I. ທິດທາງແຜນການພັດທະນາດ້ານອຸດສາຫະກໍາປຸງແຕ່ງ ແລະ ການຄ້າປະຈໍາປີ  2018.

1. ຕົວເລກຄາດໝາຍສູ້ຊົນໃນປີ 2018:

  • ຄາດຄະເນການຈັດຕັ້ງປະຕິບັດ ມູນຄ່າການນໍາເຂົ້າ ແລະ ສົ່ງອອກບັນລຸໄດ້9,993 ລ້ານໂດລາສະຫະລັດ.  ໃນນີ້:

ການສົ່ງອອກເທົ່າກັບUS$5,015 ລ້ານ ແລະ ການນໍາເຂົ້າເທົ່າກັບUS$4,978 ລ້ານ.

  • ສູ້ຊົນ ໃຫ້ມູນ ຄ່າ ການ ຜະລິດ ອຸດສາຫະກໍາ ປຸງ ແຕ່ງ ແລະ ຫັດຖະ ກໍາ ໃຫ້ ບັນລຸ9,614.90 ຕື້ ກີບ.
  • ຄາດຄະເນມູນຄ່າຈໍລະຈອນ (ຂາຍຍົກ-ຂາຍຍ່ອຍ ແລະ ຄ່າ ບໍລິການ)  ໃຫ້ບັນລຸ 57,386 ຕື້ກີບ.

2. ບັນດາແຜນວຽກຈຸດສຸມຕາມ 3 ແຜນງານ ເພື່ອບັນລຸຄາດໝາຍ ໃນປີ 2018:

2.1. ວຽກເຊື່ອມໂຍງເສດຖະກິດ ກັບ ພາກພື້ນ ແລະ ສາກົນ:

- ສືບຕໍ່ເປັນເຈົ້າການຈັດຕັ້ງປະຕິບັດວຽກງານເຈລະຈາການຄ້າສອງຝ່າຍ. ໃນນີ້, ສຸມໃສ່ການສຶກສາຜົນປະໂຫຍດ ແລະ ສິ່ງທ້າທາຍໃນການສ້າງສັນຍາການຄ້າຊາຍແດນ ແລະ ສິນຄ້າຜ່ານແດນ ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ ແລະ ການທົບທວນຄືນການຈັດຕັ້ງປະຕິບັດລະບົບສິດທິພິເສດຂອງອີຢູໃນໄລຍະຜ່ານມາເພື່ອເປັນບ່ອນອີງໃຫ້ແກ່ການເຈລະຈາໃນຕໍ່ໜ້າ.     
- ສືບຕໍ່ເປັນເຈົ້າການຈັດຕັ້ງປະຕິບັດວຽກງານເຈລະຈາການຄ້າໃນຂອບອາຊຽນ ແລະ ອາຊຽນ-ຄູ່ເຈລະຈາ. ໃນນີ້, ສຸມໃສ່ສຳເລັດການເຈລະຈາໃນຂອບ RCEP(Regional Comprehensive Economic Partnership), ເປັນເຈົ້າການຈັດຕັ້ງປະຕິບັດບັນດາແຜນວຽກ CLMV ໃນຂອບອາຊຽນ, ສະຫຼຸບແຜນວຽກຍຸດທະສາດຂອງ ສປປ ລາວ ເພື່ອຈັດຕັ້ງປະຕິບັດ AEC 2017 ແລະ ຂຶ້ນແຜນສໍາລັບປີ 2018-2019, ການເຈລະຈາໃນຂອບການຄ້າດ້ານສິນຄ້າແລະ ກອງປະຊຸມກ່ຽວຂຶ້ນອື່ນໆ.
 - ສືບຕໍ່ເປັນເຈົ້າການຈັດຕັ້ງປະຕິບັດວຽກງານເຈລະຈາການຄ້າໃນຂອບພາກພື້ນ ແລະ ອະນຸພາກພື້ນ. ໃນນີ້, ສຸມໃສ່ວຽກຂອບການຄ້າອາຊີປາຊິຟິກ ໂດຍສະເພາະການເຈລະຈາໜ່ວຍງານຍ່ອຍດ້ານການລົງທຶນ, ການອຳນວຍຄວາມສະດວກທາງດ້ານການຄ້າ, ການຄ້າດ້ານການບໍລິການແລະ ແຫຼ່ງກຳເນີດສິນຄ້າ. ນອກນີ້, ຍັງສຸມໃສ່ວຽກງານການຄ້າຜ່ານທາງອີເລັກໂຕນິກ.
- ສືບຕໍ່່ເປັນເຈົ້າການຊຸກຍູ້ຕິດຕາມການປະຕິບັດພັນທະຂອງ ສປປ ລາວ ໃນຂອບອົງການການຄ້າໂລກ, ສຸມໃສ່ສ້າງແຜນດຳເນີນງານຂອງລັດຖະບານເພື່ອຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກວ່າດ້ວຍການເຊື່ອມໂຍງ, ກະກຽມເຮັດບົດທົບທວນນະໂຍບາຍການຄ້າຕ່າງເທດຂອງ ສປປ ລາວ, ສະເໜີລັດຖະບານ ພິຈາລະນາກ່ຽວກັບການເຂົ້າຮ່ວມພາຄີຂອງສັນຍາວ່າດ້ວຍເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສັນຍາການຊື້ຂາຍສິນຄ້າລະຫວ່າງປະເທດ, ເລີ່ມກະກຽມຮ່າງກົດໝາຍວ່າດ້ວຍມາດຕະການຕ້ານການທຸ້ມຕະຫລາດແລະ ບົດສຶກສາກ່ຽວກັບໝາກຜົນການເຂົ້າຮ່ວມອົງການການຄ້າໂລກໃນໄລຍະ 5 ປີຜ່ານມາ.
- ສືບຕໍ່ຊຸກຍູ້ ສົ່ງເສີມ ແລະ ຂະຫຍາຍຕະຫຼາດສົ່ງອອກ ຂອງ ສປປ ລາວ ໃນການເຂົ້າເຖິງຕະຫຼາດພາກພື້ນ ແລະ ສາກົນ ລວມທັງການສ້າງຄວາມຮູ້ ແລະ ຄວາມເຂົ້າໃຈ ໃຫ້ແກ່ພາກທຸລະກິດ ຕໍ່ບັນດາສິດທິພິເສດ ໃນການເຂົ້າເຖິງຕະຫຼາດດັ່ງກ່າວ.
- ສືບຕໍ່ສົ່ງເສີມການຮ່ວມມືໃນຂອບ ACMECS, CLV-DTA & CLMV  ແລະ ສ້າງເງື່ອນໄຂ ໃຫ້ພາກລັດ-ທຸລະກິດ ມີຄວາມຮັບຮູ້ ແລະ ມີຄວາມເຂົ້າໃຈ ຕໍ່ການນໍາໃຊ້ສິດທິພິເສດ ໃຫ້ໄດ້ປະໂຫຍດສູງສຸດ ພ້ອມທັງ ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດໃນຂອບການຮ່ວມມືດັ່ງກ່າວ.
- ສືບຕໍ່ສົ່ງເສີມ ແລະ ພັດທະນາການຄ້າຊາຍແດນ ເປັນຕົ້ນ: ເພີ່ມທະວີໃນການໂຄສະນາ, ເຜີຍແຜ່ ແລະ ຈັດຕັ້ງປະຕິບັດສັນຍາ, ບົດບັນທຶກ ທີ່ຕິດພັນກັບວຽກງານການຄ້າຊາຍແດນ ລະຫວ່າງ ລາວ-ຫວຽດນາມ, ລາວ-ຈີນ ໃຫ້ທົ່ວເຖິງ ແລະ ກວ້າງຂວາງ, ສຶກສາແນວທາງໃນການພັດທະນາການຄ້າຊາຍແດນ ລະຫວ່າງ ລາວ-ກໍາປູເຈຍ ແລະລາວ-ມຽນມາ, ສົ່ງເສີມການສ້າງ ແລະ ປັບປຸງຕະຫຼາດຊາຍແດນ, ພ້ອມທັງຄົ້ນຄວ້າສ້າງນິຕິກໍາຄຸ້ມຄອງການຄ້າຊາຍແດນ ແລະ ຕະຫຼາດຊາຍແດນ ຂອງ ສປປ ລາວ.
- ສືບຕໍ່ຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດ ການພັດທະນາອຸດສາຫະກໍາ ໃນປະເທດຂົງເຂດລຸ່ມແມ່ນໍ້າຂອງ (GMS).
- ສືບຕໍ່ຈັດຕັ້ງປະຕິບັດບົດບັນທຶກວ່າດ້ວຍການຮ່ວມມືເສດຖະກິດການຄ້າ ລະຫວ່າງ ລາວ-ຫວຽດນາມ, ລາວ-ຈີນ ແລະ ລາວ-ໄທ ຕາມທີ່ໄດ້ຕົກລົງກັນໄວ້ໃນແຕ່ລະປີ.
- ສືບຕໍ່ລະດົມການຊ່ວຍເຫຼືອທາງດ້ານທຶນຮອນ ແລະ ດ້ານວິຊາການ ຈາກບັນດາຄູ່ຮ່ວມພັດທະນາ, ປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ເພື່ອປະກອບເຂົ້າໃນການປະຕິບັດວຽກງານການສົ່ງເສີມ ແລະ ພັດທະນາການຄ້າ ແລະ ພາກທຸລະກິດຂອງລາວ ແລະ ຊ່ວຍສະໜັບສະໜູນວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ.

