບັນລຸປະມານ9,345 ລ້ານໂດລາສະຫະລັດ ເພີ່ມ ຂຶ້ນ 11% ເມື່ອ ທຽບ ໃສ່ ໄລຍະ ດຽວ ກັນ ຂອງ ປີຜ່ານມາແລະທຽບໃສ່ແຜນການປີແມ່ນເພີ່ມຂຶ້ນ 4,5% ໃນນີ້:
ການສົ່ງອອກ ແມ່ນ 4,803 ລ້ານໂດລາສະຫະລັດ, ເພີ່ມ ຂຶ້ນ 13.4%ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາສາ ເຫດ ທີ່ ເຮັດ ໃຫ້ ມີ ການ ເພີ່ມ ຂຶ້ນຍ້ອນ ການ ສົ່ງ ອອກ ໄຟຟ້າ ເພີ່ມ ຂຶ້ນ 20.9%, ຄໍາ ປະສົມ, ຄໍາແທ່ງ ເພີ່ມ ຂຶ້ນ53%; ສິນຄ້າ ອຸດສາຫະກໍາ ( ໂຄງ ຮ່າງ ກ້ອງ ບັນທຶກ ພາບ ເພີ່ມ ຂຶ້ນ 8.6%, ເຄື່ອງນຸ່ງຫົ່ມ5.9%, ນໍ້າຕານ ເພີ່ມ ຂຶ້ນ115.6%) ແລະ ນອກຈາກນີ້ຍັງມີສິນຄ້າ ກະສິກໍາ ຈໍານວນໜຶ່ງ ເຊັ່ນ: ມັນ ຕົ້ນ ເພີ່ມ ຂຶ້ນ69.6%, ກາ ເຟ (ບໍ່ທັນໄດ້ປຸງແຕ່ງ) ເພີ່ມ ຂຶ້ນ117%, ຢາງພາລາ ເພີ່ມ ຂຶ້ນ115%, ສາລີ ເພີ່ມ ຂຶ້ນ86.4% ແລະ ໃນປີນີ້ເຫັນວ່າສິນຄ້າໃໝ່ທີ່ມີການສົ່ງອອກເພີ່ມຂຶ້ນມີຜະລິດຕະພັນຂອງອຸດສາຫະກໍາຈາກທັນຍາພືດເພີ່ມຂຶ້ນ 128%, ໝາກໄມ້ ແລະ ໝາກໄມ້ເປືອກແຂງທີ່ບໍລິໂພກໄດ້ເພີ່ມຂຶ້ນ99.6%, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ເຄື່ອງ ດື່ມຊູກໍາລັງ) ເພີ່ມຂຶ້ນ 33%ໃນ ນີ້,ປະເທດສົ່ງອອກຕົ້ນຕໍແມ່ນ ໄທ, ຈີນ, ຫວຽດນາມ, ອິນ ເດຍ, ຍີ່ປຸ່ນ, ເຢຍລະ ມັນ ແລະ ສະຫະລັດ ອາເມລິກາ.ໃນນີ້, ມີບາງແຂວງທີ່ພົ້ນເດັ່ນມີອັດຕາການສົ່ງອອກສູງຄື: ແຂວງຈໍາປາສັກ (ກາເຟເມັດ 58%, ມັນຕົ້ນ 35% ແລະສິນຄ້າກະສິກໍາອື່ນໆ 7%), ແຂວງສາລາວັນສົ່ງອອກສິນຄ້າກະສິກໍາກວມເອົາ 91% ( ກາເຟ, ມັນຕົ້ນແລະສາລີ) ແລະແຂວງອັດຕະປືການສົ່ງອອກກໍ່ເພີ່ມຂຶ້ນເຊັ່ນດຽວກັນກວມ 59.72% ຂອງການສົ່ງອອກທັງໝົດສາເຫດແມ່ນຍ້ອນການສົ່ງອອກພະລັງງານໄຟຟ້າ, ຫີນປາໂກໄດ, ຢາງພາລາ, ນໍ້າຕານຊາຍ, ໝາກກ້ວຍ ແລະ ງົວພັນຊີ້ນ.
ສ່ວນການນໍາເຂົ້າ ແມ່ນ 4,542 ລ້ານໂດລາສະຫະລັດເພີ່ມ ຂຶ້ນ 7.6% ເມື່ອທຽບໃສ່ໄລຍະດຽວກັນຂອງສົກປີຜ່ານມາສາເຫດ ທີ່ເຮັດໃຫ້ເພີ່ມຂຶ້ນຍ້ອນການນໍາເຂົ້ານໍ້າມັນເຊຶ້ອໄຟ (ນໍ້າມັນ ແອັດຊັງ, ກາຊວນ ແລະ ກາດ) ເພີ່ມ ຂຶ້ນ17%; ສະເພາະນໍ້າມັນກາດແມ່ນມີທ່າອ່ຽງຫຼຸດລົງ-7.7%, ເຫຼັກ ແລະ ອຸປະກອນ ທີ່ເຮັດດ້ວຍເຫຼັກເພີ່ມ ຂຶ້ນ22.21%, ອຸປະກອນ ກົນ ຈັກ ເພີ່ມ ຂຶ້ນ12.5%; ການນໍາເຂົ້າໄຟຟ້າຫຼຸດລົງ -18.8% ແລະ ນໍ້າຕານເພີ່ມຂຶ້ນ 66.9%ໝວດ ສິນຄ້າທີ່ ນໍາເຂົ້າຕົ້ນຕໍ ຍັງແມ່ນພາຫະນະ ແລະ ຊິ້ນສ່ວນອາໄຫຼ່, ນໍ້າມັນເຊື້ອ ໄຟ, ເຄື່ອງ ໃຊ້ ໄຟຟ້າ, ອຸປະກອນກົນຈັກ ແລະ ອຸປະກອນ ກໍ່ສ້າງ ( ເຫຼັກ ເສັ້ນ, ເຫຼັກ ຮູບ ປະພັນ ຕ່າງໆ, ຊີມັງ…) ປະ ເທດ ທີ່ສປປລາວ ນໍາເຂົ້າສ່ວນໃຫຍ່ຍັງແມ່ນບັນດາປະເທດ ທີ່ມີຊາຍແດນຕິດຈອດ ເຊັ່ນ: ໄທ, ຈີນ ແລະ ຫວຽດນາມ. ນອກ ນັ້ນ, ຍັງນໍາເຂົ້າມາຈາກ ຍີ່ປຸ່ນ, ສ ເກົາຫຼີ, ອິນໂດເນເຊຍ, ສິງກະ ໂປ...
ຈາກສາເຫດດັ່ງກ່າວ ເມື່ອສົມທຽບກັນ ລະຫ່ວາງ ການນໍາເຂົ້າ ແລະ ສົ່ງອອກທັງໝົດ ເຮັດໃຫ້ ປີ 2017 ເຫັນ ວ່າເກີນດູນການຄ້າປະມານ 261 ລ້ານໂດລາສະຫາລັດສາເຫດທີ່ກະຕຸ້ນການສົ່ງອອກເພີ່ມຂຶ້ນໃນໄລຍະນີ້ແມ່ນຍ້ອນພັກ ແລະ ລັດຖະບານໄດ້ມີນະໂຍບາຍການຮ່ວມມືການຄ້າກັບຕ່າງປະເທດໂດຍສະເພາະແມ່ນແຜນການຮ່ວມມືການຄ້າລະຫວ່າງແຂວງຕໍ່ແຂວງກັບບັນດາປະເທດທີ່ມີຊາຍແດນຕິດຈອດກັນໂດຍຜ່ານເວທີປຶກສາຫາລື ແລະ ພົບປະໃຫ້ແກ່ພາກທຸລະກິດໄດ້ມີໂອກາດພົບປະແລກປ່ຽນບົດຮຽນໃນການຮ່ວມມືການຄ້າຈົນກ້າວໄປເຖິງການເຊັນສັນຍາຊື້-ຂາຍສິນຄ້າຮ່ວມກັນ, ເຮັດໃຫ້ການສົ່ງອອກບາງລາຍການ ສິນຄ້າເພີ່ມຂຶ້ນເປັນຕົ້ນ ໄຟຟ້າ; ຄໍາ ປະສົມ; ສິນຄ້າ ອຸດສາຫະກໍາ ( ເຊັ່ນ: ເຄື່ອງນຸ່ງ ຫົ່ມ, ນໍ້າຕານ ແລະ ໂຄງ ຮ່າງ ກ້ອງ ບັນທຶກ ພາບ); ສິນຄ້າ ກະສິກໍາ ຈໍາ ນວນ ໜຶ່ງ ( ເຊັ່ນ: ເຂົ້າ, ກາ ເຟ,ມັນ ຕົ້ນ,ຢາງພາລາ, ສາລີ. ນອກຈາກນັ້ນ, ຍັງມີການສົ່ງອອກການຜະລິດຂອງອຸດສາຫະກໍາຈາກທັນຍາພືດແລະໝາກໄມ້ແລະໝາກໄມ້ເປືອກແຂງທີ່ບໍລິໂພກໄດ້ຕື່ມອີກ.
3. ການຈັດຕັ້ງປະຕິບັດ 03 ແຜນງານຫຼັກ ຂອງຂະແໜງອຸດສາຫະກໍາ ແລະ ການຄ້າ.
3.1. ແຜນງານທີ 1: ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ.
3.1.1. ການເຊື່ອມໂຍງການຄ້າຫຼາຍຝ່າຍ:
- ດ້ານນິຕິກໍາ: ໄດ້ປະສານກັບຂະແໜງການທີ່ກ່ຽວຂ້ອງປະຕິບັດພັນທະຕ່າງໆ ເພື່ອປັບປຸງບາງນິຕິກໍາພາຍໃນໃຫ້ແກ່ການເອື້ອອໍານວຍຄວາມສະດວກທາງດ້ານການຄ້າເສລີໃນນາມເປັນສະມາຊິກມີຄື: ໄດ້ ຊຸກຍູ້ ການ ອອກດຳລັດວ່າດ້ວຍອົງການດັດສົມໂທລະຄົມ ແລະດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງໄປສະນີ, ໂທລະຄົມ ແລະ ການສື່ສານ;ປັບປຸງກົດໝາຍວ່າດ້ວຍການປົກປ້ອງອຸດສາຫະກໍາພາຍໃນພາຍ ຫຼັງ ເຂົ້າ ຜ່ານ ກອງ ປະຊຸມ ສະ ໄໝ ສາມັນ ເທື່ອ ທີ 4ຂອງ ສະພາ ແຫ່ງ ຊາດ ຊຸດ ທີ 8 ເຊິ່ງ ກໍາລັງ ລໍ ຖ້າ ການ ປະກາດ ໃຊ້; ແຈ້ງ ການ ກ່ຽວ ກັບ ຕາຕະລາງ ຖົມ ຂຸມ ສິນຄ້າ ກະສິກໍາ ເພື່ອ ສົ່ງ ໃຫ້ ອົງການ ການ ຄ້າ ໂລກ ແລະການ ເຂົ້າ ຮ່ວມ ເປັນ ພາຄີຂອງ ສົນທິສັນຍາ ວ່າ ດ້ວຍ ການ ຊື້-ຂາຍສິນຄ້າລະຫວ່າງ ປະ ເທດ(Contracts for the International Sale of Goods: CISG) ແມ່ນ ສໍາ ເລັດ ຂໍ້ ຕົກລົງ ວ່າ ດ້ວຍ ການ ແຕ່ງ ຕັ້ງ ຄະນະ ຮັບຜິດຊອບ ຄົ້ນຄວ້າ ເນື້ອ ໃນ ສົນທິສັນຍາ ວ່າ ດ້ວຍ ການ ຊື້-ຂາຍສິນຄ້າ ລະຫວ່າງ ປະ ເທດ .
3.1.2. ການເຊື່ອມໂຍງເສດຖະກິດພາກພື້ນ ແລະ ອາຊຽນ.
ການຮ່ວມມືເສດຖະກິດອາຊຽນ ມີຜົນສໍາເລັດໃນການເຈລະຈາຫຼາຍຂອບເປັນຕົ້ນໃນລະດັບກອງປະຊຸມລັດຖະມົນຕີເສດຖະກິດອາຊຽນແບບວົງແຄບ, ກອງປະຊຸມເຈົ້າໜ້າທີ່ອາວຸໂສສະເພາະກິດລະດັບສູງ, ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ, ຂອບການ ຄ້າ ດ້ານ ການ ບໍລິການ ອາ ຊຽນ, ຂອບການຄ້າດ້ານສິນຄ້າ. ພ້ອມ ນັ້ນຍັງ ໄດ້ຮ່ວມກັບປະເທດສະມາຊິກອາຊຽນພິຈາລະນາຮັບຮອງ ເອົາ06 ແຜນງານບູລິມະສິດສໍາລັບເສົາຄໍ້າເສດຖະກິດ ທີ່ປະເທດຟິລິບປິນເປັນປະທານອາຊຽນ 2017 ເພື່ອສະໜັບສະໜູນມາດຕະການເຮັດໃຫ້ການຄ້າ ແລະ ການລົງທຶນເພີ່ມຂຶ້ນ, ເຊື່ອມໂຍງຂະແໜງ MSMEs ເຂົ້າກັບເສດຖະກິດແບບດີຈິຕອນ ແລະ ການພັດທະນານະວັດຕະກໍາໃໝ່ ເພື່ອຂັບເຄື່ອນເສດຖະກິດພາຍໃນອາຊຽນ ເຊິ່ງ 06 ແຜນງານບູລິມະສິດມີ ດັ່ງ ນີ້: 1) ການສ້າງຕ ົວຊີ້ ວັດ ການ ອໍານວຍ ຄວາມ ສະດວກ ທາງ ດ້ານ ການ ຄ້າ ອາ ຊຽນ; 2) ການ ເປີດ ເສັ້ນທາງ ຂົນ ສົ່ງ ສິນຄ້າ ທາງ ທະ ເລ ອາ ຊຽນຂອງ ທ່າ ເຮືອ ດ່ານ ຂາ ເຂົ້າ-ຂາ ອອກ ເມືອງ ດາ ວາວ- ເມືອງ ບີ ຕຸ ງ- ເມືອງ ຊານ ໂຕດ; 3) ຂອບ ວຽກ ທຸລະ ກິດ ແບບ ມີ ສ່ວນ ຮ່ວມ; 4) ວາ ລະກາ ນຈັດ ຕັ້ງ ປະຕິບັດ ການ ເປັນ ຜູ້ ປະກອບ ການ ຍິງ ອາ ຊຽນ; 5) ແຜນ ວຽກ ການ ຄ້າ ດ້ານ ເອ ເລັກ ໂຕ ຼນິກອາ ຊຽນ 2017-2025; 6) ຖະ ແຫຼ ງການ ອາ ຊຽນວ່າ ດ້ວຍ ນະ ວັດຕະ ກໍາ ໃໝ່;
- ສຳເລັດສ້າງວີດີໂອກ່ຽວກັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2016 ແລະ ການເຊື່ອມໂຍງຂອງ ສປປ ລາວໃນປະຊາຄົມເສດຖະກິດອາຊຽນ ເພື່ອເຜີຍແຜ່ໃຫ້ທົ່ວສັງຄົມຮັບຮູ້ຕໍ່ຜົນສໍາເລັດໃນການເປັນປະທານອາຊຽນຂອງ ສປປ ລາວ ພາຍໃຕ້ເສົາຄໍ້າເສດຖະກິດ ແລະ ຂະບວນການເຊື່ອມໂຍງຂອງ ສປປ ລາວ ໃນປະຊາຄົມເສດຖະກິດອາຊຽນດັ່ງກ່າວ.
- ສໍາເລັດການສ້າງບົດຄວາມສັ້ນກ່ຽວກັບວຽກງານປະຊາຄົມເສດຖະກິດອາຊຽນເພື່ອອອກອາກາດຜ່ານທາງວິທະຍຸ.
- ສໍາເລັດແຜນວຽກຂອງ ສປປ ລາວ ສໍາລັບປີ 2017 ເພື່ອຈັດຕັ້ງປະຕິບັດແຜນງານປະຊາຄົມເສດຖະກິດອາຊຽນ 2025 ເພື່ອຜັນຂະຫຍາຍແຜນປະຕິບັດງານປະຊາຄົມເສດຖະກິດອາຊຽນ 2016-2025 ທີ່ໄດ້ຖືກຮັບຮອງໃນກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 48 ໃນປີ 2016 ຊຶ່ງແຜນວຽກດັ່ງກ່າວນີ້ຈະເປັນຄູ່ມືນໍາໃຊ້ເຂົ້າໃນການປຶກສາຫາລື, ຕິດຕາມ ແລະ ທົບທວນຄືນການຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆຂອງແຕ່ລະຂະແໜງການເພື່ອສະດວກໃນການຕິດຕາມແລະປະເມີນຄວາມຄືບໜ້າຂອງແຕ່ລະວຽກງານ.
