ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດຖະນາຖາວອນ

ກະຊວງການເງິນ            ເລກທີ 03516/ກພສ
ກົມພາສີ          ນະຄອນຫຼວງວຽງຈັນ, ວັນທີ 31 ພຶດສະພາ 2017

ຄໍາແນະນໍາກົມພາສີ
ກ່ຽວກັບການປັບປຸງຂັ້ນຕອນການດໍາເນີນເອກະສານພາຍໃນກົມພາສີໃນການສະເໜີພິຈາລະນາແຜນນໍາເຂົ້າ
(Master List) ຂອງໂຄງການລົງທຶນ ແລະ ການອອກໜັງສືລັດຖະການເພື່ອນໍາເຂົ້າວັດຖຸ, ອຸປະກອນ ແລະ ຍານພະຫະນະຂອງບັນດາອົງການຈັດຕັ້ງສາກົນ, ສະຖານທູດ ແລະ ໂຄງການຊ່ວຍເຫຼືອລ້າເພື່ອເປັນການພັດທະນາ (ODA)

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບປັບປຸງເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ສະບັບປັບປຸງຕາມມາດຕາ ເລກທີ 57/ສພຊ, ລົງວັນທີ 24 ທັນວາ 2014.
  • ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງການເງິນ ສະບັບເລກທີ 1765/ກງ, ລົງວັນທີ 03 ມີຖຸນາ 2015 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ນໄຫວຂອງກົມພາສີ.
  • ອີງຕາມ ການຕົກລົງເຫັນດີເປັນເອກະພາບຂອງຄະນະນໍາກົມພາສີ ຄັ້ງວັນທີ 30/5/2017.
  • ອີງຕາມ ການຕົກລົງເຫັນດີເປັນເອກະພາບຂອງກອງປະຊຸ່ມຄະນະພັກຮາກຖານກົມພາສີ ຄັ້ງວັນທີ31/5/2017.

ເພື່ອຫຼຸດຜ່ອນຂັ້ນຕອນໃນການດຳເນີນເອກະສານພາຍໃນກົມພາສີກ່ຽວກັບການສະເໜີພິຈາລະນາກ່ຽວກັບແຜ່ນນຳເຂົ້າ (Master List) ຂອງໂຄງການລົງທຶນ ແລະ ການອອກໜັງສືໃຫ້ລັດຖະບານ ເພື່ຶອນຳເຂົ້າວັດຖຸອຸປະກອນ ແລະ ຍານພາຫະນະ ຂອງບັນດາອົງການຈັດຕັ້ງສາກົນ, ສະຖານທູດ ແລະ ໂຄງການຊ່ວຍເຫຼືອລ້າເພື່ອການພັດທະນາ (ODA) ໃຫ້ໄດ້ຮັບຄວາມສະດວກວ່ອງໄວ.

              ຫົວຫນ້າກົມພາສີ ອອກແຈ້ງການ ດັ່ງນີ້:

  1. ຂັ້ນຕອນຮັບເອກະສານ
    1. 1. ການຄົ້ນຄວ້າແຜນນຳເຂົ້າ (Master List) ຂອງໂຄງການລົງທຶນ ແລະ ການອອກໜັງສືລັດຖະການເພື່ອນຳເຂົ້າວັດຖຸ, ອຸປະກອນ ແລະ ຍານພາຫະນະ ຂອງບັນດາອົງການຈັດຕັ້ງ ສາກົນ,ສະຖານທູດ ແລະ ໂຄງການຊ່ວຍເຫຼືອລ້າ ເພືື່ອການພັດທະນາ (ODA) ແມ່ນມອບໃຫ້ພະແນກຄຸ້ມຄອງການຍົກເວັ້ນ ແລະ ງົດເກັບພາສີ (ຄຍງ) ດຳເນີນການກວດກາເອກະສານ ໃຫ້ຖືກຕ້ອງ ແລະ ຄົບຖ້ວນຕາມລະບຽບການໄດ້ກຳນົດ, ຖ້າຖືກຕ້ອງຄົບຖ້ວນແລ້ວແມ່ນໃຫ້ຢັ້ງຢືນຄວາມຖືກຕ້ອງ ໃສ່ໃບສະເໜີ ຈາກນັ້ນໃຫ້ພະນັກງານ ຄຍງ ນຳສົ່ງເອກະສານທີ່ໄດ້ຜ່ານການກວດກາແລ້ວໃຫ້ພັດທະນາບຸກຄະລາກອນ (ຈບພ) ເພື່ອລົງຂໍ້ມູນຕິດຕາມ ເອກະສານໃສ່ລະບົບ E-office ແລະ ອອກໃບຕິດຕາມເອກະສານ ໃຫ້ຜູ້ມາພົວພັນວຽກງານ