2.2 ວຽກສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ພາກທຸລະກິດ:

- ສືບຕໍ່ຈັດຕັ້ງປະຕິບັດແຜນຍຸດທະສາດການອໍານວຍຄວາມສະດວກດ້ານການຄ້າທີ່ລັດຖະບານໄດ້ຮັບຮອງ ແລ້ວ. ສ້າງແຜນດໍາເນີນງານສໍາລັບການຈັດຕັ້ງປະຕິບັດສັນຍາການອໍານວຍຄວາມສະດວກທາງດ້ານການຄ້າພາຍໃຕ້ຂອບອົງການການຄ້າໂລກ ແລະ ວຽກງານມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ.
- ສືບຕໍ່ດັດສົມທຸລະກິດນໍາເຂົ້າ ແລະ ຈໍາໜ່າຍນໍ້າມັນເຊື້ອໄຟ ແລະທຸລະກິດກ່ຽວກັບພາຫະນະ ເພື່ອໃຫ້ເຂົ້າສູ່ລະບຽບກົດໝາຍເພື່ອສະກັດກັ້ນການຄ້າຂາຍນໍ້າມັນ ແລະ ພາຫະນະຜິດລະບຽບ ແລະ ລັກລອບພາສີ-ອາກອນ.
- ສືບ ຕໍ່ປັບປຸງ ນິຕິກໍາ ແລະ ຂັ້ນຕອນການແຈ້ງຂຶ້ນ ແລະ ປ່ຽນ ເນື້ອ ໃນ ທະບຽນວິສາຫະກິດ ໃຫ້ ມີ ຄວາມ ສະດວກ, ວ່ອງໄວ, ງ່າຍດາຍ, ໂປ່ງໃສ ແລະ ກວດສອບໄດ້ ແລະ ເປັນ ມາດຕະຖານ ດຽວ ກັນ ໃນ ຂອບ ເຂດ ທົ່ວ ປະ ເທດ, ພ້ອມທັງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຄຸ້ມຄອງ ແລະ ເອື້ອອໍານວຍຄວາມສະດວກ ໃຫ້ແກ່ການດໍາເນີນທຸລະກິດ ຂອງຫົວໜ່ວຍທຸລະກິດ ພາຍຫຼັງມີການແຈ້ງຂຶ້ນທະບຽນວິສາຫະກິດແລ້ວ ຕາມລະບຽບການທີ່ກ່ຽວຂ້ອງ ກໍ່ຄື ກົດໝາຍວ່າດ້ວຍວິສາຫະກິດ.
- ສືບຕໍ່ຄົ້ນຄວ້າມາດຕະການ, ກົນໄກການຕິດຕາມແລະຄຸ້ມຄອງກ່ຽວກັບດຸນການຄ້າ (ການນໍາເຂົ້າແລະສົ່ງອອກ) ແລະໃຫ້ມີການລາຍງານໃຫ້ເປັນປົກກະຕິ.
- ສືບ ຕໍ່ສ້າງ ຂີດ ຄວາມ ສາມາດ ວຽກ ການ ຄ້າ ພາຍ ໃນ ແລະ ຮັກສາ ສະ ຖຽນລະ ພາບ ຂອງ ລາຄາ ສິນຄ້າ ຍຸດ ທະ ສາດ, ພ້ອມ ດຽວ ກັນນັ້ນ ກໍ່ ຕ້ອງ ໄດ້ ປະສານ ສົມທົບ ກັບ ຂະ ແໜງ ການ ທີ່ ກ່ຽວຂ້ອງຂັ້ນສູນ ກາງ ແລະ ທ້ອງ ຖິ່ນ ເພື່ອຮ່ວມ ກັນ ປັບປຸງ ຂັ້ນຂອດ ການ ເຄື່ອນ ຍ້າຍ ສິນຄ້າຢູ່ ພາຍ ໃນ ໃຫ້ ມີ ຄວາມສະດວກ, ງ່າຍດາຍ ແລະ ວ່ອງ ໄວກ່ວາເກົ່າ ເປັນຕົ້ນ ແມ່ນ : ບັນຫາອຸປະສັກກ່ຽວກັບ ດ່ານ ກວດກາສິນຄ້າ, ການ ປະກອບເອກະສານຊໍ້າ ຊ້ອນທີ່ ບໍ່ ຈໍາ ເປັນ ໃນເວລາເຄື່ອນຍ້າຍສິນຄ້າ ແລະ ສິ່ງກີດຂວາງອື່ນໆ.
- ສືບ ຕໍ່ລະດົມ ທຶນຮອນມາ ຈັດຕັ້ງປ ະຕິ ບັດ ດໍາລັດ, ກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ແນໃສ່ປັບປຸງມາດຖານໂຮງງານອຸດສາຫະກໍາປຸງແຕ່ງ ໃຫ້ມີຄວາມປອດໄພ, ປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມ, ຍົກສູງຄຸນນະພາບຂອງສະພາບແວດລ້ອມການເຮັດວຽກ, ການສ້າງມາດຕະຖານການຜະລິດ ແລະ ການປຸງແຕ່ງຜົນຜະລິດກະສິກໍາເປັນສິນຄ້າ, ການອໍານວຍຄວາມສະດວກດ້ານການຄ້າ ແລະ ອື່ນໆ.
- ເປັນ ເຈົ້າການ ໃນ ການ ສົ່ງເສີມ ການ ເຂົ້າ ເຖິງ ສິນເຊື່ອ ຂອງ SME ຜ່ານ ການ ສ້າງໂຄງການ ສະໜັບສະໜູນແຫຼ່ງທຶນໄລຍະຍາວ ໃຫ້ແກ່ທະນາຄານທຸລະກິດ ເພື່ອປ່ອຍກູ້ໃຫ້ແກ່ SMEເພື່ອຊຸກຍູ້ໃຫ້ທະນາຄານທຸລະກິດ ໃຫ້ການບໍລິການແກ່ SMEs ເພີ່ມຂຶ້ນ.
- ສືບ ຕໍ່ອໍານວຍຄວາມສະດວກແລະຄຸ້ມຄອງເຂດນິຄົມອຸດສາຫະກໍາ ແລະ ດຶງດູດການລົງທຶນທັງພາຍໃນແລະຕ່າງປະເທດເຂົ້າໃນເຂດດັ່ງກ່າວ.
- ສືບ ຕໍ່ສ້າງຄວາມເຂັ້ມແຂງໃຫ້ຂະແໜງການນໍາເຂົ້າ ແລະ ສົ່ງອອກຂອງບັນດາພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫລວງວຽງ ຈັນ ກ່ຽວກັບ ການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ.
- ສືບ ຕໍ່ສົ່ງ ເສີມ ແລະ ພັດທະນາ ຫັດຖະ ກໍາ ໂດຍ ກາ ນສ້າງ ກົນ ໄກ ຄຸ້ມ ຄອງ ແລະ ນິຕິ ກໍາ ເພື່ອ ເອື້ອ ອໍານວຍ ໃຫ້ ແກ່ ການ ລົງທຶນ ແລະ ຜູ້ ປະກອບ ການ. ຕະຫຼອດ ຮອດ ການ ປັບປຸງ ຂອດ ປະສານ ງານ ລະຫວ່າງ ຂັ້ນສູນ ກາງ ແລະ ທ້ອງ ຖິ່ນ ໃຫ້ ມີ ຄວາມ ສອດ ຄ່ອງ ແລະ ກົມກຽວ ກັນ ໃນ ກາ ນສົ່ງ ເສີມການ ຜະລິດ ຫັດຖະ ກໍາ ເປັນ ສິນຄ້າ ຕາມທ່າແຮງຂອງທ້ອງຖິ່ນ ແລະ ເຂດແຄວ້ນ.