ໃນປີ 2017 ໄດ້ເຂົ້າຮ່ວມກອງປະຊຸມເຈລະຈາຄູ່ຮ່ວມຍຸດທະສາດເສດຖະກິດແບບຮອບດ້ານລະດັບພາກພື້ນ (RCEP)ແລະ ກອງປະຊຸມທີ່ກ່ຽວຂ້ອງທັງໝົດຈໍານວນ 08 ຄັ້ງ ລວມທັງກອງປະຊຸມລະດັບລັດຖະມົນຕີ 02 ຄັ້ງ ແລະ ຫົວໜ້າຄະນະເຈລະຈາແບບວົງແຄບ 02 ຄັ້ງ ເພື່ອສືບຕໍ່ການເຈລະຈາ ການເປີດເສລີການຄ້າດ້ານສິນຄ້າ, ການຄ້າດ້ານການບໍລິການ, ການລົງທຶນ ແລະ ຂົງເຂດເສດຖະກິດອື່ນໆ, ການເຈລະຈາໃນຂອບRCEP ປະຈຸບັນແມ່ນເຫັນວ່າມີຄວາມຄືບໜ້າຫຼາຍສົມຄວນ ດ້ານການຫຼຸດຜ່ອນອັດຕາພາສີ ສະມາຊິກກໍໄດ້ສຳເລັດການແລກປ່ຽນບົດສະເໜີເປີດຕະຫຼາດ ສະບັບທີ 02 ແລ້ວ ໂດຍລວມແມ່ນໄດ້ສະເໜີລົບລ້າງອັດຕາພາສີໃຫ້ແກ່ກັນ ແລະ ກັນໄປແລ້ວ 80-90% (ສ່ວນ ສປປ ລາວ ແມ່ນສະເໜີໄປແລ້ວ 85%, ໃນທາງກົງກັນຂ້າມ 05 ປະເທດຄູ່ຮ່ວມພັດທະນາໄດ້ສະເໜີເປີດຕະຫຼາດໃຫ້ແກ່ ສປປ ລາວ ແລ້ວ 82-100%, ຍັງມີປະເທດດຽວທີ່ສະເໜີເປີດຕະຫຼາດໃຫ້ແກ່ ສປປ ລາວຍັງບໍ່ເຖິງລະດັບ 60% ຂອງສິນຄ້າສົ່ງອອກຂອງ ສປປ ລາວ), ສໍາລັບໜ່ວຍງານການຄ້າດ້ານບໍລິການ ສໍາລັບ ສປປ ລາວ ສະເໜີເປີດໄດ້ແລ້ວ80 ຂະແໜງການຍ່ອຍ, ໃນນີ້ ສປປ ລາວ ຈະພິຈາລະນາເປີດຕື່ມອີກ 02-03 ຂະແໜງການຍ່ອຍ ໂດຍອີງຕາມການເຫັນດີຈາກພາກສ່ວນທີ່ກ່ຽວຂ້ອງ, ສ່ວນໃນຂົງເຂດການລົງທຶນ ສປປ ລາວ ແມ່ນບໍ່ໄດ້ຮັບພັນທະໃໝ່ນອກເໜືອໄປຈາກສັນຍາການຄ້າອາຊຽນບວກ ທີ່ມີຢູ່ແລ້ວ, ພ້ອມກັນນັ້ນ ສະມາຊິກຍັງໄດ້ຮັບຮອງເອົາ Key Elements for Significant Outcomes by End of 2017 ທີ່ຮັບຮອງໂດຍກອງປະຊຸມລັດຖະມົນຕີ RCEP ຄັ້ງທີ 05 ໃນເດືອນກັນຍາ 2017 ທີ່ ປະເທດຟີລິບປິນ ເພື່ອເປັນເປົ້າໝາຍສູ້ຊົນໃນບາດກ້າວຕໍ່ໄປ.
- ກອງປະຊຸມຄະນະກໍາມາທິການປະສານງານດ້ານບໍລິການ ຄັ້ງທີ 86ໃນລະຫວ່າງວັນທີ 01-05 ກຸມພາ2017 ທີ່ ສີມາລັງ, ປະເທດອິນໂດເນເຊຍ; ແລະ ຄັ້ງທີ 87 ໃນລະຫວ່າງວັນທີ 17-18 ພຶດສະພາ 2017 ທີ່ ກົວລາລຳເປີ, ປະເທດມາເລເຊຍ.ຄວາມຄືບໜ້າໃນກອບວຽກນີ້ ແມ່ນການຮ່າງອານຸສັນຍາຈັດຕັ້ງປະຕິບັດຂໍ້ຜູກພັນພູດທີ 10 ແລະ ຄວາມພ້ອມໃນການເຊັນອານຸສັນຍາດັ່ງກ່າວ, ຕໍ່ກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ແລະ ສືບຕໍ່ເຈລະຈາບັນຫາ ATISA ໃນການຈັດຕັ້ງປະຕິບັດ. ສໍາລັບປະເທດດ້ອຍພັດທະນາ (ລາວ, ກຳປູເຈຍ, ມຽນມາ) ແມ່ນໄດ້ສະເໜີໃຫ້ມີນະໂຍບາຍຜ່ອນຜັນ ໃຫ້ແກ່ການກະກຽມເຮັດ Negative list ດົນກວ່າປະເທດອື່ນໆ.ໃນໄລຍະຜ່ານມາຂະແໜງບໍລິການຂອງ ສປປ ລາວ ໄດ້ຂະຫຍາຍຕົວໃນອັດຕາ 4.65% ກວມເອົາ 42.48% ຂອງ GDP ແລະ ປະກອບສ່ວນຕໍ່ການຂະຫຍາຍຕົວຂອງເສດຖະກິດ ດ້ວຍອັດຕາ 1,92% ຊຶ່ງໃນຊຸມປີຜ່ານມາໂຄງປະກອບເສດຖະກິດຂອງ ສປປ ລາວ ໄດ້ມີການຫັນປ່ຽນຈາກຂະແໜງກະສິກຳມາສູ່ຂະແໜງບໍລິການຫຼາຍຂຶ້ນ ຊຶ່ງສົ່ງຜົນເຮັດໃຫ້ຂະແໜງການຍ່ອຍໃນຂະແໜງບໍລິການຂະຫຍາຍຕົວຕໍ່ເນື່ອງ ເປັນຕົ້ນ ການບໍລິການທີ່ພັກພາອາໄສ ແລະ ອະສັງຫາລິມະຊັບ, ລັດບໍລິຫານ, ກິດຈະກຳການເງິນ ແລະ ປະກັນໄພ, ທຸລະກິດຂາຍສົ່ງ-ຂາຍຍ່ອຍ ແລະ ອື່ນໆ.
- ສຳເລັດສ້າງປຶ້ມຄູ່ມືແນະນໍາ ກ່ຽວກັບ 08 ແຜນວຽກບູລິມະສິດພາຍໃຕ້ເສົາຄໍ້າເສດຖະກິດ ທີ່ໄດ້ຖືກຮັບຮອງໃນໄລຍະການເປັນປະທານອາຊຽນ ປີ 2016 ຂອງ ສປປ ລາວ. ເພື່ອເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບຫົວຂໍ້ດັ່ງກ່າວໃຫ້ແກ່ທົ່ວສັງຄົມໄດ້ຮັບຮູ້ ຊຶ່ງ 08 ຂໍ້ລິເລີ່ມດັ່ງກ່າວຈະເປັນປະໂຫຍດໃຫ້ແກ່ບັນດາປະເທດສະມາຊິກອາຊຽນກໍຄື ສປປ ລາວ.
- ໄດ້ເປີດນຳໃຊ້ສູນຂໍ້ມູນຂ່າວສານທາງດ້ານການຄ້າດ້ານບໍລິການ (Lao Services Portal) ຢ່າງເປັນທາງການ ໃນວັນທີ 31 ສິງຫາ 2017 ທີ່ ກະຊວງ ອຄ.ພາຍໃນສູນຂໍ້ມູນຂ່າວສານທາງດ້ານການຄ້າດ້ານບໍລິການ ແມ່ນປະກອບໄປດ້ວຍຂໍ້ມູນກ່ຽວກັບນິຕິກຳ, ມາດຕະການ, ຂັ້ນຕອນ, ແບບຟອມ, ຂໍ້ຜູກພັນທາງດ້ານການຄ້າ, ຂ່າວສານ ແລະ ຂໍ້ມູນອື່ນໆ ທີ່ກ່ຽວຂ້ອງກັບການຄ້າດ້ານບໍລິການ ທີ່ຜູ້ນຳໃຊ້ເວັບໄຊ໊ສາມາດເບິ່ງ ແລະ ດາວໂຫລດມາເກັບໄວ້ໄດ້. ນອກນັ້ນ ພາຍໃນເວັບໄຊ໊ຍັງມີແບບຟອມໃນການສົ່ງຂໍ້ຄິດເຫັນ ຫລື ຄຳຖາມຈາກຜູ້ຊົມໃຊ້ເວັບໄຊສ໌ ເຊິ່ງຄໍາຖາມທີ່ໄດ້ຮັບນັ້ນຈະຖືກສົ່ງຕໍ່ໄປຍັງ ອົງການຈັດຕັ້ງທີ່ກ່ຽວຂ້ອງກັບຄຳຖາມນັ້ນໆຕາມຈຸດປະສານງານຕ່າງໆ ເພື່ອດຳເນີນການຕອບກັບຄືນໄປຍັງຜູ້ຖາມ. ຊຶ່ງຜົນການຕິດຕາມການນໍາໃຊ້ເວັບໄຊສ໌ຂອງສູນ LSP ນັບແຕ່ມື້ເປີດຮັບໃຊ້ຢ່າງເປັນທາງການ ຈົນມາຮອດປະຈຸບັນມີຈຳນວນຄົນເຂົ້າເບິ່ງທັງໝົດ 271 ຄົນແລະຜູ້ສະໝັກເຂົ້າເປັນສະມາຊິກLSP ຈໍານວນ 18 ຄົນ.
3.1.3 ການຮ່ວມ ມືການຄ້າສອງຝ່າຍ.
ສປປ ລາວໄດ້ ມີ ການ ພົວພັນການຄ້າກັບປະເທດຄູ່ຄ້າຫຼາຍກວ່າ 60 ປະເທດ ໃນໂລກ ແລະ ໄດ້ລົງນາມ ໃນສັນຍາການຄ້າ ສອງຝ່າຍກັບ 15 ປະເທດ ໃນນັ້ນ, ມີ 02 ສັນຍາ ທີ່ ເປັນ ສັນຍາ ເປີດ ຕະຫຼາດ (FTA) ຄື: ສັນຍາ ການ ຄ້າລະຫວ່າງລາວ ແລະສສຫວຽດນາມ ແລະ ສັນຍາ ການ ຄ້າລະຫວ່າງ ສປປ ລາວ ແລະ ສະຫະລັດ ອາເມ ລິກາ. ບົນ ພື້ນຖານ ໃນການເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນ ການຄ້າກັບປະເທດ ຄູ່ຄ້າເພື່ອນຍຸດທະສາດ ທີ່ມີແລ້ວນັ້ນຍັງເປີດກວ້າງ ການພົວພັນ ການຄ້າກັບປະເທດ ຄູ່ຄ້າ ທີ່ມີທ່າແຮງຕື່ມອີກ. ໃນນີ້, ການຄ້າສອງຝ່າຍທີ່ມີລັກສະນະພົ້ນເດັ່ນມີດັ່ງນີ້:
ຫວຽດນາມ: ມູນຄ່າການຄ້າສອງຝ່າຍ ບັນລຸໄດ້1,173ລ້ານໂດລາສະຫະລັດ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂື້ນ17%. ໃນນັ້ນ, ລາວ ສົ່ງອອກມີມູນຄ່າເທົ່າກັບ636ລ້ານໂດລາສະຫະລັດແລະລາວ ນໍາເຂົ້າ ມີມູນຄ່າເທົ່າກັບ536ລ້ານໂດລາສະຫະລັດ.
ນອກນີ້, ກະຊວງ ອຄ ຍັງໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ພົບປະສອງຝ່າຍ ກັບ ທ່ານເຈີນກວ໋ກແຄ່ງຮອງ ລັດ ຖະ ມົນ ຕີກະ ຊວງ ອຸດ ສາ ຫະ ກຳແລະການ ຄ້າຫວຽດ ນາມນະໂອກາດເດີນທາງມາຮ່ວມງານ ເປີດ ໂຕ ເວັບ ໄຊ ເສດ ຖະ ກິດ ການ ຄ້າ ລາວ-ຫວຽດ ນາມ ແລະ ກອງ ປະ ຊຸມ ວິ ທະ ຍາ ສາດ ແລະ ພົບ ປະ ທຸ ລະ ກິດ ລາວ-ຫວຽດ ນາມ ທີ່ ນະຄອນຫລວງວຽງຈັນ ໃນ ລະ ຫວ່າງວັນ ທີ 29 ມິ ຖຸ ນາ ຫາ 3 ກໍ ລະ ກົດ 2017. ທັງສອງຝ່າຍ ຍັງໄດ້ທົບທວນຄືນການຮ່ວມມືດ້ານການຄ້າ ໄລຍະຜ່ານມາ ເພື່ອຊຸກຍູ້ ແລະ ຜັນຂະຫຍາຍເນື້ອໃນຈິດໃຈຂອງບົດບັນທຶກພົບປະ ໂດຍຊຸກຍູ້ໃຫ້ເພີ່ມມູນຄ່າການຄ້າ 10% ໃນປີ 2017.
ນອກນັ້ນ ສອງຝ່າຍ ຍັງໄດ້ ສົມທົບກັນຈັດກອງປະຊຸມ ດ້ານການສົ່ງເສີມການຄ້າ-ການ ລົງທຶນ ລະຫວ່າງ ລາວ-ຫວຽດນາມ ຄັ້ງ ວັນ ທີ 19 ເດືອນທັນວາ 2017.
ລາວ-ຈີນ:ມູນຄ່າການຄ້າສອງຝ່າຍ ບັນລຸໄດ້2,163ລ້ານໂດລາສະຫະລັດ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ14%. ໃນນັ້ນ, ລາວ ສົ່ງອອກມີມູນຄ່າເທົ່າກັບ1,346ລ້ານໂດລາສະຫະລັດແລະ ລາວ ນໍາເຂົ້າ ມີມູນຄ່າເທົ່າກັບ817ລ້ານໂດລາສະຫະລັດ.
ພາຍຫຼັງເຮັດສັນຍາຮ່ວມກັບ China National Cereals, Oils and Foodstuffs Corporation (COFCO) ຂອງສປຈີນ ໃນການສົ່ງອອກເຂົ້າໄປສປຈີນຈໍານວນ 20 ພັນໂຕນ. ປະຈຸບັນ ສປປລາວ ສາມາດສົ່ງອອກເຂົ້າ ໄປ ສປຈີນ ໄດ້ທັງ ໝົດ10,800 ໂຕນ.
ລາວ-ໄທ:ມູນຄ່າການຄ້າສອງຝ່າຍ ບັນລຸໄດ້ 4,993 ໂດລາສະຫະລັດ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 7.67%. ໃນນັ້ນ, ລາວ ສົ່ງອອກ ມີມູນຄ່າເທົ່າກັບ2,218 ໂດລາສະຫາລັດ,ຂະນະ ດຽວ ກັນລາວ ນໍາເຂົ້າ ມີມຸນຄ່າເທົ່າກັບ2,774 ໂດລາສະຫາລັດ. ປະເພດສິນຄ້າສົ່ງອອກຫລັກ ປະກອບມີ ໄຟຟ້າ, ທອງແດງ, ໂຄງຮ່າງກ້ອງດີຈີຕອນ, ຊິ້ນສ່ວນກ້ອງບັນທຶກພາບ, ມັນຕົ້ນ, ສາລີ, ໄມ້ ແລະ ຜະລິດຕະພັນໄມ້, ນໍ້າຕານ, ປຸ໋ຍ.ປະ ເພດສິນຄ້າທີ່ນໍາເຂົ້າຫລັກ ປະກອບມີ ນໍ້າມັນເຊື້ອໄຟ, ພາຫະນະ ແລະ ຊິ້ນສ່ວນອາໄຫຼ່, ເຄື່ອງໃຊ້ໄຟຟ້າ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ອຸປະກອນກົນຈັກ ແລະ ອື່ນໆ.
ໃນເດືອນພຶດສະພາ 2017, ກະຊວງອຄ ໄດ້ຕ້ອນຮັບການມາຢ້ຽມຢາມຂອງ ລັດຖະມົນຕີ ກະຊວງພານິດ ແລະ ລັດຖະມົນຕີ ກະຊວງອຸດສາຫະກຳ ຂອງໄທ ໃນໂອກາດຕິດຕາມການມາຢ້ຽມຢາມທາງການຂອງທ່ານຮອງນາຍົກລັດຖະມົນຕີຂອງໄທ. ໃນນີ້, ລັດຖະມົນຕີກະຊວງອຄຂອງລາວ ແລະ ລັດຖະມົນຕີກະຊວງພານິດຂອງໄທ ທັງສອງຝ່າຍ ໄດ້ເປັນເອກະພາບໃນການຊຸກຍູ້ມູນຄ່າການຄ້າ ໃຫ້ບັນລຸ 10 ຕື້ໂດລາ ໃນປີ 2020 ຫລື 2 ເທົ່າ ເມື່ອ ທຽບໃສ່ມູນຄ່າໃນປະຈຸບັນ ລວມໄປເຖິງການເປີດຕະຫລາດສິນຄ້າກະສິກຳທີ່ເປັນລະບົບໃຫ້ແກ່ລາວ. ຄຽງຄູ່ກັນໄດ້ລັດຖະມົນຕີ ກະຊວງອຄ ແລະ ລັດຖະມົນຕີ ກະຊວງອຸດສາຫະກຳຂອງໄທ, ທັງສອງຝ່າຍໄດ້ຕົກລົງມອບໃຫ້ກົມກ່ຽວຂ້ອງຂອງສອງກະຊວງ ຮ່ວມລົງນາມໃນບົດບັນທຶກຊ່ວຍຈຳໃນຂອບຮ່ວມມືດ້ານການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອແລກປ່ຽນຂໍ້ມູນຂ່າວສານ ແລະ ດ້ານວິຊາການຂອງສອງກະຊວງ.
ລາວ-ອີຢູ: ໃນກາງເດືອນກຸມພາ 2017, ກະຊວງ ອຄ ໄດ້ຈັດກອງປະຊຸມໜ່ວຍການການຄ້າ ລາວ-ອີຢຸ ຄັ້ງທີ 6 ຂຶ້ນ ເພື່ອທົບທວນການຮ່ວມມືແຕ່ປີ 2015 ເປັນຕົ້ນມາ ເນື່ອງຈາກປີ 2016 ສປປ ລາວ ຂໍເລື່ອນການເປັນເຈົ້າພາບຈັດມາເປັນປີ 2017. ການພົບປະຄັ້ງນີ້, ໄດ້ທົບທວນຄືນບັນດາຂໍ້ຜູກພັນໃນໄລຍະການເຂົ້າເປັນສະມາຊິກ ອົງການການຄ້າໂລກ ແລະ ການປັບປຸງລະບຽບການໃຫ້ສອດຄ່ອງກັບຫລັກການສາກົນ. ຝ່າຍ ອີຢູ ໄດ້ຖືໂອກາດພົບປະດັ່ງກ່າວ ແຈ້ງໃຫ້ຝ່າຍລາວຊາບ ຕໍ່ກັບການກຽມຄວາມພ້ອມ ຫລື ສະເໜີໃຫ້ຄົ້ນຄວ້າ ກ່ຽວກັບເງື່ອນໄຂການຂໍ GSP plus ພາຍຫລັງ ສປປ ລາວ ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2020.
