ອີງຕາມຄຳແນະນຳກ່ຽວກັບການປັບປຸງຂັ້ນຕອນການດຳເນີນເອກະສານພາຍໃນກົມພາສີການສະເໜີພິຈາລະນາແຜນນຳເຂົ້າ (Master List) ຂອງໂຄງການລົງທຶນ ແລະ ການອອກໜັງສືລັດຖະການ ເພື່ອນຳເຂົ້າວັດຖຸ, ອຸປະກອນ ແລະ ຍານພະຫະນະ ຂອງບັນດາອົງການຈັດຕັ້ງສາກົນ, ສະຖານທູດ ແລະ ໂຄງການຊ່ວຍເຫຼືອລ້າ ເລກທີ 03516/ກພສ, ​ລົງວັນທີ 31 ພຶດສະພາ 2017 ພະແນກການຄຸ້ມຄອງການຍົກເວັ້ນ ແລະ ງົດເກັບພາສີ (ຄຍງ) ເປັນຜູ້ຮັບເອກະສານ ແລະ ດຳເນີນການກວດກາເອກະສານໃຫ້ຖືກຕ້ອງ ແລະ ຄົບຖ້ວນຕາມລະບຽບການໄດ້ກຳນົດ. ຫຼັງຈາກເອກະສານຖືກຕ້ອງຄົບຖ້ວນແລ້ວ, ຄຍງ ນຳສົ່ງເອກະສານໃຫ້ໜ່ວຍງານຄຸ້ມຄອງເອກະສານ ເພື່ອລົງຂໍ້ມູນຕິດຕາມເອກະສານໃສ່ລະບົບ E-office ແລະ ອອກໃບຕິດຕາມເອກະສານໃຫ້ຜູ້ມາພົວພັນວຽກ. ຂັ້ນຕອນການດຳເນີນເອກະສານພາຍໃນກົມພາສີ ມີດັ່ງນີ້:
1. ການຄົ້ນຄ້ວາອອກໜັງສືລັດຖະການ ແລະ ເອກະສານການນຳເຂົ້າຊົ່ວຄາວ:
ພາຍຫຼັງກວດກາເອກະສານ, ຄຍງ ໄດ້ຄັດຕິດເອກະສານອະນຸມັດ ເປັນຕົ້ນ: ຂໍ້ຕົກລົງກະຊວງການເງິນອະນຸມັດແຜນນຳເຂົ້າ, ອະນຸຍາດຂອງຂະແໜງການທີ່ກ່ຽວຂ້ອງ ແລະ ເອກະສານປະກອບອື່ນໆ, ຮ່າງໜັງສືລັດຖະການ ຫຼື ໜັງສືຄຳ້ປະກັນການນຳເຂົ້າຊົ່ວຄາວ ເພື່ອນຳສະເໜີຫົວໜ້າກົມພາສີ ເພື່ອພິຈາລະນາລົງລາຍເຊັນ. ຂັ້ນຕອນການດຳເນີນເອກະສານດັ່ງກ່າວແມ່ນໃຫ້ສຳເລັດ ບໍ່ເກີນພາຍໃນ 05 ວັນລັດຖະການ.

2. ການຄົ້ນຄ້ວາເອກະສານສະເໜີຂໍແຜນນຳເຂົ້າຂອງໂຄງການລົງທຶນ:
ພາຍຫຼັງຮັບໜັງສືສະເໜີຂໍຮັບຮອງແຜນນຳເຂົ້າປະຈຳປີຂອງໂຄງການລົງທຶນ,​ ຄຍງ ຕ້ອງໄດ້ຄົ້ນຄ້ວາບັນດາລາຍການ ວັດຖຸອຸປະກອນ, ອາໄຫຼ່, ກົນຈັກ ແລະ ອື່ນໆ ໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການພາສີ ແລ້ວສັງລວມລາຍງານສະເໜີທັດສະນະວິຊາການໃນການແກ້ໄຂໂດຍສັງເຂບ ພ້ອມທັງຄັດຕິດ ບົດວິພາກເສດຖະກິດ, ໃບທະບຽນດຳເນີນທຸລະກິດ ແລະ ອື່ນໆທີ່ກ່ຽວຂ້ອງ, ຮ່າງບົດລາຍງານກົມພາສີຫາກະຊວງການເງິນ ແລະ ຮ່າງຂໍ້ຕົກລົງກະຊວງການເງິນກ່ຽວກັບການອະນຸມັດແຜນນຳເຂົ້າ ເພື່ອນຳສະເໜີຫົວໜ້າກົມພາສີ ເພື່ອພິຈາລະນາລົງລາຍເຊັນ. ຂັ້ນຕອນການດຳເນີນເອກະສານດັ່ງກ່າວແມ່ນໃຫ້ສຳເລັດ ບໍ່ເກີນພາຍໃນ 07 ວັນລັດຖະການ ຕ້ອງໄດ້ລາຍງານໃຫ້ ກະຊວງການເງິນ.

ສອບຖາມຂໍ້ມູນເພີ່ມເຕີມ, ກະລຸນາພົວພັນຫາ ກົມພາສີ, ກະຊວງການເງິນ
ໂທ: (856 21) 213810, 223520, 2235224
 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.