ໃນກໍລະນີ້ເອກະສານ ຫາກບໍ່ຖືກຕ້ອງ ແລະ ຄົບຖ້ວນ ແມ່ນໃຫ້ແນະນໍາ, ອະທິບາຍຊີ້ແຈ້ງໃຫ້ຜູ້ມາພົວພັນວຽກງານຊາບ ແລະ ນຳເອກະສານກັບຄືນໄປປະກອບໃຫ້ຖືກຕ້ອງຄົບຖ້ວນຕາມລະບຽບການ.

  1. ຂັ້ນຕອນການດຳເນີນເອກະສານພາຍໃນກົມພາສີ
    1. 1. ການຄົ້ນຄວ້າອອກໜັງສືລັດຖະການ ແລະ ເອກະສານການນຳເຂົ້າຊົ່ວຄາວ:

ພາຍຫຼັງທີພະແນກ ຄຍງ ໄດ້ກວດກາ ແລະ ຮັບໜັງສືສະເໜີ ຂໍນຳເຂົ້າຍົກເວັ້ນ,ງົດເກັບ ແລະ ຫຼຸດຜ່ອນພາສີ ຊຶ່ງໄດ້ຕິດຄັດເອກະສານອານຸມັດ ເປັນຕົ້ນ: ຂໍ້ຕົກລົງການຊວງການເງິນອະນຸມັດແຜ່ນນຳເຂົ້າ;ອະນຸຍາດຂອງຂະແໜງການກ່ຽວຂ້ອງ ແລະ ເອກະສານປະກອບອື່ນໆຕ້ອງໄດ້ຄົ້ນຄວ້າຮ່າງໜັງສືລັດຖະການ ຫຼື ໜັງສືຄ້ຳປະກັນການນຳເຂົ້າຊົ່ວຄາວ ເພື່ອນຳສະເໜີຫົວໜ້າກົມພາສີ ຫຼື ຄະນະກົມພາສີຜູ້ຊີ້ນຳ ພິຈາລະນາລົງລາຍເຊັນ. ຂັ້ນຕອນການດຳເນີນເອກະສານດັ່ງກ່າວແມ່ນໃຫ້ສຳເລັດ ບໍ່ໃຫ້ເກີນພາຍໃນ 05 ລັດຖະການ.

  1. 2. ຄົ້ນຄວ້າເອກະສານ ສະເໜີຂໍ້ນຳແຜນເຂົ້າ ຂອງໂຄງການລົງທຶນ:

ພາຍຫຼັງທີພະແນກ ຄຍງ ໄດ້ກວດກາ ແລະ ຮັບໜັງສືຂໍສະເໜີ ຂໍຮັບເອົາແຜນນຳເຂົ້າປະຈຳປີຂອງໂຄງການລົງທຶນ ຕ້ອງໄດ້ຄົ້ນຄວ້າ ບັນດາລາຍການວັດຖຸອຸປະກອນ, ອາໄຫຼ່, ກົນຈັກ ແລະ ອື່ນໆໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການພາສີ ແລະ ຂະແໜງລົງທຶນ ແລ້ວສັງລວມລາຍງານສະເໜີທັດສະນະວິຊາການໃນການແກ້ໄຂໂດຍສັງເຂບ ພ້ອມທັງຄັດຕິດ ບົດວິພາກເສດຖະກິດ,ໃບຖະບຽນດຳເນີນທຸລະກິດ ແລະ ອື່ນໆທີ່ກ່ຽວຂ້ອງ, ຮ່າງບົດລາຍງານກົມພາສີຫາກະຊ່ວງການເງິນ ແລະ ຮ່າງຂໍ້ຕົກລົງກະຊວງການເງິນກ່ຽວກັບການອະນຸມັດແຜນນຳເຂົ້າ ເພື່ຶອສະເໜີຫົວໜ້າກົມພາສີ ຫຼື ຄະນະກົມພາສີຜູ້ຊີ້ນຳ ພິຈາລະນາລົງລາຍເຊັນ.ຂັ້ນຕອນການດຳເນີນເອກະສານດັ່ງກ່າວ ແມ່ນໃຫ້ສຳເລັດ ບໍ່ເກີນພາຍໃນ 07 ວັນລັດຖະການ ຕ້ອງໄດ້ລາຍງານກະຊວງການເງິນ