3.1.4. ການຄ້າຊາຍແດນ, ສິນຄ້າຜ່ານແດນ ແລະ ສິນຄ້າສົ່ງອອກຕໍ່:
ສໍາເລັດບົດແນະນໍາ ກ່ຽວກັບການຈັດຕັ້ງປະຕິບັດສັນຍາການຄ້າຊາຍແດນ ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ.
ສຳເລັດການເຈລະຈາ ແລະ ລົງນາມໃນການປັບປຸງສັນຍາວ່າດ້ວຍສິນຄ້າຜ່ານແດນລະຫວ່າງລັດຖະບານ ສປປລາວ ແລະ ສສ ຫວຽດນາມ ຊື່ງທັງສອງຝ່າຍໄດ້ເອກະພາບປັງປຸງມາດຕາ 06 ຂອງສັນຍາວ່າດ້ວຍສິນຄ້າຜ່ານແດນສາໃນປະເທດ.
ອອກໃບຢັ້ງຢືນສິນຄ້າຜ່ານແດນ (1) ຈາກ ສປປລາວ ຜ່ານແດນຫວຽດນາມໄປປະເທດທີສາມຈໍານວນ 32 ຄັ້ງ, ມູນຄ່າ 639,316,000 ໂດລາສະຫະລັດ, (2) ຈາກປະເທດທີສາມຜ່ານແດນຫວຽດນາມເຂົ້າມາສປປລາວຈໍານວນ 2 ຄັ້ງ, ມູນຄ່າ 1,598,812 ໂດລາສະຫະລັດແລະ (3) ຜ່ານແດນສປປລາວຈໍານວນ 03 ຄັ້ງມູນຄ່າ 51,096,500 ໂດລາສະຫະລັດ ແລະ ອອກອະນຸຍາດນໍາເຂົ້າສິນຄ້າເພື່ອສົ່ງອອກຕໍ່ຈໍານວນ 23 ຄັ້ງ, ມູນຄ່າ 29,883,950 USD.
ສຳລັບວຽກງານການຄ້າຊາຍແດນບາງແຂວງທິ່ພົ້ນເດັ່ນ ເປັນຕົ້ນແມ່ນ: ແຂວງ ຈໍາປາສັກ ເຫັນວ່າເພີ່ມຂຶ້ນສອງເທົ່າຕົວ ເມື່ອທຽບໃສ່ປີຜ່ານມາ ແລະ ປະຕິບັດໄດ້ 55% ຂອງ ແຜນປີ ແລະ ການຄ້າຜ່ານແດນບັນລຸ ໄດ້ 14,512,241 ໂດລາ ສະຫະລັດຊຶ່ງເພີ່ມ ຂຶ້ນສີ່ເທົ່າຕົວເມື່ອທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ ແລະ ທຽບໃສ່ ແຜນປີ ປະຕິບັດ ໄດ້ 92%.ສໍາລັບສິນຄ້ານໍາເຂົ້າຈາກໄທສົ່ງໄປກໍາປູເຈຍ ແມ່ນຢາສູບ ແລະ ລົດຈັກ.
3.2. ການຈັດຕັ້ງປະຕິບັດແຜນງານທີ 2: ການຄຸ້ມຄອງ ແລະ ການເອື້ອອໍານວຍຄວາມສະດວກໃຫ້ແກ່ພາກທຸລະກິດໃນການດໍາເນີນທຸລະກິດ.
ດ້ານນິຕິກຳ: ອອກ ດໍາລັດ ວ່າດ້ວຍ ກາ ຮັບຮອງ ແລະ ປະກາດໃຊ້ແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ 2016-2020 ເລກທີ 253/ນຍ,ລົງ ວັນ ທີ 18 ສິງຫາ 2017 ລວມທັງແຜນດໍາເນີນງານ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນໄລຍະປີ 2016-2020 ແລະດໍາລັດວ່າ ດ້ວຍ ການຈັດ ແບ່ງ ຂະ ໜາດ ວິ ສາ ຫະກິດ ຂະໜາດ ນ້ອຍ ແລະກາງ, ເລກທີ 25/ນຍ, ລົງ ວັນ ທີ 10 ເດືອນ ມັງກອນ 2017, ດໍາລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017; ອອກຂໍ້ຕົກລົງ 2 ສະບັບຄື: ຂໍ້ຕົກລົງວ່າດ້ວຍການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງສະບັບເລກທີ 0087/ອຄ.ກຂອ, ລົງວັນທີ 19 ມັງກອນ 2017 ແລະຂໍ້ຕົກລົງວ່າດ້ວຍການຄ້າຊາຍແດນສະບັບເລກທີ 1953/ອຄ.ກຂອ, ລົງວັນທີ 5ທັນວາ 2017.
ສໍາເລັດການຈັດປະເພດມາດຕະການທາງດ້ານການຄ້າ ທີ່ບໍ່ແມ່ນພາສີ (NTMs) ທັງໝົດ 253 ມາດຕະການ ໂດຍຜ່ານການຈັດກອງປະຊຸມປຶກສາຫາລືກັບຂະ ແໜງການກ່ຽວຂ້ອງແລະ ປະຈຸບັນກໍາລັງຢູ່ໃນຂັ້ນຕອນການສ້າງຮ່າງຄໍາສັ່ງ ເພື່ອລົບລ້າງການອອກໃບອະນຸຍາດນໍາເຂົ້າຊິ້ນສ່ວນຍານພາຫະນະ, ນໍ້າມັນດິບ ແລະ ນໍ້າມັນເຄິ່ງສໍາເລັດຮູບ ເພື່ອມາປະກອບ ຫຼື ຜະລິດຢູ່ໂຮງງານ.
1. ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ:
ເພື່ອແນໃສ່ອໍານວຍຄວາມສະດວກໃຫ້ແກ່ຜູ້ນໍາເຂົ້າແລະສົ່ງອອກສິນຄ້າທັງເປັນການຊຸກຍູ້ແລະສົ່ງເສີມການສົ່ງອອກໂດຍໄດ້ປັບປຸງແບບຟອມໃບອະນຸຍາດ ແລະ ຂັ້ນຕອນການຍື່ນເອກະສານເພື່ອຂໍອະນຸຍາດນໍາເຂົ້າຫຼືສົ່ງອອກສິນຄ້າທີ່ຂຶ້ນກັບການຄຸ້ມຄອງຂອງຂະແໜງອຸດສາຫະກໍາແລະການຄ້າໂດຍຫັນເປັນລະບົບທີ່ວ່ອງໄວແລະທັນສະໄໝສາມາດອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ (E-CO) ໄດ້ຈໍານວນ 72 ບໍລິສັດແລະຈໍານວນໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທັງໝົດ 833 ຟອມ, ລວມມູນຄ່າການສົ່ງອອກທັງໝົດ 57,140,000 ໂດລາສະຫະລັດ; ສາມາດຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງທີ II ຂອງອາຊຽນໄດ້ 09 ບໍລິສັດແລະສາມາດອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງພາຍໃຕ້ໂຄງການທົດລອງຂອງສະຫະພາບເອີຣົບໄດ້ 06 ບໍລິສັດ.
2. ວຽກງານຄຸ້ມ ຄອງໄມ້, ສິນຄ້າ, ລາຄາ ແລະ ການນໍາເຂົ້າ ແລະ ສົ່ງອອກສິນຄ້າ:
- ວຽກງານການຄຸ້ມຄອງໄມ້:
ວຽກງານຄຸ້ມຄອງໄມ້: ຂະ ແໜງອຄ ໄດ້ ເພີ່ມ ຄວາມ ຮັບຜິດຊອບຕໍ່ ການຈັດ ຕັ້ງ ປະຕິບັດ ຄໍາ ສັ່ງ ເລກທີ 15/ນຍ ໂດຍໄດ້ ນໍາ ເອົາ ເນື້ອໃນ ຈິດໃຈຂອງ ຄໍາ ສັ່ງ ດັ່ງກ່າວເພື່ອ ຜັນ ຂະຫຍາຍ ແລະ ຈັດຕັ້ງປະຕິບັດ. ນອກຈາກນັ້ນກໍ່ໄດ້ຜັນ ຂະຫຍາຍກາ ນຈັດ ຕັ້ງ ປະຕິບັດ ເນື້ອ ໃນ ແຈ້ງ ການຂອງ ຫ້ອງ ວ່າການສນຍສະບັບ ເລກທີ 930/ຫສນຍ.ກສສ, ລົງ ວັນ ທີ 5/7/2016 ກ່ຽວ ກັບ ການ ກວດກາ ຮື້ ຖອນ ບັນດາ ໂຮງ ເລື່ອຍ,ໂຮງງານ ປຸງ ແຕ່ງ ໄມ້ ທີ່ຢູ່ ປ່າ ສະຫງວນ, ປ່າ ປ້ອງ ກັນແລະປ່າ ຫວງ ຫ້າມ ອື່ນໆໃນ ຂອບ ເຂດ ທົ່ວ ປະ ເທດ.ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດຕັ້ງປະຕິບັດ ແຜນການ ປັບປຸງ ແລະ ດັດສົມ ໂຮງງານ ປຸງ ແຕ່ງ ໄມ້ ແລະ ເປັນໃຈກາງໃນການປະສານສົມທົບກັບຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນ ຊຶ່ງສາມາດປະຕິບັດ ໄດ້ ສຳ ເລັດ ຫລາຍຢ່າງຄື:
- ໄດ້ອອກແຈ້ງການໃຫ້ຍຸບເລີກການຮື້ຖອນ ແລະ ຍຸບເລີກໂຮງງານປຸງແຕ່ງໄມ້ ທີ່ຕັ້ງຢູ່ໄກ້ ແລະ ຢູ່ໃນເຂດປ່າສະຫງວນ, ປ່າປ້ອງກັນ ແລະ ປ່າຫວງຫ້າມ ຫລື ປ່າຜະລິດ ລວມທັງໝົດຈຳນວນ 28 ໂຮງງານ ທີ່ຕັ້ງຢູ່ແຂວງອຸດົມໄຊ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ຈຳປາສັກ.
- ໄດ້ສືບຕໍ່ລົງປັບປຸງ ແລະ ດັດສົມໂຮງງານປຸງແຕ່ງໄມ້ທົ່ວປະເທດ ແລະ ໄດ້ສັ່ງຍຸບເລີກໂຮງງານປຸງແຕ່ງໄມ້ຈຳນວນ 349 ໂຮງງານ ທີ່ບໍ່ໄດ້ມາດຕະຖານ ແລະ ມີການເຄື່ອນໄຫວຜິດຕໍ່ລະບຽບກົດໝາຍ, ຊຶ່ງປະຈຸບັນໂຮງງານປຸງແຕ່ງໄມ້ທີ່ຍັງເຫລືອ ມີຈຳນວນ 1.156 ໂຮງງານ.
- ວຽກງານອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ, ອະນຸຍາດນໍາເຂົ້າຍານພາຫະນະ: ໃນປີ 2017 ສາມາດອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ (E-CO)ທັງໝົດລວມເປັນມູນຄ່າ 102,020,000 ໂດລາສະຫະລັດ, ໄດ້ອະນຸຍາດນໍາເຂົ້າພາຫະນະແລະຊິ້ນສ່ວນປະກອບທັງໝົດ 62,595 ຄັນ, ມູນຄ່າ 372,105,964 ໂດລາສະຫະລັດ. ໃນນັ້ນ, ອອກໃບອະນຸຍາດຜ່ານລະບົບການແຈ້ງເສຍພາສີປະຕູດຽວແຫ່ງຊາດ (NSW) , ມີຈໍານວນ 284 ຊຸດ (ລົບຈິບ 62 ຄັນ, ລົດເກັງ 286 ຄັນແລະລົດຈັກ 17,785 ຄັນ). ຄຽງຄູ່ກັນນັ້ນ, ໄດ້ອະນຸມັດນໍາເຂົ້ານໍ້າມັນເຊື້ອໄຟແລະອາຍເກັດສ໌ທັງໝົດ 1,064,965,665 ລິດ, ມູນຄ່າ 528,106,604 USD;
- ວຽກຄຸ້ມຄອງສິນຄ້າ ແລະ ລາຄາ.
- ດ້ານນິຕິກໍາ: ປັບປຸງຂໍ້ກໍານົດວ່າດ້ວຍການເພີ່ມລາຍການສິນຄ້າຄວບຄຸມລາຄາ (ບັນຊີ ກ) ຈາກ 4 ປະເພດ ມາເປັນ 8 ປະເພດ ຄື: ປະເພດນໍ້າມັນເຊື້ອໄຟ, ປະເພດເຂົ້າກິນ, ປະເພດຊີ້ນ, ປະເພດປາ, ປະເພດເຫຼັກ, ປະເພດຊີມັງ, ປະເພດແກ໋ສ ແລະ ປະເພດໄກ່ ລວມມີ 23 ລາຍການ ແລະ ບັນຊີຕິດຕາມການເໜັງຕີງ ຂອງລາຄາ (ບັນຊີ 2 ຂ) ມີ 7 ໝວດ, ລວມມີ 199 ລາຍການ.
ການເອື້ອອໍານວຍຄວາມສະດວກໃຫ້ແກ່ພາກທຸລະກິດ ໃນການຈໍລະຈອນຊື້-ຂາຍສິນຄ້າ ດ້ານການຄຸ້ມຄອງລາຄາສິນຄ້າໄດ້ສ້າງເງື່ອນໄຂເພື່ອເອື້ອອໍານວຍແລະຈັດຕັ້ງປະຕິບັດຕາມພາລະບົດບາດຂອງກະຊວງອຄແລະປະຕິບັດຕາມແຈ້ງການຂອງລັດຖະບານກ່ຽວກັບການເໜັງຕີງຂອງລາຄາສິນຄ້າທີ່ມີຜົນກະທົບໄວຕໍ່ຊີວິດການເປັນຢູ່ປະຈໍາວັນຂອງປະຊາຊົນສະບັບເລກທີ 1061/ຫສນຍ.ກຄສ, ວັນທີ 21 ກໍລະກົດ 2017, ພ້ອມດຽວກັນນັ້ນກະຊວງອຄກໍ່ໄດ້ແຈ້ງການ ກ່ຽວກັບການຕິດລາຄາສິນຄ້າ ແລະ ຄ່າບໍລິການ ສະບັບເລກທີ 0004/ອຄ.ກຄພນ, ລົງວັນທີ 04 ມັງກອນ 2017; ຂໍ້ຕົກລົງວ່າດ້ວຍການກໍານົດລາຍການສິນຄ້າຄວບຄຸມ ຂອງຂະແໜງ ອຄ ສະບັບເລກທີ 0346/ອຄ.ກຄພນ, ລົງວັນທີ15 ມີນາ 2017; ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາວຽກງານຄຸ້ມຄອງລາຄາ, ສະບັບເລກທີ 0609/ອຄ.ກຈພງ, ລົງວັນທີ 18 ເມສາ 2017 ແລະ ແຈ້ງການເຖິງພະແນກ ອຄ ແຂວງ, ນະຄອນຫຼວງ ກ່ຽວກັບການກໍານົດໂຄງປະກອບລາຄາສິນຄ້າຄວບຄຸມ ເພື່ອກໍານົດລາຄາຂາຍຍົກ-ຂາຍຍ່ອຍ ສະບັບເລກທີ 0596/ອຄ.ກຄພນ, ລົງວັນທີ 24 ເມສາ 2017.
ນອກນັ້ນ,ຍັງໄດ້ສົມທົບກັບພະແນກ ອຄ ນະຄອນຫຼວງ ລົງຕິດຕາມກວດກາລາຄາສິນຄ້າ ແລະ ຄ່າບໍລິການ ແລະ ການຄຸ້ມຄອງຕະຫຼາດ. ເບື້ອງລາຄາໄດ້ເປັນເອກະພາບກັນໃນດ້ານການປັບປຸງຫຼຸດລາຄາຂາຍຍ່ອຍຊີ້ນໝູລົງ ຈາກລາຄາ 38,000 ກີບ ມາເປັນ 35,000 ກີບ ແລະ ກໍານົດລາຄາ ຕໍ່າສຸດໃຫ້ຫ່າງກັນ 2,000 ກີບ. ໝາຍວ່າລາຄາໃໝ່ຢູ່ລະຫວ່າງ 33,000-35,000 ກີບ/ກິໂລ ໂດຍມອບໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງ ເຊີນຜູ້ປະກອບການລ້ຽງໝູ, ນາຍຮ້ອຍມາເຮັດບົດບັນທຶກ. ຫຼັງຈາກນັ້ນ ຈຶ່ງອອກແຈ້ງການຈັດຕັ້ງປະຕິບັດ.
ເພີ່ມທະວີຄວາມເອົາໃຈໃສ່ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນການຄ້າຂາຍຊະຊາຍຕາມແຄມທາງ, ທາງຍ່າງ ແລະ ບໍລິເວນອ້ອມແອ້ມຕະຫຼາດຂົວດິນ ຖະໜົນຄູວຽງ, ຖະໜົນໜອງບອນ ແລະ ຖະໜົນສາຍຫຼັກ ເປັນຕົ້ນ ໂດຍສົມທົບກັບຫ້ອງການ ອຄ ເມືອງ 4 ເມືອງ ໃນການຕິດຕາມແກ້ໄຂຢ່າງເປັນປົກກະຕິ. ຜ່ານການລົງຕິດຕາມເຫັນວ່າມີຊາວຄ້າຂາຍລະເມີດ ມີ 55 ກໍລະນີ ສ່ວນຫຼາຍແມ່ນ ລໍ້ຂາຍໝາກໄມ້, ລໍ້ຂາຍນໍ້າ, ຕັ້ງເຕັ້ນຂາຍເສື້ອຜ້າ ແລະ ລົດແກ່ໝາກໄມ້ຂາຍ.