- ປະກາດໃຊ້ແຜນຍຸດທະສາດການພັດທະນາວຽກງານສະຖິຕິຂອງກະຊວງນັບທັງການອອກລະບຽບໃນການລາຍງານສະຖິຕິ, ຮ່າງປື້ມຄູ່ມືສໍານວນຂ່າວສານຂອງບັນດາຕົວຊີ້ບອກຂອງຂະແໜງອຸດສາຫະກໍາແລະການຄ້າ. ສືບຕໍ່ປັບປຸງລະບົບICT ຂອງກະຊວງອຸດສາຫະກໍາແລະການຄ້າໃຫ້ທັນສະໄໝເທື່ອລະກ້າວເພື່ອຕອບສະໜອງກັບການເຄື່ອນໄຫວໃນໄລຍະໃໝ່. ສ້າງເງື່ອນໄຂແລະສົ່ງເສີມການໃຫ້ຂ່າວແລະປະຊາສໍາພັນຜ່ານສື່ມວນຊົນຕ່າງໆໂດຍສະເພາະໜັງສືພິມເສດຖະກິດການຄ້າແລະບັນດາເວັບໄຊ້ຕ່າງໆຂອງກະຊວງ.
 - ປະສານ ງານ ພາກລັດ ແລະ ຊ່ວຍຊຸກຍູ້ ກອງເລຂາໃນການດໍາເນີນກົນໄກປຶກສາຫາລື ແລະ ແກ້ ໄຂບັນຫາທຸລະກິດໃນ ຂອບກອງປະຊຸມທຸລະກິດລາວ (LBF).
- ສືບ ຕໍ່ຊຸກຍູ້, ສົ່ງ ເສີມການ ຜະລິດ, ການ ປຸງ ແຕ່ງ ກະສິກໍາ, ອຸດສາຫະກໍາ ທີ່ ນໍາ ໃຊ້ ວັດຖຸ ດິບພາຍ ໃນ ທີ່ ເປັນ ຕ່ອງ ໂສ້ ຢ່າງ ກົມກຽວ ລະ ຫວ່າງ ທຸລະ ກິດ ຂະໜາດ ໃຫຍ່ ດ້ວຍ ກັນ ຫຼື ລະຫວ່າງ ທຸລະ ກິດ ຂະໜາດ ໃຫຍ່ ກັບ ທຸລະ ກິດ ຂະໜາດ ກາງ ແລະ ທຸ ລະກິດ ຂະໜາດ ນ້ອຍ.
- ເປັນໃຈກາງສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໃນການທົບທວນຄືນບັນດາມາດຕະການທາງດ້ານການຄ້າ ທີ່ບໍ່ແມ່ນພາສີ (NTMs) ເພື່ອຊອກຫາແນວທາງລົບລ້າງ ແລະ ປັບປຸງຂັ້ນຕອນ ແລະ ມາດຕະການທີ່ບໍ່ຈໍາເປັນ ເພື່ອອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດ ການນໍາເຂົ້າ ແລະ ສົ່ງອອກສິນຄ້າ.
- ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານ ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ຂອງ ສປປ ລາວ ປີ 2017-2022.
- ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງຜັນຂະຫຍາຍດໍາລັດວ່າດ້ວຍ ການຮັບຮອງ ແລະ ປະກາດໃຊ້ ແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ 2016-2020.
- ສືບຕໍ່ຄົ້ນຄວ້າແລະປັບປຸງແຜນການຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດສະບັບເລກທີ 017/ສພຊ, ລົງວັນທີ 02 ມິຖຸນາ 2017 ວ່າດ້ວຍການຮັບຮອງກ່ຽວກັບການຄຸ້ມຄອງລາຄາສິນຄ້າ, ຄ່າບໍລິການແລະມາດຕະການແກ້ໄຂເພື່ອຫຼຸດຜ່ອນຜົນກະທົບຕໍ່ການຜະລິດແລະການດໍາລົງຊີວິດຂອງປະຊາຊົນກໍ່ຄືແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີຄື: ຄົ້ນຄວ້າຍົກລະດັບດໍາລັດຂອງນາຍົກລັດຖະມົນຕີວ່າດ້ວຍການຄຸ້ມຄອງລາຄາສິນຄ້າແລະຄ່າບໍລິການຂຶ້ນເປັນກົດໝາຍແລະອອກນິຕິກໍາເພີ່ມເຕີມເພື່ອຄຸ້ມຄອງ, ກວດກາການນໍາເຂົ້າແລະຈໍາໜ່າຍສິນຄ້າປະເພດສະບຽງອາຫານໃຫ້ມີຄວາມຮັດກຸມແລະນິຕິກໍາອື່ນໆທີ່ກ່ຽວຂ້ອງ, ຮ່າງຂໍ້ຕົກລົງຂອງລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າວ່າດ້ວຍການໂຄສະນາແລະຄ່າບໍລິການ, ຄົ້ນຄວ້າອອກມາດຕະການຫຼຸດຜ່ອນຕົ້ນທຶນການຜະລິດ, ຄົ້ນຄວ້າອອກນິຕິກໍາແລະມາດຕະການເພື່ອຈັດຕັ້ງປະຕິບັດນະໂຍບາຍຕ່າງໆຂອງໂຄງການສົ່ງເສີມການຜະລິດເຂົ້າເພື່ອຄໍ້າປະກັນສະບຽງອາຫານ (13 ນະໂຍບາຍ) ແລະໂຄງການລ້ຽງສັດເພື່ອຄໍ້າປະກັນສະບຽງອາຫານແລະເປັນສິນຄ້າ (8 ນະໂຍບາຍ), ອອກແຈ້ງການ, ບົດແນະນໍາເພີ່ມເຕີມວຽກງານກວດກາການຄ້າໃຫ້ມີຄວາມຮັດກຸມແລະສາມາດຈັດຕັ້ງປະຕິບັດໄດ້.
- ສືບຕໍ່ຄົ້ນຄວ້າເຄື່ອງມື ແລະ ວິທີການອື່ນທີ່ເໝາະສົມ ໃນການດັດສົມຕະຫຼາດ ແລະ ລາຄາ ເປັນຕົ້ນແມ່ນ: ຄັງແຮສິນຄ້າ ແລະ ການອຸດໜູນ ແກ່ຜູ້ຖືກກະທົບຈາກການປ່ຽນແປງຂອງລາຄາສິນຄ້າ ທີ່ກະທົບໄວທັງໃນຂອດຜະລິດ ແລະ ຂອດການຊົມໃຊ້.
- ສືບຕໍ່ຄົ້ນຄວ້າມາດຕະການ ເພື່ອຄຸ້ມຄອງການນໍາເຂົ້າ-ສົ່ງອອກສິນຄ້າ ເພື່ອອັດຊ່ອງຫວ່າງການນໍາເຂົ້າສິນຄ້າ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ຫຼົບຫຼີກການເສຍພັນທະໃຫ້ລັດ.
- ຕິດຕາມ ປະ ເມີນ ຜົນ, ຊຸກຍູ້, ລາຍ ງານ ແລະ ສ້າງ ເງື່ອນ ໄຂ ຈັດຕັ້ງປະຕິບັດ ແຜນການ ຮ່ວມ ມື ໂດຍ ສົມທົບ ກັບ ພາກສ່ວນ ທີ່ ກ່ຽວຂ້ອງ.
- ປະສານ ງານ ການຈັດຕັ້ງປະຕິບັດ ບັນດາ ໂຄງການ ຊ່ວຍ ເຫຼືອ ທາງ ການ ເພື່ອ ການ ພັດທະນາ ພ້ອມ ທັງ ຕິດຕາມ ປະ ເມີນ ຜົນ ໂຄງການ ແລະ ລາຍ ງານ ໃຫ້ ແກ່ ຜູ້ ໃຫ້ ທຶນ ແລະ ພາກ ລັດຖະບານ.
