ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດຖະນາຖາວອນ

ກະຊວງການເງິນ                 ເລກທີ 0420/ກງ
ນະຄອນຫຼວງວຽງຈັນ,ວັນທີ 14 ກຸມພາ 2018

ແຈ້ງການ

    ເຖິງ: ບັນດາກະຊວງ, ອົງການລັດ, ແຂວງ, ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງ.

    ເລື່ອງ: ຂັ້ນຕອນການດໍາເນີນເອກະສານຂໍອະນຸມັດນໍາເຂົ້າສິນຄ້າເຄື່ອງຂອງ ແລະ ຍົກເວັ້ນພາສີ-ອາກອນ ນໍາເຂົ້າສໍາລັບໂຄງການທີ່ໃຊ້ທຶນກູຢືມ ແລະ ຊ່ວຍເຫຼືອລ້າຈາກຕ່າງປະເທດ.

- ອີງຕາມດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ ສະບັບເລກທີ 144/ນຍ, ລົງວັນທີ 8 ພຶດສະພາ 2017.

- ອີງຕາມກົດໝາຍພາສີ ສະບັບປັບປຸງ ເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011.

- ອີງຕາມກົດໝາຍຊ່ວຍສາອາກອນ ສະບັບປັບປຸງ ເລກທີ 70/ສພຊ, ລົງວັນທີ 15 ທັນວາ 2015.

- ອີງຕາມບົດບັນທຶກການມອບໂອນວຽກຢັ້ງຢືນການຍົກເວັ້ນພາສີ-ອາກອນ ສໍາລັບໂຄງການ/ແຜນງານ ທີ່ນໍາໃຊ້ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ ລະຫວ່າງການເງິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ ແລະ ກົມພາສີ ສະບັບລົງວັນທີ 2 ກຸມພາ 2018

      ເພື່ອຫຼຸດຜ່ອນຂັ້ນຕອນທີ່ຊັບຊ້ອນໃນການດໍາເນີນເອກະສານພາຍໃນກະຊວງການເງິນ ແລະ ເປັນການອໍານວຍຄວາມສະດວກໃນການເດີນເອກະສານຂໍອະນຸມັດນໍາເຂົ້າສິນຄ້າເຄື່ອງຂອງ ແລະ ຍັກເວັ້ນພາສີ-ອາກອນນໍາເຂົ້າ ວັດຖຸ-ອຸປະກອນ, ເຄື່ອງມື, ພາຫະນະ, ແລະ ອື່ນໆ ແບບຊົ່ວຄາວ ແລະ ຖາວອນ ສໍາລັບບັນດາໂຄງການ/ແຜນການ ທີ່ນໍາໃຊ້ທຶນກູຢືມ ແລະ ຊ່ວຍເຫຼືອລ້າຈາກຕ່າງປະເທດ, ກະຊວງການເງິນ ຈຶ່ງຂໍແຈ້ງມາຍັງບັນດາກະຊວງ, ອົງການລັດ, ແຂວງ, ນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງຊາບດັ່ງນີ້:

1. ໂຄງການ ແລະ ແຜນງານ ທີ່ນຳໃຊ້ທຶນຊ່ວຍເຫຼືອທາງການພັດທະນາ (ຊກພ): ທຶນ ຊກພ ປະກອບມີ ທຶນກູ້ຢືມເງື່ອນໄຂຜ່ອນຜັນ ແລະ ທຶນຊ່ວຍເຫຼືອລ້າໃຫ້ແກ່ ສປປ ລາວ ສໍາລັບການຈັດຕັ້ງປະຕິບັດໂຄງການ/ແຜນການ ຫຼື ດຸນງົບປະມານ ແລະ ທຶນຊ່ວຍເຫຼືອລ້າດ້ານວິຊາການ, ການຊ່ວຍເຫຼືອເປັນຄັ້ງຄາວດ້ານວັດຖຸ, ການຊ່ວຍເຫຼືອດ້ານມະນຸດສະທໍາ ແລະ ການຊ່ວຍເຫຼືອສຸກເສີນຕ່າງໆ ຈາກບັນດາສະຖາບັນການເງິນສາກົນ, ອົງການຈັດຕັ້ງສາກົນ ຫຼື ບັນດາປະເທດ ໃນຂອບເຂດການຮ່ວມມືຫຼາຍຝ່າຍ ຫຼື ສອງຝ່າຍ, ທີ່ມີເປົ້າໝາຍສໍາລັບການພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ແລະ ລົບລ້າງຄວາມທຸກຍາກ, ແມ່ນປະຕິບັດດັ່ງນີ້:

ກ). ກົມການເງິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ ສືບຕໍ່ເປັນຜູ້ຄົ້ນຄວ້າສະເໜີການຂໍອະນຸມັດນໍາເຂົ້າ ແລະ ສະເໜີຍົກເວັ້ນພາສີ-ອາກອນ ຕໍ່ລັດຖະມົນຕີກະຊວງການເງິນ, ຕາມການມອບໂອນຈາກກະຊວງແຜນການ ແລະ ການລົງທຶນ ໃນການແຈ້ງການສະບັບເລກທີ 1881/ຜທ.ຮມສ.02, ລົງວັນທີ 11 ສິງຫາ 2016 ແລະ ຕາມທີ່ກໍານົດໃນເອກະສານ ດັ່ງລຸ່ມນີ້:

- ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍລະບຽບການຄຸ້ມຄອງການເງິນສໍາລັບທຶນ ຊກພ ສະບັບເລກທີ 2695/ກງ, ລົງວັນທີ 1 ພະຈິກ 2010.

- ຄໍາແນະນໍາຂອງລັດຖະມົນຕີ ວ່າດ້ວຍການປະຕິບັດນະໂຍບາຍພາສີ-ອາກອນ ສໍາລັບການນໍາເຂົ້າວັດຖຸ, ອຸປະກອນ ແລະ ພາຫະນະຕ່າງຂອງແຜນງານ/ໂຄງການ ທີ່ນໍາໃຊ້ທຶນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກຕ່າງປະເທດ ສະບັບເລກທີ 2560/ກງ, ລົງວັນທີ 9 ສິງຫາ 2016.

ຂ). ພາຍຫຼັງລັດຖະມົນຕີກະຊວງການເງິນອອກຂໍ້ຕົກລົງອະນຸມັດການນໍາເຂົ້າ, ຈະບໍ່ມີການຢັ້ງຢືນການນໍາເຂົ້າ ແລະ ແຫຼ່ງທຶນຄືນອີກ. ມອບໃຫ້ກົມພາສີ ເປັນຜູ້ດໍາເນີນການຄຸ້ມຄອງການນໍາເຂົ້າສິນຄ້າເຄື່ອງຂອງດັ່ງກ່າວ ແລະ ຕັດແຜນການນໍາເຂົ້າຕົວຈິງ ຕາມການອະນຸມັດໃນຂໍ້ຕົກລົງຂອງລັດຖະມົນຕີ. ຈາກນັ້ນ, ໃຫ້ສະຫຼຸບລາຍງານການນໍາເຂົ້າສິນຄ້າເຄື່ອງຂອງດັ່ງກ່າວໃຫ້ ການນໍາກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງຕາມລະພາລະບົດບາດທີ່ໄດ້ກໍານົດ ເພື່ຶຮັບຊາບໃນແຕ່ລະໄລຍະ.

2. ສໍາລັບການຊ່ວຍເຫຼືອສະເພາະ ລະຫວ່າງບຸກຄົນ ຫຼື ນິຕິບຸກຄົນ ແລະ ການຊ່ວຍເຫຼືອທີ່ບໍ່ແນ່ນອນຢູ່ໃນຂໍ້ 1 ຂ້າງເທິງ ແມ່ນໃຫ້ສະເໜີກົມພາສີ ພິຈາລະນາດໍາເນີນໂດຍກົງ ຕາມລະບຽບການ ແລະ ຂັ້ນຕອນທີ່ໄດ້ກໍານົດ.

    ດັ່ງນັ້ນ, ຈຶ່ງແຈ້ງມາຍັງ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນິ້ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ເຊັນແທນລັດຖະມົນຕີກະຊວງການເງິນ
ຮອງລັດຖະມົນຕີກະຊວງການເງິນ

ບຸນໂຈມ ອຸບົນປະເສີດ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?