ວຽກງານກວດກາການຄ້ານອກລະບົບ: ການກວດກາການຄ້າຂາຍນອກລະບົບ ແລະ ດໍາເນີນທຸລະກິດບໍ່ຖືກຕ້ອງພົບເຫັນຊາວຕ່າງປະເທດຄ້າຂາຍບໍ່ມີທະບຽນວິສາຫະກິດ ມີ 40 ຫົວໜ່ວຍ; ສ່ວນຫຼາຍແມ່ນຂາຍຍ່ອຍໃນຕະຫຼາດເປັນຕົ້ນແມ່ນ ລົງກວດກາເຄື່ອງໃນສັດທີ່ນໍາເຂົ້າບໍ່ຖືກຕ້ອງຈາກຕ່າງປະເທດ ຈໍານວນ 3 ຄັ້ງ ຢູ່ 3 ຕະຫຼາດ ຄື: ຕະຫຼາດໂນນຄໍ້ ເມືອງໄຊເສດຖາ, ຕະຫຼາດຂົວດິນ ເມືອງສີສັດຕະນາກ ແລະ ຕະຫຼາດ ລາວ-ອົດຊີ ເມືອງສີໂຄດຕະບອງ ສາມາດຍຶດເຄື່ອງໃນສັດ (ໝູ, ງົວ ແລະ ຄວາຍ) ທີ່ນໍາເຂົ້າບໍ່ຖືກຕ້ອງຕາມລະບຽບການ ໂດຍບໍ່ມີເອກະສານຢັ້ງຢືນແຫຼ່ງທີ່ມາເຊັ່ນ: ໃບເສຍພາສີ ແລະ ໃບຢັ້ງຢືນສຸຂານາໄມສັດ ລວມທັງໝົດ 1,528 ກິໂລ ເປັນມູນຄ່າ 46,740,000 ກີບແລະສາມາດສໍາເລັດການແກ້ໄຂຄະດີຈໍານວນ 09 ກໍລະນີລວມມູນຄ່າການປັບໃໝ 122,360,756 ກີບ.
ການເປີດສາຍດ່ວນ 1510 ເພື່ອຮັບຄໍາຮ້ອງທຸກ ຂອງຜູ້ຊົມໃຊ້ ທີ່ໄດ້ຊົມໃຊ້ສິນຄ້າ ແລະ ຄ່າບໍລິການບໍ່ເປັນທໍາ ໄດ້ຮັບຄໍາຮ້ອງທຸກ 70 ກໍລະນີ, ໃນນີ້: ແກ້ໄຂສໍາເລັດ 16 ກໍລະນີແລະຢູ່ໃນຂັ້ນຕອນການດໍາເນີນການແກ້ໄຂແມ່ນ 33 ກໍລະນີແລະແກ້ໄຂບໍ່ໄດ້ແມ່ນ 21 ກໍລະນີຍ້ອນວ່າປະສານບໍ່ໄດ້ແລະບໍ່ໃຫ້ຄວາມຮ່ວມມືໃນການເອົາຂໍ້ມູນເພີ່ມເຕີມ.
- ວຽກງານຄຸ້ມຄອງການຂຶ້ນທະບຽນວິສາຫະກິດ.
ການຄຸ້ມຄອງ ແລະ ສົ່ງເສີມ ພາກທຸລະກິດຂະແໜງອຸດສາຫະກໍາ ແລະ ການຄ້າ ໃນ ກິດຈະການ ທົ່ວ ໄປ ແມ່ນ ໄດ້ ຈັດ ຕັ້ງ ປະຕິບັດ ແລະຜັນ ຂະຫຍາຍບົນ ເນື້ອ ໃນ ຈິດ ໃຈຂອງກົດໝາຍ ວ່າ ດ້ວຍ ການ ສົ່ງ ເສີມ ການ ລົງທຶນສະບັບ ເລກທີ 14/ສພຊ ແລະກົດໝາຍ ວ່າ ດ້ວຍ ວິ ສະຫະ ກິດສະບັບ ເລກທີ 46/ສພຊ, ປີ 2013 ເພ ື່ອສົ່ງ ເສີມ ແລະດຶງ ດູ ດການ ລົງທຶນ ຈາກ ພາຍ ໃນ ແລະຕ່າງປະ ເທດ. ປີ 2017 ມີ ວິ ສາ ຫະກິດທີ່ໄດ້ຂຶ້ນທະບຽນວິສາຫະກິດ ຈໍານວນ 8,421 ຫົວໜ່ວຍ, ທຶນຈົດທະບຽນ52,102.11ຕື້ກີບ. ໃນ ນັ້ນ, ວິ ສາ ຫະກິດສ່ວນບຸກຄົນ 6,205ຫົວໜ່ວຍ, ວິສາຫະກິດຮຸ້ນສ່ວນສາມັນ 2 ຫົວໜ່ວຍ, ວິສາຫະກິດຮຸ້ນສ່ວນຈໍາກັດ 14 ຫົວໜ່ວຍ, ບໍລິສັດຈໍາກັດ732ຫົວໜ່ວຍ,ບໍລິສັດຈໍາກັດຜູ້ດຽວ 1,434ຫົວໜ່ວຍ, ບໍລິສັດມະຫາຊົນ 10 ຫົວໜ່ວຍ, ບໍລິສັດ ລັດ 18ຫົວໜ່ວຍ, ບໍລິສັດ ປະສົມ 3 ຫົວໜ່ວຍ ແລະວິ ສາ ຫະກິດ ລວມໝູ່3ຫົວໜ່ວຍ.
ນອກນັ້ນຂະ ແໜງ ອຸດສາຫະກຳ ແລະ ການຄ້າ ຍັງ ໄດ້ສົມທົບກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຈັດກອງປະຊຸມທຸລະກິດລາວຄັ້ງທີ 10 ຂຶ້ນບົນເນື້ອໃນຈິດໃຈຂອງການ ແກ້ ໄຂ ບັນຫາ ແລະການ ສ້າງ ສິ່ງອຳນວຍຄວາມສະດວກແກ່ການດຳເນີນທຸລະກິດໃຫ້ແກ່ພາກເອກະຊົນ.ກອງປະຊຸມຄັ້ງນີ້ໄດ້ປຶກສາຫາລື 32 ບັນຫາທີ່ເປັນບູລິມະສິດ ຈາກ 90 ກວ່າບັນຫາທີ່ ມີ ຜົນ ກະທົບ ຕໍ່ ພາກ ທຸລະ ກິດ. ໃນຈໍານວນ 32 ບັນຫານີ້, ກອງປະຊຸມໄດ້ແກ້ໄຂ 16 ບັນຫາ ແລະ ອີກ 16 ບັນຫາ ຕ້ອງໄດ້ສືບຕໍ່ແກ້ໄຂ.
3.3. ການຈັດຕັ້ງປະຕິບັດແຜນງານ 3: ການສ້າງຄວາມພ້ອມໃຫ້ແກ່ພາກທຸລະກິດ ເພື່ອຮອງຮັບການແຂ່ງຂັນທີ່ເພີ່ມຂຶ້ນ.
3.3.1. ການສົ່ງເສີມຄວາມຫຼາກຫຼາຍຂອງເສດຖະກິດແລະສ້າງຂີດຄວາມສາມາດໃນການແຂ່ງຂັນຂອງພາກທຸລະກິດ.
ວຽກງານສົ່ງເສີມທຸລະກິດຂະໜາດນ້ອຍແລະກາງຖືເປັນວຽກບູລິມະສິດທິສໍາຄັນຂອງລັດຖະບານທີ່ຕ້ອງໄດ້ເອົາໃຈໃສ່ເປັນພິເສດຍ້ອນພື້ນຖານເສດຖະກິດຂອງສປປລາວແມ່ນຫົວໜ່ວຍ SME ກວມປະມານ 99.8%ແລະ MSMEກວມ 86%. ໃນປີ 2017 ທີ່ຜ່ານມາຄະນະບໍລິຫານງານສູນກາງພັກໄດ້ຮັບຮອງວຽກງານSMEເຂົ້າໃນມະຕິກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ແລະລັດຖະບານໄດ້ຮັບຮອງແຜນພັດທະນາວຽກງານSMEລະຫວ່າງ 2016-2020 ເຊິ່ງໄດ້ສຸມໃສ່ 7ນະໂຍບາຍຫຼັກຄື:
ໜຶ່ງ,ນະໂຍບາຍການເພີ່ມຜະລິດຕະພາບ, ເຕັກໂນໂລຊີແລະນະວັດຕະກໍາ: ກະກຽມແຜນງານຮ່ວມມືໂດຍສະເພາະໂຄງການຕົວແບບກັບອົງການຜະລິດຕະພາບແຫ່ງອາຊີແລະສະຖາບັນຄົ້ນຄວ້າເຕັກໂນໂລຊີອຸດສາຫະກໍາໄຕ້ຫວັນໃນການນໍາໃຊ້ພະລັງງານທົດແທນຫຼືພະລັງງານແສງຕາເວັນໃຫ້ແກ່ເຂດຫ່າງໄກສອກຫຼີກຢູ່ແຂວງຫຼວງພະບາງ.
ສອງ,ນະໂຍບາຍການເຂົ້າເຖິງແຫຼ່ງທຶນ: ສໍາຫຼັບກອງທຶນ ທສວ ແມ່ນໄດ້ປັບປຸງເນື້ອໃນຂອງສັນຍາສະໜອງທຶນແລະດັດປັບອັດຕາດອກເບ້ຍທະນາຄານພັດທະນາລາວກັບວິສາຫະກິດ SME ຕ້ອງຫຼຸດລົງຈາກ 8-10%ມາເປັນ 6.2-7% ຕໍ່ປີ. ກອງທຶນທສວແມ່ນມີວົງເງິນ 30 ຕື້ກີບ, ການປ່ອຍສິນເຊື່ອແບ່ງອອກເປັນ 2 ບ້ວງຄື: ຮ້ວງ 14 ຕື້ສາມາດ ປ່ອຍ ກູ້ ໃຫ້ ແກ່ SME 43 ສັນຍາ ເປັນ ວົງ ເງິນອະນຸມັດ 12,090 ລ້ານ ກີບແລະຢູ່ໃນໄລຍະການຕໍ່ສັນຍາ.ສ່ວນບ້ວງ 16 ຕື້ສາມາດປ່ອຍໄດ້35ສັນຍາ, ເທົ່າກັບ 12,560ລ້ານກີບ. ໃນນັ້ນ, ມີທັງທຶນຄົງທີ່ແລະທຶນໝູນວຽນ,ຊຶ່ງຫົວໜ່ວຍດັ່ງກ່າວປະກອບມີ3 ຂະແໜງການຄື: ຂະແໜງກະສິກໍາ, ຂະແໜງການຄ້າແລະຂະແໜງບໍລິການ.
ສ່ວນການເຂົ້າເຖິງແຫຼ່ງທຶນທະນະຄານໂລກ: ຜົນການຈັດ ຕັ້ງ ປະຕິບັດ ໂຄງການປະຈຸ ບັນ ຍັງ ຢູ່ ໃນຂະ ບວນການປ່ອຍເງິນໃຫ້ທະນາຄານເພື່ອປ່ອຍຕໍ່ໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ, ນຳໃຊ້ ງົບປະມານໄປທັງໝົດຮອດເດືອນຕຸລາ 2017 ຈໍານວນ 40,753,500,000ກີບ, ສາມາດປ່ອຍເງິນກູ້ໃຫ້ 3 ທະນາຄານທຸລະກິດ: ທະນາຄານລາວຈີນ 11,100,000,000 ກີບ, ທະນາຄານຊາຄອມ 7,150,000,000 ກີບ, ທະນາຄານເອັສທີ 22,503,500,000 ກີບ, ສາມາດປ່ອຍໄດ້ທັງໝົດ 52 ຫົວໜ່ວຍທຸລະກິດ, ປ່ອຍໃຫ້ຂະແໜງການຄ້າ 22 ຫົວໜ່ວຍ, ຂະແໜງບໍລິການ 24 ຫົວໜ່ວຍແລະອຸດສາຫະກໍາປຸງແຕ່ງ 6 ຫົວໜ່ວຍແລະທຸລະກິດຍິງທີ່ປະກອບສ່ວນມີ 33 ຫົວໜ່ວຍທຸລະກິດ.
ສະເພາະທຶນສົມທົບເພື່ອສົ່ງເສີມພາກທຸລະກິດ (BAF) ພາຍໃຕ້ ໂຄງການ ພັດທະນາການຄ້າ ໄລຍະ 2 ເຊິ່ງວັດ ແທກ ໄດ້ ຕາມ ການ ສົມທຽບໃສ່ຕົວຊີ້ວັດທີ່ໄດ້ອອກແບບໂຄງການ ແຕ່ເບື້ອງຕົ້ນ ຄື: ໄດ້ເບີກຈ່າຍທຶນສົມທົບ ທັງໝົດ 1,123,799 ໂດລາສະຫະລັດ ຈາກເປົ້າໝາຍ ແມ່ນ 1,130,000 ຫຼື ເທົ່າ ກັບ 99.5% ໃຫ້ ແກ່ ພາກ ທຸລະກິດ ໃນ 9 ແຂວງ ແລະ ນະຄອນຫຼວງ ວຽງ ຈັນ ຈໍານວນ 208 ບໍລິສັດ. ໃນນັ້ນ SME 164 ຫົວ ໜ່ວຍ, ຫົວໜ່ວຍ ທຸລະກິດ ຂະໜາດ ໃຫຍ່ 20 ຫົວໜ່ວຍ, ສະມາຄົມທຸລະ ກິດ 12 ສະມາຄົມ ແລະສະມາຊິກ BDS 12 ບໍລິສັດ. ເຊິ່ງ ເກີນ ຄາດໝາຍ ທີ່ ຕັ້ງ ໄວ້ (ຄາດໝາຍ ແມ່ນ 150 ບໍລິສັດ). ໃນນັ້ນ, ໄດ້ສົ່ງເສີມ ທຸລະກິດ ທີ່ ເປັນ ແມ່ຍິງເປັນເຈົ້າຂອງ ກິດຈະການ ເຖິງ 35% ຖືວ່າເກີນຄາດໝາຍ ທີ່ໂຄງການຕັ້ງ ໄວ້ (ຄາດໝາຍ ແມ່ນ 30%); ອັດຕາສະເລ່ຍຂອງ ການເຕີບໂຕຂອງ ຫົວໜ່ວຍ ທຸລະກິດ ທີ່ເຂົ້າຮ່ວມໂຄງການ ແມ່ນ 21%.
ສາມ,ນະໂຍບາຍສົ່ງເສີມການເຂົ້າເຖິງການບໍລິການໃຫ້ຄໍາປຶກສາພັດທະນາທຸລະກິດ: ສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງໂດຍການຝຶກອົບຮົມໃຫ້ວິຊາການແຂວງ-ເມືອງ, ບັນດາຫົວໜ່ວຍທຸລະກິດແລະກຸ່ມການຜະລິດ; ບັນຍາຍກ່ຽວກັບການຍົກລະດັບແລະສະມັດຕະພາບຂອງໂຮງສີເຂົ້າໃນການຜະລິດເຂົ້າເປັນສິນຄ້າແລະການສ້າງຕັ້ງການຮ່ວມກຸ່ມທຸລະກິດພາຍໃຕ້ໂຄງການຄໍ້າປະກັນສະບຽງອາຫານແລະຜະລິດເປັນສິນຄ້າ.
ສີ່,ນະໂຍບາຍການເຂົ້າເຖິງ ແລະ ຂະຫຍາຍຕະຫຼາດ: ສໍາເລັດການສ້າງເວບໄຊທ໌ (www.plaosme.com)ເພື່ອຍົກລະດັບການເຂົ້າເຖິງຕະຫຼາດອາຊີໃຫ້ແກ່ວນກໂດຍຜ່ານລະບົບຊື້-ຂາຍອອນລາຍ.
ຫ້າ, ນະໂຍບາຍສ້າງແລະພັດທະນາຜູ້ປະກອບກິດຈະການໃໝ່: ຕິດຕາມການຈັດຕັ້ງປະຕິບັດວຽກງານຂອງສູນກໍ່ສ້າງແລະປະກອບກິດຈະການດ້ານໄອທີລາວ (LIBIC).
ຫົກ,ນະໂຍບາຍການສ້າງສະພາບແວດລ້ອມທີ່ເອື້ອຍອໍານວຍໃຫ້ແກ່ການສ້າງຕັ້ງແລະດໍາເນີນທຸລະກິດ: ຍົກລະດັບຄວາມສາມາດຂອງບັນດາຂະແໜງການແລະທ້ອງຖິ່ນໃນການປະເມີນບັນດານິຕິກໍາໃນຂົງເຂດເສດຖະກິດທີ່ມີຜົນກະທົບຕໍ່ການດໍາເນີນທຸລະກິດ.
ເຈັດ,ນະໂຍບາຍພາສີ-ອາກອນແລະການເງິນ: ຄົ້ນຄວ້າແລະກໍານົດເງື່ອນໄຂສໍາລັບຈຸນລະວິສາຫະກິດໃນການກໍ່ຕັ້ງລວມທັງ start-up ເພື່ອໃຫ້ໄດ້ຮັບການຍົກເວັ້ນອາກອນມູນຄ່າເພີ່ມແລະອາກອນກໍາໄລ, ໂດຍການປຶກສາຫາລືກັບທີມງານສະຖາບັນພັດທະນາເກົາຫຼີ. ຄຽງຄູ່ກັນນັ້ນຍັງໄດ້ຮ່ວມມືກັບພາກສ່ວນອື່ນເຊັ່ນ ຍີ່ປຸ່ນ.
3.3.2. ສົ່ງເສີມ ແລະ ພັດທະນາສິນຄ້າ:
ການພັດທະນາ ສິນຄ້າທ່າແຮງ ແລະ ສິນຄ້າໜຶ່ງ ເມືອງໜຶ່ງຜະລິດຕະພັນ“ODOP”. ໃນປີ 2017 ສາມາດ ພັດທະນາ ສິນຄ້າທ່າແຮງ ແລະ “ODOP” ໄດ້ 17 ຫົວໜ່ວຍ, ມີ 96 ຜະລິດຕະພັນ ແລະ ອອກໃບອະນຸຍາດນໍາໃຊ້ກາໝາຍ ສິນຄ້າໂອດ໋ອບ ແຫ່ງຊາດ ໃຫ້ 17 ແຂວງ, ມີຈໍານວນ 140ຫົວໜ່ວຍ, ມີ 542ຜະລິດ ຕະພັນຢູ່ ໃນ 134ບ້ານ 75ເມືອງ. ໃນ ນັ້ນ, ຜະລິດ ຕະພັນ ຫັດຖະ ກໍາ 82ຫົວໜ່ວຍ, ອາຫານ ເຄື່ອງ ດື່ມ50ຫົວໜ່ວຍ ແລະຢາ ພື້ນ ເມືອງ 8 ຫົວໜ່ວຍ.