- ສືບຕໍ່ສ້າງບົດແນະນໍາການຈັດຕັ້ງຜັນຂະຫຍາຍ ດໍາລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ (ສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017) ແລະ ຮ່າງດໍາລັດວ່າດ້ວຍການຄຸ້ມຄອງຍານພາຫະນະ.
- ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການແຂ່ງຂັນທາງທຸລະກິດ ຂອງສປປ ລາວ ແລະ ສືບຕໍ່ຄົ້ນຄວ້າ ແລະ ຮ່າງນິຕິກໍາລຸ່ມກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ  ເພື່ອສະເໜີ ແລະ ຈັດຕັ້ງຜັນຂະຫຍາຍ.
- ສືບຕໍ່ຄົ້ນຄວ້ານະໂຍບາຍ ແລະ ມາດຕະການ ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ໂດຍສະເພາະນະໂຍບາຍພາສີ-ອາກອນ, ນະໂຍບາຍເຂົ້າເຖິງແຫຼ່ງທຶນ ຂອງ SME ໂດຍປະສານສົມທົບກັບທະນາຄານແຫ່ງ ສປປ ລາວ, ກະຊວງການເງິນ ຜ່ານ ການ ສ້າງໂຄງການ ສະໜັບສະໜູນແຫຼ່ງທຶນ ໄລຍະຍາວ ໃຫ້ແກ່ທະນາຄານທຸລະກິດ  ເພື່ອປ່ອຍກູ້ໃຫ້ແກ່ SME ແລະ ສ້າງກອງທຶນແບ່ງປັນຄວາມສ່ຽງ ເພື່ອຊຸກຍູ້ໃຫ້ທະນາຄານທຸລະກິດ ໃຫ້ການບໍລິການແກ່ SMEs ເພີ່ມຂຶ້ນ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາ. ນອກຈາກນີ້ແລ້ວ ຍັງສຸມໃສ່ການຊຸກຍູ້ວຽກງາການເພີ່ມຜະລິດຕະພາບໃຫ້ແກ່ SME ໃນຂະແໜງປຸງແຕ່ງອາຫານ ເພື່ອໃຫ້ສາມາດຜະລິດສິນຄ້າໄດ້ຕາມເງື່ອນໄຂ ແລະ ມາດຕະຖານ GMP, HACCP ໃນຕໍ່ໜ້າ.
- ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດວຽກງານ ODOP ໂດຍສະເພາະແມ່ນການຈັດຕັ້ງປະຕິບັດນະໂຍບາຍ ODOP ແລະ ນອກຈາກນັ້ນເອົາໃຈໃສ່ສົ່ງເສີມດ້ານການຕະຫລາດ ເຊັ່ນ: ງານຕະຫລາດນັດ, ງານວາງສະແດງສິນຄ້າ ແລະ ພັດທະນາຜະລິດຕະພັນ ໃຫ້ກາຍເປັນສິນຄ້າ ຄື: ການສ້າງຊື່ຍີີ່ຫໍ້ (Brand Name) ແລະ ການຫຸ້ມຫໍ່ໃຫ້ກັບສິນຄ້າລາວ, ສ້າງໃຫ້ເປັນຊື່ຍີ່ຫໍ້ລະດັບຊາດ ເພື່ອຢັ້ງຢືນຄຸນນະພາບໂດຍສະເພາະເຂົ້າ. ພ້ອມດຽວກັນນັ້ນ; ສືບຕໍ່ຊຸກຍູ້ສົ່ງເສີມບັນດາແຂວງ ທີ່ຍັງບໍ່ມີສິນຄ້າ ODOP ໃຫ້ສາມາດຕິດກາໝາຍ ODOP ແຫ່ງຊາດ ໃຫ້ໄດ້ ແລະ ໃຫ້ແຕ່ລະເມືອງໃນຂອບເຂດທົ່ວປະເທດ ມີສິນຄ້າ ODOP ແລະ ທັງເປັນຜູ້ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອໂຄສະນາ, ຂົນຂວາຍບັນດາຫົວໜ່ວຍ, ຜູ້ຜະລິດ, ກຸ່ມການຜະລິດທີ່ໄດ້ຮັບກາໝາຍ ODOP ແຫ່ງຊາດ ເພື່ອຈົດທະບຽນຊື່ກາໝາຍສິນຄ້າ. ຕະຫລອດຮອດການຈັດຝຶກອົບຮົມ ກ່ຽວກັບເຕັກນິກການປຸງແຕ່ງ, ການຫຸ້ມຫໍ່, ການພັດທະນາສີມືແຮງງານ ແລະ ການອອກແບບສິນຄ້າແບບໃໝ່ໆ ເພື່ອໃຫ້ເໝາະສົມກັບຄວາມຕ້ອງການຂອງຕະຫລາດປັດຈຸບັນ.
- ສົ່ງເສີມ ແລະ ພັດທະນາຫັດຖະກໍາ ໂດຍການສ້າງກົນໄກຄຸ້ມຄອງ ແລະ ນິຕິກໍາ ເພື່ອອໍານວຍຄວາມສະດວກໃຫ້ແກ່ການລົງທຶນ ແລະ ຜູ້ປະກອບການ, ປັບປຸງຂອດປະສານງານ ລະຫວ່າງ ຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ມີຄວາມສອດຄ່ອງ ແລະ ກົມກຽວກັນໃນການສົ່ງເສີມການຜະລິດຫັດຖະກໍາເປັນສິນຄ້າ ຕາມທ່າ ແຮງຂອງທ້ອງຖິ່ນ ແລະ ເຂດແຄວ້ນ. ພ້ອມທັງຊຸກຍູ້ສົ່ງເສີມ ບັນດາແຂວງເພື່ອຈັດງານຕະຫລາດນັດ, ກຽມທ່າແຮງບົ່ມຊ້ອນ ເພື່ອສ້າງຂະບວນການຕ້ອນຮັບໃນການເປີດປີທ່ອງທ່ຽວລາວ 2018 ແລະ ຕິດຕາມການຜະລິດສິນຄ້າສິນຄ້າເພື່ອສົ່ງອອກກັບທີ່ ໃຫ້ແກ່ບັນດາເຄື່ອງສິລະປະຫັດຖະກໍາ ຂອງທີ່ລະນຶກ ທີ່ເປັນເອກະລັກຂອງລາວ ໃຫ້ສາມາດສະໜອງໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
- ເປັນໃຈກາງສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອອອກຂໍ້ຕົກລົງ ວ່າດ້ວຍສະຫະກອນການຄ້າ, ອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ໂດຍເນັ້ນໃຫ້ມີການແບ່ງຂັ້ນ ຫລື ພາກສ່ວນຄຸ້ມຄອງ ແລະ ສົ່ງເສີມປະເພດສະຫະກອນດັ່ງກ່າວ ທີ່ກ່ຽວຂ້ອງກັບຂະແໜງການຕົນ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດ ວ່າດ້ວຍສະຫະກອນ ສະບັບເລກທີ 136/ນຍ, ລົງວັນທີ 05 ມີນາ 2010.

