ການປະຕິບັດນະໂຍບາຍພາສີ-ອາກອນ, ຂັ້ນຕອນ ແລະ ວິທີການອະນຸມັດ ສຳລັບການນຳເຂົ້າສິນຄ້າເຄື່ອງຂອງຕ່າງໆຂອງແຜນງານ/ໂຄງການ ທີ່ນຳໃຊ້ທຶນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກຕ່າງປະເທດ ແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາກະຊວງ/ຂະແໜງການ ແລະ ທ້ອງຖິ່ນ ສາມາດຈັດຕັ້ງປະຕິບັດແຜນງານ/ໂຄງການ ໄດ້ຢ່າງຄ່ອງຕົວ, ນຳໃຊ້ທຶນຮອນຢ່າງປະຢັດ ແລະ ມີປະສິດທິຜົນ, ຮັບປະກັນການນຳເຂົ້າ ມີຄວາມໂປ່ງໃສ ແລະ ກວດສອບໄດ້. ໂດຍມອບໃຫ້ກົມການເງິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ ສືບຕໍ່ເປັນຜູ້ຄົ້ນຄວ້າສະເໜີການຂໍອະນຸມັດນຳເຂົ້າ ແລະ ສະເໜີຍົກເວັ້ນພາສີ-ອາກອນຕໍ່ລັດຖະມົນຕີກະຊວງການເງິນ. ກົມພາສີເປັນຜູ້ດຳເນີນການຄຸ້ມຄອງການນຳເຂົ້າສິນຄ້າເຄື່ອງຂອງດັ່ງກ່າວ ແລະ ຕັດແຜນການນຳເຂົ້າຕົວຈິງ ຕາມການອະນຸມັດໃນຂໍ້ຕົກລົງຂອງລັດຖະມົນຕີ.

ແຈ້ງການສະບັບນີ້ມີຜົນສັກສິດເລີ່ມແຕ່ວັນທີ 14 ກຸມພາ 2018 ເປັນຕົ້ນໄປ.

ຄລິກເພື່ອເບິ່ງແຈ້ງການສະບັບເຕັມ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.