ວຽກງານວາງສະແດງສິນຄ້າພາຍໃນ: ອອກອະນຸມັດໃຫ້ບັນດາອົງການ, ຂະແໜງການ, ບໍລິສັດ ແລະທ້ອງຖິ່ນທົ່ວປະເທດຈັດງານຕະຫຼາດນັດ ແລະ ງານວາງສະແດງສິນຄ້າຂຶ້ນລວມທັງໝົດ 28 ງານ, ເຊິ່ງໃນນັ້ນກໍ່ມີຫຼາຍງານທີ່ໂດດເດັ່ນເປັນຕົ້ນວ່າ: ງານ ວາງສະ ແດງ ສິນຄ້າ ເຟີ ນິ ເຈີ້ ລາວ ຄັ້ງ ທີ 3 ປະ ຈໍາປີ 2017ແລະງານມະຫາ ກໍາ ຫັດຖະ ກໍາ ລາວຄັ້ງ ທີ 16, ແລະອອກ ອະນຸຍາດ ໃຫ້ ບໍລິສັດ ລາວ ເວີນ ມະຫາຊົນຈັດງານວາງສະແດງ ແລະ ຂາຍສິນຄ້າຈໍານວນ 13 ງານ.
ຈັດງານວາງສະແດງສິນຄ້າໂອດ໋ອບແຫ່ງຊາດທົ່ວປະເທດຄັ້ງທີ່ 1 ທີ່ ສູນການຄ້າ ລາວ-ໄອເຕັກ, ມີ ສິນຄ້າ ODOP ຈຳນວນ 69ຫ້ອງຈາກ 15 ແຂວງ, ສິນຄ້າ ທ່າແຮງຂອງລາວ 44 ຫ້ອງ ,ສິນຄ້າກະສິກໍາ ແລະ ອາຫານ ພື້ນເມືອງລາວ 33ຫ້ອງ. ມີ ການ ຊື້-ຂາຍພາຍໃນງານ824,300,000ກີບເຊິ່ງເປັນຜົນສຳເລັດຂັ້ນເລີ່ມຕົ້ນໃນການນຳສະເໜີສິນຄ້າໂອດ໋ອບລາວໃຫ້ເປັນທີີ່ຮູ້ຈັກຢ່າງກ້າວຂວາງໃນສັງຄົມລາວເພື່ອກ້າວ ໄປສູ່ການຊົມໃຊ້ສິນຄ້າລາວແລະການສົ່ງອອກໃນອານາຄົດ.
ວຽກງານວາງສະແດງສິນຄ້າສາກົນ: ງານວາງສະແດງCAEXPO2017 ຄັ້ງທີ່ 14 ທີ່ນະຄອນໜານໜິ່ງສປ ຈີນເປັນການສົ່ງເສີມການຄ້າ-ການລົງທຶນລະຫວ່າງບັນດາປະເທດອາຊຽນທີ່ເຂົ້າຮ່ວມ. ມີນັກທຸລະກິດລາວທີ່ເອົາສິນຄ້າໄປວາງສະແດງທັງໝົດ 61 ຫົວໜ່ວຍ 122 ຫ້ອງວາງສະແດງແລະສິນຄ້າທີ່ນຳໄປວາງສະແດງໃນຄັ້ງນີ້ມີຜະລິດຕະພັນໄມ້, ເຄື່ອງຜ້າຝ້າຍແລະຜ້າໄໝ, ເຄື່ອງຕົບແຕ່ງພາຍໃນ,ເຄື່ອງອັນຍະມະນີ, ອາຫານແລະເຄື່ອງດື່ມ. ສິນຄ້າທີ່ໄດ້ຮັບຄວາມສົນໃຈເປັນສ່ວນໃຫຍ່ແມ່ນສິນຄ້າໄມ້ແກະສະຫຼັກ, ເຟີນີເຈີ, ກາເຟ, ຢາພື້ນເມືອງແລະເຂົ້າເຊິ່ງສິນຄ້າເຫຼົ່ານີ້ກໍ່ເປັນສິນຄ້າທ່າແຮງທີ່ສົ່ງອອກໄປສປຈີນ. ມູນຄ່າທີ່ສາມາດຂາຍໄດ້ໃນງານລວມທັງໝົດປະມານ 1,850,000 ໂດລາສະຫະລັດທຽບໃສ່ປີຜ່ານມາເຫັນວ່າເພີ້ມຂຶ້ນເລັກໜ້ອຍ.
- ງານວາງສະແດງສິນຄ້າSouth &Southeast Asia Commodity EXPO and Investment Fair ທີ່ ຄຸນໝິງ,ສປ ຈີນມີຫົວໜ່ວຍທຸລະກິດລາວເຂົ້າຮ່ວມວາງສະແດງຈຳນວນ 22 ບໍລິສັດ ແລະ ສິນຄ້າທີ່ນຳໄປວາງສະແດງແມ່ນຜະລິດຕະພັນໄມ້, ເຄື່ອງຫັດຖະກຳ, ກະສິກຳປຸງແຕ່ງແລະຢາພື້ນເມືອງ. ສິນຄ້າລາວໄດ້ຮັບຄວາມສົນໃຈແມ່ນກາເຟ, ຊາແລະເຂົ້າກິນ. ນອກຈາກນີ້, ຍັງມີການຈັດກອງປະຊຸມສົ່ງເສີມການລົງທຶນຂອງສປປລາວເພື່ອເຜີຍແຜ່ນະໂຍບາຍດ້ານການລົງທຶນ. ຜົນໄດ້ຮັບງານດັ່ງກ່າວເພື່ອສົ່ງເສີມການຄ້າ, ການລົງທຶນແລະການທ່ອງທ່ຽວໂດຍສະເພາະການຮັດແໜ້ນສາຍພົວພັນຮ່ວມມືກັນລະຫວ່າງ 2 ປະເທດສປປລາວແລະສປຈີນ.
- ງານວາງສະແດງໃນກອບການຊ່ວຍເຫລືອປະເທດເພື່ອນບ້ານ CLM 2017 ທີ່ປະເທດໄທ: ມີທັງໝົດ 7 ງານ. ຫົວໜ່ວຍທຸລະກິດລາວທີ່ເຂົ້າຮ່ວມວາງສະແດງມີທັງໝົດ 155 ຫົວໜ່ວຍ,ຖ້າທຽບໃສ່ປີຜ່ານມາແມ່ນເພີ່ມຂຶ້ນ. ເນື່ອງຈາກທາງປະເທດເຈົ້າພາບໄດ້ໃຫ້ການສະໜັບສະໜູນຫ້ອງວາງສະແດງເພີ່ມຂຶ້ນ ແລະ ຫົວໜ່ວຍທຸລະກິດລາວກໍ່ມີຄວາມພ້ອມທີ່ຈະຂະຫຍາຍຕະຫຼາດ. ມູນຄ່າການຂາຍສິນຄ້າພາຍໃນງານປະມານ 1,272,245 ໂດລາສະຫະລັດ ແລະ ມີມູນຄ່າການສັ່ງຊື້ລວມ 258,800 ໂດລາສະຫະລັດ ຈາກລູກຄ້າໄທ, ອິນໂດເນເຊຍ, ຍີ່ປຸ່ນ, ເກົາຫຼີ ແລະ ເອີລົບ.
3.3.3. ການສ້າງໜໍ່ ແໜງດ້ານເຄືອຂ່າຍ, ການສ້າງຕັ້ງກຸ່ມ ຫລື ສະຫະກອນການປຸງແຕ່ງ/ການຜະລິດ ແລະ ໂຮງງານອຸດສາຫະກໍາປຸງແຕ່ງ ທີ່ເກີດຂຶ້ນໃໝ່
ເພື່ອ ເປັນ ພື້ນຖານ ໃນ ການ ກ້າວ ໄປ ສູ່ ການຈັດຕັ້ງດ້ານເຄືອຂ່າຍ, ກຸ່ມ ຫລື ສະຫະກອນ ປະ ເພດ ຕ່າງໆແນ ໃສ່ ສ້າງ ຄວາມ ເຂັ້ມ ແຂງ ໃຫ້ ພາກ ທຸລະ ກິດ-ການ ຜະລິດ,ສະມາຄົມ ກຸ່ມ ການ ຜະລິດ ແລະບໍລິການ ເພື່ອ ພ້ອມ ກັນ ພັດທະນາເປັນ ຜູ້ ປະກອບ ການທີ່ ສາມາດ ແຂ່ງຂັນ ກັບ ສາກົນ ໄດ້, ສາມາດ ຈັດ ຕັ້ງ ປະຕິບັດ ວຽກ ງານ ດັ່ງກ່າວ ໄດ້ ດັ່ງ ນີ້:
- ປຸກລະດົມ ໃຫ້ສະມາຄົມເຟີນີເຈີ້ສ້າງຕັ້ງ ເຄືອຂ່າຍ ຫຼື ກຸ່ມເຟີນີເຈີ້ (Furniture Cluster) ເພື່ອ ຜະລິດຫຼືປຸງ ແຕ່ງ ໄມ້ ຕາມ ນະ ໂຍບາຍຂອງ ລັດຖະບານ ເຊິ່ງ ໃນ ນີ້ ມີ ຈໍານວນ 18 ໂຮງງານ ເຟີ ນີ ເຈີ ເບື້ອງ ຕົ້ນທີ່ ສະໝັກ ໃຈ ເຕົ້າ ໂຮມ ກັນ ເປັນ ເຄືອ ຂ່າຍຫຼືກຸ່ມ.
- ປັບປຸງ ແລະ ພັດທະນາດ້ານ ເຕັກນິກ ວິຊາ ການ ໂດຍ ການ ນໍາ ໃຊ້ ເຄື່ອງ ຈັກ ຜະລິດ ແລະປຸງ ແຕ່ງ ໄມ້ ຈໍານວນ ໜຶ່ງທີ່ ໄດ້ ຕິດ ຕັ້ງ ຢູ່ ໂຮງງານ ອຸດສາຫະກໍາ ປຸງ ແຕ່ງ ໄມ້ທີ່ ເປັນ ຕົວ ແບບຢູ່ ແຂວງ ຫຼວງ ພະ ບາງ, ນະຄອນຫຼວງ ແລະ ແຂວງ ອັດ ຕະປື. ພ້ອມ ດຽວ ກັນ ນັ້ນກໍ່ ໄດ້ ເອົາ ໃຈ ໃສ່ ຍົກ ລະດັບ ສີມື ແຮງ ງານດ້ານ ການ ຊ່າງ ເພື່ອ ພັດທະ ນາ ກຸ່ມ ການ ຜະລິດ.
ປີ 2017 ມີ ໂຮງງານ ອຸດສາຫະກໍາປຸງແຕ່ງທີ່ ເກີດ ຂຶ້ນ ໃໝ່ຈໍານວນ 164 ແຫ່ງເປັນຕົ້ນແມ່ນໂຮງງານຜະລິດຊີມັງ, ອັດຮ່າຍແກັສ, ຜະລິດນໍ້າຢາປະສົມຄອນກຣີດ, ອັດຮ່າຍນໍ້າມັນພືດ, ປະກອບລົດບັນທຸກໃໝ່, ຜະລິດເຫຼັກຮູບປະພັນ, ຜະລິດເບຕົງເຫຼວ, ຜະລິດດິນຈີ່, ປຸງແຕ່ງຢາງພາລາສໍາເລັດຮູບແລະຜະລິດຖ່ານຂາວ. ໂຮງງານຢຸດເຊົາໃນປີ 2017 ມີໂຮງງານອົບຊາ, ແກະສະຫຼັກໄມ້, ຜະລິດຝຸ່ນເຈ້ຍ, ຜະລິດແລະປຸງແຕ່ງໄມ້ສາເຫດການຢຸດເຊົາແມ່ນຈາຈາກບໍ່ສາມາດແຂ່ງຂັນໃນຕະຫຼາດໄດ້, ຜ່ານການປັບປຸງແລະດັດສົມໂຮງງານເປັນຕົ້ນ.
3.3.4. ການ ຄົ້ນຄວ້າ ດ້ານ ເສດຖະກິດອຸດສາຫະກໍາ ແລະ ການ ຄ້າ:
ສຳເລັດ ການຄົ້ນຄວ້າສອງ ຫົວ ຂໍ້ທີ່ ຕິດ ພັນ ກັບ ລະບົບເສດຖະກິດ ເຊັ່ນ:“ຄວາມຄຸ້ມຄ່າຂອງ ການຊື້ ສິນຄ້າ ຢູ່ ໜອງ ຄາຍ” ວັດ ຖຸປະສົງ ຫຼັກຂອງ ບົດ ຄົ້ນຄວ້າ ແມ່ນ ເພື່ອສົມທຽບລາຄາສິນຄ້າອຸປະໂພ ກ ແລະ ບໍລິໂພກຈໍານວນ ໜຶ່ງລະຫວ່າງຢູ່ ນະຄອນຫຼວງວຽງຈັນ ແລະ ແຂວງໜອງຄາຍປະເທດໄທ ເຊັ່ນ: ລາຄາ ເຂົ້າສານ ຈ້າວ, ເຂົ້າສານ ໜຽວ,ລາຄາ ຊີ້ນ ໝູ ແລະອື່ນໆ. ນອກ ນັ້ນ, ຍັງ ໄດ້ ສຶກສາ ເບິ່ງ ຄ່າ ໃຊ້ ຈ່າຍ (ຄ່າ ຊິ້ນ ເປືອງ) ທີ່ ປະຊາ ຊົນ ໃຊ້ ຈ່າຍ ເພື່ອ ຂ້າມ ໄປ ຊື້ ສິນຄ້າ ແລະຄ່າ ໃຊ້ ຈ່າຍທີ່ ເປັນ ຄ່າ ບໍລິການ ຢູ່ ດ່ານ, ທັງ ດ່ານ ເບື້ອງ ປະ ເທດ ລາວ ແລະ ໄທ ແລະສຶກສາ ເຖິງ ປັດ ໄຈ ອື່ນໆ ອື່ນ ອີກ.
ຫົວຂໍ້ທີສອງແມ່ນ “ຜົນກະທົບຂອງ ນະ ໂຍບາຍ ການ ສົ່ງ ເສີມການ ສ້າງ ເຂດ ເສດຖະກິດ ພິ ເສດລຽບຕາມ ຊາຍ ແດນ ລາວ- ໄທຂອງ ລັດຖະບານ ໄທຕໍ່ ເຂດ ເສດຖະກິດ ພິ ເສດຂອງສປປລາວພາຍ ໃຕ້ຍຸກ ສະ ໄໝຂອງ ການ ເຊື່ອມ ໂຍງ ເສດຖະກິດ ໃນ ປັດຈຸບັນຫຼື Cross-border impacts of Thai SEZs on Lao SEZs Collaboration in the of regional integrations”ຈຸດ ປະສົງຂອງ ບົດ ດັ່ງກ່າວ ແມ່ນ ເພື່ອ ສຶກສາ ເຖິງ ທ່າ ແຮງຂອງ ເຂດ ເສດຖະກິດ ພິ ເສດຂອງ ລາວທີ່ ຈະ ດຶງ ດູດ ການ ລົງທຶນຂອງ ຕ່າງປະ ເທດ ເຊັ່ນ: ການ ສະໜອງ ໄຟຟ້າ, ນໍ້າ ປະ ປາ, ການ ສໍາ ປະທານ ທີ່ ດິນ ແລະຕົ້ນ ທຶນ ທາງ ດ້ານ ແຮງ ງາ ນ ເປັນ ຕົ້ນ. ການ ສຶກສາຄົ້ນຄວ້າ ຍັງ ໄດ້ ລົງ ເລິກ ກ່ຽວ ກັບ ການ ສົມ ທຽບລະຫວ່າງ ເຂດ ເສດຖະກິດ ພິ ເສດຂອງສປປລາວ ແລະ ໄທ ແລະການ ຮ່ວມ ມື ຊ່ວຍ ເຫຼືອ ເຊິ່ງກັນ ແລະກັນ ເພື່ອ ການ ພັດທະນາ ບັນດາ ເຂດ ເສດຖະກິດ ພິ ເສດຂອງ ສອງ ປະ ເທດ.ຜົນຂອງການສຶກສາຄົ້ນຄວ້າພົບວ່າ: ໃນປະຈຸບັນ, ນັກລົງທຶນເຫັນວ່າເຂດເສດຖະກິດພິເສດໃນສປປລາວແມ່ນມີຄວາມໜ້າສົນໃຈໃນການລົງທຶນຫຼາຍກວ່າເນື່ອງຈາກປັດໄຈທາງດ້ານໂຄງລ່າງພື້ນຖານເຊັ່ນ: ຄ່າໄຟຟ້າ, ຄ່ານໍ້າປະປາ, ຄ່າເຊົ່າທີ່ດິນແລະແຮງງານລາຄາຖືກແລະການພັດທະນາຄວາມຮ່ວມມືລະຫວ່າງເຂດດັ່ງກ່າວຂອງທັງສອງປະເທດແມ່ນສາມາດເຮັດໄດ້ແລະສາມາດສ້າງປະໂຫຍດຮ່ວມກັນໄດ້ຫຼາຍກວ່າການແຂ່ງຂັນກັນເອງເຊິ່ງຜົນປະໂຫຍດຮ່ວມກັນຈະສາມາດເກີດຂຶ້ນຢ່າງມີປະສິດທິຜົນແມ່ນຕ້ອງໄດ້ຮັບຄວາມຮ່ວມມືຢ່າງເປັນເອກະພາບແລະເອົາຈິງເອົາຈັງທັງພາກລັດ ແລະ ເອກະຊົນ.
3.3.5. ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ແລະ ໂຄງການຊ່ວຍເຫຼືອຂອງຕ່າງປະເທດ.
1. ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ:
ໃນປີ 2017 ກະຊວງ ອຄ ໄດ້ ຮັບ ງົບປະມານ ໂຄງການ ລົງທຶນ ຂອງ ລັດ ພາກ 67 ມີ ມູນ ຄ່າ ທັງ ໝົດ 13,730.74
ຕື້ກີບ, ຊຶ່ງມີລາຍລະອຽດດັ່ງນີ້ :
ໂຄງການປົກກະຕິ( ສົ່ງເສີມວິຊາການ ແລະ ກໍ່ສ້າງພື້ນຖານໂຄງລ່າງ): ມີຈໍານວນ 16 ໂຄງການ ມູນ ຄ່າ ລວມ 10.094,74 ຕື້ ກີບ, ໃນນັ້ນ ໂຄງການ ສືບ ຕໍ່ 15 ໂຄງການ ແລະ ໂຄງການ ຊຳລະ ໜີ້ສິນ 1 ໂຄງການ ແລະ ຈະສືບຕໍ່ເບີກຈ່າຍງົບປະມານທີ່ຖືກເລື່ອນຈ່າຍມູນຄ່າ 1.636 ຕື້ ກີບ ຂອງ ສົກ ປີ 2015-2016. ສະ ນັ້ນ, ໃນ ປີ 2017 ກະຊວງ ອຄ ໄດ້ ຈັດຕັ້ງປະຕິບັດໂຄງການ ມູນ ຄ່າ ລວມທັງ ໝົດແມ່ນ 11.730,74 ຕື້ ກີບ. ໄດ້ຮັບງົບປະມານຕົວຈິງຈາກກະຊວງການເງິນທັງໝົດ 9.980,74 ຕື້ກີບ ແລະ ຍັງລໍຖ້າການອະນຸມັດງົບປະມານຈາກກະຊວງການເງິນ ໂຄງການສົ່ງເສີມວິຊາການ ຈໍານວນ 5 ໂຄງການ ແລະ ໂຄງການກໍ່ສ້າງພື້ນຖານໂຄງລ່າງ ຈໍານວນ 2 ໂຄງການ, ເມື່ອສົມທຽບການຊຳລະງົບປະມານຕາມແຜນປີແມ່ນເທົ່າກັບ 81% ຂອງແຜນປີ(ທຽບໃສ່ຕາຕະລາງສະຫຼຸບແຜນການລົງທຶນຂອງລັດ ປີ 2017).
ໂຄງການສົ່ງເສີມຜະລິດເປັນສິນຄ້າ ແລະ ຄ້ຳປະກັນສະບຽງອາຫານ: ມີຈໍານວນ 19 ໂຄງການ ມູນ ຄ່າ ລວມທັງ ໝົດ 2 ຕື້ກີບ, ໃນ ນັ້ນ ໂຄງການ ສືບ ຕໍ່ 15 ໂຄງການ ມີມູນ ຄ່າ 1.6 ຕື້ ກີບ, ໂຄງການ ສະ ເໜີ ໃໝ່4 ໂຄງການ, ມູນ ຄ່າ 400 ລ້ານກີບ. ໄດ້ຮັບງົບປະມານຕົວຈິງຈາກກະຊວງການເງິນທັງໝົດ ມູນຄ່າ 1,170 ຕື້ກີບ ແລະ ຍັງ ລໍຖ້າ ການ ອະ ນຸ ມັດ ງົບ ປະ ມານ ຈາກ ກະຊວງການ ເງິນ 2ໂຄງ ການ ເພື່ອ ມາ ຈັດ ຕັ້ງປະຕິບັດ ແຜນ ຂອງ ໂຄງການ ເຊິ່ງຄວາມ ຄືບ ໜ້າຂອງ ການຈັດ
ຕັ້ງ ປະຕິບັດ ແຕ່ລະ ໂຄງການ ມີ ດັ່ງ ນີ້:
- ໂຄງການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນໃນສ້າງຕັ້ງໂຮງງານປຸ໋ຍປະສົມເຄມີຢູ່ສປປລາວຜ່ານການຈັດຕັ້ງປະຕິບັດໂຄງການແມ່ນສໍາເລັດຕາມແຜນທີ່ວາງໄວ້ໃນ 3 ໜ້າວຽກຄື:1) ທົບທວນນະໂຍບາຍ ແລະ ນິຕິກຳ ໃນການສົ່ງເສີມການສ້າງຕັ້ງໂຮງງານຜະລິດປຸ໋ຍເຄມີ ໃນ ສປປ ລາວ; 2) ສຳຫຼວດວັດຖຸດິບ ເພື່ອປຸງແຕ່ງປຸ໋ຍເຄມີຢູ່ແຂວງທີ່ມີວັດຖູດີບຫຼາຍ: ນະຄອນຫຼວງວຽງຈັນ ແລະ ແຂວງ ຄຳມ່ວນ ແລະ ເຕັກນິກກຳມະວິທີໃນການຜະລິດປຸ໋ຍ; 3) ສຶກສາການຕະຫຼາດປຸ໋ຍ ແລະ ຄວາມຕ້ອງການຊົມໃຊ້ປຸ໋ຍໃນ 10 ແຂວງເປົ້າໝາຍການຜະລິດເຂົ້າຂອງລັດຖະບານ(ສໍາເລັດບົດສຶກສາເບື້ອງຕົ້ນແລ້ວ).
- ໂຄງການ ຟື້ນ ຟູ ໂຮງງານ ຜະລິດ ປຸ໋ຍຊີວະ ພາບເພື່ອຊຸກຍູ້ແລະສົ່ງເສີມໃນການສ້າງເງື່ອນໄຂໃຫ້ການຜະລິດໄດ້ມີການເຄື່ອນໄຫວປົກກະຕິແລະສາມາດຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດໄດ້ໃນລະດັບໜຶ່ງໃນ 1ໂຮງງານຈາກຈໍານວນ 13ໂຮງງານທີ່ມີຢູ່ຜ່ານການຈັດຕັ້ງ ປະຕິບັດໂຄງການແມ່ນກໍາລັງເກັບຂໍ້ມູນໃນຈໍານວນ 13ໂຮງງານທີ່ ຕັ້ງ ຢູ່ 06 ແຂວງ ຄື: ນະຄອນຫຼວງ ວຽງ ຈັນ, ແຂວງ ວຽງ ຈັນ, ບໍລິ ຄໍາ ໄຊ, ຄໍາ ມ່ວນ, ສະຫວັນ ນະ ເຂດ ແລະຈໍາປາ ສັກສາມາດ ສະຫຼຸບ ໄດ້ ເຖິງ ບັນຫາ ສາ ເຫດ ທີ່ ພາ ໃຫ້ການ ດໍາ ເນີນ ກິດຈະການ ຜະລິດ ປຸ໋ຍຊີວະ ພາບ ຢູ່ ປະ ເທດ ເຮົາບໍ່ ສາມາດ ແຂ່ງຂັນ ກັບປຸ໋ຍຊີວະ ພາບ ຈາ ກຕ່າງປະ ເທດ ໄດ້. ຕໍ່ ກັບ ບັນຫາ ດັ່ງກ່າວຈະ ໄດ້ ລະດົມ ແນວ ຄວາມ ຄິດ ແລະປຶກສາ ຫາລືລະຫວ່າງ ພາກ ລັດ, ຜູ້ ປະກອບ ການ ຜະລິດ, ຜູ້ ຊົມ ໃຊ້ ປຸ໋ຍຊີວະ ພາບ ເພື່ອກໍ ານົດ ແນວທາງ ນະ ໂຍບາຍ ທີ່ ຖືກຕ້ອງໃນການຊຸກຍູ້ສົ່ງເສີມ.
- ໂຄງການສົ່ງເສີມການເພີ່ມຜະລິດຕະພາບໂຮງສີເຂົ້າໃນການຜະລິດເປັນສິນຄ້າແມ່ນປັບປຸງເພື່ອຍົກລະດັບຕາມມາດຕະຖານແບບສາກົນເຊັ່ນ: ລະບົບ(GMP, HACCP...), ລະບົບ 5 ສຫຼືໄຄເຊັນເພື່ອໃຫ້ໄດ້ເຂົ້າມີຄຸນນະພາບຕາມຄວາມຕ້ອງການຕະຫຼາດທັງພາຍໃນແລະຕ່າງປະເທດ, ສໍາເລັດການລົງເກັບກໍາຂໍ້ມູນໂຮງສີເຂົ້າຈໍານວນ 3 ໂຮງສີຄື: ໂຮງສີຈໍາປາຫອມ, ໂຮງສີສຸທັດແລະໂຮງສີສົມພອນທີ່ນອນຢູ່ໃນເປົ້າໝາຍສົ່ງເສີມທີ່ນະຄອນຫຼວງວຽງຈັນ, ທີ່ແຂວງຄໍາມ່ວນ 5 ໂຮງງານຄື: ໂຮງສີເຂົ້າສາຍບົວ, ໂຮງສີເຂົ້າສຸລີວັນຍົດສັກດາ, ໂຮງສີເຂົ້າຈັນທະວົງ, ໂຮງສີເຂົ້າພອນສະຫວັນ, ທີ່ສະຫວັນນະເຂດຄື: ໂຮງສີເຂົ້າ IDP, ໂຮງສີເຂົ້າເທບສະໄໝ, ໂຮງສີເຂົ້າຄໍາກົມຈັນທາ, ໂຮງສີເຂົ້າຕຽງຄໍານໍາໂຊກ, ໂຮງສີເຂົ້າຍອດອ້ອຍເພື່ອເປັນເງື່ອນໄຂໃນການຄົ້ນຄວ້າມາດຕະຖານ GMP.
- ໂຄງການ ປັບປຸງ ແລະດັດສົມ ໂຮງງານ ຂ້າ ສັດ ແລະບ່ອນ ຂ້າ ສັດ ຍ່ອຍປຸງ ແຕ່ງ ຜະລິດ ຕະພັນ ຊີ້ນ ແລະຜະລິດ ສັດ ນໍ້າ: ສໍາ ເລັດ ການ ລົງ ສໍາ ຫຼວດ ເກັບ ກໍາ ຂໍ້ ມູນ ສະພາບ ຕົວ ຈິງຂອງ ໂຮງງານ ໂດ ຍ ໄດ້ ມີ ການ ປະ ເມີນ ແລະວິ ເຄາະ ຂໍ້ ມູນ ເຫັນ ວ່າຈະ ໄດ້ ເປີດ ກອງ ປະຊຸມ ລະດົມ ຄວາມ ຄິດ ເຫັນ ຈາກ ພາກສ່ວນ ທີ່ ກ່ຽວຂ້ອງ ແລະທ້ອງ ຖິ່ນຈາກ 10ແຂວງ ເປົ້າ ໝາຍ ເພື່ອ ກໍ ານົດທິດ ທາງ ໃນ ການ ຊຸກຍູ້ ສົ່ງ ເສີມ ໂດຍ ສະ ເພາະການ ກໍານົດ ເປົ້າ ໝາຍ ໂຮງງານ ຂ້າ ສັດ ທີ່ ທັນ ສະ ໄໝ ແລະຈຸດ ຂ້າ ສັດ ຍ່ອຍ ໃນ ເມືອງ ໃຫຍ່ຂອງ ແຂວງ ແລະຈຸດ ຂ້າ ສັດ ຍ່ອຍ ຢູ່ ບັນດາ ເມືອງ ໄກພ້ອມ ທັງ ນະ ໂຍບາຍ ຕ່າງໆທີ່ ຈໍາ ເປັນ ໃນ ການ ການ ສະໜັບສະໜູນນອກຈາກ ນີ້ ກໍ່ ຈະ ສະ ເໜີ ໃຫ້ ບັນດາ ແຂວງ ເປົ້າ ໝາຍ ກໍານົດຫຼືຄັດ ເລືອກ ເອົາ ໂຮງງານ ທີ່ ຈະ ສ້າງ ເປັນ ຕົວ ແບບ ແຂວງ ລະ 01 ຫຼື 02 ໂຮງງານ.
- ໂຄງການ ສຶກສາລະ ບົບປະກັນ ໄພ ສຳລັບ ສິນຄ້າ ກະສິກຳ(ເຂົ້າ) ເພື່ອຮັບປະກັນຄວາມສ່ຽງຜົນຜະລິດໃຫ້ແກ່ຜູ້ຜະລິດສິນຄ້າກະສິກໍາ ຫຼື ຊາວກະສິກອນ(ເຂົ້າ) ໂດຍມີສ່ວນຮ່ວມຈາກລັດ, ທຸລະກິດ ແລະ ຜູ້ຜະລິດ ຫຼື ຊາວກະສິກອນແມ່ນສໍາ ເລັດ ການລົງເກັບກໍາຂໍ້ມູນໃນເມືອງໃນ 10 ແຂວງເປົ້າໝາຍແລ້ວ, ແລະກໍາລັງສືບຕໍ່ລົງເກັບກໍາຂໍ້ມູນກັບບັນດາບໍລິສັດປະກັນ ໄພແລະຮ່າງບົດສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ. ໃນປີ 2017 ແມ່ນໄດ້ສືບຕໍ່ປັບປຸງບົດສຶກສາເບື້ອງຕົ້ນດັ່ງກ່າວໃຫ້ສົມບູນແລະຈັດກອງປະຊຸມຮັບຮອງ.
- ໂຄງການ ສຶກສາ ຄວາມ ເປັນ ໄປ ໄດ້ກ່ຽວກັບ ການ ໃຫ້ ເຊົ່າ ຊື້ ກົນ ຈັກ ເຂົ້າ ໃນ ການ ຜະລິດ ກະສິກໍາ( ເຂົ້າ) ຊຶ່ງເປັນນະໂຍບາຍຊ່ວຍການຫັນເປັນກົນຈັກໃນກະສິກໍາແລະ ຄໍ້າປະກັນຄວາມໝັ້ນຄົງສະບຽງອາຫານ ແລະ ສົ່ງເສີມຜະລິດເປັນສິນຄ້າ(ເຂົ້າ) ສໍາລັບການຈັດຕັ້ງປະຕິບັດແມ່ນສໍາ ເລັດ ການເກັບກໍາຂໍ້ມູນກັບກຸ່ມເປົ້າໝາຍ 5 ສະຖານທີ່ຄື: ກະຊວງແຜນການແລະການລົງທຶນ, ກະຊວງກະສິກໍາແລະປ່າໄມ້, ທະນາຄານກາງ, ບໍລິສັດ kubota, ຕະຫຼາດຊັ່ງຈຽງແລະລົງທ້ອງຖິ່ນທີ່ນະຄອນຫຼວງວຽງຈັນ, ກໍາລົງລົງເກັບກໍາຂໍ້ມູນເພີ່ມເຕີມໃນກຸ່ມເປົ້າໝາຍຜູ້ຜະລິດເຂົ້າໃນນະຄອນຫຼງວຽງຈັນ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ.
- ໂຄງການ ສຶກສາ ອົງ ກອນ ຕະຫຼາດ ເພື່ອ ຊາວ ກະສິກອນເພື່ອເປັນຕົວແທນໃຫ້ແກ່ລັດຖະບານໃນການຊ່ວຍເຫຼືອຜູ້ຜະລິດສິນຄ້າກະສິກໍາ ຫຼື ຊາວກະສິກອນໃນການຜະລິດ, ການຈໍາໜ່າຍ, ການຕະຫຼາດ, ການເກັບຮັກສາ ແລະ ການຂົນສົ່ງຜົນຜະລິດກະສິກໍາ, ຈັດຫາປັດໄຈໃນການຜະລິດ ແລະ ເຄື່ອງອຸປະໂພກບໍລິໂພກໃຫ້ແກ່ຊາວກະສິກອນ. ການຈັດຕັ້ງ ປະຕິບັດ ສໍາ ເລັດ ການລົງເກັບກໍາຂໍ້ມູນຢູ່ພາກໃຕ້, ກາງແລະເໜືອແລ້ວກ່ຽວກັບສິນຄ້າກະສິກໍາທີ່ເປັນທ່າແຮງເປັນຕົ້ນ: ພືດຜັກ, ໝາກໄມ້, ເຂົ້າ, ປາ, ສັດລ້ຽງຕ່າງໆ.
- ໂຄງການ ສຶກສາ ຄວາມ ເປັນ ໄປ ໄດ້ຕະຫຼາດ ຊື້- ຂາຍ ລ່ວງ ໜ້າ ສິນຄ້າ ກະສິກຳ ( ເຂົ້າ ຂຽວ); ຕະຫຼາດ ກາງ ຂາຍຍົກ ເຂົ້າໂດຍ ຕິດ ພັນ ກັບ ລະບົບ ສັນຍາ ຜູກ ພັນ ສອງ ສົ້ນເພື່ອເປັນຕະຫຼາດຊື້-ຂາຍລ່ວງໜ້າ ເປັນສູນກາງໃນການຊື້-ຂາຍສິນຄ້າກະສິກໍາລ່ວງໜ້າໂດຍສະເພາະເຂົ້າຊຶ່ງເປັນນະໂຍບາຍໜຶ່ງຈະເຮັດໃຫ້ ມີການຄໍ້າປະກັນລາຄາຜົນຜະລິດ, ຜູ້ຜະລິດສາມາດຄິດໄລ່ຕົ້ນທຶນກໍາໄລ, ຫຼຸດຄວາມສ່ຽງໃນລະດັບໜຶ່ງຕໍ່ຜູ້ຜະລິດ ຫຼື ຊາວກະສິກອນເຂົ້າ; ໄດ້ສໍາ ເລັດ ການເກັບກໍາຂໍ້ມູນຢູ່ໃນຢູ່ 10 ແຂວງເປົ້າໝາຍຂອງໂຄງການໃນ 03 ພາກ (ເໜືອ, ກາງແລະໃຕ້) ຊຶ່ງເປັນຂໍ້ມູນກ່ຽວກັບເນື້ອທີ່ການຜະລິດເຂົ້າ, ສະພາບການຜະລິດແລະຈໍາໜ່າຍເຂົ້າ, ຕະຫຼາດການຈໍາໜ່າຍເຂົ້າທັງພາຍໃນແລະຕ່າງປະເທດຈາກບັນດາໂຮງສີເຂົ້າ, ກຸ່ມເກັບຊື້ເຂົ້າ, ບັນດາບໍລິສັດການຄ້າເຂົ້າແລະຕາງໜ້າຜູ້ເກັບຊື້ທີ່ໄດ້ມີການຊື້-ຂາຍແລະບໍລິການຈັດຈໍາໜ່າຍເຂົ້າໄປຍັງຜູ້ບໍລິໂພກຂອງຕະຫຼາດທັງພາຍໃນແລະຕ່າງປະເທດ. ນອກຈາກນັ້ນ; ຍັງໄດ້ເກັບກໍາຂໍ້ມູນກ່ຽວກັບສະພາບການຊື້-ຂາຍລ່ວງໜ້າເຂົ້າຂຽວ, ການຊື້ຂາຍເຂົ້າໂດຍຜ່ານການເຮັດສັນຍາແບບຜູກພັນສອງສົ້ນ, ການຊື້-ຂາຍເຂົ້າແບບບໍ່ມີສັນຍາແລະການຊື້-ຂາຍເຂົ້າແບບມອບເໝົາແລະຄວາມຄືບໜ້າຂອງການກະກຽມຂຽນບົດໂຄງການແມ່ນ: ສໍາ ເລັດຮ່າງເບື້ອງຕົ້ນຂອງໂຄງການແລ້ວຊຶ່ງປັດຈຸບັນກໍາລັງຢູ່ໃນຂັ້ນຕອນຮຽບຮຽງແລະປະເມີນຄວາມສອດຄ່ອງຂອງບົດສຶກສາດັ່ງກ່າວ.