2.3. ວຽກສ້າງ ຄວາມ ພ້ອມ ໃຫ້ ແກ່ ພາກ ທຸລະ ກິດ ເພື່ອ ຮອງ ຮັບ ກັບ ການ ແຂ່ງຂັນ ທີ່ ເພີ່ມ ຂຶ້ນ:

- ສືບຕໍ່ປັບປຸງ ແລະ ກໍ່ສ້າງວິສາຫະກິດຂະໜາດນ້ອຍ ແລະ ກາງໃຫ້ເຂັ້ມແຂງ ແລະ ມີຄຸນນະພາບສູງຂຶ້ນ; ສ້າງໜໍ່ແໜງ ໃຫ້ມີສະຫະກອນປະເພດຕ່າງໆ ແນໃສ່ສ້າງເສດຖະກິດລວມໝູ່ໃຫ້ກວ້າງອອກ ແລະ ສ້າງຄວາມເຂັ້ມແຂງໃຫ້ກັບສະມາຄົມກຸ່ມການຜະລິດ ແລະ ບໍລິການ ເພື່ອພ້ອມກັນພັດທະນາ ເປັນຜູ້ປະກອບການທີ່ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນໄດ້.
- ສືບຕໍ່ສົ່ງເສີມການເຂົ້າເຖິງການບໍລິການພັດທະນາທຸລະກິດ, ສົ່ງ ເສີມ ການ ສົ່ງ ອອກ ແລະ ປັບປຸງ ຜະລິດ ຕະພາບຂອງ ທຸລະ ກິດ ຜ່ານ ການ ສືບ ຕໍ່ ຈັດຕັ້ງປະຕິບັດ ທຶນ ສົມທົບ ເພື່ອ ສົ່ງ ເສີມ ພາກ ທຸລະ ກິດ ດ້ວຍການຊອກຫາແຫຼ່ງທຶນຈາກແຫຼ່ງອື່ນໆ.
- ເປັນໃຈກາງສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອເອື້ອອໍານວຍຄວາມສະດວກໃນການຈັດຕັ້ງກຸ່ມເກັບຊື້, ກຸ່ມອຸດສາຫະກໍາປຸງແຕ່ງ ແລະ ກຸ່ມຫັດຖະກໍາ ຢູ່ບ່ອນທີ່ມີເງື່ອນໄຂ ໃນຂອບເຂດທົ່ວປະເທດ.
- ສືບຕໍ່ຈັດຕັ້ງປະຕິບັດໂຄງການສົ່ງເສີມການຜະລິດເປັນສິນຄ້າລະດັບຊາດ ໂດຍມີການປະສານສົມທົບຢ່າງໃກ້ຊິດກັບກະຊວງກະສິກໍາ ແລະ ປ່າໄມ້.
- ສືບຕໍ່ປັບປຸງ ສະມັດ ຕະພາບ ການ ແຂ່ງຂັນ ຂອງອຸດສາຫະກໍາ ຕັດຫຍິບ ຜ່ານ ການ ສ້າງ ຄວາມ ເຂັ້ມ ແຂງ ໃຫ້ ແກ່ສູນ ພັດທະນາ ສີມື ຕັດຫຍິບ ແລະ ສ້າງ ຄວາມ ເຂັ້ມ ແຂງ ໃຫ້ ແກ່ເຈົ້າໜ້າ ທີ່ ກວດກາ ແຮງ ງານ ຂອງກະຊວງແຮງ ງານ ແລະ ສະຫວັດດີ ການສັງຄົມ.
- ສືບຕໍ່ສົ່ງເສີມການຜະລິດອຸດສາຫະກໍາວັດສະດຸກໍ່ສ້າງ ໂດຍສຸມໃສ່ການສ້າງລະບົບຕິດຕາມຄຸນນະພາບ ແລະ ພັດທະນາມາດຕະຖານຜະລິດຕະພັນ ວັດສະດຸ ກໍ່ສ້າງ ທີ່ຜະລິດ ພາຍໃນປະເທດ ແລະ ນໍາເຂົ້າ ຈາກຕ່າງປະ ເທດ.
- ສືບ ຕໍ່ ເປັນ ໃຈກາງ ໃນ ການ ປະສານ ສົມທົບ ກັບ ຂະ ແໜງ ການ ກ່ຽວຂ້ອງ ແລະ ທ້ອງ ຖິ່ນ ຮີບ ຮ້ອນດັດສົມ ໂຮງງານ ປຸງ ແຕ່ງ ໄມ້ ໃຫ້ ສໍາ ເລັດ ຕາມ ແນວທາງນະ ໂຍບາຍ ຂອງ ລັດຖະບານ. ພ້ອມ ດຽວ ກັນ ນັ້ນ ຕ້ອງສຸມ ໃສ່ຊຸກຍູ້ສົ່ງ ເສີມ ໃຫ້ສະມາຄົມອຸດສາຫະກໍາປຸງ ແຕ່ງ ໄມ້ແຫ່ງ ຊາດ ແລະ ສະມາຄົມເຟີນີເຈີ້ລາວ ປັບປຸງ ພາລະ ບົດບາດ ແລະ ກົນ ໄກ ການ ເຄື່ອນ ໄຫ ວວຽກ ງານ ຂອງຕົນ ໃຫ້ ມີ ຄວາມ ເຂັ້ມ ແຂງ ເພື່ອ ປະຕິບັດ ນະ ໂຍບາຍ ສົ່ງ ເສີມ ການ ປຸງ ແຕ່ງ ໄມ້ ຢູ່ ພາຍ ໃນ ໃຫ້ ສາມາດ ສ້າງ ມູນ ຄ່າ ເພີ່ມ ແລະ ມີ ຄຸ ນນະພາ ບຕາມ ຄວາມ ຕ້ອງການ ຂອງຕະຫຼາດ ພາຍ ໃນ ແລະ ຕ່າງປະ ເທດ.
- ຄົ້ນຄວ້າ ພິຈາລະນາ ແລະ ປັບປຸງຄືນບາງລັດວິສາຫະກິດສະບຽງອາຫານ ຂອງແຂວງ, ນະຄອນຫລວງວຽງຈັນ ທີ່ເຫັນວ່າມີເງື່ອນໄຂໃຫ້ມີຄວາມສາມາດສືບຕໍ່ດໍາເນີນທຸລະກິດ, ສາມາດແຂ່ງຂັນກັບພາກສ່ວນທຸລະກິດອື່ນ ແລະ ມີຄວາມພ້ອມແຊກແຊງລາຄາໃນເວລາຈໍາເປັນ ຕາມນະໂຍບາຍຂອງລັດຖະບານ.
- ຕິດຕາມ ແລະ ປະເມີນຜົນໃນການຈັດຕັ້ງປະຕິບັດໂຄງການລົງທຶນຂອງ ລັດ ຈໍານວນ 32 ໂຄງການມູນຄ່າລວມທັງໝົດ 12,094.74 ລ້ານກີບ, ໃນນັ້ນ; ພາກປົກກະຕິ 13 ໂຄງການ, ມູນຄ່າ 10,094.74 ລ້ານກີບ ແລະ ໂຄງການ ສົ່ງເສີມຜະລິດເປັນສິນຄ້າ ແລະ ຄໍ້າປະກັນສະບຽງອາຫານ 19 ໂຄງການ, ມູນຄ່າ 2,000 ລ້ານກີບ ແລະ ໂຄງການສະເໜີໃໝ່ 2 ໂຄງການ ລວມມູນຄ່າ 1,300 ລ້ານກີບ (ພາກປົກກະຕິ).
- ສືບ ຕໍ່ສຶກສາ ແລະ ຄົ້ນຄວ້າການຮ່ວມມືແບບສໍາພັນເສດຖະກິດ ແລະ ອຸປະສັກຕ່າງໆທີ່ມີຕໍ່ຄວາມສາມາດໃນການຜະລິດ ແລະ ການແຂ່ງຂັນການຄ້າຂອງປະເທດ ແລະ ທົບທວນຄືນບັນດານະໂຍບາຍສົ່ງເສີມການລົງທຶນທົ່ວໄປ.
- ສືບ ຕໍ່ສົ່ງ ເສີມ ແລະ ສ້າງຄວາມພ້ອມການ ຜະລິດຫັດຖະ ກໍາທີ່ ເປັນ ທ່າ ແຮງ ເປັນຕົ້ນ ແມ່ນ: ຜະລິດ ຕະພັນ ຝ້າຍລາວ, ໄໝ, ຕີເງິນ-ຕີຄໍາ, ຈັກສານ, ແກະ ສະ ລັກ ແລະ ອື່ນໆ ເພື່ອ ສະໜອງ ໃຫ້ ແກ່ ການທ່ອງທ່ຽວ ແລະ ການ ສົ່ງ ອອກ ກັບ ທີ່ ໂດຍອີງຕາມທ່າແຮງຂອງແຕ່ລະທ້ອງຖິ່ນ ແລະ ເຂດແຄວ້ນ.
- ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດສະອາດ, ຄົ້ນຄວ້າ ແລະ ເຜີຍແຜ່ແນະນໍາແນວຄວາມຄິດ ຂອງການສ້າງກຸ່ມອຸດສາຫະກໍາທີ່ສະໜັບສະໜູນກັນເປັນຕ່ອງໂສ້ເລີ່ມແຕ່ຂອດວັດຖຸດິບ, ຂອດປຸງແຕ່ງ ແລະ ຂອດຈໍາໜ່າຍ.
- ສືບຕໍ່ສຶກສາບັນດາມາດຕະການ ທີ່ບໍ່ແມ່ນພາສີ ທີ່ກີດຂວາງການຄ້າ ຈາກ ສປປ ລາວ ຢູ່ປະເທດຄູ່ຄ້າ ພ້ອມທັງຫາວິທີການແກ້ໄຂ ເພື່ອເຮັດໃຫ້ທຸລະກິດລາວສາມາດແຂ່ງຂັນ ກັບ ປະເທດຄູ່ຄ້າ ຢ່າງເປັນທໍາ.
- ສືບຕໍ່ສຶກສາວິທີການນໍາໃຊ້ມາດຕະການປົກປ້ອງທຸລະກິດພາຍໃນ ຕາມຫຼັກການຂອງອາຊຽນ ແລະWTO.
- ສົ່ງ ເສີມ ໃຫ້ ພາກ ທຸລະ ກິດ ລາວ ສ້າງ ຄວາມ ເຂັ້ມ ແຂງ ໂດຍ ການ ລວມຕົວ ກັນ ເປັນ ກຸ່ມຫຼືສະມາຄົມ ເພື່ອ ສາມາດ ຕອບສະໜອງ ດ້ານການຜະລິດ ໃຫ້ໄດ້ຕາມທີ່ຕະຫຼາດຕ້ອງການ ແລະ ສາມາດ ຕໍ່ລອງ ກັບຜູ້ຊື້.
- ສ້າງຄວາມເຂັ້ມແຂງໃຫ້ກັບສະມາຄົມກຸ່ມການຜະລິດ ແລະ ບໍລິການ ເພື່ອພ້ອມພັດທະນາເປັນຜູ້ປະກອບການ ທີ່ມີຄວາມອາດສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນໄດ້. ພ້ອມດຽວກັນນີ້ ກໍ່ຄັດເລືອກເອົາຫົວໜ່ວຍທຸລະກິດທີ່ມີການຜະລິດສິນຄ້າ ແລະ ການບໍລິການທີ່ໂດດເດັ່ນຂອງສປປ ລາວ ເພື່ອສົ່ງອອກສິນຄ້າໄປຍັງຕະຫລາດຍີ່ປຸ່ນ.