ໃນກໍລະນີການສະເໜີຂໍແຜນນໍາເຂົ້າວັດຖຸອຸປະກອນ, ອາໄຫຼ່, ກົນຈັກ ແລະ ອື່ນໆ, ຂອງບັນດາໂຄງການລົງທຶນທີເຫັນວ່າມີຄວາມສ່ຽງໃຫ້ສະເໜີຕໍ່ຫົວໜ້າກົມພາສີ ຫຼື ຄະນະກົມພາສີຜູ້ຊີ້ນຳ ເພື່ອຈັດກອງປະຊຸມກັບພາກສ່ວນກ່ຽວຂ້ອງ ໃນການຄົ້ນຄວ້າ ແລະ ຕົກລົງເປັນເອກະພາບກ່ອນຈະດຳເເນີນຂັ້ນຕອນສະເໜີຫາກະຊວງການເງິນພິຈາລະນາຕາມລະບຽບການ. ຂັ້ນຕອນດຳເນີນເອກະສານດັ່ງກ່າວ ແມ່ນໃຫ້ສຳເລັດ ບໍ່ເກີນພາຍໃນ 10 ວັນລັດຖະການ ຕ້ອງໄດ້ລາຍງານກະຊວງການເງິນ.

  1. ການຕິດຕາມເອກະສານ ທີ່ສົ່ງໄປກະຊວງການເງິນ:
    1. 1. ເອກະສານທີ່ກົມພາສີໄດ້ລາຍງານຫາກະຊວງການເງິນ ເພື່ອພິຈາລະນາກ່ຽວກັບການສະເໜີຂໍຮັບຮອງແຜນນຳເຂົ້າປະຈຳປີ ໃນກໍລະນີທີກະຊວງການເງິນມອບໃຫ້ກົມພາສີຄົ້ນຄວ້າ ແລະ ປັບປຸງຕື່ມ, ໜ່ວຍງານຄຸ້ມຄອງເອກະສານ ຂາເຂົ້າ-ຂາອອກ ຂອງພະແນກ ຈບພ ຕ້ອງນຳສົ່ງເອກະສານຊຸດດັ່ງກ່າວໃຫ້ ຫົວໜ້າກົມພາສີ ຫຼື ຄະນະກົມພາສີຜູ້ຊີ້ນຳ ເພື່ອມີຄຳເຫັນຊີ້ນຳພະແນກ ຄຍງ ໃນການປັບປຸງຕາມທິດຊີ້ນຳ. ໄລຍະເວລາ ໃນການຄົ້ນຄວ້າປັບປຸງ ບໍ່ໃຫ້ເກີນພາຍໃນກຳນົດ 05 ວັນລັດຖະການ ຕ້ອງໄດ້ລາຍງານກະຊວງການເງິນຄືນ.
    2. 2. ໃນກໍລະນີກະຊວງການເງິນໄດ້ອະນຸມັດອອກຂໍ້ຕົກລົງແຜນນຳເຂົ້າ, ໜ່ວຍງານຄຸ້ມຄອງເອກະສານ ຂາເຂົ້າ-ຂາອອກ ພະແນກ ຈບພ ຕ້ອງລົງຂໍ້ມູນໃສ່ໃນລະບົບ E-Office ແລ້ວນຳສົ່ງໃຫ້ພະແນກ ຄຍງ ຮ່າງສະໂນດນຳສົ່ງແຜນນຳເຂົ້າ ເຊິ່ງຂະແໜງການກ່ຽວຂ້ອງ ແລະ ເຈົ້າຂອງວິສາຫະກິດລົງທຶນ ເພື່ອສະເໜີຫົວໜ້າກົມພາສີ ຫຼື ຄະນະກົມພາສີຜູ້ຊີ້ນຳ ເຊັນຢັ້ງຢືນ. ຂັ້ນຕອນດັ່ງກ່າວໃຫ້ດຳເນີນການ ສຳເລັດພາຍໃນກຳນົດ 03 ວັນລັດຖະການ.
  2. ຄວາມຮັບຜິດຊອບຂອງພະແນກການກົມພາສີ
    1. 1. ພະແນກຈັດຕັ້ງ, ບໍລິຫານ ແລະ ພັດທະນາບຸກຄະລາກອນ (ໜ່ວຍງານຄຸ້ມຄອງເອກະສານ ຂາເຂົ້າ-ຂາອອກ) ມີໜ້າທີ່:

- ຕິດຕາມ, ສັງລວມບັນດາເອກະສານຂາເຂົ້າ-ຂາອອກຂອງກົມພາສີ ໂດຍນຳໃຊ້ລະບົບ   E-Office;
- ປະສານ-ຕິດຕໍ່ກັບຜູ້ມາພົວພັນວຽກງານກ່ຽວກັບເອກະສານ;
- ຕິດຕາມເອກະສານບົດລາຍງານກົມພາສີທີ່ສົ່ງຫາກະຊວງການເງິນ;
- ແຈກຢາຍນຳສົ່ງເອກະສານ ຂໍ້ຕົກລົງທີກະຊວງການເງິນ ກ່ຽວກັບແຜນນຳເຂົ້າ, ສະໂນດນຳສົ່ງໃຫ້ພະແນກການກົມພາສີ ແລະ ຂະແໜງການທີກ່ຽວຂ້ອງ.

  1. 2. ພະແນກຄຸ້ມຄອງການຍົກເວັ້ນ ແລະ ງົດເກັບພາສີ ມີໜ້າທີຄື:

- ແຕ່ງຕັ້ງພະນັກງານຜູ້ຮັບຜິດຊອບໃນການກວດກາເອກະສານ ແລະ ໃຫ້ຄຳແນະນຳ, ອະທິບາຍຊີ້ແຈງຕໍ່ຜູ້ມາພົວພັນວຽກງານກ່ຽວກັບລະບຽບການ ການປະກອບເອກະສານ;
- ຄົ້ນຄວ້າ, ຮ່າງໜັງສືລັດຖະການ, ຮ່າງບົດລາຍງານກົມພາສີ, ຮ່າງຂໍ້ຕົກລົງຂອງກະຊວງການເງິນ ເພື່ອນຳສະເໜີຫົວໜ້າກົມພາສີ ຫຼື ຄະນະກົມພາສີຜູ້ຊີ້ນຳເພື່ຶອພິຈາລະນາ;
- ປະສານພົວພັນກັບຂະແໜງການກ່ຽວຂ້ອງ ເພື່ອກະກຽມດຳເນີນກອງປະຊຸມຄົ້ນຄວ້າແຜນນຳເຂົ້າຕາມລະບຽບການ;
- ເອົາໃຈໃສ່ປະຕິບົດລະບອບວຽກງານຂໍທິດຊີ້ນຳຈາກລະບອບກົມພາສີໃນເວລາພົບຂໍ້ຫຍຸ້ງຍາກໃນເວລາຈັດຕັ້ງປະຕິບັດວຽກງານ ວິຊາສະເພາະ ເພື່ອແກ້ໄຂໃຫ້ທັນກັບສະພາບການ.
- ຕິດປ້າຍແນະນຳບັນດາເອກະສານປະກອບໃນການສະເໜີນຳເຂົ້າຍົກເວັ້ນ, ງົດເກັບ, ຫຼຸດຜ່ອນ ແລະ ສະເໜີແຜນນຳເຂົ້າປະຈຳປີ ຂອງແຜນການລົງທຶນ.

  1. ມອບໃຫ້ພະແນກ ຈບພ, ພະແນກ ຄຍງ ແລະ ພະແນກການອ້ອມຂ້າງກົມພາສີ ຈົ່ງຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຄຳແນະນຳສະບັບນີ້ໃຫ້ໄດ້ຜົນຕາມຄາດໝາຍ.
  2. ແຈ້ງການສະບັບນີ້ ຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ມອບໃຫ້ພະແນກກ່ຽວຂ້ອງເລີ່ມຈັດຕັ້ງປະຕິບັດນັບແຕ່ ວັນທີ 01 ມິຖຸນາ 2017 ເປັນຕົ້ນໄປ.

             ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ

ຮັກສາການຫົວໜ້າກົມພາສີ
ບຸນປະເສີດ ສີກຸນລະບຸດ

 

# ຫົວຂໍ້ ດາວໂຫຼດ
1 Instruction on the Procedure of Issuance of Official Letter for Importing Materials, Equipments and Vehicles of International Organizations, Embassy and Official Development Assistance (ODA) No. 03516/CD, dated 31 May 2017 PDF
2 ຄຳແນະນຳ ກ່ຽວກັບຂັ້ນຕອນການພິຈາລະນາອອກໜັງສືລັດຖະການ ເພື່ອນຳເຂົ້າວັດຖຸ, ອຸປະກອນ ແລະ ຍານພະຫະນະ ຂອງບັນດາອົງການຈັດຕັ້ງສາກົນ, ສະຖານທູດ ແລະ ໂຄງການຊ່ວຍເຫຼືອລ້າ ເລກທີ 03516/ກພສ, ລົງວັນທີ 31 ພຶດສະພາ 2017 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.