- ໂຄງການປັບປຸງລັດວິສາຫະກິດເພື່ອດັດສົມລາຄາແມ່ນຈະໄດ້ຄົ້ນຄວ້າຈໍານວນ 4 ລັດວິສາຫະກິດ ທີ່ຂຶ້ນກັບກະຊວງອຄຄື: ລັດວິສາຫະກິດສະໜອງວັດຖຸເຕັກນິກລາວ, ລັດວິສາຫະກິດລ້ານຊ້າງພັດທະນາແລະບໍລິການຂາອອກ-ຂາເຂົ້າ, ລັດວິສາຫະກິດການຄ້າສາກົນ-ລາວບໍລິການແລະລັດວິສາຫະກິດລາວຂາອອກ-ຂາເຂົ້າບວກກັບບັນລັດວິສາຫະກິດສະບຽງອາຫານທີ່ມີຢູ່ເພື່ອຈະຫັນຫຼືປັບຫຼືສ້າງຕັ້ງເປັນລັດວິສາຫະກິດ(ແນວຄວາມຄິດ) ທີ່ເອີ້ນວ່າ” ຄັງສິນຄ້າຫຼືລັດວິສາຫະກິດດັດສົມຕະຫຼາດ” ເພື່ອຊ່ວຍກະຊວງເຮັດໜ້າທີ່ການເມືອງໃນການດັດສົມລາຄາແລະຕະຫຼາດໃຫ້ແກ່ລັດຖະບານສໍາ ເລັດການ ລົງເກັບກໍາຂໍ້ມູນກັບລັດວິສາຫະກິດທີ່ຂຶ້ນກັບກະຊວງ ອຸດສາຫະກໍາ ແລະ ການຄ້າ ທີ່ ກ່າວ ມານັ້ນ ແລະ ຖອດ ຖອນ ໄດ້ ບົດຮຽນ ສະພາບ ການ ເຄື່ອນ ໄຫວຂອງ ບາງ ລັດ ວິ ສາ ຫະກິດ ທີ່ ຈັດ ຕັ້ງ ປະຕິບັດ ໄດ້ ດີ ສາມາດ ສ້າງ ຜົນ ກໍາ ໄລ ແລະປະກອບສ່ວນ ພັນທະ ໃຫ້ ລັດຖະບານ ເຊັ່ນ: ລັດວິສາຫະກິດພັດທະນາການ ຄ້າຂາອອກ-ຂາເຂົ້າແຂວງຊຽງຂວາງ, ລັດວິ ສາ ຫະກິດ ສະບຽງ ອາຫານ ນະຄອນຫຼວງ. ນອກຈາກນັ້ນຍັງ ໄດ້ ຖອດ ຖອນ ບົດຮຽນ ຕົວ ຈິງ ກ່ຽວກັບການຈັດຕັ້ງ, ຄຸ້ມຄອງ ແລະ ການເຄື່ອນໄຫວຂອງລັດວິສາຫະກິດ (ອົງການ ຄັງ ສິນຄ້າ) ຢູ່ ແຂວງອຸດອນ ແລະໜອງ ຄາຍ, ລາຊະ ອານາຈັກ ໄທ. ຊຶ່ງມາຮອດປະຈຸບັນ ແມ່ນໄດ້ລວບລວມຂໍ້ມູນທີ່ໄດ້ມາ ເພື່ອວິເຄາະ, ວິໄຈ ແລະສ້າງເປັນບົດຄົ້ນຄວ້າຄວາມເປັນໄປໄດ້ ເພື່ອສະເໜີຄະນະນໍາກະຊວງ ອຄ ແລະ ລັດຖະບານ.
- ໂຄງການນະໂຍບາຍຄ້ຳປະກັນລາຍໄດ້ຂອງຊາວນາ (ຄ້ຳປະກັນລາຄາເຂົ້າເປືອກ): ສໍາລັບການຈັດຕັ້ງປະຕິບັດແມ່ນໄດ້ເກັບກຳໄຂໍ້ມູນພື້ນຖານ ເຊັ່ນ: ຕົ້ນທຶນການຜະລິດເຂົ້າເປືອກ, ລາຄາຂາຍຍົກ-ຂາຍຍ່ອຍ, ເນື້ອທີ່(ນາແຊງ, ນາປີ), ຂໍ້ມູນບັນດາກຸ່ມ/ສະມາຄົມໂຮງສີຢູ່ບັນດາ 10 ແຂວງເປົ້າໝາຍແລ້ວພວມທັງລວບລວມບັນດານະໂຍບາຍຕ່າງໆທີ່ກ່ຽວຂ້ອງຂອງລັດຖະບານແລະໄດ້ຈັດກອງປະຊຸມພົບປະແລກປ່ຽນຄໍາຄິດເຫັນກັບຂະແໜງການທີ່ກ່ຽວຂ້ອງທັງພາກລັດແລະກຸ່ມຊາວນາທີ່ແຂວງບໍລິຄໍາໄຊ.
- ຕໍ່ກັບນະໂຍບາຍເຂົ້າເຖິງ ແລະ ຂະຫຍາຍຕະຫຼາດ: ສໍາເລັດການເປີດໂຕເວັບໄຊ (www.plaosme.com) ເພື່ອຍົກລະດັບການເຂົ້າເຖິງຕະຫຼາດອາຊີໃຫ້ແກ່ບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ.
- ວຽກງານສົ່ງເສີມການຜະລິດເປັນສິນຄ້າສາມາດດໍາເນີນການສ້າງຄູ່ມືກ່ຽວກັບຕ່ອງໂສ້ມູນຄ່າເພີ່ມ (Value Chain). ນອກຈາກນັ້ນ ຍັງໄດ້ສົ່ງເສີມການຮ່ວມກຸ່ມທຸລະກິດ 3 ແຂວງ ເປົ້າໝາຍ ຄື: ນະຄອນຫຼວງວຽງຈັນ, ຄໍາມ່ວນ, ສະຫວັນນະເຂດ ເຊິ່ງມີ ຜູ້ ເຂົ້າ ຮ່ວມ ທີ່ ມາ ຈາກ ພາກ ລັດຂອງ ຂະ ແໜງອຄ; ກຸ່ມ ໂຮງສີ ເຂົ້າ, ກຸ່ມ ຜະລິດ ເຂົ້າ, ກຸ່ມລ້ຽງສັດ ແລະ ຜູ້ປະກອບການ SME ຈໍານວນ 160 ທ່ານ, ຍິງ 64 ທ່ານ.
2. ການຈັດ ຕັ້ງ ປະຕິບັດ ໂຄງການ ຊ່ວຍ ເຫຼືອ ຂອງຕ່າງປະ ເທດ.
ໃນ ປີ 2017 ສາມາດຊອກຫາແຫຼ່ງ ທຶນ ເຂົ້າ ໃນ ໂຄງການພັດທະນາ ການ ຄ້າ ໄລຍະ 2(TDF II) ທີ່ ໄດ້ ຮັບ ການ ສະໜັບສະໜູນ ເພີ່ມ ເຕີມ ຈາກ ລັດຖະບານ ອົດ ສະ ຕາ ລີຈໍານວນ 2,5 ລ້ານ ໂດ ລາ ສະຫະລັດ, ຊຶ່ງ ທຶນ ດັ່ງກ່າວ ແມ່ນ ເພີ່ມ ເຕີມ ເຂົ້າ ໃນ ກອງ ທຶນ ຊ່ວຍ ເຫຼືອ ຫຼາຍ ຝ່າຍ ທີ່ ໄດ້ ຮັບ ຈາກ ລັດຖະບານ ອົດ ສະ ຕຣາ ລີ, ສະຫະພາບ ເອີ ຣົບ, ເຢຍລະ ມັນ, ທະນາຄານ ໂລກ, ໄອແລນ ແລະ ສະຫະລັດ ອາເມລິກາ.
ໂຄງການ ພັດທະນາການຄ້າ ໄລຍະ 2 (Trade Development Facility 2-TDF2)ມູນ ຄ່າ ໂຄງການ ທັງ ໝົດ 16,5 ລ້ານ ໂດລາສະຫະລັດ ໄລຍະ ເວລາຂອງ ການຈັດຕັ້ງປະຕິບັດ ໂຄງການ 5 ປີ 6 ເດືອນ ໂດຍ ເນັ້ນ ໃສ່ 03 ກິດຈະ ກໍາ ຕົ້ນຕໍ ຄື: ການອໍານວຍຄວາມສະດວກທາງດ້ານການຄ້າ, ນະໂຍບາຍ ແລະ ລະບຽບການ ຄ້າ, ສົ່ງເສີມຄວາມຫຼາກຫຼາຍ ຂອງເສດຖະກິດ ແລະ ການເຊື່ອມສານການຊ່ວຍເຫຼືອ ດ້ານການຄ້າເຂົ້າໃນແຜນພັດທະນາຂອງ ປະເທດ. ນອກນັ້ນຍັງ ມີ 9 ບົດສະເໜີ ໂຄງການ ກ່ຽວກັບການຄົ້ນຄວ້າວິໄຈ ດ້ານການຄ້າທີ່ໄດ້ຮັບທຶນຊ່ວຍເຫຼືອຈາກໂຄງການ ພັດທະນາ ການຄ້າ ໄລຍະສອງ ຜົນ ການຈັດຕັ້ງປະຕິບັດ ໂຄງການ ແມ່ນເປັນ ໄປຕາມແຜນທີ່ກໍານົດໄວ້ ແລະ ງົບປະມານ ທີ່ໄດ້ນໍາໃຊ້ທັງໝົດ ເທົ່າກັບ 73%.
ມູນຄ່າ ໂຄງການ ເຊື່ອມ ໂຍງ ກັບ ສາກົນ ທາງ ດ້ານ ການຄ ້າ ໄລຍະ 2 (EIF-Tier 2) ທັງ ໝົດ ແມ່ນ 2,500,000 ໂດ ລາສະຫະລັດ. ໄລຍະ ເວລາຂອງ ການຈັດ ຕັ້ງ ປະຕິບັດໂຄງການທັງ ໝົດ ແມ່ນ 0500,000ed ແລ້ວໄປ ແລ້ວີ່ ປູກຝັງ ໃຫ້ ທຶນໝາຍ ທີ່ ວາງ ໄວ້ ໃນ ເບື້ອງ ຕົ້ນ ທັງ ດ້ານ ການ ຂະຫຍາຍ ເນື້ອ ທີ່ ປູກຝັງ, ຂະຫຍາຍ ຄົວ ຄ4 ປີ ເປົ້າ ໝາຍ ໂຄງການ ແມ່ນເພື່ອສ້າງຄວາມເຂັ້ມແຂງໂຄງລ່າງພື້ນຖານຄຸນນະພາບລະດັບຊາດເພື່ອສະຫນັບສະຫນູນການສ້າງສະຖິຕິອຸດສາຫະກໍາ ໂດຍ ການເພີ່ມທະວີຄຸນນະພາບຄວາມປອດໄພ, ຄວາມຫມັ້ນຄົງຂອງຜະລິດຕະພັນ, ການບໍລິການ ແລະ ປັບປຸງການແຂ່ງຂັນໂດຍລວມຂອງທຸລະກິດໃນ ສປປລາວ.ຜົນ ການຈັດ ຕັ້ງ ປະຕິບັດ ສາມາດປະເມີນໄດ້ແມ່ນ 79%.
ໂຄງການເຂົ້າຫາແຫລ່ງທຶນສຳລັບວິສາຫະກິດຂະໜາດນ້ອຍແລະກາງ (SME Access to Finance-A2F) (10 mil grant and 10 mil credit)ໄລຍະ ເວລາຂອງ ການຈັດຕັ້ງປະຕິບັດໂຄງການທັງໝົດ ແມ່ນ 05ປີ ເປົ້າໝາຍໂຄງການ ແມ່ນເພື່ອສົ່ງເສີມການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການເພີ່ມໄລຍະການກູ້ຢືມ ແລະ ຫຼຸດຜ່ອນອັດຕາດອກເບ້ຍ.
3.3.6. ການຈັດຕັ້ງປະຕິບັດວຽກງານສາມສ້າງ.
ຜ່ານການແບ່ງຂັ້ນຄຸ້ມຄອງກໍຄືຄວາມຮັບຜິດຊອບ, ສິດ ແລະ ໜ້າທີ່ໃຫ້ທ້ອງຖິ່ນຕາມທິດຊີ້ນຳວຽກງານ 3 ສ້າງສາມາດຕີລາຄາຜົນກະທົບທາງບວກ ແລະ ມີດ້ານຕັ້ງໜ້າຕໍ່ວຽກງານຄຸ້ມຄອງມະຫາພາກຂອງຂະແໜງການອຸດສາຫະກຳ ແລະ ການຄ້າ ຄື:
- ເຮັດໃຫ້ທ້ອງຖິ່ນມີຄວາມເປັນເຈົ້າການຫຼາຍຂຶ້ນໃນການຕັດສິນແກ້ໄຂບັນຫາວຽກງານຕາມພາລະບົດບາດຂອງຕົນເປັນຕົ້ນການສ້າງໃຫ້ທ້ອງຖິ່ນມີຄວາມເຂັ້ມແຂງດ້ວຍບາດກ້າວໃໝ່ ໃນດ້ານການຈັດຕັ້ງຊີ້ນຳ-ນໍາພາວຽກງານວິຊາສະເພາະ ເຊັ່ນ:ດ້ານການສົ່ງເສີມອຸດສາຫະກໍາປຸງແຕ່ງ, ການຄ້າ, ການເອື້ອອໍານວຍການນໍາເຂົ້າ ແລະ ສົ່ງອອກສິນຄ້າ, ພັດທະນາຄຸ້ມຄອງບຸກຄະລາກອນ, ດ້ານການວາງແຜນພັດທະນາ ແລະ ດ້ານງົບປະມານ ແລະອື່ນໆ.
- ສຳເລັດ ການມອບຮັບອຸປະກອນ, ຈັດຝຶກອົບຮົມໃນການນໍາໃຊ້ ໂປຣແກມ ຄຸ້ມຄອງ ທະບຽນວິສາຫະກິດ ແລະ ການນໍາໃຊ້ ລະບົບ ສົ່ງຂໍ້ມູນ ແບບໂອໂຕ ມາຕິກຈໍານວນ ຫ້ອງການ ອຄ ເມືອງໃນນະຄອນຫຼວງວຽງຈັນ ແລະ 18 ແຂວງທົ່ວປະເທດ. ພ້ອມທັງລົງຕິດຕາມ ກວດກາລະບົບ ການເຊື່ອມຂໍ້ມູນເຂົ້າຖານຂໍ້ມູນວິສາຫະກິດ ແຫ່ງຊາດ ຜ່ານລະບົບ Auto Run, ແນະນໍາ ວິທີການນໍາໃຊ້, ວິທີການ ແກ້ ໄຂບັນຫາເລື່ອງ ເຕັກນິກໄດ້ ຈໍານວນ 9 ຕົວເມືອງ ໃນນະຄອນຫຼວງວຽງຈັນ ແລະ ພະແນກ ອຄ ແຂວງວຽງ ຈັນ.
4. ວຽກປິ່ນອ້ອມ ແລະ ຊ່ວຍໜູນອື່ນໆ.
4.1. ການຈັດຕັ້ງ ແລະ ພະນັກງານ:
ໃນປັດຈຸບັນ, ທົ່ວຂະແໜງອຸດສາຫະກຳ ແລະ ການຄ້າ ມີພະນັກງານທັງໝົດ 2,699 ຄົນ, ຍິງ 791 ຄົນ. ໃນນີ້,ສັງກັດຢູ່ກະຊວງ 495 ຄົນ, ຍິງ 197 ຄົນ, ສັງກັດຢູ່ຂັ້ນພະແນກອຸດສາຫະກໍາ ແລະ ການຄ້າແຂວງ/ນະຄອນຫລວງວຽງຈັນ 950 ຄົນ, ຍິງ 283 ຄົນ ແລະ ສັງກັດຢູ່ບັນດາຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ 1,254 ຄົນ, ຍິງ 311 ຄົນ. ເຖິງ ແມ່ນ ວ່າ ຈໍານວນ ພະນັກງານ-ລັດຖະກອນຂອງ ຂະ ແໜງອຸດສາຫະກໍາ ແລະການ ຄ້າມີ ການ ຂະຫຍາຍຕົວ ຂຶ້ນ ໃນ ແຕ່ລະ ປີ ກໍ່ ຕາມ, ແຕ່ ຖ້າ ອີງ ໃສ່ ການ ກໍານົດ ຕໍາ ແໜ່ ງງານ ແລະຄວາມ ຮຽກຮ້ອງ ຕ້ອງການຂອງ ວຽກ ງານ ແລ້ວ ເຫັນ ວ່າ ຍັງ ບໍ່ ທັນ ພຽງພໍ ທາງ ດ້ານ ປະລິມານ ແລະຄຸນ ນະພາ ບ, ເຊິ່ງສະ ແດງ ອອກ ດັ່ງ ນີ້: ລະດັບ ປະລິນຍາ ເອກຈໍານວນ 18 ຄົນ, ຍິງ 2 ຄົນ; ປະລິນຍາ ໂທມີ 354 ຄົນ, ຍິງ 92 ຄົນ; ປະລິນຍາ ຕີ 1,492 ຄົນ, ຍິງ 444 ຄົນ; ຊັ້ນ ສູງ 616 ຄົນ, ຍິງ 216 ຄົນ; ຊັ້ນ ກາງ 186 ຄົນ, ຍິງ 30 ຄົນ; ຊັ້ນ ຕົ້ນ 32 ຄົນ, ຍິງ 05 ຄົນ; ບໍ່ ມີ ລະດັບ ວິຊາ ສະ ເພາະ 03 ຄົນ, ຍິງ 1 ຄົນສັງກັດ ຢູ່ ເມືອງ ສ່ວນ ຫຼາຍ ແມ່ນ ວິຊາ ສະ ເພາະ ຊັ້ນ ຕົ້ນ, ຊັ້ນ ກາງ ແລະ ຊັ້ນ ສູງ.