3. ບັນດາ ແຜນວຽກ ຈຸດສຸມອື່ນໆທີ່ປິ່ນ ອ້ອມ ແລະ ຊ່ວຍໜູນຕ່າງໆ:

3.1 ວຽກຄຸ້ມຄອງ ແລະ ພັດທະນາລັດຖະກອນ

- ສີບຕໍ່ຈັດຕັ້ງປະຕິບັດການປະເມີນເຜີນຜົນພະນັກງານ-ລັດຖະກອນ ແລະ ການພັດທະນາລັດຖະກອນ ທົ່ວຂະແໜງ ອຄ ຕາມດໍາລັດຂອງນາຍົກລັດຖະມົນຕີ.
- ສືບຕໍ່ຂຶ້ນແຜນກໍານົດຕໍາແໜ່ງງານຂອງລັດຖະກອນ ໄລຍະປີ 2018-2020 ເພື່ອເປັນບ່ອນອີງໃຫ້ແກ່ການຄັດເລືອກ, ບັນຈຸ, ຊັບຊ້ອນ, ປະເມີນຜົນການປະຕິບັດວຽກງານຂອງລັດຖະກອນ ໃນແຕ່ລະປີໃຫ້ມີຄວາມຖືກຕ້ອງເໝາະສົມກັບມາດຖານເງື່ອນໄຂ ແລະ ໜ້າທີ່ຄວາມຮັບຜິດຊອບຕົວຈິງ ຂອງພະນັກງານ ໃນຂະແໜງອຸດສາ ຫະກໍາ ແລະ ການ ຄ້າ ເພື່ອເຮັດໃຫ້ການປະບັດໜ້າທີ່ວຽກງານ ເກີດປະສິດທິຜົນສູງສຸດ.
- ສືບຕໍ່ປັບປຸງ ພາລະ ບົດບາດ ຂອງ ບັນດາ ກົມ ແລະ ພະ ແນ ກອຸດສາ ຫະກໍາ ແລະ ການ ຄ້າ ແຂວງ, ນະຄອນ ຫຼວງວຽງ ຈັນ ແລະ ຫ້ອງການອຸດສາຫະກໍາ ແລະ ການ ຄ້າ ເມືອງ.
- ສືບຕໍ່ ການຈັດຕັ້ງປະຕິບັດ ວຽກ ງານ ການ ຂຶ້ນ ແຜນກໍານົດ ພະນັກງານ ນໍາພາ-ຄຸ້ມ ຄອງ ທົ່ວ ຂະ ແໜງ ອຸດສາຫະກໍາ ແລະ ການ ຄ້າ 2018-2020 ໂດຍ ຕິດ ພັນ ກັບ ການ ກວດກາ ຄືນ ການ ກໍານົດ ຕໍາແໜ່ ງ ງານ ແລະ ການ ປະ ເມີນ ຜົນ ການຈັດຕັ້ງປະຕິບັດ ວຽກ ງານ ແລະ ພະນັກງານລັດຖະກອນ ພ້ອມ ທັງ ແນະນໍາ ທາງ ດ້ານ ວິຊາ ການກ່ຽວກັບວຽກຈັດຕັ້ງ-ພະນັກງານ ຕາມພາລະບົດບາດ ກໍ່ຄືສິດຂອບເຂດຄວາມຮັບຜິດຊອບຂອງຕົນ.
- ຂຶ້ນ ແຜນ ຈັດ ຊຸດ ຝຶກ ອົບຮົມ ທິດ ສະ ດີກາ ນ ເມືອງ-ການ ປ ົກຄອງ ໄລຍະ 45 ວັນຊຸດ ທີ VI ໃຫ້ ແກ່ ພະນັກງານ ຫຼັກ ແຫຼ່ງກະຊວງອຄ ແລະບັນດາ ບໍລິສັດ, ລັດ ວິ ສາ ຫະກິດ ທີ່ ຂຶ້ນ ກັບ ກະຊວງ ອຄ.
- ສືບຕໍ່ຄົ້ນຄວ້າ ຄັດ ເລືອກ ພະນັກງານ-ລັດຖະກອນ ໄປ ບໍາລຸງ ຍົກ ລະດັບ ວິຊາ ສະ ເພາະ ໃນ ລະດັບ ຕ່າງໆທັງ ໄລຍະ ສັ້ນ, ໄລຍະ ກາງ ແລະ ໄລຍະ ຍາວຢູ່ ພາຍ ໃນ ແລະຕ່າງປະ ເທດຕາມ ແຜນ ພັດທະນາ ຂີດ ຄວາມ ສາມາດຂອງ ບຸກຄະລາ ກອນຂອງ ກະຊວງອຄ.

3.2 ວຽກການກວດກາ

- ຕິດຕາມກວດການການບໍລິຫານລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ໃນການປະຕິບັດໜ້າທີ່ຂອງພະນັກງານ.
- ຕິດຕາມກວດກາໂຄງການລົງທຶນຂອງລັດຂອງຂະແໜງການ ເລີ່ມແຕ່ຫົວທີ.
- ຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີຂອງພະນັກງານລັດຖະກອນ ແລະ ລັດວິສາຫະກິດ, ບໍລິສັດ ຕ່າງໆທີ່ຂຶ້ນກັບຄວາມຮັບຜິດຊອບຂອງຂະແໜງການ.

3.3 ວຽກສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານແລະການສ້າງບ້ານເປັນຫົວໜ່ວຍພັດທະນາ ( 3 ສ້າງ ):

- ສືບຕໍ່ຈັດຕັ້ງຜັນຂະຫຍາຍວຽກງານ 3 ສ້າງ ແລະ ສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານ 3 ສ້າງເປັນແຕ່ລະ ງວດ, 6 ເດືອນ, 9 ເດືອນ ແລະ ປີ ໂດຍຖືເອົາຜົນສຳເລັດ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດ ເພື່ອເປັນບ່ອນອີງທັງເປັນການຊຸກຍູ້ ສົ່ງເສີມດ້ານດີ ແລະ ແກ້ໄຂບັນດາຈຸດອ່ອນທີ່ເປັນຂໍ້ຄົງຄ້າງ ແລະ ກີດຂວາງ.
- ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ໃນການຄົ້ນຄວ້າ ແລະ ປັບປຸງຄືນນິຕິກຳຕ່າງໆທີ່ເຫັນວ່າບໍ່ສອດຄ່ອງ ແລະ ແທດເໝາະໃນການປະຕິບັດວຽກງານ 3 ສ້າງ ຂອງຂະແໜງການກໍ່ຄືທ້ອງຖິ່ນຕ່າງໆ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ເພື່ອໃຫ້ສອດຄ່ອງກັບສະພາບ ແລະ ເງື່ອນໄຂຕົວຈິງຂອງທ້ອງຖິ່ນ ແລ້ວນຳສະເໜີຄະນະຊີ້ນຳວຽກງານ 3 ສ້າງຂອງກະຊວງອຸດສາຫະກຳແລະ ການຄ້າ ພິຈາລະນາ.
- ສືບຕໍ່ສຸມໃສ່ຄົ້ນຄວ້າ ແລະ ແບ່ງ ວຽກ- ແບ່ງ ຄວາມ ຮັບຜິດຊອບ, ແບ່ງ ສິດ ຕິດພັນກັບໜ້າທີ່ຄວາມຮັບຜິດຊອບ, ແບ່ງສິດ ຕິດພັນກັບໜ້າທີ່ຄວາມຮັບຜິດຊອບແຕ່ສູນ ກາງ ຈົນ ຮອດ ທ້ອງ ຖິ່ນ. ພ້ອມ ນີ້, ກໍ ່ ຫັນ ເອົາ ພະນັກງານລົງ ສົມທົບ ກັບ ບັນດາພະ ແນ ກອຸດສາຫະກຳ ແລະ ການ ຄ້າ ຢູ່ ບັນດາ ແຂວງ, ນະຄອນຫລວງວຽງ ຈັນ, ຫ້ອງການອຸດສາ ຫະກໍາ ແລະ ການ ຄ້າ ເມືອງ ແລະ ບ້ານ ເປົ້າໝາຍ ເພື່ອ ຕິດຕາມກວດກາ ແລະ ຊຸກຍູ້, ສົ່ງເສີມ ການຈັດຕັ້ງປະຕິບັດບັນດາໜ້າ ວຽກ ຫຼື ໂຄງການ ຕາມການແບ່ງຂັ້ນຄຸ້ມຄອງ;

3.4 ວຽກພັດທະນາເຂດແຄວ້ນ ແລະ ທ້ອງຖິ່ນຂອງ ຂະແໜງ ອຸດສາຫະກໍາ ແລະ ການຄ້າ:

- ສືບຕໍ່ຊຸກຍູ້ ສົ່ງເສີມ ແລະ ສ້າງເງື່ອນໄຂ ທີ່ເອື້ອອໍານວຍຄວາມສະດວກ ໃຫ້ແກ່ການຈັດຕັ້ງປະຕິບັດ ແຜນພັດທະນາຂອງຂະແໜງອຸດສາຫະກໍາ ແລະ ການຄ້າກໍ່ຄືແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ປະຈໍາປີ 2018 ໃຫ້ ໄດ້ຮັບ ຜົນສໍາ ເລັດຕາມ ລະດັບ ຄາດໝາຍ  ໂດຍ ການສຸມໃສ່ ປະຕິບັດ ບັນດາຄາດ ໝາຍ ສູ້ ຊົນ ແລະ ວຽກຈຸດສຸມ ຂອງ ແຜນການ ປີຂອງຂະ ແໜງ ການ ຕົນ ແລະ ມີ ການແບ່ງ ໜ້າ ທີ່ ຄວາມ ຮັບຜິດຊອບ ກັນ ຢ່າງ ລະອຽດ, ມີ ການ ມອບ ວຽກ ແລະ ມີຄາດ ໝາຍສູ້ ຊົນ ທີ່ ຈະ ແຈ້ງ, ຊັດ ເຈນ, ມີງົບປະມານ ແລະ ສະໜອງ ບຸກຄະລາ ກອນ ຕາມ ຄວາມ ຮຽກຮ້ອງຕ້ອງການຂອງໜ້າ ທີ່ ວຽກງາ ນຕົວ ຈິງ.
- ອອກບົດແນະນໍາ ກ່ຽວກັບ ວິທີການຈັດຕັ້ງປະຕິບັດວຽກງານ ຂອງຂະແໜງການຕົນໃຫ້ຈະແຈ້ງ,  ມີມາດຕະການ ຈັດຕັ້ງປະຕິບັດທີ່ຄົບຖ້ວນ , ສົມບູນ ແລະ ສາມາດປະຕິບັດ ໄດ້. ສ້າງກົນໄກ ປະສານ ງານ, ການ ພົວພັນ ລະຫວ່າງ ຂະ ແໜງ ການທີ່ ຂຶ້ນ ກັບ ສາຍຕັ້ງ, ສາຍຂວາງຂອງຕົນ ແລະ ຂະ ແໜງ ການ ອື່ນໆ ເພື່ອ ເປັນ ບ່ອນ ອີງ ໃນການ ປະຕິບັດ ໜ້າ ທີ່ຢ່າງມີວິທະຍາສາດ ແລະ ທັງ ມີ ຄວາມ ສອດຄ່ອງກັບ ສະພາບ ຄວາມ ເປັນ ຈິງ  ຂອງທ້ອງຖິ່ນ ແລະ ເຂດ ແຄ້ວນຂອງ ຕົນ, ພ້ອມ ດຽວ ກັນນັ້ນ  ຕ້ອງ ມີ ການ ໂຄສະນາແນະ ນໍາ ເຜີຍ ແຜ່ ໃຫ້ ບັນດາ ຫ້ອງການ ອຸດ ສາ ຫະກໍາ ແລະ ການ ຄ້າ ເມືອງ ໃຫ້ ຮັບ ຮູ້ ແລະ ເຊື່ອມ ຊຶມ ເຂົ້າ ໃຈ ຢ່າງ ເປ ັນເອກະ ພາບ ໃນ ການ ຈັດຕັ້ງປະຕິບັດວຽກງານຕາມການມອບໝາຍ ແລະ ໄປໃນລວງດຽວກັນ.
- ສືບ ຕໍ່ຊຸກຍູ້ສົ່ງເສີມການຜະລິດ ຂອງຫົວໜ່ວຍການຜະລິດ ນັບທັງຫົວໜ່ວຍວິສາຫະກິດ ຂອງ ພາກລັດ-ເອກະຊົນ ແລະ ຫົວໜ່ວຍການຜະລິດອື່ນໆເພື່ອຮັບປະກັນດ້ານຄຸນນະພາບການຜະລິດ ໃຫ້ກ້າວໄປສູ່ມາດຕະຖານ GMP, HACCP ໃນຕໍ່ໜ້າ, ຕາມຄວາມຕ້ອງການຂອງຕະຫຼາດໃນພາກພື້ນ ແລະ ສາກົນ ເທື່ອລະກ້າວ, ລວມທັງການສ້າງມາດຕະການ ແລະ ກົນໄກໃນການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າໂດຍສະເພາະການຜະລິດກະສິກໍາເປັນສິນຄ້າ, ການຜະລິດສິນຄ້າເພື່ອການສົ່ງອອກ, ການພັດທະນາຕະຫຼາດສົ່ງອອກສິນຄ້າ ແລະ ອື່ນໆ;
- ສົ່ງເສີມ ແລະ ເອື້ອອໍານວຍຄວາມສະດວກ ໃຫ້ແກ່ການລົງທຶນພາຍໃນ ແລະ ຕ່າງປະເທດ ເຂົ້າໃສ່ເຂດນິຄົມອຸດສາຫະກໍາ, ເຂດເສດຖະກິດພິເສດ, ເຂດເສດຖະກິດສະເພາະ ໃຫ້ນັບມື້ນັບເພີ່ມຂຶ້ນ ຕາມແນວທາງນະໂຍບາຍຂອງລັດຖະບານ.

3.5 ວຽກຈັດຕັ້ງປະຕິບັດ ບັນດາຕົວຊີ້ວັດ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ທີ່ຕິດພັນກັບ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ (2016-2020).

ສຸມໃສ່ໃນການປະຕິບ ັດ ບັນດາຕົວ ຊີ້ ວັດທີ່ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ (2016-2020)ຄືດັ່ງ ນີ້: ຈໍານວນຂັ້ນຕອນໃນການຂໍດໍາເນີນທຸລະກິດ, ໄລ ຍະ ເວ ລາໃນການຂໍດໍາເນີນທຸລະກິດ, ມູນຄ່າການຜະລິດ ຢູ່ໃນ ຂະແໜງອຸດສາຫະກໍາ ປຸງແຕ່ງ, ຈໍານວນ SME ທີ່ມີຄົນລາວເປັນເຈົ້າຂອງ, ຈໍານວນ SME ທີ່ມີຄົນລາວເປັນເຈົ້າຂອງທີ່ເພີ່ມຂຶ້ນ/ຫຼຸດລົງ, ມູນຄ່າການນຳເຂົ້າຕໍ່ 1 ຕູ້ ຄອນເທນເນີ (container),ມູນຄ່າການສົ່ງອອກຕໍ່ 1 ຕູ້ ຄອນເທນເນີ (container),ມູນຄ່າການສົ່ງອອກ ແລະ ນໍາເຂົ້າ, ສັດສ່ວນຂອງມູນຄ່າການສົ່ງອອກພາຍໃຕ້ສິດທິພິເສດທາງດ້ານການຄ້າ ແລະ ອັດຕາສ່ວນຂອງແມ່ຍິງທີ່ເປັນເຈົ້າຂອງທຸລະກິດ/ວິສາຫະກິດ.

3.6 ວຽກຈັດຕັ້ງປະຕິບັດ ບັນດາຕົວຊີ້ວັດ ການພັດທະນາແບບຍືນຍົງ (ປພຍ) ຂອງກະຊວງ ອຸດສາຫະກໍາ ແລະ ການຄ້າ.

ສຸມໃສ່ການປະຕິບັດບັນດາ ຕົວຊີ້ວັດຂອງການພັດທະນາແບບຍືນຍົງທີ່ຕິດພັນກັບ ຂະແໜງອຸດສາຫະກໍາ ແລະການ ຄ້າຄືດັ່ງນີ້: ມູນຄ່າການສົ່ງອອກ ແລະ ນໍາເຂົ້າ, ອັດຕາສ່ວນຂອງແມ່ຍິງທີ່ເປັນເຈົ້າຂອງທຸລະກິດ/ວິສາຫະກິດ, ຈໍານວນມື້ ທີ່ໃຊ້ໃນການແຈ້ງສິນຄ້ານໍາເຂົ້າ, ຈໍານວນມື້ ທີ່ໃຊ້ໃນການພິຈາລະນາໃບອະນຸຍາດນໍາເຂົ້າ, ອັດຕາການເຕີບໂຕ ຂອງວິສາຫະກິດທີ່ໄດ້ຈົດທະບຽນໃໝ່, ມູນຄ່າເພີ່ມຂອງອຸດສາຫະກໍາປຸງແຕ່ງ ເປັນອັດຕາສ່ວນຮ້ອຍ ຂອງ GDP ແລະ ຕໍ່ຫົວຄົນ,ອັດຕາສ່ວນແບ່ງ ເປັນມູນຄ່າສົ່ງອອກທັງໝົດ ຂອງປະເທດດ້ອຍພັດທະນາ ແລະ ອັດຕາສ່ວນແບ່ງ ເປັນມູນຄ່າສົ່ງອອກທັງໝົດ ຂອງປະເທດກໍາລັງພັດທະນາ.