ການພັດທະນາຂີດຄວາມສາມາດບຸກຄະລາກອນຂັ້ນກະຊວງ ດ້ວຍຮູບແບບການຈັດຝຶກອົບຮົມຕາມບັນດາຫົວຂໍ້ ທີ່ເຫັນວ່າຕິດພັນກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານ ແລະ ຍົກລະດັບດ້ານພາສາອັງກິດ ໃຫ້ພະນັກງານຈໍານວນ 37 ຄົນ ແລະການຍົກລະດັບການສຶກສາຢູ່ຕ່າງປະເທດ ລວມທັງໝົດ 25 ຄົນ, ຍິງ 01 ຄົນ.
4.2. ການກວດກາ :
ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບັນດາກົດໝາຍ, ດໍາລັດ, ຄໍາສັ່ງ, ແຈ້ງການຕ່າງໆ ຂອງລັດຖະບານກໍ່ຄືກະຊວງວາງອອກ, ເຜີຍແຜ່ໃຫ້ພະນັກງານ-ລັດຖະກອນ ແລະ ບັນດາຫົວໜ່ວຍທຸລະກິດດ້ວຍຫຼາຍຮູບການ ແລະ ຈັດຕັ້ງປະຕິບັດຕົວຈິງເຊັ່ນ: ຕິດຕາມກວດກາ ແລະ ຄຸ້ມຄອງການເຄື່ອນໄຫວ ດໍາເນີນທຸລະກິດ, ຕ້ານການຄ້າ-ຂາຍນອກລະບົບ ແລະ ອື່ນໆ... ເຊິ່ງສະແດງອອກດັ່ງນີ້:
- ຈັດ ກອງ ປະຊຸມ ສະຫຼຸບ ວຽກ ງານ ກວດກາຂອງ ຂະ ແໜງອຄປະ ຈໍາປີ 2017 ແລະທິດ ທາງ ແຜນການ ປະ ຈໍາປີ 2018. ກ່ຽວ ກັບ ການ ແຈ້ງຊັບ ສິນຂອງ ພະນັກງານ-ລັດຖະກອນ ໃນ ຈໍານວນ ພະນັກງານ ທັງ ໝົດ 434 ຄົນ (ບໍ່ລວມພະນັກງານ 95ແລະພະນັກງານທີ່ຮຽນຢູ່ຕ່າງປະເທດ), ຍິງ 172. ມາ ຮອດ ປະຈຸ ບັນ ສໍາ ເລັດ ແລ້ວ 424 ຄົນ ແລະທວງ ເອົາ ແບບ ຟອມຈໍາ ວນທີ່ ຍັງ ເຫຼືອ 10 ຄົນ, ຍິງ 5 ຄົນ. ສ່ວນ ການ ແຈ້ງ ຊັບ ສິນຂອງ ພະນັກງານທີ່ ຂັ້ນ ສູນ ກາງ ຄຸ້ມ ຄອງ ໃນ ຈໍາ ນວນ 23 ຄົນ, ຍິງ 05 ຄົນ. ມາ ຮອດ ປະ ຈຸ ບັນ ໄດ້ ຮັບ ແລ້ວ 20 ຄົນ, ຍັງ ຄ້າງ 3 ຄົນ, ຍິງ 1 ຄົນ.
- ເຂົ້າຮ່ວມ ຄະນະຮັບຜິດຊອບ ການລົງສໍາຫຼວດເກັບກໍາຂໍ້ມູນ, ວັດແທກ, ຊົດເຊີຍ ຄ່າຜົນລະປູກ ແລະ ສິ່ງປຸກສ້າງໃນເນື້ອທີ່ດິນຈະສະໜອງ ໃຫ້ນິຄົມອຸດສາຫະກໍາວຽງຈັນ ໂນນທອງ ໄລຍະ ທີ 2 ໃນ ຈໍານວນເນື້ອທີ່ດິນ 142 ຮຕ.
- ເຂົ້າຮ່ວມການຝຶກອົບຮົມກ່ຽວກັບວຽກງານປະເມີນ ຜົນທາງດ້ານລະບຽບກົດໝາຍຕໍ່ ການດໍາເນີນທຸລະ ກິດ ແລະ ຂັ້ນຕອນການສ້າງນິຕິກຳ.
- ເຂົ້າ ຮ່ວມ ກອງ ປະຊຸມ ປຶກສາ ຫາລື ກ່ຽວ ກັບ ການ ແກ້ ໄຂ ບັນຫາ ການ ດໍາ ເນີນ ທຸລະ ກິດຂອງ ບໍລິສັດ ພີເອັສສົ່ງ ເສີມກະສິກຳ ແລະ ອຸດສາຫະກໍາຄົບວົງຈອນຂາເຂົ້າ-ຂາອອກຈໍາກັດ ຜູ້ດຽວ.
II. ສັງເກດຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ.
1. ດ້ານດີ:
- ໄດ້ ຜັນ ຂະຫຍາຍມະຕິກອງ ປະຊຸມ ໃຫຍ່ຄັ້ງທີ X ຂອງສູນກາງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ VIII ແລະມະຕິ ກອງ ປະຊຸມ ໃຫຍ່ຄັ້ງ ທີIV ຂອງ ອົງຄະ ນະ ພັກ ກະຊວງ ອຸດສາຫະກໍາ ແລະການ ຄ້າ ເຂົ້າ ໃນວຽກງານອຸດສາຫະກໍາ ແລະ ການຄ້າ ໄດ້ຮັບປະສິດທິຜົນດີ ສົມຄວນ ດ້ວຍຄວາມຮັບຜິດຊອບສູງ.
- ໄດ້ມີບັນດານິຕິກໍາຕ່າງໆເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານງານດ້ານຕ່າງໆເປັນຕົ້ນແມ່ນກົດໝາຍ, ດໍາລັດ, ຄໍາສັ່ງ, ແຈ້ງການ, ບົດແນະນໍາທີ່ກ່ຽວຂ້ອງ ທີ່ລະອຽດຊັດເຈນ ແລະ ໄດ້ມີການເຜີຍແຜ່ໃນການຈັດຕັ້ງທີ່ທັນການເປັນແຕ່ລະໄລຍະ.
- ຄະນະນໍາກະຊວງ ຍາມໃດກໍ່ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາຢ່າງໃກ້ຊິດ ໂດຍສະເພາະແມ່ນວຽກປັບປຸງລະບຽບການ ແລະ ກົນໄກການຄຸ້ມຄອງຂະແໜງອຸດສາຫະກໍາປຸງແຕ່ງ, ການຄ້າ, ການບໍລິການ, ການພັດທະນາສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ການສົ່ງເສີມການຜະລິດເປັນສິນຄ້າ, ການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການດໍາເນີນທຸລະກິດ, ການສ້າງຄວາມອາດສາມາດໃຫ້ແກ່ພາກທຸລະກິດ ເພື່ອຮອງຮັບກັບການແຂ່ງຂັນທີ່ເພີ່ມຂຶ້ນໃນເງື່ອນໄຂຂອງການເຊື່ອມໂຍງເສດຖະກິດ ກັບພາກພື້ນ ແລະ ສາກົນ ເວົ້າລວມ, ເວົ້າສະເພາະກໍ່ແມ່ນກົນໄກຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ ເພື່ອແນໃສ່ຫຼຸດຜ່ອນບັນດາຂັ້ນຂອດຕ່າງໆ ໃນການນໍາເຂົ້າ ແລະ ສົ່ງອອກສິນຄ້າໃຫ້ມີຄວາມຕ້ອງການຂອງຕະຫລາດ ຕາມມາດຕະຖານຂອງສິນຄ້າເທື່ອລະກ້າວ.
2. ດ້ານອ່ອນ.
- ກົນໄກການປະສານສົມທົບກັບຂະແໜງການກ່ຽວຂ້ອງຈໍານວນໜຶ່ງ ເພື່ອປັບປຸງນິຕິກໍາ, ລະບຽບການ ແລະ ແກ້ໄຂບັນຫາ ຂອງພາກສ່ວນທຸລະກິດ ທີ່ພົວພັນກັບການນໍາເຂົ້າ ແລະ ສົ່ງອອກ ຍັງພົບບັນຫາ ແລະ ອຸປະສັກຫຼາຍຢ່າງ ເຮັດໃຫ້ການດໍາເນີນການມີຄວາມຊັກຊ້າແກ່ຍາວ ເນື່ອງຈາກວຽກງານການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກມີການພົວພັນກັບຫຼາຍພາກສ່ວນແລະ ຍັງບໍ່ທັນໄດ້ຮັບການຮ່ວມມື, ປະສານສົມທົບ, ເອື້ອອໍານວຍຄວາມສະດວກ ແລະ ມີຄວາມເປັນເອກະພາບ ກັບພາກສ່ວນທີ່ກ່ຽວຂ້ອງດັ່ງກ່າວໄດ້ດີເທົ່າທີ່ຄວນ.
- ການພັດທະນາສົ່ງເສີມການຜະລິດເປັນສິນຄ້າແລະ ການຜະລິດປຸງແຕ່ງກະສິກໍາເປັນສິນຄ້າ ສ່ວນຫລາຍຍັງບໍ່ທັນຜະລິດໄດ້ຕາມມາດຕະຖານ ກໍ່ຄືຄວາມຕ້ອງການຂອງຕະຫລາດ ຍ້ອນຍັງມີຫົວໜ່ວຍການຜະລິດຈໍານວນໜຶ່ງຍັງ ນໍາ ໃຊ້ ວິທະຍາສາດ - ເຕັກ ໂນ ໂລ ຊີແບບໃໝ່ໆ ເຂົ້າໃນຂະບວນການຜະລິດຍັງ ບໍ່ ທັນ ຫຼາຍທັງຂາດທຶນຮອນ, ຂາດບົດຮຽນປະສົບການ, ບໍ່ມີຄວາມກ້າຕັດສິນໃຈສູງ ແລະ ບໍ່ມີຄວາມຕັ້ງໃຈສຸມໃສ່ເຮັດການຜະລິດເປັນມືອາຊີບແທ້ໆ ແລະ ບາງຄັ້ງຍັງມີລັກສະນະເອື່ອຍອີງແຕ່ທາງພາກລັດຢູ່.
3. ຂໍ້ສະດວກ:
- ມີການພົວພັນ ແລະ ປະສານສົມທົບຢ່າງເປັນລະບົບຕໍ່ເນື່ອງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ.
- ໄດ້ຮັບການຮ່ວມມືເປັນຢ່າງດີ ກ່ຽວກັບ ການຈັດຕັ້ງປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນ ຈາກຂະແໜງການທີ່ກ່ຽວຂ້ອງ ທັງພາກລັດ ແລະ ພາກເອກະຊົນ.
- ໄດ້ຮັບການສະໜັບສະໜູນ ເປັນຢ່າງດີຈາກຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນຕ່າງໆ ເຂົ້າໃນຂະບວນການພັດທະນາ ຂະແໜງການຄ້າ ແລະ ພາກເອກະຊົນ ໃນແຕ່ລະໄລຍະ.
4. ຂໍ້ຫຍຸ້ງຍາກ:
- ການສະໜອງຂໍ້ມູນສະຖິຕິການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຍັງບໍ່ທັນຖືກຕ້ອງຊັດເຈນ ແລະ ເປັນລະບົບ, ຍ້ອນອີງໃສ່ຂໍ້ມູນຈາກກົມພາສີ, ກະຊວງການເງິນ ຊຶ່ງມີມູນຄ່າ ແລະ ຈໍານວນທີ່ແຕກຕ່າງ ກັນ ຫຼາຍ ພໍ ສົມຄວນ ຖ້າທຽບໃສ່ການລາຍງານຂໍ້ມູນສະຖິຕິ ຂອງປະເທດຄູ່ຄ້າ ແລະ ຈາກແຫຼ່ງຂໍ້ ມູນສາກົນ. ສາເຫດເນື່ອງມາຈາກລະບົບເກັບກໍາຂໍ້ມູນສະຖິຕິການນໍາເຂົ້າ-ສົ່ງອອກ ຂອງ ສປປ ລາວ ຍັງບໍ່ທັນຄວບຄຸມທຸກດ່ານໃນທົ່ວປະເທດ. ຂາດເຄື່ອງມືທີ່ທັນສະໄໝ ໃນການເກັບກໍາຕິດຕາມ ຄຸ້ມຄອງ ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການຕົວຈິງ, ເຮັດໃຫ້ພົບກັບຄວາມຫຍຸ້ງຍາກໃນການສັງລວມ, ວິເຄາະ, ວິໄຈ, ສະໜອງຂໍ້ມູນ ແລະ ການວາງແຜນນະໂຍບາຍ ກ່ຽວກັບການນໍາເຂົ້າ-ສົ່ງອອກ.
- ການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຍັງພົບບັນຫາຫຍຸ້ງຍາກ, ເນື່ອງຈາກວ່າປະເທດເພື່ອນບ້ານຍັງອອກມາດຕະການທີ່ບໍ່ແມ່ນພາສີ ເພື່ອກີດກັນການນໍາເຂົ້າ ແລະ ສົ່ງອອກສິນຄ້າຂອງລາວ.
- ການຂົນສົ່ງສິນຄ້າເພື່ອສົ່ງອອກໄປຕ່າງປະເທດຍັງພົບຄວາມຫຍຸ້ງຍາກ ໂດຍສະເພາະເຂດພາກເໜືອຂອງລາວ ເນື່ອງຈາກມີການຜູກຂາດ, ການດໍາເນີນເອກະສານສົ່ງອອກຂອງບໍລິສັດຢູ່ເຂດພາກເໜືອ.
- ການຈັດຕັ້ງປະຕິບັດ ງົບປະມານລົງທຶນຂອງລັດ ຍັງມີລັກສະນະຊັກຊ້າ, ບໍ່ທັນຕາມກໍານົດເວລາ ແລະ ການອະນຸມັດງົບປະມານຂ້ອນຂ້າງຈໍາກັດ ເຮັດໃຫ້ໜ້າວຽກທີ່ກໍາລັງຈັດຕັ້ງປະຕິບັດ ແລະ ຈະຖືກຈັດຕັ້ງປະຕິບັດ ບໍ່ໄດ້ຮັບ ໝາກຜົນເທົ່າທີ່ຄວນ.
- ການອໍານວຍຄວາມສະດວກດ້ານການຄ້າ ໃນການນໍາເຂົ້າສິນຄ້າຈາກ ສປປ ລາວ ເຂົ້າໄປ ສປ ຈີນ ເຖິງແມ່ນວ່າແລະສັນຍາການຄ້າຊາຍແດນແຕ່ກໍ່ຍັງມີພົບຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ໂດຍສະເພາະແມ່ນການກໍານົດມາດຕະຖານສິນຄ້າແລະລາຍການສິນຄ້າເພື່ອເຂົ້າເຖິງຕະຫຼາດຝ່າຍຈີນຍັງເປັນລັກສະນະລວມໆ.
5. ສິ່ງທ້າທາຍ:
- ການພັດທະນາດ້ານອຸດສາຫະກໍາປຸງແຕ່ງແລະການຄ້າເຫັນວ່າຄວາມ ຮັບ ຮູ້, ປະສົບການ, ບົດຮຽນ, ຄວາມເປັນເຈົ້າການ ແລະ ຄວາມເຂົ້າ ໃຈກ່ຽວ ກັບ ການ ຜະລິດ, ການ ປຸງ ແຕ່ງ ແລະຄວາມ ເອົາ ໃຈ ໃສ່ ປັບປຸງ ການ ຜະລິດ ໃຫ້ ໄດ້ ສິນຄ້າທີ່ມີມາດຕະຖານຂອງ ຜູ້ ປະກອບ ການແລະພະນັກງານກວດກາ, ຄຸ້ມຄອງຍັງມີໜ້ອຍ ເປັນຕົ້ນແມ່ນ: ມາດຕະຖານGMP, HACCP ແລະ ມາດຕະຖານອື່ນໆກໍ່ ຄື ການ ພັດທະນາ ຕະຫຼາດ ຕະຫລອດຮອດ ການ ເອົາ ໃຈ ໃສ່ ດ້ານ ການ ບໍລິ ໂພ ກຂອງ ປະຊາຊົນ ຍັງ ຕໍ່າ ເມື່ອ ທຽບ ກັບປະ ເທດ ເພື່ອ ບ້ານ ໃນ ຂົງ ເຂດ, ແຮງງານທີ່ມີຄວາມສາມາດມີຈໍານວນຈໍາກັດ, ກໍາລັງແຮງງານຕົ້ນຕໍແມ່ນຊາວກະສິກອນ, ລະດັບຄວາມຮູ້ທາງດ້ານເຕັກນິກວິຊາການຍັງບໍ່ທັນສູງ, ແຮງງານ-ນາຍຊ່າງທີ່ມີສີມືລະດັບຄວາມສາມາດຍັງຈໍາກັດຫຼາຍເຮັດໃຫ້ມີອຸປະສັກຕໍ່ການຄ້າ-ການລົງທຶນທັງພາຍໃນແລະຕ່າງປະເທດ.
- ການຄຸ້ມຄອງລາຄາສິນຄ້າ, ການຕິດປ້າຍລາຄາສິນຄ້າ ແລະ ການຕິດສະຫຼາກສິນຄ້າ ເປັນພາສາລາວບໍ່ທັນໄດ້ດີເທົ່າທີ່ຄວນ ຍ້ອນບໍ່ໄດ້ຮັບຄວາມຮ່ວມມື ຈາກບັນດາຫົວໜ່ວຍທຸລະກິດກໍ່ຄືຜູ້ປະກອບການ, ເຖິງແມ່ນວ່າໄດ້ມີ ການ ອອກ ນິຕິ ກໍາ ແລະນໍາໃຊ້ມາດຕະການສຶກສາອົບຮົມ ແລະ ເຮັດບົດບັນທຶກກ່າວເຕືອນມາແລ້ວກໍ່ຕາມ.
ແຫຼ່ງຂໍ້ມູນ: ພະແນກແຜນການພັດທະນາ, ກົມແຜນການ ແລະ ການຮ່ວມມື.
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.