II. ມາດຕະການຈັດຕັ້ງປະຕິບັດ:

ເພື່ອໃຫ້ບັນລຸ ຕາມທິດທາງແຜນການພັດທະນາອຸດສາຫະກໍາປຸງແຕ່ງແລະການຄ້າຊຶ່ງໄດ້ກໍານົດເປົ້າໝາຍລວມ, ບັນດາຄາດໝາຍຕ່າງໆແລະວຽກງານຈຸດສຸມ ທີ່ ໄດ້ ກ່າວ ມາ ຂ້າງ ເທິງ ນັ້ນທົ່ວຂະແໜງ ອຸດສາຫະກຳ ແລະ ການ ຄ້າ ຕ້ອງ

ໄດ້ກຳແໜ້ນ ແລະ ສຸມໃສ່ແກ້ໄຂບັນດາຂອດທີ່ເປັນຈຸດອ່ອນຂໍ້ຄົງຄ້າງ, ພ້ອມທັງເສີມຂະຫຍາຍດ້ານດີ ເຊິ່ງຮຽກຮ້ອງໃຫ້ທຸກພາກສ່ວນຕ້ອງ ໄດ້ພ້ອມພຽງກັນຈັດຕັ້ງປະຕິບັດ ບັນດາມາດຕະການ ດັ່ງລຸ່ມນີ້:

  1. ຫ້ອງການ, ກົມ, ພະແນກ ອຄ ແຂວງ, ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ ຕ້ອງໄດ້ເອົາໃຈໃສ່ເຊື່ອມຊຶມ, ກຳແໜ້ນແນວທາງ ແລະ ນະໂຍບາຍ ຂອງພັກ-ລັດ ພ້ອມທັງເຜີຍແຜ່ ແລະ ແນະນຳກ່ຽວກັບວິທີການ ໃນການຈັດຕັ້ງປະຕິບັດວຽກງານ ທີ່ຢູ່ໃນຂົງເຂດຄວາມຮັບຜິດຊອບຂອງຕົນ ໃຫ້ແກ່ພະນັກງານ ເພື່ອຮັບຮູ້ເປັນເອກະພາບ ແລະ ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນສູງສຸດ.
  2. ເອົາໃຈໃສ່ໃນການລະດົມ, ຊຸກຍູ້, ສົ່ງເສີມ ນຳໃຊ້ກຳລັງແຮງສັງລວມໃນທົ່ວສັງຄົມ, ນໍາໃຊ້ທຸກທ່າແຮງບົ່ມຊ້ອນ ກໍ່ຄືທຸກຄວາມສາມາດຂອງ ຂະແໜງການສົມທົບກັບການຊ່ວຍເຫຼືອຈາກຕ່າງປະເທດ, ອົງການຈັດຕັ້ງສາກົນຕ່າງໆ ບວກກັບການດຶງດູດການລົງທຶນ ຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ເພື່ອປະກອບສ່ວນໃນການຈັດຕັ້ງປະຕິບັດໃຫ້ບັນລຸຕາມລະດັບຄາດໝາຍ.
  3. ທຸກພາກສ່ວນ ຕ້ອງໄດ້ເອົາໃຈໃສ່ເຊື່ອມຊຶມ, ກຳແໜ້ນແນວທາງ ພ້ອມທັງເຜີຍແຜ່ ແລະ ແນະນຳກ່ຽວກັບວິທີການ ໃນການຈັດຕັ້ງປະຕິບັດວຽກງານ ທີ່ຢູ່ໃນຄວາມຮັບຜິດຊອບ ຂອງຕົນຢ່າງ ເປັນ ເຈົ້າ ການ.
  4. ສ້າງ ກົນ ໄກ ປະສານ ງານ ແລະປະສານ ສົມທົບທັງ ພາຍ ໃນ ແລະພາຍ ນອກ ເພື່ອ ແກ້ ໄຂ ບັນຫາ ການນໍາ ເຂົ້າແລະສົ່ງ ອອກ ສິນຄ້າ.
  5. ການຈັດຕັ້ງປະຕິບັດບັນດາໂຄງການ ແລະ ກິດຈະກໍາທີ່ກໍານົດໃນແຜນການ ແລະ ແຜນງານ ມັນໄດ້ຮຽກຮ້ອງໃຫ້ມີການປະສານສົມທົບຢ່າງໃກ້ຊິດ ແລະ ກົມກຽວກັນ ລະຫວ່າງ ກົມວິຊາການຕ່າງໆ ຂອງກະຊວງ, ບັນດາຂະແໜງການອື່ນທີ່ກ່ຽວຂ້ອງ ແລະ ພາກທຸລະກິດ ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ.
  6. ເປີດ ກວ້າງ ທາງ ດ້ານ ການ ຄ້າ ໄປ ຕາມ ກົນ ໄກ ເສດຖະກິດ ຕະຫຼາດ ໂດຍ ມີ ການ ຄຸ້ມ ຄອງ ແລະດັດສົມ ຈາກ ພາກ ລັດຕາມ ລະບຽບ ຫຼັກການຂອງ ພາກ ລັດ.
  7. ການຈັດຕັ້ງປະຕິບັດບັນດາໂຄງການ ແລະ ກິດຈະກໍາທີ່ກໍານົດໃນແຜນການ ແລະ ແຜນງານ ມັນໄດ້ຮຽກຮ້ອງໃຫ້ມີການປະສານສົມທົບຢ່າງໃກ້ຊິດ ແລະ ກົມກຽວກັນ ລະຫວ່າງ ກົມວິຊາການຕ່າງໆ ຂອງກະຊວງ, ບັນດາຂະແໜງການອື່ນທີ່ກ່ຽວຂ້ອງ ແລະ ພາກທຸລະກິດ ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ. (ຂັ້ນສູນກາງ, ພະແນກ ອຄ ແຂວງ, ນະຄອນຫຼວງວຽງຈັນ, ຫ້ອງການ ອຄ ເມືອງ)
  8. ບັນດາໂຄງການ ແລະ ກິດຈະກໍາທັງໝົດ ທີ່ສະເໜີໃນແຜນຈະໄດ້ຖືກຈັດຕັ້ງປະຕິບັດເປັນໂຄງການ ແລະ ເປັນແຜນງານ ທີ່ມີເປົ້າໝາຍ, ຈຸດປະສົງ, ໝາກຜົນ, ຊັບພະຍາກອນທີ່ຈໍາເປັນ, ມີຕົວຊີ້ວັດ, ໜ່ວຍງານຈັດຕັ້ງປະຕິບັດ ແລະ

ລະບົບຕິດຕາມ ແລະ ປະເມີນຜົນທີ່ຈະແຈ້ງ.

  1. ເພື່ອປັບປຸງປະສິດທິພາບ ແລະ ປະສິດທິຜົນລວມ ຂອງບັນດາກົມວິຊາການ ພາຍໃນກະຊວງອຸດສາຫະກໍາແລະ ການຄ້າ ແລະ ສ້າງຄວາມສະດວກແກ່ພາກທຸລະກິດ-ຫົວໜ່ວຍການຜະລິດ ແລະ ບັນດາໜ່ວຍງານໃນການຕິດຕໍ່ພົວພັນ ແລະ ເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານໃຫ້ສະດວກ, ວ່ອງໄວ, ກະຊວງອຸດສາຫະກໍາ ແລະ ການຄ້າ ຈະສ້າງລະບົບເຄືອຂ່າຍ ແລະ ເກັບກໍາຂໍ້ມູນທາງອີເລັກໂຕນິກ ແລະ ການສື່ສານທາງເອເລັກໂຕຣນິກ, ທີ່ລວມມີລະບົບອິນເຕີເນັດ, ເວບໄຊທ໌, ເຄືອຂ່າຍຄອມພິວເຕີ, ການເຜີຍແຜ່ຂໍ້ມູນພາຍໃນ, ການບໍລິການຂໍ້ມູນຂ່າວສານຕໍ່ພາຍນອກ ແລະ ອື່ນໆ.
  2. ເປັນ ເຈົ້າການ ຊຸກຍູ້, ຕິດຕາມ ແລະຊີ້ ນໍາ ວຽກ ງານ 3 ສ້າງຕາມມະຕິ ຂອງ ກົມ ການ ເມືອງ ສູນ ກາງ ພັກ ແລະ ຕິດພັນກັບການພັດທະນາເຂດແຄວ້ນ ຂອງທ້ອງຖິ່ນ ໂດ ຍຖື ເອົາ ຂະແໜງອຸດສາຫະກໍາປຸງແຕ່ງ ແລະ ການ ຄ້າ ກະຕຸກຊຸກຍູ້ການສົ່ງເສີມການຜະລິດ-ປຸງແຕ່ງເປັນສິນຄ້າ ຕາມນະໂຍບາຍຂອງພັກ ແລະ ລັດຖະບານ ໃຫ້ນັບມື້ນັບເພີ່ມຂຶ້ນ ແລະ ຖືເອົາການ ແກ້ ໄຂ ຄວາມ ທຸກ ຍາກ ແລະ ພັດທະນາຊົນນະບົດ ຂອງ ປະຊາຊົນ ຢູ່ ຊົນນະ ບົດເປັນສໍາຄັນດ້ວຍຄວາມຮັບຜິດຊອບສູງ.

ແຫຼ່ງຂໍ້ມູນ: ພະແນກແຜນການພັດທະນາ, ກົມແຜນການ ແລະ ການຮ່ວມມື

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.